xtgmf]k; 6 08/04/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d -u ;y f{;a fmtotme ໂດຍ: ສາວບ້ານໂນນ ໂດຍ: ມາລີດາ dkocsj ok'la '0ko 8y fra oda [[5 oxu .\j ]k; ,kc8j [6 Ikootdko dkovj koxj Po-u ;y f 7t8y xt9e.90v' xkg1a '-k ]+ * ອີກບໍ່ພໍທໍ່ໃດມື້ ບຸນປີໃໝ່ລາວ ຫລື ກຸດສົງການ ກໍໝູນວຽນມາອີກ ປີໜຶ່ງ ເຊິ່ງແຕ່ລະປີໄລຍະບຸນປີໃໝ່ ລາວ ກໍ່ຈະມີຫລາຍກິດຈະກໍາທີ່ປະ ຊາຊົນລາວຊາວພຸດສືບທອດກັນ ມາແຕ່ບູຮານນະການ ແລະ ໜຶ່ງໃນ ກິດຈະກໍາ ທີ່ຈັດຂຶ້ນທຸກໆປີນັ້ນ ກໍຄື ການແຫ່ນາງສັງຂານ ທີ່ສືບທອດ ກັນມາແຕ່ດົນນານ ເພື່ອເປັນການ ສືບສານປະເພນີອັນດີງາມໃຫ້ຢູ່ ຄຽງຄູ່ກັບວັດທະນະທໍາລາວຕະ ຫລອດໄປ. ສະນັ້ນມື້ນີ້, ຄໍລໍາຊີວິດ- ວັດທະນະທໍາ ຈຶ່ງນໍາເອົາປະຫວັດ ຄວາມເປັນມາຂອງການແຫ່ນາງ ສັງຂານ ຕາມເລື່ອງເລົ່າມີດັ່ງນີ້: ໃນສະໄໝກ່ອນມີ ພະຍາກະບິນລະ ພົມ ຜູ້ມີຄວາມເກັ່ງກ້າສາມາດບໍ່ມີ ຜູ້ໃດມາທຽມໄດ້ເປັນເທບແຫ່ງສະ ຫວັນວິມານຊັ້ນຟ້າ, ຢູ່ມາວັນໜຶ່ງ ບັນດາເສນາອາມາດໄດ້ຮູ້ຂ່າວວ່າ ມີຊາຍໜຸ່ມຄົນໜຶ່ງໃນໂລກມະນຸດ ສະຫລາດຫລັກແຫລມເປັນນັກ ປາດ ຈຶ່ງເຊີນເຂົ້າມາໃນເມືອງສະ ຫວັນເພື່ອປະລອງປັນຍາດ້ວຍເຫດ ເລົ່າກັນມາມີດັ່ງນີ້: ພະຍາກະບິນລະ * ຈົບລົງໄປແລ້ວ ສໍາລັບງານ ມະຫະກໍາໜັງສື ຄັ້ງທີ IV ປະຈໍ າປີ 2024 ທີ່ຈັດຂຶ້ນທີ່ມະຫາວິທະຍາ ໄລແຫ່ງຊາດ ໃນອາທິດຜ່ານມາ ເຊິ່ງງານດັ່ງກ່າວ ກໍມີບັນດາຮ້ານ ປື້ມຮ້ານຕ່າງໆ ນໍາມາວາງສະ ແດງ-ຂາຍໃຫ້ນັກຮຽນ, ນັກສຶກ ສາທີ່ມີຄວາມສົນໃຈໃນການອ່ານ ເພາະກ ານອ່ ານ ແ ມ່ນສິ່ງສໍາຄັນໃນ ການສຶກສາ ແລະ ການພັດທະນາ ໂຕເອງໃຫ້ເປັນຄົນທີ່ມີຄວາມຮູ້ ຄວາມສາມາດເພາະຄ ວາມຮູ້ ຄວາມ ສາມາດປ່ຽນອະນາຄົດຂອງຄົນ ເຮົາໄດ້ເໝືອນດັ່ງ ນາງ ປາເຢັງ ຊາລໍ່ ມີສຢູນິ ເວີສ 2022 ກໍ່ແມ່ນ ຄົນໜຶ່ງທີ່ຮັກໃນການອ່ານ ແລະ ການອ່ ານກໍ ໄ ດ້ປ່ ຽນໃ ຫ້ຊີ ວິດປ ະສົບ ຜົນສໍາເລັດຈົນໄດ້ມາເປັນ ປາເຢັງ ຊາລ່ໍ ຄືທຸກມື້ນີ້. ນາງ ປາເຢັງຊາ ລໍ່ ມີສຢູນິ ເວີສລາວປີ 2022 ໄດ້ເຜີຍໃຫ້ຟັງ ໃນໂອກາດເຂົ້າຮ່ວມງານວາງມະ ຫະກໍາໜັງສື ປະຈໍາປີ 2024 ວ່າ: ການເຂົ້າຮ່ວມງານໃນຄັ້ງນີ້ຮູ້ສຶກ ດີໃຈຫລາຍເພາະງານນີ້ຈັດຂຶ້ນ ມາສໍາລັບໄວໜຸ່ມທີ່ສົນໃຈໃນການ ອ່ານ ເພາະກ ານອ່ານສາມາດປ່ຽນ ຊີວິດຂ ອງຄົນໄດ້ ໂ ດຍຄ ວາມໝາຍ ທີ່ເວົ້າມານີ້ ບໍ່ໄດ້ໝາຍຄວາມວ່າ ຖ້າອ່ານແລ້ວຈະປ່ຽນເລີຍ ແຕ່ວ່າ ການທີ່ຄົນເຮົາ ມັກອ່ານມັກສຶກສາ ຮໍ່າຮຽນມັນຈະສາມາດ ປ່ຽນອະ ນາຄົດຂ ອງຄົ ນເຮົາໄ ດ້ຢ່າງເຊັ່ນວ່າ ຖ້າເຮົາມັກໃນດ້ານໃດ ລອງອ່ານ ປຶ້ມແບບນັ້ນໄປເລື້ອຍໆຈົນເກີດ ຄວາມຈື່ ແລະ ນໍາໄປປັ ບໃ ຊ້ໄດ້ໃນ ຊີວິດໄດ້ ສິ່ງນີ້ທີ່ເຂົ້າເອີ້ນວ່າການ ອ່ານສາມາດປ່ຽນແນວຄິດແລະ ປ່ຽນຊີວິດຄົນໄດ້ ເໝືອນກັບຂ້າພະ ເຈົ້າເອງກໍເປັນຄົນໜຶ່ງທີ່ມັກໃນ ການອ່ານປຶ້ມເພື່ອເພີ່ມຄວາມຮູ້ ຄວາມສາມາດໃຫ້ຕົນເອງ ເກັບ ກ່ຽວປະສົບການຈາກການອ່ານ ຈຶ່ງເຮັດໃຫ້ຊີວິດມີການປ່ຽນແປງ ໄປໃນທາງທີ່ດີຂຶ້ນ ສະນັ້ນ, ຈຶ່ງ ຢາກເຊີນຊວນນ້ອງໆນັກຮຽນ, ນັກ ສຶກສາ ໃຫ້ຫັນມາສົນໃຈໃນການ ອ່ານໃຫ້ຫລາຍຂຶ້ນ ເພື່ອເປັນການ ເກັບກ່ຽວຄວາມຮູ້ຄວາມສາມາດ ປະສົບກ ານຜ່ ານໂ ຕໜັງສື ເພາະມັນ ເປັນອີກທາງໜຶ່ງທີ່ເຮັດໃຫ້ເຮົາສາ ມາດປະສົບຜົ ນສໍາເລັດໄດ້ ຖ້າເຮົາ ຕັ້ງໃຈ ແລະ ນໍາໄ ປປັ ບໃ ຊ້ໃນຊີວິດ ປະຈໍາວັນ ເໝືອນດັ່ງໂຕເອງທີ່ມີມື້ ນີ້ໄ ດ້ສ່ວນໜຶ່ງມາຈ າກກ ານເປັນຄົ ນ ຮັກໃນການອ່ານນັ້ນເອງ. ນາງ ປາເຢັງຊາ ລໍ່ ເວົ້າເສີມ ວ່າ: ຕົນເອງກ່ອນຈະເຖິງຈຸ ດນີ້ກໍ່ບໍ່ ແມ່ນເລື່ອງງ່າຍເລີຍ ຕ້ອງໄດ້ໃຊ້ ຄວາມອົ ດທົບພ ະຍາຍາມ ແ ລະ ຝຶກ ຜົນ ໃຫ້ເປັນຄົນທີ່ມີຄວາມຮູ້ຄວາມ ສາມາດໂ ດຍການຝຶກຜົ ນທີ່ກ່າວມາ ນັ້ນ ກໍເລີ່ມທີ່ການອ່ານປຶ້ມພາສາ ຕ່າງປະເທດດ້ວຍ ແລະ ອ່ານປຶ້ມ ອື່ນໆເພື່ອເກັບກ່ ຽວປະສົບກ ານຈົນ ໂອກາດໄດ້ເປີດທາງໃນການຍ່າງ ເຂົ້າສູ່ການປະກວດ ມີສຢູນິເວີສ ລາວ ປີ2022 ແລະ ຍາດມົງກຸດ ມາຄອງໄດ້ສໍາເລັດ ເຊິ່ງເປັນບາດ ກ້າວສໍາຄັນສໍາລັບໂອກາດດີໆທີ່ ເຂົ້າມາໃນຊີວິດ. ຄົນຢູ່ໃສໃນຕອນເຊົ້າ, ຕອນສວາຍ, ຕອນແລງ? ເມຍ: ຄັນຊັ້ນເຈົ້າຮູ້ບໍ່ ວ່າທັງ 3 ເວລານັ້ນ ສິລິ ຂອງຄົນຢູ່ ໃສ? ຜົວ: ເປັນຫຍັງຊິບໍ່ຮູ້ງ່າຍຊິ ຕາຍ ເມຍ: ຄັນຊັ້ນເວົ້າໃຫ້ຂ້ອຍຟັງ ແດ່ດູ, ຜົວ: ເວົ້າບໍ່ໄດ້ເດິກດື່ນແລ້ວ ນອນສາ ເມຍແຮ້ງບໍ່ຍອມ: ບໍ່ໆ ! ຄັນ ເຈົ້າບໍ່ເວົ້າໃຫ້ຂ້ອຍຟັງຂ້ອຍຊິກັ້ນໃຈ ຕາຍປະເຈົ້າ ຜົວ: ເວົ້າກະເວົ້າ ຄຳ ຕອບຄືວ່າ: ຕອນເຊົ້າ ສິລິຂອງຄົນຢູ່ ໜ້າ ສະນັ້ນຕື່ນເຊົ້າມາເຂົາເຈົ້າມັກ ພາກັນສ່ວຍໜ້າລ້າງຕາ, ຕອນສວາຍ ຢູ່ໜ້າເອິກ ຄົນທັງຫລາຍຈຶ່ງມັກເອົາ ນ້ຳລູບໜ້າເອິກ, ຕອນແລງ ສິລິ ແມ່ນຢູ່ຕີນ ເຂົາເຈົ້າຈຶ່ງພາກັນລ້າງ ຕີນໃຫ້ສະອາດກ່ອນຈຶ່ງເຂົ້ານອນ. ດັ່ງໄດ້ກ່າວໃນຕອນຕົ້ນແລ້ວວ່າ ທຳມະບານກຸມມານຮູ້ພາສານົກ ດັ່ງນັ້ນ ຄຳສົນທະນາຂອງ ແຮ້ງ ສອງຜົວເມຍຈຶ່ງປຽບເໝືອນ ສິ່ງ ສັກສິດຊ່ວຍໃຫ້ເຂົາລອດພົ້ນຈາກ ຄວາມຕາຍຢ່າງປາຕິຫານ, ເຂົາ ຟ້າວລຸກຈາກກ້ອງຕົ້ນຕານ ແລ່ນ ກັບຄືນສູ່ຫໍປາສາດຕົນ ດ້ວຍຄວາມ ສຸກໃຈຢ່າງຫາອັນປຽບບໍ່ໄດ້, ເຊົ້າ ມື້ຕໍ່ມາ ຊຶ່ງເປັນມື້ທີເຈັດ ເມື່ອໄດ້ຟັງ ການຕອບບັນຫາທັງສາມຂໍ້ຂອງ ທຳມະບານກຸມມານຢ່າງຖືກຕ້ອງ ແລ້ວ ເຮັດໃຫ້ພະຍາກະບິນລະພົມ ມີຄວາມປະຫລາດໃຈ ແຕ່ຊິເຮັດ ແນວໃດໄດ້ ເມື່ອຕົນເອງເອີຍປາກ ທ້າພະນັນຂັນຕໍ່ຕັດຄໍ ຈຶ່ງຕົກລົງໃຫ້ ຕັດ ເພື່ອບໍ່ໃຫ້ເສຍສັດຈະ ທີ່ຕົນໄດ້ ໃຫ້ໄວ້ກັບມະນຸດຜູ້ໝຸ່ມນ້ອຍຄົນນີ້ ແຕ່ຍ້ອນພະຍາກະບິນລະພົມ ມີລິດ ເດດເກັ່ງກ້າເໝືອກວ່າເທວະດາ ແລະ ມະນຸດທັງຫລາຍ ພຽງແຕ່ ຫົວຂອງເພິ່ນກໍຈະເຮັດໃຫ້ໂລກມະ ນຸດພິນາດໄປໄດ້ ຖ້າຫາກປ່ອຍໃຫ້ ຫົວ ແລະ ເລືອດຂອງພະຍາກະບິນ ລະພົມຕົກລົງດິນກໍຈະເປັນໄຟໄໝ້ ໂລກ, ຖ້າໂຍນຫົວພະຍາກະບິນລະ ພົມຂຶ້ນສູ່ເວຫາ ກໍຈະໄໝ້ອາກາດ ເຮັດໃຫ້ມວນມະນຸດ ແລະ ສັດສາວາ ສິ່ງໝົດອາກາດຫາຍໃຈ, ຖ້າໂຍນ ລົງນໍ້າກໍຈະເຮັດແມ່ນໍ້າຄົງຄາມະ ຫາສະໝຸດເຫືອດແຫ້ງເກີດໄພພິ ບັດແຫ້ງແລ້ງ ຂົ່ມຂູ່ມວນມະນຸດໃນ ທົ່ວໂລກ. ດັ່ງນັ້ນ ເພື່ອຊ່ວຍມວນ ມະນຸດ ໃຫ້ຫລຸດພົ້ນຈາກໄພພິບັດ ກ່ອນຖຶກຕັດຄໍ ພະຍາກະບິນລະພົມ ຈຶ່ງເອີ້ນເອົາພະທິດາ(ລູກສາວ) ທັງ 7 ນາງ ມາພົບເປັນການດ່ວນ. ລູກສາວທັງ 7 ນາງແມ່ນໂຕ ແທນໃຫ້ 7 ວັນ ໃນວັນໜຶ່ງອາທິດ ຊຶ່ງລູກສາວທັງ7ຈະມີພາຫະນະປະ ຈໍາຕົວຂອງແຕ່ລະອົງຄື: ພະນາງ ທຸງສະເທວີ ວັນອາທິດ ພາຫະນະ ຂີ່ ຄຸດ, ພະນາງ ໂຄລະຄະເທວີ ວັນຈັນ ພາຫະນະ ຂີ່ ເສືອໂຄ່ງ, ພະນາງ ຮາກສະເທວີ ວັນອັງຄານ ພາຫະນະ ຂີ່ໝູ, ພະນາງ ມົນທາເທວີ ວັນພຸດ ພົມ ໄດ້ທ້າສະໝອງລອງປັນຍາກັບ ທ່ານນັກປາດທີ່ມີຄວາມຮູ້, ຄວາມ ສາມາດດ້ານໂຫລາສາດ-ດາຣາ ສາດ, ຄະຣູສາດ ແລະ ພາສາສາດ ເຊິ່ງມີຊື່ສຽງຮຽງນາມເປັນທີ່ຮູ້ ຈັກກັນດີຄື ທ້າວ ທຳມະບານກຸມ ມານ, ເປັນບຸດຊາຍເສດຖີຄົນໜຶ່ງ ໃນໂລກມະນຸດ ເປັນນັກປາດຜູ້ມີປັນ ຍາຫລັກແຫລມ ເໜືອກວ່າເພື່ອນມະ ນຸດ, ສາມາດຮູ້ຮອດພາສາສັດຕ່າງໆ ໃນນັ້ນລວມທັງພາສານົກທຸກຊະ ນິດ. ເມື່ອມີຄົນມາຖາມປັນຫາໃດບໍ່ ວ່າຄະຕິໂລກຫລືຄະຕິທຳ,ສະຫວັນ- ໂລກມະນຸດ, ນະຮົກທຳມະບານກຸມ ມານ ຄົນນີ້ເຂົາສາມາດແກ້ໄດ້ໝົດ ທຸກບັນຫາຄວາມຊ່າລືກ່ຽວກັບ ທຳມະບານມີສະຕິປັນຍາແຫລມ ຄົມ ສາມາດແກ້ບັນຫາໄດ້ຢ່າງບໍ່ ຂ້ອງບໍ່ຄາດັງກ້ອງໄປຮອດພະຍາ ກາບິນລະພົມ ຢູ່ສວງສະຫວັນ ຮັບ ຮູ້ເລື່ອງດັ່ງກ່າວຈຶ່ງຢາກທົດສອບ ລອງພູມຄວາມຮູ້ຂອງທຳມະບານ ກຸມມານ ຈຶ່ງໄດ້ເຫາະລົງມາຍັງ ໂລກມະນຸດ ແລະ ໄດ້ພົບກັບທຳມະ ບານກຸມມານຢູ່ຫໍປະສາດ 7 ຊັ້ນ ທ່າມກາງຝູງໝູ່ນັກປາດມະຫາບັນ ດິດເສນາອາມາດທັງຫລາຍ. ພະຍາ ກະບິນລະພົມ ໄດ້ຖາມຄຳຖາມ ກັບ ທຳມະບານກຸມມານ 3 ຂໍ້ຄື: ສິຣິ (ຣາສີ) ຂອງຄົນເຮົາຢູ່ໃສ? ໃນ ຕອນເຊົ້າ, ຕອນສວາຍ ແລະ ຕອນ ແລງ(ສິລິຫລືຣາສີແມ່ນຈຸດສຳຄັນ ຂອງຮ່າງກາຍເປັນຄວາມພິເສດ ຂອງມະນຸດທີ່ຈະຂາດບໍ່ໄດ້ ຫື ແປ ວ່າຣາສີປະຈຳຍາມ, ປະຈຳວັນ) ພະຍາກະບິນລະພົມບໍ່ທັນໃຫ້ທຳ ມະບານກຸມມານ ຕອບທັນທີແຕ່ພັດ ວ່າ ອີກ 7 ວັນ ຕົນຈະເຫາະລົງມາ ຟັງຄຳຕອບ ໂດຍໄດ້ວາງເງື່ອນໄຂ ໄວ້ວ່າຖ້າຕອບບໍ່ໄດ້ທຳມະບານຈະ ຖືກຕັດຄໍ ແລະ ໃນທາງກົງກັນຂ້າມ ຖ້າຕອບໄດ້ຕົນເອງກໍ່ຈະຍອມໃຫ້ຕັ ດຄໍເຊັ່ນດຽວກັນ. ດັ່ງນັ້ນ, ຕາມການຕົກລົງນີ້ໃນ ເຈັດມື້ຂ້າງໜ້າລະຫວ່າງພະຍາກາ ບິນລະພົມ ກັບ ທ້າວທຳມະບານກຸມ ມານຈະຕ້ອງມີຜູ້ໜຶ່ງຖຶກຕັດຄໍທ່ຽງ ແທ້. ຫລັງຈາກພະຍາກະບິນລະພົມ ບິນກັບສະຫວັນ ກັບໄປແລ້ວທຳມະ ບານກຸມມານຕ້ອງໄດ້ໃຊ້ສະໝອງ ຢ່າງໜັກ ເພື່ອຊອກຫາຄຳຕອບແຕ່ ກໍ່ຊອກບໍ່ເຫັນ ບໍ່ມີຄຳພີເຫລັ້ມໃດ ເລີຍທີ່ກ່າວເຖິງຄຳວ່າສິຣິຂອງຄົນ ວັນເວລາລ່ວງເລີຍໄປ 6 ມື້ ນັບແຕ່ ທຳມະບານກຸມມານ ຕັ້ງໜ້າຄົ້ນ ຄວ້າຫາຄຳຕອບຈົນບໍ່ມີເວລາພັກ ຜ່ອນຫລັບນອນ ຫລື ກິນເຂົ້າກິນນ້ຳ ເຮັດໃຫ້ຕົນໂຕເຂົາຈ່ອຍຜອມລ່າ ເຫລືອງເຫລືອແຕ່ໜັງຫຸ້ມດູກ. ເມື່ອ ຮູ້ໂຕວ່າຈະຕ້ອງຖືກຕັດຄໍແນ່ນອນ ແລ້ວທຳມະບານກຸມມານ ຈຶ່ງຕັດ ສິນໃຈຄັ້ງສຸດທ້າຍວ່າ: ເຮົາເປັນຄົນ ລະດັບນັກປາດ ມີຊື່ສຽງດັງກັງ ວານກ້ອງໂລກ ຜູ້ໜຶ່ງຊິໄປຍອມໃຫ້ ຕັດຄໍປະຈານໃຫ້ເສຍຊື່ສຽງເຮັດ ຫຍັງ ຂະນະນັ້ນເປັນຕອນຄ່ຳແລ້ວ ທຳມະບານກຸມມານພາຮ່າງກາຍ ອັນຈ່ອຍຜອມຍ່າງໂຊຊັກໂຊເຊລົງ ຈາກຫໍປະສາດ 7 ຊັ້ນ ລັກໜີ້ເຂົ້າປ່າ ໃຫຍ່ໄພສານ ເມື່ອເຫັນວ່າຈະຍ່າງ ຕໍ່ໄປບໍ່ໄຫວເຂົາຈຶ່ງນັ່ງລົງກ້ອງຕົ້ນ ຕານຕົ້ນໜຶ່ງໃນກາງປ່າດົງ ໂດຍ ຄິດວ່າຄວາມອິດເມື່ອຍ ແລະ ຄວາມ ຫິວທີ່ເພີ່ມຂຶ້ນຊັກໄຊ້ນັ້ນຈະເຮັດໃຫ້ ເຂົາຈົບຊີວິດລົງຢູ່ສະຖານທີ່ແຫ່ງ ນີ້, ແຕ່ຟ້າໄດ້ເປັນໃຈທຳມະບານ ກຸມມານຢູ່ເທິງຕົ້ນຕານນັ້ນມີແຮ້ງ ສອງຜົວເມຍອາໄສເຮັດຮັງຢູ່ຍອດ ຕານ ຕົກຕອນເດິກຄ່ຳສະຫງັດກາງ ຄືນນັ້ນ ແຮ້ງສອງຜົວເມຍໄດ້ລົມ ກັນກ່ຽວກັບແຜນການຈະໄປກິນ ອາຫານ ໃນມື້ອື່ນໂດຍເມຍຖາມຜົວ ວ່າ: ມື້ອື່ນຈະໄປຫາກິນທາງໃດ? ຜົວຕອບວ່າ: ມື້ອື່ນພວກເຮົາບໍ່ຕ້ອງ ບິນໄປຫາກິນໄກໃຫ້ເມື່ອຍປີກດອກ ຖ້າກິນຊີ້ນມະນຸດຢູ່ເມືອງນີ້ ແຫລະ, ດ້ວຍຄວາມສົງໄສເມຍຈຶ່ງຖາມຄືນ ວ່າ: ຊິມີຊີ້ນມະນຸດມະນຸດມາ ແຕ່ ທາງໃດໃຫ້ພວກເຮົາກິນບໍ? ຫລື ວ່າຕີເອິກເສືອເພື່ອ ໃຫ້ກາກິນຊັ້ນ ເບາະ? ຜົວເລີຍຕອບວ່າ: ກໍ່ພະຍາ ກະບິນລະພົມ ເພິ່ນສິເຫາະບີນລົງ ມາຕັດຄໍທຳມະບານກຸມມານ ແລະ ເຮົາຊິໄດ້ກິນຊີ້ນມັນຊັ້ນຕົວະ, ເມຍ ຈຶ່ງຖາມຕໍ່ວ່າ: ສິໄປຕັດຄໍເຂົາເຮັດ ຫຍັງ? ລາວເຮັດຫຍັງຜິດ? ຜົວ ຕອບ: ກະຕັດລະບໍ່ແນວວ່າທຳມະ ບານກຸມມານຕອບບັນຫາເພິ່ນບໍ່ ໄດ້, ເມຍ: ໂອ້.. ເພີ່ນຖາມວ່າແນວ ໃດ? ຍາກແທ້ບໍ່? ຂັ້ນນັກປາດຄືທຳ ມະບານກຸມມານກໍ່ຍັງຕອບບໍ່ໄດ້? ຜົວ: ມັນຊິຍາກຫຍັງ! ແຕ່ທຳມະ ບານກຸມມານບໍ່ໄດ້ຮຽນເຖິງກໍ່ເລີຍ ຕອບບໍ່ໄດ້ ເພິ່ນຖາມວ່າສິລິຂອງ ພາຫະນະ ຂີ່ມ້າ (ລໍ), ພະນາງກີລີນີ ເທວີ ວັນພະຫັດ ພາຫະນະ ຂີ່ຊ້າງ, ພະນາງ ກິມີທາເທວີ ວັນສຸກ ພາ ຫະນະ ຂີ່ຄວາຍ, ພະນາງມະໂຫ ທອນເທວີ ວັນເສົາ ພາຫະນະ ຂີ່ນົກ ຍຸງ. ເມື່ອທັງ 7 ພະນາງມາພ້ອມໜ້າ ພ້ອມຕາກັນແລ້ວ ຜູ້ເປັນພໍ່ຈຶ່ງສັ່ງ ຄວາມວ່າ: ຕອນພໍ່ຖືກຕັດຄໍໃຫ້ພວກ ລູກເອົາພາພານທອງຄຳມາຮອງ ຮັບບໍ່ໃຫ້ເລືອດ ແລະ ຫົວຂອງພໍ່ຕົກ ລົງດິນ ຈາກນັ້ນໃຫ້ເອົາໄປໄວ້ຢູ່ຖ້ຳ ເຂົາສຸເມນພູເຂົາໄກລາດ, ເມື່ອເຖິງ ເດືອນຫ້າລະດູຟ້າລ່ວງ ຫລື ກຸດສົງ ການປີໃດ ຖ້າສັງຂານລ່ວງຖືກວັນ ໃດໃຫ້ລູກສາວປະຈຳວັນນັ້ນ ຫລື ນາງສັງຂານ ຂີ່ສັດພາຫະນະຂອງ ຕົນໄປແຫ່ເອົາຫົວພໍ່ອອກມາຈາກ ຖໍ້າ ເພື່ອຫົດສົງ ດ້ວຍນ້ຳອົບນ້ຳ ຫອມໃຫ້ສະອາດ ແລ້ວຈິ່ງເອົາໄປ ໄວ້ບ່ອນເກົ່າ. ຍ້ອນແນວນັ້ນເອງ ເມື່ອຮອດ ຍາມກຸດສົງການປີໃໝ່ແຕ່ລະປີປະ ຊາຊົນຊາວພວກເຮົາຈິ່ງເອົານ້ຳ ອົບ, ນ້ຳຫອມ ຫລື ນ້ຳດອກໄມ້ໄປ ຫົດສົງພະພຸດທະຮູບ, ຫົດສົງພໍ່ແມ່ ເຖົ້າແກ່, ຄູບາ-ອາຈານ ແລະ ຍາດ ພີ່ນ້ອງເພື່ອນຝູງ ເພື່ອຄວາມເປັນ ສິລິມົງຄົນສືບຕໍ່ກັນມາຈົນເຖິງປັດ ຈຸບັນ. ລູກສາວຂອງພະຍາກະບິນ ລະພົມ7ຄົນ, ແມ່ນ7ວັນໃນອາທິດ ແຕ່ລະຄົນຈະຂີ່ສັດຂອງຕົນເອງ ລົງ ມາ ແມ່ນຜູ້ລູກສາວທີ່ງາມກວ່າໝູ່, ເກັ່ງກວ່າໝູ່. ສະນັ້ນ, ແຕ່ລະປີຢູ່ນະ ຄອນຫລວງພະບາງ ລວມເຖິງບາງ ແຂວງໃນທົ່ວປະເທດຈິ່ງໄດ້ຈັດພິທີ ຄັດເລືອກປະກວດນາງສາວຜູ້ງາມ, ຜູ້ດີ ເພື່ອເປັນຕົວແທນລູກສາວຂອງ ພະຍາກະບິນລະພົມ ເອີ້ນວ່າ ນາງ ສັງຂານ. ສຳລັບນາງສັງຂານປະ ຈຳປີໃໝ່ລາວ ພສ 2567 ຄສ 2024 ມີນາມວ່າ: ນາງມະໂຫທອນ ເທວີ ຊົງພະຫຸລັດທັດດອກຜັກຕົບ, ອາພອນໄປດ້ວຍແກ້ວນີລະລັດ (ສີ ດອກຜັກຕົບ) ສະເຫວີຍຊີ້ນກວ້າງ ເປັນພັກສາຫານ, ພະຫັດຂວາຊົງຖື ກົງຈັກ, ພະຫັດຊ້າຍຊົງຖືຕຣີ, ເປັນ ນາງປະຈຳວັນເສົາ, ນັ່ງມາເທິງ ຫລັງມະຍຸຣະປັກສີ (ນົກຍຸງ) ເປັນ ພາຫະນະ.
RkJQdWJsaXNoZXIy MTc3MTYxMQ==