lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 24/04/2024 xtgmf]k; ຍົກລະດັບການນຳໃຊ້... 30 ປີ ຂົວມິດຕະພາບ... ອົງຄະນະພັກກະຊວງ... ປະທານປະເທດ..ພົບປະ ປະທານປະເທດ...ຢ້ຽມຢາມ... ການເປັນຄູ່ຮ່ວມມືຍຸດທະສາດຮອບ ດ້ານ ແລະ ໝັ້ນຄົງຍາວນານລະ ຫວ່າງສປປລາວແລະຣາຊະອານາ ຈັກກໍາປູເຈຍ ໃຫ້ເລິກເຊິ່ງ ແລະ ມີ ປະສິດທິຜົນຍິ່ງໆຂຶ້ນ. ພິທີຕ້ອນຮັບທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະ ນະຜູ້ແທນຂັ້ນສູງ ໄດ້ຈັດຂຶ້ນຢ່າງ ເປັນທາງການ ແລະ ສົມກຽດ ໃນ ຕອນເຊົ້າວັນທີ 23 ເມສາ 2024 ທີ່ພະຣາຊະວັງແຫ່ງຣາຊະອານາ ຈັກກໍາປູເຈຍ ໂດຍການໃຫ້ກຽດ ຕ້ອນຮັບຂອງພະບາດສົມເດັດ ພະບໍ ລົມມະນຽດ ໂນໂຣດົມ ສີຫາມຸນີ ພະ ມະຫາກະສັດແຫ່ງຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນ ຂັ້ນສູງ. ພາຍຫລັງສໍາເລັດພິທີຕ້ອນຮັບ, ໄດ້ມີກອງປະຊຸມພົບປະສອງຝ່າຍ ຢ່າງເປັນທາງການ ລະຫວ່າງທ່ານ ທອງລຸນ ສີສຸລິດ ແລະ ພະບາດ ສົມເດັດ ພະບໍລົມມະນຽດ ໂນໂຣ ດົມ ສີຫາມຸນີ ພ້ອມດ້ວຍຄະນະຜູ້ແທນ ຂັ້ນສູງຂອງທັງສອງຝ່າຍ. ໃນໂອ ກາດນີ້, ພະບາດສົມເດັດ ພະບໍຣົມມະ ນຽດໂນໂຣດົມ ສີຫາມຸນີ ໄດ້ສະແດງ ຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງຕີລາຄາສູງຕໍ່ການຢ້ຽມ ຢາມທາງລັດຖະກິດຣາຊະອານາ ຈັກ ກໍາປູເຈຍ ໃນຄັ້ງນີ້. ຂະນະດຽວ ກັນ, ທ່ານ ທອງລຸນ ສີສຸລິດ ກໍໄດ້ສະ ແດງຄວາມຂອບໃຈຕໍ່ການຕ້ອນ ຮັບຢ່າງອົບອຸ່ນ ທີ່ເຕັມປ່ຽມໄປດ້ວຍ ໄມຕີຈິດມິດຕະພາບຂອງພະບາດ ສົມເດັດພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ກໍຄື ລັດຖະບານ ແລະ ປະ ຊາຊົນກໍາປູເຈຍ. ການຢ້ຽມຢາມຣາ ຊະອານາຈັກ ກໍາປູເຈຍ ຂອງທ່ານ ທອງລຸນ ສີສຸລິດ ຄັ້ງນີ້ ຖືເປັນການ ຢ້ຽມຢາມທາງລັດຖະກິດຄັ້ງທີ 2 ໃນຖານະເປັນປະທານປະເທດ ແຫ່ງ ສປປ ລາວ ເຊິ່ງມີຄວາມໝາຍສໍາ ຄັນຕໍ່ການເສີມຂະຫຍາຍສາຍພົວ ພັນສອງຝ່າຍ ລະຫວ່າງລາວກຳປູເຈຍ ໃນຖານະເປັນເພື່ອນມິດ ສະໜິດສະໜົມ, ເປັນບ້ານໃກ້ເຮືອນ ຄຽງບ້ານແກ່ວເມືອງດອງທີ່ມີຮີດ ຄອງປະເພນີຄ້າຍຄືກັນມີມູນເຊື້ອ ແຫ່ງການພົວພັນອັນດີມາແຕ່ບູ ຮານນະການ. ໃນການພົບປະ, ສອງຝ່າຍໄດ້ຕີ ລາຄາສູງຕໍ່ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ເສີມຂະ ຫຍາຍການເປັນຄູ່ຮ່ວມມືຍຸດທະ ສາດຮອບດ້ານ ແລະ ໝັ້ນຄົງຍາວ ນານລະຫວ່າງ ສປປລາວ ແລະ ຣາ ຊະອານາຈັກກໍາປູເຈຍ. ໃນປີ 2019 ສອງປະເທດກໍໄດ້ຍົກລະດັບການ ພົວພັນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ແລະ ໝັ້ນຄົງຍາວນານ ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ຮ່ວມກັນ, ສອງປະເທດສືບຕໍ່ສະໜັບ ສະໜູນ ເຊິ່ງກັນ ແລະ ກັນ ໃນເວທີ ພາກພື້ນ ແລະ ສາກົນ, ການນໍາຂັ້ນ ສູງສຸດຂອງ ສອງປະເທດ ມີຄວາມ ໃກ້ຊິດ ແລະ ສະໜິດສະໜົມກັນບໍ່ວ່າ ໃນໄລຍະຕໍ່ສູ້ກູ້ຊາດ ກໍຄືໄລຍະປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ. ນັບແຕ່ສອງປະເທດ ໄດ້ສ້າງຕັ້ງ ສາຍພົວພັນການທູດຮ່ວມກັນໃນປີ 1956 ມາເຖິງປັດຈຸບັນເປັນເວລາ ເກືອບ 68 ປີ, ສປປ ລາວ ຖືວ່າຣາ ຊະອານາຈັກ ກໍາປູເຈຍ ເປັນເພື່ອນ ບ້ານໃກ້ຄຽງທີ່ດີ, ບ້ານແກ່ວເມືອງ ດອງ, ມີສາຍພົວພັນທີ່ມີມູນເຊື້ອ ອັນຍາວນານ. ໃນອະດີດທີ່ຜ່ານມາ ພະມະຫາກະສັດ ໂນໂຣດົມ ສີຫານຸ, ສົມເດັດ ພະບິດາ ຂອງພະບາດສົມ ເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ກໍໄດ້ສະເດັດໄປຢ້ຽມຢາມ ເມືອງວຽງໄຊ, ເຂດປົດປ່ອຍຂອງ ລາວ ອັນໄດ້ເປັນກຳລັງໃຈອັນຍິ່ງ ໃຫຍ່ແກ່ປະຊາຊົນລາວ ໃນການຕໍ່ ສູ້ປົກປ້ອງອະທິປະໄຕຂອງຕົນໃນ ເມື່ອກ່ອນ, ພາຍຫລັງສະຖາປະນາ ສປປ ລາວ ແລະ ຟື້ນຟູຣາຊະອານາ ຈັກ ກຳປູເຈຍ, ພະບາດສົມເດັດ ໂນ ໂຣດົມ ສີຫານຸ ກໍໄດ້ໄປຢ້ຽມຢາມ ສປປ ລາວ ອີກດ້ວຍ. ສປປ ລາວ ຖື ວ່າພະອົງແມ່ນໄດ້ປະກອບສ່ວນອັນ ໃຫຍ່ຫລວງ ເຂົ້າໃນການເສີມຂະ ຫຍາຍສາຍພົວພັນສອງຝ່າຍ ລາວກຳປູເຈຍ ຍ້ອນການພົວພັນລະດັບ ສູງສຸດດັ່ງກ່າວນີ້, ຈຶ່ງເຮັດໃຫ້ສອງ ປະເທດ ລາວ-ກໍາປູເຈຍ ມີມິດຕະ ພາບ ແລະ ການພົວພັນທີ່ດູດດື່ມຕະ ຫລອດມາ, ທັງໄດ້ເພິ່ງພາອາໄສ ເຊິ່ງກັນແລະ ກັນສະເໝີມາ. ສະນັ້ນ, ເພື່ອເປັນສັນຍາລັກແຫ່ງຄວາມ ສຳພັນທີ່ດີ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ, ລັດຖະບານ ແລະ ປະຊາຊົນລາວ ຈຶ່ງ ໄດ້ມອບຊ້າງ ຈຳນວນ 2 ເຊືອກ (ໂຕ) ຄື: ທ້າວ ຈໍາປາ ແລະ ນາງ ລໍາດວນ ໃຫ້ແກ່ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາ ມຸນີ ກໍຄື ປະຊາຊົນກຳປູເຈຍ ໃນໂອ ກາດມາຢ້ຽມຢາມໃນຄັ້ງນີ້. ພ້ອມດຽວກັນນີ້, ສອງຝ່າຍໄດ້ ເຫັນດີເປັນເອກະພາບ ຈະຮ່ວມກັນ ຊຸກຍູ້ໃຫ້ລັດຖະບານທັງສອງປະ ເທດສືບຕໍ່ຈັດຕັ້ງປະຕິບັດບັນດາ ຜົນການຕົກລົງຮ່ວມກັນລະຫວ່າງ ສອງລັດຖະບານລາວ ແລະ ກໍາປູ ເຈຍ ໃຫ້ເປັນຮູບປະທໍາ ເພື່ອນໍາເອົາ ຜົນປະໂຫຍດຕົວຈິງ ມາສູ່ປະເທດ ຊາດ ກໍຄືປະຊາຊົນສອງຊາດລາວກໍາປູເຈຍ ໂດຍສະເພາະບັນດາຜົນ ການຕົກລົງ ແລະ ເອກະສານທີ່ລົງ ນາມຮ່ວມກັນໃນໂອກາດທີ່ສົມເດັດ ມະຫາ ບໍວໍທິບໍດີຮຸນມາແນດ ນາຍົກ ລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ເດີນທາງຢ້ຽມຢາມ ສປປ ລາວຢ່າງເປັນທາງການໃນເດືອນ ມີນາ 2024 ຜ່ານມາ, ທັງຍັງເຫັນ ດີຈະສືບຕໍ່ເສີມຂະຫຍາຍສາຍພົວ ພັນ ແລະ ການຮ່ວມມືທີ່ແໜ້ນແຟ້ນ ເພື່ອສືບຕໍ່ຮັກສາມູນເຊື້ອສາຍສໍາ ພັນລະດັບສູງສຸດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກໍາປູ ເຈຍ ໄວ້ໃຫ້ໝັ້ນຄົງທະນົງແກ່ນຕະ ຫລອດໄປ. ການພົບປະສອງຝ່າຍ ລະຫວ່າງ ທ່ານ ທອງລຸນ ສີສຸລິດ ແລະ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ໄດ້ນໍາເນີນໄປດ້ວຍໄມຕີ ຈິດມິດຕະພາບອັນອົບອຸ່ນ ໂດຍ ສອງຝ່າຍໄດ້ແລກປ່ຽນຄວາມຄິດ ເຫັນເຊິ່ງກັນ ແລະ ກັນຢ່າງເລິກເຊິ່ງ ແລະ ຈິງໃຈເຊິ່ງຈະເປັນພື້ນຖານອັນ ໜັກແໜ້ນຕໍ່ການເພີ່ມທະວີສາຍພົວ ພັນ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ໃຫ້ແໜ້ນແຟ້ນ ຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດ ສູງສຸດມາສູ່ປະເທດຊາດ ກໍຄື ປະ ຊາຊົນສອງຊາດລາວ ແລະກໍາປູ ເຈຍ. ໃນໂອກາດດຽວກັນນີ້, ທ່ານ ທອງລຸນ ສີສຸລິດ ກໍໄດ້ເຊື້ອເຊີນພະ ບາດສົມເດັດ ພະບໍຣົມມະນຽດໂນ ໂຣດົມ ສີຫາມຸນີ ສະເດັດໄປຢ້ຽມ ຢາມ ສປປ ລາວ ໃນເວລາທີ່ເຫັນ ວ່າສະດວກ ເພື່ອເປັນການສືບຕໍ່ ປະກອບສ່ວນເຂົ້າໃນການເສີມຂະ ຫຍາຍສາຍພົວພັນ ລະຫວ່າງສອງ ປະເທດ ໃນໄລຍະໃໝ່ ຊຶ່ງພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ກໍໄດ້ສະແດງຄວາມຍິນ ດີຕອບຮັບການເຊື້ອເຊີນດັ່ງກ່າວ ແລະ ຈະຈັດຫາເວລາອັນເໝາະສົມ ໄປຢ້ຽມຢາມ ສປປ ລາວ. ໃນໂອກາດເດີນທາງຢ້ຽມຢາມ ລັດຖະກິດ ທີ່ຣາຊະອານາຈັກກໍາປູ ເຈຍຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ຍັງໄດ້ໄປວາງພວງມາລາທີ່ອະນຸ ສາວະລີ ພະບາດສົມເດັດ ໂນໂຣດົມ ສີຫານຸ ແລະ ອະນຸສາວະລີເອກະ ລາດ ອີກດ້ວຍ. ຂ່າວ: ກົມການຂ່າວ, ກະຊວງການ ຕ່າງປະເທດ, ພາບ: ເກດສະໜາ ໃນວັນທີ 3 ເມສາ 2024 ທີ່ຜ່ານມາ ໂດຍໄດ້ຮັບຄະແນນສະໜັບສະໜູນ 62 ຄະແນນ ຈາກຈໍານວນສະມາ ຊິກສະພາສູງ ທັງໝົດ 62 ທ່ານ, ເຊິ່ງສະພາແຫ່ງຊາດຂອງລາວ ມີ ຄວາມໜັ້ນໝາຍທີ່ຈະສືບຕໍ່ຮ່ວມມື ກັບສະພາສູງກໍາປູເຈຍ ຢ່າງເລິກ ເຊິ່ງ ແລະ ຕໍ່ເນື່ອງ. ພ້ອມນີ້, ຍັງໄດ້ ສະແດງຄວາມຊົມເຊີຍຕໍ່ຜົນສໍາ ເລັດໃນການພັດທະນາເສດຖະກິດສັງຄົມ ທີ່ລັດຖະບານ ແລະ ປະຊາ ຊົນກຳປູເຈຍ ຍາດມາໄດ້ຕະຫລອດ ໄລຍະເວລາຜ່ານມາ ເຊິ່ງເຫັນ ໄດ້ວ່າປະເທດກຳປູເຈຍ ໄດ້ຮັບການ ພັດທະນາຢ່າງວ່ອງໄວ, ຊີວິດການ ເປັນຢູ່ຂອງປະຊາຊົນ ກໍນັບມື້ນັບ ດີຂຶ້ນເປັນກ້າວໆ. ພ້ອມດຽວກັນນັ້ນ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ສອງຝ່າຍ ໂດຍສະເພາະລະຫວ່າງ ຂະແໜງການນິຕິບັນຍັດຂອງສອງ ປະເທດ, ສະແດງຄວາມດີໃຈທີ່ອົງ ການນິຕິບັນຍັດທັງສອງຝ່າຍໄດ້ມີ ການແລກປ່ຽນການຢ້ຽມຢາມ, ໄປມາຫາສູ່ເຊິ່ງກັນ ແລະ ກັນຢ່າງ ເປັນປົກກະຕິ, ທັງຍັງໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືສອງຝ່າຍທີ່ ໄດ້ນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນທັງສອງຊາດ ເຊິ່ງ ສອງປະເທດ ລາວ ແລະ ກໍາປູເຈຍ ມີຄວາມເຫັນອົກເຫັນໃຈກັນ ແລະ ເອື້ອເຟື້ອເພື່ອແຜ່ຕໍ່ກັນສົມກັບວ່າ ເປັນບ້ານໃກ້ເຮືອນຄຽງທີ່ມີມູນ ເຊື້ອແຫ່ງການພົວພັນອັນດີງາມ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ມາແຕ່ດົນນານ; ສອງຝ່າຍຍັງໄດ້ ຊົມເຊີຍຄວາມຄືບໜ້າຂອງລັດຖະ ບານສອງປະເທດ ທີ່ໄດ້ມີການ ລົງນາມໃນເອກະສານທີ່ສໍາຄັນ ຮ່ວມກັນ ໃນໂອກາດທີ່ ສົມເດັດ ຮຸນ ມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ ເດີນ ທາງຢ້ຽມຢາມສປປລາວຢ່າງເປັນ ທາງການ ໃນທ້າຍເດືອນມີນາ 2024ທີ່ຜ່ານມາ, ພ້ອມທັງສະແດງ ຄວາມຫວ ງຢ່າງຍິ່ງວ່າບັນດາການ ຕົກລົງດັ່ງກ່າວຂອງສອງລັດຖະ ບານ ຈະໄດ້ຮັບການສືບຕໍ່ຈັດຕັ້ງ ປະຕິບັດໃຫ້ເປັນຮູບປະທໍາໂດຍສະ ເພາະແມ່ນການແກ້ໄຂບັນດາຈຸດ ຄົງຄ້າງຂອງເສັ້ນຊາຍແດນລາວກໍາປູເຈຍ ທີ່ຍັງເຫລືອ 14% ໃຫ້ສໍາ ເລັດໂດຍໄວ ເພື່ອນໍາເອົາຜົນປະ ໂຫຍດຕົວຈິງ ມາສູ່ປະຊາຊົນສອງ ຊາດ ລາວ-ກໍາປູເຈຍ. ໂອກາດນີ້,ທ່ານທອງລຸນສີສຸລິດ ກໍໄດ້ນໍາເອົາຄວາມຢ້ຽມຢາມຖາມ ຂ່າວຂອງທ່ານປະທານສະພາແຫ່ງ ຊາດແລະການນໍາລັດຖະບານແຫ່ງ ສປປລາວມາຍັງສົມເດັດອັກຄະມະ ຫາ ເສນາບໍດີ ເຕໂຈ ຮຸນເຊນ ເພື່ອນ ມິດທີ່ສະໜິດສະໜົມ ຂອງປະຊາຊົນ ລາວແລະໄດ້ເຊື້ອເຊີນສົມເດັດພ້ອມ ດ້ວຍຄະນະຜູ້ແທນ ຂັ້ນສູງຂອງ ສະພາສູງກຳປູເຈຍ ໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນ ເວລາອັນເໝາະສົມ. ໃນຂະນະດຽວກັນ, ສົມເດັດອັກ ຄະມະຫາ ເສນາ ບໍດີ ເຕໂຈ ຮຸນເຊນ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການພົບປະກັບ ທ່ານ ທອງລຸນ ສີສຸລິດ ໃນໂອກາດ ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມລັດ ຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ ໃນຄັ້ງນີ້ ເຊິ່ງເປັນການຢ້ຽມຢາມທີ່ ມີຄວາມໝາຍ ແລະ ປະກອບສ່ວນ ສໍາຄັນເຂົ້າໃນການເສີມຂະຫຍາຍ ການພົວພັນຮ່ວມມືຂອງສອງປະ ເທດ ໃຫ້ແໜ້ນແຟ້ນ ແລະ ໃຫ້ໄດ້ຮັບ ການພັດທະນາຍິ່ງໆຂຶ້ນ. ພ້ອມນີ້, ຍັງໄດ້ສະແດງຄວາມຂອບໃຈຕໍ່ ຄວາມຢ້ຽມຢາມຖາມຂ່າວ ແລະ ຄໍາເຊື້ອເຊີນ ຂອງທ່ານປະທານສະ ພາ ແຫ່ງຊາດ ແລະ ການນໍາລັດຖະ ບານ ແຫ່ງ ສປປ ລາວ ແລະ ຈະ ຈັດ ຫາເວລາອັນເໝາະສົມເດີນທາງ ຢ້ຽມຢາມ ສປປ ລາວ ຕາມຄໍາ ເຊື້ອເຊີນ. ຂ່າວ: ກົມການຂ່າວ, ກະຊວງການ ຕ່າງປະເທດ. ພາບ: ເກດສະໜາ ກົນ. ທ່ານ ອາດສະພັງທອງ ສີພັນ ດອນ ເຈົ້າຄອງນະຄອນຫລວງ ວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນ ໃນໂອກາດ ເຂົ້າຮ່ວມພິທີໃສ່ບາດສະ ເຫລີມສະຫລອງການເປີດນໍາໃຊ້ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ຄົບຮອບ 30 ປີ ໃນວັນທີ 21 ເມສາ 2024 ຜ່ານມານີ້ວ່າ: ການກໍ່ສ້າງ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ເປັນຈຸດເລີ່ມຕົ້ນ ໃນການຈັດຕັ້ງຜັນ ຂະຫຍາຍນະໂຍບາຍຂອງພັກລັດ ຖະບານທາງດ້ານທາງຜ່ານຈາກ ແລ່ນລັອກເປັນແລ່ນລິ້ງ ກໍຄືເປີດປະ ຕູສູ່ພາຍນອກ ເຊິ່ງຕະຫລອດໄລ ຍະ 30 ປີ ຜ່ານມາ ນັບແຕ່ເປີດນຳ ໃຊ້ຂົວດັ່ງກ່າວ, ໄດ້ນຳເອົາຜົນປະ ໂຫຍດສູງສຸດ ມາສູ່ປະຊາຊົນລາວ ຢ່າງເປັນຮູບປະທໍາ. ປັດຈຸບັນ, ມີພາ ຫະນະ ເຂົ້າ-ອອກ ຂົວດັ່ງກ່າວໃນ ແຕ່ລະວັນ 7-8 ພັນຄັນ, ຈໍານວນຜູ້ ໂດຍສານແຕ່ລະວັນເກືອບ 10 ພັນ ຄົນ, ເຮັດໃຫ້ມູນຄ່າການຄ້າ-ຂາຍ ນັບມື້ສູງຂຶ້ນ ໂດຍສະເພາະການປະ ຕິບັດພັນທະແຜນງົບປະມານແຫ່ງ ລັດ ໃນແຕ່ລະປີຢູ່ຂົວດັ່ງກ່າວ, ກວມ ເກືອບ 50% ຂອງລາຍຮັບແຫ່ງ ຊາດ ໃນຂອບເຂດທົ່ວປະເທດ ເຊິ່ງ ເປັນການປະກອບສ່ວນເຂົ້າໃນ ການສ້າງສາພັດທະນາປະເທດ ຊາດ. ພ້ອມນີ້, ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ຍັງເປັນຈຸດເລີ່ມ ຕົ້ນ ໃນການເຊື່ອມໂຍງເຊື່ອມຈອດ ໃນການໄປມາຫາສູ່ ລະຫວ່າງປະ ຊາຊົນ ລາວ-ໄທ ແລະ ອະນຸພາກ ພື້ນເຮັດໃຫ້ຈໍານວນນັກທ່ອງທ່ຽວ ເຂົ້າມາ ສປປ ລາວ ກໍຄືນະຄອນ ຫລວງວຽງຈັນ ນັບມື້ເພີ່ມຂຶ້ນ ເຊິ່ງ ນະຄອນຫລວງວຽງຈັນ ຄາດຄະ ເນວ່າ ປີນີ້, ຈະມີນັກທ່ອງທ່ຽວເຂົ້າ ມາທ່ຽວ 5 ລ້ານກວ່າຄົນຂຶ້ນໄປ. ໃນ ນັ້ນ, ຜ່ານຂົວມິດຕະພາບ ແຫ່ງທີ 1 ກວມ 60-70%. ທ່ານ ອາດສະພັງທອງ ສີພັນ ດອນ ຍັງໃຫ້ຮູ້ອີກວ່າ: ປັດຈຸບັນ, ລັດ ຖະບານໄທ ມີຄວາມສົນໃຈຢາກໃຫ້ ມີຂົວມິດຕະພາບ ລາວ-ໄທ ເພີ່ມຂຶ້ນ ຕື່ມອີກ 1 ແຫ່ງ ເພື່ອໃຫ້ຂະບວນຂົນ ສົ່ງທາງລົດໄຟ ລາວ-ຈີນ ສາມາດ ຜ່ານໄປຍັງຣາຊະອານາຈັກໄທໄດ້. ພ້ອມນີ້, ທ່ານ ອາດສະພັງ ທອງ ສີພັນດອນ ຍັງໄດ້ຮຽກຮ້ອງມາຍັງ ພໍ່, ແມ່, ປະຊາຊົນໂດຍສະເພາະຊາວ ນະຄອນຫລວງວຽງຈັນ ຈົ່ງຮ່ວມ ແຮງ-ຮ່ວມໃຈກັນຊົມໃຊ້ຂົວດັ່ງ ກ່າວໃຫ້ເກີດປະໂຫຍດສູງສຸດໃນ ດ້ານການບໍລິການ ແລະ ເພີ່ມຂີດ ຄວາມສາມາດ ເພື່ອໃຫ້ການໄປ-ມາ ຫາສູ່ກັນລະຫວ່າງ ປະຊາຊົນລາວໄທ ນັບມື້ສະດວກ, ສະບາຍຂຶ້ນຕື່ມ ແລະ ຊົມໃຊ້ຢ່າງກວ້າງຂວາງ. ຂ່າວ: ທະນູທອງ, ພາບ: ຂັນໄຊ ປະຊຸມອ້ອມຂ້າງກະຊວງ ສສກ ເຂົ້າຮ່ວມ. ກອງປະຊຸມໄດ້ສະຫລຸບຕີລາຄາ ການເຄື່ອນໄຫວວຽກງານກວດກາ ແລະ ແຜນວຽກຈຸດສຸມໃນຕໍ່ໜ້າ ໂດຍສະເພາະການຈັດຕັ້ງປະຕິບັດ ວຽກງານກອງທຶນພັດທະນາວິ ທະຍາສາດແລະ ເຕັກໂນໂລຊີ; ການ ກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ການຈັດຕັ້ງປະຕິບັດ ການແກ້ໄຂບັນຫາຢາເສບຕິດໃນ ສະຖານການສຶກສາ ແລະ ການຄົ້ນ ຄວ້າແກ້ໄຂຄໍາຮ້ອງ-ຄໍາສະເໜີ ຂອງສັງຄົມກ່ຽວກັບການເອົານັກ ສຶກສາໄປຮຽນຕໍ່ພາຍໃນ-ຕ່າງປະ ເທດ. ພ້ອມນີ້, ກໍເພື່ອຈັດຕັ້ງຜັນຂະ ຫຍາຍເນື້ອໃນຈິດໃຈກອງປະຊຸມ ວຽກງານກວດກາ ທົ່ວປະເທດປະ ຈໍາປີ 2023, ສະຫລຸບຕີລາຄາການ ເຄື່ອນໄຫວວຽກງານກວດກາຂອງ ອົງຄະນະພັກກະຊວງ ສສກ ປະ ຈຳ ປີ 2023 ແລະ ທິດທາງແຜນການ ຈຸດສຸມປະຈຳປີ 2024 ຂອງຄະນະ ກວດກາພັກ ສສກ; ກອງປະຊຸມໄດ້ ສະເໜີຮ່າງບົດລາຍງານຫຍໍ້ການ ເຄື່ອນໄຫວວຽກງານກວດກາປະ ຈຳປີ2023ແລະທິດທາງແຜນການ ຄວາມເປັນເອກະພາບ ແລະ ຮັບປະ ກັນການຈັດຕັ້ງປະຕິບັດວຽກງານ ການອະນຸຍາດນໍາເຂົ້າ, ອອກບັດ ແລະ ຕໍ່ບັດອະນຸຍາດເຮັດວຽກໃຫ້ ແກ່ແຮງງານຕ່າງປະເທດທີ່ເຂົ້າ ມາເຮັດວຽກຢູ່ ສປປ ລາວ ໃຫ້ມີປະ ສິດທິພາບ ແລະ ໄດ້ຮັບປະສິດທິຜົນ ສູງ ໃຫ້ຫັນໄປສູ່ການບໍລິການລັດ ແບບດີຈິຕອນ, ທັງເປັນການເພີ່ມປະ ສິດທິພາບຂອງການບໍລິການລັດ ໃຫ້ມີຄວາມສະດວກ, ທັນສະໄໝ, ວ່ອງໄວ, ຖືກຕ້ອງ, ໂປ່ງໃສ. ໂອກາດນີ້, ທ່ານ ພົງໄຊສັກ ອິນຖາລາດ ໄດ້ມີຄຳເຫັນວ່າ: ເພື່ອ ຄວາມເປັນເອກະພາບ ແລະ ຮັບປະ ກັນການຈັດຕັ້ງປະຕິບັດວຽກງານ ການອະນຸຍາດນໍາເຂົ້າ, ອອກບັດ ແລະ ຕໍ່ບັດອະນຸຍາດເຮັດວຽກໃຫ້ ແກ່ແຮງງານຕ່າງປະເທດທີ່ເຂົ້າ ມາເຮັດວຽກຢູ່ ສປປ ລາວ ໃຫ້ມີປະ ສິດທິພາບ ແລະ ໄດ້ຮັບປະສິດທິ ຜົນສູງ ໃຫ້ຫັນໄປສູ່ການບໍລິການ ລັດແບບດີຈິຕອນ, ທັງເປັນການ ເພີ່ມປະສິດທິພາບຂອງການບໍລິ ການລັດໃຫ້ມີຄວາມສະດວກ, ທັນ ສະໄໝ, ວ່ອງໄວ, ຖືກຕ້ອງ, ໂປ່ງໃສ ແລະ ສອດຄອງຕາມແນວທາງນະ ໂຍບາຍຂອງລັດຖະບານ ທີ່ໄດ້ກໍາ ນົດໄວ້ໃນແຕ່ລະໄລຍະ ຈຶ່ງຈໍາເປັນ ຕ້ອງມີການປັບປຸງກົນໄກວຽກ ງານດັ່ງກ່າວ ໃຫ້ແທດເໝາະກັບສະ ພາບການໃນແຕ່ລະໄລຍະ ເປັນຕົ້ນ ການລວມສູນໃນການອອກບັດ ອະນຸຍາດໃຫ້ແຮງງານຕ່າງປະ ເທດທີ່ເຂົ້າມາເຮັດວຽກຢູ່ສປປລາວ (ກົມຄຸ້ມຄອງແຮງງານເປັນຜູ້ອະ ນຸຍາດອອກບັດ ແລະ ຕໍ່ບັດໃຫ້ແກ່ຜູ້ ອອກແຮງງານຕ່າງປະເທດທີ່ເຂົ້າ ມາເຮັດວຽກຢູ່ ສປປ ລາວ). ສໍາ ລັບການອະນຸຍາດນໍາເຂົ້າແຮງ ງານຕ່າງປະເທດ ແລະ ການເກັບ ຄ່າທໍານຽມແລະຄ່າບໍລິການຕ່າງໆ ແມ່ນໃຫ້ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ນະ ຄອນຫລວງວຽງຈັນ ເປັນຜູ້ເກັບ ຄືເກົ່າ ຕາມຂອບເຂດຄວາມຮັບຜິດ ຊອບຂອງຕົນ, ການເກັບກໍາ ແລະ ລາຍງານໃຫ້ສູນກາງໄດ້ຮັບຮູ້ກ່ຽວ ກັບຈໍານວນແຮງງານຕ່າງປະເທດ ທີ່ກັບຄືນປະເທດ, ການໃຊ້ມາດຕະ ການຕໍ່ຜູ້ລະເມີດ ແລະ ບັນຫາອື່ນໆ. ຂ່າວ: ສົມຫວັງ ຂໍ້ມູນ: ກະຊວງແຮງງານ ແລະ ຈຸດສຸມປະຈຳປີ 2024 ຂອງຄະນະ ກວດກາພັກ ສສກ ແລະ ເຊື່ອມຊຶມ ບັນດາເອກະສານຂອງພັກ. ໂອກາດນີ້, ສະຫາຍ ພຸດ ສິມ ມາລາວົງ ກໍໄດ້ໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ມອບໃຫ້ເລຂາຄະນະພັກ ຮາກຖານ, ເລຂາໜ່ວຍພັກຮາກ ຖານນໍາພາ-ຊີ້ນໍາຄະນະກວດກາ ພັກ, ຜູ້ກວດກາໜ່ວຍພັກກໍານົດເປັນ ແຜນການສະເພາະໃນການເຄື່ອນ ໄຫວກວດກາພັກ ໃນຂັ້ນຂອງຕົນ ຢ່າງໜ້ອຍໃຫ້ສໍາເລັດ 1 ຄັ້ງ/ປີ ນັບແຕ່ປີ 2024 ເປັນຕົ້ນໄປ. ສໍາລັບ ຂະບວນການ ແລະ ຂັ້ນຕອນຕ່າງໆ ໃຫ້ສົມທົບກັບຄະນະກວດກາພັກ ກະຊວງ ແລະ ມອບໃຫ້ຄະນະກວດ ກາພັກກະຊວງຕິດຕາມ, ຊຸກຍູ້ ແລະ ເກັບກໍາຂໍ້ມູນບັນ ດາຮາກຖານ ພັກ ໃນການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວກວດກາພັກ ໃຫ້ຖືເປັນ ເງື່ອນໄຂໜຶ່ງໃນການພິຈາລະນາ ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃນແຕ່ລະປີ ແລະ ສະເໜີ ໃຫ້ບັນດາສະຫາຍຄົ້ນ ຄວ້າກໍາແໜ້ນ, ປັບປຸງເນື້ອໃນ,ປັບ ປຸງແບບແຜນວິທີເຮັດວຽກໃນການ ກວດກາຄືນໃຫ້ສອດຄ່ອງຕາມ ຂັ້ນຕອນຂອງລະບຽບກົດໝາຍ ແລະ ສຸມໃສ່ແກ້ໄຂບັນຫາຕົວຈິງ; ເອົາໃຈໃສ່ເລັ່ງລັດແກ້ໄຂສະພາບ ການດໍາເນີນການກວດກາຊັກຊ້າ ແລະ ຄຸມເຄືອ, ການຊີ້ນໍາແກ້ໄຂຜົນ ການກວດກາຕໍ່ເປົ້າໝາຍກະທໍາຜິດ ມີລັກສະນະແກ່ຍາວ ຫລື ຂາດຜູ້ຮັບ ຜິດຊອບແກ້ໄຂທີ່ຈະແຈ້ງເດັດຂາດ. ສະຫາຍ ພຸດ ສິມມາລາວົງ ຍັງ ໄດ້ເນັ້ນອີກວ່າ: ສຳລັບບັນຫາທີ່ຈະ ຕ້ອງຮີບຮ້ອນແກ້ໄຂຄືການແກ້ໄຂ ສະພາບການກວດກາ, ການຄົ້ນ ຄວ້າຄໍາຮ້ອງ-ຄໍາສະເໜີຊັກຊ້າແກ່ຍາວ ແລະ ຄຸມເຄືອ; ການແກ້ໄຂ ຜົນການກວດກາທີີ່ສັງຄົມກໍາລັງ ໃຫ້ຄວາມສົນໃຈ ໃນໄລຍະຜ່ານມາ ແມ່ນໄດ້ປະຕິບັດຕິດພັນກັບການ ເກັບກູ້ຊັບສິນທີ່ເສຍຫາຍຕໍ່ຜູ້ກະທໍາ ຜິດ ແລະ ອື່ນໆ, ແຕ່ຍັງບໍ່ທັນເປັນ ຮູບປະທໍາ, ຂະບວນການ ແລະ ວິທີ ການຍັງບໍ່ທັນຊັດເຈນ ຊຶ່ງຈະຕ້ອງ ໄດ້ບຸກບືນສູ້ຊົນໃນຕໍ່ໜ້າ; ນິຕິກຳ ແລະ ເຄື່ອງມືຕ່າງໆ ທີ່ຮັບໃຊ້ວຽກ ງານຕິດຕາມກວດກາ ແລະ ປະເມີນ ຜົນຍັງບໍ່ທັນຮັດກຸມ ແລະ ບໍ່ທັນຄົບ ຖ້ວນ; ການຄົ້ນຄ້ວາ, ເຜີຍແຜ່, ເຊື່ອມຊຶມ ແລະ ຜັນຂະຫຍາຍນິຕິກໍາ ຕ່າງໆ ຍັງບໍ່ທັນເລິກເຊິ່ງ, ກວ້າງ ຂວາງ ແລະ ການຈັດຕັ້ງປະຕິບັດ ຍັງບໍ່ທັນໄດ້ຮັບປະສິດທິຜົນສູງ ເທົ່າທີ່ຄວນ; ປັບປຸງຄະນະກວດກາ, ຍົກລະດັບຄວາມສາມາດຄວາມຮັບ ຜິດຊອບຂອງພະນັກງານກວດກາ ແລະ ສະໜອງສິ່ງອໍານວຍຄວາມ ສະດວກຕ່າງໆໃຫ້ພຽງພໍ. ຂ່າວ: ສົມຫວັງ ຂໍ້ມູນ: ໜັງສືພິມສຶກສາ-ກິລາ
RkJQdWJsaXNoZXIy MTc3MTYxMQ==