dt-;'dko8j k'xtgmflts]v'[5 oxu .\j ]k; rl 2567 lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 19/04/2024 xtgmf]k; ຊາວລາວທົ່ວປະເທດ.... ໃຫຍ່ອົງຕື້ ຢູ່ວັດອົງຕື້ ແລະ ຫົດສົ່ງ ພະພຸດທະຮູບ ຢູ່ວັດອິນແປງຕາມ ຮີດຄອງປະເພນີລາວ, ຈັດກິດຈະ ກຳແຫ່ພະພຸດທະຮູບມິ່ງເມືອງລາວ ເພື່ອໃຫ້ມວນຊົນຊາວນະຄອນ ຫລວງວຽງຈັນ ແລະ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໄດ້ ຮ່ວມຫົດສົງ ເພື່ອເປັນສີລິມຸງຄຸນ ໃຫ້ກັບຕົນເອງ-ຄອບຄົວ. ສ່ວນຢູ່ ແຂວງອື່ນໆ ກໍໄດ້ຈັດພິທີທາງພຸດ ທະສາສະໜາຫົດສົງພະພຸດທະຮູບ ເຊັ່ນກັນ. ທຸກກິດຈະກຳຂອງການ ສະເຫລີມສະຫລອງປີໃໝ່ລາວແມ່ນ ຕິດພັນກັບປີທ່ອງທ່ຽວລາວ 2024 ໂດຍແຕ່ລະທ້ອງຖິ່ນໄດ້ຈັດຫລາຍ ກິດຈະກຳ ດ້ວຍບັນຍາກາດອັນຄຶກ ຄື້ນມ່ວນຊື່ນ ຕາມຮີດຄອງປະເພນີ ອັນດີງາມຂອງຊາດລາວ ທີ່ເຄີຍປະ ຕິບັດກັນມາແຕ່ບູຮານນະການ, ຮັກ ສາໄດ້ຄວາມສະຫງົບ, ປອດໄພ ແລະວັດທະນະທຳ,ຮີດຄອງປະເພນີ ອັນດີງາມຂອງຊາດລາວເຮົາເປັນ ຕົ້ນ: ກິດຈະກຳທາງສາສະໜາ ຕ່າງໆ ໂດຍສະເພາະອັງເຊີນພະພຸດ ທະຮູບລົງຫົດສົງ, ການແຫ່ນາງ ສັງຂານ, ການຫົດສົງພະພຸດທະຮູບ ຕາມວັດວາອາຮາມ, ກິດຈະກຳຕົບ ພະທາດຊາຍ, ການໃສ່ບາດຢາດ ນໍ້າ,ການແຂ່ງວຂັນກິລາແລະອື່ນໆ. ນອກຈາກນັ້ນ, ບາງຄອບຄົວຍັງ ໄດ້ຄາລະວະຫົດສົງ ແລະ ສົມມາຜູ້ ຊົງຄຸນວຸດທິ, ພໍ່-ແມ່-ເຖົ້າແກ່ອາວຸ ໂສ ເພື່ອສະແດງເຖິງຄວາມຮູ້ບຸນ ຄຸນກະຕັນຍູກະຕະເວທີຕໍ່ຜູ້ມີພະ ຄຸນ, ທັງເປັນການສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ບົນຈິດໃຈແຫ່ງ ຄວາມເບີກບານມ່ວນຊື່ນ, ຮັກສາ ໄດ້ມູນເຊື້ອຮີດຄອງປະເພນີອັນດີ ງາມທີ່ເປັນເອກະລັກຂອງຊາດ ໃຫ້ ຄົງຢູ່ຕະຫລອດກາລະນານ. ພ້ອມນີ້, ສະເພາະຢູ່ນະຄອນ ຫລວງວຽງຈັນ ຍັງໄດ້ຈັດສັນເຂດ ສະຫລອງປີໃໝ່ຢູ່ຕາມເສັ້ນທາງບໍລິ ເວນສະໜາມກິລາເຈົ້າອານຸວົງ, ບໍລິ ເວນສວນນ້ຳພຸ ແລະ ບໍລິເວນເຂດ ແຄມຂອງ ເຊິ່ງເຂດດັ່ງກ່າວນີ້, ໄດ້ຈັດເປັນກິດຈະກຳເຕັມຮູບແບບ ເພື່ອໃຫ້ມວນຊົນ ກໍຄື ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດຮ່ວມ ສະເຫລີມສະຫລອງດ້ວຍຄວາມ ມ່ວນຊື່ນ ແລະ ມີການຂາຍສິນຄ້າ ອຸປະໂພກ-ບໍລິໂພກ, ສິນຄ້າຫັດຖະ ກຳ, ຜະລິດຕະພັນຂອງໄວໜຸ່ມຢູ່ ເຂດດ້ານຫລັງວັດອິນແປງ-ຮ່ອມ ວັດອົງຕື້ ເລີ່ມແຕ່ເວລາ 17:0022:00 ໂມງ. ທັງນີ້, ກໍເພື່ອສົ່ງ ເສີມກິດຈະກຳການທ່ອງທ່ຽວໃຫ້ມີ ຄວາມຫລາກຫລາຍ, ມີສີສັນໂດດ ເດັ່ນແນໃສ່ດຶງດູດນັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດເຂົ້າມາ ທ່ອງທ່ຽວ ສປປ ລາວ ກໍຄືນະຄອນ ຫລວງວຽງຈັນ ໃຫ້ເພີ່ມຂຶ້ນ, ມີບັນ ຍາກາດຄຶກຄື້ນ-ເບີກບານຈິດໃຈ ຕາມຄໍາຂວັນ “ທ່ອງທ່ຽວລາວ ປອດໄພ, ຊື່ນໃຈໃນວັດທະນະທໍາ, ທໍາມະຊາດ ແລະ ປະຫວັດສາດ”. ພາບ: ພະແນກຮູບພາບ ຂປລ. ເນື່ອງໃນໂອກາດສົ່ງທ້າຍ ປີເກົ່າ ພສ 2566 ແລະ ຕ້ອນຮັບປີ ໃໝ່ລາວ ພສ 2567 ກະຊວງການ ຕ່າງປະເທດແລະ ຄະນະພົວພັນຕ່າງ ປະເທດສູນກາງພັກຮ່ວມກັບບັນ ດາທູຕານຸທູດຕ່າງປະເທດ ແລະ ອົງ ການຈັດຕັ້ງສາກົນ ປະຈຳ ສປປ ລາວ ໄດ້ຈັດພິທີສະເຫລີມສະຫລອງ ບຸນປີໃໝ່ລາວ ໃນວັນທີ 12 ເມສາ 2024, ທີ່ ສະໂມສອນກິລາ TPC ບ້ານອີໄລໃຕ້ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ, ເປັນກຽດ ເຂົ້າຮ່ວມໂດຍ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ພ້ອມດ້ວຍພັນລະຍາ ແລະ ມີຄະ ນະພັກ-ຄະນະນຳກະຊວງການຕ່າງ ປະເທດ ແລະ ຄະນະພົວພັນຕ່າງປະ ເທດສູນກາງພັກ, ບັນດາອະດີດການ ນຳ, ພະນັກງານອາວຸໂສບຳນານ, ບັນດາຄະນະຫ້ອງການ-ຄະນະກົມ ແລະ ພະນັກງານທັງສອງພາກສ່ວນ ເຂົ້າຮ່ວມຢ່າງພ້ອມພຽງ. ພ້ອມ ດຽວກັນນັ້ນ, ກໍມີບັນດາທູຕານຸທູດ, ກົງສຸນກິດຕິມະສັກຕ່າງປະເທດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນປະ ຈຳ ສປປ ລາວເຂົ້າຮ່ວມ. ໃນໂອກາດນີ້, ທ່ານສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ຄະນະ ພັກ-ຄະນະນຳກະຊວງການຕ່າງປະ ເທດ ແລະ ຄະນະພົວພັນຕ່າງປະເທດ ສູນກາງພັກ ຂຶ້ນກ່າວຄຳເຫັນ ແລະ ອວຍພອນໄຊອັນປະເສີດເນື່ອງໃນ ໂອກາດປີໃໝ່ລາວ ໃຫ້ແກ່ບັນດາພະ ນັກງານ ແລະ ບັນດາແຂກທີ່ເຂົ້າ ຮ່ວມງານມີສຸຂະພາບເຂັ້ມແຂງ, ມີ ພະລະນາໄມສົມບູນ, ມີຜົນສໍາເລັດ ອັນໃໝ່ໃນໜ້າທີ່ວຽກງານ, ມີຄວາມ ຜາສຸກໃນຊີວິດສ່ວນຕົວ ແລະ ຄອບ ຄົວ ທຸກປະການຕະຫລອດປີ ພສ 2567ນີ້ແລະຕະຫລອດໄປ ເພື່ອສືບ ຕໍ່ຮ່ວມກັນປະຕິບັດໜ້າທີ່ດ້ວຍຜົນ ສຳເລັດ ແລະ ນຳເອົາຜົນປະໂຫຍດ ສູງສຸດມາສູ່ປະເທດຊາດ ແລະປະ ຊາຊົນຂອງຕົນ. ການຈັດພິທີສະ ເຫລີມສະຫລອງໃນຄັ້ງນີ້ ກໍຖືເປັນ ອີກໜຶ່ງເວທີໃນການເຜີຍແຜ່ຮີດ ຄອງປະເພນີ ແລະ ວັດທະນະທຳອັນ ດີງາມຂອງລາວເຮົາ ທີ່ມີມາແຕ່ດົນ ນານອອກສູ່ສາຍຕາສາກົນ ແລະ ເຊີນຊວນບັນດານັກທ່ອງທ່ຽວຕ່າງ ປະເທດ ໃຫ້ເຂົ້າມາຢ້ຽມຢາມ ສປປ ລາວ ນັບມື້ຫລາຍຂຶ້ນ ໂດຍສະ ເພາະ ໃນໂອກາດປີທ່ອງທ່ຽວລາວ 2024 ນີ້. ພ້ອມດຽວກັນນີ້, ທ່ານ ສະເຫລີມ ໄຊ ກົມມະສິດ ກໍໄດ້ຖືໂອກາດສະ ແດງຄວາມຮູ້ບຸນຄຸນ ແລະ ຂອບໃຈ ທຸກໆທ່ານ ໃນໄມຕີຈິດມິດຕະພາບ ອັນແໜ້ນແຟ້ນ, ການສະໜັບສະໜູນ ອັນລໍ້າຄ່າ ແລະ ການຮ່ວມມືຢ່າງຕໍ່ ເນື່ອງທີ່ມີຕໍ່ກະຊວງການຕ່າງປະ ເທດ ແລະ ຄະນະພົວພັນຕ່າງປະເທດ ສູນກາງພັກ ກໍຄື ຕໍ່ ສປປ ລາວ ຈາກ ບັນດາປະເທດເພື່ອນມິດ ແລະ ອົງ ການຈັດຕັ້ງສາກົນຕະຫລອດມາ, ລວມເຖິງການສືບຕໍ່ໃຫ້ການສະ ໜັບສະໜູນແລະການຊ່ວຍເຫລືອແກ່ ສປປ ລາວ ໃນຕໍ່ໜ້າ, ຈະເປັນການ ປະກອບສ່ວນອັນສໍາຄັນເຂົ້າໃນ ການເຄື່ອນໄຫວການເປັນປະທານ ອາຊຽນ ຂອງ ສປປ ລາວ ໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີ ການເຊື່ອມຈອດ ແລະ ຄວາມເຂັ້ມ ແຂງອາຊຽນ” ໄດ້ຢ່າງຄ່ອງຕົວ ແລະ ປະສົບຜົນສໍາເລັດ, ພ້ອມທັງ ເປັນການປະກອບສ່ວນເສີມຂະ ຫຍາຍການພົວພັນຮ່ວມມືທັງໃນ ຂອບສອງຝ່າຍ ແລະ ຫລາຍຝ່າຍ ລວມເຖິງການຮ່ວມມືໃນເວທີພາກ ພື້ນ ແລະ ສາກົນ. ຈາກນັ້ນ, ກໍໄດ້ມີພິທີບາສີສູ່ຂວັນ ແລະ ຫົດນໍ້າ ອວຍພອນປີໃໝ່ເຊິ່ງ ກັນ ແລະ ກັນ ຕາມຮີດຄອງປະເພນີ ອັນດີງາມທີ່ສືບທອດກັນມາແຕ່ບູ ຮານນະການຂອງລາວເຮົາ, ຮ່ວມ ພາເຂົ້າສາມັກຄີ,ຊົມການສະແດງ ສິລະປະ ແລະ ປະກອບສ່ວນມ່ວນ ຊື່ນຮ່ວມກັນ ດ້ວຍຄວາມສະໜິດສະ ໜົມ, ຄວາມຮັກແພງ ແລະ ຄວາມ ສາມັກຄີອັນດີງາມ ເຊິ່ງເຮັດໃຫ້ພິທີ ສະຫລອງສົ່ງທ້າຍປີເກົ່າ ພສ 2566 ແລະ ຕ້ອນຮັບປີໃໝ່ລາວ ພສ 2567 ຄັ້ງນີ້ ມີບັນຍາກາດຟົດຟື້ນມ່ວນຊື່ນ ແລະ ມີຄວາມໝາຍທີ່ເຕັມໄປດ້ວຍ ໄມຕີຈິດມິດຕະພາບ.
RkJQdWJsaXNoZXIy MTc3MTYxMQ==