5855.1

-y oI;k xa [x5 ']k7k 4j kosu o.sh cdj 8ts]kf3]d [= ]y la f ,k]y lk lt|v'co;ra og0Q k .sh d5j ,x6 dg0Q kgxa oly o7h k [h ko|v'rq ' ;k'ltcf'I6 [rk[ lts]v'0q ;,y f8trk[ ]k;{wm csj 'mu 1 7q [Iv[ 30 xu vq 'dko9a f8A '-k;|5j , gxa o[j vog8Q k3I, 7;k,lk,a d7u 0v'-k;|5j ,]k; l6 odk'ltstra ode,t[ko]k; dP,lts]v' ;a ode,tdvolkdq o fh ;ps]kpI6 [c[[ oe.-h ot;a f8tdefh kofu 9y 8vo grnj v-5 dp6h dkora fmtokc[[pn opq '.orkdrN ovk-u {xk-u 2y d ]a f4t[ko dP,les];frq o]tg,n v' c]t muj 16j vkwlmqj ;xtgmf 7A 'mu V lb dlk7;k,gxa owxwfh .odko lqj 'glu ,dko0kply o7h k]k;wx lx 9u o [q f[kfle7a o0v'z6 h veo;pdko3I'IPo .odkoxa [x5 'zq odkoIPo0v'oa dIPo gru j ,mt;u dkog-n j v,9vf c]t 7;k,g0A ,c0'vk-Po ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 23.04.2024 ປີທີ 23 ສະບັບທີ 5.915 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 ຂປລ. ເມື່ອບໍ່ດົນມານີ້, ໄດ້ມີພິ ທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບໂຄງການສຶກສາ ຂປລ. ສູນກາງສະຫະພັນກຳມະ ບານລາວ ກຽມສະເຫລີມສະຫລອງ ວັນກຳມະກອນສາກົນຄົບຮອບ 138 ປີ ດ້ວຍຫລາຍຮູບແບບ ເປັນ ຕົ້ນ ຈັດຕັ້ງປາຖະກະຖາຫວນຄືນ ມູນເຊື້ອປະຫວັດຄວາມເປັນມາ ຂອງວັນກຳມະກອນສາກົນ ຕາມ ເງື່ອນໄຂ ແລະ ຄວາມເໝາະສົມ ຕົວຈິງ; ຈັດກິດຈະກໍາຖາມ-ຕອບ ຄວາມຮູ້ກ່ຽວກັບວັນກຳມະກອນ ສາກົນ; ສ້າງເງື່ອນໄຂໃຫ້ຄະນະປະ ທານ, ຄະນະບໍລິຫານງານສູນກາງ ສະຫະພັນກຳມະບານລາວ, ຄະນະ ພັກຄະນະນຳຂັ້ນແຂວງຮ່ວມກັບ ຄະນະປະທານ ຄະນະບໍລິຫານງານ ພາບປະກອບ ຂປລ. ໃນວັນທີ 16 ເມສາຜ່ານ ມານີ້ ສໍານັກຂ່າວຊິນຮວາ ໄດ້ລາຍ ງານການດັດແກ້ ແລະ ປັບປຸງດັດ ຊະນີລາຄາຖ່ານຫີນໂຄກຂອງຈີນ. ການເພີ່ມຂອງດັດຊະນີດັ່ງ ກ່າວສະແດງເຖິງຄວາມເປັນວິທະ ຍາສາດ, ຄວາມຖືກຕ້ອງ, ຄວາມລະ ອຽດອ່ອນຂອງດັດຊະນີ ແລະ ລາ ຄາທີ່ຖືກໃຫ້ແກ່ຕະຫລາດສາກົນ, ວິສາຫະກິດ ແລະ ລັດຖະບານ. ການ ເພີ່ມປະສິດທິພາບດັດຊະນີລາຄາ ໃນຄັ້ງນີ້ແມ່ນອີງໃສ່ການເສີມສ້າງ ແລະ ການປັບປຸງແຫລ່ງຂໍ້ມູນ ເຊິ່ງ ສ່ວນໃຫຍ່ແມ່ນໄດ້ມາຈາກຂໍ້ມູນພື້ນ ຖານການຄ້າ ອີ-ຄອມເມີດ” ໂຄ້ກ ກີ້ງ ໂຄ້ອອນລາຍ”ຂອງສູນການຄ້າ ຖ່ານຫີນ ແລະ ຖ່ານໂຄກນາໆຊາດ ຊານຊີ (Shanxi Coking Coal ຄວາມເປັນໄປໄດ້ ໃນການສົ່ງເສີມ ການຂາຍສິນຄ້າລາວ ໄປ ສປ ຈີນ ສະຫະພັນກຳມະບານແຂວງລົງພົບ ປະຢ້ຽມຢາມກຳມະກອນຢູ່ຕາມ ຫົວໜ່ວຍແຮງງານໂຮງຈັກ-ໂຮງ ງານໃນທົ່ວປະເທດ ຕາມຄວາມສາ ມາດຕົວຈິງ; ຈັດຂະບວນການບໍລິ ຈາກເລືອດ ເພື່ອຊ່ວຍເຫລືອສັງຄົມ; ຈັດຂະບວນການແຂ່ງຂັນກິລາ, ສິ ລະປະວັນນະຄະດີ, ຂະບວນການ ອອກແຮງງານລວມແລະກິດຈະກຳ ແຂ່ງຂັນສີມືແຮງງານຕາມເງື່ອນ ໄຂຕົວຈິງ ຂອງແຕ່ລະພາກສ່ວນ. ສະນັ້ນ, ສູນກາງສະຫະພັນກຳ ມະບານລາວ ຈຶ່ງໄດ້ອອກແຈ້ງການ ກ່ຽວກັບການຈັດຕັ້ງກຽມສະເຫລີມ ຂປລ. ບໍລິສັດມາລິສາ ຈໍາໜ່າຍ ເຂົ້າກ້ອງ ໄດ້ສະໜອງແນວພັນ ເຂົ້າໃຫ້ກຸ່ມປູກເຂົ້າເປັນສິນຄ້າ ທັງ ນາແຊງ ແລະ ນາປີ ຢູ່ບ້ານໜອງພົງ ເມືອງທຸລະຄົມ ແຂວງວຽງຈັນ, ພ້ອມທັງເກັບຊື້ຜົນຜະລິດຄືນ ໃນລາ ຄາທີ່ສູງກວ່າລາຄາໃນທ້ອງຕະ ຂປລ. ໃນວັນທີ 22 ເມສາ 2024 ນີ້, ຢູ່ບາງກອກ ປະເທດໄທ, ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ ຮັບກຽດກ່າວປາໄສດ້ວຍຮູບແບບ ບັນທຶກເປັນວິດີໂອ ໃນພິທີເປີດກອງ ປະຊຸມໃຫຍ່ປະຈໍາປີ ສະໄໝທີ 80 ຂອງຄະນະກໍາມາທິການເສດຖະ ກິດ-ສັງຄົມສະຫະປະຊາຊາດ ປະ ຈໍາພາກພື້້ນອາຊີ-ປາຊີຟິກທີ່ຈັດຂຶ້ນ ແຕ່ວັນທີ 22-26 ເມສາ 2024 ພາຍ ໃຕ້ຫົວຂໍ້: ການນຳໃຊ້ນະວັດຕະ ກຳດ້ານດີຈິຕອນ ເພື່ອຊຸກຍູ້ການ ພັດທະນາແບບຍືນຍົງໃນພາກພື້ນ ອາຊີ-ປາຊີຟິກ ໂດຍມີການເຂົ້າຮ່ວມ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 23/04/2024 xtgmf]k; ລັດຖະບານ ກຽມສຳຫລວດ... ວາງສະແດງຮູບພາບ... ສຶກສາຄວາມເປັນໄປໄດ້... ຊິນຮວາ ປັບປຸງ... ສູນກາງສະຫະພັນ... ວາງສະແດງຮູບພາບ... ບໍລິສັດ ມາລິສາ... ຂປລ. ລັດຖະບານ ກໍຄື ຄະນະຊີ້ ນຳການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສລະດັບຊາດ ໄດ້ກະ ກຽມຄວາມພ້ອມຈັດຕັ້ງປະຕິບັດ ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ເຊິ່ງແມ່ນກະຊວງແຜນການ ແລະ ການລົງທຶນ ໂດຍສະເພາະສູນ ສະທິຕິແຫ່ງຊາດ ເປັນໃຈກາງໃນ ການປະສານງານໃຫ້ແກ່ວຽກງານ ດັ່ງກ່າວຮ່ວມກັບກະຊວງຕ່າງໆທີ່ ກ່ຽວຂ້ອງ ເພື່ອເຮັດໃຫ້ວຽກງານ ສຳຫລວດພົນລະເມືອງ ແລະ ທີ່ຢູ່ອາ ໄສ ໃນຄັ້ງນີ້ສຳເລັດຕາມແຜນທີ່ໄດ້ ກຳນົດໄວ້ ເຊິ່ງມາຮອດປັດຈຸບັນໄດ້ ສຳເລັດຫລາຍໜ້າວຽກທີ່ສຳຄັນ. ທ່ານ ຄຳເຈນ ວົງໂພສີ ລັດຖະ ມົນຕີກະຊວງແຜນການ ແລະ ການ ລົງທຶນ, ຮອງຫົວໜ້າຄະນະຊີ້ນຳ ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສລະດັບຊາດ ໄດ້ໃຫ້ຮູ້ເມື່ອ ບໍ່ດົນນີ້ວ່າ: ເພື່ອກຽມໃຫ້ແກ່ການສຳ ຫລວດພົນລະເມືອງ ແລະ ທີ່ຢູ່ອາ ໄສທົ່ວປະເທດ ຄັ້ງທີV ໃນປີ 2025 ທີ່ຈະມາເຖິງໃຫ້ສຳເລັດຕາມເປົ້າ ໝາຍ, ຄະນະຊີ້ນຳການສຳຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສລະ ດັບຊາດ ໄດ້ກະກຽມຄວາມພ້ອມໃນ ຫລາຍດ້ານໂດຍໄດ້ແບ່ງຄວາມຮັບ ຜິດຊອບໃຫ້ແຕ່ລະພາກສ່ວນທີ່ກ່ຽວ ຂ້ອງ ກໍຄື ກະຊວງ, ອົງການທັງສູນ ກາງ ແລະ ທ້ອງຖິ່ນ. ມາຮອດປັດຈຸ ບັນ, ໄດ້ສຳເລັດຫລາຍໜ້າວຽກ ທີ່ສຳຄັນ ເປັນຕົ້ນ ສໍາເລັດຂໍ້ຕົກລົງ ທາງດ້ານໂຄງປະກອບຂອງການ ຈັດຕັ້ງຂອງຄະນະຊີ້ນໍາ (ກໍານົດ ບັນຊີລາຍຊື່ບັນດາກະຊວງ, ອົງ ການ, ແຂວງແລະຕຳແໜ່ງປະກອບ ເຂົ້າໃນຄະນະຊີ້ນຳ), ສຳເລັດຂໍ້ຕົກ ລົງແຕ່ງຕັ້ງຫົວໜ້າຄະນະຊີ້ນຳລະ ດັບຊາດ, ຂໍ້ຕົກລົງແຕ່ງຕັ້ງຄະນະ ຊີ້ນຳລະດັບຊາດ ແລະ ຫົວໜ້າຄະ ນະຊີ້ນຳຂັ້ນແຂວງສໍາລັບການສໍາ ຫລວດ ແລະ ອື່ນໆ. ການສໍາຫລວດພົນລະເມືອງ ແລະທີ່ຢູ່ອາໄສແມ່ນການສໍາຫລວດ ໃຫຍ່ລະດັບຊາດ ທີ່ມີຄວາມສຳຄັນ ທີ່ສຸດເພາະເປັນການເກັບກຳ ແລະ ຈົດນັບພົນລະເມືອງ ເພື່ອຕິດຕາມສະ ພາບການຂະຫຍາຍຕົວ ແລະ ປັດໄຈ ທີ່ມີຜົນກະທົບຕໍ່ກັບການຂະຫຍາຍ ຕົວຂອງພົນລະເມືອງໃນທຸກໆ 10 ປີ ໂດຍອີງໃສ່ກົດໝາຍວ່າດ້ວຍສະຖິ ຕິ ແລະ ຍຸດທະສາດການພັດທະນາ ລະບົບສະຖິຕິແຫ່ງຊາດແບບຍືນ ຍົງ 2016-2025 ແລະ ວິໄສທັດ ຮອດປີ 2030 ກໍຄື ປະຕິບັດຕາມ ພັນທະຕໍ່ສາກົນໃນເງື່ອນໄຂທີ່ ສປປ ລາວ ເປີດກວ້າງການພົວພັນ ຂປລ. ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວນະ ຄອນຫລວງວຽງຈັນ ໄດ້ເປັນເຈົ້າ ການຈັດກິດຈະກຳວາງສະແດງ ຮູບພາບ ເພື່ອສະເຫລີມສະຫລອງ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 (ວຽງຈັນ-ໜອງຄາຍ) ໂດຍໄດ້ ນຳເອົາຮູບພາບການກໍ່ສ້າງຂົວດັ່ງ ກ່າວ, ຮູບພາບ ການເປີດນຳໃຊ້ຂົວ, ຮູບພາບການສະຫລອງຂົວມິດຕະ ພາບ ລາວ-ໄທ ແຫ່ງທີ 1 ຄົບຮອບ 25 ປີ ແລະ ຮູບພາບສະຖານທີ່ທ່ອງ ທ່ຽວທາງປະຫວັດສາດ, ວັດທະນະ ທຳ ແລະ ທຳມະຊາດ ຢູ່ນະຄອນ ຫລວງວຽງຈັນ ມາວາງສະແດງ. ທ່ານນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ນະ ຄອນຫລວງວຽງຈັນ ໄດ້ໃຫ້ສໍາ ພາດຕໍ່ສື່ມວນຊົນ ໃນວັນທີ 21 ເມ ສາ 2024 ນີ້ວ່າ: ເພື່ອສະເຫລີມ ສະຫລອງຂົວມິດຕະພາບ ລາວ-ໄທ ແຫ່ງທີ 1, ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວໄດ້ ເປັນເຈົ້າການປະດັບປະດາໄຟແສງ ສີຢູ່ບໍເວນຂົວມິດຕະພາບດັ່ງກ່າວ ແລະ ໄດ້ນຳເອົາຮູບພາບກ່ຽວກັບ ການກໍ່ສ້າງຂົວ, ຮູບພາບສະຖານທີ່ ທ່ອງທ່ຽວຢູ່ນະຄອນຫລວງມາວາງ ສະແດງ ທັງໝົດ 89 ພາບ ເຊິ່ງຮູບ ຮ່ວມມືໃນຂົງເຂດ, ພາກພື້ນ ແລະ ສາກົນ. ພ້ອມນີ້, ການສໍາຫລວດພົນ ລະເມືອງ ແລະ ທີ່ຢູ່ອາໄສຈະເປັນ ແຫລ່ງຂໍ້ມູນໜຶ່ງດຽວທີ່ສຳຄັນໃນ ການປັບປຸງຖານຂໍ້ມູນພົນລະເມືອງ ແຫ່ງຊາດ ຂອງ ສປປ ລາວ ຕະ ຫລອດໄລຍະ 10 ປີ ຜ່ານມາ ເຊິ່ງ ເປັນຖານຂໍ້ມູນທີ່ຈະປະກອບດ້ວຍ ຂໍ້ມູນຄຸນລັກສະນະດ້ານພົນລະ ເມືອງ, ການສຶກສາ, ກວດກາທາງ ດ້ານເສດຖິດ, ແຮງງານ, ອາຊີບ, ສຸ ຂະພາບຈະເລີນພັນ, ການເສຍຊີວິດ, ການຍົກຍ້າຍ ແລະ ຄຸນລັກສະນະ ທີ່ຢູ່ອາໄສ. ຂ່າວ: ທະນູທອງ ພາບດັ່ງກ່າວ ສະແດງເຖິງຜົນສຳ ເລັດຂອງການຮ່ວມມືລະຫວ່າງ 3 ປະເທດ ລາວ-ໄທ-ອົດສະຕຣາລີ. ໃນນັ້ນ, ປະກອບມີ: ຮູບພາບນັບແຕ່ ເລີ່ມລົງມືກໍ່ສ້າງເປັນຕົ້ນມາຈົນ ຮອດໄລຍະການນໍາໃຊ້ຂົວມິດຕະ ພາບແຕ່ລະໄລຍະ. ນອກນັ້ນ, ຍັງມີ ຮູບພາບແຫລ່ງທ່ອງທ່ຽວທາງປະ ຫວັດສາດ, ວັດທະນະທຳ ແລະ ທຳ ມະຊາດ ຢູ່ນະຄອນຫລວງວຽງຈັນ ມາວາງສະແດງ ໂດຍຕິດພັນກັບປີ ທ່ອງທ່ຽວລາວ ເນື່ອງຈາກວ່າປີ 2024 ເປັນປີທ່ອງທ່ຽວລາວ ແລະ ພິເສດປີ 2024 ແມ່ນ ສປປ ລາວ ໄດ້ຮັບກຽດເປັນປະທານກອງປະ ຊຸມສຸດຍອດອາຊຽນ. ທ່ານນາງ ວຽງພອນ ແກ້ວຄູນສີ ຍັງໃຫ້ຮູ້ອີກວ່າ: ນອກຈາກກິດຈະ ກໍາທີ່ພະແນກຖະແຫລງຂ່າວ, ວັດ ທະນະທໍາ ແລະ ທ່ອງທ່ຽວ ນະຄອນ ຫລວງວຽງຈັນ ໄດ້ຮັບມອບໝາຍ ແລ້ວ, ຍັງມີກິດຈະກໍາປິ່ນອ້ອມເປັນ ຕົ້ນ ໃນຕອນເຊົ້າຂອງວັນທີ 21 ເມສາ 2024 ເລີ່ມແຕ່ເວລາ 05:30 ໂມງ ໄດ້ມີພິທີທາງສາສະໜາ(ໃສ່ ບາດຖະຫວາຍສັງຄະທານ) ຢູ່ທີ່ຈຸ ດເຄິ່ງກາງຂອງຂົວມິດຕະພາບດັ່ງ ກ່າວ ໂດຍມີພະສົງຝ່າຍລາວ ແລະ ໄທ ທັງໝົດ 60 ກວ່າອົງ, ມີການ ນຳຂັ້ນສູງຂອງທັງສາມຝ່າຍລາວໄທ-ອົດສະຕຣາລີ ແລະ ມວນຊົນ ລາວ-ໄທ ເຂົ້າຮ່ວມໃສ່ບາດເພື່ອ ເປັນສິລິມຸງຄຸນ, ປະຕິບັດຕາມຮີດ ຄອງປະເພນີ ຂອງສອງຊາດ ລາວໄທ ທີ່ເຄີຍປະຕິບັດກັນມາ ແລະ ເພື່ອ ເປັນການຢັ້ງຢືນເຖິງສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ລະ ຫວ່າງສາມຊາດ ລາວ, ໄທ ແລະ ອົດສະຕຣາລີ ເຊິ່ງເປັນການຮ່ວມມື ເພື່ອມິດຕະພາບ ເພື່ອການພັດທະ ນາ ແລະ ເພື່ອຄວາມຍືນຍົງ. ຂ່າວ: ທະນູທອງ, ພາບ: ຂັນໄຊ ແບບເຊິ່ງໜ້າ ແລະ ທາງໄກ ຂອງ ປະມຸກລັດ/ຫົວໜ້າລັດຖະບານ,ຄະ ນະຜູ້ແທນຂັ້ນສູງ ຈາກ 46 ປະເທດ ສະມາຊິກ ລວມທັງທ່ານປະທານາ ທິບໍດີ ຟິລິບປິນ, ທ່ານນາຍົກລັດຖະ ມົນຕີ3ປະເທດຄື: ບັງກລາເທດ, ກຳ ປູເຈຍ ແລະ ໄທ, ທ່ານປະທານສະ ມັດຊາໃຫຍ່ ອົງການ ສປຊ, ຜູ້ຕາງ ໜ້າບັນດາອົງການເຄືອຂ່າຍ ສປຊ, ອົງການຈັດຕັ້ງສາກົນແລະ ອົງການ ຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ຫລາຍກວ່າ 20 ພາກສ່ວນ. ໃນນັ້ນ,ທ່ານສອນໄຊສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນ ສຳເລັດຂອງຄະນະກຳມາທິການ ເສດຖະກິດ-ສັງຄົມອົງການ ສປຊ ປະຈຳພາກພື້ນ ອາຊີ-ປາຊີຟິກ ຫລື UNESCAP ຕະຫລອດໄລຍະ ເກືອບ 8 ທົດສະວັດ ທີ່ຜ່ານມາອັນ ໄດ້ປະກອບສ່ວນຊຸກຍູ້, ສົ່ງເສີມການ ຮ່ວມມື ເພື່ອການພັດທະນາເສດຖະ ກິດ-ສັງຄົມ ຢູ່ພາກພື້ນອາຊີ-ປາຊີ ຟິກເປັນກ້າວໆມາ ນັບຈາກການຟື້ນ ຟູພາຍຫລັງສົງຄາມໂລກຄັ້ງທີສອງ ໄປຈົນເຖິງການແກ້ໄຂບັນຫາຄວາມ ທຸກຍາກ, ການສົ່ງເສີມດ້ານການ ຄ້າ ແລະ ການລົງທຶນ, ການພັດທະ ນາຕາໜ່າງຄົມມະນາຄົມຂົນສົ່ງ, ການພັດທະນາສັງຄົມ, ການປົກ ປັກຮັກສາສິ່ງແວດລ້ອມ, ການແກ້ ໄຂບັນຫາການປ່ຽນແປງດິນຟ້າ ອາກາດ ແລະ ອື່ນໆ. ພ້ອມນັ້ນ, ທ່ານຍັງໄດ້ແຈ້ງຕໍ່ທີ່ປະຊຸມກ່ຽວ ກັບຄວາມພະຍາຍາມຂອງ ສປປ ລາວ ໃນການແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ ແລະ ພັດ ທະນາເສດຖະກິດສີຂຽວໃຫ້ຂະ ຫຍາຍຕົວຕໍ່ເນື່ອງ ແລະ ທົ່ວເຖິງກັນ ເພື່ອກ້າວໄປສູ່ການຫລຸດພົ້ນອອກ ຈາກສະຖານະພາບເປັນປະເທດ ດ້ອຍພັດທະນາ ພາຍໃນປີ 2026 ກໍຄືການຫັນປະເທດທີ່ບໍ່ມີຊາຍ ແດນຕິດທະເລ ໄປສູ່ການເປັນປະ ເທດ ເຊື່ອມຈອດ, ພ້ອມທັງໄດ້ຢ້ຳຄືນ ຄວາມໝາຍໝັ້ນຂອງລັດຖະບານ ສປປ ລາວ ໃນການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບ ຍືນຍົງ ໂດຍຜ່ານການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງ ຄົມ ແຕ່ລະໄລຍະ ກໍຄື ການຮັບຮອງ ເອົາວິໄສທັດການພັດທະນາເສດ ຖະກິດດີຈິຕອນແຫ່ງຊາດໄລຍະ20 ປີ (2021-2040), ຍຸດທະສາດ ການພັດທະນາເສດຖະກິດດີຈິຕອນ ແຫ່ງຊາດ ໄລຍະ 10 ປີ (20212030) ແລະ ແຜນພັດທະນາເສດ ຖະກິດດີຈິຕອນ ແຫ່ງຊາດໄລຍະ 5 ປີ (2021-2025) ເຊິ່ງຂະບວນ ການຫັນເປັນດີຈິຕອນຂອງ ສປປ ລາວ ຕາມທິດ 3 ເສົາຄ້ຳຄື: ການ ພັດທະນາລັດຖະບານ ດີຈິຕອນ (Digital Government); ການ ພັດທະນາເສດຖະກິດດີຈິຕອນ (Digi tal Economy) ແລະ ການພັດທະນາສັງຄົມ ດີຈິຕອນ (Digital Society). ນອກຈາກ ນັ້ນ, ທ່ານນາຍົກລັດຖະມົນຕີໄດ້ຊີ້ ໃຫ້ເຫັນວ່າ: ປີ 2024 ນີ້, ເປັນປີທີ່ມີ ຄວາມໝາຍຄວາມສຳຄັນສຳລັບ ສປປ ລາວ ທີ່ໄດ້ຮັບກຽດເປັນປະ ທານໝູນວຽນ ອາຊຽນ ພາຍໃຕ້ຄຳ ຂວັນ: ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ຂອງອາຊຽນ ແລະ ກໍເປັນປີທ່ອງທ່ຽວລາວ. ສຳລັບຄະນະຜູ້ແທນທາງການ ຂອງ ສປປ ລາວ ນຳໂດຍ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ການຕ່າງປະເທດ, ຈະໄດ້ສືບຕໍ່ເຂົ້າ ຮ່ວມກອງປະຊຸມດັ່ງກ່າວ ໄປຈົນ ເຖິງວັນທີ 26 ເມສາ 2024 ເຊິ່ງ ໃນກອງປະຊຸມຄັ້ງນີ້, ທ່ານຮອງ ນາຍົກລັດຖະມົນຕີ ມີແຜນຈະກ່າວ ຄຳເຫັນຕໍ່ກອງປະຊຸມໃນພາກອະພິ ປາຍທົ່ວໄປໃນວັນທີ 23 ເມສາ 2024. ນອກຈາກນັ້ນ, ກໍຈະໄດ້ພົບ ປະສອງຝ່າຍຕື່ມອີກ. ສະຫລອງວັນສໍາຄັນດັ່ງກ່າວ ເພື່ອ ເປັນການໂຄສະນາສຶກສາອົບຮົມ ໃຫ້ແກ່ສະມາຊິກກຳມະບານ, ກຳ ມະກອນແລະຜູ້ອອກແຮງງານລາວ ໃຫ້ຮັບຮູ້, ເຂົ້າໃຈກ່ຽວກັບມູນເຊື້ອ ປະຫວັດຄວາມເປັນມາ ແລະ ການ ເຕີບໃຫຍ່ຂະຫຍາຍຕົວຂອງຂະ ບວນການກຳມະກອນສາກົນ, ຕິດ ພັນກັບການເຕີບໃຫຍ່ຂະຫຍາຍຕົວ ຂອງຂະບວນການກຳມະກອນ ລາວ, ຜົນງານທີ່ໄດ້ປະກອບສ່ວນ ເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດຂອງກຳມະ ກອນ ແລະ ຜູ້ອອກແຮງງານລາວ; ເພື່ອເປັນການເສີມຂະຫຍາຍທາດ ແທ້ມູນເຊື້ອປະຕິວັດ, ລັກສະນະດີ ເລີດຂອງຊົນຊັ້ນກຳມະກອນລາວ ພາຍໃຕ້ການນຳພາຂອງພັກປະຊາ ຊົນປະຕິວັດລາວ ແນໃສ່ປຸກລະດົມ ແລະ ສ້າງຈິດສຳນຶກໃຫ້ແກ່ສະມາ ຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານລາວໃຫ້ມີ ຄວາມ ບຸກບືນ, ຕັ້ງໜ້າປະກອບສ່ວນເຂົ້າ ໃນການເຄື່ອນໄຫວວຽກງານກຳ ມະບານ ແລະ ເພື່ອເປັນການປຸກລະ ດົມສ້າງຂະບວນການແຂ່ງຂັນໃນ ການປະຕິບັດໜ້າທີ່ວິຊາສະເພາະ, ຂະບວນການປະຕິບັດລະບຽບໃນ ການອອກແຮງງານ ແລະ ປະຕິບັດ ຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະ ພັນກຳມະບານລາວ ຕິດພັນກັບຂໍ້ ແຂ່ງຂັນ “ຮັກຊາດ ແລະ ພັດທະ ນາ” ໃຫ້ເປັນຂະບວນການຟົດຟື້ນ ແລະ ກວ້າງຂວາງ. ສຳລັບວິທີການຈັດຕັັ້ງປະຕິບັດ: ສະເໜີຂໍທິດຊີ້ນຳຈາກຄະນະພັກ, ຄະນະນຳກະຊວງ, ອົງການ, ນະ ຄອນຫລວງວຽງຈັນ ແລະ ແຂວງ ໃນຂັ້ນຂອງຕົນ ສ້າງເງື່ອນໄຂອຳ ນວຍຄວາມສະດວກໃຫ້ແກ່ຄະນະ ປະທານຄະນະບໍລິຫານງານສະຫະ ພັນກໍາມະບານຂັ້ນຂອງຕົນ ເພື່ອ ຈັດຕັ້ງປະຕິບັດແຈ້ງການແນະນໍາ ສະບັບນີ້ ໃຫ້ສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ໄດ້ວາງ ໄວ້; ມອບໃຫ້ຄະນະບໍລິຫານງານ ສູນກາງສະຫະພັນກຳມະບານ ລາວ, ປະທານຄະນະບໍລິຫານງານ ສະຫະພັນກຳມະບານກະຊວງ, ອົງ ການ, ນະຄອນຫລວງວຽງຈັນແລະ ແຂວງ ຈັດຕັ້ງການເຜີຍແຜ່ປາຖະ ກະຖາຫວນຄືນມູນເຊື້ອວັນກຳມະ ກອນສາກົນ ໃຫ້ສະມາຊິກກຳມະ ບານ,ກຳມະກອນແລະຜູ້ອອກແຮງ ງານລາວ ຮັບຮູ້ເຂົ້າໃຈໃຫ້ເລິກເຊິ່ງ ແລະ ທົ່ວເຖິງ. ການຈັດຕັ້ງເຜີຍແຜ່ປາຖະກະ ຖາມູນເຊື້ອວັນກຳມະກອນສາກົນ ຄົບຮອບ 138 ປີ ໃນປີນີ້ ເປົ້າໝາຍ ແມ່ນມອບໃຫ້ປະທານຄະນະບໍລິ ຫານງານສະຫະພັນກຳມະບານ ກະຊວງ, ອົງການ, ນະຄອນຫລວງ ວຽງຈັນ, ແຂວງ, ເມືອງນະຄອນ, ຮາກຖານ ແລະ ບັນດາຫົວໜ່ວຍ ແຮງງານຕ່າງໆ ທັງພາກລັດ ແລະ ເອກະຊົນ, ໂດຍແມ່ນຄະນະປະ ທານຄະນະບໍລິຫານງານສະຫະພັນ ກຳມະບານແຕ່ລະຂັ້ນເປັນເຈົ້າການ ແລະ ຮັບຜິດຊອບຈັດຕັ້ງປາຖະກະ ຖາ. ພ້ອມນັ້ນ, ກໍໃຫ້ໂຄສະນາຜ່ານ ທາງສື່ມວນຊົນ ເຊັ່ນ: ໜັງສືພິມ, ວິທະຍຸ, ໂທລະພາບ, ສື່ອອນລາຍ ແລະ ສື່ອື່ນໆ ຕາມຄວາມເໝາະສົມ, ໃຫ້ເລີ່ມຈັດຕັ້ງປະຕິບັດນັບແຕ່ວັນ ທີ 22 ເມສາ 2024 ເປັນຕົ້ນໄປ; ບ່ອນໃດທີ່ມີເງື່ອນໄຂ ກໍໃຫ້ຈັດຕັ້ງ ຂະບວນການຕ່າງໆ ເຊັ່ນ: ຈັດຂະ ບວນການແຂ່ງຂັນສີມືແຮງງານ, ແຂ່ງຂັນກິລາມວນຊົນ, ອະນາໄມ ຕາມສຳນັກງານ-ອົງການ, ຈັດກິດ ຈະກຳຖາມ-ຕອບກ່ຽວກັບມູນເຊື້ອ ວັນກຳມະກອນສາກົນ ແລະ ມູນ ເຊື້ອຂອງຊົນຊັ້ນກຳມະກອນລາວ, ກິດຈະກຳສະແດງສິລະປະວັນນະ ຄະດີ, ກິດຈະກຳບໍລິຈາກເລືອດ ຊ່ວຍເຫລືອສັງຄົມ, ສ້າງເງື່ອນໄຂ ໃຫ້ກຳມະກອນ ໄດ້ມີການພົບປະ ແລກປ່ຽນຄຳຄິດຄຳເຫັນເຊິ່ງກັນ ແລະ ກັນໃນຫົວໜ່ວຍແຮງງານຫລື ສະຖານທີ່ເຮັດວຽກ ເຊິ່ງເນື້ອໃນ ສ່ອງແສງເຖິງກົດໝາຍ, ລະບຽບ ການ ແນໃສ່ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳໃຫ້ແກ່ ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານຕາມຄວາມ ສາມາດຕົວຈິງຂອງແຕ່ລະພາກ ສ່ວນ. ລະຫວ່າງ ຫ້ອງການກະຊວງອຸດ ສາຫະກໍາແລະການຄ້າ(ອຄ)ຮ່ວມ ກັບບໍລິສັດ ຊຽງໄຮ ຈືຈືຊາງ ຈໍາກັດ ແລະ ກຸ່ມບໍລິສັດລາວ ກອນສິນ ສາ ກົນ ຈໍາກັດຜູ້ດຽວໂດຍມີທ່ານຮອງ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ພະນັກງານ ຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ, ທ່ານ ບົວວັນ ວິລະວົງ ຫົວໜ້າຫ້ອງການ ກະຊວງອຸດສາ ຫະກໍາແລະການຄ້າໄດ້ໃຫ້ຮູ້ວ່າ:ຈຸດ ປະສົງການລົງນາມຮ່ວມໃນແຜນ ການຮ່ວມມືຄັ້ງນີ້, ເພື່ອສຶກສາ ຄວາມເປັນໄປໄດ້ໃນການສົ່ງເສີມ ການຂາຍສິນຄ້າລາວ ໄປ ສປ ຈີນ ໂດຍສະເພາະປະເພດສິນຄ້າກະສິ ກໍາ, ກະສິກໍາປຸງແຕ່ງ, ອຸດສາຫະ ກໍາປຸງແຕ່ງ, ສິນຄ້າຢາພື້ນເມືອງ. ພ້ອມນີ້, ຍັງສົ່ງເສີມດ້ານວິຊາການ ແລະ ການສະໜັບສະໜູນອື່ນໆ ໂດຍລົງເລິກການຮ່ວມມືດ້ານວິຊາ ການ ເປັນຕົ້ນ ການສ້າງແຜນກິດຈະ ກໍາ, ພັດທະນາເຕັກນິກວິຊາການ, ແຜນພັດທະນາຄຸນນະພາບຂອງສິນ ຄ້າລາວ ໃຫ້ໄດ້ມາດຕະຖານ ແລະ ສາມາດສົ່ງອອກສິນຄ້າລາວ ໄປ ຂາຍ ຢູ່ສປ ຈີນ ເພື່ອກ້າວເຂົ້າສູ່ການ ຮ່ວມມືສ້າງຕັ້ງບໍລິສັດຫຸ້ນສ່ວນ, ພ້ອມທັງຮ່ວມມືສ້າງຕັ້ງຫ້ອງການ ແລະ ສາງກະຈາຍສິນຄ້າ ຢູ່ ສປປ ລາວ ແລະ ຮ່ວມມືດ້ານວິຊາການ ຮ່ວມກັບກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ. ໂອກາດນີ້, ທ່ານບົວວັນວິລະວົງ ຍັງຮຽກຮ້ອງມາຍັງທຸກພາກສ່ວນ ກ່ຽວຂ້ອງ ເອົາໃຈໃສ່ເຊີດຊູຄວາມ ເປັນເຈົ້າການຊ່ວຍເຫລືອ ແລະ ສະ ຫລາດ ເຊິ່ງເປັນການປະກອບສ່ວນ ຊຸກຍູ້ ໃຫ້ກຸ່ມປູກເຂົ້າເປັນສິນຄ້າມີ ລາຍຮັບທີ່ດີຂຶ້ນ, ໄດ້ເຂົ້າທີ່ມີຄຸນນະ ພາບ ແລະ ດີຕໍ່ສຸຂະພາບໄວ້ກິນ ແລະ ຈຳໜ່າຍ ໃນລາຄາທີ່ສູງກວ່າເກົ່າ. ເຊິ່ງບ້ານໜອງພົງ ມີພົນລະເມືອງ ທັງໝົດ 1.579 ຄົນ, ຍິງ 779 ຄົນ, ມີ 300 ຫລັງຄາເຮືອນ ແລະ ມີ 310 ຄອບຄົວ. ໃນນັ້ນ, ກຸ່ມປູກເຂົ້າ ເປັນສິນຄ້າ ທີ່ໄດ້ຮັບແນວພັນເຂົ້າ ຈາກບໍລິສັດດັ່ງກ່າວ ມີສະມາຊິກ ທັງໝົດ 50 ຄອບຄົວ. ທ່ານ ນາງ ເໝີຍ ມາລາວອນ ຜູ້ອໍານວຍການບໍລິສັດມາລິສາ ຈໍາ ໜ່າຍເຂົ້າກ້ອງ ໃຫ້ສຳພາດຕໍ່ນັກ ຂ່າວສຳນັກຂ່າວສານປະເທດລາວ ເມື່ອບໍ່ດົນນີ້ວ່າ: ແນວພັນເຂົ້າທີ່ນຳ ມາສະໜອງ ໃຫ້ກຸ່ມປູກເຂົ້າເປັນສິນ ຄ້າ ຢູ່ບ້ານໜອງພົງ ເມືອງທຸລະຄົມ ປະກອບມີ ເຂົ້າຈ້າວໄຣເບີຣີ, ເຂົ້າ ຈ້າວມັນປູ ແລະ ເຂົ້າຈ້າວກ້ອງ ເຊິ່ງ ເປັນເຂົ້າທີ່ມີຄຸນນະພາບ, ດີຕໍ່ສຸຂະ ພາບ, ຕໍ່ຜູ້ບໍລິໂພກ ເຊິ່ງເຂົ້າແຕ່ລະ ຊະນິດ ມີຄຸນປະໂຫຍດທີ່ແຕກຕ່າງ ກັນ ເປັນຕົ້ນ ຫລຸດນ້ຳຕານໃນເສັ້ນ ເລືອດ, ຊ່ວຍບຳລຸງຫົວໃຈ, ບຳລຸງ ກະດູກ, ມີໂປຣຕີນ, ໄຟເບີຣສູງ ແລະ ມີທາດເຫລັກ, ຊ່ວຍປ້ອງກັນມະ ເຮັງ,ຫລຸດນ້ຳໜັກ, ຊ່ວຍລ້າງສານ ຜິດ, ລ້າງລຳໄສ້, ປ້ອງກັນໂລຫິດ ຈາງ, ຕໍ່ຕ້ານອະນຸມູນອິດສະລະດີ ຕໍ່ຄົນທີ່ມີທາດນ້ຳຕານສູງ ຫລື ຄົນ ເປັນເບົາຫວານ ແລະ ອື່ນໆ. ນອກຈາກ, ສະໜອງແນວພັນ ເຂົ້າໃຫ້ບ້ານໜອງພົງແລ້ວ, ບໍລິ ສັດ ມາລິສາ ຈໍາໜ່າຍເຂົ້າກ້ອງຍັງ ໄດ້ສະໜອງ ໃຫ້ບ້ານຫາດສ້ຽວ ເມືອງທຸລະຄົມ ແຂວງວຽງຈັນ ແລະ ໄດ້ສະໜອງໃຫ້ກຸ່ມປູກເຂົ້າເປັນສິນ ຄ້າ ຢູ່ເມືອງປາກຊັນ ແຂວງບໍລິຄຳ ໄຊ ແລະ ແຂວງອັດຕະປື ຕື່ມອີກ. ສໍາລັບຜະລິດຕະພັນຂອງ ບໍລິ ສັດ ປະກອບມີ: ເຂົ້າຈ້າວຂຽວໃບ ຍົກ, ເຂົ້າຈ້າວໄຣເບີຣີ, ເຂົ້າຈ້າວມັນ ປູ, ເຂົ້າຈ້າວສາມສີ, ເຂົ້າຈ້າວສາມ ກະສັດ, ເຂົ້າຈ້າວກ້ອງໄກ່ນ້ອຍ, ເຂົ້າ ກ້ອງກໍ່ານາປີ, ເຂົ້າກ້ອງຫອມ ແລະ ເຂົ້າກ້ອງຖົ່ວດໍາ-ຖົ່ວແດງ ໂດຍໄດ້ ຈໍາໜ່າຍຕາມຮ້ານຄ້າຕ່າງໆ ໃນນະ ຄອນຫລວງວຽງຈັນ. ຂ່າວ-ພາບ: ທະນູທອງ ໜັບສະໜູນເຊິ່ງກັນ ແລະ ກັນ ໃນ ການຈັດຕັັງປະຕິບັດໂຄງການດັ່ງ ກ່າວໃຫ້ປະກົດຜົນເປັນຈິງຕາມຄາດ ໝາຍທີ່ວາງໄວ້. ຂ່າວ-ພາບ: ໄພວັນ ສູນສະຖິຕິ ແລະ & Coke International Trading Center).ໃນດ້ານໜຶ່ງດັດຊະ ນີທີ່ປັບປຸງໃໝ່ດັ່ງກ່າວສາມາດສະ ທ້ອນໃຫ້ເຫັນສັນຍາໄລຍະກາງ ແລະ ໄລຍະຍາວ, ການຮັກສາສະ ຖຽນລະພາບຂອງຕະຫລາດຖ່ານ ຫີນໂຄກໄດ້. ທັງສະທ້ອນໃຫ້ເຫັນ ການເພີ່ມຂຶ້ນຢ່າງວ່ອງໄວຂອງຕະ ຫລາດ. ໃນລະຫວ່າງການທົດລອງນຳ ໃຊ້, ດັດຊະນີດັ່ງກ່າວຈະເປັນຂໍ້ມູນ ດ້ານການຕະຫລາດທີ່ມີປະສິດທິ ພາບ,ທັນເວລາແລະຖືກຕ້ອງ,ເນື່ອງ ຈາກວ່າຄ່າຂອງດັດຊະນີສອດຄ່ອງ ກັບແນວໂນ້ມຂອງລາຄາຕະຫລາດ ແລະ ຈະຕອບສະໜອງຕໍ່ການປ່ຽນ ແປງຂອງລາຄາຕະຫລາດໄວກວ່າ ດັດຊະນີອື່ນໆເລັກໜ້ອຍໃນບາງ ໄລຍະ. (ຮຽບຮຽງໂດຍ Yang Yifanກັບ Xinhua Silk Road, yangyifan@ xinhua.org)

xtgmf]k; 6 23/04/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາ \kdrh k;dkpgxa og7nj v'fnj ,grnj vl5 0trk[ 0v'7q o]k; ໂດຍ: ເກີດຂວັນໃຈ ມາລີຈັນສີ s];'rt[k' 9tfb 'f6 foa dmj v'mj P; .sh wfh 1 ]h kod;j k7q oxu 2024 * ໝາກພ້າວ​ແມ່ນໝາກ​ໄມ້​ພື້ນ​ ເມືອງ​ລາວຊະນິດໜຶ່ງທີ່ນິຍົມ​ບໍລິ​ ໂພກ​ ເ​ນື່ອງຈ​ າກວ່​ າໝາກພ້າວ ກິນ​ ໄດ້​ທັງ​ສົດ ​ແລະ ສາມາດ​ນໍ​າໄປປຸງ ແຕ່ງເປັນອາຫານ​ຫວານ​ໄດ້​ຫລາຍ​ ຫລື ​ເວົ້າ​ໄດ້​ວ່າ​ເຮັດອາຫານຫວານ ຈະ​ຂາດໝາກພ້າວ​ບໍ​່ໄດ້​ເລີຍ ນອກ​ ນີ້, ໝາກພ້າວຍັ​ ງເ​ປັນທີ່ນິຍົມນໍາມ​ າ​ ແປຮູ​ ບເ​ປັນເ​ຄື່ອງດື່​ ມເ​ພື່ອສຸ​ ຂະພາບ​​ ເພື່ອ​ສະໜອງຄວາມ​ຕ້ອງ ການ​ ຂອງ​ຜູ້​ບໍລິ​ໂພ​ກ ​ແລະ ​ເມື່ອເວົ້າ ເຖິງຜະລິດ​ຕະພັນທີ່ປຸງແຕ່ງ​ຈາກ ໝາກພ້າວ​ມີ​ຫລາຍ​ແບບ ​ແຕ່​ມື້​ນີ້ຄໍ​ ລໍາ​ສົ່ງ​ເສີມ​ທຸລະ​ກິດຈະນໍາເອົາຜະ ລິດຕະພັນຫອມຫວານມັນເຕົ້າຮວຍ ໝາກພ້າວແຊບໆ​ມາຝ​ າກ,​ມາຕ້​ ອນ ທ່ານຜູ້​ ອ່​ ານທັ​ ງຫລາຍ ເ​ພື່ອວ່​ າທ່​ ານ​ ໃດສົ​ ນໃ​ ຈ ກໍສ​ າມາດສ​ ະໜັບສະໜູບ ຜະລິດ​ຕະພັນ​ຂອງ​ຄົນ​ລາວ​ເຮົາ​ໄດ້ ແຕ່​ບອກ​ໄດ້​ເລີຍ​ວ່າ​ແຊບ​ສົມ​ຊື່ແນ່ ນອນ ດ້ວຍ​ນໍ້າ​ເຕົ້າຮວຍ​ທີ່ຫອມ​ ຫວານປະສົມຕ່ອນໝາກພ້າວອ່​ ອນ,​ ນຸ້ມ ບອກ​ໄດ້​ເລີຍ​ວ່າແຊບ​ຊ້ອຍຖ້າ​ ທ່ານໄ​ ດ້ລ​ ອງແ​ ລ້ວຈ​ ະຕິ​ ດໃ​ ຈແ​ ນ່ນອນ. ທ່ານນາງ ລູນ້າ ດວງສົງຄາມ ເຈົ້າຂອງຜະລິດຕະພັນຫອມຫວານ ມັນ ເຕົ້າຮວຍໝາກພ້າວແຊບໆໄດ້ ໃຫ້ຮູ້ວ່າ: ຕົນເ​ອງມັກກິນຂອງຫວານ ຢູ່ແລ້ວ ໂດຍຈະໃຊ້ເວລາວ່າງໃນ ການປຸງ​ແຕ່ງເມນູເຂົ້າໜົມຫວານ ປະເພດຕ່າງໆເພື່ອໃຫ້ຄົນໃນຄອບ ຄົວແລະໝູ່ເພື່ອນໄດ້ທົດລອງຮັບປະ ທານໃນນີ້ສຳລັບເມນູ“ຫອມຫວານ ມັນເຕົ້າຮວຍໝາກພ້າວແຊບໆ” ກໍ່ແມ່ນອີກໜຶ່ງທີ່ປຸ​ ງແ​ ຕ່ງຂຶ້​ ນມ​ າໃ​ ນ​ ທ້າຍ​ປີຜ່ານມາ​ນີ້ ທີ່ຂ້າພະເຈົ້າໄດ້ ຮຽນຮູ້ວິທີການປຸງດ້ວຍຕົນເອງ ຜ່ານສື່ສັງຄົມອອນໄລຕ່າງໆແລ້ວ ພັດທະນາໃຫ້ກາຍເປັນສູດສະເພາະ ທີ່ມີຄວາມແຊບບໍ່ຊໍ້າແບບໃຜໂດຍ ໄດ້ເລີ່ມຕົ້ນຜະລິດພຽງແຕ່ 15 ຈອກ ເທົ່ານັ້ນແລ້ວແຈກຢາຍໃຫ້ຄົນອ້ອມ ຂ້າງໄດ້ທົດລອງຊີມ ກໍແນະນໍາໃຫ້ ຜະລິດເພື່ອຂາຍເມນູດັ່ງກ່າວນັບ ແຕ່ນັ້ນເປັນຕົ້ນມາ​ໃນນີ້ຈະເນັ້ນຂາຍ ໃຫ້ຖານລູກຄ້າຜ່ານສື່ສັງຄົມອອນ ໄລເປັນຫລັກ. ​ໂດຍຜະລິດ​ຕະພັນ “ຫອມຫວານມັນເຕົ້າຮວຍໝາກ ພ້າວແຊບໆ”ແມ່ນມີຄວາມໂດດເດັ່ນ ທີ່ແຕກຕ່າງຈາກຜະລິດຕະພັນ ອື່ນ ຢູ່ທີ່ມີສາມລົດຊາດໃນຕົວເອງຄື: ຫວານ, ມັນ ແລະ ມີຄວາມຫອມ​ ເພາະນຳໃຊ້ວັດຖຸດິບພາຍໃນຈາກ ທຳມະຊາດເຊັ່ນ​ໝາກພ້າວນ້ຳຫອມ ເປັນສ່ວນປະກອບຫລັກປາສະຈາກ ສານເຄມີເຈືອປົນ, ປາສະຈາກສານ ແຕ່ງກິ່ນ, ປາສະຈາກນົມງົວ, ບໍ່ໃສ່ ກະທິຮັບປະກັນການຜະລິດມີຄວາມ ສົດໃໝ່ໃນທຸກໆມື້ ​ໂດຍຜະລິດຕະ ພັນມີອາຍຸການເກັບຮັກສາຫລັງ ຈາກປຸງແລ້ວເກັບໃນຄວາມເຢັນ ແມ່ນໄລຍະເວລາ 7 ມື້ ແລະ ຖ້າແຊ່ ແຂງແມ່ນເກັບຮັກສາໄດ້ 1 ເດືອນ​ ເນື່ອງຈາກວ່​ າ ພວກເ​ຮົາເ​ອົາໃ​ ຈໃ​ ສ່ ທຸກຂັ້ນຕອນໃນການຜະລິດ ແລະ ມີບັນຈຸພັນທີ່ສະອາດຄຽງຄູ່ກັບ ຄວາມທັນສະໄໝທີ່ປະທັບໃຈຜູ້ບໍ ລິໂພກ ຈົນ​ໄດ​້ຮັບ​ຄວາມ​ເຊື່ອໝັ້ນ​ ຂາຍໄດ້ 200 ຈອກຕໍ່ມື້​ໃນລາຄາ 25.000 ກີບ ຕໍ່ 1 ຈອກ. ຜະລິດຕ​ ະພັນ “ຫອມຫວານມັນ ເຕົ້າຮວຍໝາກພ້າວແຊບໆ”ຜະລິດ ສົດໃໝ່ທຸກໆມື້, ໂດຍມີສະຖານທີ່ ຜະລິດຢູ່ບ້ານໜອງໜ້ຽວ, ເມືອງສີ ໂຄດຕະບອງ, ນະຄອນຫລວງວຽງ ຈັນ, ສຳລັບລູກຄ້າໃນສັງຄົມທີ່ສົນ ໃຈສາມາດສອບຖາມຂໍ້ມູນເພີ່ມຕື່ມ ໄດ້ທີ່ Facebook page: HOM WAN MUN ເຕົາຮ້ວຍໝາກ ພ້າວແຊບໆ, ນອກຈາກຈໍາໜ່າຍທົ່ວ ໄປແລ້ວ ມີການສົ່ງຜະລິດຕະພັນໄປ ຂຶ້ນພາເຊີນຕາມງານລ້ຽງງານສັງ ສັນຕ່າງໃນສັງຄົມນຳດ້ວຍໂດຍ ເລີ່ມຕົ້ນຮັບງານໃນລະດັບ 100 ຈອກຂຶ້ນໄປ. * ນະຄອນຫລວງພະບາງປັບລະ ດັບຕົວເລກນັກທ່ອງທ່ຽວເຂົ້າມາຢ້ຽມ ຢາມເມືອງມໍລະດົກຄາດວ່າຈະເພີ່ມ 1 ລ້ານ 7 ແສນກວ່າຄົນພາຍໃນປີ 2024 ນີ້ ພາຍຫລັງກຸ່ມນັກທ່ອງທ່ຽວຈາກ ໄທ, ສປ ຈີນ, ເອີຣົບ, ອາເມລິກາ, ເກົາ ຫລີ, ຍີ່ປຸ່ນ ແລະ ຊາດອື່ນໆປ່ຽນການ ເດີນທາງຈາກປະເທດອື່ນເຂົ້າມາລາວ ເພີ່ມຂຶ້ນແບບກ້າວກະໂດດອັນສືບເນື່ອງ ມາຈາກສປປລາວມີຄວາມສະຫງົບດີ, ຄ່າໃຊ້ຈ່າຍການເດີນທາງບໍ່ແພງ, ອາ ຫານການກິນ ແລະ ທີ່ຢູ່ຂ້ອນຖືກກວ່າ ຊາດອື່ນໃນອາຊຽນ. ຫລ້າສຸດອໍານາດການປົກຄອງ ເມືອງມໍລະດົກໂລກ ນະຄອນຫລວງພະ ບາງໄດ້ລາຍງານວ່າປີທ່ອງທ່ຽວລາວ 2024 ນີ້ ແຂວງຫລວງພະບາງ ວາງ ຄາດໝາຍຈະດຶງດູດນັກທ່ອງທ່ຽວ ສະຫລອງຫລວງພະບາງ ເຂົ້າເປັນ ເມືອງມໍລະດົກໂລກ ຄົບຮອບ 28 ປີ ຈັດຂຶ້ນໃນວັນທີ 15 ມັງກອນ 2024 ທີ່ຫ້ອງວ່າການແຂວງຫລວງພະບາງ ວ່າ: ໃນໂອກາດປີທ່ອງທ່ຽວລາວ 2024, ແຂວງຫລວງພະບາງ ໄດ້ກະ ກຽມ ຈັດ 9 ແຜນງານ 41 ກິດຈະກຳ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ຂະນະທີ່ບັນດາ ແຫລ່ງທ່ອງທ່ຽວພາຍໃນແຂວງ ໄດ້ ຮັບການພັດທະນາ, ຄຸ້ມຄອງ ແລະ ຮັກ ສາໃຫ້ຄົງຄຸນຄ່າ. ປັດຈຸບັນທົ່ວແຂວງ ມີແຫຼ່ງທ່ອງທ່ຽວທັງໝົດ 228 ແຫ່ງ. ໃນນັ້ນ, ແຫຼ່ງທ່ອງທ່ຽວທຳມະຊາດ 111 ແຫ່ງ, ວັດທະນະທຳ 78 ແຫ່ງ ແລະ ປະຫວັດສາດ 39 ແຫ່ງ. ໃນນັ້ນ, ສະຖານທີ່ທ່ອງທ່ຽວທີ່ໄດ້ ເປີດບໍລິການ ໃຫ້ແຂກເຂົ້າໄປທ່ຽວຊົມ ແລ້ວ ມີ 158 ແຫ່ງ. ເອົາໃຈໃສ່ພັດທະ ນາ ແລະ ປັບປຸງສີ່ງອໍານວຍຄວາມສະ ດວກ, ສະຖານທີພັກເຊົາດ້ວຍການສົ່ງ ເສີມນັກທຸລະກິດທັງພາຍໃນ ແລະ ຕ່າງ ປະເທດ, ຄຽງຄູ່ກັບການປະຕິບັດນະ ໂຍບາຍເປີດກວ້າງການລົງທຶນຂອງ ຕ່າງປະເທດ. ທົ່ວແຂວງມີບໍລິສັດທ່ອງ ທ່ຽວ 106 ບໍລິສັດ, ມີໂຮງແຮມ- ລີ ສອດ 100 ແຫ່ງ, ມີຫ້ອງນອນ 2.732 ຫ້ອງ, ຕຽງນອນ 5.579 ຕຽງ, ເຮືອນ ພັກ416 ຫລັງ, ຮ້ານອາຫານ 384 ຮ້ານ, ຮ້ານບັນເທີງ ແລະຄາລາໂອເກະ 45 ຮ້ານ, ຮ້ານນວດ-ສະປາ 41 ຮ້ານ ແລະ ພະນັກງານນຳທ່ຽວ 768 ຄົນ, ຍິງ 162 ຄົນ. ສໍາລັບປີ2023ຜ່ານມາມີນັກທ່ອງ ທ່ຽວເຂົ້າໄປທ່ຽວຊົມແຂວງຫລວງພະ ບາງທັງໝົດ 1.029.698 ເທື່ອຄົນ, ທຽບໃສ່ປີ 2022 ຜ່ານມາເພີ່ມຂຶ້ນ 491.979 ເທື່ອຄົນ, ໃນນີ້, ມີນັກທ່ອງ ທ່ຽວພາຍໃນ 265.102 ເທື່ອຄົນ ແລະ ນັກທ່ອງທ່ຽວສາກົນ 764.596 ເທື່ອຄົນ, ສະເລ່ຍຄ່າໃຊ້ຈ່າຍຂອງນັກ ທ່ອງທ່ຽວໄດ້ທັງໝົດ559.789.018 ໂດລາສະຫະລັດ. ເຖິງແນວໃດກໍດີ ນາງ ພອນມະນີ ຜູ້ປະກອບການຄ້າຂາຍອາຫານຢູ່ຕະ ຫລາດກາງຄືນໃນນະຄອນຫລວງພະ ບາງໃຫ້ຮູ້ວ່າ: ພາຍຫລັງໂຄວິດຈາງ ຫາຍໄປ ເຮັດໃຫ້ພໍ່ຄ້າແມ່ຄ້າ ແລະ ຜູ້ປະ ກອບການທຸລະກິດບໍລິການຕ່າງໆມີຊີ ວິດຊີວາ, ເບີກບານມ່ວນຊື່ນ ແລະ ມີ ຄວາມສຸກເປັນພິເສດເພາະຊາວຫລວງ ພະບາງສ່ວນໃຫຍ່ເກືອບ 80% ອາ ໃສທຸລະກິດບໍລິການທີ່ຕິດພັນກັບການ ທ່ອງທ່ຽວນັບແຕ່ຮ້ານອາຫານ, ໂຮງ ແຮມ, ເຮືອນພັກ, ຄ້າຂາຍຍົກ-ຄ້າຂາຍ ຍ່ອຍ, ແລ່ນເຮືອນ, ລົດຕູ້ ແລະ ອື່ນໆ ເຊິ່ງປັດຈຸບັນນີ້ມີນັກທ່ອງທ່ຽວໄດ້ເຂົ້າ ມາຫລວງພະບາງ ຢ່າງຫລວງຫລາຍ ໂດຍຜ່ານເສັ້ນທາງລົດໄຟ, ເຮືອບິນ ແລະ ຊ່ອງທາງຕ່າງໆຕາມເຂດຊາຍ ແດນ ເມື່ອເປັນແນວນັ້ນສິ່ງສໍາຄັນພວກ ເຮົາຕ້ອງເຕົ້າໂຮມຈິດໃຈ ແລະ ສາ ມາດມັກຄີກັນຢ່າງແທ້ຈິງໃນການເປີດ ຮັບເອົານັກທ່ອງທ່ຽວດ້ວຍໄມຕີຈິດ ມິດຕະພາບທີ່ດີ, ຢ່າເອົາປຽບນັກທ່ອງ ທ່ຽວ, ຄ້າຂາຍ ຫລື ໃຫ້ບໍລິການຕ່າງໆ ຕ້ອງມີຄວາມໂປ່ງໃສ, ອາຫານຕ້ອງ ເຮັດໃຫ້ສະອາດ ແລະ ແຊບເປັນເອກະ ລັກ, ຮັກສາອະນາໄມຕົວເມືອງໃຫ້ສະ ອາດ, ຮັກຄວາມສະຫງົບ ແລະ ຄວາມ ເປັນລະບຽບຮຽບຮ້ອງໃຫ້ໄດ້ໂດຍ ພ້ອມຈະຮັບໃຊ້ນັກທ່ອງທ່ຽວທຸກໆ ເວລາ,ການຄວບຄຸມລາຄາສິນຄ້າແລະ ການບໍລິການອື່ນໆທີ່ຕິດພັນກັບການ ທ່ອງທ່ຽວກໍຕ້ອງເຮັດແທ້ທໍາຈິງ ແລະ ສ້າງຈິດສໍານຶກເປັນເຈົ້າພາບທີ່ດີ. ພາບປະກອບ ພາບປະກອບ ພາບປະກອບ ໃນ 2 ລະດັບ ຄື: ລະດັບກາງໃຫ້ໄດ້ 1.125.133 ຄົນ ແລະ ລະດັບສູງ 1.778.758 ຄົນ. ໃນນັ້ນ ນັກທ່ອງ ທ່ຽວພາຍໃນ 182.560 ຄົນ (ລະ ດັບກາງ) ແລະ 373.259 ຄົນ (ລະ ດັບສູງ), ນັກທ່ອງທ່ຽວຕ່າງ ປະເທດ 942.573 ຄົນ (ລະດັບກາງ) ແລະ1.405.499 ຄົນ (ລະດັບສູງ), ສ່ວນຄາດໝາຍສ້າງລາຍຮັບໃນ 2 ລະດັບຄື: ລະດັບກາງ645.519.165 ໂດລາສະຫະລັດ ແລະ ລະດັບສູງ 993.773.906 ໂດລາສະຫະລັດ. ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າ ແຂວງຫລວງພະບາງ ໃຫ້ຮູ້ໃນໂອກາດ ລາຍງານຕໍ່ພິທີຖະແຫລງຂ່າວ ການ ຈັດງານປີທ່ອງທ່ຽວລາວ 2024 ຂອງ ແຂວງຫລວງພະບາງ ແລະ ສະເຫລີມ

RkJQdWJsaXNoZXIy MTc3MTYxMQ==