5856

xtmkoxtgmfcsj ' lxx ]k; rq [xt xtmkoltrkl6 'l5 fcsj ' ik-tvkok9a ddex6 g9p 30 xu 0q ;,y f8trk[ ]k;{wm csj 'mu 1 xtdv[lj ;ora fmtokglf4tdy f0v']k; oa dIPo]k; pkfwfh 2 s]Po7e 9kddkoc0j '0a o7toy flkf 3vc]a ,xy d pq d]tfa [dkooe.-h ]t[q [3xicdi,8+ [a f vto5 pkfgIa f;Pd.sh z6 h vvdcI''ko8j k'xtgmf dq ,dkog,n v'l6 odk'ra d vvd,t8y dkolh k' lv9 .ow]pt.\j vq '7totra ddt-;' lld 8u ]k7k7n o;Pdd;fdkxt9exu 2023 xtmkoxtgmfcsj ' lxx ]k; 1h P,1k,mk']a f4tdy fik-tvkok9a ddex6 g9p gru j ,mt;u dkog-n j v,9vf c]t 7;k,g0A ,c0'vk-Po ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 24.04.2024 ປີທີ 23 ສະບັບທີ 5.916 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັຸີີັີັຸີີັີ mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 ຂປລ. ກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດດີ ການສັງຄົມ(ຮສສ) ຈັດຝຶກອົບຮົມ ການນໍາໃຊ້ລະບົບໂປຣແກຣມນໍາ ເຂົ້າ, ອອກບັດ ແລະ ຕໍ່ບັດອະນຸ ຍາດເຮັດວຽກໃຫ້ຜູ້ອອກແຮງງານ ຕ່າງປະເທດ ເຂົ້າມາເຮັດວຽກຢູ່ ສປປ ລາວ ໃນລະຫວ່າງທີ 22 -23 ເມສາ 2024 ເພື່ອເປັນການສຸມ ໃສ່ ການແກ້ໄຂບັນຫາຕ່າງໆ ທາງ ດ້ານເສດຖະກິດ ແລະ ສັງຄົມ ໂດຍ ສະເພາະການຂຶ້ນທະບຽນແຮງ ງານລາວ ແລະ ແຮງງານຕ່າງປະ ເທດທີ່ຕິດພັນກັບວາລະແຫ່ງຊາດ, ບັນຫາການຂາດແຄນແຮງງານ ຂປລ. ການສໍາຫລວດພົນລະ ເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ທີ່ຈະມາເຖິງນີ້, ລັດຖະບານ ກໍຄື ກະຊວງແຜນການ ແລະ ການລົງທຶນ ແລະ ບັນດາກະ ຊວງ, ອົງການ, ແຂວງ, ນະຄອນ ຫລວງໃນຂອບເຂດທົ່ວປະເທດ ໄດ້ ກຽມຄວາມພ້ອມຮອບດ້ານ ເພື່ອ ກຽມໃຫ້ແກ່ການສຳຫລວດໃນຄັ້ງ ນີ້ ເຊິ່ງຄາດຄະເນວ່າຈະນຳໃຊ້ ງົບ ປະມານເຂົ້າໃນການສຳຫລວດທັງ ໝົດ 22,2 ລ້ານໂດລາສະຫະລັດ. ທ່ານ ຄຳເຈນ ວົງໂພສີ ລັດຖະ ມົນຕີກະຊວງແຜນການ ແລະ ການ ລົງທຶນ, ຮອງຫົວໜ້າຄະນະຊີ້ນຳ ຂປລ. ໂດຍຕອບສະໜອງຕາມ ຄໍາເຊື້ອເຊີນ ຂອງພະບາດສົມເດັດ ພະບໍລົມມະນຽດ ໂນໂຣດົມສີຫາມຸນີ ພະມະຫາກະສັດແຫ່ງ ຣາຊະອາ ນາຈັກກໍາປູເຈຍ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງໄດ້ເດີນທາງ ຢ້ຽມຢາມທາງລັດຖະກິດ ຣາຊະອາ ນາຈັກກໍາປູເຈຍ ໃນວັນທີ 23 ເມສາ 2024 ເພື່ອເພີ່ມທະວີ ແລະ ຮັດ ແໜ້ນສາຍພົວພັນມິດຕະພາບອັນ ເປັນມູນເຊື້ອ ແລະ ເສີມຂະຫຍາຍ ຂປລ. ຕະຫລອດໄລຍະ 30 ປີ ນັບແຕ່ເປີດນຳໃຊ້ຂົວມິດຕະພາບ ລາວ-ໄທແຫ່ງທີ1(ນະຄອນຫລວງ ຂປລ. ອົງຄະນະພັກກະຊວງສຶກ ສາທິການ ແລະ ກິລາ (ສສກ) ຈັດ ກອງປະຊຸມວຽກງານກວດກາປະ ຈໍາປີ 2023 ໂດຍການເປັນປະທານ ຂອງ ສະຫາຍ ພຸດ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະ ນະບໍລິຫານງານພັກ, ລັດຖະມົນຕີ ກະຊວງ ສສກ, ສະຫາຍ ວັນຄຳ ໄຊວົງສັກ ຄະນະພັກ, ຫົວໜ້າກົມ ຄົ້ນຄວ້າ ແລະ ວາລະສານກວດກາ ແລະ ສະຫາຍ ສໍາລານ ພັນຄະວົງ ຮອງເລຂາຄະນະບໍລິຫານງານ ພັກ, ປະທານຄະນະກວດກາພັກ, ຮອງລັດຖະມົນຕີກະຊວງ ສສກ, ມີຄະນະປະຈໍາພັກ, ຄະນະພັກ, ຜູ້ ທານປະເທດ ແຫ່ງ ສປປ ລາວ ໄດ້ ພົບປະກັບສົມເດັດອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ ປະທານ ສະພາສູງແຫ່ງຣາຊະອານາຈັກ ກຳປູເຈຍໃນໂອກາດເດີນທາງຢ້ຽມ ຢາມທາງລັດຖະກິດທີ່ຣາຊະອານາ ຈັກກໍາປູເຈຍ. ໂອກາດນີ້,ທ່ານທອງລຸນສີສຸລິດ ໄດ້ສະແດງຄວາມຂອບໃຈຢ່າງຈິງ ໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຄັ້ງນີ້ ແລະ ຊົມເຊີຍຢ່າງສຸດໃຈມາຍັງສົມ ເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊນ ທີ່ໄດ້ຮັບການເລືອກຕັ້ງໃຫ້ ດໍາລົງຕໍາແໜ່ງເປັນປະທານສະພາ ສູງແຫ່ງຣາຊະອານາຈັກກໍາປູເຈຍ ທ່ານ ທອງລຸນ ສີສຸລິດ (ຊ້າຍ) ພົບປະກັບ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊນ ຂປລ. ຕອນເຊົ້າວັນທີ 23 ເມສາ 2024 ນີ້, ທີ່ນະຄອນຫລວງ ພະນົມເປັນ ຣາຊະອານຈັກກໍາປູ ເຈຍ, ທ່ານ ທອງລຸນ ສີສຸລິດ ປະ ວຽງຈັນ-ໜອງຄາຍ) ສປປ ລາວ ໄດ້ຮັບຜົນປະໂຫຍດໃນຫລາຍດ້ານ ເຮັດໃຫ້ເສດຖະກິດຂະຫຍາຍຕົວ ສະຫາຍ ພຸດ ສິມມາລາວົງ ຕາງໜ້າຈາກຄະນະກວດກາສູນ ກາງພັກ, ຄະນະພັກ-ຄະນະກວດ ກາແຕ່ລະຂັ້ນ ແລະ ຜູ້ແທນກອງ ຢ່າງຕໍ່ເນື່ອງ, ປະກອບສ່ວນເຮັດໃຫ້ ການຮ່ວມມີ ລາວ-ໄທ ແໜ້ນແຟ້ນ ຂຶ້ນກວ່າເກົ່າ, ການຄົມມະນາຄົມຂົນສົ່ງ, ການຄ້າ-ການລົງທຶນ, ການ ທ່ອງທ່ຽວ ແລະ ການໄປມາຫາສູ່ ກັນລະຫວ່າງປະຊາຊົນສອງຊາດ ລາວ-ໄທ ມີຄວາມສະດວກສະບາຍ ຫລາຍຂຶ້ນ, ການຂົນສົ່ງສິນຄ້າມີ ຄວາມໂລ່ງລ່ຽນ,ວ່ອງໄວ,ທັງສອດ ຄ່ອງກັບນະໂຍບາຍຂອງລັດຖະ ບານ ແຫ່ງ ສປປ ລາວ ໃນການຫັນ ປະເທດທີ່ບໍ່ມີຊາຍແດນຕິດຈອດ ກັບທະເລ ເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ສາ ແລະບັນຫາການຄຸ້ມຄອງແຮງງານ ຕ່າງປະເທດທີ່ໄດ້ຫລັ່ງໄຫລເຂົ້າ ມາເຮັດວຽກຢູ່ ສປປ ລາວ ທັງແບບ ຖືກຕ້ອງ ແລະ ແບບບໍ່ຖືກຕ້ອງຕາມ ກົດໝາຍ ໂດຍການເປັນປະທານ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງ ຮສສ, ມີບັນດາຫົວໜ້າກົມ, ຮອງກົມຄຸ້ມ ຄອງແຮງງານ, ມີຫົວໜ້າ ແລະ ຮອງຫົວໜ້າພະແນກແຮງງານສະ ຫວັດດີການສັງຄົມແຂວງ, ນະ ຄອນຫລວງວຽງຈັນ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ການຈັດຝຶກອົບຮົມຄັ້ງນີ້, ເພື່ອ ຂປລ. ກົມການເມືອງສູນກາງ ພັກ ອອກມະຕິວ່າດ້ວຍການສ້າງ ເສດຖະກິດເອກະລາດ ເປັນເຈົ້າຕົນ ເອງ(ສອຈ) ໃນໄລຍະໃໝ່ເພື່ອຜັນ ຂະຫຍາຍທິດທາງການສືບຕໍ່ສ້າງ 7kf7tgodkoles];frq o]tg,n v' 7A 'mu V 9t.-h '[xt,ko 22,2 ]h ko3f]k q ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສລະດັບຊາດ ໄດ້ໃຫ້ຮູ້ເມື່ອ ບໍ່ດົນນີ້ວ່າ: ງົບປະມານທີ່ຈະນຳ ໃຊ້ເຂົ້າໃນການສຳຫລວດພົນລະ ເມືອງຄັ້ງນີ້, ຈະໄດ້ນຳໃຊ້ເຂົ້າໃນ ຫລາຍກິດຈະກຳ ເປັນຕົ້ນ ການກະ ກຽມການສຳຫລວດ, ການເກັບ ກຳຂໍ້ມູນພາກສະໜາມ, ການກວດ ແກ້ ແລະ ປຸງແຕ່ງຂໍ້ມູນ ແລະ ການ ເຜີຍແຜ່ການສຳຫລວດ. ເຖິງຢ່າງ ໃດກໍຕາມງົບປະມານສຳລັບການ ຕິດຕາມຂອງຄະນະຊີ້ນໍາ ໂດຍສະ ເພາະການນໍາໃຊ້ພາຫະນະພິເສດ ແມ່ນບໍ່ໄດ້ກວມຢູ່ໃນງົບປະມານ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 24/04/2024 xtgmf]k; ຍົກລະດັບການນຳໃຊ້... 30 ປີ ຂົວມິດຕະພາບ... ອົງຄະນະພັກກະຊວງ... ປະທານປະເທດ..ພົບປະ ປະທານປະເທດ...ຢ້ຽມຢາມ... ການເປັນຄູ່ຮ່ວມມືຍຸດທະສາດຮອບ ດ້ານ ແລະ ໝັ້ນຄົງຍາວນານລະ ຫວ່າງສປປລາວແລະຣາຊະອານາ ຈັກກໍາປູເຈຍ ໃຫ້ເລິກເຊິ່ງ ແລະ ມີ ປະສິດທິຜົນຍິ່ງໆຂຶ້ນ. ພິທີຕ້ອນຮັບທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະ ນະຜູ້ແທນຂັ້ນສູງ ໄດ້ຈັດຂຶ້ນຢ່າງ ເປັນທາງການ ແລະ ສົມກຽດ ໃນ ຕອນເຊົ້າວັນທີ 23 ເມສາ 2024 ທີ່ພະຣາຊະວັງແຫ່ງຣາຊະອານາ ຈັກກໍາປູເຈຍ ໂດຍການໃຫ້ກຽດ ຕ້ອນຮັບຂອງພະບາດສົມເດັດ ພະບໍ ລົມມະນຽດ ໂນໂຣດົມ ສີຫາມຸນີ ພະ ມະຫາກະສັດແຫ່ງຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນ ຂັ້ນສູງ. ພາຍຫລັງສໍາເລັດພິທີຕ້ອນຮັບ, ໄດ້ມີກອງປະຊຸມພົບປະສອງຝ່າຍ ຢ່າງເປັນທາງການ ລະຫວ່າງທ່ານ ທອງລຸນ ສີສຸລິດ ແລະ ພະບາດ ສົມເດັດ ພະບໍລົມມະນຽດ ໂນໂຣ ດົມ ສີຫາມຸນີ ພ້ອມດ້ວຍຄະນະຜູ້ແທນ ຂັ້ນສູງຂອງທັງສອງຝ່າຍ. ໃນໂອ ກາດນີ້, ພະບາດສົມເດັດ ພະບໍຣົມມະ ນຽດໂນໂຣດົມ ສີຫາມຸນີ ໄດ້ສະແດງ ຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງຕີລາຄາສູງຕໍ່ການຢ້ຽມ ຢາມທາງລັດຖະກິດຣາຊະອານາ ຈັກ ກໍາປູເຈຍ ໃນຄັ້ງນີ້. ຂະນະດຽວ ກັນ, ທ່ານ ທອງລຸນ ສີສຸລິດ ກໍໄດ້ສະ ແດງຄວາມຂອບໃຈຕໍ່ການຕ້ອນ ຮັບຢ່າງອົບອຸ່ນ ທີ່ເຕັມປ່ຽມໄປດ້ວຍ ໄມຕີຈິດມິດຕະພາບຂອງພະບາດ ສົມເດັດພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ກໍຄື ລັດຖະບານ ແລະ ປະ ຊາຊົນກໍາປູເຈຍ. ການຢ້ຽມຢາມຣາ ຊະອານາຈັກ ກໍາປູເຈຍ ຂອງທ່ານ ທອງລຸນ ສີສຸລິດ ຄັ້ງນີ້ ຖືເປັນການ ຢ້ຽມຢາມທາງລັດຖະກິດຄັ້ງທີ 2 ໃນຖານະເປັນປະທານປະເທດ ແຫ່ງ ສປປ ລາວ ເຊິ່ງມີຄວາມໝາຍສໍາ ຄັນຕໍ່ການເສີມຂະຫຍາຍສາຍພົວ ພັນສອງຝ່າຍ ລະຫວ່າງລາວກຳປູເຈຍ ໃນຖານະເປັນເພື່ອນມິດ ສະໜິດສະໜົມ, ເປັນບ້ານໃກ້ເຮືອນ ຄຽງບ້ານແກ່ວເມືອງດອງທີ່ມີຮີດ ຄອງປະເພນີຄ້າຍຄືກັນມີມູນເຊື້ອ ແຫ່ງການພົວພັນອັນດີມາແຕ່ບູ ຮານນະການ. ໃນການພົບປະ, ສອງຝ່າຍໄດ້ຕີ ລາຄາສູງຕໍ່ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ເສີມຂະ ຫຍາຍການເປັນຄູ່ຮ່ວມມືຍຸດທະ ສາດຮອບດ້ານ ແລະ ໝັ້ນຄົງຍາວ ນານລະຫວ່າງ ສປປລາວ ແລະ ຣາ ຊະອານາຈັກກໍາປູເຈຍ. ໃນປີ 2019 ສອງປະເທດກໍໄດ້ຍົກລະດັບການ ພົວພັນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ແລະ ໝັ້ນຄົງຍາວນານ ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ຮ່ວມກັນ, ສອງປະເທດສືບຕໍ່ສະໜັບ ສະໜູນ ເຊິ່ງກັນ ແລະ ກັນ ໃນເວທີ ພາກພື້ນ ແລະ ສາກົນ, ການນໍາຂັ້ນ ສູງສຸດຂອງ ສອງປະເທດ ມີຄວາມ ໃກ້ຊິດ ແລະ ສະໜິດສະໜົມກັນບໍ່ວ່າ ໃນໄລຍະຕໍ່ສູ້ກູ້ຊາດ ກໍຄືໄລຍະປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ. ນັບແຕ່ສອງປະເທດ ໄດ້ສ້າງຕັ້ງ ສາຍພົວພັນການທູດຮ່ວມກັນໃນປີ 1956 ມາເຖິງປັດຈຸບັນເປັນເວລາ ເກືອບ 68 ປີ, ສປປ ລາວ ຖືວ່າຣາ ຊະອານາຈັກ ກໍາປູເຈຍ ເປັນເພື່ອນ ບ້ານໃກ້ຄຽງທີ່ດີ, ບ້ານແກ່ວເມືອງ ດອງ, ມີສາຍພົວພັນທີ່ມີມູນເຊື້ອ ອັນຍາວນານ. ໃນອະດີດທີ່ຜ່ານມາ ພະມະຫາກະສັດ ໂນໂຣດົມ ສີຫານຸ, ສົມເດັດ ພະບິດາ ຂອງພະບາດສົມ ເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ກໍໄດ້ສະເດັດໄປຢ້ຽມຢາມ ເມືອງວຽງໄຊ, ເຂດປົດປ່ອຍຂອງ ລາວ ອັນໄດ້ເປັນກຳລັງໃຈອັນຍິ່ງ ໃຫຍ່ແກ່ປະຊາຊົນລາວ ໃນການຕໍ່ ສູ້ປົກປ້ອງອະທິປະໄຕຂອງຕົນໃນ ເມື່ອກ່ອນ, ພາຍຫລັງສະຖາປະນາ ສປປ ລາວ ແລະ ຟື້ນຟູຣາຊະອານາ ຈັກ ກຳປູເຈຍ, ພະບາດສົມເດັດ ໂນ ໂຣດົມ ສີຫານຸ ກໍໄດ້ໄປຢ້ຽມຢາມ ສປປ ລາວ ອີກດ້ວຍ. ສປປ ລາວ ຖື ວ່າພະອົງແມ່ນໄດ້ປະກອບສ່ວນອັນ ໃຫຍ່ຫລວງ ເຂົ້າໃນການເສີມຂະ ຫຍາຍສາຍພົວພັນສອງຝ່າຍ ລາວກຳປູເຈຍ ຍ້ອນການພົວພັນລະດັບ ສູງສຸດດັ່ງກ່າວນີ້, ຈຶ່ງເຮັດໃຫ້ສອງ ປະເທດ ລາວ-ກໍາປູເຈຍ ມີມິດຕະ ພາບ ແລະ ການພົວພັນທີ່ດູດດື່ມຕະ ຫລອດມາ, ທັງໄດ້ເພິ່ງພາອາໄສ ເຊິ່ງກັນແລະ ກັນສະເໝີມາ. ສະນັ້ນ, ເພື່ອເປັນສັນຍາລັກແຫ່ງຄວາມ ສຳພັນທີ່ດີ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ, ລັດຖະບານ ແລະ ປະຊາຊົນລາວ ຈຶ່ງ ໄດ້ມອບຊ້າງ ຈຳນວນ 2 ເຊືອກ (ໂຕ) ຄື: ທ້າວ ຈໍາປາ ແລະ ນາງ ລໍາດວນ ໃຫ້ແກ່ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາ ມຸນີ ກໍຄື ປະຊາຊົນກຳປູເຈຍ ໃນໂອ ກາດມາຢ້ຽມຢາມໃນຄັ້ງນີ້. ພ້ອມດຽວກັນນີ້, ສອງຝ່າຍໄດ້ ເຫັນດີເປັນເອກະພາບ ຈະຮ່ວມກັນ ຊຸກຍູ້ໃຫ້ລັດຖະບານທັງສອງປະ ເທດສືບຕໍ່ຈັດຕັ້ງປະຕິບັດບັນດາ ຜົນການຕົກລົງຮ່ວມກັນລະຫວ່າງ ສອງລັດຖະບານລາວ ແລະ ກໍາປູ ເຈຍ ໃຫ້ເປັນຮູບປະທໍາ ເພື່ອນໍາເອົາ ຜົນປະໂຫຍດຕົວຈິງ ມາສູ່ປະເທດ ຊາດ ກໍຄືປະຊາຊົນສອງຊາດລາວກໍາປູເຈຍ ໂດຍສະເພາະບັນດາຜົນ ການຕົກລົງ ແລະ ເອກະສານທີ່ລົງ ນາມຮ່ວມກັນໃນໂອກາດທີ່ສົມເດັດ ມະຫາ ບໍວໍທິບໍດີຮຸນມາແນດ ນາຍົກ ລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ເດີນທາງຢ້ຽມຢາມ ສປປ ລາວຢ່າງເປັນທາງການໃນເດືອນ ມີນາ 2024 ຜ່ານມາ, ທັງຍັງເຫັນ ດີຈະສືບຕໍ່ເສີມຂະຫຍາຍສາຍພົວ ພັນ ແລະ ການຮ່ວມມືທີ່ແໜ້ນແຟ້ນ ເພື່ອສືບຕໍ່ຮັກສາມູນເຊື້ອສາຍສໍາ ພັນລະດັບສູງສຸດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກໍາປູ ເຈຍ ໄວ້ໃຫ້ໝັ້ນຄົງທະນົງແກ່ນຕະ ຫລອດໄປ. ການພົບປະສອງຝ່າຍ ລະຫວ່າງ ທ່ານ ທອງລຸນ ສີສຸລິດ ແລະ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ໄດ້ນໍາເນີນໄປດ້ວຍໄມຕີ ຈິດມິດຕະພາບອັນອົບອຸ່ນ ໂດຍ ສອງຝ່າຍໄດ້ແລກປ່ຽນຄວາມຄິດ ເຫັນເຊິ່ງກັນ ແລະ ກັນຢ່າງເລິກເຊິ່ງ ແລະ ຈິງໃຈເຊິ່ງຈະເປັນພື້ນຖານອັນ ໜັກແໜ້ນຕໍ່ການເພີ່ມທະວີສາຍພົວ ພັນ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ໃຫ້ແໜ້ນແຟ້ນ ຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດ ສູງສຸດມາສູ່ປະເທດຊາດ ກໍຄື ປະ ຊາຊົນສອງຊາດລາວ ແລະກໍາປູ ເຈຍ. ໃນໂອກາດດຽວກັນນີ້, ທ່ານ ທອງລຸນ ສີສຸລິດ ກໍໄດ້ເຊື້ອເຊີນພະ ບາດສົມເດັດ ພະບໍຣົມມະນຽດໂນ ໂຣດົມ ສີຫາມຸນີ ສະເດັດໄປຢ້ຽມ ຢາມ ສປປ ລາວ ໃນເວລາທີ່ເຫັນ ວ່າສະດວກ ເພື່ອເປັນການສືບຕໍ່ ປະກອບສ່ວນເຂົ້າໃນການເສີມຂະ ຫຍາຍສາຍພົວພັນ ລະຫວ່າງສອງ ປະເທດ ໃນໄລຍະໃໝ່ ຊຶ່ງພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ກໍໄດ້ສະແດງຄວາມຍິນ ດີຕອບຮັບການເຊື້ອເຊີນດັ່ງກ່າວ ແລະ ຈະຈັດຫາເວລາອັນເໝາະສົມ ໄປຢ້ຽມຢາມ ສປປ ລາວ. ໃນໂອກາດເດີນທາງຢ້ຽມຢາມ ລັດຖະກິດ ທີ່ຣາຊະອານາຈັກກໍາປູ ເຈຍຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ຍັງໄດ້ໄປວາງພວງມາລາທີ່ອະນຸ ສາວະລີ ພະບາດສົມເດັດ ໂນໂຣດົມ ສີຫານຸ ແລະ ອະນຸສາວະລີເອກະ ລາດ ອີກດ້ວຍ. ຂ່າວ: ກົມການຂ່າວ, ກະຊວງການ ຕ່າງປະເທດ, ພາບ: ເກດສະໜາ ໃນວັນທີ 3 ເມສາ 2024 ທີ່ຜ່ານມາ ໂດຍໄດ້ຮັບຄະແນນສະໜັບສະໜູນ 62 ຄະແນນ ຈາກຈໍານວນສະມາ ຊິກສະພາສູງ ທັງໝົດ 62 ທ່ານ, ເຊິ່ງສະພາແຫ່ງຊາດຂອງລາວ ມີ ຄວາມໜັ້ນໝາຍທີ່ຈະສືບຕໍ່ຮ່ວມມື ກັບສະພາສູງກໍາປູເຈຍ ຢ່າງເລິກ ເຊິ່ງ ແລະ ຕໍ່ເນື່ອງ. ພ້ອມນີ້, ຍັງໄດ້ ສະແດງຄວາມຊົມເຊີຍຕໍ່ຜົນສໍາ ເລັດໃນການພັດທະນາເສດຖະກິດສັງຄົມ ທີ່ລັດຖະບານ ແລະ ປະຊາ ຊົນກຳປູເຈຍ ຍາດມາໄດ້ຕະຫລອດ ໄລຍະເວລາຜ່ານມາ ເຊິ່ງເຫັນ ໄດ້ວ່າປະເທດກຳປູເຈຍ ໄດ້ຮັບການ ພັດທະນາຢ່າງວ່ອງໄວ, ຊີວິດການ ເປັນຢູ່ຂອງປະຊາຊົນ ກໍນັບມື້ນັບ ດີຂຶ້ນເປັນກ້າວໆ. ພ້ອມດຽວກັນນັ້ນ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ສອງຝ່າຍ ໂດຍສະເພາະລະຫວ່າງ ຂະແໜງການນິຕິບັນຍັດຂອງສອງ ປະເທດ, ສະແດງຄວາມດີໃຈທີ່ອົງ ການນິຕິບັນຍັດທັງສອງຝ່າຍໄດ້ມີ ການແລກປ່ຽນການຢ້ຽມຢາມ, ໄປມາຫາສູ່ເຊິ່ງກັນ ແລະ ກັນຢ່າງ ເປັນປົກກະຕິ, ທັງຍັງໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືສອງຝ່າຍທີ່ ໄດ້ນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນທັງສອງຊາດ ເຊິ່ງ ສອງປະເທດ ລາວ ແລະ ກໍາປູເຈຍ ມີຄວາມເຫັນອົກເຫັນໃຈກັນ ແລະ ເອື້ອເຟື້ອເພື່ອແຜ່ຕໍ່ກັນສົມກັບວ່າ ເປັນບ້ານໃກ້ເຮືອນຄຽງທີ່ມີມູນ ເຊື້ອແຫ່ງການພົວພັນອັນດີງາມ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ມາແຕ່ດົນນານ; ສອງຝ່າຍຍັງໄດ້ ຊົມເຊີຍຄວາມຄືບໜ້າຂອງລັດຖະ ບານສອງປະເທດ ທີ່ໄດ້ມີການ ລົງນາມໃນເອກະສານທີ່ສໍາຄັນ ຮ່ວມກັນ ໃນໂອກາດທີ່ ສົມເດັດ ຮຸນ ມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ ເດີນ ທາງຢ້ຽມຢາມສປປລາວຢ່າງເປັນ ທາງການ ໃນທ້າຍເດືອນມີນາ 2024ທີ່ຜ່ານມາ, ພ້ອມທັງສະແດງ ຄວາມຫວ ງຢ່າງຍິ່ງວ່າບັນດາການ ຕົກລົງດັ່ງກ່າວຂອງສອງລັດຖະ ບານ ຈະໄດ້ຮັບການສືບຕໍ່ຈັດຕັ້ງ ປະຕິບັດໃຫ້ເປັນຮູບປະທໍາໂດຍສະ ເພາະແມ່ນການແກ້ໄຂບັນດາຈຸດ ຄົງຄ້າງຂອງເສັ້ນຊາຍແດນລາວກໍາປູເຈຍ ທີ່ຍັງເຫລືອ 14% ໃຫ້ສໍາ ເລັດໂດຍໄວ ເພື່ອນໍາເອົາຜົນປະ ໂຫຍດຕົວຈິງ ມາສູ່ປະຊາຊົນສອງ ຊາດ ລາວ-ກໍາປູເຈຍ. ໂອກາດນີ້,ທ່ານທອງລຸນສີສຸລິດ ກໍໄດ້ນໍາເອົາຄວາມຢ້ຽມຢາມຖາມ ຂ່າວຂອງທ່ານປະທານສະພາແຫ່ງ ຊາດແລະການນໍາລັດຖະບານແຫ່ງ ສປປລາວມາຍັງສົມເດັດອັກຄະມະ ຫາ ເສນາບໍດີ ເຕໂຈ ຮຸນເຊນ ເພື່ອນ ມິດທີ່ສະໜິດສະໜົມ ຂອງປະຊາຊົນ ລາວແລະໄດ້ເຊື້ອເຊີນສົມເດັດພ້ອມ ດ້ວຍຄະນະຜູ້ແທນ ຂັ້ນສູງຂອງ ສະພາສູງກຳປູເຈຍ ໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນ ເວລາອັນເໝາະສົມ. ໃນຂະນະດຽວກັນ, ສົມເດັດອັກ ຄະມະຫາ ເສນາ ບໍດີ ເຕໂຈ ຮຸນເຊນ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການພົບປະກັບ ທ່ານ ທອງລຸນ ສີສຸລິດ ໃນໂອກາດ ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມລັດ ຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ ໃນຄັ້ງນີ້ ເຊິ່ງເປັນການຢ້ຽມຢາມທີ່ ມີຄວາມໝາຍ ແລະ ປະກອບສ່ວນ ສໍາຄັນເຂົ້າໃນການເສີມຂະຫຍາຍ ການພົວພັນຮ່ວມມືຂອງສອງປະ ເທດ ໃຫ້ແໜ້ນແຟ້ນ ແລະ ໃຫ້ໄດ້ຮັບ ການພັດທະນາຍິ່ງໆຂຶ້ນ. ພ້ອມນີ້, ຍັງໄດ້ສະແດງຄວາມຂອບໃຈຕໍ່ ຄວາມຢ້ຽມຢາມຖາມຂ່າວ ແລະ ຄໍາເຊື້ອເຊີນ ຂອງທ່ານປະທານສະ ພາ ແຫ່ງຊາດ ແລະ ການນໍາລັດຖະ ບານ ແຫ່ງ ສປປ ລາວ ແລະ ຈະ ຈັດ ຫາເວລາອັນເໝາະສົມເດີນທາງ ຢ້ຽມຢາມ ສປປ ລາວ ຕາມຄໍາ ເຊື້ອເຊີນ. ຂ່າວ: ກົມການຂ່າວ, ກະຊວງການ ຕ່າງປະເທດ. ພາບ: ເກດສະໜາ ກົນ. ທ່ານ ອາດສະພັງທອງ ສີພັນ ດອນ ເຈົ້າຄອງນະຄອນຫລວງ ວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນ ໃນໂອກາດ ເຂົ້າຮ່ວມພິທີໃສ່ບາດສະ ເຫລີມສະຫລອງການເປີດນໍາໃຊ້ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ຄົບຮອບ 30 ປີ ໃນວັນທີ 21 ເມສາ 2024 ຜ່ານມານີ້ວ່າ: ການກໍ່ສ້າງ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ເປັນຈຸດເລີ່ມຕົ້ນ ໃນການຈັດຕັ້ງຜັນ ຂະຫຍາຍນະໂຍບາຍຂອງພັກລັດ ຖະບານທາງດ້ານທາງຜ່ານຈາກ ແລ່ນລັອກເປັນແລ່ນລິ້ງ ກໍຄືເປີດປະ ຕູສູ່ພາຍນອກ ເຊິ່ງຕະຫລອດໄລ ຍະ 30 ປີ ຜ່ານມາ ນັບແຕ່ເປີດນຳ ໃຊ້ຂົວດັ່ງກ່າວ, ໄດ້ນຳເອົາຜົນປະ ໂຫຍດສູງສຸດ ມາສູ່ປະຊາຊົນລາວ ຢ່າງເປັນຮູບປະທໍາ. ປັດຈຸບັນ, ມີພາ ຫະນະ ເຂົ້າ-ອອກ ຂົວດັ່ງກ່າວໃນ ແຕ່ລະວັນ 7-8 ພັນຄັນ, ຈໍານວນຜູ້ ໂດຍສານແຕ່ລະວັນເກືອບ 10 ພັນ ຄົນ, ເຮັດໃຫ້ມູນຄ່າການຄ້າ-ຂາຍ ນັບມື້ສູງຂຶ້ນ ໂດຍສະເພາະການປະ ຕິບັດພັນທະແຜນງົບປະມານແຫ່ງ ລັດ ໃນແຕ່ລະປີຢູ່ຂົວດັ່ງກ່າວ, ກວມ ເກືອບ 50% ຂອງລາຍຮັບແຫ່ງ ຊາດ ໃນຂອບເຂດທົ່ວປະເທດ ເຊິ່ງ ເປັນການປະກອບສ່ວນເຂົ້າໃນ ການສ້າງສາພັດທະນາປະເທດ ຊາດ. ພ້ອມນີ້, ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ຍັງເປັນຈຸດເລີ່ມ ຕົ້ນ ໃນການເຊື່ອມໂຍງເຊື່ອມຈອດ ໃນການໄປມາຫາສູ່ ລະຫວ່າງປະ ຊາຊົນ ລາວ-ໄທ ແລະ ອະນຸພາກ ພື້ນເຮັດໃຫ້ຈໍານວນນັກທ່ອງທ່ຽວ ເຂົ້າມາ ສປປ ລາວ ກໍຄືນະຄອນ ຫລວງວຽງຈັນ ນັບມື້ເພີ່ມຂຶ້ນ ເຊິ່ງ ນະຄອນຫລວງວຽງຈັນ ຄາດຄະ ເນວ່າ ປີນີ້, ຈະມີນັກທ່ອງທ່ຽວເຂົ້າ ມາທ່ຽວ 5 ລ້ານກວ່າຄົນຂຶ້ນໄປ. ໃນ ນັ້ນ, ຜ່ານຂົວມິດຕະພາບ ແຫ່ງທີ 1 ກວມ 60-70%. ທ່ານ ອາດສະພັງທອງ ສີພັນ ດອນ ຍັງໃຫ້ຮູ້ອີກວ່າ: ປັດຈຸບັນ, ລັດ ຖະບານໄທ ມີຄວາມສົນໃຈຢາກໃຫ້ ມີຂົວມິດຕະພາບ ລາວ-ໄທ ເພີ່ມຂຶ້ນ ຕື່ມອີກ 1 ແຫ່ງ ເພື່ອໃຫ້ຂະບວນຂົນ ສົ່ງທາງລົດໄຟ ລາວ-ຈີນ ສາມາດ ຜ່ານໄປຍັງຣາຊະອານາຈັກໄທໄດ້. ພ້ອມນີ້, ທ່ານ ອາດສະພັງ ທອງ ສີພັນດອນ ຍັງໄດ້ຮຽກຮ້ອງມາຍັງ ພໍ່, ແມ່, ປະຊາຊົນໂດຍສະເພາະຊາວ ນະຄອນຫລວງວຽງຈັນ ຈົ່ງຮ່ວມ ແຮງ-ຮ່ວມໃຈກັນຊົມໃຊ້ຂົວດັ່ງ ກ່າວໃຫ້ເກີດປະໂຫຍດສູງສຸດໃນ ດ້ານການບໍລິການ ແລະ ເພີ່ມຂີດ ຄວາມສາມາດ ເພື່ອໃຫ້ການໄປ-ມາ ຫາສູ່ກັນລະຫວ່າງ ປະຊາຊົນລາວໄທ ນັບມື້ສະດວກ, ສະບາຍຂຶ້ນຕື່ມ ແລະ ຊົມໃຊ້ຢ່າງກວ້າງຂວາງ. ຂ່າວ: ທະນູທອງ, ພາບ: ຂັນໄຊ ປະຊຸມອ້ອມຂ້າງກະຊວງ ສສກ ເຂົ້າຮ່ວມ. ກອງປະຊຸມໄດ້ສະຫລຸບຕີລາຄາ ການເຄື່ອນໄຫວວຽກງານກວດກາ ແລະ ແຜນວຽກຈຸດສຸມໃນຕໍ່ໜ້າ ໂດຍສະເພາະການຈັດຕັ້ງປະຕິບັດ ວຽກງານກອງທຶນພັດທະນາວິ ທະຍາສາດແລະ ເຕັກໂນໂລຊີ; ການ ກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ການຈັດຕັ້ງປະຕິບັດ ການແກ້ໄຂບັນຫາຢາເສບຕິດໃນ ສະຖານການສຶກສາ ແລະ ການຄົ້ນ ຄວ້າແກ້ໄຂຄໍາຮ້ອງ-ຄໍາສະເໜີ ຂອງສັງຄົມກ່ຽວກັບການເອົານັກ ສຶກສາໄປຮຽນຕໍ່ພາຍໃນ-ຕ່າງປະ ເທດ. ພ້ອມນີ້, ກໍເພື່ອຈັດຕັ້ງຜັນຂະ ຫຍາຍເນື້ອໃນຈິດໃຈກອງປະຊຸມ ວຽກງານກວດກາ ທົ່ວປະເທດປະ ຈໍາປີ 2023, ສະຫລຸບຕີລາຄາການ ເຄື່ອນໄຫວວຽກງານກວດກາຂອງ ອົງຄະນະພັກກະຊວງ ສສກ ປະ ຈຳ ປີ 2023 ແລະ ທິດທາງແຜນການ ຈຸດສຸມປະຈຳປີ 2024 ຂອງຄະນະ ກວດກາພັກ ສສກ; ກອງປະຊຸມໄດ້ ສະເໜີຮ່າງບົດລາຍງານຫຍໍ້ການ ເຄື່ອນໄຫວວຽກງານກວດກາປະ ຈຳປີ2023ແລະທິດທາງແຜນການ ຄວາມເປັນເອກະພາບ ແລະ ຮັບປະ ກັນການຈັດຕັ້ງປະຕິບັດວຽກງານ ການອະນຸຍາດນໍາເຂົ້າ, ອອກບັດ ແລະ ຕໍ່ບັດອະນຸຍາດເຮັດວຽກໃຫ້ ແກ່ແຮງງານຕ່າງປະເທດທີ່ເຂົ້າ ມາເຮັດວຽກຢູ່ ສປປ ລາວ ໃຫ້ມີປະ ສິດທິພາບ ແລະ ໄດ້ຮັບປະສິດທິຜົນ ສູງ ໃຫ້ຫັນໄປສູ່ການບໍລິການລັດ ແບບດີຈິຕອນ, ທັງເປັນການເພີ່ມປະ ສິດທິພາບຂອງການບໍລິການລັດ ໃຫ້ມີຄວາມສະດວກ, ທັນສະໄໝ, ວ່ອງໄວ, ຖືກຕ້ອງ, ໂປ່ງໃສ. ໂອກາດນີ້, ທ່ານ ພົງໄຊສັກ ອິນຖາລາດ ໄດ້ມີຄຳເຫັນວ່າ: ເພື່ອ ຄວາມເປັນເອກະພາບ ແລະ ຮັບປະ ກັນການຈັດຕັ້ງປະຕິບັດວຽກງານ ການອະນຸຍາດນໍາເຂົ້າ, ອອກບັດ ແລະ ຕໍ່ບັດອະນຸຍາດເຮັດວຽກໃຫ້ ແກ່ແຮງງານຕ່າງປະເທດທີ່ເຂົ້າ ມາເຮັດວຽກຢູ່ ສປປ ລາວ ໃຫ້ມີປະ ສິດທິພາບ ແລະ ໄດ້ຮັບປະສິດທິ ຜົນສູງ ໃຫ້ຫັນໄປສູ່ການບໍລິການ ລັດແບບດີຈິຕອນ, ທັງເປັນການ ເພີ່ມປະສິດທິພາບຂອງການບໍລິ ການລັດໃຫ້ມີຄວາມສະດວກ, ທັນ ສະໄໝ, ວ່ອງໄວ, ຖືກຕ້ອງ, ໂປ່ງໃສ ແລະ ສອດຄອງຕາມແນວທາງນະ ໂຍບາຍຂອງລັດຖະບານ ທີ່ໄດ້ກໍາ ນົດໄວ້ໃນແຕ່ລະໄລຍະ ຈຶ່ງຈໍາເປັນ ຕ້ອງມີການປັບປຸງກົນໄກວຽກ ງານດັ່ງກ່າວ ໃຫ້ແທດເໝາະກັບສະ ພາບການໃນແຕ່ລະໄລຍະ ເປັນຕົ້ນ ການລວມສູນໃນການອອກບັດ ອະນຸຍາດໃຫ້ແຮງງານຕ່າງປະ ເທດທີ່ເຂົ້າມາເຮັດວຽກຢູ່ສປປລາວ (ກົມຄຸ້ມຄອງແຮງງານເປັນຜູ້ອະ ນຸຍາດອອກບັດ ແລະ ຕໍ່ບັດໃຫ້ແກ່ຜູ້ ອອກແຮງງານຕ່າງປະເທດທີ່ເຂົ້າ ມາເຮັດວຽກຢູ່ ສປປ ລາວ). ສໍາ ລັບການອະນຸຍາດນໍາເຂົ້າແຮງ ງານຕ່າງປະເທດ ແລະ ການເກັບ ຄ່າທໍານຽມແລະຄ່າບໍລິການຕ່າງໆ ແມ່ນໃຫ້ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ນະ ຄອນຫລວງວຽງຈັນ ເປັນຜູ້ເກັບ ຄືເກົ່າ ຕາມຂອບເຂດຄວາມຮັບຜິດ ຊອບຂອງຕົນ, ການເກັບກໍາ ແລະ ລາຍງານໃຫ້ສູນກາງໄດ້ຮັບຮູ້ກ່ຽວ ກັບຈໍານວນແຮງງານຕ່າງປະເທດ ທີ່ກັບຄືນປະເທດ, ການໃຊ້ມາດຕະ ການຕໍ່ຜູ້ລະເມີດ ແລະ ບັນຫາອື່ນໆ. ຂ່າວ: ສົມຫວັງ ຂໍ້ມູນ: ກະຊວງແຮງງານ ແລະ ຈຸດສຸມປະຈຳປີ 2024 ຂອງຄະນະ ກວດກາພັກ ສສກ ແລະ ເຊື່ອມຊຶມ ບັນດາເອກະສານຂອງພັກ. ໂອກາດນີ້, ສະຫາຍ ພຸດ ສິມ ມາລາວົງ ກໍໄດ້ໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ມອບໃຫ້ເລຂາຄະນະພັກ ຮາກຖານ, ເລຂາໜ່ວຍພັກຮາກ ຖານນໍາພາ-ຊີ້ນໍາຄະນະກວດກາ ພັກ, ຜູ້ກວດກາໜ່ວຍພັກກໍານົດເປັນ ແຜນການສະເພາະໃນການເຄື່ອນ ໄຫວກວດກາພັກ ໃນຂັ້ນຂອງຕົນ ຢ່າງໜ້ອຍໃຫ້ສໍາເລັດ 1 ຄັ້ງ/ປີ ນັບແຕ່ປີ 2024 ເປັນຕົ້ນໄປ. ສໍາລັບ ຂະບວນການ ແລະ ຂັ້ນຕອນຕ່າງໆ ໃຫ້ສົມທົບກັບຄະນະກວດກາພັກ ກະຊວງ ແລະ ມອບໃຫ້ຄະນະກວດ ກາພັກກະຊວງຕິດຕາມ, ຊຸກຍູ້ ແລະ ເກັບກໍາຂໍ້ມູນບັນ ດາຮາກຖານ ພັກ ໃນການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວກວດກາພັກ ໃຫ້ຖືເປັນ ເງື່ອນໄຂໜຶ່ງໃນການພິຈາລະນາ ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃນແຕ່ລະປີ ແລະ ສະເໜີ ໃຫ້ບັນດາສະຫາຍຄົ້ນ ຄວ້າກໍາແໜ້ນ, ປັບປຸງເນື້ອໃນ,ປັບ ປຸງແບບແຜນວິທີເຮັດວຽກໃນການ ກວດກາຄືນໃຫ້ສອດຄ່ອງຕາມ ຂັ້ນຕອນຂອງລະບຽບກົດໝາຍ ແລະ ສຸມໃສ່ແກ້ໄຂບັນຫາຕົວຈິງ; ເອົາໃຈໃສ່ເລັ່ງລັດແກ້ໄຂສະພາບ ການດໍາເນີນການກວດກາຊັກຊ້າ ແລະ ຄຸມເຄືອ, ການຊີ້ນໍາແກ້ໄຂຜົນ ການກວດກາຕໍ່ເປົ້າໝາຍກະທໍາຜິດ ມີລັກສະນະແກ່ຍາວ ຫລື ຂາດຜູ້ຮັບ ຜິດຊອບແກ້ໄຂທີ່ຈະແຈ້ງເດັດຂາດ. ສະຫາຍ ພຸດ ສິມມາລາວົງ ຍັງ ໄດ້ເນັ້ນອີກວ່າ: ສຳລັບບັນຫາທີ່ຈະ ຕ້ອງຮີບຮ້ອນແກ້ໄຂຄືການແກ້ໄຂ ສະພາບການກວດກາ, ການຄົ້ນ ຄວ້າຄໍາຮ້ອງ-ຄໍາສະເໜີຊັກຊ້າແກ່ຍາວ ແລະ ຄຸມເຄືອ; ການແກ້ໄຂ ຜົນການກວດກາທີີ່ສັງຄົມກໍາລັງ ໃຫ້ຄວາມສົນໃຈ ໃນໄລຍະຜ່ານມາ ແມ່ນໄດ້ປະຕິບັດຕິດພັນກັບການ ເກັບກູ້ຊັບສິນທີ່ເສຍຫາຍຕໍ່ຜູ້ກະທໍາ ຜິດ ແລະ ອື່ນໆ, ແຕ່ຍັງບໍ່ທັນເປັນ ຮູບປະທໍາ, ຂະບວນການ ແລະ ວິທີ ການຍັງບໍ່ທັນຊັດເຈນ ຊຶ່ງຈະຕ້ອງ ໄດ້ບຸກບືນສູ້ຊົນໃນຕໍ່ໜ້າ; ນິຕິກຳ ແລະ ເຄື່ອງມືຕ່າງໆ ທີ່ຮັບໃຊ້ວຽກ ງານຕິດຕາມກວດກາ ແລະ ປະເມີນ ຜົນຍັງບໍ່ທັນຮັດກຸມ ແລະ ບໍ່ທັນຄົບ ຖ້ວນ; ການຄົ້ນຄ້ວາ, ເຜີຍແຜ່, ເຊື່ອມຊຶມ ແລະ ຜັນຂະຫຍາຍນິຕິກໍາ ຕ່າງໆ ຍັງບໍ່ທັນເລິກເຊິ່ງ, ກວ້າງ ຂວາງ ແລະ ການຈັດຕັ້ງປະຕິບັດ ຍັງບໍ່ທັນໄດ້ຮັບປະສິດທິຜົນສູງ ເທົ່າທີ່ຄວນ; ປັບປຸງຄະນະກວດກາ, ຍົກລະດັບຄວາມສາມາດຄວາມຮັບ ຜິດຊອບຂອງພະນັກງານກວດກາ ແລະ ສະໜອງສິ່ງອໍານວຍຄວາມ ສະດວກຕ່າງໆໃຫ້ພຽງພໍ. ຂ່າວ: ສົມຫວັງ ຂໍ້ມູນ: ໜັງສືພິມສຶກສາ-ກິລາ

xtgmf]k; 3 24/04/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະເໜີ ຮຽບຮຽງໂດຍ: ໄໝຄຳ ຍ້ອມສິນ ແຫລ່ງຂໍ້ມູນຈາກ: ວສລ -tot7k, gvq k.9.lj Iv[fh kodP, fegou odv'xt-5 ,.spj 3 0A o0v'ra d xu oU c0;';P'9a o 9tcdh w0 7v[7q ;m5 dpkd.sh wfh 1.600 7v[7q ; * ທ່ານ ແກ້ວ ພິມມະວົງ ເຈົ້າ ເມືອງຊະນະຄາມ ແຂວງວຽງຈັນ ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ໃນ ການກະກຽມວຽກງານຮອບດ້ານ ໃຫ້ແກ່ການດຳເນີນກອງປະຊຸມ ໃຫຍ່ 3 ຂັ້ນຂອງພັກວ່າ: ພາຍຫລັງ ໄດ້ມີຄໍາສັ່ງຂອງຄະນະເລຂາທິການ ສູນກາງພັກເລກທີ 411/ຄລສພ, ລົງວັນທີ 8 ສິງຫາ2023; ຄໍາແນະ ນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 211/ຄຈສພ, ລົງວັນທີ 16 ສິງຫາ 2023; ຄຳສັ່ງຂອງຄະນະ ປະຈຳພັກແຂວງວຽງຈັນເລກທີ 019, ເລກທີ 020/ຄປພ.ວຈ; ຄຳ ແນະນຳຂອງຄະນະຈັດຕັ້ງແຂວງ ວຽງຈັນ ເລກທີ785/ຄຈຂ.ວຈ, ລົງ ວັນທີ 2 ຕຸລາ 2023 ວ່າດ້ວຍການ ກະກຽມ ແລະ ດໍາເນີນກອງປະຊຸມ ໃຫຍ່ 3 ຂັ້ນຂອງພັກ ແລະ ໜັງສື ແຈ້ງການຂອງຫ້ອງວ່າການແຂວງ ວຽງຈັນ ເລກທີ 889/ຫວຂ.ວຈ, ລົງວັນທີ 22 ທັນວາ 2023 ກ່ຽວ ກັບແຜນການເຄື່ອນໄຫວລົງຊຸກຍູ້ ການກະກຽມດ້ານເນື້ອໃນຮອບດ້ານ ກອງປະຊຸມໃຫຍ່ຂອງອົງຄະນະ ພັກເມືອງ, ຄະນະພັກກໍໄດ້ຈັດຕັ້ງ ຜັນຂະຫຍາຍອອກເປັນຄໍາສັ່ງ ແລະ ມະຕິຕົກລົງຂອງຄະນະປະຈຳພັກ ເມືອງວ່າດ້ວຍການແຕ່ງຕັ້ງຄະນະ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຮັບຜິດຊອບກະກຽມ ແລະ ດຳເນີນ ກອງປະຊຸມໃຫຍ່ ສະໄໝທີ VIII. ທ່ານ ແກ້ວ ພິມມະວົງ ໃຫ້ຮູ້ອີກ ວ່າ: ມາຮອດປັດຈຸບັນເມືອງໄດ້ສໍາ ເລັດການດໍາເນີນກອງປະຊຸມໃຫຍ່ ຄະນະອົງການປົກຄອງບ້ານສຳ ເລັດ 32 ບ້ານ, ຍັງ 1 ບ້ານ ແລະ ກໍາ ລັງດໍາເນີນກອງປະຊຸມໃຫຍ່ຂອງ ບັນດາໜ່ວຍພັກພາຍໃນສໍານັກ ງານ, ອົງການ ແລະ ກົມກອງພາຍ ໃນເມືອງ, ຫລັງຈາກອະນຸກຳມະ ການເນື້ອໃນ ແລະ ອະນຸກຳມະການ ດ້ານບຸກຄະລາກອນຂັ້ນແຂວງໄດ້ ລົງມາຕິດຕາມກວດກາ ແລະ ຊຸກຍູ້ ການກະກຽມຄວາມພ້ອມຮອບດ້ານ (ຮອບທີ I) ແລ້ວ, ເມືອງໄດ້ເປີດ ກອງປະຊຸມຈັດຕັ້ງເຜີຍແຜ່ເຊື່ອມ ຊຶມໃຫ້ຄະນະບໍຫານງານພັກເມືອງ, ຄະນະພັກຮາກຖານ, ຄະນະໜ່ວຍ ພັກ ແລະ ອະນຸກຳມະການຮັບຜິດ ຊອບແຕ່ລະດ້ານໄດ້ຮັບຮູ້ເຂົ້າໃຈ, ກຳແໜ້ນເນື້ອໃນດັ່ງກ່າວ, ສ້າງ ຄວາມເປັນເອກະພາບໃນການຈັດ ຕັ້ງປະຕິບັດໂດຍມອບໃຫ້ແຕ່ລະອະ ນຸກຳມະການຈັດຕັ້ງຜັນຂະຫຍາຍ ເປັນແຜນການ, ແຜນວຽກລະອຽດ ຕາມຄວາມຮັບຜິດຊອບຂອງຕົນ ເປັນຕົ້ນ: ການກະກຽມດ້ານເນື້ອໃນ ບົດຕ່າງໆ, ສັບຊ້ອນຈັດວາງບຸກຄະ ລາກອນຂຶ້ນແຜນງົບປະມານ-ແຜນ ອຸປະກອນຮັບໃຊ້ຕ່າງໆ, ແຜນຄາດ ຄະເນເປົ້າໝາຍເຂົ້າຮ່ວມກອງປະ ຊຸມໃຫຍ່ສ້າງຂະບວນການ, ພິທີ ການ,ສະຖານທີ່ຕ່າງໆ,ຂະບວນການ ປ້ອງກັນຄວາມສະຫງົບເປັນລະ ບຽບຮ້ອຍໃນທົ່ວເມືອງ ແລະ ເອກະ ພາບກໍານົດໄລຍະເວລາເປີດກອງ ປະຊຸມໃຫຍ່ຂັ້ນເມືອງ ສະໄໝທີVIII. ຈາກນັ້ນ, ອະນຸກໍາມະການແຕ່ ລະດ້ານໄດ້ເອົາໃຈໃສ່ເຕົ້າໂຮມຄະ ນະຮັບຜິດຊອບຂອງຕົນເພື່ອປຶກສາ ຫາລື, ສ້າງຄວາມເປັນເອກະພາບ, ແບ່ງຄວາມຮັບຜິດຊອບຢ່າງລະ ອຽດໂດຍສະເພາະອະນຸກຳມະການ ເນື້ອໃນໄດ້ກວດກາຄືນຈຳນວນ ເອກະສານຕ່າງໆ ທີ່ໃຊ້ເຂົ້າໃນກອງ ປະຊຸມໃຫຍ່, ກຳນົດຫ້ອງເຮັດວຽກ ພ້ອມທັງແບ່ງຄວາມຮັບຜິດຊອບ ຢ່າງລະອຽດໃນການກະກຽມບົດ ຈຳນວນ 24 ບົດ. ໂດຍເບື້ອງຕົ້ນ ແມ່ນເລັ່ງໃສ່ກະກຽມເນື້ອໃນ 4 ບົດ ໃຫຍ່ຄື: ບົດລາຍງານການເມືອງ, ບົດແຜນພັດທະນາເສດຖະກິດ-ສັງ ຄົມໂດຍໄດ້ແບ່ງອອກ ເປັນ 2 ທີມ ງານຮັບຜິດຊອບ, ມາຮອດປັດຈຸບັນ ການກະກຽມເນື້ອໃນບົດລາຍງານ ການເມືອງແມ່ນສຳເລັດ 30% ແລະ ແຜນພັດທະນາເສດຖະກິດສັງຄົມສຳເລັດ 30% ແລະ ບົດປິ່ນ ອ້ອມຕ່າງໆຄາດວ່າຈະໃຫ້ສຳເລັດ ໃນລະຫວ່າງເດືອນ 4 ຫາເດືອນ 6 ປີ 2024, ສໍາລັບການເປີດກອງປະ ຊຸມໃຫຍ່ ສະໄໝທີ VIII ຜູ້ແທນອົງ ຄະນະພັກເມືອງຊະນະຄາມຄາດວ່າ ຈະໃຫ້ສໍາເລັດໃນລະຫວ່າງເດືອນ 10 ຫາເດືອນ 12 ປີ 2024. ດາອົງການນໍາພາຂອງພັກ ຕ້ອງໄດ້ ຮັບການເລືອກຕັ້ງຢ່າງປະຊາທິປະ ໄຕ ແລະ ຈະລົບລ້າງເວລາໃດກໍ່ໄດ້ ຖ້າເຂົາເຈົ້າບໍ່ເຮັດສໍາເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ; ພັກຕ້ອງແມ່ນ ກ້ອນກໍາລັງທີ່ເປັນເອກະພາບທາງ ດ້ານການເມືອງ-ແນວຄິດ-ການ ຈັດຕັ້ງ, ບົນພື້ນຖານອີງໃສ່ລັດທິສັງ ຄົມນິຍົມວິທະຍາສາດຢ່າງແໜ້ນ ແຟ້ນ ຈຶ່ງເຮັດໃຫ້ພັກກາຍເປັນກໍາ ລັງການເມືອງທີ່ມີຄວາມສາມາດ ດຶງດູດມະຫາຊົນສ່ວນຫລາຍ ເຂົ້າ ຮ່ວມໃນການຕໍ່ສູ້ຕ້ານຊົນຊັ້ນນາຍ ທຶນ ແລະ ກໍ່ສ້າງລັດທິກອມມູນິດ… ສໍາລັບທ່ານ ເລນິນ ແມ່ນໄດ້ສືບ ທອດແນວຄິດ-ທິດສະດີຂອງທ່ານ ກາກມາກ ແລະ ອັງແກນ ເຊິ່ງບັນ ດາຫລັກການພື້ນຖານຂອງ ເລນິນ ກ່ຽວກັບພັກແບບໃໝ່ຂອງຊົນຊັ້ນ ກໍາມະກອນ ມີບາງເນື້ອໃນສໍາຄັນ ພື້ນຖານຄື:ລັດທິມາກແມ່ນພື້ນຖານ ແນວຄິດ, ແມ່ນເຂັມຊີ້ທິດໃຫ້ທຸກ ການເຄື່ອນໄຫວຂອງພັກກອມມູ ນິດ; ພັກກອມມູນິດແມ່ນກອງນໍາ ໜ້າທາງດ້ານການເມືອງທີ່ມີການ ຈັດຕັ້ງ, ແມ່ນຖັນແຖວທີ່ມີການຈັດ ຕັ້ງແໜ້ນໜາກ່ອນໝູ່, ປະຕິວັດກ່ອນ ໝູ່ແລະມີຄວາມຕື່ນຕົວກ່ອນໝູ່ຂອງ ຊົນຊັ້ນກໍາມະກອນ; ເມື່ອເປັນພັກ ກໍາ ອໍານາດ ພັກແມ່ນແກນນໍາຂອງລະ ບົບການເມືອງສັງຄົມນິຍົມ ແລະ ແມ່ນພາກສ່ວນໜຶ່ງຂອງລະບົບດັ່ງ ກ່າວ; ລວມສູນປະຊາທິປະໄຕ ແມ່ນຫລັກການພື້ນຖານໃນການກໍ່ ສ້າງການຈັດຕັ້ງ, ການດໍາລົງຊີວິດ ແລະ ການເຄື່ອນໄຫວຂອງພັກ; ພັກ ແມ່ນກ້ອນກໍາລັງເອກະພາບ ທາງດ້ານການເມືອງ,ແນວຄິດແລະ ການຈັດຕັ້ງ, ຖືເອົາການຕໍາໜິຕິຊົມ ຕົນເອງ ແລະ ຕິຊົມກັນເປັນກົດເກນ ຂະຫຍາຍຕົວຂອງພັກ; ພັກ ພົວພັນ ສະໜິດແໜ້ນກັບມະຫາຊົນ, ຕໍ່ສູ້ ຢ່າງເດັດດ່ຽວ ເພື່ອສະກັດກັ້ນ ແລະ ແກ້ໄຂພະຍາດອາດຍາສິດ, ຫ່າງ ເຫີນມະຫາຊົນ. ຄືດັ່ງຮັບຮູ້ນໍາກັນແລ້ວວ່າ ທິດ ສະດີຮູບຖານເສດຖະກິດ-ສັງຄົມ ແມ່ນພື້ນຖານທິດສະດີ ແລະ ວິທີວິ ທະຍາຂອງລັດທິມາກ-ເລນິນ ທີ່ໃຊ້ ເພື່ອເຂົ້າເຖິງການຄົ້ນຄວ້າ-ອະທິ ບາຍ, ຄາດຄະເນການຂະຫຍາຍຕົວ ທີ່ມີລັກສະນະປະຫວັດສາດ, ທໍາ ມະຊາດຂອງສັງຄົມມະນຸດເວົ້າ ລວມ, ເວົ້າສະເພາະແມ່ນຂອງແຕ່ ລະປະເທດ. ສໍາລັບພັກປະຊາຊົນ ປະຕິວັດລາວ ກໍ່ແມ່ນພັກທີ່ໄດ້ຍຶດ ໝັ້ນລັດທິມາກ-ເລນິນ ແລະ ນໍາມາ ໝູນໃຊ້ໃນພຶດຕິກໍາຕົວຈິງຢູ່ປະເທດ ເຮົາຢ່າງປະດິດສ້າງ, ສໍາເລັດຜົນ ແລະຍືນຍົງໂດຍພັກເຮົາຖືເອົາການ ວາງແນວທາງຍຸດທະສາດ, ຍຸດ ໂທບາຍຢ່າງຖືກຕ້ອງເປັນບັນຫາ ສໍາຄັນ ເພື່ອສືບຕໍ່ປັບປຸງພັກ ໃຫ້ມີ ຄວາມເຂັ້ມແຂງ, ໜັກແໜ້ນ, ເຮັດ ລ້ອນພາລະກໍາປະຫວັດສາດອັນຍິ່ງ ໃຫຍ່ຄື: “ແກ້ໄຂຄວາມທຸກຍາກ ຂອງປະຊາຊົນແລະຄວາມດ້ອຍພັດ ທະນາຂອງປະເທດຊາດ” ນັ້ນແມ່ນ ການໝູນໃຊ້ທິດສະດີມາກ-ເລນິນ ທີ່ຖືກຕ້ອງທີ່ສຸດ. co;7y f my fltfu ,kd{g]oy o pn opq '.o3]dcsj '7;k,9y ' (ເນື່ອງໃນໂອກາດວັນຄ້າຍວັນເກີດ ທ່ານ ເລນິນ 22 ເມສາ 1870-22 ເມສາ 2024) * ວັນທີ 22 ເມສາ 1870 ເປັນ ອີກວັນໜຶ່ງທີ່ມີຄວາມໝາຍສຳຄັນ ທາງປະສາດຂອງຊົນຊັ້ນກຳມະ ກອນໃນທົ່ວໂລກ ແລະ ຂອງບັນດາ ປະເທດສັງຄົມນິຍົມ ເພາະເປັນວັນ ເກີດຂອງຜູ້ນຳທີ່ຍິ່ງໃຫຍ່ຂອງລະ ບົບສັງຄົມນິຍົມ ນັ້ນກໍຄື ທ່ານ ວະ ລາດີເມຍ ອິລິສ ເລນິນ ຊຶ່ງປີນີ້ກໍຄົບ ຮອບ 154 ປີພໍດີ (22/04/187022/04/2024). ດັ່ງນັ້ນ ໃນມື້ນີ້ຈຶ່ງ ຮິບໂຮມຂໍ້ມູນ ຈໍານວນໜຶ່ງທີ່ພົວພັນ ເຖິງຜົນງານອັນໃຫຍ່ຫລວງ ຂອງ ທ່ານ ເລນິນ ໃນການຜັນຂະຫຍາຍ ແນວຄິດຂອງທ່ານ ມາກ-ອັງແກນ ກ່ຽວກັບພັກກອມມູນິດ ທີ່ຍອດຍິ່ງ ບາງສ່ວນມາສຶກສານໍາກັນ. ເມື່ອເວົ້າເຖິງຜົນງານອັນຍິ່ງ ໃຫຍ່ຂອງ ທ່ານ ເລນິນ, ພວກເຮົາ ຕ້ອງບໍ່ລືມບັນດາສາຍກ້ຽວພັນ, ໂດຍສະເພາະບຸກຄົນສໍາຄັນທີ່ມີ ບົດບາດເຮັດໃຫ້ທ່ານ ເລນິນປະສົບ ຜົນສໍາເລັດ ທັງທາງດ້ານການຄົ້ນ ຄວ້າທິດສະດີ ແລະ ນໍາໃຊ້ເຂົ້າໃນ ພຶດຕິກໍາຕົວຈິງ ນັ້ນແມ່ນແນວຄິດ ທິດສະ ດີຂອງທ່ານ ກາກມາກ ແລະ ອັງແກນ ກ່ຽວກັບພັກກອມມູນິດ. ທ່ານ ກາກມາກ ແລະ ອັງແກນ ແມ່ນຜູ້ທໍາອິດທີ່ໄດ້ຍົກບັນດາແນວ ຄິດພື້ນຖານກ່ຽວກັບພັກກອມມູນິດ ແລະ ຮ່າງຖະແຫລງການຂອງ ພັກ ກອມມູນິດ ທີ່ເປັນເອກະສານໃນລັກ ສະນະໂຄງການການເມືອງທໍາອິດ ຂອງຂະບວນການກອມມູນິດ, ກໍ່ຄື ການສ້າງຕັ້ງອົງການ ຈັດຕັ້ງກອມ ມູນິດທໍາອິດຂຶ້ນຢູ່ໃນໂລກ ເຊິ່ງມີຊື່ ວ່າ ພັນທະມິດບັນດາພັກກອມມູນິດ. ພວກເພິ່ນ ໄດ້ຮຽກຮ້ອງໃຫ້ກອງນໍາ ໜ້າປະຕິວັດສອງຊົນຊັ້ນ ຕ້ອງປະ ກອບອາວຸດດ້ວຍທິດສະດີທີ່ກ້າວ ໜ້າ, ມີລະດັບຄວາມຕື່ນຕົວສູງ. ພ້ອມດຽວກັນນັ້ນ ໃນພຶດຕິກໍາຕົວ ຈິງ ພັກຕ້ອງເປັນຜູ້ທີ່ເດັດດ່ຽວ ກ່ອນໝູ່ ແລະ ຮູ້ດຶງດູດເອົາມະຫາ ຊົນກ້າວໜ້າເດີນໄປໜ້າພ້ອມກັນ... ໂດຍພາຍໃຕ້ການຊີ້ນໍາຂອງ ທ່ານ ກາກມາກ ແລະ ອັງແກນ, ກົດລະ ບຽບຂອງພັນທະມິດບັນດາຊາວ ກໍາມະກອນ ໄດ້ຮັບການຮ່າງຂຶ້ນ; ກົດລະບຽບດັ່ງກ່າວ ມີບາງເນື້ອໃນ ສໍາຄັນ ເປັນຕົ້ນ ພັກຕ້ອງແມ່ນຖັນ ແຖວທີ່ມີການຈັດຕັ້ງແໜ້ນໜາ; ບັນ * ທ່ານ ຄໍາພັນ ສິດທິດໍາພາ ເຈົ້າ ແຂວງໆວຽງຈັນ ໄດ້ໃຫ້ສໍາພາດຕໍ່ສື່ ມວນຊົນເມື່ອບໍ່ດົນມານີ້ກ່ຽວກັບຄາດ ໝາຍແກ້ໄຂຄອບຄົວທຸກຍາກຂອງ ແຂວງວຽງຈັນໃນປີີ 2024 ນີ້ວ່າ: ອົງການປົກຄອງແຂວງ ຈະສຸມໃສ່ ການພັດທະນາຊົນນະບົດ ແລະ ແກ້ ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນກັບຂະບວນການຮັກຊາດ ແລະພັດທະນາ,ວຽກ3ສ້າງໃຫ້ເຂົ້າ ສູ່ລວງເລິກ: ຍູ້ແຮງການເປັນເຈົ້າ ການຂອງຄອບຄົວ ເພື່ອສຸມໃສ່ການ ແກ້ໄຂຄວາມທຸກຍາກຂອງຄອບ ຄົວ ໂດຍລະດົມການລົງທຶນຂອງ ຫົວໜ່ວຍທຸລະກິດ ຜູ້ປະກອບການ ພາກເອກະຊົນສົມທົບກັບການລົງ ທຶນຂອງລັດ, ການຊ່ວຍເຫລືອຂອງ ອົງການຈັດຕັ້ງສາກົນເຂົ້າໃສ່ ເພື່ອ ຮັບປະກັນການຄໍ້າປະກັນສະບຽງ ອາຫານ ແລະ ການຊຸກຍູ້ການສ້າງ ເສດຖະກິດຄອບຄົວທີ່ ເປັນທ່າແຮງ ໃຫ້ຫລາຍຂຶ້ນ ເພື່ອແກ້ໄຂໃຫ້ໄດ້ຄອບ ຄົວທີ່ຍັງບໍ່ທັນພົ້ນທຸກໃຫ້ຫລຸດລົງ ເທື່ອລະກ້າວຕາມແຜນກຳນົດໄວ້ໃນ ປີ 2024 ໃຫ້ໄດ້ 1.600 ຄອບຄົວ. ນອກຈາກນີ້, ຈະສ້າງບ້ານພັດ ທະນາ, ຄອບຄົວພັດທະນາໃຫ້ເພີ່ມ ຂຶ້ນ; ກວດກາປະເມີນຄືນການສ້າງ ເມືອງເຂັ້ມແຂງຮອບດ້ານຕາມ 16 ມາດຖານ 60 ຕົວຊີ້ບອກ ແລະ ສ້າງ ບ້ານໃຫຍ່ໃຫ້ເປັນຕົວເມືອງນ້ອຍ ໃນຊົນນະບົດຢູ່ຈຸດສຸມຂອງແຂວງ ໃຫ້ບັນລຸຕາມແຜນການ, ຊຸກຍູ້ການ ສ້າງບ້ານພັດທະນາຊົນນະບົດແບບ ໃໝ່ ທີ່ໄດ້ຮັບການສະໜັບສະໜູນ ຈາກບັນດາອົງການຈັດຕັ້ງສາກົນ ຕ່າງໆ, ສືບຕໍ່ວຽກງານຍົກຍ້າຍ, ຈັດ ສັນພູມລໍາເນົາ ແລະ ອາຊີບ ບ່ອນ ທຳມາຫາກິນຂອງ 3 ບ້ານທີ່ຖຶກຜົນ ກະທົບຈາກການສ້າງພື້ນຖານໂຄງ ລ່າງຢູ່ຈຸດສຸມເມືອງຄີ່ ເມືອງແມດ. ສໍາລັບແຂວງວຽງຈັນ ມີທັງ ໝົດ 428 ບ້ານ, ປີ 2023 ຜ່ານມາ ສາມາດລົບລ້າງບ້ານທຸກຍາກໄດ້ ທັງໝົດແລ້ວ. ແຕ່ຜ່ານການກວດ ກາປະເມີນ ຕາມດຳລັດ 348/ລບ ທົ່ວແຂວງຍັງມີຄອບຄົວທຸກຍາກ 3.720 ຄອບຄົວ, ເທົ່າກັບ 4,72% ຂອງຄອບຄົວທັງໝົດ; ມີບ້ານພັດທະ ນາ 163 ບ້ານ ກວມເອົາ 37,91% ຂອງບ້ານທັງໝົດ ແລະ ມີຄອບຄົວ ພັດທະນາ 63.454 ຄອບຄົວ ເທົ່າກັບ 80,58% ຂອງຄອບ ຄົວ ທັງໝົດ, ກວດກາປະເມີນເມືອງເຂັ້ມ ແຂງຮອບດ້ານຕາມ 16 ມາດຖານ 60 ຕົວຊີ້ບອກ ບັນລຸໄດ້ 3 ເມືອງຄື: ວັງວຽງ, ຫີນເຫີບ ແລະ ທຸລະຄົມ.

RkJQdWJsaXNoZXIy MTc3MTYxMQ==