5848

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 08/04/2024 xtgmf]k; ສຳເລັດກອງປະຊຸມ... ລາວ-ໄທ ເປີດການຊຳລະ... ຫາລືການທູດເສດຖະກິດ... ກະຊວງຍຸຕິທຳ ກວດພົບ... ນາຍົກລັດຖະມົນຕີ.... ກອງປະຊຸມຄະນະປະຈຳ.... ຂປລ. ວັນທີ 5 ເມສາ 2024 ຜ່ານມາ, ຄະນະນໍາຂອງກະຊວງ ການເງິນນໍາ ໂດຍທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງ ການເງິນ ແລະ ການນໍາຂອງທະ ນາຄານແຫ່ງ ສປ ປ ລາວ (ທຫລ) ນໍາໂດຍ ທ່ານ ບຸນເຫລືອ ສິນໄຊວໍ ຣະວົງ ຜູ້ວ່າການ ທຫລ ໄດ້ສໍາເລັດ ການເປັນເຈົ້າພາບ ແລະ ປະທານ ຮ່ວມກອງປະຊຸມລະດັບສູງລັດຖະ ມົນຕີກະຊວງການເງິນ ແລະ ຜູ້ວ່າ ການທະນາຄານກາງອາຊຽນ ຄັ້ງທີ 11 ຫລື The 11th ASEAN Finance Ministers and Central Bank Governors Meeting (AFMGM). ພ້ອມກັນນັ້ນ, ທຫລ ສໍາເລັດການເປັນເຈົ້າພາບຈັດກອງ ປະຊຸມລະດັບຜູ້ວ່າການທະນາຄານ ກາງອາຊຽນ The ASEAN Central Bank Governors’ Meeting (ACGM), ທີ່ ນະຄອນ ຫລວງພະບາງ. ກອງປະຊຸມ AFMGM ມີ ແຂກລະດັບສູງ ໂດຍລັດຖະມົນຕີ ກະຊວງການເງິນ ແລະ ຜູ້ວ່າການ ທະນາຄານກາງ ພ້ອມດ້ວຍຄະນະ ຈາກບັນດາປະເທດສະມາຊິກ ອາຊຽນ, ກອງເລຂາອາຊຽນ (ASEC) ແລະ ປະເທດ ຕີມໍ ແລັດ ສະເຕ ໃນນາມຜູ້ສັງເກດການເຂົ້າ ຮ່ວມ. ນອກນີ້, ຍັງມີຜູ້ຕາງໜ້າຈາກ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນຕົ້ນແມ່ນອົງການຄົ້ນ ຄວ້າເສດຖະກິດມະຫາພາກອາ ຊຽນ+3 (AMRO), ກອງທຶນ ການເງິນສາກົນ (IMF) ແລະ ທະ ນາຄານພັດທະນາອາຊີ (ADB) ແລະ ທະນາຄານໂລກ (WB). ໃນກອງປະຊຸມ AFMGM ໄດ້ ສູນກາງພັກ, ລັດຖະມົນຕີ, ຮອງລັດ ຖະມົນຕີ, ບັນດາທ່ານເຈົ້າແຂວງ, ຮອງເຈົ້າແຂວງຂອງສປປ ລາວ, ສສ ຫວຽດນາມ, ກົງສູນໃຫຍ່ ສສ ຫວຽດນາມ, ກົງສູນໃຫຍ່ຣາຊະນາ ຈັກກຳປູເຈຍ ປະຈຳນະຄອນປາກ ເຊ, ອະດີດການນໍາ, ພະນັກງານປະຕິ ວັດອາວຸໂສບໍານານ, ຜູ້ຊົງຄຸນວຸທິ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫລວດ, ພະນັກງານ, ສະມາ ຊິກພັກ, ນັກທຸລະກິດພາຍໃນ ແລະ ຕ່າງປະເທດ ຕະຫລອດຮອດປະ ຊາຊົນບັນດາເຜົ່າແຂວງເຊກອງ ເຂົ້າຮ່ວມ. ທ່ານ ເຫລັກໄຫລ ສີວິໄລ ກຳມະ ການສູນກາງພັກ, ເຈົ້າແຂວງເຊ ກອງ ກ່າວວ່າ: ມື້ນີ້ຄະນະພັກ, ອົງ ການປົກຄອງ, ສະພາປະຊາຊົນ ແຂວງແລະປະຊາຊົນບັນດາເຜົ່າທົ່ວ ແຂວງເຊກອງ ໄດ້ຈັດພິທີໂຮມຊຸມ ນຸມສະເຫລີມສະຫລອງວັນສ້າງຕັ້ງ ແຂວງເຊກອງ ຄົບຮອບ 40 ປີ (14/4/1984-14/4/2024) ຂຶ້ນ ຢ່າງສະຫງ່າຜ່າເຜີຍບົນດິນແດນ ວິລະຊົນຄົນອາດຫານ. ກ່ອນນີ້ 40 ປີ ເຊກອງເປັນເຂດພູດອຍຫ່າງ ໄກສອກຫລີກທີ່ສຸດຂອງປະເທດ, ປະຊາຊົນຍັງມີແນວຄິດຄອງເດີມ, ການເຊື່ອຖືງົມງວາຍ, ພະນັກງານລັດຖະກອນຍັງຂາດເຂີນທັງປະລິ ມານ ແລະ ຄຸນນະພາບ, ພື້ນຖານ ໂຄງລ່າງເສດຖະກິດ-ສັງຄົມບໍ່ທັນມີ ຫຍັງ, ເສັ້ນທາງຄົມມະນາຄົມທາງ ບົກສຸດທີ່ຫຍຸ້ງຍາກທຸລະກັນດານ, ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນ ບັນດາເຜົ່າຫຍຸ້ງຍາກຝືດເຄືອງທີ່ ສຸດແລະຂຶ້ນກັບທໍາມະຊາດ100%, ແຕ່ດ້ວຍຈິດໃຈຟົດຟື້ນປະຕິວັດ, ຄວາມຮັກຊາດຮັກລະບອບໃໝ່, ຮັກ ຄວາມເປັນເອກະລາດອັນແຮງກ້າ, ປະຊາຊົນບັນດາເຜົ່າຊາວແຂວງ ເຊກອງ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງສູນກາງພັກ-ລັດຖະບານ ກໍຄື ຄະນະພັກ, ອໍານາດການປົກຄອງ ແຂວງແຕ່ລະສະໄໝ ໄດ້ສາມັກຄີ ເປັນຈິດໜຶ່ງໃຈດຽວກັນ, ສູ້ຊົນຜ່ານ ຜ່າຄວາມຫຍຸ້ງຍາກກັບອຸປະສັກ ນາໆປະການ ແລະ ທັງເປັນການທົດ ສອບອັນຂ້ຽວຂາດສັບສົນທີ່ນັບບໍ່ ຖ້ວນ; ໃນ 40 ປີແຫ່ງການບຸກບືນສູ້ ຊົນ ໂດຍມີມະຕິກອງປະຊຸມໃຫຍ່ອົງ ຄະນະພັກແຂວງ ຄັ້ງທີ IV-X ເປັນ ເຂັມຊີ້ທິດເຍືອງທາງ ເຊິ່ງເຮັດໃຫ້ ແຂວງພວກເຮົາໄດ້ຮັບການສ້າງ ສາພັດທະນາເປັນກ້າວໆ, ເຮັດໃຫ້ ໂສມໜ້າຂອງແຂວງເຊກອງ ມີການ ປ່ຽນແປງອັນໃຫຍ່ຫລວງໃນຫລາຍ ດ້ານທີ່ພົ້ນເດັ່ນ ເປັນຕົ້ນກໍາລັງກອງ ຫລອນ, ປກສ ບ້ານ ໄດ້ຮັບການປັບ ປຸງ, ບ້ານປ້ອມໝັ້ນ ແລະ ກຸ່ມບ້ານ ສູ້ຮົບຕິດລຽນ ໄດ້ຮັບການສ້າງຂຶ້ນ ໄປພ້ອມໆກັບການຍົກປະລິມານ ແລະ ຄຸນນະພາບຂອງກຳລັງທ້ອງ ຖິ່ນ ເຊິ່ງສາມາດທັບມ້າງກົນອຸບາຍ ຂອງພວກຄົນບໍ່ດີ ແລະ ອິດທິກຳ ລັງປໍລະປັກໄດ້ຢ່າງສິ້ນເຊີງ ແລະ ຮັບປະກັນໃຫ້ແຂວງມີຄວາມສະ ຫງົບປອດໄພ, ເປັນລະບຽບຮຽບ ຮ້ອຍໃນທົ່ວສັງຄົມໂດຍພື້ນຖານ ແລະ ໜັກແໜ້ນຂຶ້ນເທື່ອລະກ້າວ. ຈາກການພ້ອມກັນຈັດຕັ້ງປະຕິບັດ ແນວທາງປ່ຽນແປງໃໝ່ຮອບດ້ານ ຢ່າງມີຫລັກການຂອງພັກ, ເຮັດໃຫ້ ການສ້າງສາພັດທະນາເສດຖະກິດສັງຄົມກ້າວສູ່ຄຸນນະພາບໃໝ່, ພວກ ເຮົາໄດ້ຫັນປ່ຽນຈາກການທໍາມາຫາ ກິນແບບທໍາມະຊາດ ໄປສູ່ການຜະ ລິດສິນຄ້າເທື່ອລະກ້າວ, ເສດຖະກິດ ຂອງແຂວງຂະຫຍາຍຕົວເພີ່ມຂຶ້ນ ຢ່າງຕໍ່ເນື່ອງ, ເຮັດໃຫ້ການຈັດເກັບ ລາຍຮັບງົບປະມານແຫ່ງລັດ ເພີ່ມ ຂຶ້ນຕາມລຳດັບໃນແຕ່ລະປີ, ບັນດາ ພື້ນຖານໂຄງລ່າງເສດຖະກິດໄດ້ຮັບ ການປັບປຸງແກ້ໄຂ ແລະ ກໍ່ສ້າງໃໝ່ ເປັນຈຳນວນຫລາຍ. ປັດຈຸບັນ, ມີ ເສັ້ນທາງໄປເຖິງທຸກເມືອງ, ທຸກ ບ້ານ, ມີລະບົບໄຟຟ້າໃຊ້ທັງ 4 ເມືອງ ແລະ ມີ 18.832 ຄອບຄົວ, ມີ 164 ບ້ານໄດ້ຊົມໃຊ້ໄຟຟ້າ; ການລົງທຶນ ຂອງລັດຂົງເຂດພື້ນຖານໂຄງລ່າງ (ເສັ້ນທາງຄົມມະນາຄົມ, ສຳນັກ ງານຫ້ອງການ, ຂົງເຂດສຶກສາ,ສາ ທາລະນະສຸກໄດ້ຮັບການກໍ່ສ້າງ ໃໝ່ຈຳນວນຫລວງຫລາຍ), ການ ລົງທຶນຂອງພາກເອກະຊົນພາຍ ໃນ ແລະ ຕ່າງປະເທດນັບມື້ເພີ່ມຂຶ້ນ ເປັນຕົ້ນແມ່ນການລົງທຶນດ້ານພະ ລັງງານໄຟຟ້ານ້ຳຕົກຫ້ວຍລຳພັນ ໃຫຍ່, ຫ້ວຍລຳພັນຕອນລຸ່ມ, ເຊກະ ໝານ 3, ນຳ້ອີ່ມູນ, ຫ້ວຍລະແງ ລວມກຳລັງຕິດຕັ້ງ 538MWແລະ ໂຄງການກໍ່ສ້າງໄຟຟ້າພະລັງງານ ລົມເມືອງດາກຈຶງ 600 MW ປັດ ຈຸບັນປະຕິບັດໄດ້ຫລາຍກວ່າ 50%, ໂຄງການຂຸດຄົ້ນປຸງແຕ່ງແຮ່ຖ່ານ ຫີນຂອງບໍລິສັດພອນສັກ ແລະ ໂຄງ ການອື່ນໆກຳລັງລົງມືຈັດຕັ້ງປະຕິ ບັດ ເຊິ່ງໄດ້ປະກອບສ່ວນເຮັດໃຫ້ ຊີວິດການເປັນຢູ່ຂອງປະຊາຊົນ ຫລາຍບ້ານດີຂຶ້ນ; ຄວາມທຸກຍາກ ຂອງປະຊາຊົນໄດ້ຮັບການແກ້ໄຂ ນັບມື້ດີຂຶ້ນ, ມີຫລາຍບ້ານ, ຫລາຍ ຄອບຄົວ ໄດ້ກາຍເປັນຕົວແບບດ້ານ ການຜະລິດເປັນສິນຄ້າ, ຕົວແບບ ຢຸດຕິການຖາງປ່າເຮັດໄຮ່ຫັນມາ ເຮັດນາ ແລະ ເຮັດສວນ. ໃນເວລາ ຕັ້ງແຂວງໃໝ່ມີເນື້ອທີ່ນາພຽງ 100 ກວ່າເຮັກຕາ, ແຕ່ມາຮອດປັດຈຸ ບັນເນື້ອທີ່ນາທົ່ວແຂວງເພີ່ມຂຶ້ນ ເປັນ 11.224 ເຮັກຕາ ແລະ ກາເຟ 10.907 ເຮັກຕາ. ຂົງເຂດວັດທະນາ ທຳ-ສັງຄົມໂດຍສະເພາະພື້ນຖານ ໂຄງລ່າງການສຶກສາ ແລະສາທາ ລະນະສຸກ ໄດ້ຮັບການຂະຫຍາຍຕົວ ອອກສູ່ຊົນນະບົດ, ເຮັດໃຫ້ຫລາຍ ບ້ານແລະກຸ່ມບ້ານມີໂຮງຮຽນແລະ ສຸກສາລາປະຈຳບ້ານ, ປັດຈຸບັນ ທົ່ວແຂວງມີໂຮງຮຽນ 306 ແຫ່ງ ທຽບໃສ່ກ່ອນການສ້າງຕັ້ງແຂວງ ເພີ່ມຂຶ້ນ 140 ແຫ່ງ, ມີໂຮງໝໍ 36 ແຫ່ງທຽບໃສ່ປີ 1984 ເພີ່ມຂຶ້ນ 32 ແຫ່ງ; ວັດທະນະທຳ-ຮີດຄອງ ປະເພນີອັນດີງາມຂອງບັນດາເຜົ່າ ໄດ້ຮັບການອະນຸລັກ, ສົ່ງເສີມ ແລະ ພັດທະນານັບມື້ດີຂຶ້ນ,ໄດ້ສ້າງຫລັກ ເມືອງ ແລະ ອະນຸສາວະລີອົງແກ້ວ ເຊິ່ງເປັນການຍົກສູງຄຸນຄ່າຂອງ ບັນພະບູລຸດລາວ ກໍຄືຂອງຊາວ ແຂວງເຊກອງວິລະຊົນ; ການປະ ຕິບັດນະໂຍບາຍຕອບບຸນແທນຄຸນ ພະນັກງານອາວຸໂສປະຕິວັດ, ຜູ້ມີຜົນ ງານ, ຄຸນງາມຄວາມດີຕໍ່ການປະຕິ ວັດຊາດ ໄດ້ຮັບການເອົາໃຈໃສ່ປະຕິ ບັດຢ່າງຕໍ່ເນື່ອງ. ຂົງເຂດນິຕິບັນ ຍັດ-ຕຸລາການໄດ້ຮັບການເອົາໃຈ ໃສ່ພັດທະນາຢ່າງເປັນລະບົບເຮັດ ໃຫ້ມີການຂະຫຍາຍຕົວທັງປະລິ ມານ ແລະ ຄຸນນະພາບ. ວຽກງານ ພັກ-ພະນັກງານ ໄດ້ຮັບການເອົາໃຈ ໃສ່ ແລະ ຂະຫຍາຍຕົວເພີ່ມຂຶ້ນທົ່ວ ແຂວງມີ533ຮາກຖານພັກ,ມີ477 ໜ່ວຍພັກ, ຄະນະພັກຮາກຖານ 56 ຄະນະພັກ, ການບໍາລຸງສ້າງພະນັກ ງານດ້ານທິດສະດີ ແລະ ວິຊາສະ ເພາະຢູ່ພາຍໃນແລະຕ່າງປະເທດໄດ້ ເພີ່ມຂຶ້ນ ແລະ ມີຄຸນນະພາບ, ປັດ ຈຸບັນມີພະນັກງານທັງໝົດ 4.782 ຄົນ, ຍິງ 2.009 ຄົນ ມີທັງປະລິນ ຍາຕີ, ປະລິນຍາໂທ ແລະ ປະລິນຍາ ເອກ. ຄະນະພັກ-ອົງການປົກຄອງ ແຂວງໄດ້ປະຕິບັດແນວທາງການ ຕ່າງປະເທດຂອງພັກ- ລັດ ວາງ ອອກແຕ່ຫົວທີ ໂດຍໄດ້ພົວພັນຮ່ວມ ມືກັບຕ່າງປະເທດ ເປັນຕົ້ນແຂວງ ກວາງນາມ-ດາໜັງ ສສ ຫວຽດ ນາມ ໂດຍຍຶດໝັ້ນຫລັກການຕ່າງ ຝ່າຍຕ່າງມີຜົນປະໂຫຍດ, ແຂວງ ໄດ້ເປີດກວ້າງການພົວພັນຮ່ວມມື ກັບບັນດາແຂວງຂອງ ສສ ຫວຽດ ນາມ ນັບມື້ເພີ່ມຂຶ້ນ. ພິເສດ, ສອງ ຝ່າຍແກ້ໄຂການຕັ້ງຖິ່ນຖານ-ພູມ ລຳເນົາ ແລະ ແຕ່ງດອງບໍ່ຖືກຕ້ອງ ລຽບຕາມຊາຍແດນ ລາວ-ຫວຽດ ນາມ ໄດ້ໂດຍພື້ນຖານ ແລະ ສຳເລັດ ການປັກຫລັກໝາຍຖີ່ຊາຍແດນ ລະຫວ່າງ ລາວ-ຫວຽດນາມ, ພ້ອມ ທັງໄດ້ເປັນເຈົ້າສ້າງເງື່ອນໄຂອຳ ນວຍຄວາມສະດວກໃຫ້ແກ່ການ ຊອກຄົ້ນອັດຖິຊ່ຽວຊານ ແລະ ທະ ຫານອາສາສະໝັກຫວຽດນາມ ທີ່ ເສຍສະຫລະຊີວິດໃນປາງສົງຄາມຢູ່ ແຂວງເຊກອງໄດ້ຫລາຍສິບອັດຖິ. ທ່ານ ເຫລັກໄຫລ ສີວິໄລ ກ່າວ ຕື່ມວ່າ: 40 ປີ ແຫ່ງການປົກປັກ ຮັກສາ ແລະ ສ້າງສາພັດທະນາ ແຂວງພວກເຮົາ ໄດ້ຢັ້ງຢືນຢ່າງພົ້ນ ເດັ່ນທີ່ສຸດຄືສາມາດຜ່ານພົ້ນຄວາມ ຫຍຸ້ງຍາກ ແລະ ການທົດສອບອັນ ລະອິດລະອ້ຽວ ແລະ ຍາດໄດ້ໄຊຊະ ນະອັນໃຫຍ່ຫລວງ ແລະ ສໍາຄັນ ຫລາຍອັນຕົ້ນຕໍແມ່ນຍ້ອນປະຊາຊົນ ບັນດາເຜົ່າທຸກຊັ້ນຄົນມີຄວາມສາ ມັກຄີປອງດອງເປັນປຶກແຜ່ນແໜ້ນ ໜາ, ຮ່ວມແຮງ, ຮ່ວມໃຈກັນເຊີດຊູ ຈິດໃຈຮັກຊາດ, ຮັກລະບອບໃໝ່ກໍຄື ນໍ້າໃຈເພິ່ງຕົນເອງ, ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ ພາຍໃຕ້ການ ນໍາພາຂອງພັກ. ຂະນະດຽວກັນ ກໍແມ່ນໄລຍະທາງທີ່ສະຫງ່າລາສີ ແຫ່ງຄວາມບຸກບືນສູ້ຊົນ ແລະ ຍອມ ເສຍສະຫລະອັນສູງສົ່ງ ເຊິ່ງໄດ້ຮັບ ຜົນສຳເລັດອັນເປັນໜ້າຊື່ນຊົມຍິນ ດີເປັນຢ່າງຍິ່ງ, ມັນໄດ້ເຮັດໃຫ້ການ ພັດທະນາສ້າງສາແຂວງພວກເຮົາ ມີທ່ວງທ່າເຂັ້ມແຂງ ແລະ ມີໃບໜ້າ ໃໝ່ຂຶ້ນເລື້ອຍໆ ເພື່ອຄວາມຈະເລີນ ວັດທະນາຂອງປະເທດຊາດ ກໍຄື ແຂວງເຊກອງພວກເຮົາ ເພື່ອຄວາມ ຮັ່ງມີຜາສຸກຂອງປະຊາຊົນ, ສັງຄົມ ສາມັກຄີເປັນປຶກແຜ່ນ, ປະຊາທິປະ ໄຕ, ຍຸຕິທໍາ ແລະ ສີວິໄລ ປາກົດຜົນ ເປັນຈິງ. ຂຶ້ນ. ກອງປະຊຸມຄັ້ງນີ້, ຖືວ່າເປັນ ບາດກ້າວທໍາທິດຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມ ວຽກງານການທູດເສດຖະກິດຂອງ ລັດຖະບານ ໂດຍມີກະຊວງການ ຕ່າງປະເທດ ເປັນໃຈກາງ ເພື່ອເປັນ ອີກຊ່ອງທາງເລືອກໜຶ່ງ ນອກຈາກ ກົນໄກການຮ່ວມມືຕ່າງໆທີ່ມີຢູ່ ແລ້ວ, ວຽກງານການທູດເສດຖະກິດ ດັ່ງກ່າວ, ແມ່ນຈະສຸມໃສ່ການໂຄສະ ນາເຜີຍແຜ່ກ່ຽວກັບນະໂຍບາຍການ ສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ຢູ່ ສປປ ລາວ ຜ່ານ ຊ່ອງທາງການທູດ ເພື່ອໃຫ້ຜູ້ທີ່ມີ ຄວາມສົນໃຈທີ່ຢາກມາລົງທຶນ, ດໍາ ເນີນທຸລະກິດ ແລະ ເຂົ້າມາທ່ອງ ທ່ຽວຢູ່ສປປລາວມີຄວາມຮັບຮູ້ແລະ ເຂົ້າໃຈກ່ຽວກັບຂໍ້ມູນ ແລະ ນະໂຍ ບາຍສົ່ງເສີມຂອງລັດຖະບານຕໍ່ ວຽກງານດັ່ງກ່າວ ໃຫ້ຫລາຍຂຶ້ນ. ໃນໂອກາດກ່າວເປີດກອງປະ ຊຸມ, ທ່ານປະທານກອງປະຊຸມໄດ້ ຍົກໃຫ້ເຫັນເຖິງຄວາມໝາຍຄວາມ ສໍາຄັນແລະຈຸດປະສົງຂອງການທູດ ເສດຖະກິດ ແມ່ນເພື່ອສ້າງຄວາມ ເຂັ້ມແຂງໃຫ້ແກ່ລະບົບເສດຖະກິດການເງິນຂອງຊາດ, ພາກພື້ນ ແລະ ສາກົນ ໂດຍແນໃສ່ຍົກລະດັບການ ຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການເຊື່ອມໂຍງສາກົນຂຶ້ນສູ່ມິ ຕິໃໝ່, ພ້ອມທັງສົ່ງເສີມການພັດທະ ນາເສດຖະກິດ-ສັງຄົມພາຍໃນປະ ເທດ, ຍົກລະດັບຄຸນນະພາບຊີວິດ ການເປັນຢູ່ຂອງປະຊາຊົນ ແລະ ຫລຸດຜ່ອນຄວາມທຸກຍາກເທື່ອລະ ກ້າວ. ນອກຈາກນີ້, ກອງປະຊຸມໄດ້ຮັບ ຟັງການນຳສະເໜີຂໍ້ມູນກ່ຽວກັບ ທ່າແຮງນະໂຍບາຍສົ່ງເສີມດ້ານ ການລົງທຶນ, ການຄ້າ ແລະ ການ ທ່ອງທ່ຽວ ຂອງ ສປປ ລາວ ຈາກ ກະຊວງອຸດສາຫະກຳ ແລະ ການ ຄ້າ, ກະຊວງແຜນການ ແລະ ການ ລົງທຶນແລະກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຊຶ່ງ ໄດ້ຍົກໃຫ້ເຫັນເຖິງກາລະໂອກາດ ແລະ ສິ່ງອຳນວຍຄວາມສະດວກ ໃນການດຶງດູດການຄ້າ, ການລົງ ທຶນລວມທັງວຽກງານການສົ່ງເສີມ ການທ່ອງທ່ຽວຂອງ ສປປ ລາວ. ພ້ອມກັນນັ້ນ, ກໍມີບັນດາຜູ້ຕາງໜ້າ ພາກທຸລະກິດທີ່ໄດ້ປະສົບຜົນສຳ ເລັດໃນດ້ານການຄ້າ-ການລົງທຶນຢູ່ ສປປ ລາວ ຂຶ້ນແລກປ່ຽນບົດຮຽນ, ປະສົບການ ແລະ ຜົນສໍາເລັດໃນ ການດໍາເນີນທຸລະກິດຂອງຕົນ ເພື່ອ ເປັນການສະໜອງຂໍ້ມູນຕ່າງໆທີ່ ເປັນທ່າແຮງຂອງຕົນໃຫ້ແກ່ບັນດາ ສະຖານທູດ, ອົງການຈັດຕັ້ງສາກົນ, ສະຖາບັນການເງິນສາກົນຊ່ວຍຊຸກ ຍູ້, ໂຄສະນາດຶງດູດການລົງທຶນ ຈາກນັກລົງທຶນຕ່າງປະເທດເຂົ້າມາ ລົງທຶນຢູ່ ສປປ ລາວ ໃຫ້ນັບມື້ນັບ ເພີ່ມຂຶ້ນ. ໃນຕອນທ້າຍ, ກອງປະຊຸມໄດ້ມີ ການແລກປ່ຽນຄຳຄິດຄຳເຫັນ ເພື່ອ ຊອກຫາກາລະໂອກາດ ໃນການໝູນ ໃຊ້ທ່າແຮງການຮ່ວມມືພາກພື້ນ ແລະ ສາກົນ ຂອງ ສປປ ລາວ ເຂົ້າ ໃນການພັດທະນາເສດຖະກິດ-ສັງ ຄົມ ແຫ່ງຊາດ ກໍຄື ການເຄື່ອນໄຫວ ວຽກງານການທູດເສດຖະກິດຂອງ ສປປ ລາວ ຊຶ່ງຖືເປັນວຽກບູລິມະ ສິດຂອງທຸກຂະແໜງການຈະຕ້ອງ ໄດ້ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດ ຮ່ວມກັນໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າໃນ ຕໍ່ໜ້າ. ພາບ: ເກດສະໜາ ຊາຊົນ; ລາຍງານຜົນການກວດກາ ເນື້ອໃນຮອບດ້ານຂອງຮ່າງກົດ ໝາຍ ຈຳນວນ 5 ສະບັບ ທີ່ຈະນຳ ເຂົ້າພິຈາລະນາຮັບຮອງໃນກອງ ປະຊຸມສະໄໝສາມັນເທື່ອທີ 7 ຂອງ ສະພາແຫ່ງຊາດ (ສພຊ) ຊຸດທີ IX ເຊິ່ງມີຮ່າງກົດໝາຍວ່າດ້ວຍການ ຕ້ານການສໍ້ລາດບັງຫລວງ(ສະບັບ ປັບປຸງ), ຮ່າງກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ (ສະບັບປັບປຸງ), ຮ່າງກົດໝາຍວ່າ ດ້ວຍສະຫະກອນ (ສະບັບສ້າງ ໃໝ່), ຮ່າງກົດໝາຍວ່າ ດ້ວຍ ການ ກັນ ແລະ ຄວບຄຸມເຊື້ອເອສໄອວີ/ ພະຍາດເອດ (ສະບັບປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍຊັບພະຍາ ກອນທີ່ເປັນຢາ (ສະບັບສ້າງໃໝ່); ລາຍງານແຜນການກະກຽມ ແລະ ດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງ ສພຊ ຊຸດທີ IX; ລາຍງານຜົນການຄົ້ນຄວ້າໜັງສື ສະເໜີຂອງລັດຖະບານ ກ່ຽວກັບ ການສະເໜີຂໍຫັນປ່ຽນປະເພດທີ່ ດິນປ່າໄມ້ທຳມະຊາດ ໄປເປັນທີ່ດິນ ອຸດສາຫະກຳລັກສະນະຊົ່ວຄາວ ເພື່ອນຳໃຊ້ເຂົ້າໃນໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ແລະ ແຮ່ຄຳ ຢູ່ເຂດບ້ານນາອຸດົມໃຕ້ ເມືອງແມດ ແຂວງວຽງຈັນ; ລາຍງານກ່ຽວກັບ ແຜນການຈັດກອງປະຊຸມຝຶກອົບ ຮົມການເປັນວິທະຍາກອນໃຫ້ແກ ບັນດາກົງຈັກການຈັດຕັ້ງຂອງສະ ພາແຫ່ງຊາດ ແລະ ສະພາປະຊາຊົນ ຂັ້ນແຂວງ. ນອກນັ້ນ, ຍັງໄດ້ຮັບຟັງ ການລາຍງານການຄົ້ນຄວ້າຄຳ ຮ້ອງຂໍຄວາມເປັນທຳຈຳນວນໜຶ່ງ. ຂ່າວ: ກຸກກິກ ບຸດດາໄຊ ພາບ: ສອນສັກ ວັນວິໄຊ ຮັບຟັງການລາຍງານສະພາບ ລວມ ແລະ ສິ່ງທ້າທາຍດ້ານເສດຖະກິດ ມະຫາພາກໃນພາກພື້ນ ແລະ ສາ ກົນ ຈາກອົງການ IMF, AMRO, WB ແລະ ADB ເຊິ່ງຄາດວ່າ ການຂະຫຍາຍຕົວທາງດ້ານເສດ ຖະກິດຂອງອາຊຽນຈະຢູ່ໃນລະ ດັບ 4,9% ໃນປີ 2024; ການຟື້ນ ຕົວຂອງເສດຖະກິດປີ 2024 ຄາດ ວ່າມາຈາກຂະແໜງການລົງທຶນ ໂດຍສະເພາະການສົ່ງອອກສິນຄ້າ ແມ່ນຄ່ອຍໆຟື້ນຕົວຕາມໄລຍະ ແລະ ການໃຊ້ຈ່າຍຂອງຄົວເຮືອນແມ່ນ ມີຄວາມເຂັ້ມແຂງຂຶ້ນກວ່າເກົ່າ ເນື່ອງຈາກການຫລຸດລົງຂອງອັດ ຕາ ໄພວ່າງງານ ແລະ ການເພິ່ມຂຶ້ນ ທາງດ້ານລາຍຮັບຂອງຄົວເຮືອນ. ພ້ອມນີ້, ບັນດາທ່ານຜູ້ວ່າການ ແລະ ຜູ້ຕາງໜ້າຈາກທະນາຄານ ກາງ 10 ປະເທດອາຊຽນກໍໄດ້ຮັບ ຮອງຫລາຍບັນຫາເປັນຕົ້ນ ໄດ້ຮັບ ຮອງຜົນສຳເລັດບັນດາໜ້າວຽກ ຕົ້ນຕໍຂອງຄະນະກຳມະການເຊື່ອມ ໂຍງການເງິນອາຊຽນ ລວມທັງທິດ ທາງແຜນການໃນຕໍ່ໜ້າ ໂດຍສະ ເພາະແມ່ນວຽກງານການສົ່ງເສີມ ການນຳໃຊ້ສະກຸນເງິນທ້ອງຖິ່ນໃນ ພາກພື້ນ, ການທົບທວນບັນດາໜ້າ ວຽກຕົ້ນຕໍຂອງຄະນະກຳມະການ ເພື່ອໃຫ້ສອດຄ່ອງຕາມແຜນປະຊາ ຄົມເສດຖະກິດອາຊຽນ ປີ 2025 (AECPost 2025);ໄດ້ຮັບຮອງ ແຜນບຸລິມະສິດທາງດ້ານເສດຖະ ກິດ (PED) 2024 ຄື “ການແກ້ ໄຂຄວາມຫລຸດໂຕນການເຂົ້າເຖິງ ແຫລ່ງທຶນ ແລະ ການເສີມສ້າງ ໃຫ້ເຂົ້າເຖິງການບໍລິການທາງການ ເງິນ ໃນກຸ່ມຈຸນລະວິສາຫະກິດ, ວິ ສາຫະກິດຂະໜາດນ້ອຍແລະກາງ” ແລະ ຍັງມີການຮັບຮອງເອົາຂອບ ວຽກລວມຂອງອາຊຽນ ໂດຍສະ ເພາະຂອບວຽກການນໍາໃຊ້ສະກຸນ ເງິນທ້ອງຖິ່ນເຂົ້າໃນການເຮັດທຸລະ ກໍາໃນອາຊຽນ The High level Guideline on Local Currency Transaction: LCT Framework ເພື່ອໃຫ້ສອດຄ່ອງຕາມລະ ບຽບການ ແລະ ນະໂຍບາຍຂອງ ສະມາຊິກ. ກອງປະຊຸມໄດ້ດໍາເນີນເປັນເວ ລາ 1 ວັນ ເຊິ່ງແບ່ງອອກເປັນພາກ ເຊົ້າແມ່ນກອງປະຊຸມສະເພາະຜູ້ວ່າ ການທະນາຄານກາງອາຊຽນ ແລະ ພາກບ່າຍແມ່ນຮ່ວມກັນລະຫວ່າງ ລັດຖະມົນຕີກະຊວງການເງິນ ແລະ ຜູ້ວ່າການທະນາຄານກາງອາຊຽນ ດ້ວຍບັນຍາກາດອັນຟົດຟື້ນ ແລະ ເຕັມໄປດ້ວຍຜົນສຳເລັດ. ກອງປະ ຊຸມດັ່ງກ່າວໄດ້ສໍາເລັດຢ່າງຈົບງາມ ທ່າມກາງການປະກອບຄໍາເຫັນ ຂອງປະເທດສະມາຊິກ, ພ້ອມທັງໄດ້ ຮັບຄໍາຊົມເຊີຍໃນການເປັນເຈົ້າ ພາບ ແລະ ປະທານຮ່ວມກອງປະ ຊຸມໄດ້ເປັນຢ່າງດີຂອງ ສປປ ລາວ ເຮັດໃຫ້ກອງປະຊຸມສາມາດບັນລຸ ຕາມຄາດໝາຍ. ຂ່າວ:ກົມຮ່ວມມືສາກົນ ກະຊວງຍຸຕິທຳ ໃນວັນທີ 4 ເມສາ ຜ່ານມາ ໂດຍການເປັນປະທານຮ່ວມ ຂອງສະຫາຍ ເກດສະໜາພົມມະຈັນ ຄະນະປະຈຳພັກ, ປະທານຄະນະ ກວດກາພັກກະຊວງ, ຮອງລັດຖະ ມົນຕີກະຊວງຍຸຕິທຳ ແລະ ສະຫາຍ ດາວບົວລະພາ ບາວົງເພັດ ກຳມະ ການພັກ, ຮອງປະທານຄະນະກວດ ກາສູນກາງພັກ, ຮອງປະທານອົງ ການກວດກາແຫ່ງລັດແລະຮອງຫົວ ໜ້າອົງການຕ້ານການສໍ້ລາດບັງ ຫລວງຂັ້ນສູນກາງ. ເພື່ອສົ່ງເສີມທາງດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ລະຫວ່າງສອງປະເທດ ໃຫ້ນັບ ມື້ນັບຂະຫຍາຍຕົວ ໂດຍມີທ່ານ ບຸນເຫລືອ ສິນໄຊວໍຣະວົງ ຜູ້ວ່າ ການທະນາຄານແຫ່ງ ສປປ ລາວ ທ່ານ ເສດຖະພຸດ ສຸທິວາດນະຣືພຸດ ຜູ້ວ່າການທະນາຄານແຫ່ງປະເທດ ໄທ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ການຊໍາລະດັ່ງກ່າວ, ຍັງຈະຊ່ວຍ ເຮັດໃຫ້ຂະບວນການຊໍາລະມີຄວາມ ສະດວກງ່າຍດາຍ, ຫລຸດຜ່ອນຕົ້ນ ທຶນໃນການເຮັດທຸລະກຳ ແລະ ສົ່ງ ເສີມການເຂົ້າເຖິງການຊໍາລະທີ່ຈະ ຊ່ວຍໃຫ້ບັນດາທຸລະກິດ, ຜູ້ປະກອບ ການ ແລະ ລູກຄ້າ ຈາກທັງປະເທດ ປົດລັອກໂອກາດໃໝ່ສໍາລັບການ ຄ້າ, ການລົງທຶນ ແລະ ການພັດທະ ນາເສດຖະກິດ. ພ້ອມກັນນີ້, ທະນາຄານການຄ້າ ຕ່າງປະເທດລາວມະຫາຊົນ ແລະ ທະນາຄານນໍາເຂົ້າ-ສົ່ງອອກຂອງ ປະເທດໄທ ກໍໄດ້ຮ່ວມກັນລົງນາມ ບົດບັນທຶກຄວາມເຂົ້າໃຈ ເພື່ອສ້າງ ຄວາມເຂັ້ມແຂງໃຫ້ແກ່ການຮ່ວມມື ສອງຝ່າຍທາງດ້ານການເງິນ ເຊິ່ງ ຈະຊ່ວຍອໍານວຍຄວາມສະດວກ ໃຫ້ແກ່ການດຳເນີນທຸລະກິດຂອງ ລາວ ແລະ ໄທ, ພ້ອມທັງເຮັດໃຫ້ບັນ ດານັກລົງທຶນທັງສອງສະຖາບັນ ສາມາດເຂົ້າເຖິງທຶນ ແລະ ຜະລິດຕະ ພັນທາງດ້ານການເງິນລະຫວ່າງ ກັນ. ພາຍໃຕ້ການເຊື່ອມໂຍງທາງ ດ້ານການເງິນອາຊຽນ, ທະນາຄານ ແຫ່ງ ສປປ ລາວ ໄດ້ສໍາເລັດການລົງ ນາມໃນບົດບັນທຶກຄວາມເຂົ້າໃຈ ວ່າ ດ້ວຍການເຊື່ອມໂຍງການຊໍາລະ ຂອງພາກພື້ນ ສະບັບທີ 3 ເຊິ່ງຜ່ານ ມາມີ 7 ທະນາຄານກາງອາຊຽນ ໄດ້ລົງນາມເປັນທີ່ຮຽບຮ້ອຍແລ້ວ ເຊິ່ງຄວາມສໍາຄັນຂອງການລົງ ນາມໃນບົດບັນທຶກຄວາມເຂົ້າໃຈດັ່ງ ກ່າວ ມີຄວາມມຸ່ງຫວັງທີ່ຈະສ້າງ ຄວາມເຂັ້ມແຂງໃນການເຊື່ອມໂຍງ ການເງິນຂອງພາກພື້ນອາຊຽນແລະ ການຊຸກຍູ້ສົ່ງເສີມການຮ່ວມມືທາງ ດ້ານເສດຖະກິດ ໂດຍການສົ່ງເສີມ ການເຮັດທຸລະກຳ ເປັນສະກຸນເງິນ ທ້ອງຖິ່ນ ແລະ ການອຳນວຍຄວາມ ສະດວກທາງດ້ານການຊໍາລະຂ້າມ ແດນ; ການເຊື່ອມຕໍ່ດ້ານການຊໍາລະ ທີ່ໄຮ້ຮອຍຕໍ່ຈະສ້າງເງື່ອນໄຂໃຫ້ ແກ່ທຸລະກິດ, ບຸກຄົນ ແລະ ລັດຖະ ບານໃນການເຮັດທຸລະກຳຂ້າມ ແດນຢ່າງມີປະສິດທີຜົນກໍຄືການຊໍາ ລະຂ້າມແດນທີ່ວ່ອງໄວ, ມີຕົ້ນທຶນ ຕໍ່າ, ມີຄວາມໂປ່ງໃສຫລາຍຂຶ້ນ, ແລະສ້າງຄວາມເຂັ້ມແຂງທາງດ້ານ ເສດຖະກິດ.

RkJQdWJsaXNoZXIy MTc3MTYxMQ==