5856

xtgmf]k; 3 24/04/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະເໜີ ຮຽບຮຽງໂດຍ: ໄໝຄຳ ຍ້ອມສິນ ແຫລ່ງຂໍ້ມູນຈາກ: ວສລ -tot7k, gvq k.9.lj Iv[fh kodP, fegou odv'xt-5 ,.spj 3 0A o0v'ra d xu oU c0;';P'9a o 9tcdh w0 7v[7q ;m5 dpkd.sh wfh 1.600 7v[7q ; * ທ່ານ ແກ້ວ ພິມມະວົງ ເຈົ້າ ເມືອງຊະນະຄາມ ແຂວງວຽງຈັນ ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ໃນ ການກະກຽມວຽກງານຮອບດ້ານ ໃຫ້ແກ່ການດຳເນີນກອງປະຊຸມ ໃຫຍ່ 3 ຂັ້ນຂອງພັກວ່າ: ພາຍຫລັງ ໄດ້ມີຄໍາສັ່ງຂອງຄະນະເລຂາທິການ ສູນກາງພັກເລກທີ 411/ຄລສພ, ລົງວັນທີ 8 ສິງຫາ2023; ຄໍາແນະ ນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 211/ຄຈສພ, ລົງວັນທີ 16 ສິງຫາ 2023; ຄຳສັ່ງຂອງຄະນະ ປະຈຳພັກແຂວງວຽງຈັນເລກທີ 019, ເລກທີ 020/ຄປພ.ວຈ; ຄຳ ແນະນຳຂອງຄະນະຈັດຕັ້ງແຂວງ ວຽງຈັນ ເລກທີ785/ຄຈຂ.ວຈ, ລົງ ວັນທີ 2 ຕຸລາ 2023 ວ່າດ້ວຍການ ກະກຽມ ແລະ ດໍາເນີນກອງປະຊຸມ ໃຫຍ່ 3 ຂັ້ນຂອງພັກ ແລະ ໜັງສື ແຈ້ງການຂອງຫ້ອງວ່າການແຂວງ ວຽງຈັນ ເລກທີ 889/ຫວຂ.ວຈ, ລົງວັນທີ 22 ທັນວາ 2023 ກ່ຽວ ກັບແຜນການເຄື່ອນໄຫວລົງຊຸກຍູ້ ການກະກຽມດ້ານເນື້ອໃນຮອບດ້ານ ກອງປະຊຸມໃຫຍ່ຂອງອົງຄະນະ ພັກເມືອງ, ຄະນະພັກກໍໄດ້ຈັດຕັ້ງ ຜັນຂະຫຍາຍອອກເປັນຄໍາສັ່ງ ແລະ ມະຕິຕົກລົງຂອງຄະນະປະຈຳພັກ ເມືອງວ່າດ້ວຍການແຕ່ງຕັ້ງຄະນະ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຮັບຜິດຊອບກະກຽມ ແລະ ດຳເນີນ ກອງປະຊຸມໃຫຍ່ ສະໄໝທີ VIII. ທ່ານ ແກ້ວ ພິມມະວົງ ໃຫ້ຮູ້ອີກ ວ່າ: ມາຮອດປັດຈຸບັນເມືອງໄດ້ສໍາ ເລັດການດໍາເນີນກອງປະຊຸມໃຫຍ່ ຄະນະອົງການປົກຄອງບ້ານສຳ ເລັດ 32 ບ້ານ, ຍັງ 1 ບ້ານ ແລະ ກໍາ ລັງດໍາເນີນກອງປະຊຸມໃຫຍ່ຂອງ ບັນດາໜ່ວຍພັກພາຍໃນສໍານັກ ງານ, ອົງການ ແລະ ກົມກອງພາຍ ໃນເມືອງ, ຫລັງຈາກອະນຸກຳມະ ການເນື້ອໃນ ແລະ ອະນຸກຳມະການ ດ້ານບຸກຄະລາກອນຂັ້ນແຂວງໄດ້ ລົງມາຕິດຕາມກວດກາ ແລະ ຊຸກຍູ້ ການກະກຽມຄວາມພ້ອມຮອບດ້ານ (ຮອບທີ I) ແລ້ວ, ເມືອງໄດ້ເປີດ ກອງປະຊຸມຈັດຕັ້ງເຜີຍແຜ່ເຊື່ອມ ຊຶມໃຫ້ຄະນະບໍຫານງານພັກເມືອງ, ຄະນະພັກຮາກຖານ, ຄະນະໜ່ວຍ ພັກ ແລະ ອະນຸກຳມະການຮັບຜິດ ຊອບແຕ່ລະດ້ານໄດ້ຮັບຮູ້ເຂົ້າໃຈ, ກຳແໜ້ນເນື້ອໃນດັ່ງກ່າວ, ສ້າງ ຄວາມເປັນເອກະພາບໃນການຈັດ ຕັ້ງປະຕິບັດໂດຍມອບໃຫ້ແຕ່ລະອະ ນຸກຳມະການຈັດຕັ້ງຜັນຂະຫຍາຍ ເປັນແຜນການ, ແຜນວຽກລະອຽດ ຕາມຄວາມຮັບຜິດຊອບຂອງຕົນ ເປັນຕົ້ນ: ການກະກຽມດ້ານເນື້ອໃນ ບົດຕ່າງໆ, ສັບຊ້ອນຈັດວາງບຸກຄະ ລາກອນຂຶ້ນແຜນງົບປະມານ-ແຜນ ອຸປະກອນຮັບໃຊ້ຕ່າງໆ, ແຜນຄາດ ຄະເນເປົ້າໝາຍເຂົ້າຮ່ວມກອງປະ ຊຸມໃຫຍ່ສ້າງຂະບວນການ, ພິທີ ການ,ສະຖານທີ່ຕ່າງໆ,ຂະບວນການ ປ້ອງກັນຄວາມສະຫງົບເປັນລະ ບຽບຮ້ອຍໃນທົ່ວເມືອງ ແລະ ເອກະ ພາບກໍານົດໄລຍະເວລາເປີດກອງ ປະຊຸມໃຫຍ່ຂັ້ນເມືອງ ສະໄໝທີVIII. ຈາກນັ້ນ, ອະນຸກໍາມະການແຕ່ ລະດ້ານໄດ້ເອົາໃຈໃສ່ເຕົ້າໂຮມຄະ ນະຮັບຜິດຊອບຂອງຕົນເພື່ອປຶກສາ ຫາລື, ສ້າງຄວາມເປັນເອກະພາບ, ແບ່ງຄວາມຮັບຜິດຊອບຢ່າງລະ ອຽດໂດຍສະເພາະອະນຸກຳມະການ ເນື້ອໃນໄດ້ກວດກາຄືນຈຳນວນ ເອກະສານຕ່າງໆ ທີ່ໃຊ້ເຂົ້າໃນກອງ ປະຊຸມໃຫຍ່, ກຳນົດຫ້ອງເຮັດວຽກ ພ້ອມທັງແບ່ງຄວາມຮັບຜິດຊອບ ຢ່າງລະອຽດໃນການກະກຽມບົດ ຈຳນວນ 24 ບົດ. ໂດຍເບື້ອງຕົ້ນ ແມ່ນເລັ່ງໃສ່ກະກຽມເນື້ອໃນ 4 ບົດ ໃຫຍ່ຄື: ບົດລາຍງານການເມືອງ, ບົດແຜນພັດທະນາເສດຖະກິດ-ສັງ ຄົມໂດຍໄດ້ແບ່ງອອກ ເປັນ 2 ທີມ ງານຮັບຜິດຊອບ, ມາຮອດປັດຈຸບັນ ການກະກຽມເນື້ອໃນບົດລາຍງານ ການເມືອງແມ່ນສຳເລັດ 30% ແລະ ແຜນພັດທະນາເສດຖະກິດສັງຄົມສຳເລັດ 30% ແລະ ບົດປິ່ນ ອ້ອມຕ່າງໆຄາດວ່າຈະໃຫ້ສຳເລັດ ໃນລະຫວ່າງເດືອນ 4 ຫາເດືອນ 6 ປີ 2024, ສໍາລັບການເປີດກອງປະ ຊຸມໃຫຍ່ ສະໄໝທີ VIII ຜູ້ແທນອົງ ຄະນະພັກເມືອງຊະນະຄາມຄາດວ່າ ຈະໃຫ້ສໍາເລັດໃນລະຫວ່າງເດືອນ 10 ຫາເດືອນ 12 ປີ 2024. ດາອົງການນໍາພາຂອງພັກ ຕ້ອງໄດ້ ຮັບການເລືອກຕັ້ງຢ່າງປະຊາທິປະ ໄຕ ແລະ ຈະລົບລ້າງເວລາໃດກໍ່ໄດ້ ຖ້າເຂົາເຈົ້າບໍ່ເຮັດສໍາເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ; ພັກຕ້ອງແມ່ນ ກ້ອນກໍາລັງທີ່ເປັນເອກະພາບທາງ ດ້ານການເມືອງ-ແນວຄິດ-ການ ຈັດຕັ້ງ, ບົນພື້ນຖານອີງໃສ່ລັດທິສັງ ຄົມນິຍົມວິທະຍາສາດຢ່າງແໜ້ນ ແຟ້ນ ຈຶ່ງເຮັດໃຫ້ພັກກາຍເປັນກໍາ ລັງການເມືອງທີ່ມີຄວາມສາມາດ ດຶງດູດມະຫາຊົນສ່ວນຫລາຍ ເຂົ້າ ຮ່ວມໃນການຕໍ່ສູ້ຕ້ານຊົນຊັ້ນນາຍ ທຶນ ແລະ ກໍ່ສ້າງລັດທິກອມມູນິດ… ສໍາລັບທ່ານ ເລນິນ ແມ່ນໄດ້ສືບ ທອດແນວຄິດ-ທິດສະດີຂອງທ່ານ ກາກມາກ ແລະ ອັງແກນ ເຊິ່ງບັນ ດາຫລັກການພື້ນຖານຂອງ ເລນິນ ກ່ຽວກັບພັກແບບໃໝ່ຂອງຊົນຊັ້ນ ກໍາມະກອນ ມີບາງເນື້ອໃນສໍາຄັນ ພື້ນຖານຄື:ລັດທິມາກແມ່ນພື້ນຖານ ແນວຄິດ, ແມ່ນເຂັມຊີ້ທິດໃຫ້ທຸກ ການເຄື່ອນໄຫວຂອງພັກກອມມູ ນິດ; ພັກກອມມູນິດແມ່ນກອງນໍາ ໜ້າທາງດ້ານການເມືອງທີ່ມີການ ຈັດຕັ້ງ, ແມ່ນຖັນແຖວທີ່ມີການຈັດ ຕັ້ງແໜ້ນໜາກ່ອນໝູ່, ປະຕິວັດກ່ອນ ໝູ່ແລະມີຄວາມຕື່ນຕົວກ່ອນໝູ່ຂອງ ຊົນຊັ້ນກໍາມະກອນ; ເມື່ອເປັນພັກ ກໍາ ອໍານາດ ພັກແມ່ນແກນນໍາຂອງລະ ບົບການເມືອງສັງຄົມນິຍົມ ແລະ ແມ່ນພາກສ່ວນໜຶ່ງຂອງລະບົບດັ່ງ ກ່າວ; ລວມສູນປະຊາທິປະໄຕ ແມ່ນຫລັກການພື້ນຖານໃນການກໍ່ ສ້າງການຈັດຕັ້ງ, ການດໍາລົງຊີວິດ ແລະ ການເຄື່ອນໄຫວຂອງພັກ; ພັກ ແມ່ນກ້ອນກໍາລັງເອກະພາບ ທາງດ້ານການເມືອງ,ແນວຄິດແລະ ການຈັດຕັ້ງ, ຖືເອົາການຕໍາໜິຕິຊົມ ຕົນເອງ ແລະ ຕິຊົມກັນເປັນກົດເກນ ຂະຫຍາຍຕົວຂອງພັກ; ພັກ ພົວພັນ ສະໜິດແໜ້ນກັບມະຫາຊົນ, ຕໍ່ສູ້ ຢ່າງເດັດດ່ຽວ ເພື່ອສະກັດກັ້ນ ແລະ ແກ້ໄຂພະຍາດອາດຍາສິດ, ຫ່າງ ເຫີນມະຫາຊົນ. ຄືດັ່ງຮັບຮູ້ນໍາກັນແລ້ວວ່າ ທິດ ສະດີຮູບຖານເສດຖະກິດ-ສັງຄົມ ແມ່ນພື້ນຖານທິດສະດີ ແລະ ວິທີວິ ທະຍາຂອງລັດທິມາກ-ເລນິນ ທີ່ໃຊ້ ເພື່ອເຂົ້າເຖິງການຄົ້ນຄວ້າ-ອະທິ ບາຍ, ຄາດຄະເນການຂະຫຍາຍຕົວ ທີ່ມີລັກສະນະປະຫວັດສາດ, ທໍາ ມະຊາດຂອງສັງຄົມມະນຸດເວົ້າ ລວມ, ເວົ້າສະເພາະແມ່ນຂອງແຕ່ ລະປະເທດ. ສໍາລັບພັກປະຊາຊົນ ປະຕິວັດລາວ ກໍ່ແມ່ນພັກທີ່ໄດ້ຍຶດ ໝັ້ນລັດທິມາກ-ເລນິນ ແລະ ນໍາມາ ໝູນໃຊ້ໃນພຶດຕິກໍາຕົວຈິງຢູ່ປະເທດ ເຮົາຢ່າງປະດິດສ້າງ, ສໍາເລັດຜົນ ແລະຍືນຍົງໂດຍພັກເຮົາຖືເອົາການ ວາງແນວທາງຍຸດທະສາດ, ຍຸດ ໂທບາຍຢ່າງຖືກຕ້ອງເປັນບັນຫາ ສໍາຄັນ ເພື່ອສືບຕໍ່ປັບປຸງພັກ ໃຫ້ມີ ຄວາມເຂັ້ມແຂງ, ໜັກແໜ້ນ, ເຮັດ ລ້ອນພາລະກໍາປະຫວັດສາດອັນຍິ່ງ ໃຫຍ່ຄື: “ແກ້ໄຂຄວາມທຸກຍາກ ຂອງປະຊາຊົນແລະຄວາມດ້ອຍພັດ ທະນາຂອງປະເທດຊາດ” ນັ້ນແມ່ນ ການໝູນໃຊ້ທິດສະດີມາກ-ເລນິນ ທີ່ຖືກຕ້ອງທີ່ສຸດ. co;7y f my fltfu ,kd{g]oy o pn opq '.o3]dcsj '7;k,9y ' (ເນື່ອງໃນໂອກາດວັນຄ້າຍວັນເກີດ ທ່ານ ເລນິນ 22 ເມສາ 1870-22 ເມສາ 2024) * ວັນທີ 22 ເມສາ 1870 ເປັນ ອີກວັນໜຶ່ງທີ່ມີຄວາມໝາຍສຳຄັນ ທາງປະສາດຂອງຊົນຊັ້ນກຳມະ ກອນໃນທົ່ວໂລກ ແລະ ຂອງບັນດາ ປະເທດສັງຄົມນິຍົມ ເພາະເປັນວັນ ເກີດຂອງຜູ້ນຳທີ່ຍິ່ງໃຫຍ່ຂອງລະ ບົບສັງຄົມນິຍົມ ນັ້ນກໍຄື ທ່ານ ວະ ລາດີເມຍ ອິລິສ ເລນິນ ຊຶ່ງປີນີ້ກໍຄົບ ຮອບ 154 ປີພໍດີ (22/04/187022/04/2024). ດັ່ງນັ້ນ ໃນມື້ນີ້ຈຶ່ງ ຮິບໂຮມຂໍ້ມູນ ຈໍານວນໜຶ່ງທີ່ພົວພັນ ເຖິງຜົນງານອັນໃຫຍ່ຫລວງ ຂອງ ທ່ານ ເລນິນ ໃນການຜັນຂະຫຍາຍ ແນວຄິດຂອງທ່ານ ມາກ-ອັງແກນ ກ່ຽວກັບພັກກອມມູນິດ ທີ່ຍອດຍິ່ງ ບາງສ່ວນມາສຶກສານໍາກັນ. ເມື່ອເວົ້າເຖິງຜົນງານອັນຍິ່ງ ໃຫຍ່ຂອງ ທ່ານ ເລນິນ, ພວກເຮົາ ຕ້ອງບໍ່ລືມບັນດາສາຍກ້ຽວພັນ, ໂດຍສະເພາະບຸກຄົນສໍາຄັນທີ່ມີ ບົດບາດເຮັດໃຫ້ທ່ານ ເລນິນປະສົບ ຜົນສໍາເລັດ ທັງທາງດ້ານການຄົ້ນ ຄວ້າທິດສະດີ ແລະ ນໍາໃຊ້ເຂົ້າໃນ ພຶດຕິກໍາຕົວຈິງ ນັ້ນແມ່ນແນວຄິດ ທິດສະ ດີຂອງທ່ານ ກາກມາກ ແລະ ອັງແກນ ກ່ຽວກັບພັກກອມມູນິດ. ທ່ານ ກາກມາກ ແລະ ອັງແກນ ແມ່ນຜູ້ທໍາອິດທີ່ໄດ້ຍົກບັນດາແນວ ຄິດພື້ນຖານກ່ຽວກັບພັກກອມມູນິດ ແລະ ຮ່າງຖະແຫລງການຂອງ ພັກ ກອມມູນິດ ທີ່ເປັນເອກະສານໃນລັກ ສະນະໂຄງການການເມືອງທໍາອິດ ຂອງຂະບວນການກອມມູນິດ, ກໍ່ຄື ການສ້າງຕັ້ງອົງການ ຈັດຕັ້ງກອມ ມູນິດທໍາອິດຂຶ້ນຢູ່ໃນໂລກ ເຊິ່ງມີຊື່ ວ່າ ພັນທະມິດບັນດາພັກກອມມູນິດ. ພວກເພິ່ນ ໄດ້ຮຽກຮ້ອງໃຫ້ກອງນໍາ ໜ້າປະຕິວັດສອງຊົນຊັ້ນ ຕ້ອງປະ ກອບອາວຸດດ້ວຍທິດສະດີທີ່ກ້າວ ໜ້າ, ມີລະດັບຄວາມຕື່ນຕົວສູງ. ພ້ອມດຽວກັນນັ້ນ ໃນພຶດຕິກໍາຕົວ ຈິງ ພັກຕ້ອງເປັນຜູ້ທີ່ເດັດດ່ຽວ ກ່ອນໝູ່ ແລະ ຮູ້ດຶງດູດເອົາມະຫາ ຊົນກ້າວໜ້າເດີນໄປໜ້າພ້ອມກັນ... ໂດຍພາຍໃຕ້ການຊີ້ນໍາຂອງ ທ່ານ ກາກມາກ ແລະ ອັງແກນ, ກົດລະ ບຽບຂອງພັນທະມິດບັນດາຊາວ ກໍາມະກອນ ໄດ້ຮັບການຮ່າງຂຶ້ນ; ກົດລະບຽບດັ່ງກ່າວ ມີບາງເນື້ອໃນ ສໍາຄັນ ເປັນຕົ້ນ ພັກຕ້ອງແມ່ນຖັນ ແຖວທີ່ມີການຈັດຕັ້ງແໜ້ນໜາ; ບັນ * ທ່ານ ຄໍາພັນ ສິດທິດໍາພາ ເຈົ້າ ແຂວງໆວຽງຈັນ ໄດ້ໃຫ້ສໍາພາດຕໍ່ສື່ ມວນຊົນເມື່ອບໍ່ດົນມານີ້ກ່ຽວກັບຄາດ ໝາຍແກ້ໄຂຄອບຄົວທຸກຍາກຂອງ ແຂວງວຽງຈັນໃນປີີ 2024 ນີ້ວ່າ: ອົງການປົກຄອງແຂວງ ຈະສຸມໃສ່ ການພັດທະນາຊົນນະບົດ ແລະ ແກ້ ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນກັບຂະບວນການຮັກຊາດ ແລະພັດທະນາ,ວຽກ3ສ້າງໃຫ້ເຂົ້າ ສູ່ລວງເລິກ: ຍູ້ແຮງການເປັນເຈົ້າ ການຂອງຄອບຄົວ ເພື່ອສຸມໃສ່ການ ແກ້ໄຂຄວາມທຸກຍາກຂອງຄອບ ຄົວ ໂດຍລະດົມການລົງທຶນຂອງ ຫົວໜ່ວຍທຸລະກິດ ຜູ້ປະກອບການ ພາກເອກະຊົນສົມທົບກັບການລົງ ທຶນຂອງລັດ, ການຊ່ວຍເຫລືອຂອງ ອົງການຈັດຕັ້ງສາກົນເຂົ້າໃສ່ ເພື່ອ ຮັບປະກັນການຄໍ້າປະກັນສະບຽງ ອາຫານ ແລະ ການຊຸກຍູ້ການສ້າງ ເສດຖະກິດຄອບຄົວທີ່ ເປັນທ່າແຮງ ໃຫ້ຫລາຍຂຶ້ນ ເພື່ອແກ້ໄຂໃຫ້ໄດ້ຄອບ ຄົວທີ່ຍັງບໍ່ທັນພົ້ນທຸກໃຫ້ຫລຸດລົງ ເທື່ອລະກ້າວຕາມແຜນກຳນົດໄວ້ໃນ ປີ 2024 ໃຫ້ໄດ້ 1.600 ຄອບຄົວ. ນອກຈາກນີ້, ຈະສ້າງບ້ານພັດ ທະນາ, ຄອບຄົວພັດທະນາໃຫ້ເພີ່ມ ຂຶ້ນ; ກວດກາປະເມີນຄືນການສ້າງ ເມືອງເຂັ້ມແຂງຮອບດ້ານຕາມ 16 ມາດຖານ 60 ຕົວຊີ້ບອກ ແລະ ສ້າງ ບ້ານໃຫຍ່ໃຫ້ເປັນຕົວເມືອງນ້ອຍ ໃນຊົນນະບົດຢູ່ຈຸດສຸມຂອງແຂວງ ໃຫ້ບັນລຸຕາມແຜນການ, ຊຸກຍູ້ການ ສ້າງບ້ານພັດທະນາຊົນນະບົດແບບ ໃໝ່ ທີ່ໄດ້ຮັບການສະໜັບສະໜູນ ຈາກບັນດາອົງການຈັດຕັ້ງສາກົນ ຕ່າງໆ, ສືບຕໍ່ວຽກງານຍົກຍ້າຍ, ຈັດ ສັນພູມລໍາເນົາ ແລະ ອາຊີບ ບ່ອນ ທຳມາຫາກິນຂອງ 3 ບ້ານທີ່ຖຶກຜົນ ກະທົບຈາກການສ້າງພື້ນຖານໂຄງ ລ່າງຢູ່ຈຸດສຸມເມືອງຄີ່ ເມືອງແມດ. ສໍາລັບແຂວງວຽງຈັນ ມີທັງ ໝົດ 428 ບ້ານ, ປີ 2023 ຜ່ານມາ ສາມາດລົບລ້າງບ້ານທຸກຍາກໄດ້ ທັງໝົດແລ້ວ. ແຕ່ຜ່ານການກວດ ກາປະເມີນ ຕາມດຳລັດ 348/ລບ ທົ່ວແຂວງຍັງມີຄອບຄົວທຸກຍາກ 3.720 ຄອບຄົວ, ເທົ່າກັບ 4,72% ຂອງຄອບຄົວທັງໝົດ; ມີບ້ານພັດທະ ນາ 163 ບ້ານ ກວມເອົາ 37,91% ຂອງບ້ານທັງໝົດ ແລະ ມີຄອບຄົວ ພັດທະນາ 63.454 ຄອບຄົວ ເທົ່າກັບ 80,58% ຂອງຄອບ ຄົວ ທັງໝົດ, ກວດກາປະເມີນເມືອງເຂັ້ມ ແຂງຮອບດ້ານຕາມ 16 ມາດຖານ 60 ຕົວຊີ້ບອກ ບັນລຸໄດ້ 3 ເມືອງຄື: ວັງວຽງ, ຫີນເຫີບ ແລະ ທຸລະຄົມ.

RkJQdWJsaXNoZXIy MTc3MTYxMQ==