xtgmf]k; 6 24/04/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ເກີດຂວັນໃຈ ມາລີຈັນສີ ]k; ln [8+ xt8y [a f;y wlma fsa ogxa ofu 9y 8vo 20 xu 8+ |h k gvfu [u 7kfxu oU oa dmj v'mj P; 9tg0Q k,k]k; g4y ' 4 ]h kod;j k7q o ໂດຍ: ເກີດຂວັນໃຈ ມາລີຈັນສີ ທ່ອງທ່ຽວເຂົ້າມາ ສປປ ລາວ ເຖິງ 4,2 ລ້ານຄົນໃນປີ 2024. ບົດລາຍງານເສດຖະກິດປະຈຳ ເດືອນເມສາ 2024 ຂອງ ADB ລະບຸວ່າ GDP ຂອງ ສປປ ລາວ ໃນປີ 2024-2025 ຈະມີການຂະ ຫຍາຍຕົວປະມານ 4% ໂດຍໄດ້ຮັບ ແຮງສະໜັບສະໜູນຈາກຫລາຍປັດ ໄຈປິ່ນອ້ອມເກີດຈາກຄວາມຕ້ອງ ການພາຍນອກ ໃນຂະແໜງບໍລິ ການ ເຊັ່ນ: ການທ່ອງທ່ຽວທີ່ຄາດ ວ່າຈະມີນັກທ່ອງທ່ຽວເຂົ້າມາເຖິງ 4,2 ລ້ານຄົນ ໃນປີ 2024 ແລະ ຍັງ ຈະໄດ້ຜົນປະໂຫຍດຈາກການພັດ ທະນາພື້ນຖານໂຄ່ງລາງໃນການ * ທະນາຄານພັດທະນາອາຊີ ຫລືAsianDevelopment Bank (ADB) ໄດ້ລາຍງານວ່າເສດຖະ ກິດສປປລາວຈະເຕີບໂຕໃນລະດັບ ປານກາງ ໃນປີ 2024 ນີ້ໂດຍໄດ້ ຮັບແຮງສະໜັບສະໜູນຈາກພາຍ ນອກ ເຊັ່ນ: ການທ່ອງທ່ຽວ, ການ ລົງທຶນ ແລະ ການຄ້າ ທ່າມກາງ ຄວາມກົດດັນຈາກພາວະເງິນເຟີ້ ແລະ ພັນທະທີ່ຕ້ອງຊຳລະໜີ້ ໃຫ້ກັບ ຕ່າງປະເທດ ແລະ ຄາດວ່າຈະມີນັກ ເດີນທາງທີ່ງ່າຍຂຶ້ນ. ນອກນີ້, ຍັງ ຈະໄດ້ຮັບການລົງທຶນຈາກຕ່າງປະ ເທດຫລາຍຂຶ້ນ ໂດຍສະເພາະໃນ ໂຄງການພະລັງງານສະອາດຕ່າງໆ ເຊິ່ງຈະເປັນແຮງສະໜັບສະໜູນ ສຳຄັນໃນການຊຸກຍູ້ການຂະຫຍາຍ ຕົວຂອງອຸດສາຫະກຳຂອງ ສປປ ລາວ. ແຕ່ຢ່າງໃດກໍຕາມ, ທ່າມກາງ ການຂະຫຍາຍຕົວທາງເສດຖະກິດ ຂອງ ສປປ ລາວ ທະນາຄານພັດ ທະນາອາຊີ ກໍຍັງລະບຸວ່າ ອັດຕາ ເງິນເຟີ້ທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ເງິນ ກີບທີ່ອ່ອນຄ່າ ແລະ ໜີ້ສິນສາ ທາລະນະ ຍັງຄົງເປັນສິ່ງທ້າທາຍ ສໍາຄັນສໍາລັບການພັດທະນາຂອງ ສປປ ລາວ. ຜູ້ອຳນວຍການ ADB ປະຈຳ ສປປລາວ,ທ່ານໂຊໂນະມິທານະກະ (Sonomi Tanaka) ກ່າວວ່າ: “ຄວາມກົດດັນຈາກໜີ້ສິນທີ່ບໍ່ຍືນ ຍົງແລະອັດຕາເງິນເຟີ້ສູງ,ອາດເຮັດ ໃຫ້ຈັງຫວະການຟື້ນຕົວເສດຖະກິດ ໂດຍລວມຂອງປະເທດຫລຸດລົງ”, ຄວາມກົດດັນຂອງອັດຕາເງິນເຟີ້ ຄາດວ່າຈະຍັງ ຄົງຢູ່ຍ້ອນວ່າບັນດາ ທຸລະກິດແລະຜູ້ປະກອບການໄດ້ຂຶ້ນ ລາຄາບາງບໍລິການ, ສິນຄ້າບາງຈໍາ ພວກເພື່ອຊົດເຊີຍຄ່າໃຊ້ຈ່າຍທີ່ສູງ ຂຶ້ນ ຜົນມາຈາກການອ່ອນຄ່າຂອງ 20% ໃນປີ 2024, ຄ່ອຍໆຫລຸດ ລົງເປັນ 7% ໃນປີ 2025. ອີງຕາມຂໍ້ມູນຈາກ ສູນສະຖິຕິ ແຫ່ງຊາດ, ອັດຕາເງິນເຟີ້ໃນລາວ ຢູ່ ທີ່ 24,9% ໃນເດືອນມີນາ ເຊິ່ງເພີ່ມ ຂຶ້ນ 1,3% ຈາກເດືອນກຸມພາ ແລະ ເພີ່ມຂຶ້ນ 25% ເມື່ອທຽບໃສ່ໄລຍະ ດຽວກັນຂອງປີ 2023. ອັດຕາເງິນເຟີ້ ທີ່ເພີ່ມຂຶ້ນ ເຮັດ ໃຫ້ລາຄາອາຫານ, ການບໍລິການ ໂຮງແຮມ ແລະ ຮ້ານອາຫານເພີ່ມ ສູງກວ່າລາຍຮັບຂອງແຮງງານ ເຮັດໃຫ້ກຳລັງຊື້ພາຍໃນປະເທດນັ້ນ ຫລຸດລົງ. ການຫລຸດລົງຂອງກໍາລັງການ ຊື້ຂອງຄົວເຮືອນມີຜົນສະທ້ອນຢ່າງ ຫລວງຫລາຍຕໍ່ອະນາຄົດຂອງ ເສດຖະກິດລາວ. ADB ກ່າວວ່າ ນັກຮຽນຈະອອກໂຮງຮຽນຫລາຍ ຂຶ້ນ ແລະ ການເຄື່ອນຍ້າຍແຮງງານ ອາດຈະເພີ່ມຂຶ້ນເມື່ອຄົນຊອກຫາ ໂອກາດການຈ້າງງານຢູ່ບ່ອນອື່ນ. ແຕ່ເຖິງແນວໃດກໍດີ ສປປ ລາວ ກໍໄດ້ຕັ້ງເປົ້າໝາຍໄວ້ວ່າການເປີດປີ ທ່ອງທ່ຽວລາວ, ການເປັນປະທານ ອາຊຽນປີ 2024 ແລະ ການເຮັດ ກິດຈະກໍາໂຄສະນາຕ່າງໆຈະຊ່ວຍ ຍູ້ແຮງເຮັດໃຫ້ວຽກງານທ່ອງທ່ຽວ ດີຂຶ້ນຕາມລໍາດັບ ແລະ ຄາດວ່າປີນີ້ ຈະສາມາດຶງດູດນັກທ່ອງທ່ຽວໃຫ້ ໄດ້ຢ່າງໜ້ອຍ 3 ລ້ານກວ່າຄົນ. * ສັບປະດາດີຈິຕອນ 2024 ຈັດ ຂຶ້ນໃນຕົ້ນປີນີ້ພາຍໃຕ້ຄໍາຂວັນ “ຫັນ ເປັນດີຈິຕອນ ເພື່ອຫັນປ່ຽນການພັດ ທະນາເສດຖະກິດ-ສັງຄົມ ໄປສູ່ຄຸນນະ ພາບໃໝ່ ແລະ ເພີ່ມທະວີການເຊື່ອມ ຈອດຢ່າງແຂງແຮງ ຫລື Digital Transformation towards the Greater Soc io-Economy Development and Resilient Connectivity” ຂະນະທີ່ ການຊົມໃຊ້ ອິນເຕີເນັດກາຍເປັນປັດໄຈທີ 5 ຂອງ ມະນຸດທີ່ສໍາຄັນບໍ່ໜ້ອຍກວ່າປັດໄຈທີ 4 ທີ່ເຄີຍຮູ້ກັນມາແຕ່ດົນນານ (ອາຫານ, ເຄື່ອງນຸ່ງຫົ່ມ, ຢາປິ່ນປົວພະຍາດ ແລະ ທີ່ຢູ່ອາໄສ). ຫວ່າງບໍ່ດົນມານີ້, ກະຊວງເຕັກໂນ ໂລຊີ ແລະ ການສື່ສານໄດ້ມີການລາຍ ງານວ່າ: ປັດຈຸບັນນີ້, ທົ່ວປະເທດລາວ ມີຜູ້ຊົມໃຊ້ອິນເຕີເນັດປະມານ 4 ລ້ານ ກວ່າຄົນ ຫລື 62% ຂອງຈໍານວນ ປະ ຊາກອນທັງໝົດ, ທຽບໃສ່ສະຖິຕິ ປີ 2013 ທີ່ມີຜູ້ຊົມໃຊ້ອິນເຕີເນັດມີພຽງ ແຕ່ 8 ແສນກວ່າຄົນ ເຊິ່ງໄດ້ເພີ່ມຂຶ້ນ ເກືອບ 6 ເທົ່າໃນໄລຍະ 10 ປີຜ່ານມາ. ຈາກກໍລະນີດັ່ງກ່າວ, ໄດ້ສົ່ງຜົນ ທາງບວກ ແລະ ທາງລົບໄປຄວບຄູ່ກັນ ອັນພົ້ນເດັ່ນດ້ານບວກຄື: ເຮັດໃຫ້ການ ຄ້າຂາຍ ແລະ ຕິດຕໍ່ພົວພັນດ້ານຂໍ້ມູນ ຂ່າວສານວ່ອງໄວຂຶ້ນ, ປະຢັດເວລາ, ປະຢັດເງິນ. ນອກຈາກນັ້ນຍັງເຮັດໃຫ້ພໍ່ ຄ້າແມ່ຄ້າຫລຸດຜ່ອນຕົ້ນທຶນໃນການ ຄ້າຂາຍໄດ້ຫລາຍຂຶ້ນເກືອບເຄິ່ງໜຶ່ງ ຫລື ປະມານ 50% ເນື່ອງຈາກວ່າບໍ່ໄດ້ ເຊົ່າສະຖານທີ່ຂາຍເຄື່ອງແບບລະບົບ ຂາຍໜ້າຮ້ານແລະຫລຸດຜ່ອນຂັ້ນຕອນ ຕ່າງໆໄດ້ຢ່າງສົມເຫດສົມຜົນ ພ້ອມກັນ ນີ້ຍັງເຮັດໃຫ້ຄົນເຂົ້າເຖິງຂໍ້ມູນຂ່າວ ສານໄດ້ວ່ອງໄວທັນໃຈຈາກສູນກາງ ສູ່ຊົນນະບົດ ແລະ ຊົນນະບົດສູ່ສູນ ກາງ ເຊິ່ງເຮັດໃຫ້ເກີດມີການກວດສອບ ຄວາມບໍ່ໂປ່ງໃສ ແລະ ບໍ່ຍຸຕິທໍາໃນບາງ ດ້ານໄດ້ ເຖິງແນວໃດກໍຕາມຄຽງຄູ່ ດ້ານດີທີ່ເປັນບວກ ແຕ່ກໍມີດ້ານລົບ ເຊັ່ນກັນ ເຊິ່ງສົ່ງຜົນກະທົບຕໍ່ຄວາມໝັ້ນ ຄົງ, ຄວາມປອດໄພ ແລະ ການສວຍ ໂອກາດອື່ນໆໂດຍສະເພາະຂ່າວປອມ ທີ່ເສກສັນປັ້ນແຕ່ງຂຶ້ນໄດ້ງ່າຍ, ການ ກວດສອບ ແລະ ເກັບພາສີລາຍຈາກໄດ້ ການຄ້າຂາຍອອນລາຍອາດມີຄວາມ ຫຍຸ້ງຍາກເພີ່ມຂຶ້ນ ແລະ ອື່ນໆ. ອີງຕາມຂໍ້ມູນຈາກກິດຈະກໍາສັບ ປະດາດີຈິຕອນ 2024 (Digital Week) ຈະຈັດຂຶ້ນໃນລະຫວ່າງວັນທີ 10-14 ມັງກອນ 2024, ທີ່ ຫໍປະຊຸມ ແຫ່ງຊາດ, ນະຄອນຫລວງງວຽງຈັນ, ພາຍໃຕ້ ຄໍາຂວັນ: “ຫັນເປັນດີຈິຕອນ ເພື່ອຫັນປ່ຽນ ການພັດທະນາເສດຖະ ກິດ-ສັງຄົມ ໄປສູ່ຄຸນະພາບໃໝ່ ແລະ ເພີ່ມທະວີການເຊື່ອມຈອດຢ່າງແຂງ ແຮງ” ເຊິ່ງມີຈຸດປະສົງເພື່ອໂຄສະນາ ເຜີຍແຜ່ ແລະ ສ້າງຈິດສໍານຶກໃຫ້ທົ່ວສັງ ຄົມມີຄວາມຮັບຮູ້ແລະເຂົ້າໃຈກ່ຽວກັບ ການຫັນເປັນອຸດສາຫະກໍາທັນສະໄໝ ແລະ ພັດທະນາເສດຖະກິດດີຈິຕອນ ຂອງ ສປປ ລາວ; ເພື່ອສົ່ງເສີມການ ນໍາໃຊ້ເຕັກໂນໂລຊີນະວັດຕະກຳ, ເຕັກ ໂນໂລຊີການສື່ສານຂໍ້ມູນຂ່າວສານ (ICT), ໂທລະຄົມມະນາຄົມ ແລະ ດີຈິ ຕອນທີ່ທັນສະໄໝ ເຂົ້າໃນທຸກຂະແໜງ ການພັດທະນາເສດຖະກິດ-ສັງຄົມ ແຕ່ ສູນກາງລົງຮອດທ້ອງຖິ່ນ; ເພື່ອຊຸກ ຍູ້ຂະບວນການຜະລິດສິນຄ້າ, ການບໍ ລິການ ໃຫ້ກາຍເປັນຜະລິດຕະພັນທີ່ມີ ຄວາມຫລາກຫລາຍສ້າງມູນຄ່າເພີ່ມ, ສາມາດແຂ່ງຂັນໃນຕະຫລາດ ພາຍໃນ ແລະ ຕ່າງປະເທດ ແລະ ເພື່ອຄັດເລືອກ ເອົາຜະລິດຕະພັນໄອຊີທີ ແລະ ດີຈິຕອນ ຂອງ ສປປ ລາວ ເຂົ້າຮ່ວມແຂ່ງຂັນ ໃນ ລະດັບເວທີອາຊຽນ ແລະ ສາກົນເປັນ ຕົ້ນແມ່ນການແຂ່ງຂັນ ASEAN ICT Award 2024. ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະ ມົນຕີ ກະຊວງເຕັກໂນໂລຊີ ແລະ ການ ສື່ສານ ໄດ້ກ່າວວ່າ: ງານສັບປະດາດີຈິ ຕອນ 2024 ເປັນງານມະຫະກຳດ້ານ ເຕັກໂນໂລຊີ ແລະ ການສື່ສານ ພາຍໃນ ງານມີການວາງສະແດງເຕັກໂນໂລຊີ ຂໍ້ມູນຂ່າວສານ, ໂທລະຄົມມະນາ ຄົມ ແລະ ນະວັດຕະກຳຂອງທຸລະກິດ startup ຈາກພາຍໃນ ແລະ ຕ່າງປະ ເທດ ຈຳນວນ 100 ກວ່າ ຮ້ານວາງສະ ແດງ ພ້ອມນັ້ນຍັງປະກອບມີຫລາຍ ກິດຈະກໍາຈັດຂຶ້ນພ້ອມກັນຢ່າງເປັນ ຂະບວນຟົດຟື້ນ ເປັນຕົ້ນແມ່ນ ກອງປະ ຊຸມລະດັບສູງ ທີ່ໄດ້ເຊື້ອເຊີນບັນດາ ລັດ ຖະມົນຕີຈາກປະເທດອ້ອມຂ້າງເຂົ້າ ຮ່ວມ; ກອງປະຊຸມສຳມະນາເປັນຕົ້ນ ແມ່ນເຕັກໂນໂລຊີ ອຸດສາຫະກຳ 4.0, ເສດຖະກິດດີຈິຕອນ, ເຕັກໂນໂລ ຊີອັດ ສະລິຍະ ແລະ ເຕັກໂນໂລຊີກຸ່ມຂໍ້ມູນຜູກ ພັນ (Blockchain); ເວທີການພົບປະ (Networking) ເພື່ອສົນທະນາປຶກ ສາຫາລື ແລະ ແລກປ່ຽນຄໍາເຫັນກ່ຽວ ກັບການຄົ້ນຄວ້າ ແລະ ການລົງທຶນ ທາງດ້ານເຕັກໂນໂລຊີ ແລະ ການສື່ ສານລະຫວ່າງພາກລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ; ກິດ ຈະກໍາແຂ່ງຂັນ Lao ICT Awards 2024, ການແຂ່ງຂັນຄວາມປອດໄພ ທາງໄຊເບີ, Start-up ແລະ ນະວັດ ຕະກໍາຕ່າງໆ ແລະ ພິເສດ ໃນງານຄັ້ງນີ້ ຈະໄດ້ມີພິທີປະກາດ ວັນດີຈິຕອນ ຂອງ ສປປ ລາວ ຄື ວັນທີ 10 ມັງກອນ ເຊິ່ງ ຈະເປັນເຫດການປະຫວັດສາດ ທີ່ສໍາ ຄັນໃນການຫັນເປັນທັນສະໄໝແບບ ດີຈິຕອນ ຂອງ ສປປ ລາວ. ພ້ອມນັ້ນ, ຍັງຈະເປັນການເປີດໂອ ກາດ ໃນການຮ່ວມມື ແລະ ດຶງດູດການ ລົງທຶນ ເພື່ອປະກອບສ່ວນໃນການພັດ ທະນາພື້ນຖານໂຄງລ່າງ, ສົ່ງເສີມແລະ ເຜີຍແຜ່ການນໍາໃຊ້ຜົນການຄົ້ນຄວ້າ ວິທະຍາສາດ, ເຕັກໂນໂລຊີຂໍ້ມູນຂ່າວ ສານ, ນະວັດຕະກຳ, ອຸດສາຫະກໍາການ ຜະລິດ, ການບໍລິການ ການພັດທະນາ ຊັບພະຍາກອນມະນຸດ ດ້ານເຕັກໂນໂລ ຊີ ແລະ ການສື່ສານ. ທ່ານ ແກ້ວວີສຸກ ໂສລະພົມ ຫົວ ໜ້າສູນອິນເຕີເນັດແຫ່ງຊາດ ໄດ້ລາຍ ງານວ່າລັດຖະບານ ໄດ້ຮັບຮອງໂດຍ ຫລັກການ ກ່ຽວກັບວິໄສທັດ 20 ປີ (2021-2040), ຍຸດທະສາດ 10 ປີ (2021-2030)ແລະ ແຜນພັດທະນາ ເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 5 ປີ ຄັ້ງທີ I (2021-2025) ໂດຍ ອີງໃສ່ແນວທາງ ຂອງພັກ ແລະ ແຜນ ນະໂຍບາຍຂອງລັດຖະບານ, ບົດຮຽນ ຈາກສະພາບການພັດທະນາເສດຖະ ກິດຕົວຈິງ ຢູ່ປະເທດເຮົາໃນໄລຍະຜ່ານ ມາ ສົມທົບກັບການພັດທະນາເສດຖະ ກິດດີຈິຕອນຂອງພາກພື້ນແລະສາກົນ, ໂດຍສະເພາະຈາກປະເທດເພື່ອນມິດ ຍຸດທະສາດ. ແຜນດັ່ງກ່າວຈະປະກອບ ເຂົ້າໃນແຜນພັດທະນາເສດຖະກິດສັງຄົມ ແຫ່ງຊາດ ຄັ້ງທີ IX (20212025), ເພື່ອໃຫ້ ເສດຖະກິດດີຈິຕອນ ເງິນກີບແລະການເພີ່ມຄ່າຈ້າງ. ລາ ຄາຄາດວ່າຈະເພີ່ມຂຶ້ນ ໂດຍສະເລ່ຍ ກາຍເປັນສ່ວນໜຶ່ງທີ່ສຳຄັນ ປະກອບ ສ່ວນເຂົ້າໃນການພັດທະນາເສດຖະ ກິດຂອງຊາດ ໃນຊຸມປີຕໍ່ໜ້າ. ທ່ານຫົວໜ້າສູນອິນເຕີເນັດແຫ່ງ ຊາດຍັງກ່າວ ໝາກຜົນຂອງການຄຸ້ມ ຄອງ,ພັດທະນາແລະນຳໃຊ້ໄອຊີທີກໍຄື ເຕັກໂນໂລຊີດີຈິຕອນ ທີ່ປະກອບສ່ວນ ເຂົ້າໃນການຫັນເປັນທັນສະໄໝ ທີ່ຂະ ແໜງການ ປທສ ໄດ້ຈັດຕັ້ງປະຕິບັດໃນ ໄລຍະຜ່ານມາ ເປັນຕົ້ນ ການຂະຫຍາຍ ເຄືອຂ່າຍໂທລະສັບ ແລະ ອິນເຕີເນັດ ທີ່ມີຄວາມຮັບປະກັນ ແລະ ຄອບຄຸມພື້ນ ທີ່ຫລາຍກວ່າ 90%ຂອງປະເທດ, ພື້ນ ຖານໂຄງລ່າງສູນຂໍ້ມູນແຫ່ງຊາດ, ລະ ຫັດຊື່ອິນເຕີເນັດ ໃນນັ້ນປະກອບມີລາຍ ເຊັນເອເລັກໂຕຣນິກ, ການຂຶ້ນທະບຽນ ເລກໝາຍໂທລະສັບ, ລະບົບກອງປະ ຊຸມທາງໄກ, ລະບົບຫ້ອງການທັນສະ ໄໝ (e-Office), ລະບົບສື່ສານພາກ ລັດ(G-Chat), ລະບົບພລັດຟອມເວັບ ໄຊພາກລັດ (G-Web Platform), ການຈ່າຍເງິນຜ່ານທາງມືຖື (Mobile Money) ແລະ ຄວາມປອດໄພທາງ ໄຊເບີ ໃຫ້ແກ່ການສ້າງເສດຖະກິດດີຈິ ຕອນ ແລະ ອຸດສາຫະກຳ 4.0.
RkJQdWJsaXNoZXIy MTc3MTYxMQ==