xtgmf]k; 3 19/04/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me *** ອ່ານຕໍ່ສະບັບໜ້າ *** ໂດຍ: ຢ່າຕົງ ໂດຍ: ໄໝຄຳຍ້ອມສິນ dkog7nj vows;0v'7tot-k;|5j ,xt-k-q o xt8y ;a f]k; c8j dv'xt-5 ,.spj z6h cmo-k;|5j ,mqj ;xtgmf 7A 'mu I-VIII ບົດສະເໜີ xu .\j .sh xvf0U gspN v * ໜັງສືພິມປະເທດລາວສະບັບ ຜ່ານມາ ຜູ້ຂຽນກໍໄດ້ຍົກເອົາມູນເຊື້ອ ອັນດີງາມໃນການປະກອບສ່ວນຄຽງ ບ່າຄຽງຕໍ່ສູ້ປົດປ່ອຍຊາດ ແລະ ພາລະ ກິດປົກປັກຮັກສາ ແລະ ສ້າງສາປະ ເທດຊາດແລ້ວ ເຊິ່ງມາສະບັບນີ້ຂໍນຳ ເອົາຜົນງານການເຄື່ອນໄຫວຂອງຄະ ນະຊາວໜຸ່ມປະຊາຊົນປະຕິວັດລາວ ນັບແຕ່ກອງປະຊຸມໃຫຍ່ຜູ້ແທນຊາວ ໜຸ່ມທົ່ວປະເທດ ຄັ້ງທີ I-VIII ຫລື ຈົນ ເຖິງປັດຈຸບັນວ່າມີຫຍັງແດ່ ? ຫລັງປະເທດຊາດໄດ້ຮັບການປົດ ປ່ອຍ ແລະ ສະຖາປານາເປັນ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ປະເທດລາວຂອງພວກເຮົາໄດ້ ກາຍເປັນປ້ອມດ່ານໜ້າຂອງລະບອບ (ຄ້າຍ) ສັງຄົມນິຍົມຢູ່ໃນພາກພື້ນອິນ ດູຈີນ, ພື້ນຖານໂຄງລ່າງຖະໜົນຫົນ ທາງ, ພື້ນຖານເສດຖະກິດ, ວັດຖຸ-ເຕັກ ນິກຍັງຫລ້າຫລັງ-ຂາດເຂີນ, ຊີວິດການ ເປັນຢູ່ຂອງປະຊາຊົນຕົກຢູ່ໃນສະຕາ ກໍາທີ່ທຸກຍາກລໍາບາກ ຍ້ອນລະບອບ ການປົກຄອງເກົ່າບໍ່ໄດ້ສ້າງພື້ນຖານ ໂຄງລ່າງຫຍັງປະໄວ້ໃຫ້ພວກເຮົາ. ສະ ນັ້ນ, ບັນຫາຫລັກທີ່ພັກ, ລັດຖະບານ ແລະ ປະຊາຊົນເຮົາຕ້ອງໄດ້ປະຕິບັດ ແລະ ແກ້ໄຂຮີບດ່ວນ ໃນເວລານັ້ນແມ່ນ ການປົກປັກຮັກສາໝາກຜົນຂອງການ ປະຕິວັດ, ປັບປຸງອໍານາດລັດ, ຟື້ນຟູເສດ ຖະກິດ-ສັງຄົມ ແລະ ຮໍາບາດແຜສົງ ຄາມໃຫ້ເຂົ້າສູ່ສະພາບຄວາມສະຫງົບ ໂດຍໄວ. ແຕ່ໃນຂະນະດຽວກັນ, ດ້ວຍ ທາດແທ້ ແລະ ເຈດຈໍານົງອັນຊົ່ວຮ້າຍ ທີ່ບໍ່ມີມື້ປ່ຽນແປງຂອງສັດຕູ ພວກເຂົາ ໄດ້ໃຊ້ກົນອຸບາຍຮອບດ້ານເພື່ອປິດ ລ້ອມ ແລະ ທໍາລາຍລະບອບໃຫມ່ຂອງ ພວກເຮົາຕັ້ງແຕ່ຫົວທີ ພວກມັນໄດ້ໃຊ້ ກໍາລັງອາວຸດນາບຂູ່, ໂຈມຕີ, ເຊື່ອມຍຶດ ເອົາດິນ ແດນ, ຕົວະຍົວະເອົາປະຊາຊົນ ແລະ ຊາວໜຸ່ມລາວບັນດາເຜົ່າໂຕນໜີ ອອກຈາກປະເທດແລະອື່ນໆ. ເພື່ອຕອບ ສະໜອງຕາມຄວາມຮຽກຮ້ອງຕ້ອງ ການຂອງປະເທດຊາດໃນໄລຍະໃໝ່ ຄະນະຂົນຂວາຍ ການສ້າງຕັ້ງຄະນະ ຊາວໜຸ່ມ ປະຊາຊົນປະຕິວັດລາວ ໄດ້ ສືບຕໍ່ປະຕິບັດພາລະບົດບາດຂອງຕົນ ຢ່າງເຄັ່ງຮ້ອນ ດ້ວຍການປັບປຸງຄຸນນະ ພາບຂອງສະມາຊິກຊາວໜຸ່ມ, ປຸກລະ ດົມ ກໍາລັງແຮງຂອງຊາວໜຸ່ມເຂົ້າ ຮ່ວມວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ, ສ້າງຂະບວນການ ຟື້ນຟູເສດຖະກິດ, ຂຸດເຫມືອງ, ປັ້ນຝາຍ ແລະ ຂະຫຍາຍເນື້ອທີ່ປູກຝັງ-ລ້ຽງສັດ ຢ່າງເປັນຂະບວນກວ້າງຂວາງ, ປຸກ ລະດົມຂະບວນການສຶກສາຮໍ່າຮຽນ ຍົກລະດັບວັດທະນະທໍາ, ອາສາສະໝັກ ປະຕິບັດໜ້າທີ່ວຽກງານຕ່າງໆ ດ້ວຍ ການຍົກເອົາຂໍ້ແຂ່ງຂັນ “3 ສາມັກຄີ 4 ບຸກ” ໂດຍສະເພາະໄດ້ສະແດງອອກ ດ້ານແນວຮົບປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ເຊິ່ງໄດ້ມີຊາວໜຸ່ມ ທັງ ຍິງ ແລະ ຊາຍຕື່ນຕົວສະໝັກໃຈຢ່າງ ເປັນຂະບວນແຂງແຮງ ເພື່ອທັບມ້າງ ທຸກການເຄື່ອນໄຫວແຊກຊຶມ ບຽດຢຶດ ດິນແດນຂອງພວກປະຕິການ ເດັ່ນກວ່າ ໝູ່ແມ່ນພວກປະຕິການຂວາຈັດໄທ ໄດ້ ບຽດຢຶດດິນແດນ 3 ບ້ານຂອງລາວຢູ່ ເມືອງບໍ່ແຕນ ແຂວງໄຊຍະບູລີ (ບ້ານ ໃໝ່, ບ້ານກາງ ແລະ ບ້ານສະຫວ່າງ) ໃນປີ 1984 ໄດ້ມີຊາວໜຸ່ມສອງໝື່ນ ກວ່າຄົນສະໝັກໃຈອອກໄປສູ້ຮົບ, ດ້ານແນວລົບເສດຖະກິດ-ແກ້ໄຂຊີວິດ ການເປັນຢູ່ ຊາວໜຸ່ມກໍ່ໄດ້ເຂົ້າຮ່ວມ ຢ່າງຫ້າວຫັນ ແລະ ນໍາໜ້າໃນການ ສ້າງຊົນລະປະທານ, ບຸກເບີກເນື້ອທີ່ປູກ ຝັງ, ເຮັດນາແຊງ, ເຮັດກະເສດສຸມ, ລ້ຽງສັດ, ຜະລິດຫັດຖະກໍາ, ປຸງແຕ່ງ ເຄື່ອງປ່າຂອງດົງ, ປົວແປງຖະໜົນຫົນ ທາງ, ເຮືອນຊານບ້ານຊ່ອງ, ໂຮງ ຮຽນ, ໂຮງໝໍ ແລະ ອື່ນໆ... ຈົນເກີດມີ ບົດເພງ “ສອງເຮົາພົບກັນ ທີ່ອ່າງນໍ້າ ຫຸມ” ທີ່ໄດ້ພັນລະນາບັນຍາຍການ ອອກແຮງງານລວມໝູ່ຂອງຊາວໜຸ່ມ ຍິງ-ຊາຍຢ່າງເລິກເຊິ່ງ ໃນເວລານັ້ນ ໂດຍມີທຸງຊາວໜຸ່ມຕະລຸມບອນສີແດງ ປິວສະບັດນຳໜ້າ ແລະ ໄປຄຽງຄູ່ກັນ ນັ້ນ ດ້ານການຈັດຕັ້ງຊາວໜຸ່ມປະຊາ ຊົນປະຕິວັດລາວ ກໍຍັງສືບຕໍ່ເຄື່ອນໄຫວ ໃນລັກສະນະ ເປັນຄະນະຂົນຂວາຍສ້າງ ຕັ້ງການຈັດຕັ້ງຊາວໜຸ່ມ ແລະ ວັນທີ 01/01/1979 ໜັງສືພິມໜຸ່ມລາວທີ່ ເປັນກະບອກສຽງຂອງຊາວໜຸ່ມກໍໄດ້ ກໍາເນີດຂຶ້ນ, ໂຮງພິມໜຸ່ມລາວ ເຊິ່ງເປັນ ບ່ອນຜະລິດສື່ສິ່ງພິມຕ່າງໆ ເພື່ອຮັບໃຊ້ ໃຫ້ແກ່ຄະນະຊາວໜຸ່ມ ທີ່ໄດ້ຮັບການ ຊ່ວຍເຫລືອດ້ານເຄື່ອງຈັກຈາກສູນ ກາງຊາວໜຸ່ມກົມໂຊໂມນເລນິນແຫ່ງ ສະຫະພາບໂຊວຽດໄດ້ຖືກສ້າງຕັ້ງ ແລະ ເປີດການເຄື່ອນໄຫວໃນເດືອນ ເມສາ 1983 ແລະ ໃນເດືອນດຽວກັນ ວັນທີ27-29ເມສາ1983ກອງປະຊຸມ ໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ I ເຊິ່ງເປັນຄັ້ງປະຫວັດສາດ ໄດ້ໄຂຂຶ້ນ ທີ່ນະຄອນຫລວງວຽງຈັນ ເຊິ່ງເປັນ ເຫດການການເມືອງທີ່ສໍາຄັນຂອງ ຊາວໜຸ່ມລາວທົ່ວປະເທດ, ເປັນຂີດ ໝາຍແຫ່ງການເຕີບໃຫຍ່ຂະຫຍາຍຕົວ ດ້ານການເມືອງ-ແນວຄິດ ແລະ ການ ຈັດຕັ້ງຂອງຄຊປປລທັງຕອບສະໜອງ ຄວາມຮຽກຮ້ອງຕ້ອງການທີ່ມີມາແຕ່ ດົນນານຂອງຊາວໜຸ່ມ-ໄວໜຸ່ມກໍຄື ຊາວໜຸ່ມໃນບັນດາປະເທດອ້າຍນ້ອງ ແລະ ປະເທດເພື່ອນມິດໃນໂລກ. ນັບແຕ່ ນັ້ນມາວຽກກໍ່ສ້າງພະນັກງານຊາວໜຸ່ມ ກໍໄດ້ຮັບການຈັດຕັ້ງຝຶກອົບຮົມແລະຮໍ່າ ຮຽນຂຶ້ນຫລາຍຊຸດ, ການຈັດຕັ້ງຊາວ ໜຸ່ມໄດ້ເຕີບໃຫຍ່ຂຶ້ນຢ່າງບໍ່ຢຸດຢັ້ງ, ຊາວໜຸ່ມໄດ້ກາຍເປັນກໍາລັງປະຈັນ ບານນໍາໜ້າ ແລະ ເປັນຜູ້ສືບທອດທີ່ໄວ້ ເນື້ອເຊື່ອໃຈຂອງພັກ ແລະ ຂອງຊາດ. ຢ່າງໃດກໍຕາມໃນພາລະກິດປ່ຽນ ແປງໃໝ່ຂອງພັກນັບແຕ່ປີ 1986 ມາ ເຖິງປັດຈຸບັນ ຊາວໜຸ່ມລາວບັນດາເຜົ່າ ຢູ່ບັນດາທ້ອງຖິ່ນ, ຂະແໜງການ, ການ ຈັດຕັ້ງພັກ-ລັດແລະການຈັດຕັ້ງສັງຄົມ ທຸກຖ້ວນໜ້າໄດ້ຕັ້ງໜ້າປະກອບສ່ວນ ຢ່າງຫ້າວຫັນປະຕິບັດໜ້າທີ່ ແລະ ພັນ ທະຂອງຕົນຢ່າງຕັ້ງໜ້າ ເຮັດໃຫ້ແນວ ທາງການປ່ຽນແປງໃໝ່, ນະໂຍບາຍ, ມະຕິຄໍາສັ່ງຂອງພັກແຕ່ລະຂັ້ນຖືກຈັດ ຕັ້ງປະຕິບັດມີໝາກຜົນຕົວຈິງໃນແຕ່ລະ ໄລຍະສາມາດເຮັດໃຫ້ລະບົບການເມືອງ ມີຄວາມໝັ້ນຄົງ, ສັງຄົມມີຄວາມເປັນ ລະບຽບຮຽບຮ້ອຍໂດຍພື້ນຖານ, ເສດ ຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ວັດທະ ນະທໍາ-ສັງຄົມໄດ້ຮັບການອະນຸລັກຮັກ ສາ ແລະ ສົ່ງເສີມໄປໃນທິດທາງທີ່ຕັ້ງ ໜ້າ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ ຮັບການປັບປຸງນັບມື້ດີຂຶ້ນເປັນກ້າວໆ. ກອງປະຊຸມໃຫຍ່ຄັ້ງທີ I ວັນທີ 27- 29 ເມສາ 1983, ມີຜູ້ແທນເຂົ້າຮ່ວມ 250 ສະຫາຍ, ໄດ້ເລືອກຕັ້ງ ສະຫາຍ ທອງສະຫວັດ ໄຂຄໍາພິທູນ ເປັນເລຂາ ທີໜຶ່ງ ຄະນະບໍລິຫານງານສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ຕໍ່ມາໄດ້ແຕ່ງຕັ້ງສະຫາຍນາງທອງວິນ ພົມວິຫານ ເປັນເລຂາທີໜຶ່ງຄະ ນະບໍລິ ຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ແລະ ມີຄະນະບໍລິຫານ ງານ 29 ສະຫາຍ, ຍິງ 4 ສະຫາຍ. ກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາຂໍ້ ແຂ່ງຂັນ3ສາມັກຄີ4ບຸກ;ຮັບຮອງເອົາ ຄໍາຂວັນ “ບ່ອນໃດຍາກຊາວໜຸ່ມບຸກ ບ່ອນໃດທຸກຊາວ ໜຸ່ມຜ່ານຜ່າ ບ່ອນໃດ ຊາດຕ້ອງການຊາວໜຸ່ມ ຂານອາສາ” ເປັນຄໍາ ຂວັນປຸກລະດົມຊາວໜຸ່ມ; ຮັບ ຮອງເອົາວັນທີ 14 ເມສາ 1955 ເປັນ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ; ຮັບຮອງເອົາວັນທີ 2 ທັນວາ 1955 ເປັນວັນສ້າງຕັ້ງກອງ ເຍົາວະຊົນທັນວາແລະອະນຸຊົນທັນວາ; ຮັບຮອງເອົາກົດລະບຽບຄະນະ ຊາວ ໜຸ່ມປະຊາຊົນປະຕິວັດລາວ ສະບັບທໍາ ອິດ; ຮັບຮອງເອົາທຸງ ແລະ ເຄື່່ອງໝາຍ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ. * ໃນໄລຍະເດືອນເມສາ 2024 ນີ້ ປາກົດເຫັນວ່າການໂພສຂາຍສິ່ງເສບ ຕິດ ປະເພດ: ຄໍລາເຈນທີ່ມີສ່ວນປະສົມ ຂອງສານເສບຕິດ, ປຸມເປົ້າອັດແກັດ, ນໍ້າກະທອມ...ຢ່າງເປີດແປນ ແລະ ແຜ່ ຫລາຍໃນສື່ສັງຄົມອອນລາຍ, ທັງໆສິ່ງ ທີ່ນໍາມາໂພສໂຄສະນາຂາຍເປັນສິ່ງທີ່ ຜິດກົດໝາຍ ແລະ ມີໂທດທາງອາຍາ. ທັງຍັງມີການສ້າງເປັນກຸ່ມຊື້-ຂາຍ ໃນ ສື່ສັງຄົມອອນລາຍຕ່າງເຊັ່ນ: ເຟສບຸກ, ຕິກຕ໋ອກ, ວອແອັບ ແລະ ອື່ນໆ. ສິ່ງຜິດກົດໝາຍຕ່າງໆທີ່ມີສານ ເສບຕິດຖືວ່າເປັນສິ່ງເປັນກົດໝາຍ ຂອງ ສປປ ລາວ ເກືອດຫ້າມ ແລະ ບໍ່ ອະນຸຍາດໃຫ້ມີການຊື້-ຂາຍ, ຈຳໜ່າຍ, ຄອບຄອງ, ນໍາເຂົ້າ-ສົ່ງອອກ ແລະ ຂົນ ສົ່ງຜ່ານ ສປປ ລາວ ເຖິງວ່າຈະມີກົດ ໝາຍຄຸ້ມຄອງແຕ່ກໍຍັງປາກົດເຫັນ ການໂພສຂາຍ ຢູ່ຕາມສື່ອອນລາຍ ຢ່າງເປີດແປນ ແລະ ທ້າທາຍ ຊຶ່ງມີທັງ ບຸກຄົນ ແລະ ການຕັ້ງກຸ່ມຊື້ຂາຍທີ່ສາ ມາດສ້າງຄວາມສະດວກໃຫ້ຫລາຍຄົນ ເຂົ້າເປັນສະມາຊິກກຸ່ມ ແລະ ໂພສຂາຍ ຢ່າງອຶກກະທຶກແບບບໍ່ຢ່ານກົວກົດ ໝາຍ. ຕໍ່ກັບປາກົດການນີ້ມີຫລາຍ ທ່ານຕັງຄຳຖາມວ່າ: ພາກສ່ວນເປັນຜູ້ ຮັບຜິດຊອບຕິດຕາມ, ກວດກາ?. ປັດ ຈຸບັນ ເຈົ້າໜ້າທີ່ປກສທົ່ວປະເທດລວມ ທັງພາກສ່ວນກ່ຽວຂ້ອງໄດ້ສຸມໃສ່ປະ ຕິບັດວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດ ຊຶ່ງກໍສາມາດ ກວດພົບ ແລະ ຈັບຜູ້ຜະລິດ, ຈໍາໜ່າຍ, ຊື້-ຂາຍ ແລະ ຜູ້ເສບກິນດື່ມມາສຶກສາ ອົບຮົມແລະ ດຳເນີນຄະດີຕາມລະບຽບ ກົດໝາຍ. ແຕ່ແນວໃດກໍຕາມຢາເສບ ຕິດຊະນິດໃໝ່ ກໍ່ເກີດຂຶ້ນມາເລື້ອຍໆ ບໍ່ວ່າຈະເປັນປຸ່ມເປົ້າອາຍແກັດ, ກາເຟ ມ່ວນ, ໃບກະທອມ, ຄໍລາເຈນ ແລະ ອື່ນໆ. ນີ້ເປັນອີກໜຶ່ງປາກົດການຫຍໍ້ທໍ້ ໃນສັງຄົມແລະ ເປັນສິ່ງທີ່ທຸກພາກສ່ວນ 3rl0kplyj 'gl[8y f.olnj vvo]kp rkdlj ;o.fIa [zy f-v[L ໃນສັງຄົມ ຕ້ອງໄດ້ເປັນຫູເປັນຕາຊ່ວຍ ເຈົ້າໜ້າທີ່. ທີ່ສຳຄັນພາກສ່ວນຕ້ານ ແລະ ສະກັດກັ້ນອາຊະຍາກຳທາງຄອມ ພິວເຕີ ຕ້ອງໄດ້ສອດສ່ອງດູແລຢ່າງ ຂະຫຍັນແຂງຂັນ ເພື່ອສາມາດແກ້ໄຂ. ເມື່ອເວົ້າເລື່ອງຂອງໂລກໂຊຊຽວມີ ເດຍຫລືສື່ອອນລາຍໄດ້ມີອິດທິພົນແລະ ແຜ່ຂະຫຍາຍທົ່ວທຸກສັງຄົມໃນໂລກ ຊຶ່ງຂໍ້ມູນຂ່າວສານທີ່ໄຮ້ພົມແດນນີ້ມີ ທັງຂໍ້ດີ ແລະ ຂໍ້ເສຍ ໂດຍຂໍ້ເສຍຄືບັນດາ ເນື້ອໃນຂໍ້ມູນຂ່າວສານນັບມື້ຮຸນແຮງ ແລະ ເປັນອັນຕະລາຍຕໍ່ຜູ້ນຳໃຊ້. ຈາກ ນີ້ຫລາຍ ປະເທດຈຶ່ງໄດ້ແຕ່ງຕັ້ງໜ່ວຍ ງານຮັບຜິດຊອບຂໍ້ມູນຂ່າວສານທີ່ເຜີຍ ແຜ່ຜ່ານອິນເຕີເນັດສະເພາະລວມທັງ ກຳນົດມາດຕະການລົງໂທດຜູ້ໃຊ້ສື່ ອອນລາຍທີ່ສ້າງຄວາມເສຍຫາຍ ແລະ ເປັນພິດໄພຕໍ່ສັງຄົມ. ສຳລັບບ້ານເຮົາ ຖ້າມີຜູ້ເຜີຍແຜ່ຂໍ້ມູນຂ່າວສານຜ່ານ ອິນເຕີເນັດ ຫລື ສື່ອອນລາຍທີ່ມີລັກ ສະນະຕົວະຍົວະຫລອກລວງຂັດແນວ ທາງນະໂຍບາຍຂອງພັກ-ລັດ, ຜິດລະ ບຽບກົດໝາຍ, ສ້າງຄວາມເສື່ອມເສຍ ຕໍ່ກຽດ ແລະ ສັກສີຂອງຜູ້ອື່ນລວມເຖິງ ຂໍ້ຄວາມ ຫລື ຮູບພາບທີ່ແຕະຕ້ອງເຖິງ ຮີດຄອງປະເພນີທີ່ດີງາມຂອງຊາດ, ໃນດຳລັດວ່າດ້ວຍການຄຸ້ມຄອງຂໍ້ມູນ ຂ່າວສານຜ່ານອິນເຕີເນັດເລກທີ 327/ ລບ ລະບຸໄວ້ໃນມາດຕາ 18 ວ່າດ້ວຍ ຄວາມຮັບຜິດຊອບຂອງຂະແໜງການ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານໂດຍໃຫ້ອອກຄຳສັ່ງເຖິງ ບັນດາຜູ້ໃຫ້ບໍລິການອິນເຕີເນັດ ລະງັບ ການເຂົ້າເຖິງຂໍ້ມູນຂ່າວສານ, ຕັດການ ເຊື່ອມຕໍ່ຊົ່ວຄາວ ຫລື ຍາວນານຕໍ່ຜູ້ໃຊ້ ບໍລິການທີ່ລະເມີດດຳລັດສະບັບນີ້ ແລະ ລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ, ຮ່ວມ ມືກັບເຈົ້າໜ້າທີ່ທີ່ກ່ຽວຂ້ອງຕິດຕາມ ຊອກຫາຜູ້ເຜີຍແຜ່ຂໍ້ມູນຂ່າວສານທີ່ ເປັນການລະເມີດດຳລັດສະບັບນີ້ ຫລື ລະບຽບ ກົດໝາຍອື່ນທີ່ກ່ຽວຂ້ອງ. ມາດຕາ 19 ວ່າດ້ວຍຄວາມຮັບຜິດ ຊອບຂອງຂະແໜງຖະແຫລງຂ່າວ, ວັດ ທະນະທຳແລະທ່ອງທ່ຽວໃຫ້ຕິດຕາມ, ກວດກາ, ວິເຄາະໄຈ້ແຍກ ແລະ ວິເຄາະ ເນື້ອໃນຂໍ້ມູນຂ່າວສານຜ່ານອິນເຕີເນັດ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດ ຕັ້ງ, ຄົ້ນຄວ້າ, ຖະແຫລງ ແລະ ເຜີຍແຜ່ ຂ່າວສານຢ່າງເປັນທາງການເພື່ອຊີ້ ແຈງຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງ. ມາດຕາ 20 ວ່າດ້ວຍຄວາມຮັບ ຜິດຊອບຂອງຂະແໜງການປ້ອງກັນ ຄວາມສະຫງົບໂດຍຮັບແຈ້ງຄວາມ ຈາກບຸກຄົນ, ນິຕິບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງໃນກໍລະນີກະທຳ ຜິດທີ່ພົວພັນເຖິງຄວາມໝັ້ນຄົງຂອງ ຊາດ ແລະ ຄວາມເປັນລະບຽບຮຽບ ຮ້ອຍຂອງສັງຄົມ; ເກັບກຳ, ກວດກາ ແລະ ຄົ້ນຄວ້າວິໄຈຂໍ້ມູນຂ່າວສານຜ່ານ ອິນເຕີເນັດທີ່ມີລັກສະນະຄຸກຄາມເຖິງ ຄວາມໝັ້ນຄົງຂອງຊາດ, ຄວາມລັບ ຂອງຊາດ ແລະ ຄວາມສະຫງົບຂອງ ສັງຄົມ; ສືບສວນ-ສອບສວນ ແລະ ດໍາ ເນີນຄະດີບຸກຄົນ, ນິຕິບຸກຄົນແລະການ ຈັດຕັ້ງທີ່ລະເມີດດຳລັດສະບັບນີ້. ມາດຕາ 21 ວ່າດ້ວຍຄວາມຮັບຜິດ ຊອບຂອງຂະແໜງການສຶກສາທິການ ແລະ ກິລາ ຕ້ອງເຜີຍແຜ່ນິຕິກຳຕ່າງໆ ກ່ຽວກັບການຄຸ້ມຄອງການນຳໃຊ້ອິນ ເຕີເນັດ, ຄວາມຮູ້ດ້ານອິນເຕີເນັດໃຫ້ແກ່ ນັກຮຽນ, ນັກສຶກສາເພື່ອໃຫ້ນັກຮຽນ, ນັກສຶກສາໄດ້ນຳໃຊ້ອິນເຕີເນັດ ໄປໃນ ທາງທີ່ເໝາະສົມ, ຫລີກເວັ້ນຈາກຜົນ ກະທົບທາງລົບຂອງການນຳໃຊ້ຂໍ້ມູນ ຂ່າວສານຜ່ານອິນເຕີເນັດ. ມາດຕາ 22 ວ່າດ້ວຍຄວາມຮັບຜິດ ຊອບຂອງພາກສ່ວນອື່ນ ໂດຍບັນດາ ກະຊວງ, ອົງການທຽບເທົ່າ, ອົງການ ປົກຄອງທ້ອງຖິ່ນ ຮັບຜິດຊອບຄຸ້ມຄອງ ຂໍ້ມູນຂ່າວສານຜ່ານອິນເຕີເນັດທີ່ກ່ຽວ ຂ້ອງກັບອົງການຂອງຕົນພ້ອມທັງປະ ສານສົມທົບກັບຂະແໜງການທີ່ກ່ຽວ ຂ້ອງເພື່ອຕ້ານ ແລະ ສະກັດກັ້ນການ ເຜີຍແຜ່ຂໍ້ມູນຂ່າວສານຜ່ານອິນເຕີເນັດ ທີ່ລະເມີດດຳລັດສະບັບນີ້ແລະ ລະບຽບ ກົດໝາຍທີ່ກ່ຽວຂ້ອງ. * ຖືວ່າຜ່ານພົ້ນໄປແລ້ວສຳລັບການ ສະເຫລີມສະຫລອງບຸນປີໃໝ່ລາວ ຫລື ບຸນຕຸດສົງການ ຊຶ່ງຫລາຍຄົນກໍໄດ້ ໄປສະເຫລີມສະຫລອງບຸນປີໃໝ່ ຕາມ ສະຖານທີ່ທ່ອງທ່ຽວທຳມະຊາດ, ວັດ ວາອາຮາມ ແລະ ເມືອຢາມບ້ານ, ໄປ ຢ້ຽມຢາມເຊິ່ງກັນ ແລະ ກັນຕາມຈຸດ ປະສົງກັນແລ້ວ, ແຕ່ເຖິງຢ່າງໃດກໍຕາມ ສິ່ງທີ່ພວກເຮົາຄວນເອົາໃຈໃສ່ໃນໄລ ຍະບຸນນີ້ຄື: ຄ່ອຍໄປຄ່ອຍມາ ເພື່ອຫລີກ ເວັ້ນບັນຫາການເກີດອຸບັດເຫດ ທີ່ຈະ ສ້າງຄວາມເສຍຫາຍແກ່ຄອບຄົວ. ຂະນະທີ່ກໍຄວນເອົາໃຈໃສ່ບັນຫາການ ປົກປັກຮັກສາສິ່ງແວດລ້ອມໃຫ້ສະ ອາດ ໂດຍບໍ່ຖິ້ມຂີ້ເຫຍື້ອຊະຊາຍຢູ່ສະ ຖານທີ່ຕ່າງໆ,ທຸກເສັ້ນທາງ ເພື່ອຄວາມ ສະອາດຢ່າງຈົບງາມຕະຫລອດເວລາ ທັງເປັນການດຶງດູດການທ່ອງທ່ຽວ ໃນ ປີທ່ອງທ່ຽວລາວຢ່າງຟົດຟື້ນ ແລະ ປອດຂີ້ເຫຍື້ອ. ໃນໄລຍະຜ່ານມາ ການສະເຫລີມ ສະຫລອງບຸນປີໃໝ່ ກໍເຫັນໄດ້ວ່າ ມີ ຫລາຍດ້ານສັງຄົມສາມາດຈັດຕັ້ງປະ ຕິບັດໄດ້ເປັນຢ່າງດີຕາມຮີດຄອງປະເພ ນີອັນດີງາມທີ່ສືບທອດກັນມາຫລາຍ ເຊັ່ນຄົນ ໂດຍສະເພາະການຫົດນ້ຳ ອວຍພອນເຊິ່ງກັນ ແລະ ກັນ, ການເຂົ້າ ວັດວາອາຮາມສົງພະ, ການນຸ່ງຖືເປັນ ລະບຽບຮຽບຮ້ອຍຕາມປະເພນີລາວ ຊຶ່ງໄດ້ກາຍເປັນມູນເຊື້ອດີງາມໃຫ້ແກ່ ລູກຫລານຂອງພວກເຮົາໄດ້ຈັດຕັ້ງປະ ຕິບັດໄປໃນອະນາຄົດ. ແຕ່ເຖິງຢ່າງໃດ ກໍດີຍັງມີບາງດ້ານກໍຕ້ອງໄດ້ເອົາໃຈໃສ່ ແກ້ໄຂຕື່ມອີກ ເປັນຕົ້ນແມ່ນບັນຫາການ ຖິ້ມຂີ້ເຫຍື້ອຊະຊາຍຕາມຖະໜົນຫົນ ທາງ, ສະຖານທີ່ຈັດງານສະເຫລີມສະ ຫລອງ ເຖິງວ່າ ພາກສ່ວນກ່ຽວຂ້ອງ ໄດ້ກະກຽມຖັງຂີ້ເຫຍື້ອຢາຍຕາມຈຸດ ຕ່າງໆ, ແຕ່ກໍມີຈຳນວນໜຶ່ງມັກງ່າຍ ບໍ່ຄຳນຶງເຖິງຄວາມສະອາດຂອງສະ ພາບແວດລ້ອມ ຍັງຖິ້ມຂີ້ເຫຍື້ອຊະຊາຍ ຕາມຖະໜົນຫົນທາງ, ຈຸດຈັດງານ. ນອກຈາກນີ້, ໃນແຕ່ລະປີຂັ້ນເທິງ ຫລື ພາກສ່ວນກ່ຽວຂ້ອງໄດ້ມີແຈ້ງການ ອອກມາ ມີທັງຂໍ້ສົ່ງເສີມ ແລະ ຂໍ້ຫ້າມ, ແຕ່ການຈັດຕັ້ງປະຕິບັດຍັງມີການລະ ເມີດໂດຍສະເພາະທີ່ຕິດພັນກັບສິ່ງແວດ ລ້ອມຄືໄຮ່ນ້ຳໃສ່ຖົງຢາງ, ປະສົມສີຂີ່ ລົດແກວ່ງໃສ່ກັນໄປຕາມເສັ້ນທາງ ຕ່າງໆໃນຕົວເມືອງ ອັນໄດ້ສ້າງຄວາມ ເປີະເປື້ອນຕໍ່ຄົນອື່ນ, ຕໍ່ເສັ້ນທາງລວມ ຕື່ມອີກ, ດື່ມສິ່ງມືນເມົາແລ້ວຂັບຂີ່ພາ ຫະນະ ແລະ ອື່ນໆ, ການໄຮ່ນ້ຳແກວ່ງ ໃສ່ກັນ ໂດຍສ່ວນຫລາຍແມ່ນຊຸມລູກ ຫລານເຈົ້າຂ້ອຍ. ດັ່ງນັ້ນ, ພວກເຮົາ ເປັນຜູ້ປົກຄອງກໍຄືຜູ້ໃຫຍ່ຄວນເປັນ ແບບຢ່າງທີ່ດີໃຫ້ແກ່ເຂົາເຈົ້າ ທັງເຕືອນ ບໍ່ໃຫ້ກະທຳສິ່ງບໍ່ຈົບງາມໃນໄລຍະ ບຸນປີໃໝ່. ບຸນປີໃໝ່ລາວ ແມ່ນບຸນລະດັບຊາດ ເຊິ່ງໃນທຸກໆປີປະຊາຊົນລາວພ້ອມກັນ ຈັດຂຶ້ນໃນລະຫວ່າງວັນທີ 13-16 ເດືອນເມສານີ້ ໃນຂອບເຂດທົ່ວປະເທດ ຢ່າງຟົດຟື້ນຕາມຮີດຄອງລາວທີ່ສືບ ກັນມາ. ສຳລັບປີນີ້ ກໍແມ່ນອີກປີໜຶ່ງທີ່ ສຳຄັນທີ່ລັດຖະບານໄດ້ກຳນົດເປັນປີ ເປີດປີທ່ອງທ່ຽວລາວ ແລະ ມາຮອດ ປັດຈຸບັນຫລາຍທ້ອງຖິ່ນໄດ້ຈັດພິທີ ເປີດຢ່າງເປັນທາງການແລ້ວ. ຂະນະທີ່ ຫລາຍທ້ອງຖິ່ນກໍພວມກະກຽມຈະ ເປີດປີທ່ອງທ່ຽວໄປພ້ອມໆກັບການ ສະເຫລີມສະຫລອງບຸນປີໃໝ່ນີ້. ຢ່າງ ໃດກໍຕາມການສະຫລອງປີໃໝ່ນອກ ຈາກການປົກປັກຮັກສາຮີດຄອງອັນດີ ງາມແລ້ວ, ພວກເຮົາຕ້ອງຄຳນຶງເຖິງ ຄວາມສະອາດໂດຍສະເພາະຕ້ອງຖືສຳ ຄັນການຈັດຕັ້ງປະຕິບັດ 6 ສ ທີ່ຂັ້ນເທິງ ໄດ້ວາງອອກ ແລະ ກໍຖືເປັນຄະຕິເຕືອນ ໃຈຢູ່ຕະຫລອດເວລາ. ແນນອນການ ສະຫລອງບຸນປີໃໝ່ ມັນກໍຫລີກເວັ້ນບໍ່ ໄດ້ບັນຫາຂີ້ເຫຍື້ອ, ແຕ່ຖ້າພວກເຮົາ ເອົາໃຈໃສ່ ແລະ ເກັບມ້ຽນຂີ້ເຫຍື້ອ, ບໍ່ ຖິ້ມຊະຊາຍ, ເຈົ້າເກັບຂ້ອຍມ້ຽນບັນຫາ ຂີ້ເຫຍື້ອກໍບໍ່ປະກົດໃຫ້ເຫັນຢ່າງໜ້າລຳ ຄານຕາພໍປານໃດ, ເຖິງມີແຕ່ກໍບໍ່ຫລາຍ ເທົ່າການທີ່ບໍ່ເກັບມຽນຈັກດິ້ເລີຍ.ຫວັງ ວ່າບຸນປີໃໝ່ແລະ ປີທ່ອງທ່ຽວລາວປີນີ້ ຈະມີຄວາມສວຍສົດງົດງາມປອດໄພ ຈາກອຸບັດເຫດ ແລະ ປອດຂີ້ເຫຍື້ອ ເປັນ ຕາໜ້າຢູ່ ໃນທຸກສະຖານທີ່ຜັກຜ່ອນ ຍ່ອນອາລົມມີຄວາມສະອາດ, ຢູ່ຕາມ ແຄມແມ່ນ້ຳທີ່ຈັດກິດຈະກຳສະຫລອງ ປີໃໝ່, ສະຖານທີ່ສາທາລະນະ, ນ້ຳຕົກ ຕາດ,ວັດວາອາຮາມ,ທຸກເສັ້ນທາງປອດ ຂີ້ເຫຍື້ອສະອາດງາມຕາມຄຳຂວັນ “ສ. ສະອາດ” ຢ່າງເປັນຮູບປະທຳ. ພິເສດອີກ ດ້ານໜຶ່ງຄືການກິນດື່ມສິ່ງ ມືນເມົາບໍ່ຄວນດື່ມຈົນເມົາເກີນຂອບ ເຂດ, ດື່ມແລ້ວຫ້າມຂັບຂີ່ພາຫະນະຕິດ ພັນກັບການໄປມາຕ້ອງມີສະຕິ ເພື່ອ ຫລີກເວັ້ນບັນຫາການເກີດອຸບັດເຫດທີ່ ອາດສ້າງຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງພວກເຮົາ.ດັ່ງນັ້ນ,ມື້ນີ້ຄໍລຳ ສິ່ງແວດລ້ອມ ແລະ ຄະນະພະແນກບັນ ນາທິການໜັງສືພິມ-ວາລະສານປະ ເທດລາວ ຂໍຖືໂອກາດນີ້ອວຍພອນ ໃຫ້ແກ່ການນຳພັກ-ລັດ, ທະຫານ-ຕຳ ຫລອດ ຕະຫລອດຮອດປະຊາຊົນບັນ ດາເຜົ່າກໍຄືທ່ານຜູ້ອ່ານ ຈົ່ງມີສຸຂະພາບ ແຂງແຮງ, ມີຄວາມສຸກໄປພ້ອມໆກັບ ປີໃໝ່ປີນີ້ທຸກປະການ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==