5852

xtgmf]k; 6 12/04/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ເກີດຂວັນໃຈ ມາລີຈັນສີ 0q ;,y f8trk[]k;{wm csj 'mu 1 glA omk'g-nj v,3p'rkdrN o{lkdq o ໂດຍ: ມາລີດາ ok''k,3]d -j ;p37ltok dkomj v'mj P; c]t gzu pczj ;a fmtotme]k; * ເມື່ືອອາທິດຜ່ານມາ ນາງ ເຊ ນີສ ປາລາຊີໂອສ ສາວງາມລະດັບ ໂລກ (Miss Universe 2023) ໄດ້ ເດີນທາງມາຢ້ຽມຢາມ ສປປ ລາວ ເປັນຄັ້ງທຳອິດ ເພື່ອຮັດແໜ້ນຄວາມ ສາມັກຄີຮັກແພງ ແລະ ເຜີຍແຜ່ວັດ ທະນະທໍາ, ຮີດຄອງປະເພນີອັນດີ ງາມຂອງຊາດລາວ ໃຫ້ສາກົນໄດ້ ຮັບຮູ້ຊຶ່ງການຢ້ຽມຢາມນາງເຊນີສ ພ້ອມຄະນະ ກໍໄດ້ຢ້ຽມຊົມສະຖານ ທີ່ທ່ອງທ່ຽວປະຫວັດສາດ ແລະ ວັດທະນະທຳ ທີ່ສຳຄັນໃນນະຄອນ ຫລວງວຽງຈັນ ແລະ ແຂວງຫລວງ ພະບາງ ເປັນຕົ້ນ: ພະທາດຫລວງ, ຫໍພະແກ້ວ, ປະຕູໄຊ, ຫໍພິພິຕະພັນ ພະລາຊະວັງເກົ່າແຂວງຫລວງພະ ບາງ ແລະ ອື່ນໆ ເພື່ອເຜີຍແຜ່ສິລະ ປະ, ວັດທະນະທໍາລາວ ແລະ ການ ທ່ອງທ່ຽວພາຍໃນປະເທດລາວ ໃຫ້ຊາວໂລກຮູ້ຈັກປະເທດລາວໃຫ້ ຫລາຍຂຶ້ນ ທັງເປັນການສົ່ງເສີມປີ ທ່ອງທ່ຽວລາວ ໃຫ້ຊາວໂລກໄດ້ ຮັບຮູ້ເຖິງອັນຍະມະນີແຫ່ງແມ່ນ້ຳ ຂອງແລະຮີດຄອງປະເພນີສະຖານ ທີ່ທ່ອງທ່ຽວທີ່ຄົນລາວທັງຊາດ ພູມໃຈ. ສໍາລັບນາງ ເຊນີສປາລາຊີໂອສ ແມ່ນສາວງາມຈາກປະເທດ ນິກາ ລາກົວ ປັດຈຸບັນ ອາຍຸ 23 ປີ ເຂົ້າ ສູ່ວົງການນາງງາມແຕ່ອາຍຸ 16 ປີ ໃນເວທີມິີສທີນ ນິກາລາກົວ ແລະ ໄດ້ຮັບລາງວັນຊະນະເລີດ ຢ່າງ ສວຍງາມຕໍ່ມາໃນປີ 2017 ໄດ້ເປັນ ໂຕ ແທນປະເທດນິກາລາກົວ ໄປ ປະກວດເວທີ ທີນຢູນິເວີສ 2017 ແລະ ໄດ້ເຂົ້າຮອບ 10 ຄົນສຸດທ້າຍ ໃນປີນັ້ນ ແລະ ຕໍ່ມາ ໃນປີ 2020 ໄດ້ ເປັນໂຕແທນຈາກເມືອງນາກາກົວ ໄປຄວ້າມົງກຸດ ມີດເວີສນິກາລາກົວ ມາຄອງໄດ້ສໍາເລັດ ແລະ ໄດ້ເປັນ ໂຕແທນປະເທດໄປແຂ່ງຂັນໃນເວທີ ມີດເວີສ ຄັ້ງທີ 70 ປະຈໍາປີ 2022 ແຕ່ໜ້າເສຍດາຍ ເວທີນີ້ໄດ້ເຂົ້າ ຮອບ 40 ຄົນເທົ່ານັ້ນ ຈົນຕໍ່ມາໃນ ປີ 2023 ໄດ້ເຂົ້າຮ່ວມແຂ່ງຂັນ ມີສນິກາລາກົວ 2023 ແລະ ໃນວັນ ທີ 5 ສິງຫາ 2023 ໄດ້ຮັບຕໍາແໜ່ງ ມີສນິກາລາກົວ ແລະ ໄດ້ເປັນໂຕ ແທນປະເທດໄປປະກວດ ໃນເວທີ ມີສຢູນິເວີສ 2023 ແລະ ໄດ້ຕຳ ແໜ່ງ ມີສຢູນິເວີສ 2023 ມາຄອງ ໄດ້ສໍາເລັດ. 1994 ເກີດຂຶ້ນໄດ້ບໍ່ແມ່ນເລື່ອງບັງເອີນ ແຕ່ຫາກແມ່ນຄວາມພະຍາຍາມ ຂອງ ລັດຖະບານ ແລະ ປະຊາຊົນ 3 ຊາດ ລາວ-ໄທ-ອົດສະຕຣາ ເພື່ອຍົກລະດັບ ສາຍພົວພັນການຮ່ວມມືຂຶ້ນໃນລະດັບ ໃໝ່ໃຫ້ມີຄວາມແໜ້ນແຟ້ນຍິ່ງໆ ຂຶ້ນ ເພື່ອຂັບເຄື່ອນ ແລະ ສົ່ງເສີມການພັດ ທະນາເສດຖະກິດ-ສັງຄົມ, ການຄ້າ, ການລົງທຶນ, ການຄົມມະນາຄົມຂົນສົ່ງ ລວມທັງການຮັດແໜ້ນສາຍພົວພັນ ຮ່ວມມືມິດຕະພາບ, ຄວາມສາມັກຄີຮັກ ແພງ, ຄວາມສະຫງົບຖານບ້ານໄກ້ ເຮືອນຄຽງກັນນັ້ນເອງ. ອາທິດຜ່ານມາ, ຜູ້ຂຽນໄດ້ມີໂອ ກາດດີໆ ແລະ ໄດ້ຮັບກຽດເຂົ້າສໍາພາດ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາ ວຽກງານເສດຖະກິດແຫ່ງ ສປປ ລາວ ເຊິ່ງໄດ້ເລົ່າສູ່ຟັງ ແລະ ຍົກໃຫ້ເຫັນຈຸດ ເລີ່ມຕົ້ນຂອງການກໍ່ສ້າງຂົວຂ້າມແມ່ ນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ 1 ຫລື ແຫ່ງທໍາອິດໃນ ສປປ ລາວ “ໃນ ໂອກາດຄົບຮອບ 30 ປີ ຂອງການກໍ່ ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ນີ້ ເຊິ່ງເວລານັ້ນຂ້າພະເຈົ້າເອງຍັງ ເປັນລັດຖະມົນຕີ ກະຊວງການຕ່າງປະ ເທດ ແລະ ເປັນສິ່ງທ້າທາຍທີ່ ສຸດໃນ ເຫດການປະຫວັດສາດສໍາຄັນໜຶ່ງລະ ຫວ່າງ ສປປ ລາວ ແລະ ໄທ ກໍວ່າໄດ້ ເພາະພວກເຮົາບໍ່ມີປະສົບການເລື່ອງ ກໍ່ສ້າງຂົວລະດັບນີ້ ແລະ ມັນກໍເປັນເຫດ ການສອດຄ່ອງກັບຄໍາເຫັນ ຂອງ ທ່ານ ພົນເອກ ຊາດຊາຍ ຊຸນຫະວັນ ອະດີດ ນາຍົກລັດຖະມົນຕີຂອງໄທກ່າວໄວ້ວ່າ ພວກເຮົາປ່ຽນຈາກສະໜາມຮົບທີ່ຈັບ ປືນຍິງກັນມາເປັນສະໜາມຮົບການຄ້າ ຂາຍດີກວ່າອັນໄດ້ກາຍເປັນກະແຈສໍາ * ພາຍຫລັງສປປລາວ ໄດ້ປ່ຽນສະ ຖານະພາບຈາກ ປະເທດບໍ່ມີຊາຍແດນ ດ້ານໃດໆຕິດຈອດກັບທະເລແລ້ວ ກາຍ ເປັນປະເທດເຊື່ອມໂຍງເຊື່ອມຈອດ ກັບພາກພື້ນ ແລະ ສາກົນ ໂດຍຜ່ານ ໂຄງການພັດທະນາຂົວຂ້າມແມ່ນໍ້າ ຂອງ, ເສັ້ນທາງລົດໄຟລາວ-ຈີນ ແລະ ເສັ້ນທາງຫລວງແຫ່ງຊາດອື່ນໆ ເຮັດ ໃຫ້ຜູ້ຂຽນນຶກໄດ້ໃນວາລີປະໂຫຍດ ຍາວໆແລະນິທານຂອງຄົນຮຸ່ນກ່ອນໆ ແຕ່ບັນພະບູລຸດຂຽນເປັນເລື່ອງທີ່ໜ້າ ສົນໃນອະດີດເລົ່າຂານສູ່ຟັງວ່າ: ປະ ເທດລາວຈະມີຄວາມຈະເລີນຮຸ່ງເຮືອງ ຖ້າເຫັນ 3 ສິ່ງມະຫັດສະຈັນເກີດຂຶ້ນ ເຊັ່ນ “ຫີນຝູນໍ້າຄື: ຂົວທີ່ເຊື່ອມໂຍງ ທາງນໍ້າ, ງູໃຫຍ່ຄື: ເສັ້ນທາງລົດໄຟ ເຊື່ອມໂຍງທາງບົກ ແລະ ຊ້າງເຜືອກ ຄື: ກຸ່ມຄົນຫລາຍເຊື້ອຊາດ ສາສະໜາ ທີ່ບໍ່ແມ່ນຄົນລາວໄດ້ເດີນທາງເຂົ້າມາ ທໍາຫາກິນ ແລະ ຕິດຕໍ່ຊື້ຂາຍ ເຊັ່ນ: ສປ ຈີນ, ຫວຽດນາມ, ອາເມລິກາ, ເອີຣົບ ແລະ ຊາດອື່ນໆ” ເຊິ່ງທັງໝົດນັ້ນເປັນ ພຽງຂໍ້ຄິດ ແລະ ເປັນພື້ນຖານໃຫ້ຊາວ ລາວ ເຮົາຢ້ອນເວລາຫາອະດີດວ່າເມື່ອ ກ່ອນປະເທດຊາດບ້ານເມືອງ ເຮົາເປັນ ຄືແນວໃດ? ແລະ ປັດຈຸບັນນີ້ການພັດ ທະນາໄປຮອດໃສແລ້ວ?. ການກໍ່ສ້າງຂົວຂ້າມແມ່ນໍ້າຂອງ ມິດຕະພາບລາວ-ໄທ ແຫ່ງທີ 1 ໃນປີ ຄ້າ, ການລົງທຶນ ແລະ ການໄປມາຫາ ສູ່ກັນມີຄວາມສະດວກສະບາຍວ່ອງໄວ ຂຶ້ນ, ປະຢັດເວລາ ແລະ ຫລຸດຜ່ອນຄ່າ ບໍລິການຕ່າງໆໄດ້ຫລາຍພໍສົມຄວນ. ເຖິງແນວໃດກໍດີ ເນື່ອງໃນໂອກາດ ຄົບຮອບ 30 ປີຂອງການສ້າງຕັ້ງຂົວ ມິດ ຕະພາບລາວ-ໄທ ແຫ່ງທີ 1 ວຽງ ຈັນ-ໜອງຄາຍ ນີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະ ມົນຕີກໍໄດ້ໃຫ້ສຳພາດຜ່ານສື່ມວນຊົນ ໃນວັນທີ 6 ເມສາ 2024 ເຊິ່ງໄດ້ຍົກ ໃຫ້ເຫັນເນື້ອໃນບາງຕອນຫຍໍ້ວ່າ: ການ ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 1 ນີ້ໂດຍໄດ້ມີການປຶກສາຫາລືສອງ ຝ່າຍ ໃນຫລາຍບັນຫາສຳຄັນກ່ອນເລີ່ມ ລົງມືໂດຍສະເພາະແມ່ນການປ່ຽນເລນ ການສັນຈອນລະຫວ່າງສອງເບື້ອງ ໂດຍໄດ້ຕົກລົງກໍານົດເອົາຈຸດປ່ຽນ ຊ່ອງທາງແລ່ນລົດ ຫລັງຈາກນັ້ນສືບ ຕໍ່ຕາມຂົວເຖິງປັດຈຸບັນນີ້ ນອກຈາກ ນັ້ນ, ກໍໃຫ້ຫັກເອົາເງິນບໍລິການຄ່າຜ່ານ ຂົວ ມານໍາໃຊ້ບູລະນະສ້ອມ ແປງ ແລະ ປັບປຸງເມື່ອຂົວເປ່ເພ ແລະ ອື່ນໆ ເຊິ່ງ ມາເຖິງປັດຈຸບັນນີ້ຂົວແຫ່ງດັ່ງກ່າວໄດ້ ປະກອບສ່ວນສໍາຄັນເຂົ້າໃນພັດທະ ນາເສດຖະກິດ-ສັງຄົມຢ່າງເຂັ້ມແຂງ ແລະ ອຳນວຍຄວາມສະດວກໃນການ ເຊື່ອມຈອດຄົມມະນາຄົມ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ການໄປມາຫາສູ່ລະຫວ່າງ ປະຊາຊົນ ສອງຊາດລາວ-ໄທລວມທັງປະຊາຊົນ ຈາກປະເທດພາກພື້ນ ແລະ ສາກົນ. ທ່ານອະດີດຮອງນາຍົກລັດຖະ ມົນຕີ ຍັງໄດ້ເລົ່າຄືນໃຫ້ເຫັນບັນຍາ ກາດລະຫວ່າງພິທີເປີດຂົວມິດຕະພາບ ຢ່າງເປັນທາງການ ເຊິ່ງເປັນເຫດການ ແຫ່ງປະຫວັດສາດໜຶ່ງ, ເປັນພາບແຫ່ງ ຄວາມປະທັບໃຈ ທີ່ການນຳຂັ້ນສູງສຸດ ຂອງສາມປະເທດລາວ. ໄທ ແລະ ອົດ ສະຕຣາລີໄດ້ເຂົ້າຮ່ວມເປີດຂົວດັ່ງກ່າວ ທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ, ເປັນຄວາມຊົງຈໍາບໍ່ມີວັນລືມເຊັ່ນກັນ ແລະ ໄດ້ກາຍເປັນຄວາມຫວັງ ແລະ ນໍາເອົາຜົນປະໂຫຍດມາສູ່ປະຊາຊົນ ສອງຊາດ. ພ້ອມກັນນີ້, ກໍຂໍຖືໂອກາດ ນີ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບ ໃຈຕໍ່ລັດຖະບານ ແລະ ປະຊາຊົນ 3 ປະ ເທດ ໂດຍສະເພາະລັດຖະບານອົດສະ ຕຣາລີທີ່ໄດ້ໃຫ້ການຊ່ວຍເຫລືອສະໜັບ ສະໜູນທາງດ້ານທຶນ ແລະ ວິຊາການ ໃນການກໍ່ສ້າງຂົວຈົນສຳເລັດ ແລະ ເປີດໃຊ້ມາຮອດປັດຈຸບັນ. ນັບແຕ່ນັ້ນມາພາຍຫລັງຂົວມິດຕະ ພາບລາວ-ໄທເປີດໃຫ້ບໍລິການໄດ້ 30 ປີເຫັນວ່າ: ສາຍພົວພັນການຮ່ວມມືລະ ຫວ່າງສອງຊາດ ແລະ ອາຊຽນດ້ານ ການຄ້າ, ການລົງທຶນ ແລະ ການບໍລິ ການເຕີບໃຫຍ່ຂະຫຍາຍຕົວແບບກ້າວ ກະໂດດ, ຕາມການລາຍງານ ເມື່ອບໍ່ດົນ ມານີ້ຈາກກະຊວງແຜນການແລະການ ຄັນໃນການເປີດສັກກະຫລາດໃໝ່”. ໃນເມື່ອກ່ອນການຂົນສົ່ງສິນຄ້າ ແລະ ຫາສູ່ກັນລະຫວ່າງປະຊາຊົນ ສອງປະເທດ ລາວ-ໄທ ແມ່ນມີຄວາມ ຫຍຸ້ງຍາກແລະລໍາບາກຫລາຍປະການ ຍ້ອນບໍ່ມີຂົວຂ້າມແມ່ນໍ້າຂອງ ໂດຍ ສ່ວນໃຫຍ່ໃຊ້ເຮືອບັກ ແລະ ເຮືອຈັກ ເປັນພາຫານະ ແຕ່ຍ້ອນຄວາມພະຍາ ຍາມ ແລະ ຄວາມເອົາໃຈໃສ່ຂອງສອງ ລັດຖະບານ ແລະ ປະຊາຊົນສອງຊາດ ລາວ-ໄທ ມາຮອດປີ 1991 ຂົວມິດຕະ ພາບລາວ-ໄທ ແຫ່ງທີ 1 ວຽງຈັນໜອງຄາຍ ໄດ້ເລີ່ມລົງມືກໍ່ສ້າງໃນປີ 1991 ແລະ ສຳເລັດການກໍ່ສ້າງ ພ້ອນ ເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 9 ເມສາ 1994 ໂດຍໄດ້ຮັບການສະ ໜູນສະໜັບທຶນແລະວິຊາການຈາກລັດ ຖະບານອົດສະຕຣາລີ ໃນມູນຄ່າ 42 ລ້ານໂດລາອົດສະຕຣາລີ ເຊິ່ງຖືວ່າຂົວ ມິດຕະພາບລາວ-ໄທ ແຫ່ງທີ 1 ວຽງ ຈັນ-ໜອງຄາຍ ເປັນຂົວແຫ່ງມິດຕະ ພາບ ເຊື່ອມໂຍງເຊື່ອມຈອດລະຫວ່າງ ສອງຝັ່ງແມ່ນໍ້າຂອງ ລາວ-ໄທ, ໄທລາວ ແລະ ໄດ້ເຮັດໃຫ້ການຂົນສົ່ງສິນ ລົງທຶນວ່າການລົງທຶນໃນ ສປປ ລາວ ມີທ່າອ່ຽງດີຂຶ້ນຫລາຍມາເຖິງປີ 2023 ຖ້າທຽບໃສ່ໃນເມື່ອກ່ອນ. ໃນນັ້ນອັນທີ 1 ແມ່ນ ສປ ຈີນ ຍອດການລົງທຶນໃນ ສປປ ລາວ ມີ 900 ກວ່າໂຄງການ, ມູນຄ່າ 13 ຕື້ກວ່າໂດລາສະຫະລັດ; ທີ 2 ແມ່ນທີ່ມີ ປະມານ 100 ກວ່າໂຄງ ການ, ມູນຄ່າ 4 ຕື້ກວ່າໂດລາ, ທີ 3 ແມ່ນຫວຽດນາມ ມີ 100 ກວ່າໂຄງ ການ, ມູນຄ່າ 3 ຕື້ກວ່າໂດລາ ແລະ ປະ ເທດອື່ນໆ. ໃນອະນາຄົດຕໍ່ໜ້ານີ້, ຕາມແຜນ ພັດທະນາເສດຖະກິດຂອງລັດຖະບານ ໄດ້ວາງຄາດໝາຍໃນຕໍ່ໜ້າໄວ້ວ່າຈະ ສືບຕໍ່ເນັ້ນສົ່ງເສີມການລົງທຶນແບບຍືນ ຍົງສີຂຽວ, ການພັດທະນາເສັ້ນທາງ ນໍ້າ-ທາງບົກ-ທາງອາກາດແລະຂົງເຂດ ອື່ນໆໃຫ້ມີຄວາມວ່ອງໄວ ແລະ ມີຄຸນ ນະພາບສູງເພື່ອເຊື່ອມໂຍງເຊື່ອມຈອດ ກັນກັບຂົງເຂດພາກພື້ນ ແລະ ສາກົນ ປັດຈຸບັນ ສປປ ລາວ ກໍມີຂົວມິດຕະ ພາບລາວ-ໄທ ມີທັງໝົດ 5 ແຫ່ງຄື: ວຽງຈັນ-ໜອງຄາຍ, ສະຫວັນນະ ເຂດ- ມຸກດາຫານ, ຄຳມ່ວນ-ນະຄອນ ພະນົມ, ບໍ່ແກ້ວ-ຊຽງລາຍ, ບໍລິຄຳໄຊ- ບຶງການ ກຳລັງກໍ່ສ້າງໃກ້ຈະສຳເລັດ ແລະ ສືບຕໍ່ກໍ່ສ້າງຂົວມິດຕະພາບລາວ- ໄທ ແຫ່ງທີ 6 ລະຫວ່າງເມືອງນະ ຄອນເພງ ແຂວງສາລະວັນ-ອໍາເຟີຂົງ ຈຽມ, ຈັງຫວັດອຸບົນ ນອກຈາກນັ້ນ ພາຍຫລັງສໍາລັດ ແລະ ເປີດໃຫ້ບໍລິການ ເສັ້ນທາງລົດໄຟລາວ-ຈີນ ໃນທ້າຍປີ 2021 ດ້ວຍຜົນສໍາເລັດເກີນຄາດ ແລະ ເປັນເສັ້ນທາງປະຫວັດສາດ, ໃນ ອະນາຄົດອັນໄກ້ນີ້ ລັດຖະບານລາວ- ຫວຽດນາມ ກໍຈະສືບຕໍ່ພັດທະນາເສັ້ນ ທາງລົດໄຟລາວ-ຫວຽດນາມ ຕື່ມອີກ.

RkJQdWJsaXNoZXIy MTc3MTYxMQ==