69 xu -k;|5j ,]k; g8u [.spj 0tspkp8q ; .om5 drk]tdy f0v'-kf xtgmf]k; 3 08/04/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me (ເນື່ອງໃນໂອກາດວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ 14/04/1955-14/04/2024) ບົດສະເໜີ * ຕະຫລອດໄລຍະ 69 ປີ ແຫ່ງ ການກຳເນີດ ແລະ ເຕີບໃຫຍ່ຂະ ຫຍາຍຕົວ, ຊາວໜຸ່ມປະຊາຊົນ ປະ ຕິວັດລາວ ແມ່ນມີບົດບາດສໍາຄັນ ໃນທຸກພາລະກິດຂອງຊາດ ແລະ ມີ ບົດບາດໃນການຕັດສິນທຸກໄຊຊະ ນະຂອງການປະຕິວັດຊາດ ເພາະ ຊາວໜຸ່ມແມ່ນກໍາລັງແຂນຂວາ ຂອງຂອງພັກ, ເປັນກະດູກສັນຫລັງ ຂອງຊາດ ທີ່ເຕັມໄປດ້ວຍມູນເຊື້ອ ນໍ້າໃຈຮັກເຊື້ອແພງຊາດອັນດູດດື່ມ ມີວັດທະນະທໍາອັນດີງາມ ແລະ ມີ ຄວາມເສຍສະຫລະອັນສູງສົ່ງໃນ ແຂນຂວາຂອງພັກ, ເປັນກະດູກສັນ ຫລັງຂອງປະເທດຊາດ, ເປັນຜູ້ສືບ ທອດທີ່ຈົ່ງຮັກພັກດີຂອງປະເທດ ຊາດ, ມູນເຊື້ອ ແລະ ວິລະກໍາຂອງ ຊາດໄດ້ຮັບການຜັນຂະຫຍາຍເປັນ ການກະທໍາປະຕິວັດຂອງຊາວໜຸ່ມ ຊຶ່ງສາມາດຕອບສະໜອງໄດ້ຄວາມ ຮຽກຮ້ອງຕ້ອງການຂອງພັກ, ຂອງ ປະເທດຊາດ ແລະ ເຮັດສໍາເລັດພາ ລະກໍາຂອງຕົນ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ກ້າວເດີນຕາມເສັ້ນທາງສັງຄົມ ນິຍົມ. ຕະຫລອດໄລຍະ 69 ປີ ແຫ່ງ ການເຕີບໃຫຍ່ຂະຫຍາຍຕົວຂອງ ຊາວໜຸ່ມປະຊາຊົນ ປະຕິວັດລາວ ພາຍໃຕ້ການນໍາພາຂອງພັກປະຊາ ຊົນ ປະຕິວັດລາວ, ພັກໄດ້ສ້າງຕັ້ງ ອົງການຊາວໜຸ່ມຕະລຸມບອນຂຶ້ນ ວັນທີ 14 ເມສາ 1955 ເພື່ອຕອບ ສະໜອງ ກັບຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ການປະຕິວັດ, ໃນ ມະຕິ ຄັ້ງທີ 4 ສະໄໝທີ I ຂອງພັກ ໄດ້ກໍານົດວ່າ: ຕ້ອງເອົາໃຈໃສ່ຂົນ ຂວາຍຈັດຕັ້ງຊາວໜຸ່ມ, ເອົາວຽກ ງານການຈັດຕັ້ງສຶກສາອົບຮົມຊາວ ໜຸ່ມ ເປັນວຽກງານທີ່ສໍາຄັນອັນດັບ ໜຶ່ງທີ່ຈະຕ້ອງໄປກ່ອນອົງການຈັດ ຕັ້ງຊາວໜຸ່ມດັ່ງກ່າວ, ໄດ້ກາຍເປັນ ໃຈກາງເຕົ້າໂຮມ ແລະ ສຶກສາອົບ ຮົມຊາວໜຸ່ມ ປະຕິບັດບົດບາດ ເປັນ ກໍາລັງປະຈັນບານ. ໃນຕົ້ນປີ1972ກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກ ໄດ້ໄຂຂຶ້ນ ແລະ ປ່ຽນຊື່ຈາກ ພັກປະຊາຊົນລາວ ມາ ເປັນພັກປະຊາຊົນ ປະຕິວັດລາວ ດ້ວຍຄວາມເຊື້ອໝັ້ນຕໍ່ພາລະບົດ ບາດຂອງຊາວໜຸ່ມ ພັກໄດ້ເຕົ້າໂຮມ ເອົາຄະນະຊາວໜຸ່ມຕະລຸມບອນ ກໍາລັງປະກອບອາວຸດ ແລະ ຄະນະ ຊາວໜຸ່ມລາວຮັກຊາດ ເປັນອົງ ການຈັດຕັ້ງດຽວກັນ ແລະ ໃສ່ຊື່ວ່າ “ຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ” ໃນປີ 1983. ໃນກອງປະ ຊຸມໃຫຍ່ ຄັ້ງທີ I ຂອງຜູ້ແທນຊາວ ໜຸ່ມທົ່ວປະເທດ ທ່ານ ໄກສອນ ພົມວິຫານ ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກ ປະທານ ປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ ນາມມະຍົດ ແລະ ຄໍາສັ່ງສອນວ່າ: “ຊາວໜຸ່ມຈົ່ງເປັນດັ່ງນົກອິນຊີ ທີ່ ບໍ່ຫວັ່ນກວາຕໍ່ພະຍຸລົມແດງເປັນ ສິນໄຊຂອງຍຸກສະໄໝພວກເຮົາ”, ຄໍາສອນດັ່ງກ່າວນີ້ ໄດ້ສ່ອງແສງ ໃຫ້ພວກເຮົາເຂົ້າໃຈຢ່າງເລິກເຊິ່ງ ວ່າ: ຊາວໜຸ່ມ ຕ້ອງມີຄວາມຈົ່ງຮັກ ພັກດີຕໍ່ພັກຕໍ່ຊາດ ແລະ ປະຊາຊົນ, ຊາວໜຸ່ມຕ້ອງມີຄວາມເຂັ້ມແຂງ ປະຈັນບານ, ຊາວໜຸ່ມຕ້ອງຮັກເຊື້ອ ແພງຊາດ, ຊາວໜຸ່ມຕ້ອງມີວິໃສທັດ ກວ້າງໄກ. ການປະກອບສ່ວນໃນພາລະກໍາປະ ຫວັດສາດ ແລະ ເຮັດສໍາເລັດໜ້າທີ່ ຂອງການປະຕິວັດ ປະຊາທິປະໄຕ. ນອກນັ້ນ, ຍັງໄດ້ອອກແຮງແຂ່ງ ຂັນປະກອບສ່ວນ ໃນການປົກປັກ ຮັກສາໝາກຜົນຂອງການປະຕິວັດ ແລະ ປະກອບສ່ວນອັນສໍາຄັນໃນພາ ລະກິດສ້າງສາປະເທດຊາດຢ່າງສະ ຫງ່າຜ່າເຜີຍ. ພັກປະຊາຊົນ ປະຕິວັດລາວ ໄດ້ ຂະໜານນາມໃຫ້ຊາວໜຸ່ມວ່າ: ເປັນ xu 2023 g,n v'Iqj , pkfwfh zq o'kos]kpfh ko ໂດຍ: ມາລີດາ ພໍ; ມາຮອດປີ 2012 ໄດ້ຊື້ລົດ 12 ລໍ້ແລ່ນ ສາມາດສ້າງລາຍຮັບ ເຂົ້າຄອບຄົວສະເລ່ຍໄດ້ 100-200 ລ້ານກີບຕໍ່ປີ, ເລີ່ມເຮັດໃຫ້ຄອບຄົວ ດີຂຶ້ນ ຕໍ່ມາເນື່ອງຈາກມີລົດໂດຍ ສານແລ່ນຫລາຍຂຶ້ນ, ເຮັດໃຫ້ການ ແລ່ນລົດຂອງຕົນ ບໍ່ຄ່ອຍໄດ້ດີທັງມີ ຄວາມຫຍຸ້ງຍາກ ແລະ ບໍ່ໄດ້ຢູ່ນໍາ ຄອບຄົວ. ໃນປີ 2015 ຈຶ່ງຕັດສິນ ໃຈຫັນປ່ຽນອາຊີບ ມາລ້ຽງສັດປີກ ໂດຍສະເພາະລ້ຽງໄກ່ພັນໄຂ່ ເຊິ່ງ ໄດ້ຕັ້ງຟາມໄກ່ພັນໄຂ່ ຊຸດທໍາອິດ 1 ຟາມ ແລະ ໄດ້ນໍາໄກ່ພັນໄຂ່ ເຂົ້າ ມາ ຈໍານວນ 1.200 ໂຕ ມາເຖິງ ປີ 2016 ມີໄກ່ພັນໄຂ່ເພີ່ມຂຶ້ນມາ ເປັນ 9.500 ໂຕ ເຫັນວ່າການລ້ຽງ ໄກ່ພັນໄຂ່ ໄດ້ຮັບຜົນດີ ຈຶ່ງໄດ້ຂະ ຫຍາຍຟາມ ແລະ ຊື້ໄກ່ເຂົ້າອີກຈໍາ ນວນໜຶ່ງ ໃນປີ 2017 ທັງໄດ້ໄປ ຖອດຖອນບົດຮຽນນໍາໝູ່ເພື່ອນ ຜູ້ ທີ່ມີປະສົບການ ເພື່ອມາພັດທະນາ * ໃນປີຜ່ານມາອົງການປົກຄອງ ທົ່ວເມືອງຮົ່ມ ແຂວງໄຊສົມບູນ ໄດ້ເອົາໃຈໃສ່ປະຕິບັດວຽກງານແຕ່ ລະດ້ານອັນສາມາດຍາດໄດ້ຜົນ ງານຫລາຍດ້ານບໍ່ວ່າດ້ານຄວາມ ສະຫງົບ, ການຈັດຕັ້ງປະຕິບັດສອງ ວາລະແຫ່ງຊາດ,ການລົງທຶນ,ການ ພັດທະນາຊົນນະບົດ ແລະ ອື່ນໆ. ຜົນງານພົ້ນເດັ່ນດັ່ງກ່າວໄດ້ ຖືກຍົກໃຫ້ເຫັນຢູ່ໃນກອງປະຊຸມ ອົງການປົກຄອງເມືອງຮົ່ມ ປະຈຳ ປີ 2023 ແລະ ວາງທິດທາງແຜນ ການປີ 2024 ໂດຍ ທ່ານ ສັງຂານ ວົງໄຊ ຫົວໜ້າຫ້ອງວ່າ ການເມືອງ ໄດ້ລາຍງານວ່າ: ໃນໄລຍະ1ປີຜ່ານ ມາ ການນຳເມືອງໄດ້ຊີ້ນຳ-ນຳພາ ທຸກພາກສ່ວນລວມທັງທົ່ວສັງຄົມ ພາຍໃນເມືອງເປັນເຈົ້າການສະກັດ ກັ້ນ ແລະ ແກ້ໄຂບັນຫາຄວາມບໍ່ສະ ຫງົບທີ່ເກີດຂຶ້ນໃຫ້ໄດ້ຢ່າງໜັກ ແໜ້ນ, ເຂັ້ມແຂງເທື່ອລະກ້າວທັງ ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂບັນຫາ ຢາເສບຕິດ ເຊິ່ງສາມາດແກ້ໄຂຄະ ດີຄ້າ-ຂາຍຢາເສບຕິດມີ 3 ເລື່ອງ, ຄະດີມີຢາເສບຕິດໄວ້ໃນຄອບຄອງ ເພື່ອເສບ 4 ເລື່ອງ, ໄດ້ອອກໃບຢັ້ງ ຢືນຖອນເງິນຊໍາລະໂຄງການລົງ ທຶນຂອງລັດ(ບ້ວງປົກກະຕິ)6ໂຄງ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ການ ມູນຄ່າ 400 ລ້ານກີບ, ອອກ ໃບຢັ້ງຢືນຖອນເງິນຊໍາລະໂຄງ ການລົງທຶນຂອງລັດ (ບ້ວງເງິນ ເກີນແຜນຂອງແຂວງປີ 2022) ປະຈໍາປີ 2023 ມີ 5 ໂຄງການມູນ ຄ່າ 3 ຕື້ກວ່າກີບ, ຈັດເກັບລາຍຮັບ ເຂົ້າງົບປະມານໄດ້ 18 ຕື້ກວ່າກີບ, ລາຍຮັບພາຍໃນທັງໝົດ 1 ຕື້ກວ່າ ກີບ ເທົ່າກັບ87%, ໄດ້ປ່ອຍສີ້ນເຊື່ອ ໄດ້ 1 ຕື້ກວ່າກີບ, ເກັບຕົ້ນທຶນໄດ້ ກວ່າ1ຕື້ກີບ, ເກັບດອກເບ້ຍໄດ້385 ລ້ານກວ່າກີບ, ຜົນຜະລິດເຂົ້ານາປີ ໄດ້ 4 ພັນກວ່າໂຕນທຽບໃສ່ແຜນ ການປີປະຕິບັດລື່ນ10%,ຜົນຜະລິດ ເຂົ້າໄຮ່ໄດ້ 2 ພັນກວ່າໂຕນ, ໃນທົ່ວ ເມືອງມີຫົວໜ່ວຍທຸລະກິດຂະໜາດ ນ້ອຍ ແລະ ກາງ ທັງໝົດ 156 ຫົວ ໜ່ວຍ ມີມູນຄ່າຊັບສີນ 55 ຕື້ກວ່າ ກີບ, ລວມຍອດການຜະລິດເປັນສິນ ຄ້າໄດ້ທັງໝົດ 60 ຕື້ ກວ່າກີບ ເທົ່າ ກັບ 80,97% ຂອງແຜນປີ. ທ່ານ ສັງຂານ ວົງໄຊ ກ່າວຕື່ມ ວ່າ: ນອກຈາກທີ່ກ່າວມານັ້ນແລ້ວ ຍັງໄດ້ສໍາເລັດການລົງວັດ ແທກດິນ ແລະ ອອກໃບຕາດິນຕາມລະບົບ 3 ບ້ານຄື:ບ້ານນໍ້າຄຽນ,ຜາແອ່ນແລະ ບ້ານຜາລະແວກກວ່າ800 ຕອນ, ທົ່ວເມືອງໄດ້ຊົມໃຊ້ນ້ຳສະອາດ ກວມ80%ຂອງຈຳນວນຄອບຄົວ, ໄດ້ປະກາດເປັນບ້ານຢຸດຕິການຖ່າຍ ຊະຊາຍ 5 ບ້ານ, ປະກາດຮັບຮອງ ບ້ານຜາແອ່ນ ເປັນບ້ານວັດທະນະ ທໍາແຫ່ງທີ 8 ຂອງເມືອງຮົ່ມ, ລົງ ຕິດຕັ້ງໂທລະໂຄ່ງ ຊຸດໃໝ່ສຳເລັດ 5 ບ້ານ, ຝຶກອົບຮົມວິຊາສິລະປະສຶກ ສາໃຫ້ຄູຜູ້ທີ່ສອນເສີມວິຊາສິລະ ປະສຶກສາ ໃນໂຮງຮຽນ ມຕົ້ນ, ມສ ທົ່ວເມືອງ 1 ຄັ້ງ, ຝຶກອົບຮົມສີມື ແຮງງານດ້ານເຕັກນິກການບົວລະ ບັດຮັກສາຕົ້ນຢາງພາລາ ແລະ ຕົ້ນ ໝາກກ້ຽງໃຫ້ປະຊາຊົນບ້ານພູງູ ແລະ ບ້ານຫ້ວຍຊາຍໄດ້30 ຄົນ, ພັດທະນາສີມືແຮງງານໄດ້ 62 ຄົນ ທັງຈັດຫາງານໄດ້ 50 ຄົນ, ຝຶກອົບ ຮົມກົດໝາຍໄລຍະສັ້ນ 45 ວັນ ໃຫ້ ພະນັກງານຫລັກແຫລ່ງຂອງເມືອງ ຮົ່ມ1ຊຸດ, ໄດ້ປະກາດຮັບຮອງບ້ານ ສາມັກຄີປອງດອງ 4 ບ້ານຄື: ບ້ານ ນໍ້າຄຽນ, ບ້ານຜາລະແວກ, ບ້ານ ຮົ່ມທາດ, ບ້ານຜາແອ່ນ ແລະ ວຽກ ງານອື່ນໆອີກ. ]h P'wdj ra ow0j ]kpIa [fu ,u dew] * ໄຂ່ ເປັນອາຫານທີ່ນິຍົມຊົມ ຊອບຂອງຜູ້ບໍລິໂພກ ເນື່ອງຈາກວ່າ ສາມາດນໍາມາປຸງແຕ່ງອາຫານໄດ້ ຫລາກຫລາຍ ບໍ່ວ່າຈະ ຕົ້ມ, ຂົ້ວຫລື ເປັນສ່ວນປະກອບຂອງອາຫານ ເຍື່ອງອື່ນໆ ກໍ່ແຊບຊ້ອຍ, ກິນງ່າຍ ໄດ້ທັງເດັກນ້ອຍ ແລະ ຜູ້ໃຫຍ່. ດັ່ງ ນັ້ນ, ໄຂ່ໄກ່ຈຶ່ງເປັນທີ່ຕ້ອງການ ຂອງຕະຫລາດຢ່າງຫລວງຫລາຍ ຈົນກາຍເປັນທ່າແຮງ ແລະ ເງື່ອນ ໄຂ ໃຫ້ປະຊາຊົນທີ່ເຮັດອາຊີບລ້ຽງ ໄກ່ພັນໄຂ່ຂາຍ ສາມາດສ້າງລາຍ ຮັບເຂົ້າຄອບຄົວໄດ້ເປັນກອບເປັນ ກໍາ ເໝືອນດັ່ງ ທ່ານ ໄມສີຈັນ ອາຍຸ 53 ປີຢູ່ ບ້ານຄອນຄໍາ ກຸ່ມພັດທະ ນາທີ 3 ເມືອງປາກອູ ແຂວງຫລວງ ພະບາງ ທີ່ຖືເອົາອາຊີບລ້ຽງສັດ ປີກ ໂດຍສະເພາະ ໄກ່ພັນໄຂ່ສາມາດ ສ້າງລາຍຮັບໄດ້ ປະມານ 900 ລ້ານກີບຕໍ່ປີ. ທ່ານ ໄມສີຈັນ ອາຍຸ 53 ປີຢູ່ ບ້ານຄອນຄໍາ ກຸ່ມພັດທະນາທີ 3 ເມືອງປາກອູ ແຂວງຫລວງພະບາງ ໄດ້ໃຫ້ຮູ້ວ່າ: ໃນຄອບຄົວມີທັງໝົດ6 ຄົນ, ຍິງ3ຄົນ, ລວມມີ6ແຮງງານ, ໃນເມື່ອກ່ອນຄອບຄົວຂອງຕົນໄດ້ ຖືອາຊີບເຮັດໄຮ່, ເຮັດນາ ເຫັນວ່າ ຊີວິດການເປັນຢູ່ພໍແຕ່ກຸ້ມກິນ, ເລີຍ ຫັນມາຊື້ລົດໂດຍສານແລ່ນ, ແຕ່ ການໃຊ້ຈ່າຍສົ່ງລູກຮຽນຍັງບໍ່ພຽງ ແລະ ປັບປຸງຟາມຂອງຕົນ. ປັດຈຸບັນ ຄອບຄົວຂອງທ່ານ ໄມສີຈັນ ມີຟາມໄກ່ພັນໄຂ່ທັງໝົດ 5 ຟາມ, ມີໄກ່ພັນໄຂ່ 16.500 ໂຕ, ສາມາດສ້າງລາຍຮັບເຂົ້າຄອບຄົວ ສະເລ່ຍໄດ້ 900 ລ້ານກີບຕໍ່ປີ ເຮັດ ໃຫ້ຊີວິດການເປັນຢູ່ຂອງຄອບຄົວດີ ຂຶ້ນກວ່າເກົ່າ. ສຳລັບແຜນໃນຕໍ່ໜ້າ ແມ່ນຈະສືບຕໍ່ຂະຫຍາຍຟາມໄກ່ໃຫ້ ໄດ້ຕື່ມ 1 ຟາມ ແລະ ນໍາໄກ່ເຂົ້າເພີ່ມ ອີກ 3.000 ໂຕ ເພື່ອສ້າງລາຍຮັບ ເຂົ້າຄອບຄົວໃຫ້ໄດ້ 1 ຕື້ກວ່າກີບ ຕໍ່ປີ ພ້ອມທັງຈະຈ້າງແຮງງານເພີ່ມ ຕື່ມອີກໂດຍຈະຮັບເອົາຊາວໜຸ່ມຍິງໜຸ່ມ ແລະ ປະຊາຊົນ ທີ່ວ່າງງານ ຢູ່ພາຍໃນບ້ານ ແລະ ເຂດໃກ້ຄຽງ ເພື່ອສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບໃຫ້ເຂົາເຈົ້າຕື່ມອີກ. ພາບປະກອບ ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==