5852

pa’lk,kfIv’Ia[oadmjv’mjP;wfh1jk’rP’r= 07 xtgmf]k; gsfdko{dkora fmtok a 12/04/2024 ຂ່າວ: ອຸ້ມ ສົມນໍວັນ່ າຸ້ ມົ ມໍ ວັນ ຂ່າວ-ພາບ: ສົມພົງ ສີສະຫວັດ່ າົ ມົ ງີ ສັ ດ ໂດຍ: ອານຸສັກ ອຳພັນວິໄລຸັັິ c0;'s];'oEmk lts]5 [ ;Pd'kod;fdkxt9exu 2023 g,n v'w-pt[6 ]u s;o7n o,6 og-N v ;a olh k'8A ' 7-xx] 7q [Iv[ 69 xu sh v'dkog,n v'dv'rq omu 2 9a fry mu ph v'p= zq o'ko 5 xu gonj v'.o3vdkf;a olh k'8A 'dv'ma [xt-k-q o]k; 7q [Iv[ 75 xu 2 [= ]y la f ,v[g7nj v'-j ;pgs]n v .sh c0;'va f8txn ຂປລ. ແຫລ່ງຂ່າວຈາກ ແຂວງ ອັດຕະປື ໃຫ້ຮູ້ວ່າ: ໃນວັນທີ 9 ເມສາ 2024, ບໍລິສັດ ລາວອາຊຽນພັດທະ ນາກະສິກຳ ຈຳກັດ ໄດ້ນຳເອົາໂຮງ ສີເຂົ້າທັນສະໄໝຂະໜາດນ້ອຍມູນ ຄ່າ 200 ລ້ານກີບ ມອບໃຫ້ພະແນກ ອຸດສະຫະກຳ ແລະ ການຄ້າແຂວງ ອັດຕະປື ເພື່ອນຳໄປຊຸກຍູ້ປະຊາຊົນ ໃນກຸ່ມຜະລິດກະສິກຳໄດ້ນຳໃຊ້ເຂົ້າ ໃນການສີເຂົ້າ(ປຸງແຕ່ງເຂົ້າເປືອກ) ເປັນເຄື່ອງຈັກນໍາໃຊ້ສະດວກເໝາະ ສົມກັບໄຟຟ້າໃນຄົວເຮືອນ ແລະ ມີ ປະສິດທິພາບໃນການສີເຂົ້າຂ່ອນ ຂ້າງສູງ, ປະກອບສ່ວນເຮັດໃຫ້ປະ ຊາຊົນ ສາມາດມີຄວາມເຂັ້ມແຂງ ໃນການກຸ້ມຕົນເອງ ສ້າງລາຍຮັບທີ່ ແຜ່ຂະຫຍາຍຢູ່ໃນຊຸມຊົນຫັນມານຳ ໃຊ້ວັດຖຸທີ່ທັນສະໄໝ ເພື່ອສົ່ງເສີມ ກະສິກອນປັບປຸງຊີວິດການເປັນຢູ່ດີ ຂຶ້ນ.ຕາງໜ້າມອບໂດຍທ່ານຈັນເພັງ ອິນສະຫວັນ ຕາງໜ້າບໍລິສັດລາວ ອາຊຽນພັດທະນາກະສິກຳຈຳກັດ ແລະກ່າວຮັບໂດຍທ່ານພົທວັນທອງ ກອງມະນີ ເຈົ້າແຂວງອັດຕະປື. ຂປລ. ໃນວັນທີ 10 ເມສາ ປີ 2024 ນີ້, ຫ້ອງການເມືອງກອງພົນ ທີ 2 ໄດ້ຈັດຕັ້ງພິທີມອບຫລຽນໄຊ, ໃບຍ້ອງຍໍ ຜົນງານຮັບໃຊ້ສະເຫລີມ ສະຫລອງ ວັນສ້າງຕັ້ງກອງທັບ ປະຊາຊົນລາວຄົບຮອບ 75 ປີ ໂດຍ ການເປັນປະທານ ຂອງສະຫາຍ ພັນເອກ ວົງເພັດ ເພັງພານິດ ຫົວໜ້າ ຫ້ອງການເມືອງກອງ ພົນ, ມີຄະນະ ຫ້ອງ, ພະແນກການ ຕະຫລອດ ຮອດພະນັກງານ-ນັກຮົບທົ່ວ ຫ້ອງ ການເມືອງເຂົ້າຮ່ວມ. ສະຫາຍ ພັນໂທ ບຸນນ້ອຍ ພາ ນິດ ຫົວໜ້າພະແນກບໍລິຫານຫ້ອງ ການ ເມືອງກອງພົນທີ 2 ໄດ້ຜ່ານຂໍ້ ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ກອງປະຊຸມ ວຽກງານກວດກາທົ່ວແຂວງຫລວງ ນໍ້າທາປະຈຳປີ2023ແລະທິດທາງ ແຜນການປີ 2024 ໄດ້ຈັດຂຶ້ນໃນ ວັນທີ 9 ເມສາ 2024 ໂດຍການ ເປັນປະທານຂອງທ່ານ ພົຕ ຈັນສະ ແຫວງທິບຄຸນທອງຮອງເຈົ້າແຂວງ ປະທານຄະນະກວດກາພັກ ປະທານ ອົງການກວດກາລັດ, ທ່ານ ຄຳຟອງ ອິນມານີ ປະທານສະມາຊິກສະພາ ປະຊົນຊົນແຂວງ ພ້ອມດ້ວຍພະແນກ ການທີ່ກ່ຽວຂ້ອງເຂົ້່າຮ່ວມ. ທ່ານ ບຸນທອນ ສີສະຫວັນຮອງ ປະທານຄະນະກວດກາພັກຮອງປະ ທານອົງການກວດກາລັດແຂວງ ໄດ້ກ່າວວ່າ: ໄລຍະ 1 ປີຜ່ານມາ, ຄະນະພັກ, ຄະນະກວດກາແຕ່ລະ ຂັ້ນ ໄດ້ເປັນເຈົ້າການນໍາເອົາບັນດາ ມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດລະບຽບ ພັກ, ກົດໝາຍຂອງລັດ ເວົ້າລວມ, ເວົ້າສະເພາະກົດໝາຍ ວ່າດ້ວຍການ ກວດກາລັດ, ກົດໝາຍວ່າດ້ວຍການ ຕ້ານການສໍ້ລາດບັງຫລວງ, ກົດ ໝາຍວ່າດ້ວຍການແກ້ໄຂຄຳຮ້ອງ ຂປລ. ແຫລ່ງຂ່າວຈາກ ແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ເມືອງໄຊຍະບູ ລີ ແຂວງໄຊຍະບູລີ ປາຖະກະຖາ ເລົ່າມູນເຊື້ອວັນສ້າງຕັ້ງ ຄະນະ ຊາວໜຸ່ມປະຊາຊົນປະຕິວັດລາວ (ຄຊປປລ) ຄົບຮອບ 69 ປີ (14 ເມສາ 1955-14 ເມສາ 2024) ໃນວັນທີ 8 ເມສາ 2024 ຈຸດປະສົງ ເພື່ອເປັນການສຶກສາອົບຮົມການ ເມືອງ-ແນວຄິດ ໃຫ້ສະມາຊິກອະນຸ ຊົນ-ເຍົາວະຊົນ, ສະມາຊິກຊາວໜຸ່ມ, ສະມາຊິກພັກ, ພະນັກງານລັດຖະ ກອນ ແລະ ປະຊາຊົນທຸກທົ່ວໜ້າ, ມີຄວາມຮັບຮູ້ເຊື່ອມຊຶມຢ່າງເລິກ ເຊິ່ງ ຕໍ່ມູນເຊື້ອແຫ່ງການກຳເນີດ ເຕີບໃຫຍ່ຂະຫຍາຍຕົວ ຂອງກຳລັງ ຊາວໜຸ່ມປະຊາຊົນປະຕິວັດລາວ ຕະຫລອດໄລຍະ 69 ປີຜ່ານມາ. ການປາຖະກະຖາຄັ້ງນີ້ ໂດຍ ທຸກ, ຍຸດທະສາດຕ້ານການສໍ້ລາດ ບັງຫລວງ ແລະ ນິຕິກຳກ່ຽວກັບ ວຽກງານກວດກາ ນໍາມາຈັດຕັ້ງ ເຜີຍແຜ່, ຄົ້ນຄວ້າ, ເຊື່ອມຊຶມຢ່າງ ເປັນປົກກະຕິ ນັບແຕ່ຂັ້ນແຂວງລົງ ຮອດຂັ້ນບ້ານ, ທົ່ວແຂວງໄດ້ຈັດຕັ້ງ ການເຊື່ອມຊຶມເອກະສານທັງໝົດ 25 ຄັ້ງ, ມີຜູ້ເຂົ້າຮ່ວມ 1.218 ເທື່ອຄົນ ຍິງ 520 ເທື່ອຄົນ ແລະ ຈັດຕັ້ງໂຄສະນາເຜີຍແຜ່ວຽກງານ ກວດກາ ຜ່ານໂທລະໂຄ່ງຂອງ ທ້ອງຖິ່ນນັບແຕ່ຂັ້ນແຂວງລົງຮອດ ຂັ້ນເມືອງ ຈຳນວນ 18 ຄັ້ງ. ໃນສະ ພາບການໃໝ່ແຫ່ງການຈັດຕັ້ງ ປະຕິບັດສອງໜ້າທີ່ຍຸດທະສາດ ຄື: ການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ, ວຽກງານ ກວດກາໄດ້ມີບົດບາດ ແລະ ຄວາມ ສຳຄັນເພີ່ມຂຶ້ນ ເພື່ອຮັບປະກັນໃຫ້ ຄຸນນະພາບການນຳພາຂອງພັກ, ຄວາມສັກສິດໃນການຄຸ້ມຄອງ ລັດ ແລະ ເຮັດໃຫ້ສັງຄົມມີຄວາມ ສະຫງົບ ຍຸຕິທໍາ ຄະນະພັກ ແລະ ອົງການປົກຄອງແຕ່ລະຂັ້ນ, ແຕ່ລະ ຂະແໜງການ, ອົງການ ໄດ້ປະກອບ ສ່ວນອັນສຳຄັນເຂົ້າໃນການປົກ ປ້ອງສະມາຊິກພັກ, ພະນັກງານ ໃຫ້ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີແບບ ແຜນວິທີນຳພາ, ວິທີເຮັດວຽກ ແລະ ແບບແຜນດຳລົງຊີວິດທີ່ດີ, ຮັກສາ ຊັບສົມບັດຂອງລັດ, ຂອງລວມໝູ່ ບໍ່ໃຫ້ຕົກເຮ່ຍເສຍຫາຍ ແລະ ຍັງໄດ້ ນຳເອົາຊັບສິນຂອງລັດທີ່ຖືກບຸກຄົນ ຈຳນວນໜຶ່ງສວຍໃຊ້ໜ້າທີ່ຕຳແໜ່ງ ສໍ້ລາດບັງຫລວງ ຄືນມາໃຫ້ລັດໄດ້ ເປັນມູນຄ່າສູງພໍສົມຄວນ ພ້ອມທັງ ປູກຈິດສຳນຶກເຮັດໃຫ້ພະນັກງານ ນຳພາ-ຄຸ້ມຄອງ, ພະນັກງານວິຊາ ການມີສະຕິເຄົາລົບຕໍ່ລະບຽບ, ກົດ ໝາຍນັບມື້ນັບສູງຂຶ້ນ ເຮັດໃຫ້ ປະກົດການຫຍໍ້ທໍ້ຕ່າງໆພາຍໃນ ຖັນແຖວພະນັກງານ, ສະມາຊິກພັກ ນັບມື້ຫລຸດລົງ ສ້າງຄວາມເຊື່ອໝັ້ນ ໃຫ້ປະຊາຊົນບັນດາເຜົ່າ ຕໍ່ກັບການ ນຳພາຂອງພັກ ແລະ ການຄຸ້ມຄອງ ຂອງລັດ ດີຂຶ້ນເປັນກ້າວໆ ສັງຄົມ ມີຄວາມສະຫງົບ ມີຄວາມຍຸຕິທຳ ແລະ ເສດຖະກິດຂະຫຍາຍຕົວຢ່າງ ຕໍ່ເນື່ອງ. ສຳລັບທິດທາງແຜນການໃນຕໍ່ ໜ້າຈະສືບຕໍ່ຄົ້ນຄວ້າ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິກອງປະ ຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິ ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງ ອົງຄະນະພັກແຂວງ, ມະຕິ, ຄຳສັ່ງ, ກົດລະບຽບພັກ, ກົດໝາຍຂອງລັດ, ນິຕິກຳວຽກງານກວດກາໃຫ້ທົ່ວ ເຖິງ ພ້ອມທັງຫັນມາເປັນແຜນການ, ແຜນງານ, ໂຄງການອັນລະອຽດ ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນ ໄຫວກວດກາໃຫ້ປະກົດຜົນເປັນ ຈິງ ແລະ ມີປະສິດທິຜົນ, ເພີ່ມທະ ວີການນຳພາຂອງຄະນະພັກ ແລະ ການຄຸ້ມຄອງຂອງອົງການປົກຄອງ ແຕ່ລະຂັ້ນ. ຕໍ່ກັບວຽກງານຕິດຕາມ, ກວດກາ ແລະ ຕ້ານການສໍ້ລາດບັງ ຫລວງ ເອົາການຕ້ານ ແລະ ການ ແກ້ໄຂເປັນບັນຫາສຳຄັນ ຕາມ ຫລັກການຂອງພັກ, ລະບຽບການ ໃນມື້ດຽວກັນ, ບໍລິສັດ ຊີພີອີເຣັກ ໂຕຣນິກ ຊັບພຣາຍ ໄດ້ມອບໂທລະ ໂຄ່ງ ຈຳນວນ 1 ຊຸດ ມູນຄ່າ 20 ລ້ານກີບໃຫ້ຄະນະນຳກ່ຽວຂ້ອງເພື່ອ ນຳໄປມອບໃຫ້ບ້ານ ລະຍາວເໜືອ ເມືອງສາມັກຄີໄຊ ເພື່ອປະກອບ ສ່ວນສ້າງສິ່ງອໍານວຍຄວາມສະ ດວກ ເຂົ້າໃນວຽກງານໂຄສະນາ- ເຜີຍແຜ່ ຂໍ້ມູນຂ່າວສານ ໃຫ້ມີຄວາມ ວ່ອງໄວ ສາມາດເຂົ້າເຖິງປະຊາຊົນ ໄດ້ກວ້າງຂວາງ ແລະທົ່ວເຖິງ. ໂອກາດນີ້, ທ່ານ ພົທ ວັນທອງ ກອງມະນີ ໄດ້ກ່າວສະແດງຄວາມ ຂອບໃຈ ແລະ ຮູ້ບຸນຄຸນ ມາຍັງສອງ ບໍລິສັດທີ່ໃຫ້ຄວາມສໍາຄັນ ແລະ ເປັນຫ່ວງເປັນໄຍຕໍ່ຄໍາສະເໜີຂອງ ປະຊາຊົນ ແລະ ໄດ້ລະດົມວັດຖຸປັດ ໄຈນໍາມາມອບໃຫ້ປະຊາຊົນຢູ່ເຂດ ຫ່າງໄກສອກຫລີກ ພ້ອມທັງຢືນ ຢັນວ່າຈະນໍາເຄື່ອງດັ່ງກ່າວໄປມອບ ໃຫ້ບ້ານເປົ້າໝາຍ ນໍາໃຊ້ເຂົ້າໃນ ວຽກງານຕົວຈິງໃຫ້ເກີດຜົນປະ ໂຫຍດສູງສຸດ. ແລະ ກົດໝາຍຂອງລັດ; ສ້າງເງື່ອນ ໄຂໃຫ້ສັງຄົມ ແລະ ສື່ມວນຊົນໄດ້ມີ ການສະແດງຄວາມຄິດ, ຄວາມ ເຫັນຕໍ່ການນຳພາຂອງຄະນະພັກ, ການຄຸ້ມຄອງຂອງລັດແຕ່ລະຂັ້ນ, ພະນັກງານ-ສະມາຊິກພັກທຸກສະ ຫາຍ ທີ່ເຫັນວ່າເຄື່ອນໄຫວບໍ່ຖືກ ຕ້ອງ ແລະ ມີພຶດຕິກໍາທີ່ບໍ່ເໝາະສົມ ເພື່ອນຳມາຄົ້ນຄວ້າ, ແກ້ໄຂໃຫ້ຖືກ ຕ້ອງ,ປອດໃສແລະທັນການ; ຄະນະ ພັກ, ອົງການປົກຄອງ ແລະ ຄະນະ ກວດກາແຕ່ລະຂັ້ນ ຕ້ອງໄດ້ເພີ່ມ ທະວີຄວາມເປັນເຈົ້າການປັບປຸງ ກົງຈັກການຈັດຕັ້ງວຽກງານກວດ ກາໃຫ້ມີຄວາມເຂັ້ມແຂງ, ບຳລຸງກໍ່ ສ້າງພະນັກງານກວດກາໃຫ້ມີ ຄວາມຮູ້, ຄວາມສາມາດສົມຄູ່ກັບ ວຽກງານ ແລະ ສ້າງເງື່ອນໄຂອຳ ນວຍຄວາມສະດວກ ທາງດ້ານງົບ ປະມານ, ສະຖານທີ່ເຮັດວຽກ, ວັດຖຸ ອຸປະກອນທີ່ນໍາໃຊ້ເຂົ້າໃນວຽກງານ ໃຫ້ມີປະສິດທິພາບ-ປະສິດທິຜົນ ເພື່ອ ໃຫ້ວຽກງານກວດກາກາຍເປັນເຄື່ອງ ມືອັນສັກສິດ ໃຫ້ການນຳພາຂອງ ພັກ ແລະ ການຄຸ້ມຄອງຂອງລັດ. ໃນກອງປະຊຸມ ຜູ້ເຂົ້າຮ່ວມຍັງ ໄດ້ຕີລາຄາຄືນ ການຈັດຕັ້ງປະຕິບັດ ວຽກງານກວດກາໃນໄລຍະຜ່ານ ມາ, ຍົກໃຫ້ເຫັນດ້ານດີ, ບົດຮຽນ ທີ່ຈະຕ້ອງເສີມຂະຫຍາຍ, ຊອກໃຫ້ ເຫັນດ້ານອ່ອນ ແລະ ຂໍ້ຄົງຄ້າງ, ສາເຫດ ເພື່ອປັບປຸງແກ້ໄຂໃນຕໍ່ໜ້າ ພ້ອມກັນແກ້ໄຂໃຫ້ຖືກຕ້ອງ ແລະ ມີ ຄວາມສັກສິດ. ນອກຈາກນີ້, ຍັງໄດ້ ຮັບຟັງການເຜີຍແຜ່ນິຕິກຳຕ່າງໆ ທີ່ ຕິດພັນກັບການກະກຽມກອງປະຊຸມ ໃຫຍ່ 3 ຂັ້ນຂອງພັກ ແລະ ນິຕິກໍາ ວຽກງານກວດກາຕື່ມອີກ. ຕົກລົງວ່າດ້ວຍການມອບຫລຽນໄຊ ພິລາດ ອາດຫານ ແລະ ໃບຍ້ອງຍໍ ຂອງກະຊວງປ້ອງກັນປະເທດໂດຍ ອີງຕາມມະຕິຕົກລົງຂອງກົມການ ເມືອງສູນກາງພັກ ສະບັບເລກທີ14/ ກມສພ, ລົງວັນທີ 20 ມີນາ 2023 ວ່າດ້ວຍການຈັດຕັ້ງສະເຫລີມສະ ຫລອງວັນສ້າງຕັ້ງກອງທັບປະຊາ ຊົນລາວຄົບຮອບ75ປີ(20ມັງກອນ 1949-20 ມັງກອນ 2024). ອີງຕາມຄຳສັ່ງແນະນຳຂອງກະ ຊວງປ້ອງກັນປະເທດ ສະບັບເລກທີ 3502/ກປທ, ລົງວັນທີ 21 ມິຖຸນາ 2023 ວ່າດ້ວຍການຄັດເລືອກຜົນ ງານ 5 ປີ ເພື່ອຂໍ່ານັບຮັບຕ້ອນວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ. ກະຊວງປ້ອງກັນ ປະເທດ ຕົກລົງມອບຫລຽນໄຊພິ ລາດອາດຫານ ຊັ້ນ II 8 ສະຫາຍ, ຊັ້ນ III 26 ສະຫາຍ, ໃບຍ້ອງຍໍກະ ຊວງປ້ອງກັນປະເທດ 12 ສະຫາຍ ແລະ ໃບຍ້ອງຍໍກົມໃຫຍ່ການເມືອງ ກອງທັບ 5 ສະຫາຍ ເຊິ່ງຜົນງານ ດັ່ງ ກ່າວເປັນການປະກອບສ່ວນອັນ ສຳຄັນເຂົ້າໃນວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ເພື່ອ ປົກປັກຮັກສາ ແລະ ພັດທະນາປະ ເທດຊາດ. ທ່ານ ດວງຕາ ໄຊວຸດ ຮອງເລຂາພັກ ແຂວງຜູ້ຊີ້ນຳວຽກງານການເມືອງ- ແນວຄິດ, ວຽກພັກ ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນ ແຂວງໄຊຍະບູລີ ເຊິ່ງໄດ້ຍົກໃຫ້ເຫັນ ປະຫວັດແຫ່ງການກໍາເນີດ, ການ ເຄື່ອນໄຫວ ແລະ ການເຕີບໃຫຍ່ ຂະຫຍາຍຕົວ ຂອງຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ນັບຕັ້ງແຕ່ ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມ ທົ່ວປະເທດ ຄັ້ງທີ I-VIII ພ້ອມທັງ ຍົກໃຫ້ເຫັນບົດບາດໃນການນຳພາ- ຊີ້ນຳຢ່າງໃກ້ຊິດຕິດແທດ ຂອງພັກ ປະຊາຊົນປະຕິວັດລາວໃນການວາງ ແຜນນະໂຍບາຍ ກ່ຽວກັບການປັບ ປຸງກໍ່ສ້າງກໍາລັງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ໃນແຕ່ລະໄລຍະຢ່າງ ຖືກຕ້ອງສອດຄ່ອງກັບການຂະ ຫຍາຍຕົວ ຂອງການປະຕິວັດລາວ. ໃນໂອກາດດັ່ງກ່າວ ເມືອງໄຊຍະ ບູລີ ຍັງໄດ້ຈັດຂະບວນການແຂ່ງຂັນ ກິລາເປຕັງຊີງຂັນ ທ່ານເຈົ້າເມືອງ ໄຊຍະບູລີ ເຊິ່ງມີທີມເຂົ້າຮ່ວມ ແຂ່ງຂັນທັງໝົດ 51 ທີມ, ຜ່ານ ການແຂ່ງຂັນລາງວັນຊະນະເລີດ ໄດ້ແກ່ທີມກອງບັນຊາການທະຫານ ເມືອງ ໄດ້ຮັບຂັນ 1 ໜ່ວຍພ້ອມເງິນ ສົດ 1 ລ້ານ 5 ແສນກີບ, ລາງວັນ ຮອງຊະນະເລີດໄດ້ແກ່ທີມ ບ້ານທ່າ ນາ ໄດ້ຮັບເງິນ 1 ລ້ານ 3 ແສນກີບ ແລະ ທີ 3 ໄດ້ແກ່ທີມ ໂຮງຮຽນ ມສ ເອກະພາບ ໄດ້ຮັບລາງວັນເປັນເງິນ ສົດ 1 ລ້ານກີບ ຕາງໜ້າມອບຂອງ ລາງວັນໂດຍທ່ານ ດວງຕາ ໄຊວຸດ.

RkJQdWJsaXNoZXIy MTc3MTYxMQ==