5853

xtgmf]k; 6 19/04/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d -u ;y f{;a fmtotme ຂ່າວ: ເພັດສາຄອນ ສິມມະວົງ csj okd ry mu de mu j ln [mvfda o,kc8j [6 Iko 0v's];'rt[k' [h kozkoq , 9a f[5 oxtgrou xj vpoEgfn vosq d 8q doExu .\j gzqj k]N ໂດຍ: ເກີດຂວັນໃຈ ມາລີຈັນສີ ]k; ln [8+ pq d]tfa [37ltok ;Pd'komj v'mj P; zj ko-j v'mk'dkom6 f ຂ່າວ: ເພັດສາຄອນ ສິມມະວົງ * ແຫລ່ງຂ່າວຈາກ ແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ພິທີແຫ່ຣະ ຍານາກ ຈາກພະທາດຈອມສີ ລົງ ສູ່ໜອງເທິງເກດ, ບໍລິເວນຫໍພິພິ ທະພັນແຫ່ງຊາດ, ນະຄອນຫລວງ ພະບາງ ຖືກຈັດຂຶ້ນເປັນປະຈຳທຸກໆ ປີ ໃນມື້ສັງຂານຂຶ້ນປີໃໝ່ລາວ ແລະ ປີນີ້ແມ່ນກົງກັບວັນທີ16 ເມສາ ປະ ຊາຊົນນະຄອນຫລວງພະບາງ ກໍບໍ່ ໄດ້ລະຮີດໃຫ້ໝອງບໍ່ປະຄອງ ໃຫ້ ເສົ້າ​ປະເພນີດັ່ງກ່າວ​ໂດຍສະເພາະ ກໍແມ່ນຜູ້ຮັບຜິດຊອບໂຮງພະລັກ ພະລາມ ກໍໄດ້ມີການ ຈັດພິທີນີ້ຂຶ້ນ. ຕາມການເລົ່າຂານສືບຕໍ່ກັນ ມາ, ການແຫ່ພະຍານາກ ຈາກພະ ທາດຈອມສີ ລົງສູ່ໜອງເທິງເກດ ໃນບໍລິເວນຫໍພິພິດທະພັນແຫ່ງຊາດ ຫລືພະຣາຊະວັງເກົ່ານັ້ນແມ່ນມີມູນ ເຫດ ມາຈາກທ້າວ ໃຈຈຳນົງ ຮັກ ສາພະບາດ ສີສັກຕະນາກເຈົ້າຢູ່ເຝົ້າ ຈອມສີ ກົງທະນາບໍດີ ເປັນເຄົ້າ, ໝາຍເຖິງວ່າ ຕົນນີ້ໃຫຍ່ກວ່າເພິ່ນ. ດັ່ງນັ້ນ, ໃນມື້ສັງຂານຂຶ້ນ ຈຶ່ງຈະ ຕ້ອງໄດ້ແຫ່ຈາກພະທາຕຸ ຈອມສີ ລົງມາສູ່ໜອງເທິງເກດ ເພື່ອສະ ແດງຄວາມເກັ່ງກ້າປີຊາສາມາດ. ທຸກໆວັນຂຶ້ນປີໃໝ່ ເວລາ 18:00 ໂມງ ຈິ່ງເຊີນເອົາ ສີສັດຕະນາກ ເຈົ້າ (ນາກຕະກຸນທີ 15 ແຫ່ຂຶ້ນ ໄປໄວ້ແທ່ນໂພພູສີ (ແຕ່ຕີນພູສີ ຮອດ ແທ່ນໂພ ມີການໄຕ້ທຽນ ເພື່ອ ເປັນແສງສະຫວ່າງ) ເວລາ 19:30 ໂມງ.​ຂະຂວນແຫ່ທາງໜ້າຈະມີນັກ ຟ້ອນໂຄມຈັບໂຄມໄຟ ຍ່າງນຳໜ້າ ເມື່ອລົງມາພະຣາຊະວັງ ຈະຕ້ອງ ໄປອ້ອມໜອງເທິງເກດ 3 ຮອບ ເມື່ອຄົບສາມຮອບແລ້ວ ປິ່ນນາກ ຂຶ້ນໄປທາງທິດເໜືອ ເພາະວ່າເປັນ ທິດທີ່ນາກ 15 ຕະກຸນໄດ້ມາຈາກ ໜອງແສ (ດິນແດນເມືອງເກົ່າທີ່ ບັນພະບູລຸດລາວເຮົາຈາກມາ. ຈາກນັ້ນ ກໍໄດ້ມີການຟ້ອນລຳ ໂຄມໜ້າຫໍພະບາງ ເພື່ອຈະສະເຫລີມ ສະຫລອງຖວາຍໃຫ້ພະບາງ ເບິ່ງ ກ່ອນຈະອະຣາທທະນາພະບາງລົງ ສົງທີ່ວັດໃໝ່ ສຸວັນນະພູມາຣາມ ໃນ ມື້ວັນທີ 17 ເມສາ 2024 ຕອນເຊົ້າ, ນອກຈາກຟ້ອນລຳໂຄມແລ້ວ ກໍຍັງ ມີຟ້ອນອວຍພອນ, ເລື່ອງພະຣັກພະຣາມ, ຟ້ອນຍັກ, ຟ້ອນລີງ ແລະ ຟ້ອນນາງແກ້ວ ອີກດ້ວຍ. * ແຫລ່ງຂ່າວຈາກ ແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ໃນວັນທີ 14 ເມສາ 2024 ປະຊາຊົນບ້ານ ຜານົມ ນະຄອນຫລວງພະບາງ ຈັດ ບຸນປະເພນີ ປ່ອຍນໍ້າເດືອນຫົກຕົກ ນໍ້າປີໃໝ່ ຂອງເຜົ່າລື້ ໂດຍມີທ່ານ ນາງ ສວນສະຫວັນ ວິຍະເກດ ລັດ ຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າ ແຂວງຫລວງພະບາງ ພ້ອມດ້ວຍ ເຈົ້ານະຄອນຫລວງພະບາງ, ຄະນະ ນໍາຈາກສູນກາງ, ແຂວງ, ເມືອງ ແລະ ປະຊາຊົນພາຍໃນບ້ານ ຕະ ຫລອດຮອດນັກທ່ອງທ່ຽວທັງພາຍ ໃນແລະ ຕ່າງປະເທດເຂົ້າຮ່ວມຢ່າງ ຫລວງຫລາຍ. ທ່ານ ນາງ ສຸກສາຄອນ ດາວົງ ນາຍບ້ານຜານົມ ໄດ້ໃຫ້ຮູ້ວ່າ: ໄຕລື້ ແມ່ນເຜົ່າໜຶ່ງ ຂອງວົງຄະນະນາ ຍາດແຫ່ງຊາດລາວ ເຊິ່ງມີຖິ່ນຖານ ຕົ້ນກໍາເນີດຢູ່ສິບສອງປັນນາ ສປ ຈີນ ແລະ ໄດ້ເຄື່ອນຍ້າຍມາຕັ້ງຖິ່ນ ຖານຢູ່ຫລາຍແຫ່ງທາງພາກເໜືອ ຂອງປະເທດລາວ ໂດຍສະເພາະ ເຜົ່າໄຕລື້ ບ້ານຜານົມ ໄດ້ເຄື່ອນ ຍ້າຍຈາກດິນແດນພາກໃຕ້ຂອງສິບ ສອງປັນນາ ເຂົ້າມາຢູ່ນໍ້າແດນດິນ ເມືອງຫລວງພະບາງ ໃນປີ 1876 ໃນສະໄໝຂອງພະເຈົ້າມັນທາຕຸ ລາດ ເປັນເຈົ້າແຜ່ນດິນ (ອານາຈັກ ລາວລ້ານຊ້າງຫລວງພະບາງ), ເບື້ອງຕົ້ນ ບ້ານນີ້ຍັງບໍ່ມີຊື່ເທື່ອແຕ່ ສັງເກດເຫັນວ່າຢູ່ບ້ານທ່ານໍ້າ ມີຜີ ຜາຫີນຄືກັບອຸ້ຍ (ເຕົ້ານົມຂອງແມ່ ຍິງ) ຕັ້ງຢູ່ນັ້ນຈຶ່ງພ້ອມກັນຄິດໃສ່ ຊື່ບ້ານວ່າ “ບ້ານຜານົມ” ສືບທອດ ກັນມາເທົ່າທຸກວັນນີ້. ເຜົ່າໄຕລື້ມີຮີດຄອງປະເພນີ ຄື ກັບປະຊາຊົນເຜົ່າອື່ນໆ ໃນປະເທດ ລາວ, ສໍາລັບຄວາມໝາຍຂອງບຸນ ປະເພນີ ປ່ອຍນໍ້າເດືອນຫົກຕົກນໍ້າປີ ໃໝ່ ນັ້ນໝາຍວ່າ: ວັນປີໃໝ່ມາຮອດ ແລ້ວເປັນຈຸດເລີ່ມຕົ້ນເຂົ້າສູ່ລະດູທໍາ ການຜະລິດ ເປັນຕົ້ນການປູກຝັງ ແລະ ລ້ຽງສັດ ເພື່ອສ້າງເສດຖະກິດ ຄອບຄົວ ໃຫ້ອຸດົມສົມບູນ, ຮັ່ງມີເຂັ້ມ ແຂງຂຶ້ນເລື້ອຍໆແລະກ່ອນປ່ອຍນໍ້າ ເດືອນຫົກ (ກ່ອນຈະປັກດໍາເຂົ້ານາ ໃນເດືອນຫົກ) ຕ້ອງແມ່ນຫລິ້ນບຸນ ປີໃໝ່ກ່ອນ. ບ້ານຜານົມມີປະຊາກອນ1.440 ກວ່າຄົນ, ຍິງ 749 ຄົນ, 280 ກວ່າ ຄອບຄົວ, ປະຊາຊົນບ້ານຜານົມ ເປັນຄົນມີມູນເຊື້ອດຸໝັ່ນຂະຫຍັນ ພຽນ ໃນການທໍາມາຫາກິນນອກ ຈາກມີອາຊີບເປັນກະສິກອນແລ້ວ ຍັງເປັນຊ່າງສີມືທີ່ດີເລີດ ໃນການ ຕໍ່າຫູກ-ທໍໄໝ ຊຶ່ງມີຊື່ສຽງມາແຕ່ ຮຸ່ນປູ່, ຍ່າ-ຕາຍາຍ ສືບມາເຖິງຈົນ ຮອດປັດຈຸບັນນີ້. ໃນງານຄັ້ງນີ້, ຜູ້ເຂົ້າຮ່ວມຍັງໄດ້ ຊົມການສະແດງ ສິລະປະວັນນະຄະ ດີຂອງເຜົ່າໄຕລື້ໂດຍສະເພາະແມ່ນ ການຟ້ອນ, ຂັບ-ລໍາ ຕະຫລອດຮອດ ການຸ່ງຖື, ສໍານຽງການປາກເວົ້າທີ່ ສະແດງເຖິງ ເອກະລັກຂອງເຜົ່າ. ນອກນີ້, ຍັງມີການວາງສະແດງ ສິນຄ້າ ແລະ ຜະລິດຕະພັນຕ່າງໆ ຂອງປະຊາຊົນອີກດ້ວຍ. * ສປປ ລາວສືບຕໍ່ໂຄສະນາເຜີຍແຜ່ ແລະ ສົ່ງເສີມວຽກງານຂະແໜງອຸດສາ ຫະກໍາທ່ອງທ່ຽວຕິດພັນກັບການຄ້າ ແລະ ການລົງທຶນໂດຍຜ່ານຫລາຍຊ່ອງ ທາງດ້ວຍທາງກົງ ແລະ ທາງອ້ອມ ຂະ ນະທີ່ ນັກທ່ອງທ່ຽວຕ່າງປະເທດພວມ ໃຫ້ຄວາມສົນໃຈເຂົ້າມາຢ້ຽມຢາມ ລາວນັບມື້ຫລາຍຂຶ້ນ, ຄາດວ່າການເປີດ ປີທ່ອງທ່ຽວລາວຕິດພັນກິດຈະກໍາບຸນ ປີໃໝ່ລາວ ແລະ ການເປັນເຈົ້າພາບ ກອງປະຊຸມສຸດຍອດອາຊຽນຈະສາ ມາດດຶງດູດນັກທ່ອງທ່ຽວໃຫ້ໄດ້ຢ່າງ ໜ້ອຍ 3 ລ້ານກວ່າຄົນ. ສປປ ລາວ ແມ່ນໜຶ່ງໃນບັນດາ 10 ປະເທດສະມາຊິກອາຊຽນທີ່ມີນັກທ່ອງ ທ່ຽວໃຫ້ຄວາມສົນໃຈເຂົ້າມາທ່ຽວ ອັນສືບເນື່ອງມາຈາກເປັນປະເທດທີ່ມີ ຄວາມສະຫງົບ, ມີເສັ້ນທາງລົດໄຟສາ ມາດເຊື່ອມໂຍງກັບປະເທດ ເພື່ອນອາ ຊຽນ, ພາກພື້ນສາກົນນອກຈາກນັ້ນຍັງ ມີສະຖານທີ່ທ່ອງທ່ຽວ ທີ່ເປັນມໍລະດົກ ໂລກອີກ3ແຫ່ງຄື:ມໍລະດົກໂລກຫລວງ ພະບາງ, ຜາສາດຫີນວັດພູ ແລະ ທົ່ງ ໄຫຫີນ. ດັ່ງທີ່ຮູ້ນໍາກັນ, ລະຫວ່າງປີ2018- 2019 ສປປ ລາວ ສາມາດດຶງດູດນັກ ທ່ອງທ່ຽວເກືອບ 5 ລ້ານຄົນ, ສ້າງ ລາຍໄດ້ເຂົ້າປະເທດເກືອບ 700 ລ້ານ ໂດລາ ເຊິ່ງຖືວ່າລາຍໄດ້ຈາກພາກອຸດ ສາຫະກໍາທ່ອງທ່ຽວຍັງຢືນຢູ່ແຖວໜ້າ ຂອງປະເທດ. ຫລ້າສຸດໃນວັນທີ 5 ເມສາ 2024, ກົມເສດຖະກິດ, ກະຊວງການຕ່າງ ປະເທດ ໄດ້ຈັດກອງປະຊຸມວຽກງານ “ການທູດເສດຖະກິດ ເພື່ອສົ່ງເສີມ ການລົງທຶນ,ການຄ້າແລະທ່ອງທ່ຽວ” ຂຶ້ນ ທີ່ຫໍປະຊຸມແຫ່ງຊາດ, ນະຄອນ ຫລວງວຽງຈັນ, ພາຍໃຕ້ການເປັນປະ ທານຂອງ ທ່ານ ສະເຫລີມໄຊ ກົມມະ ສິດ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ ໂດຍ ມີບັນດາທ່ານເອກອັກຄະລັດຖະທູດ, ທຸຕານຸທູດ, ຫົວໜ້າອົງການຈັດຕັ້ງສາ ກົນ ແລະ ສະຖາບັນການເງິນສາກົນ ຕ່າງໆ, ພ້ອມດ້ວຍກະຊວງຂະແໜງ ການທີ່ກ່ຽວຂ້ອງຈາກພາກລັດ ແລະ ພາກເອກະຊົນ ເຂົ້າຮ່ວມຈໍານວນ ທັງ ໝົດ 280 ກວ່າທ່ານ. ຈຸດປະສົງ ຂອງກອງປະຊຸມຄັ້ງ ນີ້ແມ່ນເພື່ອເຜີຍແຜ່ຂໍ້ມູນຂ່າວສານ ຕ່າງໆກ່ຽວກັບການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ຢູ່ ສປປ ລາວ ໂດຍສະເພາະແມ່ນນະໂຍ ບາຍທີ່ເອື້ອອໍານວຍໃຫ້ແກ່ນັກລົງທຶນ ຕ່າງປະເທດ ເພື່ອໃຫ້ບັນດາຜູ້ເຂົ້າຮ່ວມ ໄດ້ຮັບຮູ້ ແລະ ເຂົ້າໃຈວຽກງານຂະ ແໜງຕ່າງໆ ຂອງ ສປປ ລາວ ຫລາຍ ຂຶ້ນ. ກອງປະຊຸມຄັ້ງນີ້, ຖືວ່າເປັນບາດ ກ້າວທໍາທິດຂອງ ສປປ ລາວ ໃນການ ຈັດຕັ້ງປະຕິບັດຂໍ້ລິເລີ່ມ ວຽກງານການ ທູດເສດຖະກິດຂອງລັດຖະບານ ໂດຍ ມີກະຊວງການຕ່າງປະເທດເປັນໃຈ ກາງ ເພື່ອເປັນອີກຊ່ອງທາງເລືອກໜຶ່ງ ນອກຈາກກົນໄກການຮ່ວມມືຕ່າງໆ ທີ່ມີຢູ່ແລ້ວ, ວຽກງານການທູດເສດ ຖະກິດດັ່ງກ່າວແມ່ນຈະສຸມໃສ່ໂຄສະ ນາເຜີຍແຜ່ກ່ຽວກັບນະໂຍບາຍການ ສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວຢູ່ສປປລາວຜ່ານຊ່ອງ ທາງການທູດ ເພື່ອໃຫ້ຜູ້ທີ່ມີຄວາມສົນ ໃຈທີ່ຢາກມາລົງທຶນ, ດໍາເນີນທຸລະກິດ ແລະ ເຂົ້າມາທ່ອງທ່ຽວ ຢູ່ ສປປ ລາວ ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບ ຂໍ້ມູນ ແລະ ນະໂຍບາຍສົ່ງເສີມຂອງ ລັດຖະບານ ຕໍ່ວຽກງານດັ່ງກ່າວໃຫ້ ຫລາຍຂຶ້ນ. ໃນໂອກາດກ່າວເປີດກອງປະຊຸມ, ທ່ານປະທານກອງປະຊຸມ ໄດ້ຍົກໃຫ້ ເຫັນເຖິງຄວາມໝາຍຄວາມສໍາຄັນ ແລະ ຈຸດປະສົງຂອງການທູດເສດຖະ ກິດ ແມ່ນເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບເສດຖະກິດ-ການເງິນ ຂອງຊາດ, ພາກພື້ນ ແລະ ສາກົນ ໂດຍ ແນໃສ່ຍົກລະດັບການຮ່ວມມືດ້ານ ການຄ້າ, ການລົງທຶນ ແລະ ການເຊື່ອມ ໂຍງສາກົນ ຂຶ້ນສູ່ມິຕິໃໝ່, ພ້ອມທັງສົ່ງ ເສີມການພັດທະນາເສດຖະກິດ-ສັງຄົມ ພາຍໃນປະເທດ, ຍົກລະດັບຄຸນນະພາບ ຊີວິດການເປັນຢູ່ຂອງປະຊາຊົນ ແລະ ຫລຸດຜ່ອນຄວາມທຸກຍາກເທື່ອລະກ້າວ. ກອງປະຊຸມໄດ້ຮັບຟັງການນຳສະ ເໜີຂໍ້ມູນກ່ຽວກັບທ່າແຮງນະໂຍບາຍ ສົ່ງເສີມດ້ານການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ຂອງ ສປປ ລາວ ຈາກກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງແຜນການແລະ ການ ລົງທຶນ ແລະ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຊຶ່ງໄດ້ ຍົກໃຫ້ເຫັນເຖິງກາລະໂອກາດ ແລະ ສິ່ງອຳນວຍຄວາມສະດວກ ໃນການ ດຶງດູດການຄ້າ, ການລົງທຶນ ລວມທັງ ວຽກງານການສົ່ງເສີມການທ່ອງທ່ຽວ ຂອງ ສປປ ລາວ. ກອງປະຊຸມໄດ້ມີການແລກປ່ຽນ ຄຳຄິດຄຳເຫັນ ເພື່ອຊອກຫາກາລະໂອ ກາດ ໃນການໝູນໃຊ້ທ່າແຮງການ ຮ່ວມມືພາກພື້ນ ແລະ ສາກົນ ຂອງ ສປປ ລາວ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ກໍຄືການ ເຄື່ອນໄຫວວຽກງານການທູດເສດ ຖະກິດຂອງສປປລາວ ເຊິ່ງຖືເປັນວຽກ ບູລິມະສິດຂອງທຸກຂະແໜງການຈະ ຕ້ອງໄດ້ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິ ບັດຮ່ວມກັນໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າໃນຕໍ່ໜ້າ.

RkJQdWJsaXNoZXIy MTc3MTYxMQ==