lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 11/04/2024 xtgmf]k; ໄລຍະບຸນປີໃໝ່ລາວ... ຮອງປະທານປະເທດ ເນັ້ນໃຫ້... ໄຂກອງປະຊຸມປະທານ... ສະຫລອງວັນສ້າງຕັ້ງ... ແນະນຳການຊຳລະເງິນ... ນາຍົກລັດຖະມົນຕີ ໃຫ້ທິດ... ມາດຕະຖານເຕັກນິກ, ມີຄວາມທົນ ທານຕໍ່ການປ່ຽນແປງສະພາບດິນ ຟ້າອາກາດ, ມີຄວາມຍືນຍົງ ແລະ ຮັບປະກັນຕໍ່ການອຳນວຍຄວາມ ສະດວກໃນການພັດທະນາເສດຖະ ກິດແຫ່ງຊາດ ກໍຄື ອຳນວຍຄວາມ ສະດວກ ໃຫ້ແກ່ປະຊາຊົນບັນດາ ເຜົ່າໃນການດໍາລົງຊີວິດ, ການຂົນ ສົ່ງສິນຄ້າ, ການໄປມາຫາສູ່ເຊິ່ງກັນ ແລະ ກັນ. ຄຽງຄູ່ກັນນັ້ນກໍລະດົມພາກ ສ່ວນຕ່າງໆ ເປັນເຈົ້າການມີສ່ວນ ຮ່ວມປະກອບສ່ວນເຂົ້າໃນການພັດ ທະນາ, ຄຸ້ມຄອງນໍາໃຊ້ ແລະ ປັບປຸງ ເສັ້ນທາງ ໃຫ້ໄດ້ມາດຕະຖານ; ເອົາ ໃຈໃສ່ພັດທະນາລະບົບການຂົນສົ່ງ ສາທາລະນະ ແລະ ໂລຈິດສະຕິກ ໃຫ້ກາຍເປັນລະບົບທີ່ທັນສະໄໝ ແລະ ລວມສູນ, ນິຕິກຳໃດທີ່ເຫັນວ່າ ບໍ່ສອດຄ່ອງກໍ່ໃຫ້ຮີບຮ້ອນຄົ້ນຄວ້າ ແລະ ປັບປຸງໃຫ້ທັນການ; ເອົາໃຈ ໃສ່ຄຸ້ມຄອງການຈັດຕັ້ງປະຕິບັດຜັງ ເມືອງ ແລະ ການຄຸ້ມຄອງສິ່ງປຸກ ສ້າງຢ່າງເຂັ້ມງວດເພື່ອເຮັດໃຫ້ການ ພັດທະນາຕົວເມືອງ ຕິດພັນກັບການ ພັດທະນາໂຄງລ່າງເປັນມິດກັບສິ່ງ ແວດລ້ອມກ້າວໄປສູ່ການສ້າງຕົວ ເມືອງທີ່ໜ້າຢູ່, ທັນສະໄໝ ແລະ ມີ ຄວາມເປັນລະບຽບຮຽບຮ້ອຍ; ສຸມ ໃສ່ການຫັນເປັນທັນສະໄໝ ແລະ ຮັບປະກັນຄວາມປອດໄພການບິນ ຕາມຍຸດທະສາດທີ່ກະຊວງວາງໄວ້ ໂດຍສະເພາະວຽກງານຮັບປະກັນ ຄວາມປອດໄພແລະປ້ອງກັນຄວາມ ປອດໄພການບິນ ໃຫ້ໄດ້ມາດຕະ ຖານຂອງອົງການການບິນພົນລະ ເຮືອນສາກົນ (ICAO); ສືບຕໍ່ຄົ້ນ ຄວ້າສ້າງແຜນຍຸດທະສາດຂະແໜງ ການບິນ ໂດຍນໍາໃຊ້ເຄື່ອງມືທີ່ທັນ ສະໄໝເຂົ້າໃນການຄຸ້ມຄອງບໍລິ ຫານຮັບປະກັນການສື່ສານເຊື່ອມ ໂຍງເຊື່ອມຈອດກັບສາກົນ ແລະ ພາກພື້ນ. ພ້ອມນັ້ນ ໃນຕໍ່ໜ້າໃຫ້ຄົ້ນ ຄວ້າສ້າງແຜນປັບປຸງຍົກລະດັບ ແລະ ແຜນກໍ່ສ້າງສະໜາມບິນພາຍ ໃນປະເທດຕາມເງື່ອນໄຂທີ່ມີຄວາມ ເໝາະສົມ, ຄົ້ນຄວ້າບັນດາສະໜາມ ບິນພາຍໃນປະເທດທີ່ມີເງື່ອນໄຂ ເພື່ອກໍານົດເປັນສະໜາມບິນສາກົນ, ຄຽງຄູ່ກັບການສ້າງ ແລະ ພັດທະ ນາບຸກຄະລາກອນໃນຂົງເຂດວຽກ ງານດັ່ງກ່າວໃຫ້ເປັນມືອາຊີບ ແລະ ມີຄວາມຮັບຜິດຊອບດ້ານຕ່າງໆ; ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະ ນາ 5 ປີ ຂອງຕົນແຕ່ນີ້ຮອດທ້າຍສະ ໄໝ ປີ 2025 ຢ່າງມີຈຸດສຸມເພື່ອປະ ກອບສ່ວນເຂົ້າໃນແຜນພັດທະນາ ເສດຖະກິດສັງຄົມແຫ່ງຊາດໃຫ້ບັນ ລຸເປົ້າໝາຍທີ່ວາງໄວ້ ໂດຍສະເພາະ ສຸມໃສ່ຈັດຕັ້ງປະຕິບັດໂຄງການທີ່ ລົງທຶນໄປແລ້ວ ໃຫ້ໄດ້ຮັບການຈັດ ຕັ້ງປະຕິບັດຢ່າງມີປະສິດທິຜົນ ແລະ ສໍາເລັດຕາມແຜນການ ພ້ອມທັງ ຄົ້ນຄວ້າພິຈາລະນາຄືນຢ່າງເຂັ້ມ ງວດຕໍ່ກັບສັນຍາສໍາປະທານບັນດາ ໂຄງການທີ່ບໍ່ມີປະສິດທິຜົນຫລີກ ລ່ຽງການຈັບຈອງໂຄງການ ແລະ ເປີດໂອກາດໃຫ້ນັກລົງທຶນທັງພາຍ ໃນ ແລະ ຕ່າງປະເທດ ທີ່ມີທ່າແຮງ ໄດ້ປະກອບສ່ວນຢ່າງເປັນຮູບປະທໍາ ແລະ ມີຜົນສໍາເລັດ. ພ້ອມກັນນີ້, ທ່ານນາຍົກລັດຖະ ມົນຕີ ຍັງໄດ້ນໍາເອົາບາງເນື້ອໃນຈິດ ໃຈທິດຊີ້ນໍາຂອງສະຫາຍເລຂາທິ ການໃຫຍ່, ປະທານປະເທດ ທີ່ໄດ້ໂອ້ ລົມຊີ້ນໍາຕໍ່ກັບວຽກງານການເງິນ ທົ່ວປະເທດ ປະຈຳປີ 2023 ແລະ ທິດທາງແຜນການ ປີ 2024 ກ່ຽວ ກັບແນວທາງນະໂຍບາຍຂອງພັກ, ຈະໄດ້ເລັ່ງລັດການວາງນະໂຍບາຍ ຫັນປະເທດເຮົາ, ລະບົບເສດຖະກິດ ຂອງຊາດເຮົາ ຈາກລະບອບເສດ ຖະກິດ ທີ່ເຕັມໄປດ້ວຍຄວາມເພິ່ງ ພາ, ເອື່ອຍອີງໃຫ້ກ້າວໄປສູ່ລະບົບ ແລະ ລະບອບກາຍເປັນເຈົ້າຕົນເອງ ຢ່າງມີບາດກ້າວເດີນທີ່ໜັກແໜ້ນ ຫລື ເອີ້ນວ່າລະບົບ, ລະບອບ “ເສດ ຖະກິດເອກະລາດ, ເປັນເຈົ້າຕົນ ເອງ” (ສອຈ). ໃນໂອກາດນີ້, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ກໍໄດ້ ລາຍງານ ໃຫ້ຊາບໂດຍຫຍໍ້ວ່າ: ກອງປະຊຸມວຽກງານໂຍທາທິການ ແລະ ຂົນສົ່ງ ທົ່ວປະເທດ ປະຈຳປີ 2023 ໄດ້ຈັດຂຶ້ນ ເພື່ອຮັບຟັງລາຍ ງານການຈັດຕັ້ງປະຕິບັດວຽກງານ ພົ້ນເດັ່ນ ປະຈໍາປີ 2023, ສະຫລຸບ ການຈັດຕັ້ງປະຕິບັດແຜນພັດທະ ນາ 5ປີ(2021-2025), ທິດທາງ ແຜນການ ປີ 2024 ແລະ ທ້າຍສະ ໄໝຮອດປີ 2025 ຂອງກະຊວງ ໂຍທາທິການ ແລະ ຂົນສົ່ງຕິດພັນ ກັບການຈັດຕັ້ງປະຕິບັດວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂຄວາມ ຫຍຸ້ງຍາກທາງດ້ານເສດຖະກິດການເງິນ; ຮັບຟັງລາຍງານການຈັດ ຕັ້ງປະຕິບັດວຽກງານສາມສ້າງ ຂອງຂະແໜງການໂຍທາທິການ ແລະຂົນສົ່ງ.ພ້ອມກັນນັ້ນກໍຄົ້ນຄວ້າ, ປຶກສາຫາລື ແລະ ເປັນເອກະພາບ ໃນການແກ້ໄຂບັນຫາທີ່ພົ້ນເດັ່ນ ຂອງຂະແໜງການໂຍທາທິການ ແລະ ຂົນສົ່ງຕິດພັນກັບ 5 ຫົວຂໍ້ ເປັນ ຕົ້ນ ການຄຸ້ມຄອງນໍ້າໜັກລົດບັນທຸກ ຕິດພັນກັບການບູລະນະຮັກສາ ແລະ ສ້ອມແປງເສັ້ນທາງຫລວງ; ການ ຄຸ້ມຄອງການຂົນສົ່ງທາງບົກລະ ຫວ່າງປະເທດ; ການຄຸ້ມຄອງຄວາມ ປອດໄພ ແລະ ປ້ອງກັນຄວາມປອດ ໄພການບິນ; ການຈັດຕັ້ງປະຕິບັດ ແຜນຜັງຕົວເມືອງ ແລະ ການຄຸ້ມ ຄອງການປຸກສ້າງ ແລະ ການສ້າງ ແຜນດໍາເນີນທຸລະກິດໃຫ້ແກ່ລັດວິ ສາຫະກິດນໍ້າປະປາ ເພື່ອໃຫ້ມີຄວາມ ຍືນຍົງ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ເຄື່ອນທີ່ແທນການຊໍາລະເງິນສົດ ເພື່ອອໍານວຍຄວາມສະດວກໃຫ້ແກ່ ນັກທ່ອງທ່ຽວທີ່ມາທ່ຽວ ສປ ຈີນ ດ້ວຍການພັດທະນາລະບົບຊໍາລະ ຕ່າງໆລວມມີການຈ່າຍເງິນຜ່ານໂທ ລະສັບມືຖື ຈົນເຖິງບັດທະນາຄານ ແລະເງິນສົດ.ໃນນັ້ນ,ປະກອບມີການ ໃຊ້ບັດຊໍາລະ, ການຊໍາລະເຄື່ອນ ທີ່, ການໃຊ້ເງິນສົດ ແລະ ການແລກ ປ່ຽນ. ສຳລັບທຸລະກໍາຮູດບັດເພື່ອຊໍາ ລະພາຍໃນປະເທດຈີນສາມາດຮອງ ຮັບບັດ Unionpay, Visa, Mastercard, American Expess ແລະ JCB ເຊິ່ງສາມາດນໍາໃຊ້ບັດ ເຫລົ່ານີ້ ລວມເຖິງບັດ Virtual Card ເຂົ້າໃນການຊໍາລະຄ່າບໍລິ ການກັບໂຮງແຮມ ແລະ ຮ້ານຄ້າ ທົ່ວໄປໃນປະເທດຈີນ. ສ່ວນການ ໃຊ້ບັດຖອນເງິນ ສາມາດຮອງຮັບ ການຖອນເງິນສົດ ແລະ ກວດຍອດ ເງິນຈາກຕູ້ ATM ໄດ້ຕະຫລອດ 24 ຊົ່ວໂມງ ດ້ວຍບັດ Unionpay, Visa, Mastercard, American Express, JCB. ຢ່າງໃດກໍຕາມຫາກທ່ານຖືບັດ ຂອງທະນາຄານແຫ່ງປະເທດຈີນ ສາຂານະຄອນຫລວງວຽງຈັນ ສາມາດນຳໄປກົດເງິນສົດ, ກວດ ຍອດເງິນ ແລະ ຮູດບັດຊໍາລະທີ່ປະ ເທດຈີນໄດ້ ເຊິ່ງບັດດັ່ງກ່າວ, ມີວົງ ເງິນຖອນເງິນສົດຕໍ່ວັນ 10.000 ຢວນ ແລະ ວົງເງິນຮູດບັດຊຳລະຕໍ່ ວັນ 50.000 ຢວນ. ປັດຈຸບັນປະຊາຊົນພາຍໃນປະ ເທດຈີນ ຫລາຍກວ່າ 90% ນໍາ ໃຊ້ການຊໍາລະແບບເຄື່ອນທີ່, ຜ່ານ ຊ່ອງທາງ Wechat, Alipay, Unionpay Qr. ພາບ: ຂັນໄຊ ທານປະເທດໄດ້ພົບປະໂອ້ລົມຫລາຍ ບັນຫາສຳຄັນຕໍ່ຄະນະພັກ, ຄະນະນໍາ ແລະ ພະນັກງານຫລັກແຫລ່ງ ພາຍ ໃນແຂວງ ໂດຍມີ ສະຫາຍ ຄຳພັນ ສິດທິດຳພາ ເລຂາພັກແຂວງ, ເຈົ້າ ແຂວງວຽງຈັນ ໃຫ້ການຕ້ອນຮັບ. ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ເນັ້ນໃຫ້ສືບຕໍ່ເຄື່ອນ ໄຫວເຮັດວຽກງານການເມືອງແນວຄິດ ແກ່ບັນດາພະນັກງານສະ ມາຊິກພັກ, ທະຫານ, ຕຳຫລວດ ລວມເຖິງພໍ່ແມ່ປະຊາຊົນບັນດາເຜົ່າ ໃຫ້ແຂງແຮງ, ເລິກເຊິ່ງແລະທົ່ວເຖິງ ກວ່າເກົ່າ, ຖືວຽກງານນີ້ເປັນກົກ ຕິດ ພັນກັບຂະບວນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ, ປັບປຸງລະບົບການເມືອງຢູ່ຮາກ ຖານ, ລະບອບແບບແຜນວິທີເຮັດ ວຽກ ແລະ ການແກ້ໄຂບັນຫາຕ່າງໆ ທີ່ເກີດຂຶ້ນໃນກົງຈັກພັກ-ພະນັກ ງານຢູ່ຮາກຖານແຕ່ລະບ່ອນ ເພື່ອ ສ້າງຄວາມເຂັ້ມແຂງ ແລະ ເພີ່ມ ຄວາມເຊື່ອໝັ້ນຕໍ່ການນໍາພາຂອງ ຄະນະພັກແຕ່ລະຂັ້ນຕໍ່ມະຫາຊົນໃຫ້ ສູງຂຶ້ນ; ຖືວຽກງານພັດທະນາເສດ ຖະກິດເປັນໃຈກາງ, ປະຕິບັດນະໂຍ ບາຍຊຸກຍູ້ສົ່ງເສີມເສດຖະກິດຂອງ ປະຊາຊົນໃຫ້ແຂງແຮງກວ່າເກົ່າ ໂດຍສະເພາະນະໂຍບາຍການພັດ ທະນາຕາມແລວເສດຖະກິດ 443 ຂອງແຂວງ ທີ່ກໍານົດອອກ ໃຫ້ປະ ກົດຜົນເປັນຈິງ ເພື່ອຍົກລະດັບເສດ ຖະກິດຂອງແຂວງ ກໍຄື ຍົກລະດັບ ລາຍຮັບຂອງປະຊາຊົນໃຫ້ສູງຂຶ້ນ ກວ່າເກົ່າ, ເອົາໃຈໃສ່ສົ່ງເສີມບັນດາ ຫົວໜ່ວຍທຸລະກິດຂະໜາດນ້ອຍ, ຂະໜາດກາງ ແລະ ຈຸລະວິສາຫະ ກິດ ກໍຄື ການຈັດຕັ້ງກຸ່ມການຜະ ລິດຂອງຄອບຄົວປະຊາຊົນຢູ່ຮາກ ຖານໃຫ້ມີການຂະຫຍາຍຕົວທີ່ເຂັ້ມ ແຂງ; ນຳໃຊ້ທ່າແຮງດ້ານເສັ້ນທາງ ຄົມມະນາຄົມທີ່ສະດວກສະບາຍທີ່ ແຂວງມີສ້າງເງື່ອນໄຂເຂົ້າໃນການ ກະຕຸກຊຸກຍູ້ການພັດທະນາເສດຖະ ກິດຂອງແຂວງໃຫ້ດີຂຶ້ນ, ສຸມໃສ່ ການຜະລິດເປັນສິນຄ້າ ເພື່ອສົ່ງ ອອກໃຫ້ຫລາຍໆ. ພ້ອມນັ້ນ, ກໍໃຫ້ ເອົາໃຈໃສ່ການກໍ່ສ້າງ ແລະ ຍົກລະ ດັບເສັ້ນທາງເຂົ້າເຖິງບັນດາບ້ານ ເຂດຫ່າງໄກສອກຫລີກໃຫ້ທຽວ ໄດ້ສະດວກ, ດີກວ່າເກົ່າ ເພື່ອແກ້ໄຂ ຄວາມແຕກໂຕນກັນລະຫວ່າງຕົວ ເມືອງກັບຊົນນະບົດໃຫ້ໃກ້ຄຽງກັນ ທີ່ສຸດ; ສຸມໃສ່ຈັດຕັ້ງປະຕິບັດບັນດາ ຄາດໝາຍສະຫັດສະວັດ ຂອງການ ພັດທະນາ ແລະ ຄາດໝາຍການພັດ ທະນາແບບຍືນຍົງຕາມແຜນທີ່ວາງ ໄວ້; ສືບຕໍ່ພັດທະນາດ້ານການຮຽນການສອນໃຫ້ສູງຂຶ້ນພ້ອມທັງຊຸກ ຍູ້ໃຫ້ພໍ່ແມ່ປະຊາຊົນຊຸກຍູ້ສົ່ງເສີມ ລູກຫລານເຂົ້າຮຽນຢ່າງເປັນປົກກະ ຕິ, ສຸມໃສ່ແກ້ໄຂບັນຫາການປະລະ ການຮຽນ-ການສອນຢູ່ຂັ້ນຮາກ ຖານ; ໃຫ້ຖືເອົາການປັບປຸງກໍ່ສ້າງ ແລະ ການພັດທະນາຄົນເປັນຫລັກ. ພ້ອມກັນນີ້, ກໍໃຫ້ເພີ່ມທະວີການ ຫັນເອົາພະນັກງານລົງກໍ່ສ້າງຮາກ ຖານການເມືອງ, ພັດທະນາຊົນນະ ບົດຮອບດ້ານແກ້ໄຂຄວາມທຸກຍາກ ແລະ ເຮັດວຽກງານ 3 ສ້າງເປົ້າ ໝາຍສ້າງໃຫ້ກາຍເປັນຮຸ່ນສືບທອດ ທີ່ມີຄວາມໜັກແໜ້ນທາງດ້ານຄຸນ ທາດການເມືອງ, ຄຸນສົມບັດສິນທໍາ ປະຕິວັດ ແລະ ມີປະສົບການນໍາພາ ເຮັດວຽກຕົວຈິງຢູ່ຮາກຖານ; ຕ້ອງ ໄດ້ເລືອກເຟັ້ນເອົາຜູ້ທີ່ມີຄວາມຮູ້ ຄວາມສາມາດ, ມີຄວາມຮັບຜິດ ຊອບສູງ, ມີເສຍສະຫລະຮັບໃຊ້ປະ ຊາຊົນ ແລະ ເພື່ອສ່ວນລວມແທ້ເຊິ່ງ ການຫັນພະນັກງານລົງຮາກຖານ ຕ້ອງຕິດພັນກັບການກະກຽມໃຫ້ ແກ່ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ເພີ່ມທະວີວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບທົ່ວປວງຊົນຮອບດ້ານຕິດພັນ ກັບການຈັດຕັ້ງປະຕິບັດວາລະແຫ່ງ ຊາດກ່ຽວກັບການແກ້ໄຂບັນຫາຢາ ເສບຕິດ ແລະ ບັນຫາຫຍໍ້ທໍ້ອື່ນໆໃນ ສັງຄົມລວມທັງຄວາມເປັນລະບຽບ ຮຽບຮ້ອຍຕາມຊາຍແດນ, ສົມທົບ ແໜ້ນກັບກໍາລັງຫລວງ, ເອົາໃຈໃສ່ ສ້າງກໍາລັງທ້ອງຖິ່ນລວມທັງກອງ ຫລອນໃຫ້ເຂັ້ມແຂງຕາມທິດນໍາ ການສ້າງທ່າສະໜາມສາມຂັ້ນເພື່ອ ຄໍ້າປະກັນຄວາມສະຫງົບ ແລະ ຄວາມປອດໄພຂອງສັງຄົມແຕ່ຮາກ ຖານຂຶ້ນມາ, ສ້າງຄວາມເຊື່ອໝັ້ນ ໃຫ້ປະຊາຊົນພ້ອມທັງປຸກລະດົມທຸກ ຊັ້ນຄົນ ເຂົ້າຮ່ວມວຽກງານນີ້ຢ່າງ ຕັ້ງໜ້າ;ຖືສໍາຄັນການກໍ່ສ້າງພັກແລະ ປັບປຸງຕົນເອງຕາມ 5 ຫລັກການ ແລະ 3 ທິດນໍາ ເປັນຂອດຕັດສິນ ໃນວຽກງານປັບປຸງພັກ; ເພີ່ມທະວີ ວຽກງານຕິດຕາມ, ກວດກາ ແລະ ເດັດດ່ຽວແກ້ໄຂພະຍາດອາດຍາ ສິດ, ປະກົດການຫຍໍ້ທໍ້, ສໍ້ລາດບັງ ຫລວງຂອງບຸກຄົນໃນຄະນະພັກ ແລະ ສະມາຊິກພັກ, ຮັບປະກັນໃຫ້ ເປັນແບບຢ່າງນໍາໜ້າຂອງຜູ້ເປັນ ຫົວໜ້າຂອງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດ ຕັ້ງມະຫາຊົນໃນແຕ່ລະຂັ້ນ; ຊີ້ນຳ ການທົບທວນແລະ ປະເມີນຄືນການ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ຂອງຄະນະພັກແຕ່ລະຂັ້ນ ໂດຍ ສະເພາະກອງປະຊຸມໃຫຍ່ຂອງອົງ ຄະນະພັກຂັ້ນເມືອງ, ແຂວງຕິດພັນ ກັບການປັບປຸງພັກ, ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຢູ່ແຕ່ລະຂັ້ນໃຫ້ມີຄຸນນະພາບ. ຂອງທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງ ຊາດ ແຫ່ງ ສປປ ລາວ, ມີປະທານ ແນວໂຮມຈຳປູເຈຍ, ປະທານແນວ ໂຮມຫວຽດນາມ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ ເພື່ອພ້ອມກັນ ຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ, ມີການແລກປ່ຽນຂໍ້ມູນຂ່າວສານ, ປະສົບການ, ບົດຮຽນ ແລະ ພຶດຕິກໍາ ທີ່ດີກ່ຽວກັບການປະຕິບັດບົດບັນ ທຶກການຮ່ວມມືສາມຝ່າຍໃນໄລຍະ ຜ່ານມາ. ທ່ານ ສິນລະວົງ ຄຸດໄພທູນ ໄດ້ ໃຫ້ຮູ້ວ່າ: ບັນຫາຕ່າງໆທີ່ໄດ້ຍົກຂຶ້ນ ມາປຶກສາຫາລືໃນກອງປະຊຸມຄັ້ງ ນີ້, ລ້ວນແຕ່ໄດ້ຮັບການຮັບຮອງ ຈາກທັງສາມຝ່າຍຢ່າງເປັນເອກະ ພາບ. ພ້ອມນີ້, ທ່ານຍັງໄດ້ສະແດງ ຄວາມຊົມເຊີຍຕໍ່ຄວາມພະຍາຍາມ ຂອງແນວໂຮມສາມປະເທດ ທີ່ໄດ້ ເອົາໃຈໃສ່ຈັດຕັ້ງປະຕິບັດບົດບັນ ທຶກຮ່ວມມື ກໍຄື ບັນດາກິດຈະກໍາ ຕ່າງໆໃນໄລຍະ 3 ປີ ຜ່ານມາໄດ້ ຮັບຜົນສໍາເລັດໃນຫລາຍດ້ານ, ຕີລາ ຄາສູງຕໍ່ລັດຖະບານ ກໍຄື ອໍານາດ ການປົກຄອງທ້ອງຖິ່ນຂອງ 3 ປະ ເທດທີ່ໄດ້ເອົາໃຈໃສ່ປະສານງານ ແລະ ປຶກສາຫາລືຮ່ວມກັນຢ່າງ ເປັນປົກກະຕິ ເຊິ່ງເປັນການສົ່ງເສີມ ແລະ ອໍານວຍຄວາມສະດວກໃຫ້ແກ່ ປະຊາຊົນສາມຊາດ ໄດ້ໄປມາຫາສູ່, ຄ້າຂາຍ ແລະ ຢູ່ຮ່ວມກັນຢ່າງເປັນ ປົກກະຕິ. ເຖິງຢ່າງໃດກໍຕາມຍັງມີ ບາງຂໍ້ຄົງຄ້າງໃນການປະຕິບັດບົດ ບັນທຶກກອງປະຊຸມຄັ້ງທີ 4 ທີ່ຈະ ຕ້ອງຮ່ວມກັນແກ້ໄຂ ເປັນຕົ້ນແມ່ນ ການໂຄສະນາສຶກສາອົບຮົມໃຫ້ປະ ຊາຊົນຍັງບໍ່ທັນເລິກເຊິ່ງ ແລະ ທົ່ວ ເຖິງ, ປາກົດການເຂົ້າ-ອອກເມືອງ ແບບບໍ່ຖືກກົດໝາຍ, ການແລກປ່ຽນ ຂໍ້ມູນຂ່າວສານ ແລະ ບັນຫາຕ່າງໆ. ສຳລັບບົດບັນທຶກກອງປະຊຸມ ຄັ້ງທີ 5 ເຫັນວ່າມີຫລາຍເນື້ອໃນ ທີ່ສໍາຄັນ ເຊິ່ງໄດ້ຮວມເອົາທັງຈິດ ໃຈຂອງບົດບັນທຶກສະບັບເກົ່າຢູ່ນໍາ ແລະ ບັນຫາໃໝ່ຈໍານວນໜຶ່ງທີ່ລ້ວນ ແຕ່ແມ່ນບັນຫາທີ່ສາມຝ່າຍຕ້ອງໄດ້ ຮ່ວມກັນເພີ່ມຄວາມຮັບຜິດຊອບໃນ ການຈັດຕັ້ງປະຕິບັດໃຫ້ມີໝາກມີ ຜົນຕໍ່ໄປ. ພ້ອມກັນນັ້ນ, ຈະໄດ້ພ້ອມ ກັນຈັດຕັ້ງຜັນຂະຫຍາຍຜົນການ ພົບປະຂອງກົມການເມືອງ ແລະ ລັດຖະບານ ສາມປະເທດທີ່ໄດ້ຕົກ ລົງຮ່ວມກັນແລ້ວນັ້ນ ໃຫ້ປາກົດຜົນ ເປັນຈິງ ເປັນຕົ້ນແມ່ນການສະໜັບ ສະໜູນ ເພີ່ມທະວີການຮ່ວມມືດ້ານ ການເມືອງ, ການທູດປະຊາຊົນໃຫ້ ເຂົ້າສູ່ລວງເລິກ, ແລກປ່ຽນຂໍ້ມູນ ຂ່າວສານໃຫ້ເປັນປົກກະຕິທັນການ, ປະສານສົມທົບຢ່າງສະໜິດແໜ້ນ, ມີປະສິດທິຜົນ; ສະໜັບສະໜູນ, ປົກ ປ້ອງຜົນປະໂຫຍດອັນຊອບທໍາຂອງ ກັນ ແລະ ກັນ. ໃນທ່າມກາງສະພາບການຂອງ ໂລກ ແລະ ພາກພື້ນຜັນແປຢ່າງສັບ ສົນແນວໂຮມ3ປະເທດຕ້ອງໄດ້ເພີ່ມ ຄວາມສາມັກຄີ, ປະສານສົມທົບ ຢ່າງແໜ້ນແຟ້ນ ແລະ ສະໜັບສະ ໜູນເຊິ່ງກັນ ແລະ ກັນ, ສືບຕໍ່ຖືເອົາ ການພົວພັນລະຫວ່າງ 3 ພັກເປັນ ແກນຫລັກ, ເສີມຂະຫຍາຍກົນໄກ ທີ່ມີຢູ່ຢ່າງມີປະສິດທິຜົນ, ຄົ້ນຄວ້າ, ສ້າງກົນໄກການຮ່ວມມື ເພື່ອແນໃສ່ ເພີ່ມພູນຄູນສ້າງ ແລະ ຮັດແໜ້ນ ສາຍພົວພັນມິດຕະພາບອັນດູດດຶ່ມ, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືອັນເປັນມູນເຊື້ອລະຫວ່າງ 3 ພັກ, 3 ປະເທດ, 3 ແນວໂຮມ ແລະ ປະຊາຊົນ3ຊາດໃຫ້ນັບມື້ໜັກແໜ້ນ; ສ້າງບາດກ້າວບຸກທະລຸໃນການ ຮ່ວມມືດ້ານເສດຖະກິດ, ດ້ານວັດທະ ນະທໍາ, ການທ່ອງທ່ຽວ ແລະ ກະສິ ກໍາບົນພື້ນຖານຄວາມອາດສາມາດ ແລະ ທ່າແຮງຂອງແຕ່ລະປະເທດ. ຂ່າວ: ກິດຕາ, ພາບ: ເກດສະໜາ ນາງ ສວນສະຫວັນ ວິຍະເກດ ລັດ ຖະມົນຕີກະຊວງຖະແຫລງຂ່າວ,ວັດ ທະນະທຳແລະທ່ອງທ່ຽວ,ມີຮອງລັດ ຖະມົນຕີ, ຮອງຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ, ພະນັກງານ ຫລັກແຫລ່ງ, ພະນັກງານອາວຸໂສ ບໍານານແລະແຂກຖືກເຊີນເຂົ້າຮ່ວມ. ໂອກາດນີ້, ທ່ານ ທອງຫລໍ່ ດວງ ສະຫວັນ ຫົວໜ້າບັນນາທິການໃຫຍ່ ໜັງສືພິມພາສາຕ່າງປະເທດ ໄດ້ ຍົກໃຫ້ເຫັນບັນດາຜົນສໍາເລັດຫລາຍ ດ້ານໃນໄລຍະ 30 ປີທີ່ຜ່ານມາ ເຊິ່ງ ໜັງສືພິມພາສາຕ່າງປະເທດ ໄດ້ ຮັບການສ້າງຕັ້ງຂຶ້ນໃນວັນທີ7ເມສາ 1994 ໃນຖານະເປັນກົມໜຶ່ງຂອງ ກະຊວງຖະແຫລ່ງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ, ໜັງສືພິມພາ ສາຕ່າງປະເທດ ໄດ້ຖືກມອບໝາຍ ໜ້າທີ່ໃຫ້ເປັນກະບອກສຽງພັກ ແລະ ລັດ ໃນການສື່ສານກັບໂລກ ແນໃສ່ ເພື່ອຍົກສູງຖານະບົດບາດຂອງ ລາວໃນເວທີໂລກ ແລະ ສ້າງພາບ ພົດຂອງປະເທດໃນດ້ານດີຕາມ ແນວທາງນະໂຍບາຍເປີດກວ້າງ ການຮ່ວມມືກັບສາກົນຂອງພັກແລະ ລັດ, ພາຍໃຕ້ການຊີ້ນໍາຂອງພັກແລະ ລັດ ໂດຍສະເພາະແມ່ນຄະນໍາ ກະ ຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຄະນະບັນນາທິ ການໜັງສືພິມວຽງຈັນທາຍ ໄດ້ ອອກແຮງພັດທະນາໜັງສືພິມ ແລະ ຂະຫຍາຍການລາຍງານຂ່າວ ແລະ ເຫດການຕ່າງທີ່ເກີດຂຶ້ນໃນລາວ ແລະ ຕ່າງປະເທດ. ໜັງສືພິມໃນ ໄລຍະເລີ່ມຕົ້ນ ມີພະນັກງານບໍ່ເທົ່າ ໃດຄົນ, ໃນເວລານັ້ນມີຄອມພິວເຕີ ພຽງໜ່ວຍດຽວ ແລະ ກ້ອງຖ່າຍຮູບ ນ້ອຍໆ, ແຕ່ທຸກມື້ນີ້ໜັງສືພິມວຽງ ຈັນທາຍ ໄດ້ກາຍເປັນສື່ສິ່ງພິມໜຶ່ງ ທີ່ທັນສະໄໝ, ມີອຸປະກອນທີ່ທັນ ສະໄໝແລະພະນັກງານທີ່ມີພອນສະ ຫວັນ, ສາມາດສະໜອງຂໍ້ມູນຂ່າວ ສານກ່ຽວກັບການພັດທະນາທາງ ດ້ານການເມືອງ-ການປົກຄອງ, ສັງ ຄົມ ແລະ ເສດຖະກິດໃຫ້ຜູ້ອ່ານໄດ້ດີ ພໍສົມຄວນ. ທ່ານ ທອງຫລໍ່ ດວງສະຫວັນ ຍັງໃຫ້ຮູ້ອີກວ່າ: ເພື່ອຮັບມື້ກັບການ ປ່ຽນແປງສະພາບແວດລ້ອມຂອງ ສື ແລະ ການປະກົດຕົວຂອງຮູບ ແບບການສື່ສານທາງດີຈິຕອນ, ໜັງ ສືພິມວຽງຈັນທາຍ ໄດ້ເປີດເວັບໄຊ ສະບັບທຳອິດ ໃນປີ 1999 ແລະ ໄດ້ນໍາສະເໜີຂ່າວຜ່ານຫລາຍຊ່ອງ ທາງ ໂດຍສະເພາະຜ່ານສື່ສັງຄົມ ອອນລາຍ, ຂໍ້ຄວາມສັ້ນຜ່ານລະ ບົບໂທລະສັບມືຖື ເຊິ່ງເຮັດໃຫ້ເຂົ້າ ເຖິງກຸ່ມຜູ້ອ່ານໄດ້ຫລາຍຂຶ້ນກວ່າ ເກົ່າ. ນອກຈາກເຜີຍແຜ່ຂ່າວຜ່ານ ໜັງສືພິມແບບດັ້ງເດີມແລ້ວ, ໜັງສື ພິມວຽງຈັນທາຍ ຍັງໄດ້ກະຈ່າຍ ຂ່າວ ເປັນປົກກະຕິຜ່ານເວັບໄຊແລະ ໜ້າສື່ສັງຄົມອອນລາຍຂອງຕົນເປັນ ປະຈໍາແລະຖີ່ຂຶ້ນກວ່າເກົ່າ.ປັດຈຸບັນ, ຜູ້ອ່ານຫລາຍພັນຄົນໄດ້ກາຍເປັນ ລູກຄ້າ ແລະ ສັ່ງຈອງອ່ານໜັງສື ພິມແບບເຈ້ຍ, ແບບເອເລັກໂຕຣນິກ ແລະ ຂໍ້ຄວາມສັ້ນຜ່ານລະບົບໂທລະ ສັບມືຖື. ໃນພິທີດັ່ງກ່າວ, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ຕາງໜ້າ ໃຫ້ລັດຖະບານມອບຫລຽນກາແຮງ ງານຊັ້ນ 2 ໃຫ້ ແກ່ທ່ານ ດາວວອນ ພະຈັນທະວົງ ໜຶ່ງໃນບັນດານັກທຸ ລະກິດ ທີ່ໄດ້ໃຫ້ການສະໜັບສະໜູນ ໜັງສືພິມວຽງຈັນທາຍ ຕະຫລອດ ໄລຍະ 30 ປີຜ່ານມາ ແລະ ມອບ ໃບຍ້ອງຍໍຜົນງານດີເດັ່ນໃຫ້ພະນັກ ງານໜັງສືພິມພາສາຕ່າງປະເທດ. ພ້ອມນີ້, ທ່ານລັດຖະມົນຕີຍັງໄດ້ ມອບແຜ່ນຈາລຶກຜົນງານໃນການ ປະກອບສ່ວນພັດທະນາໜັງສືພິມ ວຽງຈັນທາຍ ໃຫ້ຜູ້ຕາງໜ້າຈາກສະ ຖານທູດ ອົດສະຕຣາລີ ແລະ ສະ ຖານທູດສະຫະຣາຊະອານາຈັກ ອັງ ກິດ ປະຈໍາລາວ. ຂ່າວ: ສົມຫວັງ, ພາບ: ອ່າຍຄໍາ ເພີ່ມລົດເມ 15 ຄັນຕໍ່ມື້ ເພື່ອບໍ່ໃຫ້ຜູ້ ໂດຍສານອັ່ງອໍ ນັບແຕ່ຕອນແລງ ຂອງວັນທີ 10 ເມສາ ເປັນຕົ້ນໄປ. ທັງນີ້, ກໍເພື່ອເປັນການຮອງຮັບຜູ້ ໂດຍສານທີ່ຈະເດີນທາງກັບບ້ານ ຫລື ໄປທ່ອງທ່ຽວຕ່າງເມືອງ, ຕ່າງ ແຂວງໃນໄລຍະດັ່ງກ່າວ. ທ່ານ ສຸກສະຫວາດ ສີສຸກ ຜູ້ຈັດ ການທົ່ວໄປ ສະຖານີຂົນສົ່ງໂດຍ ສານສາຍທາງໄກສາຍໃຕ້-ສາຍ ຕ່າງປະເທດ ໄດ້ໃຫ້ສໍາພາດຕໍ່ສື່ມວນ ຊົນໃນວັນທີ 9 ເມສາ 2024 ວ່າ: ປັດຈຸບັນ, ສະຖານີຂົນສົ່ງໂດຍສານ ມີລົດເມ ທີ່ໃຫ້ບໍລິການຜູ້ໂດຍສານ ຂອງສະຖານີມີ 60 ຄັນຕໍ່ມື້, ແຕ່ເພື່ອ ຮອງຮັບຜູ້ໂດຍສານທີ່ຈະເພີ່ມຂຶ້ນ ໃນປີໃໝ່ລາວ ທາງສະຖານີໄດ້ເພີ່ມ ລົດ 15 ຄັນຕໍ່ມື້, ທັງໄດ້ເອົາໃຈໃສ່ ໃນດ້ານການຮັກສາຄວາມປອດໄພ ແລະ ກວດກາເຕັກນິກຂອງລົດເມ ໂດຍທາງສະຖານີ ໄດ້ປະສານຫາ ເຈົ້າໜ້າທີ່ຕໍາຫລວດຈະລາຈອນພະ ແນກໂຄສະນາລົງມາເຜີຍແຜ່ຄວາມ ປອດໄພ ໃຫ້ກັບບັນດາເຈົ້າຂອງລົດ, ພະນັກງານຂັບລົດ, ຜູ້ໃຫ້ບໍລິການ ເທິງລົດ (ແອັດລົດ) ໃຫ້ມີຮັບຮູ້ ດ້ານກົດລະບຽບຈະລາຈອນເພີ່ມ ຂຶ້ນ ເພື່ອໃຫ້ມີສະຕິໃນການຂັບຂີ່ ແລະ ໃຫ້ມີຄວາມລະມັດລະວັງ ຫລາຍຂຶ້ນກວ່າເກົ່າ. ໂອກາດນີ້, ທ່ານ ສຸກສະຫວາດ ສີສຸກ ຍັງໄດ້ຝາກມາຍັງຜູ້ໂດຍສານ, ເວລາມາຊື້ປີ້ແລ້ວໃຫ້ກວດກາປີ້ລະ ອຽດປ້າຍລົດ, ເວລາອອກເພາະລົດ ທໍາມະດາ ເວລາຂາຍປີ້ເຕັມແລ້ວລົດ ຈະອອກຈາກສະຖານີເລີຍ ເຊິ່ງພະ ນັກງານຈະຕິດປ້າຍລົດເຕັມແລ້ວ ອອກເລີຍຢູ່ບ່ອນຂາຍປີ້. ສ່ວນລົດພິ ເສດ ຫລື ວີໄອພີ ຜູ້ໂດຍສານສາມາດ ມາຊື້ປີ້ໄດ້ລ່ວງໜ້າ (ໃນໄລຍະເທ ສະການທາງບໍລິສັດໄດ້ຢຸດການໂທ ຈອງປີ້). ດັ່ງນັ້ນ, ຖ້າຫາກຜູ້ໂດຍ ສານທີ່ລັດຂຶ້ນລົດຕາມສາຍທາງ ລົດຄັນໃດທີ່ເຕັມ ຫລື ແອອັດເກີນໄປ ບໍ່ຄວນຂຶ້ນ ແລະ ລໍຖ້າຂຶ້ນຄັນຕໍ່ໄປ ເພາະວ່າລົດໂດຍສານຈະປ່ອຍອອກ ຈາກສະຖານີທຸກໆ 15-30 ນາທີ. ຂ່າວ: ກິດຕາ
RkJQdWJsaXNoZXIy MTc3MTYxMQ==