xtgmf]k; 3 11/04/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me -k;|5j , g;]k.f d= wfh Ia [dko/b d/q o s]=j s]v, c]t w;h ;k'.99kd ra d xx ]k; ບົດສະເໜີ ຮິບໂຮມໂດຍ: ພະກາ ,j ;o-n j o.sh r= fu ໂດຍ: ຄ້ອງໃໝ່ Iq fF sq f c]t lkf .orklk]k; * ເນື່ອງໃນໂອກາດ ວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນ ປະຕິວັດ ລາວ ຄົບຮອບ 69 ປີ (14 ເມສາ 1955-14 ເມສາ 2024), ສະ ຫາຍ ພັນໂທ ຫົງທອງ ສີຊານົນ ຮອງຫົວໜ້າຫ້ອງການຊາວໜຸ່ມ ກອງທັບ ໄດ້ໃຫ້ສຳພາດວ່າ: ໃນປະ ຫວັດສາດຂອງຊາດລາວ ເຮົາ ນັບ ແຕ່ມີພັກນໍາພາເປັນຕົ້ນມາ, ຊາວ ໜຸ່ມລາວ ໂດຍສະເພາະແມ່ນຊາວ ໜຸ່ມກອງທັບແຕ່ລະຮຸ່ນໄດ້ຮັບການ ຝຶກຜົນຫລໍ່ຫລອມ-ຮ່ຳຮຽນ ແລະ ໄວ້ວາງໃຈຈາກພັກປະຊາຊົນປະ ຕິວັດລາວ ຈົນໄດ້ນາມມະຍົດວ່າ “ຊາວໜຸ່ມ ເປັນແຂນຂວາຂອງພັກ, ເປັນກະດູກສັນຫລັງຂອງປະເທດ ຊາດ”, ຊາວໜຸ່ມປະຊາຊົນປະຕິວັດ ລາວ ໄດ້ກາຍເປັນກໍາລັງແຮງປະ ຈັນບານຂອງການປະຕິວັດ, ເປັນ ໂຮງຮຽນສຶກສາອົບ ຮົມອຸດົມການ ແລະ ເປັນຜູ້ສືບທອດທີ່ໄວ້ເນື້ອ ເຊື່ອໃຈຂອງພັກ. ສູນກາງພັກໄດ້ຕົກ ລົງສ້າງຕັ້ງ “ຄະນະຊາວໜຸ່ມຕະ ລຸມບອນໃນຖັນແຖວກຳລັງປະ ກອບອາວຸດ ຂຶ້ນໃນວັນທີ 14 ເມສາ 1955” ເຊິ່ງເປັນຕົ້ນກຳເນີດຂອງ “ຍອມຕາຍດີກວ່າຍອມເສຍ ເອກະ ລາດ, ເດັດຂາດບໍ່ຍອມໃຫ້ປະເທດ ຖືກຕັດແບ່ງ ແລະ ຄວາມປອງດອງ ຊາດ ຖືກທໍາລາຍ” ອັນນີ້ແມ່ນຄໍາ ຂວັນຂອງຊາວ ໜຸ່ມລາວ ໃນໄລຍະ ຕໍ່ສູ້ປົດປ່ອຍຊາດ ກາຍເປັນມູນ ເຊື້ອແຫ່ງການຕໍ່ສູ້ຢ່າງອົງອາດກ້າ ຫານ ແລະ ບໍ່ຍອມຈຳນົນ ເພື່ອປົດ ປ່ອຍປະເທດຊາດ ທີ່ຕິດພັນກັບ ຊາວໜຸ່ມກອງທັບຂອງພວກເຮົາ. ພາຍຫລັງປະເທດຊາດໄດ້ຮັບການ ປົດປ່ອຍຢ່າງສົມບູນ ແລະ ສະຖາ ປານາເປັນປະເທດ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975, ຊາວ ໜຸ່ມກອງທັບ ກໍຄື ຊາວໜຸ່ມລາວ ໃນທົ່ວປະເທດກໍໄດ້ຈັດຕັ້ງປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດ ຊາດ ເຊິ່ງເປັນມູນເຊື້ອຂອງຊາວ ໜຸ່ມ ທີ່ຕິດພັນກັບຊາວໜຸ່ມຮຸ່ນປັດຈຸ ບັນ, ນັບແຕ່ປີ 1975-1991 ແມ່ນ ປະຊາຊົນລາວ, ຊາວໜຸ່ມລາວບັນ ດາເຜົ່າ ຢູ່ໃນໄລຍະປັບປຸງປົວແປງ ຮຳບາດ ແຜສົງຄາມ ແລະ ເລີ່ມຕົ້ນ ສ້າງວິຖີຊີວິດໃໝ່ ພາຍໃຕ້ຮົ່ມທຸງ ຂອງພັກ; ນັບແຕ່ປີ 1991 ຈົນມາ ເຖິງປັດຈຸບັນ ແມ່ນໄລຍະຈັດຕັ້ງປະ ຕິບັດແນວທາງການປ່ຽນແປງໃໝ່ ຮອບດ້ານຢ່າງມີຫລັກການຂອງ ພັກ;ຊາວໜຸ່ມກອງທັບໄດ້ເຮັດໜ້າທີ່ ເປັນຮົ້ວຂອງຊາດຢ່າງແຂງແກ່ນ ໝັ້ນໜຽວ, ປົກປ້ອງອຳນາດອະທິ ປະໄຕແລະຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດຊາດໄວ້ໄດ້ຢ່າງໝັ້ນ ຄົງ ດ້ວຍຄໍາຂວັນຂອງກອງທັບທີ່ ວ່າ “ບໍລິສຸດຕໍ່ຊາດຮັບໃຊ້ປະຊາ ຊົນ ຢ່າງສຸດໃຈ, ເສີມຂະຫຍາຍທາດແທ້ ມູນເຊື້ອປະຕິວັດສໍາເລັດທຸກໜ້າທີ່”. ຫົດສົງ ກໍ່ວ່າ “ຫົດ” ເປັນຄໍາກໍາມະໝາຍເຖິງ ເອົານໍ້າຖອກລົງແຕ່ທາງເທິງ, ຫວິດ ນໍ້າໃສ່ໃຫ້ປຽກ ເຊັ່ນ ຫົດຜັກ, ຫົດ ຫຍ້າ, ຫົດຕົ້ນໄມ້, ຮົດ ກໍ່ວ່າ “ຫົດ” ເປັນກໍາມະ ຍັງໝາຍເຖິງ ຫຍໍ້ຕົວເຂົ້າ, ສັ້ນເຂົ້າ ເຊັ່ນ ຄໍສັ້ນ ເອີ້ນ ຄໍຫົດ, ແຂນສັ້ນ ເອີ້ນແຂນຫົດ, ຂາສັ້ນ ເອີ້ນຂາຫົດ “ຫົດ” ເຮັດໜ້າທີ່ ກໍາມະ ຍັງ ໝາຍເຖິງ ພິທີກໍາມຸດທາພິເສກ ຫລື ອະພິເສກ ໃຫ້ເປັນເຈົ້າແຜ່ນດິນ ແລະ ການກະທໍາຖາລາພິເສກ ຄື ການແຕ່ງຕັ້ງໃຫ້ເປັນພະເຖລະໃນ ທາງສົງ ໂດຍການເອົານໍ້າຫອມ ຫລື ນໍ້າສັກສິດສົງໃຫ້. ຄໍາວ່າ ຫົດ ນີ້ ເດີມເປັນ ຮົດ ແຕ່ສ່ວນຫລາຍອອກ ສຽງເປັນ ຫົດ, ເອີ້ນໂຮມກັນ ວ່າຫົດ ສົງ ກໍ່ມີ. “ຫົດ” ເປັນຄໍານາມ ໝາຍເຖິງ ຊື່ກອງບຸນກອງໜຶ່ງ ທີ່ທາງການ ຫລື ເຈົ້າສັດທາຜູ້ຕັ້ງຂຶ້ນ ເພື່ອເຖລາ ພິເສກພະໃຫ້ເປັນ ພະເຖລະ ເອີ້ນ ກອງຫົດ. “ສາດ” ເປັນກໍາມະ ໝາຍເຖິງ ຖອກນໍ້າໝົດແຮງ ເພື່ອໃຫ້ຟົ້ງ ກະຈາຍໄປທາງໜ້າ, ຫວ່ານໄປ ທາງໜ້າ, ໂຍນໃຫ້, ດ່າເຢີ້ຍ, ເວົ້າ ສຽດ. ເປັນຄໍານາມ ໝາຍເຖິງ ເຄື່ອງປູນອນ ແລະ ນັ່ງ ເປັນຜືນ, ຕໍ່າ ຫລື ສານດ້ວຍ ຜື. ປໍກ້ວຍ, ຫຍ້າ, ເສັ້ນຕອກໄມ້ ຫລື ຫວາຍ. ເປັນຄໍາ ນາມ ຕາມເຄົ້າມາຈາກ ພາສາປາລີ ໝາຍເຖິງ ຕໍາລາວິຊາການ, ຄວາມ ຮູ້ວິຊາການຕ່າງໆ. ດັ່ງນັ້ນ ຈຶ່ງນໍາມາສຶກສາຮ່ວມ ກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ. ລະປະເທດ. ບ້ານເຮົາ ຍັງຖືວ່າ ໂຊກດີ, ເຖິງວ່າຫຍຸ້ງຍາກໂດຍ ລວມ, ແຕ່ປະຊາຊົນລ້ວນມີທີ່ອາໄສ ເປັນຂອງຕົນເອງ, ສໍາຄັນກວ່ານັ້ນ ບໍ່ໄດ້ໜີສົງຄາມ ຄືບາງບ່ອນພວມ ເປັນ. ຖືໄດ້ວ່າພວກເຮົາຢູທ່າງທໍາ ມາຫາກິນ, ຈະບໍ່ໃຫ້ມີຫຍັງຫຍຸ້ງຈັກ ດີ້ ມັນເປັນໄປບໍ່ໄດ້ ບໍ່ວ່າໄລຍະປະ ຫວັດໃດໆກໍ່ຕາມ. ການສະຫລອງປີໃໝ່ປີນີ້ ຈຶ່ງ ຄວນຄໍານຶງເຖິງລັກສະນະປະຢັດ ມັດທະມັດ ນໍາ, ເພາະພວກເຮົາຍັງມີ ຫລາຍອັນຕ້ອງສືບຕໍ່ເຮັດຫລັງຈາກ ແລ້ວບັ້ນສະຫລອງປີໃໝ່. ການບໍ່ຟູມ ເຟືອຍ ແມ່ນຈໍາເປັນບໍ່ວ່າສະພາບ ໃດໆ, ຄວາມມ່ວນຊື່ນມັນມີນິຍາມ ບໍ່ຈໍາກັດ, ຄວາມມ່ວນມີທັງຈຸດລວມ ແລະ ສະເພາະ, ສະນັ້ນ ບໍ່ໝາຍວ່າ ປະຢັດບໍ່ມ່ວນ. ການສະຫລອງບົນ ມູນເຊື້ອ ແລະ ຮີດຄອງເພນີອັນດີ ງາມຖືກຕາມສະພາບເງື່ອນໄຂ ແມ່ນສໍາຄັນ ແລະ ມ່ວນຊື່ນຄືກັນ ຫັ້ນລະ. ຢູ່ນະຄອນຫລວງວຽງຈັນ, ເພື່ອ ຮັບປະກັນໃຫ້ການສະຫລອງບຸນປີ ໃໝ່ປີນີ້ ຮັກສາໄດ້ຄວາມສະຫງົບເປັນລະບຽບຮຽບຮ້ອຍ ແລະ ເບີກ ບານມ່ວນຊື່ນ. ຕາມຄໍາສັ່ງຂອງ ເຈົ້າຄອງນະຄອນຫລວງວຽງຈັນ, ສະບັບເລກທີ 01/ຈນວ, ລົງວັນທີ 25 ມີນາ 2024 ກໍ່ກໍານົດຂໍ້ຫ້າມ ອັນທີໜຶ່ງແມ່ນ ຫ້າມຫົດສາດນໍ້າ ເປື້ອນ-ນໍ້າສີ-ນໍ້າຄັນຄາຍ, ຮ່າຍນໍ້າ ຫລື ນໍ້າແຂງໃສ່ຖົງຢາງ ຫລື ພາ ຊະນະອື່ນໆ ດຶກ ແກວ່ງໃສ່ກັນ ຫລື ນໍາໃຊ້ພາຫະນະ ເລາະຫົດສາດນໍ້າ ໃສ່ຄົນທີ່ສັນຈອນຕາມເສັ້ນທາງ ແລະ ຫ້າມລັດທາງ ຫລື ກວມເອົາ ເສັ້ນທາງເປັນບ່ອນຫລິ້ນຕັ້ງຈຸດສີດ ນໍ້າ ຫລື ຫົດນໍ້າກັນ; ອັນທີສອງແມ່ນ ຫ້າມ ນຸ່ງເຄື່ອງໂປ້ເປືອຍ ຢູ່ບໍລິເວນ ວັດວາອາຮາມ, ສະຖານທີ່ສັກກະ ລະບູຊາ ແລະ ຢູ່ສະຖານທີ່ສາທາ ລະນະຕ່າງໆ; ອັນທີສາມແມ່ນ ຫ້າມ ຈັດງານສະແດງຄອນເສີດ ຕ່າງໆທີ່ທາງການບໍ່ໄດ້ອະນຸຍາດ ແລະ ເປີດສຽງເນືອງນັນ ຢູ່ໃກ້ໂຮງ ໝໍ ຫລື ຊຸມຊົນໜາແໜ້ນ, ຂອບເຂດ ເສັ້ນທາງຄົນຍ່າງ (ຟຸດບາດ) ຫລື ໜ້າບ້ານ, ເຮືອນຂອງຕົນເອງທີ່ສົ່ງ ສຽງລົບກວນຜູ້ເຈັບປ່ວຍ, ຜູ້ອາຍຸ ສູງ ແລະ ເດັກນ້ອຍ, ໂດຍສະເພາະ ໃຫ້ປະຕິບັດຕາມຂໍ້ຕົກລົງຂອງເຈົ້າ ຄອງນະຄອນຫລວງວຽງຈັນ ເລກ ທີ 620/ຈນວ, ລົງວັນທີ 29 ກັນ ຍາ 2020 ວ່າດ້ວຍການຄວບຄຸມ ສຽງເນືອງນັນ; ອັນທີສີ່ແມ່ນຫ້າມ * ໃກ້ຮອດບຸນຮົດນໍ້າ ປີໃໝ່ ລາວ. ປີນີ້ ຜູ້ເປັນພະນັກງານ-ລັດ ຖະກອນ-ກໍາມະກອນ...ຫລາຍຄົນ ອາດດີໃຈ ຈະໄດ້ພັກຫລາຍມື້ເພາະ ມີມື້ພັກຊົດເຊີຍອີກສອງວັນ, ລວມ ແລ້ວພັກວຽກເປັນ 6 ວັນ. ແຕ່ບາງ ທ່ານອາດຈະບໍ່ໄດ້ພັກເຖິງປານນັ້ນ ເພາະພົວພັນໜ້າທີ່ວຽກງານທີ່ຕ້ອງ ປະຈໍາການ. ບົດໃນຄໍລໍາ ຮັກພາສາ ລາວ ກໍ່ເລີຍນໍາເອົາບາງຄໍາສັບທີ່ມີ ສ່ວນຕິດພັນກັບການໃຊ້ນໍ້າມາທົບ ທວນນໍາກັນ. ຄໍາ: “ຮົດ” ເປັນຄໍາກໍາມະ ຫລື ກິລິຍາ ໝາຍເຖິງ ຮົດສົງ, ໂສດ ສົງ, ສົງນໍ້າຄູບາອາຈານ, ສົງນໍ້າຜູ້ ໃຫຍ່ອາວຸດໂສ...ເອີ້ນ ຮົດສົງ. * ມື້ຮື ກໍ່ເຂົ້າສູ່ເທສະການສະ ຫລອງສົ່ງທ້າຍປີເກົ່າ ຕ້ອນຮັບປີ ໃໝ່ລາວ ພ.ສ 2567 ແລ້ວ, ນັບ ແຕ່ທ້າຍອາທິດແລ້ວມາອາທິດນີ້ ຍິນມາວ່າຫລາຍສໍານັກງານ ຫ້ອງ ການ ແລະ ຄອບຄົວ ໄດ້ສັງສັນສາ ມັກຄີກັນລ່ວງໜ້າແດ່ແລ້ວ ເພື່ອວ່າ ໃນໄລຍະສະຫລອງບຸນແທ້ໆ ຕ່າງ ຄົນໄປຕາມເປົ້າໝາຍໃຜລາວ, ເປັນການໝູນໃຊ້ກາລະໂອກາດ ອັນອໍານວຍ ໄດ້ທັງຮີດຄອງ ແລະ ຄວາມສາມັກຄີ. ການສະຫລອງປີໃໝ່ລາວທຸກປີ ເຕັມໄປດ້ວຍບັນຍາກາດຄຶກຄື້ນ ມ່ວນຊື່ນ, ຮອດຍາມນີ້ມາ ຜູ້ໃດກໍ່ສູ້ ຊົນໃຫ້ສາມາດເຕົ້າໂຮມຍາດຕິພີ່ ນ້ອງ ເພື່ອນມິດສະຫາຍ ໃຫ້ໄດ້ມີໂອ ກາດຮ່ວມພົບປະສັງສັນຕາມເງື່ອນ ໄຂຮັກສາໄວ້ມູນເຊື້ອຮີດຄອງປະເພ ນີແລະວັດທະນະທໍາອັນດີງາມຂອງ ຊາດ. ຖືໂອກາດນີ້ ສົມມາຄາລະວະ ພໍ່ຕູ້ແມ່ນາຍ,ພໍ່ແມ່ເຖົ້າແກ່ຜູ້ອາວຸໂສ ກໍ່ຄືຜູ້ທີ່ເຮົານັບຖື ແລະ ອວຍພອນ ປີໃໝ່ ເຊິ່ງກັນ ແລະ ກັນ. ປີນີ້ ສະພາບເສດຖະກິດພາຍໃນ ປະເທດ ຍັງຢູ່ໃນໄລຍະສູ້ຊົນຜ່ານ ຜ່າຄວາມຫຍຸ້ງຍາກ ອັນໄດ້ຮັບຜົນ ກະທົບຈາກສະພາບສາກົນທີ່ບໍ່ອາດ ປະຕິເສດໄດ້, ທຸກປະເທດກະທົບ ໝົດ, ຕ່າງແຕ່ໜັກ-ເບົາ ບໍ່ຄືກັນ ອີງໃສ່ພື້ນຖານເສດຖະກິດຂອງແຕ່ ຈູດໝາກກະໂພກ ແລະ ກໍ່ສຽງແຕກ ຢ່າງເດັດຂາດ ຕາມຄໍາສັ່ງຂອງ ເຈົ້າຄອງນະຄອນຫລວງວຽງຈັນ ສະບັບເລກທີ 01/ຈນວ, ລົງວັນ ທີ 16 ມັງກອນ 2023; ອັນທີຫ້າ ແມ່ນຫ້າມຜູ້ຂັບລົດ ດື່ມເຄື່ອງດື່ມ ທີ່ມີທາດເຫລົ້າ ແລະ ເສບສິ່ງມຶນ ເມົາແລ້ວຂັບລົດແລະຫ້າມຈໍາໜ່າຍ ເຄື່ອງດື່ມທີ່ມີທາດເຫລົ້າ ແລະ ສິ່ງ ມຶນເມົາ ຢູ່ຕາມວັດວາອາຮາມ ແລະ ສະຖານທີ່ສັກກາລະບູຊາ; ອັນທີຫົກ ແມ່ນຫ້າມບຸກຄົນ, ນິນິບຸກຄົນ ກໍ່ຄື ຮ້ານຄ້າ, ຕະຫລາດກັກຕຸນສິນຄ້າ, ສວຍໂອກາດຂຶ້ນລາຄາສິນຄ້າ, ຈໍາ ໜ່າຍສິນຄ້າ ບໍ່ໄດ້ມາດຕະຖານ, ເຊື່ອມຄຸນນະພາບ ຫລື ໝົດອາຍຸ ເປັນການເອົາປຽບ ຫລື ເປັນອັນຕະ ລາຍ ຕໍ່ຜູ້ບໍລິໂພກ ແລະ ອັນທີເຈັດ ແມ່ນຫ້າມບຸກຄົນ ນໍາເອົາຍານພາ ຫະນະທຸກຊະນິດລົງໄປເຄື່ອນໄຫວ ຢູ່ຕາມຫາດຊາຍຕາມລໍາແມ່ນໍ້າ ຂອງຢ່າງເດັດຂາດ (ຍົກເວັ້ນພາ ຫະນະກູ້ໄພ, ພາຫະນະຮັບໃຊ້ວຽກ ງານ ປກຊ-ປກສ). ຕາມຄວາມເຫັນ, ບັນດາຂໍ້ຫ້າມ ລ້ວນແລ້ວແຕ່ເພື່ອຮັບປະກັນຄວາມ ສະຫງົບ-ເປັນລະບຽບຮຽບຮ້ອຍ ແລະ ເບີກບານມ່ວນຊື່ນ. ຖ້າຂາດຂໍ້ ຫ້າມ, ການປະພຶດຂອງຄົນມັກເລີຍ ເຖືອດ. ຂໍ້ຫ້າມເຫລົ່ານີ້ບໍ່ມີຫຍັງຈໍາ ກັດຄວາມເບີກບານມ່ວນຊື່ນ. ເວົ້າ ກ່ຽວເຖິງນໍ້າເມົາພາມ່ວນນັ້ນຍິ່ງ ຕ້ອງມີການວາງຂອບ ແລະ ມີຂໍ້ ຫ້າມເອົາໄວ້, ບໍ່ດັ່ງນັ້ນທ່າມກາງ ຄວາມເບີກບານມ່ວນຊື່ນ ອາດຖືກ ບັນຍາດກາດອື່ນທີ່ບໍ່ເພິ່ງປາຖະໜາ ມາແທນ (ການອາລະວາດຜິດ ຖຽງ, ອຸບັດເຫດ...) ຖ້າເພິ່ງແຕ່ ນໍ້າເມົາ ຈຶ່ງມ່ວນ. ເບີກບານມ່ວນ ຊື່ນຢ່າງພໍດີພໍງາມ ໃນໂອກາດສະ ຫລອງປີໃໝ່ປີນີ້ເດີທຸກໆທ່ານ. ຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວໃນປັດຈຸບັນ, ການກຳເນີດເກີດ ຂຶ້ນດັ່ງກ່າວ, ເປັນບາດລ້ຽວ ສໍາຄັນ ໃນຊີວິດການເມືອງ-ສັງຄົມ ຂອງ ຂະບວນການວຽກງານຊາວໜຸ່ມ ໂດຍສະເພາະແມ່ນຊາວໜຸ່ມ ໃນ ກອງທັບຂອງພວກເຮົາ. ສະຫາຍ ພັນໂທ ຫົງທອງ ສີຊານົນ ຮອງຫົວໜ້າຫ້ອງການ ຊາວໜຸ່ມກອງທັບໃຫ້ຮູ້ອີກວ່າ:ຜ່ານ ການເຄື່ອນໄຫວພາຍໃຕ້ການນໍາ ພາຂອງພັກປະຊາຊົນປະຕິວັດ ລາວ, ຄະນະຊາວໜຸ່ມປະຊາຊົນປະ ຕິວັດລາວ ເວົ້າສະເພາະແມ່ນຊາວ ໜຸ່ມກອງທັບ ໄດ້ຜ່ານຜ່າການຝຶກ ຝົນຫລໍ່ຫລອມ, ທົດສອບໃນເປວໄຟ ປະຕິວັດແລະ ເຕີບໃຫຍ່ຂະຫຍາຍຕົວ ເປັນກ້າວໆມາ. ສະມາຊິກຊາວໜຸ່ມ ກອງທັບໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ອຸປະສັກນາໆປະການ, ຫລາຍ ສະຫາຍ ໄດ້ເສຍສະຫລະຊີວິດ, ເລືອດເນື້ອເຫື່ອແຮງ ແລະ ສະຕິປັນ ຍາຂອງຕົນ ເຂົ້າໃນການຕໍ່ສູ້ປົດ ປ່ອຍຊາດ ດ້ວຍຄໍາຂວັນທີ່ວ່າ: ພາບປະກອບ ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==