5848

[= ]y la fg[p]k; g-a ola opkIj ;,m5 ]tdy f da [g,g9u cr]a f8u oe -u ou gr]a d]k; sq ;|h k 78r 8h voIa [m6 f s;Pfok, g0Q kv;prvoxu .\j ]k; xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** 08/04/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຂປລ. ໃນວັນທີ 4 ເມສາ 2024 ນີ້,ສະຫາຍ ທອງສະຫວັນພົມວິຫານ ກຳມະການສູນກາງພັກ, ຫົວໜ້າຄະ ນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ພ້ອມດ້ວຍຄະນະນໍາຫ້ອງ ການ, ບັນດາກົມຂອງ ຄະນະພົວພັນ ຕ່າງປະເທດສູນກາງພັກ ໄດ້ຕ້ອນ ຮັບສະຫາຍ ຫງວຽນ ບ໋າ ຮຸ່ງ ເອກ ອັກຄະລັດຖະທູດວິສາມັນ ຜູ້ມີອຳ ນາດເຕັມ ແຫ່ງ ສສ ຫວຽດນາມ ປະ ຈຳ ສປປ ລາວ ພ້ອມດ້ວຍພະນັກ ງານຫລັກແຫລ່ງຂອງສະຖານທູດ ແລະ ບັນດາຫ້ອງການຜູ້ຕາງໜ້າ ສສ ຫວຽດນາມ ປະຈຳ ສປປລາວ ເຂົ້າອວຍພອນປີໃໝ່ ລາວ ພສ 2567. ໂອກາດດັ່ງກ່າວ, ສະຫາຍ ທອງ ສະຫວັນ ພົມວິຫານ ໄດ້ຕາງໜ້າຄະ ນະພັກ, ຄະນະນໍາ ແລະ ພະນັກງານ ຄະນະພົວພັນຕ່າງປະເທດສູນກາງ ພັກສະແດງຄວາມຂອບອົກຂອບ ໃຈຕໍ່ສະຫາຍຫງວຽນບ໋າ ຮຸ່ງ ພ້ອມ ຄະນະ ທີ່ໄດ້ມາອວຍພອນເນື່ອງໃນ ໂອກາດປີໃໝ່ລາວ ເຊິ່ງໄດ້ນໍາເອົາ ມິດຈິດມິດໃຈ, ຄວາມສາມັກຄີຮັກ ແພງຖານມິດສະຫາຍອ້າຍນ້ອງທີ່ ໃກ້ຊິດ ແລະ ຄໍາອວຍພອນໄຊອັນ ເສີດມາຍັງຄະນະພັກ, ຄະນະນໍາ ແລະ ພະນັກງານຄະນະພົວພັນຕ່າງ ປະເທດສູນກາງພັກທຸກຖ້ວນໜ້າ; ຂປລ. ເມື່ອບໍ່ດົນມານີ້, ໄດ້ມີພິທີ ລົງນາມສັນຍາຮ່ວມທຸລະກິດລະ ຫວ່າງ ບໍລິສັດ ເບຍລາວ ຈຳກັດ ແລະ ບໍລິສັດ ເມເຈີ ແພລັດຕີນຳຊີນີ ເພລັກລາວ ຈຳກັດໂດຍການລົງ ນາມ ລະຫວ່າງ ທ່ານ ເຮັນ ຣິກ ແອັນເດີສັນ ຜູ້ອຳນວຍການບໍລິສັດ ເບຍລາວ ແລະ ທ່ານ ສິບທິດ ຮີສະ ຫວັດ ຜູ້ອຳນວຍການຝ່າຍການຕະ ຫລາດ ປະຈຳພາກພື້ນ ບໍລິສັດເມເຈີ ແພລັດຕີນຳ ຊີນີເພລັກ ລາວຈຳກັດ ໂດຍມີຄະນະບໍລິຫານ ແລະ ພາກ ສ່ວນກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ ເປັນສັກຂີພິຍານ. ທ່ານ ສິບທິດ ຮີສະຫວັດ ໄດ້ ໃຫ້ຮູ້ວ່າ: ການຮ່ວມມືຄັ້ງນີ້, ເປັນຂີດ ໝາຍສຳຄັນແຫ່ງຄວາມບັນເທີງ ເພື່ອເສີມຂະຫຍາຍປະສົບການສໍາ ລັບນັກເບິ່ງຮູບເງົາໃນທົ່ວປະເທດ ລາວ ເຊິ່ງເມເຈີ ຊີນີເພລັກ ຈະນຳ ສະເໜີເຄື່ອງດື່ມ ແລະ ຜະລິດຕະພັນ ທັງໝົດຂອງບໍລິສັດ ເບຍລາວ ຈໍາ ກັດ ຢູ່ທີ່ສະຖານທີ່ຂອງຕົນ ເພື່ອເຮັດ ໃຫ້ຜູ້ທີ່ເຂົ້າມາເບິ່ງຮູບເງົາ ໄດ້ກິນ, ໄດ້ດື່ມ ເຄື່ອງດື່ມ ປະເພດຕ່າງໆໃນ ຂະນະເບິ່ງຮູບເງົາ ເຊິ່ງບໍລິສັດ ເມເຈີ ແພລັດຕີນຳ ຊີນີເພລັກລາວ ແມ່ນ ຜູ້ນຳດ້ານອຸດສາຫະກຳບັນເທີງໃຫ້ ບໍລິການໂຮງໜັງ ທີ່ມີລະບົບພາບ, ສຽງ ທີ່ມີມາດຕະຖານສູງ ເພື່ອສ້າງ ຕີລາຄາສູງຕໍ່ການປະກອບສ່ວນ ຂອງສະຖານທູດ ໃນການປະສານ ສົມທົບຢ່າງແໜ້ນແຟ້ນກັບຄະນະ ພົວພັນຕ່າງປະເທດສູນກາງພັກ ແລະ ພາກສ່ວນຕ່າງໆຂອງລາວ ໃນການເປັນເສນາທິການ, ເປັນຂົວ ຕໍ່ ແລະ ຕິດຕາມ, ຊຸກຍູ້ບັນດາກະ ຊວງ, ອົງການ, ຂະແໜງການ, ທ້ອງ ຖິ່ນ ແລະ ວິສາຫະກິດຂອງສອງປະ ເທດຈັດຕັ້ງຜັນຂະຫຍາຍບັນດາຂໍ້ ຕົກລົງຂັ້ນສູງຂອງສອງພັກ, ສອງ ລັດ ໃຫ້ບັນລຸຕາມແຜນການ ແລະ ເປົ້າໝາຍທີ່ວາງໄວ້, ປະກອບສ່ວນ ເຂົ້າໃນການເພີ່ມພູນຄູນສ້າງ ແລະ ເພີ່ມທະວີສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະ ຫວ່າງສອງພັກ, ສອງລັດ ແລະ ປະ ຊາຊົນ ສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນຍິ່ງໆຂຶ້ນໄປ ແລະ ຮ່ວມກັນເສີມສ້າງສັນຕິພາບ, ມິດຕະ ພາບ, ການຮ່ວມມື ແລະ ພັດທະນາ ຢູ່ໃນພາກພື້ນ ແລະ ສາກົນ. ສະຫາຍຫງວຽນ ບ໋າ ຮຸ່ງ ໄດ້ສະ ແດງຄວາມຊົມເຊີຍ ແລະ ຕີລາຄາ ສູງຕໍ່ບັນດາຜົນສຳເລັດທີ່ພັກ, ລັດ ຖະບານ ແລະ ປະຊາຊົນລາວບັນ ດາເຜົ່າຍາດມາໄດ້ຕະຫລອດໄລຍະ ແຫ່ງການປ່ຽນແປງໃໝ່ກໍຄື ຈັດຕັ້ງ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ຕີລາຄາສູງຕໍ່ ການປະກອບສ່ວນຂອງຄະນະພົວ ພັນຕ່າງປະເທດສູນກາງພັກເຂົ້າໃນ ຜົນສໍາເລັດລວມຂອງ ສປປ ລາວ ກໍຄື ປະກອບສ່ວນເຂົ້າໃນການເສີມ ສ້າງສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດ ນາມ, ຫວຽດນາມ-ລາວ. ໂອກາດນີ້ ສອງຝ່າຍຍັງໄດ້ປຶກ ສາ ແລະ ແລກປ່ຽນບາງບັນຫາທີ່ ຕ່າງຝ່າຍໃຫ້ຄວາມສົນໃຈ ແລະ ວຽກງານຈະສືບຕໍ່ປະສານສົມທົບ ຈັດຕັ້ງປະຕິບັດໃນຕໍ່ໜ້າ; ສອງຝ່າຍ ຢືນຢັນວ່າ ຈະຮ່ວມກັນເພີ່ມທະວີ ການປະສານສົມທົບຢ່າງແໜ້ນ ແຟ້ນ ລະຫວ່າງ ຄະນະພົວພັນຕ່າງ ປະເທດສູນກາງພັກ ແລະ ສະຖານ ທູດ, ຈະເຮັດສຸດຄວາມສາມາດ ຂອງຕົນປະກອບສ່ວນເຂົ້າໃນການ ເພີ່ມທະວີສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະ ຫວ່າງສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ນັບຂະຫຍາຍຕົວແລະ ໝັ້ນ ຄົງຕະຫລອດໄປ. ຂ່າວ-ພາບ: ຄຕພ ແລະມອບປະສົບການທີ່ດີໃຫ້ລູກຄ້າ ທີ່ມາໃຊ້ບໍລິການໂຮງໜັງເມເຈີ. ທ່ານ ເຮັນຣິກ ແອັນເດີສັນ ໄດ້ ກ່າວວ່າ: ການເຊັນສັນຍາຮ່ວມມື ກັບບໍລິສັດ ເມເຈີ ແພລັດຕີນຳຊີນີ ເພລັກລາວ ຈຳກັດ ໃນການນຳເອົາ ເຄື່ອງດື່ມ ແລະ ຜະລິດຕະພັນຂອງ ບໍລິສັດພວກເຮົາ ມາສູ່ຜູ້ມັກ-ຮັກຮູບ ເງົາໃນທົ່ວປະເທດກາຍເປັນສ່ວນ ໜຶ່ງຂອງປະສົບການໃນການສາຍ ຮູບເງົາ ຢູ່ໂຮງໜັງເມເຈີຊີນີເພລັກ. ບໍລິສັດ ເບຍລາວ ແມ່ນຜູ້ຜະລິດ ເຄື່ອງດື່ມອັນດັບໜຶ່ງໃນ ສປປ ລາວ ມີເຄື່ອງດື່ມຫລາກຫລາຍສະນິດ ແລະ ມີປະຫວັດທີ່ຍາວນານ ໃນ ເລື່ອງຂອງຜະລິດຕະພັນທີ່ມີຄຸນນະ ພາບ ແລະ ນຳໃຊ້ນະວັດຕະກຳໝ່ໆ ເຂົ້າໃນການພັດທະນາຜະລິດຕະ ພັນ ເພື່ອຕອບສະໜອງຄວາມຕ້ອງ ການຂອງຜູ້ບໍລິໂພກທີ່ນັບມຶ້ຫລາຍ ຂຶ້ນ. ພາຍຫລັງສໍາເລັດພິທີລົງນາມ ໃນຄັ້ງນີ້, ບັນດາແຂກຖືກເຊີນ ແລະ ສື່ມວນຊົນ ຍັງໄດ້ຮັບຊົມການສາຍ ຮູບເງົາພິເສດ ເລື່ອງ Godzilla vs Kong ຕື່ມອີກ. ພາບ: ເກດສະໜາ ກະຊວງ ຖວທ ປາຖະກະຖາ... 30 ປີ ມິດຕະພາບ... ນັກຮຽນຈາກ ນວ... ອ້ອມຂ້າງກະຊວງ ຖວທ ເຂົ້າຮ່ວມ. ສະຫາຍ ວັນສີ ກົວມົວ ໄດ້ຍົກ ໃຫ້ເຫັນປະຫວັດແຫ່ງການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນ ງານອັນໃຫຍ່ຫລວງ ຂອງພັກປະຊາ ຊົນປະຕິວັດລາວ ຕະຫລອດໄລຍະ ທຳອິດຂອງ ສປປ ລາວ ເຮັດໃຫ້ ການໄປມາຫາສູ່ລະຫວ່າງປະຊາ ຊົນຂອງສອງປະເທດ ສະດວກສະ ບາຍແລະວ່ອງໄວ.ສ້າງຕັ້ງຂຶ້ນພາຍ ໃຕ້ການຮ່ວມມື ຂອງສອງລັດຖະ ບານລາວ-ໄທ ໂດຍການສະໜັບສະ ໜູນທຶນ ໃນການກໍ່ສ້າງຂອງລັດຖະ ບານອົດສະຕຣາລີ. ເນື່ອງໃນໂອກາດຄົບຮອບ 30 ປີ ແຫ່ງການສ້າງຕັ້ງຂົວມິດ ຕະພາບ ລາວ-ໄທ ແຫ່ງທີ 1 ວຽງ ຈັນ-ໜອງຄາຍ, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກ ລັດຖະມົນຕີ, ອະດີດລັດຖະມົນຕີກະ ຊວງຕ່າງປະເທດ ໄດ້ໃຫ້ສຳພາດຕໍ່ສື່ ມວນຊົນ ໃນວັນທີ 6 ເມສາ 2024 ໂດຍທ່ານໄດ້ຍົກໃຫ້ເຫັນປະຫວັດ ກ່ອນການສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ວຽງຈັນ-ໜອງ ຄາຍ ໂດຍໄດ້ມີການປຶກສາຫາລື ສອງຝ່າຍໃນຫລາຍບັນຫາສຳຄັນ ໂດຍສະເພາະແມ່ນການປ່ຽນເລນ ການສັນຈອນ ໂດຍໄດ້ຕົກລົງກຳ ນົດເອົາຈຸດປ່ຽນເລນລົດຢູ່ດິນແດນ ຝັ່ງລາວ ຫລັງຈາກນັ້ນ, ຂົວມິດຕະ ພາບແຫ່ງທີ 2 ແມ່ນໃຫ້ກຳນົດເອົາ ຈຸດປ່ຽນເລນລົດ ຢູ່ຝັ່ງໄທ ແລະ ຂົວ ຕໍ່ໄປແມ່ນໃຫ້ຜັດປ່ຽນກັນໄປແຕ່ລະ ແຫ່ງ ເຊິ່ງຂົວມິດຕະພາບລາວ-ໄທ ແຫ່່ງທີ 1 ວຽງຈັນ-ໜອງຄາຍ ໄດ້ ເລີ່ມລົງມືກໍ່ສ້າງໃນປີ 1991 ແລະ ສຳເລັດການກໍ່ສ້າງ ພ້ອນເປີດນໍາໃຊ້ ຢ່າງເປັນທາງການໃນວັນທີ 9 ເມ ສາ 1994 ເຊິ່ງໄດ້ຮັບການສະໜູນ ສະໜັບທຶນ ແລະ ວິຊາການຈາກລັດ ຖະບານອົດສະຕຣາລີ ໃນມູນຄ່າ42 ລ້ານໂດລາອົດສະຕຣາລີ ຕະຫລອດ ໄລຍະ 30 ປີຜ່ານມາ ຂົວແຫ່ງນີ້, ໄດ້ປະກອບສ່ວນ ແລະ ອຳນວຍ ຄວາມສະດວກໃນການເຊື່ອມຈອດ ຄົມມະນາຄົມ, ການຄ້າ, ການລົງ ທຶນ, ການທ່ອງທ່ຽວ ແລະ ການໄປ ມາຫາສູ່ລະຫວ່າງ ປະຊາຊົນສອງ ຊາດ ລາວ-ໄທ ລວມທັງປະຊາຊົນ ຈາກປະເທດພາກພື້ນແລະ ອາຊຽນ, ທັງເປັນການພັດທະນາເສດຖະກິດ ຂອງສອງປະເທດໃຫ້ເຕີບໃຫຍ່ ເຂັ້ມແຂງ. ພ້ອມນີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ຍົກໃຫ້ເຫັນບັນ ຍາກາດພິທີເປີດຂົວມິດຕະພາບ ຢ່າງເປັນທາງການ ເຊິ່ງເປັນພາບ ແຫ່ງປະຫວັດສາດ, ເປັນພາບແຫ່ງ ຄວາມປະທັບໃຈທີ່ການນຳຂັ້ນສູງ ສຸດຂອງສາມປະເທດ ລາວ, ໄທ ແລະອົດສະຕຣາລີເຂົ້າຮ່ວມເປີດຂົວ ດັ່ງກ່າວ ເຊິ່ງບັນຍາກາດເຕັມໄປ ດ້ວຍໄມຕີຈິດມິດຕະພາບ ເຊິ່ງຂົວດັ່ງ ກ່າວ, ໄດ້ກາຍເປັນຄວາມຫວັງຂອງ ປະຊາຊົນສອງປະເທດ ນຳພາຜົນ ປະໂຫຍດມາສູ່ປະຊາຊົນສອງຊາດ. ພ້ອມກັນນີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ຍັງໄດ້ສະແດງຄວາມ ຂອບໃຈຕໍ່ລັດຖະບານອົດສະຕຣາລີ ທີ່ໄດ້ໃຫ້ການຊ່ວນເຫລືອສະໜັບ ສະໜູນທາງດ້ານທຶນແລະວິຊາການ ໃນການກໍ່ສ້າງຂົວ ຈົນສຳເລັດ ແລະ ເປີດໃຊ້ມາຮອດປັດຈຸບັນ. ປັດຈຸບັນຂົວມິດຕະພາບລາວໄທ ມີທັງໝົດ 5 ແຫ່ງ ຄື: ວຽງຈັນໜອງຄາຍ, ສະຫວັນນະເຂດ-ມຸກ ດາຫານ, ຄຳມ່ວນ-ນະຄອນພະນົມ, ບໍ່ແກ້ວ-ຊຽງລາຍ ແລະ ບໍລິຄຳໄຊບຶງການກຳລັງກໍ່ສ້າງໃກ້ຈະສຳເລັດ. ຂ່າວ-ພາບ: ກິດຕາ 69 ປີ ໃນພາລະກິດຕໍ່ສູ້ປົດປ່ອຍ ຊາດ, ການປົກປັກຮັກສາ ແລະ ສ້າງ ສາປະເທດຊາດ ຕະຫລອດໄລຍະ ຜ່ານມາ, ທັງໄດ້ຍົກໃຫ້ເຫັນທາດແທ້ ຂອງພັກປະຊາຊົນ ປະຕິວັດລາວ ເຊິ່ງແມ່ນພັກຂອງຊົນຊັ້ນກຳມະ ກອນເປັນຕົວແທນທີ່ຈົງຮັກພັກດີຕໍ່ ສິດຜົນປະໂຫຍດຂອງຊົນຊັ້ນກຳມະ ກອນ, ຊາວຜູ້ອອກແຮງງານລາວ ທີ່ ຮັກຊາດ, ຍຶດໝັ້ນລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກເປັນ ພື້ນຖານແຫ່ງແນວຄິດ, ເປັນເຂັມທິດ ໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນ ໄຫວຂອງພັກ, ເສີມຂະຫຍາຍລັດ ທິຮັກຊາດອັນແທ້ຈິງ , ສົມທົບກັບລັດ ທິສາກົນອັນຜ່ອງໃສຂອງຊົນຊັ້ນກຳ ມະກອນ, ເພື່ອນໍາເອົາຄວາມເອກະ ລາດມາໃຫ້ແກ່ປະເທດຊາດ ແລະ ສິດເປັນເຈົ້າມາໃຫ້ປະຊາຊົນ. ພ້ອມນີ້, ສະຫາຍ ວັນສີ ກົວມົວ ຍັງໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງການ ຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ຕ້ານພວກລ່າເມືອງຂຶ້ນ ໂດຍສະ ເພາະແມ່ນຂະບວນການຕໍ່ສູ້ຂອງທະ ຫານ ແລະ ປະຊາຊົນ ໃນບັ້ນຮົບ ປ້ອງກັນຕົວເມືອງທ່າແຂກ ແຂວງ ຄຳມ່ວນຕ້ານກອງທັບຂອງທະຫານ ພວກລ່າເມືອງຂຶ້ນແບບເກົ່າ ໃນວັນ ທີ 21 ມີນາ 1946 ເຊິ່ງແມ່ນໜຶ່ງ ໃນບັ້ນຮົບຕໍ່ສູ້ທີ່ສໍາຄັນທີ່ສຸດຢູ່ໃນ ລາວ ເຖິງຈະບໍ່ໄດ້ຮັບໄຊຊະນະ ແລະ ຖືກປາບປາມຢ່າງນອງເລືອດ ກໍ ຕາມ ແຕ່ມັນກໍເປັນການປຸກລະດົມ ນ້ໍາໃຈຮັກຊາດ, ຄຽດແຄ້ນສັດຕູ ຂອງປະຊາຊົນລາວບັນດາເຜົ່າ ພ້ອມກັນລຸກຮືຂຶ້ນດ້ວຍຄວາມເກັ່ງ ກ້າສາມາດ ແລະ ມີໄຫວພິບ ເຊິ່ງບັ້ນ ຮົບດັ່ງກ່າວ, ໄດ້ກາຍເປັນເຫດການ ປະຫວັດສາດແຫ່ງການຕໍ່ສູ້ຢ່າງພິ ລະອາດຫານຂອງປະຊາຊົນລາວ ແລະ ກາຍເປັນກະແສຟອງໃຫ້ແກ່ ການປະຕິວັດຊາດ ປະຊາທິປະໄຕ ຂອງພວກເຮົາກ້າວໄປສູ່ການປົດ ປ່ອຍຊາດຢ່າງສົມບູນ. ຢ່າງໃດກໍ ຕາມ ປະຊາຊົນລາວທັງຊາດ ໄດ້ຈົດ ຈຳແລະ ຖືເອົາວັນດັ່ງກ່າວ, ເປັນວັນ ຄຽດແຄ້ນຂອງປະຊາຊົນລາວໃນ ທົ່ວປະເທດ. ໃນໂອກາດດຽວກັນ, ສະຫາຍ ວັນສີ ກົວມົວ ຍັງໄດ້ມອບໃບຢັ້ງຢືນ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກ ແໜ້ນ ປະຈຳປີ 2023 ໃຫ້ 22 ໜ່ວຍພັກ ແລະ ມອບບັດສະມາຊິກ ພັກສົມບູນໃຫ້ 50 ສະຫາຍ ຕື່ມອີກ. ຂ່າວ: ທະນູທອງ, ພາບ: ຂັັນໄຊ 2024 ທີ່ມະຫາວິທະຍາໄລແຫ່ງຊາດ ນະຄອນຫລວງວຽງຈັນ. ຜ່ານການ ສອບເສັ່ງນັກຮຽນເກັ່ງຈາກນະຄອນ ຫລວງວຽງຈັນ (ນວ) ໄດ້ 6 ຫລຽນ ຄໍາ, ບໍລິຄໍາໄຊ ແລະ ຫລວງພະບາງ ໄດ້ແຂວງລະ 1 ຫລຽນຄໍາ ຜົນການ ສອບເສັງລະອຽດມີດັ່ງນີ້: ຊັ້ນມັດທະ ຍົມສຶກສາ ມ4 ວິຊາພາສາລາວ-ວັນ ນະຄະດີ: ອັນດັບທີ 1 ແມ່ນ ນາງ ປາຢົງ ທ່າວເຈີດຈິງ ຈາກ ມສ ປາດຖະໜາ, ນະຄອນຫລວງວຽງຈັນ, ອັນດັບທີ 2: ນາງ ສອນນາລີ ພົມມະຈັກ ຈາກ ມສ ພອນສະຫວັນ ແຂວງຊຽງຂວາງ , ອັນດັບທີ 3 ນາງ ຈິ່ງຮຸ່ຍ ລາວເຊີນຈາກ ມສ ມິດຕະພາບ ແຂວງອຸດົມໄຊ; ວິ ຊາວິຊາຄະນິດສາດ ອັນດັບທີ 1 ນາງ ປາວິນາ ໄຊຍະເດດ ຈາກ ມສ ປາດ ຖະໜາ, ນະຄອນຫລວງວຽງຈັນ, ອັນດັບທີ 2 ນາງ ເພັດວິສຸກ ສຸນີໄຊ ຈາກ ມສ ມິດຕະພາບ ລາວ-ຫວຽດ ແຂວງສະຫວັນນະເຂດ, ອັນດັບທີ 3 ທ້າວ ເອກສະດາ ສຸທໍາມະວົງ ຈາກ ມສ ໂພນໝີແຂວງວຽງຈັນ; ວິຊາຟິຊິກສາດ ອັນດັບທີ 1 ນາງ ສຸພະພອນ ສີສົມຫວັງ ຈາກ ມສ ວຽງຈັນ ນະຄອນຫລວງ ວຽງຈັນ, ອັນດັບທີ 2 ທ້າວ ໂຊກທະວີ ສຸລິຍະ ຈາກ ມສ ມິດຕະພາບ ລາວຫວຽດ ແຂວງສະຫວັນນະເຂດ, ອັນ ດັບທີ 3: ບໍ່ມີນັກຮຽນໄດ້ຄະແນນເຖິງ 7,00; ວິຊາເຄມີສາດ: ອັນດັບທີ1 ນາງ ທິດາວັນ ໄຊຍະສຸກ ຈາກ ມສ ພອນສະ ຫວັນຊົນເຜົ່າ, ນະຄອນຫລວງວຽງຈັນ, ອັນດັບທີ 2 ນາງ ລິນລະດາ ໄຊຍະວົງ ຈາກ ມສ ມິດຕະພາບ ລາວ-ຫວຽດ ແຂວງສະຫວັນນະເຂດ ແລະ ອັນດັບທີ 3 ທ້າວ ຈີວະຣັນຄູນຈະເລີນ ຈາກ ມຕ ຊິນຮວາ ຫລວງພະບາງ. ສໍາລັບຊັ້ນ ມັດທະຍົມສຶກສາ ມ7: ວິຊາພາສາ ລາວ-ວັນນະຄະດີອັນດັບທີ1 ທ້າວ ອະ ພິສິດ ສີສຸນົນຈາກ ມປ ປາກຊັນ ແຂວງ ບໍລິຄໍາໄຊ, ອັນດັບທີ 2 ທ້າວ ທະວີຊັບ ຈັນທະສັກ ຈາກ ມສ ພອນສະຫວັນ ຊົນເຜົ່າ ນະຄອນຫລວງວຽງຈັນ ແລະ ອັນດັບທີ 3 ທ້າວ ຮືເສັງ ເລົ່າ ຈາກ ມສ ສັນຕິພາບ ແຂວງຫລວງພະບາງ; ວິຊາຄະນິດສາດ ອັນດັບທີ 1 ທ້າວ ລີປໍ້ ຈື່ປໍ້ຈ່າ ຈາກ ມສ ສັນຕິພາບ ແຂວງ ຫລວງພະບາງ, ອັນດັບທີ 2 ສາ ມະເນນ ເຢີທໍ່ໄມວິໄຊ ຈາກ ມສ ສົງ ສັນຕິພາບ ແຂວງຊຽງຂວາງ ແລະ ທ້າວ ແສງຄໍາຟອງ ຢ່າງຊ້ອງເຊັ່ງ ຈາກ ມສ ໄຊສົມບູນ ແຂວງໄຊສົມບູນ ແລະ ອັນດັບທີ 3 ທ້າວ ຈື້ ຊົ່ງຢົ້ວກາວ ຈາກ ມສ ສີທ່ານາໄຊ ແຂວງບໍລິຄໍາໄຊ; ວິຊາຟິຊິກສາດອັນດັບທີ 1 ທ້າວ ໂທ ພິທັກ ໄພສານ ຈາກ ມສ ວຽງຈັນ ນະ ຄອນຫລວງວຽງຈັນ, ອັນດັບທີ 2 ທ້າວ ສີວົງສຸກເຮີ່ວ່າຮືຕົງລົງ ຈາກ ມສ ສີທ່າ ນາໄຊ ແຂວງບໍລິຄໍາໄຊ ແລະ ອັນດັບ ທີ 3 ສາມະເນນ ສີດາ ຫລ້າຄໍາປາງ ຈາກ ມສ ສົງສາລະວັນ ແຂວງສາລະ ວັນ, ວິຊາເຄມີສາດ ອັນດັບທີ 1 ທ້າວ ອານຸພາບ ລາດຊະວົງ ຈາກ ມສ ພອນ ສະຫວັນຊົນເຜົ່າ, ນະຄອນຫລວງວຽງ ຈັນ, ອັນດັບທີ 2 ທ້າວ ຄໍາປານ ເກົ້າ ຫວັງ ຈາກ ມສ ບ້ານໃໝ່ ແຂວງຜົ້ງສາ ລີ ແລະ ອັນດັບທີ 3 ນາງ ສຸພາວັນ ດາລາເພັດ ຈາກ ມສ ຈຸງເຕັກ ແຂວງ ສະຫວັນນະເຂດ. ສໍາລັບນັກຮຽນເກັ່ງລະດັບຊາດ ຊັ້ນມັດທະຍົມສຶກສາ ສົກຮຽນ 20232024 ທີ່ສອບເສັງໄດ້ອັນດັບທີ 1, 2,3 ແລະ ໄດ້ຄະແນນ 7 ຂຶ້ນໄປລວມ ທັງໝົດ ມີ 24 ຄົນ, ຍິງ 9 ຄົນ, ໄດ້ ຮັບຫລຽນ, ລາງວັນ ແລະ ໃບຍ້ອງ ຍໍດັ່ງນີ້: ລາງວັນທີ 1 ໄດ້ຮັບຫລຽນຄໍາ, ເງິນລາງວັນ 19.100.000 ກີບ ແລະ ໄດ້ຮັບໃບຍ້ອງຍໍຂັ້ນກະຊວງສຶກສາທິ ການ ແລະ ກິລາ; ລາງວັນທີ 2 ໄດ້ຮັບ ຫລຽນເງິນ, ເງິນລາງວັນ15.355.000 ກີບ ແລະ ໄດ້ຮັບໃບຍ້ອງຍໍຂັ້ນກະຊວງ ສຶກສາທິການ ແລະ ກິລາ; ລາງວັນທີ 3 ໄດ້ຮັບຫລຽນທອງ, ເງິນລາງວັນ 11.580.000ກີບແລະ ໄດ້ຮັບໃບຍ້ອງ ຍໍຂັ້ນກະຊວງສຶກສາທິການ ແລະ ກິລາ. ສ່ວນນັກຮຽນເກັ່ງທີ່ສອບເສັງໄດ້ລາງ ວັນຊົມເຊີຍ ມີລາງວັນຊົມເຊີຍ 26 ຄົນ, ຍິງ 14 ຄົນ ໄດ້ຮັບເງິນ 3.060.000 ກີບ ແລະ ໄດ້ຮັບໃບຊົມເຊີຍຂັ້ນກົມສາ ມັນສຶກສາ. ນອກຈາກນີ້, ຕົວແທນນັກ ຮຽນເກັ່ງມາຈາກແຕ່ລະແຂວງ ທີ່ບໍ່ໄດ້ ຮັບຫລຽນ, ລາງວັນອັນດັບ 1, 2, 3 ແລະ ລາງວັນຊົມເຊີຍ ໄດ້ຮັບເງິນຜູ້ລະ 600.000 ກີບຈາກການອຸປະຖໍາຊ່ວຍ ເຫລືອຂອງບໍລິສັດຕ່າງໆ. ສ່ວນຜົນການຖາມ-ຕອບຄໍາຖາມ ວິທະຍາສາດ: ລາງວັນທີ 1 ນະຄອນ ຫລວງວຽງຈັນ ໄດ້ຮັບຂັນຊະນະເລີດ ແລະ ເງິນສົດ10.600.000ກີບ; ລາງ ວັນທີ 2 ແຂວງຄໍາມ່ວນ ໄດ້ຮັບເງິນສົດ 7.650.000 ກີບ; ລາງວັນທີ 3 ແຂວງ ບໍລິຄໍາໄຊ ໄດ້ຮັບເງິນສົດ 4.800.000 ກີບ; ລາງວັນຊົມເຊີຍ ແຂວງຈໍາປາສັກ ໄດ້ຮັບເງິນສົດ 2.450.000 ກີບ.

RkJQdWJsaXNoZXIy MTc3MTYxMQ==