5852

7totoevq 'dkowvptdkoxt-k-q ol6 'l5 f 3vh ]q ,rtoa d'kos]a dcs]j 'c0;'9exkla d ltrkcsj '-kf leg]a f/b dvq [Iq ,rklks;Pfok, -5 fmu II xtgmf]k; 4 3]d c]t gsfdko 12/04/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຂປລ. ພິທີປິດຊຸດຝຶກອົບຮົມພາ ສາຫວຽດນາມ ໃຫ້ພະນັກງານ-ລັດ ຖະກອນພາຍໃນສະພາແຫ່ງຊາດ ຈັດຂຶ້ນໃນວັນທີ 8 ເມສາ 2024 ຜ່ານມາ ໂດຍການເປັນປະທານຂອງ ທ່ານ ລິນຄຳ ດວງສະຫວັນ ເລຂາທິ ການສະພາແຫ່ງຊາດ ແລະ ທ່ານ ຫງວຽນ ບ່າ ຮຸ່ງ ເອກອັກຄະລັດຖະ ທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສຫວຽດນາມປະຈຳລາວ, ມີຮອງ ປະທານກຳມາທິການການຕ່າງປະ ເທດ, ຄະນະຄູ-ອາຈານຈາກສະຖານ ທູດ ຫວຽດນາມ, ຄະນະກົມ, ຫົວໜ້າ ສູນ, ຫົວໜ້າຫ້ອງການ, ຄະນະພະ ແນກ ແລະ ສຳມະນາກອນເຂົ້າຮ່ວມ. ທ່ານ ລິນຄຳ ດວງສະຫວັນ ໄດ້ ໃຫ້ຮູ້ວ່າ: ຊຸດຝຶກອົບຮົມຄັ້ງນີ້, ມີ ຄວາມໝາຍສຳຄັນຍິ່ງ ເຊິ່ງບໍ່ພຽງ ແຕ່ເປັນການຮຽນຮູ້ທາງດ້ານພາສາ ທີ່ເປັນພື້ນຖານເທົ່ານັ້ນ, ແຕ່ຍັງເປັນ ການຝຶກຝົນຫລໍ່ຫລອມໃນການ ສ້າງພະນັກງານ-ລັດຖະກອນ ໃຫ້ມີ ແນວຄິດບຸກບືນ, ຫ້າວຫັນໃນການ ຄົ້ນຄວ້າຮໍ່າຮຽນ, ການປະຕິບັດໜ້າ ທີ່ວຽກງານໃຫ້ມີຄຸນນະພາບ, ທັງ ເປັນການເສີມສ້າງໃຫ້ມີການຫັນ ປ່ຽນຢ່າງຕັ້ງໜ້າ, ປະກອບສ່ວນຮັດ ແໜ້ນສາຍພົວພັນມິດຕະພາບທີ່ຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນ ສອງຊາດ ໂດຍສະເພາະລະຫວ່າງ ສອງສະພາແຫ່ງຊາດ ລາວ-ຫວຽດ ນາມ ໃຫ້ກ້າວສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ທ່ານ ລິນຄຳ ດວງສະຫວັນ ຍັງ ກ່າວອີກວ່າ: ຊຸດຝຶກອົບຮົມພາສາ ຫວຽດນາມຂັ້ນພື້ນຖານຊຸດນີ້ໄດ້ສິ້ນ ສຸດລົງພຽງຂັ້ນຕົ້ນ, ສຳມະນາກອນ ທີ່ເຂົ້າຮ່ວມຝຶກອົບຮົມຍັງຈະຕ້ອງໄດ້ ສືບຕໍ່ຄົ້ນຄວ້າທົບທວນຄືນເລື້ອຍໆ ເພື່ອກຳແໜ້ນຕື່ມບັນດາບົດຮຽນ ທີ່ຄູ-ອາຈານຖ່າຍທອດໃຫ້ໂດຍສະ ເພາະແມ່ນການຝຶກຂຽນ, ອ່ານ, ຟັງ ແລະ ເວົ້າໃຫ້ມີຄວາມຄ່ອງແຄ້ວ ແລ້ວນຳໄປໝູນໃຊ້ເຂົ້າໃນວຽກງານ ຕົວຈິງຂອງຕົນໃຫ້ເກີດຜົນ.ຂ່າວພາບ: ສຸພາວັນ ຫອມສະນິດ ຂປລ.ທ່ານໄຊຊະນະໂຄດພູທອນ ກໍາມະການສູນກາງພັກ, ຫົວໜ້າ ອົງການໄອຍະການປະຊາຊົນສູງ ສຸດ ພ້ອມດ້ວຍຄະນະນໍາຫ້ອງການ, ຄະນະກົມໄດ້ພົບປະໂອ້ລົມພະນັກ ງານຫລັກແຫລ່ງອົງການໄອຍະ ການປະຊາຊົນແຂວງຈໍາປາສັກ ໃນ ໂອກາດການລົງເຄື່ອນໄຫວຊຸກຍູ້ ວຽກງານໄອຍະການປະຊາຊົນ ຮອບດ້ານຢູ່4 ແຂວງພາກໃຕ້ ເມື່ອບໍ່ ດົນມານີ້ ໂດຍມີທ່ານ ຄໍາມ່ວນ ພິລາ ພອນເດດ ຫົວໜ້າອົງການໄອຍະ ການປະຊາຊົນແຂວງຈໍາປາສັກພ້ອມ ດ້ວຍຫົວໜ້າເຂດ-ຮອງເຂດແລະ ພະ ນັກງານລັດຖະກອນເຂົ້າຮ່ວມ. ໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ການ ນຳພາ-ຊີ້ນໍາການຈັດຕັ້ງປະຕິບັດ ໜ້າທີ່ວຽກງານໃນໄລຍະຜ່ານມາ ສາມາດຍາດໄດ້ຜົນສໍາເລັດຫລາຍ ດ້ານທີ່ພົ້ນເດັ່ນ. ຄຽງຄູ່ກັບຜົນສໍາ ເລັດນັ້ນ ຍັງມີບາງປັດໄຈສໍາຄັນທີ່ ພະນັກງານຫລັກແຫລ່ງອົງການໄອ ຍະການປະຊາຊົນແຂວງຈຳປາສັກ ຕ້ອງໄດ້ເອົາໃຈໃສ່ ໂດຍສະເພາະຄະ ນະພັກ, ສະມາຊິກພັກ, ພະນັກງານລັດຖະກອນ ຕ້ອງຖືສໍາຄັນວຽກ ງານສຶກສາອົບຮົມການເມືອງແນວຄິດ, ການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ, ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ເຂົ້າ ສູ່ວຽກງານໄອຍະການປະຊາຊົນ, ການຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບ ຕິດ, ການຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ຂອງອົງຄະນະພັກ ອົງ ການໄອຍະການປະຊາຊົນສູງສຸດ ຄັ້ງທີV ແລະ ວຽກງານກວດກາສະ ມາຊິກພັກ-ພະນັກງານພ້ອມກັນສືບ ຕໍ່ປະຕິບັດສິດ ແລະ ໜ້າທີ່ຂອງພະ ນັກງານໄອຍະການປະຊາຊົນ ໃນ ການເຄົາລົບປະຕິບັດຕາມກົດໜາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານ ຕາມກົດໜາຍ, ສ້າງກົນໄກການປະ ສານງານ ລະຫວ່າງອົງການໄອຍະ ການປະຊາຊົນແຂວງກັບອົງການ ທີ່ກ່ຽວຂ້ອງຂອງແຂວງຢ່າງກົມ ກຽວ ເພື່ອຮັບປະກັນໃຫ້ສັງຄົມມີ ຄວາມສະຫງົບ ມີຄວາມເປັນລະ ບຽບຮຽບຮ້ອຍ, ເສດຖະກິດມີການ ຂະຫຍາຍຕົວຢ່າງຕໍ່ເນື່ອງປະເທດ ຊາດໄດ້ຮັບການພັດທະນາດີຂຶ້ນ ເປັນກ້າວໆ. ໂອກາດດຽວກັນ, ທ່ານບຸນທ່ຽງ ວິໄລວົງ ຮັກສາການຫົວໜ້າຫ້ອງ ການ, ທ່ານຫົວໜ້າກົມຈັດຕັ້ງ-ພະ ນັກງານ, ທ່ານຫົວໜ້າກົມການເງິນ ອົງການໄອຍະການປະຊາຊົນສູງ ສຸດ ໄດ້ມອບອຸປະກອນເຄື່ອງຮັບໃຊ້ ຫ້ອງການ, ເຊິ່ງປະກອບມີ: ຄອມພິວ ເຕີແລະຈັກປິ່ນເຕີໃຫ້ອົງການໄອຍະ ການປະຊາຊົນແຂວງຕື່ມອີກ. ຈາກ ນັ້ນທ່ານຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ແລະ ຄະນະ ກໍ່ໄດ້ ເດີນທາງຢ້ຽມຢາມອົງການໄອຍະ ການປະຊາຊົນເຂດປະຈໍາເມືອງຕື່ມ ອີກຕາມລໍາດັບ. ຂ່າວ: ວົງເດືອນ gzu pczj [q f]kp'koglA omk' dko4n rk.ow;|5 j ,.o lxx ]k; gzu pczj ;a ogdu fxtmko dy , vy o -5 ' ຂປລ. ເມື່ອບໍ່ດົນມານີ້, ລັດຖະ ບານແຫ່ງ ສປປ ລາວ ຮ່ວມກັບອົງ ການສະຫະປະຊາຊາດ ກອງທຶນ ສຳລັບປະຊາກອນ(UNFPA) ແລະ ອົງການອຸຍນີເຊບ ເຜີຍແຜ່ບົດ ລາຍງານຢ່າງເປັນທາງການໃນ ຫົວຂໍ້ “ບົດລາຍງານຄວາມເຂົ້າໃຈ ຂອງເສັ້ນທາງການຖືພາໃນໄວໜຸ່ມ ໃນອາຊີຕາເວັນອອກສ່ຽງໃຕ້: ກໍລະ ນີສຶກສາໃນ ສປປ ລາວ”. ທ່ານ ສິດທິຣົດ ລາຊະພົນ, ຫົວ ໜ້າສະຖາບັນຄົ້ນຄວ້າວິໄຈການພັດ ທະນາ ແລະ ສູນຝຶກອົບຮົມ (DRI), ກະຊວງແຜນການ ແລະ ການລົງ ທຶນ ໄດ້ໃຫ້ຮູ້ວ່າ: ລັດຖະບານແຫ່ງ ສປປ ລາວ ມີຄວາມມຸ່ງໝັ້ນຢ່າງຕັ້ງ ໜ້າໃນການແກ້ໄຂການຖືພາໃນໄວ ໜຸ່ມ ແລະ ການແຕ່ງງານຂອງເດັກ ໂດຍຜ່ານຍຸດທະສາດການຮ່ວມມື ແລະ ອີງໃສ່ຫລັກຖານໃນການຈັດ ການ. ຄວາມເຂົ້າໃຈຈາກບົດລາຍ ງານນີ້, ແມ່ນກຸນແຈສໍາຄັນໃນການ ຊີ້ນໍາຄວາມພະຍາຍາມຂອງພວກ ເຮົາໃນການຮັບປະກັນສຸຂະພາບ ແລະ ອະນາຄົດອັນສົດໃສ ສໍາລັບປະ ຊາກອນໜຸ່ມຂອງພວກເຮົາ, ຄວາມ ພະຍາຍາມຮ່ວມກັນນີ້ ເປັນຂີດໝາຍ ສຳຄັນ ໃນການແກ້ໄຂບັນຫາອັນ ຮີບດ່ວນຂອງການຖືພາໃນໄວໜຸ່ມ. ຜ່ານການຄົ້ນຄວ້າວິໄຈ ແລະ ວິ ເຄາະຢ່າງຮອບດ້ານ ເຊິ່ງສປປລາວ ເປັນປະເທດທີ່ມີອັດຕາການຖືພາແຕ່ງງານໃນໄວໜຸ່ມສູງທີ່ສຸດໃນ ພາກພື້ນ ໂດຍມີແມ່ຍິງ 30,5% ໄດ້ແຕ່ງງານເປັນຄັ້ງທຳອິດກ່ອນ ອາຍຸ 18 ປີ ແລະ 17,4% ແມ່ນມີ ລູກຄົນທຳອິດກ່ອນອາຍຸ 18 ປີ ໂດຍອີງຕາມຂໍ້ມູນຫລ້າສຸດຈາກ ການສຳຫລວດດັດຊະນີໝາຍສັງ ຄົມລາວຄັ້ງທີ3(LSIS III). ໃນຂະ ນະດຽວກັນ, ຂໍ້ມູນ LSIS III ຍັງ ສະແດງໃຫ້ເຫັນວ່າອັດຕາການຈະ ເລີນພັນຂອງເດັກຍິງໄວໜຸ່ມ ແລະ ອັດຕາເດັກຍິງອາຍຸ 15-19 ປີ ທີ່ ແຕ່ງງານແລ້ວໃນປັດຈຸບັນແມ່ນ ເພີ່ມຂຶ້ນ. ດັ່ງນັ້ນ, ການສຶກສາໃໝ່ນີ້ ຈະສະໜອງຄວາມເຂົ້າໃຈອັນລ້ຳ ຄ່າກ່ຽວກັບປັດໄຈ ທີ່ພາໃຫ້ໄວໜຸ່ມ ຖືພາທັງພາຍໃນ ແລະ ນອກການ ແຕ່ງງານ ແລະ ເປັນການເປີດທາງ ໄປສູ່ອະນາຄົດທີ່ດີຂຶ້ນຂອງໄວໜຸ່ມ ໃນ ສປປ ລາວ. ທ່ານ ບາກທິຢໍ ຄາດິເຣິບ ຜູ້ຕາງ ໜ້າອົງການ UNFPA ປະຈໍາ ສປປ ລາວ ໄດ້ໃຫ້ຮູ້ວ່າ: ບົດລາຍງານນີ້ ແມ່ນຫລັກຖານສະແດງເຖິງເຈດຈຳ ນົງລວມຂອງພວກເຮົາເພື່ອເຂົ້າໃຈ ແລະ ແກ້ໄຂຕົວກະຕຸ້ນຂອງການຖື ພາໃນໄວໜຸ່ມໃນ ສປປ ລາວ, ການຖື ພາ, ຫລຸດຜ່ອນການແຕ່ງງານຂອງ ເດັກນ້ອຍ ແລະ ສ້າງຄວາມເຂັ້ມ ແຂງໃຫ້ແກ່ໄວໜຸ່ມທຸກຄົນໃຫ້ມີໂອ ກາດບັນລຸເປົ້າໝາຍຕາມຄວາມ ສາມາດຂອງພວກເຂົາ. ທ່ານ ນາງ ເພຍ ເຣເບວໂລ ບຣິດໂຕ, ຜູ້ຕາງໜ້າອົງການ UNICEF ກ່າວວ່າ: ດ້ວຍແຮງຈູງໃຈ ຈາກຄວາມມຸ່ງຫວັງເພື່ອອະນາຄົດ ທີ່ສົດໃສຂອງເດັກຍິງທຸກຄົນໃນ ສປປ ລາວ, ພວກເຮົາກຳລັງສົມທົບ ກັບລັດຖະບານລາວ ແລະ ບັນດາຄູ່ ຮ່ວມງານຂອງພວກເຮົາ ເພື່ອແກ້ ໄຂບັນຫາຢ່າງກົງໄປກົງມາຕໍ່ກັບ ການແຕ່ງງານໃນໄວເດັກ ແລະ ການຖືພາໃນໄວໜຸ່ມ, ພວກເຮົາກຳ ລັງເລັ່ງປະຕິບັດການໃຊ້ຂໍ້ມູນທີ່ມີ ຢູ່ແລ້ວ ສ້າງຄວາມເຂັ້ມແຂງ ແລະ ທັກສະໃຫ້ແກ່ເດັກຍິງໄວໜຸ່ມ, ສົ່ງ ເສີມສະພາບແວດລ້ອມຂອງການ ລ້ຽງດູທີ່ດີ ແລະ ຄຽງຄູ່ໄປກັບການ ສ້າງຄວາມເຂັ້ມແຂງໃຫ້ລະບົບ ການສຶກສາເພື່ອຮັບມືປ້ອງກັນບໍ່ໃຫ້ ມີການແຕ່ງງານໃນໄວເດັກ. ບົດລາຍງານດັ່ງກ່າວ, ໄດ້ຮັບ ການສະໜັບສະໜູນຈາກລັດຖະ ບານອົດສະຕຣາລີ ແລະ ໄດ້ເຜີຍແຜ່ ໃນລະດັບຊາດ ທີ່ມີການເຂົ້າຮ່ວມ ຂອງເຈົ້າໜ້າທີ່ລັດຖະບານ, ຄູ່ຮ່ວມ ພັດທະນາແລະພາກສ່ວນກ່ຽວຂ້ອງ ທີ່ໄດ້ກ່າວເຖິງປັດໄຈຫລາຍດ້ານປະ ກອບສ່ວນເຂົ້າໃນການຖືພາຂອງໄວ ໜຸ່ມໃນ ສປປ ລາວ. ປັດໄຈທໍາອິດ ແມ່ນການຮັບເອົາການແຕ່ງງານ ຂອງເດັກນ້ອຍ ເຊິ່ງເປັນການລະເມີດ ສິດທິເດັກ ທີ່ລັກເອົາຄວາມເປັນເດັກ ແລະ ຂົ່ມຂູ່ທີ່ເປັນໄພຕໍ່ຊີວິດການ ເປັນຢູ່ຂອງພວກເຂົາ, ຫລັກຖານຍັງ ສະແດງໃຫ້ເຫັນວ່າເດັກຍິງທີ່ແຕ່ງ ງານກ່ອນອາຍຸ 18 ປີ ມີແນວໂນ້ມທີ່ ຈະອອກຈາກໂຮງຮຽນ, ມີຜົນທາງ ດ້ານເສດຖະກິດ ແລະ ສຸຂະພາບທີ່ ຮ້າຍແຮງ ເມື່ອທຽບໃສ່ເພື່ອນທີ່ບໍ່ໄດ້ ແຕ່ງງານ. ຍິ່ງໄປກວ່ານັ້ນ, ເດັກຍິງ ຍັງມີຄວາມສ່ຽງສູງຕໍ່ກັບອາການ ສົນໃນລະຫວ່າງການຖືພາ ແລະ ການເກີດລູກຫລາຍກວ່າແມ່ຍິງຜູ້ ໃຫຍ່. ຂ່າວ: ສົມຫວັງ ຂປລ. ເມື່ອບໍ່ດົນມານີ້, ສະມາຄົມ ມິດຕະພາບ ລາວ-ສປປ ເກົາຫລີ ຮ່ວມກັບ ແຂວງຫລວງພະບາງ ແລະ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ເກົາຫລີ ປະຈໍາ ສປປ ລາວ ຈັດປາຖະກະຖາ ແລະ ວາງສະ ແດງຮູບພາບ, ສາຍວິດີໂອກ່ຽວກັບ ຊີວິດການເຄື່ອນໄຫວປະຕິວັດ, ຜົນ ງານບົດບາດການນໍາພາຂອງປະ ທານ ກິມ ອິນ ຊຸງ ໃນພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດສປປ ເກົາຫລີໃນໄລຍະ ຜ່ານມາ ເນື່ອງໃນໂອກາດວັນເກີດ ຂອງປະທານ ກິມ ອິນ ຊຸງ ຜູ້ນໍາທີ່ ຍິ່ງໃຫຍ່ຂອງປະຊາຊົນ ສປປ ເກົາ ຫລີ ຄົບຮອບ 112 ປີ (15/4/ 1912-15/4/2024) ທີ່ແຂວງ ຫລວງພະບາງ. ໃນໂອກາດນີ້, ທ່ານ ລີ ຢົງ ຊົນ ເອກອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມ ແຫ່ງ ສປປ ເກົາຫລີ ປະຈຳ ສປປ ລາວ ໄດ້ຍົກໃຫ້ເຫັນ ຜົນງານ ແລະ ຊີວິດການເຄື່ອນໄຫວ ປະຕິວັດ, ການນໍາພາ-ຊີ້ນໍາຂອງ ປະ ທານ ກິມ ອິນ ຊຸງ ຜູ້ນໍາທີ່ຍິ່ງໃຫຍ່, ປະທານປະເທດຕະຫລອດການ ຂອງປະຊາຊົນ ສປປ ເກົາຫລີ ໃນ ພາລະກິດປະຕິວັດຂອງພັກ, ກໍາລັງ ປະກອບອາວຸດ ແລະ ປະຊາຊົນ ສປປ ເກົາຫລີ ໃນຂະບວນວິວັດແຫ່ງ ການຕໍ່ສູ້ປົດປ່ອຍຊາດ ກໍຄື ປົກປັກ ລາວ ແລະ ສປປ ເກົາຫລີ ໃນໄລຍະ ຜ່ານມາ. ທ່ານ ວົງສະຫວັນ ເທບພະຈັນ ຮອງເລຂາພັກແຂວງ, ປະທານສະ ພາປະຊາຊົນແຂວງຫລວງພະບາງ ໄດ້ສະແດງຄວາມເຊື່ອໝັ້ນວ່າ: ພາຍ ໃຕ້ການນຳພາອັນຖືກຕ້ອງ, ເດັດ ດ່ຽວ, ເຂັ້ມແຂງ ຂອງພັກແຮງງານ ເກົາຫລີ, ອັນມີ ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ພັກແຮງງານ ເກົາຫລີ, ປະທານກິດຈະການແຫ່ງ ລັດແຫ່ງສປປເກົາຫລີ,ຜູ້ບັນຊາການ ສູງສຸດກໍາລັງປະກອບອາວຸດ ແຫ່ງ ສປປ ເກົາຫລີ ນັ້ນ, ປະຊາຊົນ ສປປ ເກົາຫລີ ຈະສືບຕໍ່ຍາດໄດ້ຜົນສຳເລັດ ໃໝ່ໃຫຍ່ຫລວງກວ່າເກົ່າ ໃນພາລະ ກິດສ້າງສາປະເທດສັງຄົມນິຍົມ ໃຫ້ມີຄວາມມັ່ງຄັ່ງ ແລະ ເຂັ້ມແຂງ. ໃນໂອກາດດຽວກັນ, ສະມາຄົມ ມິດຕະພາບ ລາວ-ສປປ ເກົາຫລີ ຍັງໄດ້ມອບອຸປະກອນເຄື່ອງສຽງ ຈໍານວນໜຶ່ງ ໃຫ້ແຂວງຫລວງພະ ບາງ ເພື່ອປະກອບໃສ່ຫ້ອງປະຊຸມ ຫ້ອງວ່າການປົກຄອງແຂວງ, ລວມ ມູນຄ່າທັງໝົດ 131 ລ້ານກີບ, ຕາງ ໜ້າມອບໂດຍທ່ານອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງ ວຽງຈັນ, ປະທານສະມາຄົມມິດຕະ ພາບ ລາວ-ສປປ ເກົາຫລີ ແລະ ຮັບ ໂດຍ ສະຫາຍ ວົງສະຫວັນ ເທບ ພະຈັນ ຮອງເລຂາພັກແຂວງ,ປະ ທານສະພາປະຊາຊົນແຂວງຫລວງ ພະບາງ. ຂ່າວ-ພາບ: ຄຕພ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ ສປປ ເກົາຫລີ ເຮັດໃຫ້ ສປປ ເກົາຫລີມີການພັດທະນາຮອບ ດ້ານ, ການເມືອງມີສະຖຽນລະພາບ ໜັກແໜ້ນ, ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ມີຄວາມ ເຂັ້ມແຂງທັນສະໄໝ, ເສດຖະກິດ ມີການພັດທະນາ, ຊີວິດການເປັນ ຢູ່ຂອງປະຊາຊົນ ສປປ ເກົາຫລີ ໄດ້ ຮັບການປັບປຸງດີຂຶ້ນເລື້ອຍໆ, ອັນ ໄດ້ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ເຖິງ ສະພາບການຕົວຈິງ ໃນການພັດ ທະນາ ຂອງ ສປປ ເກົາຫລີ ກໍຄື ຜົນ ສໍາເລັດອັນໃຫຍ່ຫລວງທີ່ປະຊາ ຊົນຍາດມາໄດ້ ພາຍໃຕ້ການນໍາພາ ຂອງພັກແຮງງານເກົາຫລີ. ພ້ອມ ກັນນີ້, ທ່ານເອກອັກຄະລັດຖະທູດ ຍັງໄດ້ຍົກໃຫ້ເຫັນເຖິງສາຍພົວພັນ ມິດຕະພາບ ອັນເປັນມູນເຊື້ອ ແລະ ການຮ່ວມມືລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ

RkJQdWJsaXNoZXIy MTc3MTYxMQ==