5852

xtgmf]k; 3 12/04/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ຢ່າຕົງ ບົດສະເໜີ ໂດຍ: ຢ່າຕົງ ໂດຍ: ໄໝຄຳຍ້ອມສິນ -k;|5j ,xtdv[lj ;ole7a o .ork]tdy f xq dxa dIa dlk c]t lh k'lkxtgmf-kf ]tf6 Ih vo ]t;a '[a oskva d7u wr .-h lnj vvo]kp .sh gxa oxt3spf ລາວ, ດ້ວຍຮູບການເຄື່ອນໄຫວຕິດ ພັນກັບຂະບວນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໄປ ພ້ອມກັບການປັບປຸງຍົກສູງຄຸນນະ ພາບຂອງການຈັດຕັ້ງຊາວໜຸ່ມ ແຕ່ສູນກາງຮອດຮາກຖານ ໂດຍສະ ເພາະຄະນະຂົນຂວາຍສ້າງຕັ້ງຄະ ນະຊາວໜຸ່ມປະຊາຊົນປະຕິວັດ ລາວທົ່ວປະເທດໄດ້ມີການປັບປຸງ ຄື: ປີ 1977 ໄດ້ດໍາເນີນກອງປະຊຸມ ຄະນະຂົນຂວາຍສ້າງຕັ້ງ ຄະນະ ຊາວໜຸ່ມປະຊາຊົນປະຕິວັດລາວ ທົ່ວປະເທດຂຶ້ນທີ່ນະຄອນຫລວງ ວຽງຈັນ ໂດຍເປັນກຽດຂຶ້ນໂອ້ລົມ ຂອງ ປະທານ ໄກສອນ ພົມວິຫານ ເລຂາທິການໃຫຍ່ ພັກປະຊາຊົນ ປະ ຕິວັດລາວ ນາຍົກລັດຖະມົນຕີແຫ່ງ ສປປ ລາວ. ກອງປະຊຸມຄັ້ງນີ້ ໄດ້ຕີ ລາຄາຜົນຂອງການຈັດຕັ້ງເຄື່ອນ ໄຫວ ຂອງຄະນະຂົນຂວາຍສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວໃນໄລຍະຜ່ານມາແລະກຳນົດ ທິດທາງວຽກງານຊາວໜຸ່ມ ຕາມ ມະຕິ IV ສະໄໝທີ 2 ຂອງພັກ. ສໍາລັບຢູ່ເຂດປົດປ່ອຍເກົ່າສືບຕໍ່ ເຄື່ອນໄຫວປັບປຸງການຈັດຕັ້ງໃຫ້ ເຕີບໃຫຍ່ ເຂັ້ມແຂງຂຶ້ນກວ່າເກົ່າ, ສ່ວນຢູ່ເຂດປົດປ່ອຍໃໝ່ໄດ້ກໍ່ສ້າງ ການຈັດຕັ້ງ ແລະ ຂະຫຍາຍສະມາ ຊິກຊາວໜຸ່ມປະຊາຊົນປະຕິວັດ ລາວ ຢູ່ຕາມກະຊວງ, ອົງການ ແລະ ບັນດາຮາກຖານ, ໄດ້ວາງຂໍ້ແຂ່ງ ຂັນ 3 ສາມັກຄີ 4 ບຸກຂອງຊາວ ໜຸ່ມ, ຄົ້ນຄວ້າ ແລະ ສະເໜີໃຫ້ຂັ້ນ ເທິງຮັບຮອງເອົາຄໍາສອນ 6 ຮັກ 3 ຊັງ, ປະກາດໃຊ້ຂໍ້ແຂ່ງຂັນ 3 ດີ 4 ຮູ້ ຂອງເຍົາວະຊົນທັນວາ ແລະ ສືບຕໍ່ປະຕິບັດຄໍາຂວັນ “ບ່ອນ ໃດຍາກ ຊາວໜຸ່ມບຸກບ່ອນໃດທຸກ ຊາວໜຸ່ມຜ່ານຜ່າບ່ອນໃດຊາດຕ້ອງ ການຊາວໜຸ່ມຂານອາສາ” ເປັນກໍາ ລັງດັນ ແລະ ສ້າງບາດກ້າວໃໝ່ ແຫ່ງການເຕີບໃຫຍ່ ຂະຫຍາຍຕົວ ຂອງຂະບວນການຊາວໜຸ່ມ, ໃຫ້ ແກ່ການປຸກລະດົມຂົນຂວາຍເຕົ້າ ໂຮມສຶກສາອົບຮົມຊາວໜຸ່ມທຸກ ຜ່ານສື່ອອນລາຍ ຊຶ່ງນອກຈາກເປັນ ການສະແດງໃຫ້ເຫັນເຖິງວຸດທິ ພາວະຂອງຜູ້ຊົມໃຊ້ແລ້ວ ຍັງຊ່ວຍ ໂຄສະນາປະເທດລາວເຮົາໄປໃນ ໂຕຕື່ມອີກ. ຕ້ອງຍອມຮັບວ່າໃນປັດຈຸບັນ ສື່ອອນລາຍ ທັງເຟສບຸກ, ຢູທູບ, ຕິດຕ໋ອກແລະ ອື່ນໆແມ່ນມີບົດບາດ ສຳຄັນຕໍ່ສັງຄົມທີ່ສຸດ ນອກຈາກຈະ ນຳໃຊ້ສະດວກສະບາຍຫລາຍແລ້ວ ຂໍ້ມູນຂ່າວສານທີ່ເຜີຍ ແຜ່ຜ່ານສື່ ອອນລາຍ ກໍມີຢ່າງຫລວງຫລາຍ ຊຶ່ງມີທັງຂ່າວດີ,ຂ່າວຮ້າຍ,ຂ່າວບິນ ເບືອນ, ຂ່າວໃສ່ຮ້າຍປ້ອຍສີ ແລະ ອື່ນໆ. ຈະເປັນການດີບໍ່? ຖ້າເຮົາ ທຸກຄົນພ້ອມກັນນຳໃຊ້ສື່ອອນລາຍ ຢ່າງສ້າງສັນ ໃຊ້ເພື່ອເປັນເຄື່ອງມື ໃນການເຜີຍແຜ່ຄວາມຮູ້ໃໝ່ໆດ້ານ ວິທະຍາສາດເຕັກໂນໂລຊີ, ເຜີຍແຜ່ ວຽກດີຄົນເດັ່ນ, ການສ້າງສາພັດ ທະນາປະເທດຊາດ. ຍິ່ງໃນປີທ່ອງ ທ່ຽວລາວນີ້ ຄວນໃຊ້ເພື່ອໂຄສະ ນາສະຖານທີ່ທ່ອງທ່ຽວ, ຮີດຄອງ ປະເພນີ ແລະ ວັດທະນະທຳອັນດີ ງາມຂອງຊາດ ເພື່ອດຶງດູດໃຫ້ນັກ ທ່ອງທ່ຽວຕ່າງປະເທດ ມາທ່ຽວ ປະເທດລາວນັບມື້ຫລາຍຂຶ້ນ. ຜ່ານກໍບໍ່ສາມາດປະຕິເສດໄດ້ ວ່າການເຜີຍແຜ່ຜ່ານອອນລາຍບັນ ຫາທີ່ໄດ້ຮັບຄວາມສົນໃຈຫລາຍ ມັກຈະເປັນດ້ານລົບ, ສ່ວນອັນດີ ຄວນສົ່ງເສີມ ມີຄົນກົດຖືກໃຈ ແລະ ເຜີຍແຜ່ຕໍ່ບໍ່ພໍເທົ່າໃດ. ເຖິງຢ່າງໃດ ກໍ່ຕາມກ່ຽວກັບການເຜີຍແຜ່ຫຍັງ ກໍ່ຕາມຜ່ານສື່ສັງຄົມ ກໍຢາກໃຫ້ຄຳ ນຶງເຖິງຄວາມເໝາະສົມ, ລະບຽບ ກົດໝາຍ, ຈັນຍາບັນ ແລະ ຕ້ອງມີ ສະຕິລະມັດລະວັງການກະທໍາຂອງ ຕົນ ເພາະທຸກການເຄື່ອນໄຫວໃນ ສື່ສັງຄົມອອນລາຍລ້ວນແຕ່ມີຜູ້ຕິດ ຕາມກວດກາການເຄື່ອນໄຫວພວກ ເຮົາຕະຫລອດ. * ນັບແຕ່ທ້າຍເດືອນມີນາກ້າວ ສູ່ເດືອນເມສານີ້, ເຫັນວ່່າສະພາບ ອາກາດໃນປະເທດເຮົາ ຮ້ອນອົບ ເອົ້າພໍສົມຄວນ ອັນເຮັດໃຫ້ສະພາບ ແວດລ້ອມມີຄວາມແຫ້ງແລ້ງໄປ ທົ່ວທຸກສາລາທິດ. ຄວາມແຫ້ງແລ້ງ ດັ່ງກ່າວ ຖ້າຂາດສະຕິໃນການຊົມ ໃຊ້ຟືນໄຟກໍ່ຈະເກີດໄຟລາມປ່າໄດ້ ງ່າຍ,ພ້ອມນີ້ການໃຊ້ໄຟຟ້າໃນເຮືອນ, ສຳນັກງານອົງການຕ່າງໆ ກໍຍິ່ງ ຊົມໃຊ້ເພີ່ມຂຶ້ນ ໂດຍສະເພາະການ ເປີດແອ, ພັດລົມ ເພື່ອຜ່ອນຄາຍ ຄວາມຮ້ອນ ເຊິ່ງມີຄວາມສ່ຽງຕໍ່ ການເກີດອັກຄີໄພໄດ້ງ່າຍເຊັ່ນກັນ. ຕົ້ນປີມານີ້ ບັນຫາອັກຄີໄພທີ່ ເກີດຂຶ້ນຢູ່ໃນປະເທດລາວເຮົາ ເກີດ ສາຂາອາຊີບ, ປະກອບສ່ວນເຂົ້າ ໃນການກໍ່ສ້າງພື້ນຖານໂຄງລ່າງ, ການກໍ່ສ້າງເສດຖະກິດ, ວັດທະນະ ທຳ-ສັງຄົມແລະກໍ່ສ້າງກໍາລັງປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ, ຄຽງຄູ່ກັນນັ້ນໃນວັນທີ 1 ມັງກອນ 1979 ໄດ້ສ້າງຕັ້ງໜັງສືພິມໜຸ່ມ ລາວ ເຊິ່ງເປັນກະບອກສຽງໂຄສະ ນາເຜີຍແຜ່ແນວທາງນະໂຍບາຍ ຂອງພັກ, ລັດ ແລະ ບັນດາມະຕິ, ຜົນງານການເຄື່ອນໄຫວຂອງຊາວ ໜຸ່ມ-ເຍົາວະຊົນ; ສ້າງຕັ້ງໂຮງພິມ ມິດຕະພາບຊາວໜຸ່ມໂຊວຽດ ແລະ ໂຮງຮຽນທິດສະດີຊາວໜຸ່ມ-ເຍົາ ວະຊົນໄດ້ຮັບການສ້າງຕັ້ງຂຶ້ນດ້ວຍ * ເນື່ອງໃນໂອກາດວັນສ້າງຕັ້ງ ຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ໝູນວຽກມາອີກເທື່ອໜຶ່ງ (14 ເມສາ 1955-14 ເມສາ 2024), ແລະ ເພື່ອລະນຶກເຖິງຄຸນງາມຄວາມ ດີກໍຄືມູນເຊື້ອພິລະອາດຫານຂອງ ຊາວໜຸ່ມປະຊາຊົນ ປະຕິວັດລາວ ທີ່ໄດ້ປະກອບສ່ວນຄ່ຽງບ່າຄ່ຽງ ໄລ່ກັບກຳລັງປະກອບອາວຸດຕໍ່ສູ້ກູ້ ຊາດແລະໄລຍະປົກປັກຮັກສາແລະ ສ້າງສາພັດທະນາປະເທດຊາດນັ້ນ, ຜູ້ຂຽນຂໍຍົກເອົາບາງຜົນງານ, ຄຸນ ງາມຄວາມດີມາສະເໜີໃຫ້ທ່ານຜູ້ ອ່ານຮັບຮູ້ ເພື່ອເປັນບົດຮຽນໃຫ້ ແກ່ຊາວໃນປັດຈຸບັນໄດ້ສຶກສາ, ສືບທອດມູນເຊື້ອອັນດີງາມໄປໃນຕໍ່ ໜ້າ. ຜົນງານ, ມູນເຊື້ອຂອງຊາວ ໜຸ່ມປະຊາຊົນ ປະຕິວັດລາວ ກໍມີ ຫລາຍໄລຍະທີ່ໜ້າສົນໃຈ, ແຕ່ມື້ຂໍ ຍົກເອົາເນື້ອໃນພາລະກິດປົກປັກ ຮັກສາ ແລະ ສ້າງສາປະເທດໄລຍະ 1972-1982 ກ່ອນ. ໂດຍນັບແຕ່ປີ 1972-1982 ເປັນໄລຍະທີ່ຄະນະຂົນຂວາຍ ໄດ້ ອອກແຮງສຸມໃສ່ກໍ່ສ້າງການຈັດຕັ້ງ ຄະນະຊາວໜຸ່ມປະຊາຊົນ ປະຕິວັດ ການຊ່ວຍເຫລືອຂອງຄະນະຊາວ ໜຸ່ມໂກມໂຊໂມນເລນິນ ແຫ່ງສະຫະ ພາບໂຊວຽດ. ຜ່ານມາການເຄື່ອນໄຫວໄລຍະ 11ກວ່າປີ(1972-1983)ຄະນະ ຂົນຂວາຍສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວໄດ້ມີຜົນສໍາ ເລັດໃນການປັບປຸງ, ຍົກສູງຄຸນນະ ພາບຂອງສະມາຊິກ ປັບປຸງກໍ່ສ້າງ ແລະ ຂະຫຍາຍການຈັດຕັ້ງ ແລະ ກໍ່ສ້າງການຈັດຕັ້ງຄະນະຊາວໜຸ່ມ ຮາກຖານມີຈໍານວນເພີ່ມຂຶ້ນ, ພະ ນັກງານຊາວໜຸ່ມຈໍານວນຫລາຍ ຮັບການບຳລຸງຍົກລະດັບ, ສ້າງ ໂຄງການດໍາເນີນງານ, ສ້າງກົດລະ ບຽບ, ກຳນົດເຄື່ອງໝາຍ ແລະ ເອ ກະສານນິຕິກຳຕ່າງໆ ສາມາດຕອບ ສະໜອງໄດ້ຕາມມະຕິກອງປະຊຸມ ໃຫຍ່ຄັ້ງທີ III ຂອງພັກ ທີ່ກຳນົດ ວ່າ “ຕ້ອງປັບປຸງກໍ່ສ້າງ ແລະ ຂະ ຫຍາຍພັກ ຕິດພັນກັບການບູລະນະ ກົງຈັກ ແລະ ອົງການຈັດຕັ້ງມະ ຫາຊົນ“ທັງໝົດນັ້ນແມ່ນວຽກງານ ທີ່ຈຳເປັນ ແລະ ຮີບດ່ວນຂອງຄະ ນະຂົນຂວາຍສ້າງຕັ້ງຄະນະຊາວ ໜຸ່ມ ເພື່ອກະກຽມໃຫ້ແກ່ການດໍາ ເນີນກອງປະຊຸມໃຫຍ່ຜູ້ແທນຊາວ ໜຸ່ມທົ່ວປະເທດຄັ້ງທີ I. ເອົາເປັນວ່າ ມື້ນີ້ ຂໍສະເໜີໃຫ້ທ່ານຜູ້ອ່ານພຽງ ເທົ່ານີ້ ບົດໜ້າຈຶ່ງຈະມາສະເໜີໃຫ້ ທ່ານຕື່ມ. * ດັ່ງທີ່ຮັບຮູ້ນຳກັນແລ້ວວ່າ ປີນີ້ ເປັນປີທ່ອງທ່ຽວລາວ ຊຶ່ງພັກ-ລັດ ຖະບານ ກໍໄດ້ມີແນວທາງນະໂຍ ບາຍ ໃນການໂຄສະນາສົ່ງເສີມ ການທ່ອງທ່ຽວລາວ ໃຫ້ເປັນທີ່ຮັບ ຮູ້ຢ່າງກວ້າງຂວາງ ເພື່ອດຶງດູດນັກ ທ່ອງທ່ຽວຈາກທົ່ວໂລກ ໃຫ້ເຂົ້າ ມາທ່ຽວປະເທດລາວເຮົາໃຫ້ນັບ ມື້ເພີ່ມຂຶ້ນ ເພື່ອເປັນການສ້າງລາຍ ຮັບໃຫ້ແກ່ປະເທດລາວ ຊຶ່ງການ ໂຄສະນາເຜີຍແຜ່ນັ້ນ ກໍມີຫລາຍ ຊ່ອງທາງຜ່ານສື່ຕ່າງໆ. ແຕ່ໃນນັ້ນ ເຄື່ອງມືທີ່ວ່ອງໄວ ແລະ ທັນສະໄໝ ທີ່ສຸດ ກໍແມ່ນສື່ອອນລາຍ ເພື່ອສາ ມາດເຂົ້າເຖິງກຸ່ມເປົ້າໝາຍໄດ້ຢ່າງ ກວ້າງຂວາງ ຍິ່ງໃນຍຸກປັດຈຸບັນ ທຸກຄົນລ້ວນແຕ່ໃຊ້ສື່ອອນລາຍ ເປັນກິດຈະວັດປະຈຳວັນຢູ່ແລ້ວ ດັ່ງນັ້ນພວກເຮົາຄວນຊ່ວຍກັນເຜີຍ ແຜ່ແຕ່ສິ່ງດີໆ, ສິ່ງທີ່ຈົບໆງາມໆ ຂຶ້ນຫລາຍສົມຄວນ. ດັ່ງທີ່ພວກ ເຮົາເຫັນການລົງຂ່າວ, ຖ່າຍຄຣິບ ວິດີໂອ, ລົງຮູບພາບການເກີດອັກຄີ ໄພ ໃນໂລກອອນລາຍ ໄດ້ປະກົດໃຫ້ ເຫັນມາໂດຍຕະຫລອດ ເຊິ່ງສາ ເຫດການເກີດຂຶ້ນ ຍ້ອນສະພາບ ອາກາດປັດຈຸບັນຮ້ອນອົບເອົ້າ ບວກ ໃສ່ການຊົມໃຊ້ໄຟບໍ່ລະມັດລະວັງ ຈຶ່ງພາໃຫ້ເກີດອັກຄີໄພໄດ້ງ່າຍ ເຊິ່ງ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊັບ ສິນຂອງປະຊາຊົນຜູ້ປະສົບເຄາະ ຮ້າຍຫລາຍສົມຄວນ. ເວົ້າລວມ, ເວົ້າສະເພາະ ຢູ່ນະຄອນຫລວງວຽງ ຈັນ ຫລ້າສຸດພະແນກຕໍາຫລວດສະ ກັດກັ້ນ ແລະ ຕ້ານອັກຄີໄພນະຄອນ ຫລວງໄດ້ໃຫ້ຮູ້ເມື່ອ ບໍ່ດົນມານີ້ວ່າ: ນັບແຕ່ເດືອນມັງກອນເຖິງປັດຈຸ ບັນ, ຢູ່ນະຄອນຫລວງວຽງຈັນ ມີ ອັກຄີໄພເກີດຂຶ້ນຫລາຍກວ່າ 10 ຄັ້ງ. ໃນນີ້, ໄໝ້ເຮືອນ 7 ຫລັງ, ໄໝ້ ລົດ1ຄັນ, ໄໝ້ພັດລົມດູດອາກາດ2 ຄັ້ງ ແລະ ໄໝ້ປ່າ 5 ຄັ້ງ ເຊິ່ງອັກຄີໄພ ດັ່ງກ່າວໄດ້ສ້າງຄວາມເສຍຫາຍ ເປັນມູນຄ່າຫລາຍກວ່າ1ຕື້ກີບແລະ 30 ພັນໂດລາສະຫະລັດ. ຢ່າງໃດ ກໍຕາມຜ່ານການປະເມີນແລ້ວ ເຫັນ ວ່າເຫດການໄຟໄໝ້ມີທ່າອ່ຽງເພີ່ມ ຂຶ້ນ ເມື່ອທຽບໃສ່ໄລຍະດຽວຂອງ ປີຜ່ານມາ ໂດຍສະເພາະແມ່ນໄຟໄໝ້ ປ່າ ເຊິ່ງເກີດຂຶ້ນຫລາຍກວ່າໝູ່ແມ່ນ ຢູ່ເມືອງໄຊທານີ ເນື່ອງຈາກມີເນື້ອ ທີ່ກວ້າງຂວາງ ແລະ ດິນເປົ່າວ່າງ ຫລາຍ ເຮັດໃຫ້ເກີດໄຟໄໝ້ປ່າໄດ້ ງ່າຍ. ອີກຢ່າງໜຶ່ງຍ້ອນຂາດຄວາມ ເອົາໃຈໃສ່ຂອງສັງຄົມຕໍ່ບັນຫາໄຟ ໄໜ້ປ່າ. ນອກຈາກທີ່ກ່າວມານັ້ນແລ້ວ, ພວກເຮົາຍັງເຫັນການລົງ ຄຣິບວິດີ ໂອ ການເກີດອັກຄີໄພຢູ່ຕາມເສັ້ນ ທາງຈຸດຕ່າງໆ ໂດຍສະເພາະຈຸດທີ່ ມີສາຍໂທລະສັບ, ສາຍເຄເບິນ ແລະ ສາຍອື່ນໆ ເປັນຈຸ້ມຢູ່ຕາມເສົາໄຟ ຟ້າມັກເກີດອັກຄີໄພ. ຂະນະທີ່ບາງ ໝໍ້ແບ່ງໄຟຟ້າກໍມັກເກີດໄຟຟ້າລັດ ວົງຈອນຕໍ່ເນື່ອງ. ສາເຫດດັ່ງກ່າວ ເກີດຂຶ້ນຍ້ອນສະພາບອາກາດຮ້ອນ ອົບເອົ້າບວກໃສ່ສາຍໄຟ, ໝໍ້ແບ່ງ ບາງບ່ອນໃຊ້ງານມາດົນໝົດຄຸນ ນະພາບ ຈຶ່ງເກີດອັກຄີໄພໄດ້ງ່າຍ. ດັ່ງກໍລະນີອັກຄີໄພເກີດຂຶ້ນຢູ່ບ້ານ ໂນນຄໍ້ ເມືອງໄຊເສດຖາ ນະຄອນ ຫລວງວຽງຈັນ ເວລາປະມານ 19:30 ນາທີຂອງວັນທີ 8 ເມສາ 2024 ເຮັດໃຫ້ສາຍໄຟຟ້າ, ສາຍ ໂທລະສັບ ແລະ ອື່ນໆ ທີ່ເປັນຈຸ້ມຢູ່ ເສົາໄຟຟ້າໄດ້ເກີດໄຟໄໝ້ລຸກເປັນ ແປວໄຟຢ່າງແຮງ. ຂະນະດຽວກັນກໍ ໄດ້ເກີດອີກກໍລະນີໜຶ່ງຢູ່ກາງເມືອງ ໄຊບົວທອງ ແຂວງຄຳມ່ວນ ອັນໄດ້ ສ້າງຄວາມເສຍຫາຍບໍ່ໜ້ອຍເຊັ່ນ ດຽວກັນ. ດັ່ງທີ່ພວກເຮົາຮູ້ແລ້ວວ່າ: ປັດຈຸ ບັນນີ້ອາກາດຮ້ອນອົບເອົ້າ. ດັ່ງນັ້ນ, ການຊົມໃຊ້ໄຟຟ້າ ຫລື ຟືນໄຟ ເຂົ້າ ໃນການດຳລົງຊີວິດປະຈຳວັນ ນັ້ນ ຕ້ອງມີສະຕິຕະຫລອດເວລາ ເພື່ອ ຫລີກເວັ້ນບັນຫາການສ້າງຄວາມ ເສຍຫາຍຕໍ່ຊັບສິນລວມ ກໍຄືຊັບສິນ ຂອງຄອບຄົວພວກເຮົາ. ພາບປະກອບ ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==