pa’lk,kfIv’Ia[oadmjv’mjP;wfh1jk’rP’r= 07 xtgmf]k; gsfdko{dkora fmtok a 23/04/2024 ຂ່າວ: ສຸລິຍາ ແສງເດືອນ່ າຸ ລິຍື ອ ,;o-q o ot7vos];'rt[k' va 'g-u ortg9Q k\j ko ]q 'sq flq ' g,n v'g'y o ltgs]u ,lts]v'xu .\j ]k; 8y fra oda [ dkovto5 ]a d;a fmtotme c]t Iu f7v'xtgrou cs]j 'mj v'mj P;8kfg]kt{8kfIa ' vu dlt4komuj 7;owxlera f gzqj k]N w8[+ g,n v'sh ;p-kp ln [lko[5 o[A 'w2 .o3vdkf[5 oxu .\j ]k; rl 2567 ຂປລ. ຄະນະພັກ, ອົງການປົກ ຄອງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ພ້ອມດ້ວຍ ປະຊາຊົນເຜົ່າລື້ໄຕບໍ່ 5 ບ້ານຄື: ບ້ານທ່າຟ້າ, ດອນໃຈ, ບ້ານ ປຸ່ງນາໜູນ, ພິມົນສິນ ແລະ ບ້ານ ທົ່ງແສງຈັນ (ຄຸ້ມຊຽງງາມ) ຈັດ ບຸນປະເພນີຈູດບັ້ງໄຟ ເຊື່ອມສາຍ ໃຍເຜົ່າລື້ໄຕບໍ່ ທີ່ເດີນໂຮງຮຽນ ປະຖົມສົມບູນ ບ້ານ ພິມົນສິນ ກຸ່ມ ບ້ານປຸ່ງນາໜູນ ເມືອງຫ້ວຍຊາຍ ໃນວັນທີ 20 ເມສາ 2024 ຜ່ານ ມາ ໂດຍການເຂົ້າຮ່ວມຂອງທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ ແກ້ວ, ທ່ານ ຄຳເກິ່ງ ຜິວວັນນາເຈົ້າ ເມືອງໆຫ້ວຍຊາຍ ພ້ອມດ້ວຍພະນັກ ງານອາວຸໂສ, ບຳນານ, ເຖົ້າແກ່ ແນວໂຮມການຈັດຕັ້ງບ້ານ ແລະ ປະຊາຊົນເຂົ້າຮ່ວມຢ່າງຄຶກຄື້ນ. ທ່ານ ຄຳຈັນ ພົມປັນຍາ ນາຍ ບ້ານພິມົນສິນ ໃຫ້ຮູ້ວ່າ: ການຈັດ ບຸນປະເພນີຈູດບັ້ງໄຟ ເຊື່ອມສາຍ ໃຍເຜົ່າລື້ໄຕບໍ່ ເປັນຄັ້ງທີ 4 ເພື່ອສືບ ຂປລ. ແຫລ່ງຂ່າວຈາກ ແຂວງ ສາລະວັນ ໃຫ້ຮູ້ວ່າ: ໃນມື້ສຸດທ້າຍ ຂອງການສະເຫລີມສະຫລອງປີໃໝ່ ລາວ ພສ 2567 ເຊິ່ງກົງກັບວັນທີ 16 ເມສາ 2024 ຢູ່ທີ່ແຫລ່ງທ່ອງ ທ່ຽວຕາດເລາະ-ຕາດຮັງ ຄຶກຄື້ນ ກວ່າທຸກປີ ເນື່ອງຈາກມີມວນຊົນ, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ເຂົ້າມາທ່ຽວຊົມ ແລະ ຫລິ້ນນໍ້າ ຢູ່ສະຖານທີ່ດັ່ງກ່າວ ເປັນຈຳນວນຫລວງຫລາຍ. ບອກເລີຍວ່າໃຜໄດ້ມາແຂວງ ສາລະວັນ ແມ່ນບໍ່ຄວນພາດທີ່ຈະມາ ທ່ຽວ ຫລື ມາຫລິ້ນນໍ້າຢູ່ຕາດແຫ່ງ ນີ້ ໂດຍສະເພາະແມ່ນບັນຍາກາດ ການສະເຫລີມສະຫລອງປີໃໝ່ລາວ ຢູ່ທີ່ຕາດເລາະ-ຕາດຮັງ ປີນີ້ຖືວ່າ ຄຶກຄື້ນກວ່າທຸກປີ ຕະຫລອດໄລຍະ ເສັ້ນທາງເຂົ້າສະຖານທີ່ທ່ອງທ່ຽວ ເຫັນວ່າພໍ່ຄ້າຊາວຂາຍ ຕ່າງກໍນໍາ ເອົາສິນຄ້າ ແລະ ຜະລິດຕະພັນ ມາ ວາງຂາຍຫລາກຫລາຍຮ້ານ ເປັນ ຕົ້ນເຄື່ອງນຸ່ງຫົ່ມ, ເຄື່ອງດື່ມ ແລະ ອາຫານມີຄົບທຸກຢ່າງ ພ້ອມນັ້ນຍັງ ມີການຈັດສັນສະຖານທີ່ນັ່ງຫລິ້ນ ແບບຕູບ, ແບບໂຕະ-ຕັ່ງນັ່ງ ຕາມ ແກ້ງຕາດ, ມີຂົວຂ້າມລະຫວ່າງ ສອງຟາກໃນແກ້ງ ເພື່ອອໍານວຍ ຕໍ່ອະນຸລັກ, ປົກປັກຮັກສາຮີດຄອງ ປະເພນີ, ວັດທະນະທຳ ການນຸ່ງຖື, ພາສາປາກເວົ້າ, ມູນເຊື້ອຄວາມດຸ ໝັ່ນຂະຫຍັນພຽນ, ການສະແດງ ອອກດ້ານບົດຂັບ, ລຳຂອງເຜົ່າ ກໍຄື ການຈູດບັ້ງໄຟ ເນື່ອງໃນໂອກາດບຸນ ປີໃໝ່ລາວ ຕິດພັນກັບກິດຈະກຳເປີດ ປີທ່ອງທ່ຽວລາວ 2024 ພ້ອມທັງ ເປັນໂອກາດການສ້າງຕັ້ງບ້ານພິມົນ ສິນຄົບ 60 ປີ ເພື່ອເປັນການຟື້ນຟູ ວັດທະນະທຳອັນດີງາມຂອງເຜົ່າລື້ ກໍຄືຂອງຊາດ ໃຫ້ຄົນຮຸ່ນໃໝ່ໄດ້ ຮຽນຮູ້-ເຊື່ອມຊຶມ ແລະ ຮັກສາໄວ້ ໃຫ້ໝັ້ນຄົງ, ການສ້າງສາຍສຳພັນ ຄວາມສາມັກຄີປອງດອງຂອງ ເຜົ່າລື້ໄຕບໍ່ ເວົ້າລວມເວົ້າສະເພາະ ປະຊາຊົນທັງ 5 ບ້ານ ໃຫ້ມີຄວາມ ແໜ້ນແຟ້ນຂຶ້ນເລື່ອຍໆ. ປະຫວັດຄວາມເປັນມາຂອງຊົນ ເຜົ່າລື້ ເປັນໜຶ່ງໃນ 50 ຊົນເຜົ່າທີ່ ດຳລົງຊີວິດຢູ່ໃນລາວມາຫລາຍ ຮ້ອຍປີ ເຊິ່ງໃນເມື່ອກ່ອນເຜົ່າລື້ ຫລື ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ມວນຊົນ ຫລວງພະບາງ ເມືອງມໍລະດົກໂລກ ໄດ້ອາຣາດຖະນາອົງພະເຈົ້າໝ່ານ ລົງຫົດສົງ ໃນຕອນເຊົ້າຂອງວັນທີ 22 ເມສາ 2024 ເພື່ອຂໍພອນໃນ ໂອກາດປີໃໝ່. ພິທີອາຣາດຖະນາໄດ້ຈັດຂຶ້ນ ເປັນປະຈຳທຸກປີ ພາຍຫລັງສຳເລັດ ການສະເຫລີມສະຫລອງບຸນປີໃໝ່ ລາວ ໂດຍເລີ່ມຈາກພະເຖຣະ ໄດ້ ນຳພາຊາວພຸດທະສາຊະນິກະຊົນ ກ່າວຄຳອາຣາດຖະນາອົງພະເຈົ້າ ໝ່ານ ຈາກຫໍພະໝ່ານ ລົງມາປະດິດ ສະຖານທີ່ຫໍສົງຂອງວັດຊຽງທອງ. ຈາກນັ້ນ ໄດ້ມີພິທີແຫ່ອ້ອມພັດທະ ສີມມາ 3 ຮອບ ແລ້ວອັງເຊີນອົງພະ ເຈົ້າໝ່ານຂຶ້ນປະທັບໃນຫໍສົງ ແລະ ພະສົງສາມະເນນ ໄດ້ນຳພາຊາວ ພຸດທະສາຊະນິກະຊົນ ກ່າວຄຳຄາ ລະວະ ຈຶ່ງດຳເນີນການຫົດສົງຢ່າງ ເປັນທາງການ. ໃນໂອກາດບຸນປີໃໝ່ທຸກປີຈະມີ ຄວາມສະດວກ ແລະ ພ້ອມບໍລິການ ໃຫ້ແຂກ, ມວນຊົນທີ່ມາທ່ຽວຊົມ ແລະ ຫລິ້ນນໍ້າ. ຕາດເລາະ-ຕາດຮັງ ເປັນສະ ຖານທີ່ທ່ອງທ່ຽວທາງທໍາມະຊາດ ທີ່ສວຍງາມ ແລະ ມີຊື່ສຽງອັນດັບ 1 ຂອງແຂວງສາລະວັນ ຕັ້ງຢູ່ບ້ານ ແສນວັງໃຫຍ່ ເມືອງ ແລະ ແຂວງ ສາລະວັນ ຫ່າງຈາກເທສະບານ ເມືອງສາລະວັນ 31 ກິໂລແມັດ ຕາມເສັ້ນທາງເລກທີ 20 ສາລະ ວັນ-ປາກເຊ, ມີຕົ້ນກຳເນີດເກີດຂຶ້ນ ຈາກແມ່ນ້ຳເຊເສັດ ຈາກແຂວງ ເຊກອງ ໂດຍນ້ຳຕົກມີຄວາມສູງ ລື້ໄຕບໍ່ ແມ່ນເຜົ່າໜຶ່ງທີ່ອົບພະຍົບ ມາແຕ່ເຂດສິບສອງປັນນາໃນປີ 1896 ລົງມາອາໄສຢູ່ຕາມແຄມ ແມ່ນໍ້າຂອງ, ສາຍນ້ຳອູ່ຈໍານວນໜຶ່ງ ໄດ້ກາຍເປັນລື້ໄຕສິງ, ລື້ໄຕຍວນ, ລື້ໄຕມອນ, ລື້ໄຕມ້າງ, ລື້ໄຕຂືນ, ລື້ ໄຕບໍ່, ລື້ໄຕງາຍ, ລື້ໄຕແມນເປັນຕົ້ນ ສຳລັບຢູ່ເມືອງຫ້ວຍຊາຍແມ່ນ ລື້ໄຕ ບໍ່ປະກອບມີ5 ບ້ານຄື: ບ້ານທ່າຟ້າ, ດອນໃຈ, ບ້ານປຸ່ງນາໜູນ, ພິມົນ ສິນ ແລະ ບ້ານທົ່ງແສງຈັນ (ຄຸ້ມ ຊຽງງາມ). ໂອກາດນີ້, ທ່ານ ບົວຄົງ ນາມ ມະວົງ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຜົນງານ, ດ້ານດີຂອງການ ຈັດງານ ພ້ອມທັງຮຽກຮ້ອງໃຫ້ ຄະນະພັກ, ອົງການປົກຄອງບ້ານ ແລະ ປະຊາຊົນ ຕ້ອງສືບຕໍ່ອະນຸລັກ ປົກປັກຮັກສາວັດທະນະທຳ ການ ນຸ່ງຖື, ພາສາປາກເວົ້າ, ມູນເຊື້ອ ຄວາມອົງອາດກ້າຫານ, ຄວາມ ດຸໝັ່ນຂະຫຍັນພຽນ, ຮີດຄອງ ປະເພນີ, ການຂັບ, ລຳຂອງເຜົ່າລື້ ໄວ້ໃຫ້ໝັ້ນຄົງ ແລະ ຈົ່ງພ້ອມກັນ ສືບສານບຸນປະເພນີຈູດບັ້ງໄຟ ໃນ ໂອກາດສະເຫລີມສະຫລອງບຸນປີ ໃໝ່ລາວ ໃຫ້ມີລັກສະນະຫລາກ ຫລາຍສີສັນ ເພື່ອດຶງດູດການທ່ອງ ທ່ຽວເຂົ້າມາທ່ຽວງານໃຫ້ມີຈຳ ຫລາຍເປັນສຳຄັນ, ພ້ອມທັງສົ່ງເສີມ ການຜະລິດເຄື່ອງຫັດຖະກຳ, ຕຳ ແຜ່ນແພຕ່າງໆ ທີ່ເປັນເອກະລັກ ໃຫ້ ກາຍເປັນສິນຄ້ານັບມື້ຫລາຍຂຶ້ນ. ການຈູດບັ້ງໄຟຄັ້ງນີ້, ມີບັ້ງໄຟ ທັງໝົດ 20 ກວ່າບັ້ງ ມາຈູດຕາມ ຄວາມເຊື່ອ ເພື່ອສັກກາລະບູຊາຟ້າ ພະຍາແຖນ ເປັນການຂໍຟ້າຂໍຝົນ ໃຫ້ຕົກຕ້ອງຕາມລະດູການ ເພື່ອ ໃຫ້ປະຊາຊົນໄດ້ທຳການຜະລິດ ຖືກຕ້ອງຕາມລະດູການ. ພາຍໃນ ງານຍັງມີການປະກວດບັ້ງໄຟຈູດ ຂຶ້ນງາມ ແລະ ຂຶ້ນສູງ ເຊິ່ງລາງວັນ ຊະນະເລີດ ແມ່ນບ້ານດອນໃຈ, ທີ 2 ໄດ້ແກ່ບັ້ງໄຟ ບ້ານທ່າຟ້າ, ທີ 3 ໄດ້ ແກ່ບັ້ງໄຟບ້ານ ທົ່ງແສງຈັນ (ຄຸ້ມ ຊຽງງາມ). ການອັນເຊີນພະເຈົ້າໝ່ານລົງ ໃຫ້ ປະຊາຊົນຫົດສົງນ້ຳແລະກາບໄຫ້ວ. ສໍາລັບປີນີ້ ການຫົດສົງອົງພະເຈົ້າ ໝ່ານ ຈະດໍາເນີນໄປຈົນເຖິງຕອນ ແລງຂອງວັນທີ 28 ເມສາ 2024 ນອກຈາກການຫົດສົງອົງພະເຈົ້າ ໝ່ານແລ້ວ ຍັງມີການຈັດຕັ້ງກອງ ບຸນ 84.000 ພະທໍາມະຂັນ ປະຈຳປີ 2023 ທີ່ວັດຊຽງທອງ ເພື່ອສົມທົບ ທຶນໃນການກໍ່ສ້າງຫ້ອງການ ອົງ ການພຸດທະສາສະໜາສໍາພັນລາວ ແຂວງຫລວງພະບາງຕື່ມອີກ ແລະ ຂໍເຊີນຊວນມວນຊົນ ພ້ອມດ້ວຍ ແຂກທັງພາຍໃນ ແລະ ຕ່າງປະເທດ ໄປຮ່ວມຫົດສົງອົງພະເຈົ້າໝ່ານ ແລະ ຮ່ວມອານຸໂມທະນາບຸນຕາມ ກຳລັງສັດທາ. ອົງພະເຈົ້າໝ່ານ ເປັນອົງພະທີ່ ສັກສິດອີກ 1 ອົງ ທີ່ປະຊາຊົນຫລວງ ພະບາງ ໃຫ້ການເຄົາລົບນົບໄຫວ້, ເຊິ່ງສ້າງດ້ວຍທອງຄຳເນື້ອນົບພະ ເກົ້າ ຫລື ຄຳເນື້ອເກົ້າ ເປັນຄຳທີ່ງົດ ງາມ ແລະ ສູງຄ່າທີ່ສຸດ ປະດັບດ້ວຍ ອັນຍະມະນີນົບພະເກົ້າ ນ້ຳດີທີ່ສຸດ ທັ້ງ 9 ສີ ບໍລິເວນເຂັມຂັດສ້ອຍສັງ ວານ ຊາຍໄຫວ ແລະ ເຄື່ອງຊົງທັງ ອົງ ສ້າງຂຶ້ນໂດຍຄົນປະເທດພະມ້າ ຫລັງຈາກສ້າງແລ້ວ ຈຶ່ງນຳຂຶ້ນມາ ລ່ອງແພໄປຕາມແມ່ນ້ຳຂອງ ເພື່ອ ກັບພະມ້າ ພໍຮອດບໍລິເວນເມືອງ ຫລວງພະບາງ ອົງພຣະໄດ້ຢຸດ ແລະ ມຸນວົນນ້ຳ ເຮັດແບບໃດກໍບໍ່ສາມາດ ດຶງແພໄປຕໍ່ໄດ້ ທະຫານພະມ້າໄດ້ ດຶງຢູ່ຫລາຍທີ ແຕ່ບໍ່ເກີດຜົນ ຜູ້ອັນ ເຊີນໄດ້ເຮັດການສັກກະລະ ແລະ ຕັ້ງຈິດອະທິຖານວ່າ “ຫາກອົງພຣະ ມິກັບສູ່ຫົງສາວະດີ ກໍຂໍໃຫ້ທ່ານ ເລືອກວັດທີ່ຈະຢູ່ເຖີດ (ໃນຂະນະນັ້ນ ຫລວງພະບາງມີຫລາຍກວ່າ 100 ວັດ ປັດຈຸບັນມີພຽງ 60 ກວ່າວັດ) ເຈົ້າອາວາດທຸກວັດໄດ້ມາອັນເຊີນ ມາອຸ້ມຂຶ້ນຈາກແມ່ນ້ຳຂອງ ແຕ່ກໍ ບໍ່ມີວັດໃດສາມາດຍົກຂຶ້ນໄດ້ ມີພຽງ ເຈົ້າອາວາດວັດຊຽງທອງ ທີ່ຕັ້ງຈິດ ອະທິຖານ ທັນໃດນັ້ນສິ່ງທີ່ບໍ່ຄາດຝັນ ກໍເກີດຂຶ້ນ ທ່ານອຸ້ມອົງພະຂຶ້ນຈາກ ນ້ຳໄດ້ຢ່າງປະຕິຫານແລະ ໄດ້ອັນ ເຊີນເຂົ້າວັດ ທັງເຮັດການສົມໂພດ ຢ່າງຍິ່ງໃຫຍ່ ແຕ່ຝົນກໍຕົກລົງບໍ່ມີ ທີທ່າວ່າຈະຢຸດ ທ່ານຈຶ່ງທຳການ ສ້າງ “ຫໍພຣະໝ່ານ” ແລະ ເກັບ ລັອກຄວາມງົດງາມໄວ້ໃນ ພາຍໃນ 365 ວັນ ຈຶ່ງນຳອອກມາພຽງ 3 ຫາ 7 ວັນເທົ່ານັ້ນ, ແຕ່ຍາມໃດ ຝົນບໍ່ຕົກບ້ານເມືອງແຫ້ງແລ້ງ ຈະ ທຳການອັນເຊີນທ່ານມາສົງນ້ຳ ຝົນກໍຈະຕົກຄືກັບປາຕິຫານ ອົງພະ ຫ້າມຜູ້ໃດຕ້ອງທ່ານ ແລະ ຫ້າມ ຂຶ້ນໄປຫໍພະໝ່ານເດັດຂາດ ພ້ອມ ທຳການສ້າງ “ຫໍພະໝ່ານ” ໄວ້ ດ້ານຫລັງຂອງພະອຸໂບສົດ ນັບແຕ່ ປີພຸດທະສັກກະລາດ 2493 ຈົນ ມາເຖິງປັດຈຸບັນ ຜະໜັງດ້ານຫລັງ ວິຫານດ້ວຍສີບົວ ປະດັບດ້ວຍແວ່ນ ສີ ສະແດງເຖິງວິຖີຊີວິດຂອງຜູ້ຄົນ ມີຄວາມສວຍງາມແບບພື້ນບ້ານ ທີ່ ເປັນເອກະລັກຂອງຫລວງພະບາງ. ປະມານ 10 ແມັດ, ມີການເປີດນຳ ໃຊ້ແຕ່ປີ 1986, ເຊິ່ງໃນທຸກໆປີ ຈະມີແຂກ, ມວນຊົນ ເຂົ້າມາທ່ຽວ ຊົມແລະ ຫລິ້ນນໍ້າ ທີ່ຕາດດັ່ງກ່າວ ຈໍານວນຫລວງຫລາຍ ໂດຍສະ ເພາະໃນໄລຍະບຸນປີໃໝ່ລາວຂອງ ທຸກໆປີ. ສໍາລັບປີນີ້ກໍເຊັ່ນດຽວກັນມີ ແຂກ, ມວນຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມ ແລະ ຫລິ້ນນໍ້າ ຈໍານວນຫລວງຫລາຍ ເຮັດໃຫ້ບັນຍາກາດໃນສະຖານທີ່ ທ່ອງທ່ຽວມີຄວາມຄຶກຄື້ນມວນ ຊື່ນ, ຮັກສາໄດ້ຄວາມເປັນລະບຽບ ຮຽບຮ້ອຍ, ຄວາມສະຫງົບ ແລະ ປອດໄພ ສົມກັບກັບຄໍາຂວັນທີ່ວ່າ: “ທ່ອງທ່ຽວລາວປອດໄພ ຊື່ນໃຈ ໃນທໍາມະຊາດ, ວັດທະນະທໍາ ແລະ ປະຫວັດສາດ”. ຂປລ. ແຫລ່ງຂ່າວຈາກ ແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ການນຳເມືອງ ເງິນ, ແຂວງໄຊຍະບູລີ ສະເຫລີມ ສະຫລອງປີໃໜ່ລາວ ປະຈໍາປີ ພສ 2567 ເພື່ອເປັນການຮັດແໜ້ນ ຄວາມສາມັກຄີ ລະຫວ່າງການນໍາ ຂັ້ນແຂວງ, ເມືອງ ແລະ ບ້ານ ໃຫ້ ແໜ້ນແຟ້ນຍິ່ງໆຂຶ້ນ ຕິດພັນກັບການ ອະນຸລັກວັດທະນະທຳແລະຮີດຄອງ ປະເພນີ ໂດຍສະເພາະຮີດ 12 ຄອງ 14 ທີ່ສືບສານກັນມາແຕ່ບູຮານ ນະການ ດ້ວຍການບາສີສູ່ຂັວນ ເພື່ອ ອວຍພອນໃຫ້ການນໍາ ຂັ້ນແຂວງ, ເມືອງ ມີສຸຂະພາບແຂງແຮງປາ ສະຈາກໂລກໄພໄຂ້ເຈັບ, ມີພາລະ ອະນາໄມສົມບູນ ມີຄວາມຈະເລີນ ກ້າວໜ້າທຸກປະການ. ພິທີດັ່ງກ່າວຈັດຂຶ້ນໃນວັນທີ 19 ເມສາ 2024 ຜ່ານມາ ທີ່ບ້ານ ເພຍງາມ ເມືອງເງິນ ໂດຍການເຂົ້າ ຮ່ວມຂອງທ່ານ ອາເມ ຊົງເຢ້ຍເລັ່ງ ຫົວໜ້າຄະນະໂຄສະນາອົບຮົມ ແຂວງໄຊຍະບູລີ, ທ່ານ ທະວີສັກ ໄຊຍະວົງ ເຈົ້າເມືອງໆເງິນ ພ້ອມ ດ້ວຍນັກທຸລະກິດຜູ້ປະກອບການ, ນາຍບ້ານ ແລະ ເຖົ້າແກ່ແນວໂຮມ ຕະຫລອດຮອດພະນັກງານບໍານານ ເຂົ້າຮ່ວມ. ທ່ານ ທະວີສັກ ໄຊຍະວົງ ໄດ້ກ່າວ ຄໍາອວຍພອນປີໃໜ່ ພ້ອມທັງຜ່ານ ຜົນງານຕະຫລອດໄລຍະ 1 ປີຜ່ານ ມາ, ເຊິ່ງເມືອງເງິນສາມາດຮັກສາ ໄດ້ສະຖຽນລະພາບທາງດ້ານເມືອງ ສັງຄົມມີຄວາມຫງົບ ແລະ ມີຄວາມ ເປັນລະບຽບຮຽບຮ້ອຍດີເສດຖະກິດ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ພື້ນຖານໂຄງລ່າງໄດ້ມີການພັດທະ ນາດີຂຶ້ນເປັນກ້າວໆ ເນື່ອງໃນໂອ ກາດ ປີໃໜ່ລາວ ພສ 2567 ທີ່ໄດ້ ໜູນວຽນມາຮອດ ຂໍໃຫ້ທຸກຄົນມີ ສຸຂະພາບເຂັ້ມແຂງມີຜົນສໍາເລັດໃໝ່ ຍິ່ງໃຫຍ່ເກົ່າ ແລະ ມີຄວາມຢູ່ເຢັນ ເປັນສຸກຕະຫລອດປີ.
RkJQdWJsaXNoZXIy MTc3MTYxMQ==