dt-;'p5 8y me d;frq [dkodtmezy fdq f\kp 3 d= ]tou ,6 o7j kglpskp 197 ]h kodu [ oa dIPo9kd o; wfh 6 s]Po7e .odko c0j '0a ooa dIPogda j ']tfa [-kf lq dIPo 2023-2024 dv'xt-5 ,7totxt9eltrk csj '-kf xt9egfn vo,u ok 30 xu ,y f8trk[csj 'dkog-n j v,3p' lv'/a j '0v' Ia fc|h odkoIj ;,,n ]k;{wm dt-;' 4;m xk4tdt4k 2 ;a ole7a o c]t ,v[.[1A '1n o|j ;pra d xvf.l g0A ,c0' |a dc|h o sk]n dkom6 fglf4tdy flq j 'glu ,dko]q 'mb o dko7h k c]t mj v'mj P; 16 j lxx ]k; okpq d]a f4t,q o8u g0Q kIj ;,lts]v' ;a olh k'8A 'c0;'g-dv' 7q [Iv[ 40 xu gru j ,mt;u dkog-n j v,9vf c]t 7;k,g0A ,c0'vk-Po ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 08.04.2024 ປີທີ 23 ສະບັບທີ 5.908 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ຂປລ. ໃນວັນທີ 5 ເມສາ 2024, ກົມເສດຖະກິດ, ກະຊວງການຕ່າງ ປະເທດ ຈັດກອງປະຊຸມວຽກງານ “ການທູດເສດຖະກິດ ເພື່ອສົ່ງເສີມ ການລົງທຶນ, ການຄ້າ ແລະທ່ອງ ທ່ຽວ” ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຂປລ. ພິທີໂຮມຊຸມນຸມໃຫຍ່ສະ ຫລອງວັນສ້າງຕັ້ງແຂວງເຊກອງ ຄົບຮອບ 40 ປີ (14/4/198414/4/2024) ຈັດຂຶ້ນຢ່າງຍິ່ງໃຫຍ່ ໃນວັນທີ 4 ເມສາ 2024 ນີ້, ຢູ່ສະ ໜາມກິລາແຂວງເຊກອງ ໂດຍເປັນ ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ກຳມະການກົມການ ເມືອງສູນກາງພັກ, ນາຍົກລັດຖະ ມົນຕີແຫ່ງ ສປປ ລາວ; ທ່ານ ສົມສະຫວາດ ເລັ່ງສະຫວັດ ອະ ດີດກໍາມະການກົມການເມືອງສູນ ກາງພັກ, ອະດີດຮອງນາຍົກລັດຖະ ມົນຕີແຫ່ງສປປລາວ, ມີກຳມະການ ຂປລ. ກອງປະຊຸມຄະນະປະຈຳ ສະພາແຫ່ງຊາດ ປະຈຳເດືອນມີນາ 2024 ໄດ້ດຳເນີນໃນລະຫວ່າງວັນ ທີ 02-03 ເມສາ 2024 ໂດຍ ການເປັນປະທານຂອງ ທ່ານ ນາງ ຂປລ. ໃນວັນທີ 5 ເມສາ 2024 ນີ້, ກະຊວງຖະແຫລງຂ່າວ ວັດທະ ນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດປາຖະກະຖາ ເຜີຍແຜ່ວັັນສ້າງ ຂປລ. ໃນປີ 2023 ກະຊວງຍຸຕິ ທໍາໄດ້ກວດກາພົບເຫັນການກະ ທຳຜິດກົດລະບຽບ ແລະ ກົດໝາຍ ຈຳນວນ 3 ກໍລະນີ, ລວມມູນຄ່າ ເສຍຫານ 197 ລ້ານກີບ, ສາມາດ ເກັບຄືນ ແລະ ມອບໃຫ້ຜູ້ເສຍຫາຍ ແລະ ພາກສ່ວນກ່ຽວຂ້ອງສຳເລັດ ແລ້ວ, ພ້ອມທັງໄດ້ລົງວິໄນຕໍ່ຜູ້ກະ ທຳຜິດທັງ 3 ກໍລະນີ ໂດຍການສັບ ຊ້ອນໄປຮັບໜ້າທີ່ໃໝ່ທີ່ບໍ່ມີຕຳແໜ່ງ ບໍລິຫານ 1 ກໍລະນີ, ໂຈະການເລື່ອນ ຊັ້ນຂັ້ນເງິນເດືອນ ແລະ ການຍ້ອງຍໍ ເປັນເວລາ 2 ປີ 1 ກໍລະນີ ແລະ ໃຫ້ອອກຈາກລັດຖະກອນ ໂດຍບໍ່ໄດ້ ຮັບນະໂຍບາຍໃດໆ 1 ກໍລະນີ. ພ້ອມກັນນີ້, ຍັງໄດ້ຕິດຕາມກວດ ຂປລ. ຂົວມິດຕະພາບລາວ-ໄທ ແຫ່ງທີ 1 ວຽງຈັນ-ໜອງຄາຍ ເປັນ ຂົວແຫ່ງມິດຕະພາບເຊື່ອມໂຍງລະ ຕີກະຊວງການຕ່າງປະເທດ ໂດຍມີ ບັນດາທ່ານເອກອັກຄະລັດຖະທູດ, ທູຕານຸທູດ, ຫົວໜ້າອົງການຈັດຕັ້ງ ສາກົນ ພ້ອມດ້ວຍກະຊວງຂະແໜງ ການກ່ຽວຂ້ອງຈາກພາກລັດ ແລະ ພາກເອກະຊົນເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ແນໃສ່ເຜີຍ ແຜ່ຂໍ້ມູນຂ່າວສານຕ່າງໆກ່ຽວກັບ ການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ຢູ່ ສປປ ລາວ ໂດຍສະເພາະແມ່ນນະໂຍບາຍທີ່ ເອື້ອອໍານວຍໃຫ້ແກ່ນັກລົງທຶນຕ່າງ ປະເທດ ເພື່ອໃຫ້ບັນດາຜູ້ເຂົ້າຮ່ວມ ໄດ້ຮັບຮູ້ ແລະ ເຂົ້າໃຈວຽກງານຂະ ແໜງຕ່າງໆຂອງ ສປປ ລາວຫລາຍ ທ່ານ ນາງ ສູນທອນ ໄຊຍະຈັກ ສູນທອນ ໄຊຍະຈັກ ເລຂາທິການ ສູນກາງພັກ, ຮອງປະທານຄະນະ ປະຈຳ, ຜູ້ຮັກສາການແທນປະທານ ຄະນະປະຈໍາສະພາແຫ່ງຊາດ, ມີ ບັນດາທ່ານຮອງປະທານ ແລະ ກຳ ມະການຄະນະປະຈຳສະພາແຫ່ງ ຊາດ ພ້ອມດ້ວຍພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງການສະ ເໜີພິຈາລະນາອອກມະຕິຕົກລົງ ຂອງສະພາແຫ່ງຊາດ ເພື່ອອະນຸມັດ ທາງດ້ານຫລັກການກ່ຽວກັບການ ຂຶ້ນທະບຽນອອກໃບຕາດິນກະສິ ກຳ ແລະ ດິນປຸກສ້າງທີ່ນອນໃນ ຂອບເຂດ 3 ປະເພດປ່າໃຫ້ກັບປະ leg]a fdv'xt-5 ,]tfa [l6 ']a f4t,q o8u dt-;'dkog'o c]t z6 h ;j kdkomtok7kodk'vk-Po 7A 'mu 11 y ກາການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ 5 ປີ ຄັ້ງທີ IX ພົບເຫັນໂຄງການນອກແຜນ 5 ໂຄງການ ທີ່ບໍ່ສາມາດຈັດຕັ້ງປະຕິ ບັດ ແລະ ບໍ່ທັນໄດ້ຮັບການແກ້ໄຂ ລວມມູນຄ່າ 2,6 ຕື້ກວ່າກີບ. ໃນໜຶ່ງ ປີຜ່ານມາ, ມີຄຳຮ້ອງ ແລະ ຄຳສະ ເໜີ ທັງໝົດ 56 ເລື່ອງ, ສາມາດຄົ້ນ ຄວ້າແກ້ໄຂສຳເລັດ ຈຳນວນ 31 ເລື່ອງ ແລະ ຢູ່ໃນຂັ້ນຕອນການຄົ້ນ ຄວ້າ ຈຳນວນ 25 ເລື່ອງ. ຂໍ້ມູນດັ່ງກ່າວ, ໄດ້ຮັບການລາຍ ງານໃນກອງປະຊຸມສະຫລຸບວຽກ ງານກວດກາ ປະຈຳປີ 2023 ແລະ ທິດທາງແຜນການ ປີ 2024 ຂອງ mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf ຫວ່າງສອງຝັ່ງຂອງລາວ-ໄທ, ໄທລາວ, ເປັນຂົວຂ້າມນໍ້າຂອງແຫ່ງ ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ສະຫາຍ ວັນສີ ກົວມົວ ຕັ້ງພັກປະຊາຊົນ ປະຕິວັດລາວ ຄົບ ຮອບ 69 ປີ (22/03/1955-22/ 03/2024), ພ້ອມທັງລະນຶກເຖິງ ວັນນັກຮົບເສຍອົງຄະ ແລະ ເສຍສະ ຫລະຊີວິດ ເພື່ອປະເທດຊາດຄົບຮອບ 78 ປີ ແລະ ມອບໃບຢັ້ງຢືນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນປະ ຈຳປີ 2023 ໃຫ້ກຽດປາຖະກະຖາ ໂດຍ ສະຫາຍ ວັນສີ ກົວມົວ ກຳມະ ການສຳຮອງສູນກາງພັັກ, ຮອງ ເລຂາພັກກະຊວງ, ຮອງລັດຖະມົນ ຕີກະຊວງ ຖວທ, ມີບັນດາສະຫາຍ ຄະນະໜ່ວຍພັກ, ຫົວໜ້າກົມ, ຮອງ ກົມ ແລະ ພະນັກງານຫລັກແຫລ່ງ ]k;{wm gxu fdko-e]t 0h k,cfofh ;p QR Code ຂປລ. ໃນໂອກາດດຳເນີນກອງ ປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງອາຊຽນ ຄັ້ງທີ 11 ໃນວັນທີ 3 ເມສາ 2024 ຜ່ານມາ ຢູ່ແຂວງຫລວງພະບາງ, ໄດ້ມີພິທີເປີດການຊໍາລະຂ້າມແດນ ດ້ວຍ QR Code ລະຫວ່າງ ສປປ ລາວ ແລະ ປະເທດໄທ ເພື່ອຍົກ ສູງການເຊື່ອມໂຍງທາງດ້ານການ ເງິນຂອງອາຊຽນໃນການອຳ ນວຍຄວາມສະດວກການເຮັດທຸ ລະກຳຂ້າມແດນໃຫ້ມີຄວາມວ່ອງ ໄວ, ມີປະສິດທິຜົນ ແລະ ປອດໄພ; ຂປລ. ຜົນການສອບເສັງ ແຂ່ງຂັນນັກຮຽນເກັ່ງລະດັບຊາດ ຊັ້ນ ມ4 ແລະ ມ7 ປະຈໍາສົກຮຽນ 2023-2024 ຈໍານວນ 4 ວິຊາ ຄື: ພາສາລາວ-ວັນນະຄະດີ, ຄະນິດ ສາດ, ຟິຊິກສາດແລະ ເຄມີສາດ ເຊິ່ງ ຈັດຂຶ້ນລະຫວ່າງວັນທີ 2-5 ເມສາ
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 08/04/2024 xtgmf]k; ສຳເລັດກອງປະຊຸມ... ລາວ-ໄທ ເປີດການຊຳລະ... ຫາລືການທູດເສດຖະກິດ... ກະຊວງຍຸຕິທຳ ກວດພົບ... ນາຍົກລັດຖະມົນຕີ.... ກອງປະຊຸມຄະນະປະຈຳ.... ຂປລ. ວັນທີ 5 ເມສາ 2024 ຜ່ານມາ, ຄະນະນໍາຂອງກະຊວງ ການເງິນນໍາ ໂດຍທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງ ການເງິນ ແລະ ການນໍາຂອງທະ ນາຄານແຫ່ງ ສປ ປ ລາວ (ທຫລ) ນໍາໂດຍ ທ່ານ ບຸນເຫລືອ ສິນໄຊວໍ ຣະວົງ ຜູ້ວ່າການ ທຫລ ໄດ້ສໍາເລັດ ການເປັນເຈົ້າພາບ ແລະ ປະທານ ຮ່ວມກອງປະຊຸມລະດັບສູງລັດຖະ ມົນຕີກະຊວງການເງິນ ແລະ ຜູ້ວ່າ ການທະນາຄານກາງອາຊຽນ ຄັ້ງທີ 11 ຫລື The 11th ASEAN Finance Ministers and Central Bank Governors Meeting (AFMGM). ພ້ອມກັນນັ້ນ, ທຫລ ສໍາເລັດການເປັນເຈົ້າພາບຈັດກອງ ປະຊຸມລະດັບຜູ້ວ່າການທະນາຄານ ກາງອາຊຽນ The ASEAN Central Bank Governors’ Meeting (ACGM), ທີ່ ນະຄອນ ຫລວງພະບາງ. ກອງປະຊຸມ AFMGM ມີ ແຂກລະດັບສູງ ໂດຍລັດຖະມົນຕີ ກະຊວງການເງິນ ແລະ ຜູ້ວ່າການ ທະນາຄານກາງ ພ້ອມດ້ວຍຄະນະ ຈາກບັນດາປະເທດສະມາຊິກ ອາຊຽນ, ກອງເລຂາອາຊຽນ (ASEC) ແລະ ປະເທດ ຕີມໍ ແລັດ ສະເຕ ໃນນາມຜູ້ສັງເກດການເຂົ້າ ຮ່ວມ. ນອກນີ້, ຍັງມີຜູ້ຕາງໜ້າຈາກ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນຕົ້ນແມ່ນອົງການຄົ້ນ ຄວ້າເສດຖະກິດມະຫາພາກອາ ຊຽນ+3 (AMRO), ກອງທຶນ ການເງິນສາກົນ (IMF) ແລະ ທະ ນາຄານພັດທະນາອາຊີ (ADB) ແລະ ທະນາຄານໂລກ (WB). ໃນກອງປະຊຸມ AFMGM ໄດ້ ສູນກາງພັກ, ລັດຖະມົນຕີ, ຮອງລັດ ຖະມົນຕີ, ບັນດາທ່ານເຈົ້າແຂວງ, ຮອງເຈົ້າແຂວງຂອງສປປ ລາວ, ສສ ຫວຽດນາມ, ກົງສູນໃຫຍ່ ສສ ຫວຽດນາມ, ກົງສູນໃຫຍ່ຣາຊະນາ ຈັກກຳປູເຈຍ ປະຈຳນະຄອນປາກ ເຊ, ອະດີດການນໍາ, ພະນັກງານປະຕິ ວັດອາວຸໂສບໍານານ, ຜູ້ຊົງຄຸນວຸທິ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫລວດ, ພະນັກງານ, ສະມາ ຊິກພັກ, ນັກທຸລະກິດພາຍໃນ ແລະ ຕ່າງປະເທດ ຕະຫລອດຮອດປະ ຊາຊົນບັນດາເຜົ່າແຂວງເຊກອງ ເຂົ້າຮ່ວມ. ທ່ານ ເຫລັກໄຫລ ສີວິໄລ ກຳມະ ການສູນກາງພັກ, ເຈົ້າແຂວງເຊ ກອງ ກ່າວວ່າ: ມື້ນີ້ຄະນະພັກ, ອົງ ການປົກຄອງ, ສະພາປະຊາຊົນ ແຂວງແລະປະຊາຊົນບັນດາເຜົ່າທົ່ວ ແຂວງເຊກອງ ໄດ້ຈັດພິທີໂຮມຊຸມ ນຸມສະເຫລີມສະຫລອງວັນສ້າງຕັ້ງ ແຂວງເຊກອງ ຄົບຮອບ 40 ປີ (14/4/1984-14/4/2024) ຂຶ້ນ ຢ່າງສະຫງ່າຜ່າເຜີຍບົນດິນແດນ ວິລະຊົນຄົນອາດຫານ. ກ່ອນນີ້ 40 ປີ ເຊກອງເປັນເຂດພູດອຍຫ່າງ ໄກສອກຫລີກທີ່ສຸດຂອງປະເທດ, ປະຊາຊົນຍັງມີແນວຄິດຄອງເດີມ, ການເຊື່ອຖືງົມງວາຍ, ພະນັກງານລັດຖະກອນຍັງຂາດເຂີນທັງປະລິ ມານ ແລະ ຄຸນນະພາບ, ພື້ນຖານ ໂຄງລ່າງເສດຖະກິດ-ສັງຄົມບໍ່ທັນມີ ຫຍັງ, ເສັ້ນທາງຄົມມະນາຄົມທາງ ບົກສຸດທີ່ຫຍຸ້ງຍາກທຸລະກັນດານ, ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນ ບັນດາເຜົ່າຫຍຸ້ງຍາກຝືດເຄືອງທີ່ ສຸດແລະຂຶ້ນກັບທໍາມະຊາດ100%, ແຕ່ດ້ວຍຈິດໃຈຟົດຟື້ນປະຕິວັດ, ຄວາມຮັກຊາດຮັກລະບອບໃໝ່, ຮັກ ຄວາມເປັນເອກະລາດອັນແຮງກ້າ, ປະຊາຊົນບັນດາເຜົ່າຊາວແຂວງ ເຊກອງ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງສູນກາງພັກ-ລັດຖະບານ ກໍຄື ຄະນະພັກ, ອໍານາດການປົກຄອງ ແຂວງແຕ່ລະສະໄໝ ໄດ້ສາມັກຄີ ເປັນຈິດໜຶ່ງໃຈດຽວກັນ, ສູ້ຊົນຜ່ານ ຜ່າຄວາມຫຍຸ້ງຍາກກັບອຸປະສັກ ນາໆປະການ ແລະ ທັງເປັນການທົດ ສອບອັນຂ້ຽວຂາດສັບສົນທີ່ນັບບໍ່ ຖ້ວນ; ໃນ 40 ປີແຫ່ງການບຸກບືນສູ້ ຊົນ ໂດຍມີມະຕິກອງປະຊຸມໃຫຍ່ອົງ ຄະນະພັກແຂວງ ຄັ້ງທີ IV-X ເປັນ ເຂັມຊີ້ທິດເຍືອງທາງ ເຊິ່ງເຮັດໃຫ້ ແຂວງພວກເຮົາໄດ້ຮັບການສ້າງ ສາພັດທະນາເປັນກ້າວໆ, ເຮັດໃຫ້ ໂສມໜ້າຂອງແຂວງເຊກອງ ມີການ ປ່ຽນແປງອັນໃຫຍ່ຫລວງໃນຫລາຍ ດ້ານທີ່ພົ້ນເດັ່ນ ເປັນຕົ້ນກໍາລັງກອງ ຫລອນ, ປກສ ບ້ານ ໄດ້ຮັບການປັບ ປຸງ, ບ້ານປ້ອມໝັ້ນ ແລະ ກຸ່ມບ້ານ ສູ້ຮົບຕິດລຽນ ໄດ້ຮັບການສ້າງຂຶ້ນ ໄປພ້ອມໆກັບການຍົກປະລິມານ ແລະ ຄຸນນະພາບຂອງກຳລັງທ້ອງ ຖິ່ນ ເຊິ່ງສາມາດທັບມ້າງກົນອຸບາຍ ຂອງພວກຄົນບໍ່ດີ ແລະ ອິດທິກຳ ລັງປໍລະປັກໄດ້ຢ່າງສິ້ນເຊີງ ແລະ ຮັບປະກັນໃຫ້ແຂວງມີຄວາມສະ ຫງົບປອດໄພ, ເປັນລະບຽບຮຽບ ຮ້ອຍໃນທົ່ວສັງຄົມໂດຍພື້ນຖານ ແລະ ໜັກແໜ້ນຂຶ້ນເທື່ອລະກ້າວ. ຈາກການພ້ອມກັນຈັດຕັ້ງປະຕິບັດ ແນວທາງປ່ຽນແປງໃໝ່ຮອບດ້ານ ຢ່າງມີຫລັກການຂອງພັກ, ເຮັດໃຫ້ ການສ້າງສາພັດທະນາເສດຖະກິດສັງຄົມກ້າວສູ່ຄຸນນະພາບໃໝ່, ພວກ ເຮົາໄດ້ຫັນປ່ຽນຈາກການທໍາມາຫາ ກິນແບບທໍາມະຊາດ ໄປສູ່ການຜະ ລິດສິນຄ້າເທື່ອລະກ້າວ, ເສດຖະກິດ ຂອງແຂວງຂະຫຍາຍຕົວເພີ່ມຂຶ້ນ ຢ່າງຕໍ່ເນື່ອງ, ເຮັດໃຫ້ການຈັດເກັບ ລາຍຮັບງົບປະມານແຫ່ງລັດ ເພີ່ມ ຂຶ້ນຕາມລຳດັບໃນແຕ່ລະປີ, ບັນດາ ພື້ນຖານໂຄງລ່າງເສດຖະກິດໄດ້ຮັບ ການປັບປຸງແກ້ໄຂ ແລະ ກໍ່ສ້າງໃໝ່ ເປັນຈຳນວນຫລາຍ. ປັດຈຸບັນ, ມີ ເສັ້ນທາງໄປເຖິງທຸກເມືອງ, ທຸກ ບ້ານ, ມີລະບົບໄຟຟ້າໃຊ້ທັງ 4 ເມືອງ ແລະ ມີ 18.832 ຄອບຄົວ, ມີ 164 ບ້ານໄດ້ຊົມໃຊ້ໄຟຟ້າ; ການລົງທຶນ ຂອງລັດຂົງເຂດພື້ນຖານໂຄງລ່າງ (ເສັ້ນທາງຄົມມະນາຄົມ, ສຳນັກ ງານຫ້ອງການ, ຂົງເຂດສຶກສາ,ສາ ທາລະນະສຸກໄດ້ຮັບການກໍ່ສ້າງ ໃໝ່ຈຳນວນຫລວງຫລາຍ), ການ ລົງທຶນຂອງພາກເອກະຊົນພາຍ ໃນ ແລະ ຕ່າງປະເທດນັບມື້ເພີ່ມຂຶ້ນ ເປັນຕົ້ນແມ່ນການລົງທຶນດ້ານພະ ລັງງານໄຟຟ້ານ້ຳຕົກຫ້ວຍລຳພັນ ໃຫຍ່, ຫ້ວຍລຳພັນຕອນລຸ່ມ, ເຊກະ ໝານ 3, ນຳ້ອີ່ມູນ, ຫ້ວຍລະແງ ລວມກຳລັງຕິດຕັ້ງ 538MWແລະ ໂຄງການກໍ່ສ້າງໄຟຟ້າພະລັງງານ ລົມເມືອງດາກຈຶງ 600 MW ປັດ ຈຸບັນປະຕິບັດໄດ້ຫລາຍກວ່າ 50%, ໂຄງການຂຸດຄົ້ນປຸງແຕ່ງແຮ່ຖ່ານ ຫີນຂອງບໍລິສັດພອນສັກ ແລະ ໂຄງ ການອື່ນໆກຳລັງລົງມືຈັດຕັ້ງປະຕິ ບັດ ເຊິ່ງໄດ້ປະກອບສ່ວນເຮັດໃຫ້ ຊີວິດການເປັນຢູ່ຂອງປະຊາຊົນ ຫລາຍບ້ານດີຂຶ້ນ; ຄວາມທຸກຍາກ ຂອງປະຊາຊົນໄດ້ຮັບການແກ້ໄຂ ນັບມື້ດີຂຶ້ນ, ມີຫລາຍບ້ານ, ຫລາຍ ຄອບຄົວ ໄດ້ກາຍເປັນຕົວແບບດ້ານ ການຜະລິດເປັນສິນຄ້າ, ຕົວແບບ ຢຸດຕິການຖາງປ່າເຮັດໄຮ່ຫັນມາ ເຮັດນາ ແລະ ເຮັດສວນ. ໃນເວລາ ຕັ້ງແຂວງໃໝ່ມີເນື້ອທີ່ນາພຽງ 100 ກວ່າເຮັກຕາ, ແຕ່ມາຮອດປັດຈຸ ບັນເນື້ອທີ່ນາທົ່ວແຂວງເພີ່ມຂຶ້ນ ເປັນ 11.224 ເຮັກຕາ ແລະ ກາເຟ 10.907 ເຮັກຕາ. ຂົງເຂດວັດທະນາ ທຳ-ສັງຄົມໂດຍສະເພາະພື້ນຖານ ໂຄງລ່າງການສຶກສາ ແລະສາທາ ລະນະສຸກ ໄດ້ຮັບການຂະຫຍາຍຕົວ ອອກສູ່ຊົນນະບົດ, ເຮັດໃຫ້ຫລາຍ ບ້ານແລະກຸ່ມບ້ານມີໂຮງຮຽນແລະ ສຸກສາລາປະຈຳບ້ານ, ປັດຈຸບັນ ທົ່ວແຂວງມີໂຮງຮຽນ 306 ແຫ່ງ ທຽບໃສ່ກ່ອນການສ້າງຕັ້ງແຂວງ ເພີ່ມຂຶ້ນ 140 ແຫ່ງ, ມີໂຮງໝໍ 36 ແຫ່ງທຽບໃສ່ປີ 1984 ເພີ່ມຂຶ້ນ 32 ແຫ່ງ; ວັດທະນະທຳ-ຮີດຄອງ ປະເພນີອັນດີງາມຂອງບັນດາເຜົ່າ ໄດ້ຮັບການອະນຸລັກ, ສົ່ງເສີມ ແລະ ພັດທະນານັບມື້ດີຂຶ້ນ,ໄດ້ສ້າງຫລັກ ເມືອງ ແລະ ອະນຸສາວະລີອົງແກ້ວ ເຊິ່ງເປັນການຍົກສູງຄຸນຄ່າຂອງ ບັນພະບູລຸດລາວ ກໍຄືຂອງຊາວ ແຂວງເຊກອງວິລະຊົນ; ການປະ ຕິບັດນະໂຍບາຍຕອບບຸນແທນຄຸນ ພະນັກງານອາວຸໂສປະຕິວັດ, ຜູ້ມີຜົນ ງານ, ຄຸນງາມຄວາມດີຕໍ່ການປະຕິ ວັດຊາດ ໄດ້ຮັບການເອົາໃຈໃສ່ປະຕິ ບັດຢ່າງຕໍ່ເນື່ອງ. ຂົງເຂດນິຕິບັນ ຍັດ-ຕຸລາການໄດ້ຮັບການເອົາໃຈ ໃສ່ພັດທະນາຢ່າງເປັນລະບົບເຮັດ ໃຫ້ມີການຂະຫຍາຍຕົວທັງປະລິ ມານ ແລະ ຄຸນນະພາບ. ວຽກງານ ພັກ-ພະນັກງານ ໄດ້ຮັບການເອົາໃຈ ໃສ່ ແລະ ຂະຫຍາຍຕົວເພີ່ມຂຶ້ນທົ່ວ ແຂວງມີ533ຮາກຖານພັກ,ມີ477 ໜ່ວຍພັກ, ຄະນະພັກຮາກຖານ 56 ຄະນະພັກ, ການບໍາລຸງສ້າງພະນັກ ງານດ້ານທິດສະດີ ແລະ ວິຊາສະ ເພາະຢູ່ພາຍໃນແລະຕ່າງປະເທດໄດ້ ເພີ່ມຂຶ້ນ ແລະ ມີຄຸນນະພາບ, ປັດ ຈຸບັນມີພະນັກງານທັງໝົດ 4.782 ຄົນ, ຍິງ 2.009 ຄົນ ມີທັງປະລິນ ຍາຕີ, ປະລິນຍາໂທ ແລະ ປະລິນຍາ ເອກ. ຄະນະພັກ-ອົງການປົກຄອງ ແຂວງໄດ້ປະຕິບັດແນວທາງການ ຕ່າງປະເທດຂອງພັກ- ລັດ ວາງ ອອກແຕ່ຫົວທີ ໂດຍໄດ້ພົວພັນຮ່ວມ ມືກັບຕ່າງປະເທດ ເປັນຕົ້ນແຂວງ ກວາງນາມ-ດາໜັງ ສສ ຫວຽດ ນາມ ໂດຍຍຶດໝັ້ນຫລັກການຕ່າງ ຝ່າຍຕ່າງມີຜົນປະໂຫຍດ, ແຂວງ ໄດ້ເປີດກວ້າງການພົວພັນຮ່ວມມື ກັບບັນດາແຂວງຂອງ ສສ ຫວຽດ ນາມ ນັບມື້ເພີ່ມຂຶ້ນ. ພິເສດ, ສອງ ຝ່າຍແກ້ໄຂການຕັ້ງຖິ່ນຖານ-ພູມ ລຳເນົາ ແລະ ແຕ່ງດອງບໍ່ຖືກຕ້ອງ ລຽບຕາມຊາຍແດນ ລາວ-ຫວຽດ ນາມ ໄດ້ໂດຍພື້ນຖານ ແລະ ສຳເລັດ ການປັກຫລັກໝາຍຖີ່ຊາຍແດນ ລະຫວ່າງ ລາວ-ຫວຽດນາມ, ພ້ອມ ທັງໄດ້ເປັນເຈົ້າສ້າງເງື່ອນໄຂອຳ ນວຍຄວາມສະດວກໃຫ້ແກ່ການ ຊອກຄົ້ນອັດຖິຊ່ຽວຊານ ແລະ ທະ ຫານອາສາສະໝັກຫວຽດນາມ ທີ່ ເສຍສະຫລະຊີວິດໃນປາງສົງຄາມຢູ່ ແຂວງເຊກອງໄດ້ຫລາຍສິບອັດຖິ. ທ່ານ ເຫລັກໄຫລ ສີວິໄລ ກ່າວ ຕື່ມວ່າ: 40 ປີ ແຫ່ງການປົກປັກ ຮັກສາ ແລະ ສ້າງສາພັດທະນາ ແຂວງພວກເຮົາ ໄດ້ຢັ້ງຢືນຢ່າງພົ້ນ ເດັ່ນທີ່ສຸດຄືສາມາດຜ່ານພົ້ນຄວາມ ຫຍຸ້ງຍາກ ແລະ ການທົດສອບອັນ ລະອິດລະອ້ຽວ ແລະ ຍາດໄດ້ໄຊຊະ ນະອັນໃຫຍ່ຫລວງ ແລະ ສໍາຄັນ ຫລາຍອັນຕົ້ນຕໍແມ່ນຍ້ອນປະຊາຊົນ ບັນດາເຜົ່າທຸກຊັ້ນຄົນມີຄວາມສາ ມັກຄີປອງດອງເປັນປຶກແຜ່ນແໜ້ນ ໜາ, ຮ່ວມແຮງ, ຮ່ວມໃຈກັນເຊີດຊູ ຈິດໃຈຮັກຊາດ, ຮັກລະບອບໃໝ່ກໍຄື ນໍ້າໃຈເພິ່ງຕົນເອງ, ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ ພາຍໃຕ້ການ ນໍາພາຂອງພັກ. ຂະນະດຽວກັນ ກໍແມ່ນໄລຍະທາງທີ່ສະຫງ່າລາສີ ແຫ່ງຄວາມບຸກບືນສູ້ຊົນ ແລະ ຍອມ ເສຍສະຫລະອັນສູງສົ່ງ ເຊິ່ງໄດ້ຮັບ ຜົນສຳເລັດອັນເປັນໜ້າຊື່ນຊົມຍິນ ດີເປັນຢ່າງຍິ່ງ, ມັນໄດ້ເຮັດໃຫ້ການ ພັດທະນາສ້າງສາແຂວງພວກເຮົາ ມີທ່ວງທ່າເຂັ້ມແຂງ ແລະ ມີໃບໜ້າ ໃໝ່ຂຶ້ນເລື້ອຍໆ ເພື່ອຄວາມຈະເລີນ ວັດທະນາຂອງປະເທດຊາດ ກໍຄື ແຂວງເຊກອງພວກເຮົາ ເພື່ອຄວາມ ຮັ່ງມີຜາສຸກຂອງປະຊາຊົນ, ສັງຄົມ ສາມັກຄີເປັນປຶກແຜ່ນ, ປະຊາທິປະ ໄຕ, ຍຸຕິທໍາ ແລະ ສີວິໄລ ປາກົດຜົນ ເປັນຈິງ. ຂຶ້ນ. ກອງປະຊຸມຄັ້ງນີ້, ຖືວ່າເປັນ ບາດກ້າວທໍາທິດຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມ ວຽກງານການທູດເສດຖະກິດຂອງ ລັດຖະບານ ໂດຍມີກະຊວງການ ຕ່າງປະເທດ ເປັນໃຈກາງ ເພື່ອເປັນ ອີກຊ່ອງທາງເລືອກໜຶ່ງ ນອກຈາກ ກົນໄກການຮ່ວມມືຕ່າງໆທີ່ມີຢູ່ ແລ້ວ, ວຽກງານການທູດເສດຖະກິດ ດັ່ງກ່າວ, ແມ່ນຈະສຸມໃສ່ການໂຄສະ ນາເຜີຍແຜ່ກ່ຽວກັບນະໂຍບາຍການ ສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ຢູ່ ສປປ ລາວ ຜ່ານ ຊ່ອງທາງການທູດ ເພື່ອໃຫ້ຜູ້ທີ່ມີ ຄວາມສົນໃຈທີ່ຢາກມາລົງທຶນ, ດໍາ ເນີນທຸລະກິດ ແລະ ເຂົ້າມາທ່ອງ ທ່ຽວຢູ່ສປປລາວມີຄວາມຮັບຮູ້ແລະ ເຂົ້າໃຈກ່ຽວກັບຂໍ້ມູນ ແລະ ນະໂຍ ບາຍສົ່ງເສີມຂອງລັດຖະບານຕໍ່ ວຽກງານດັ່ງກ່າວ ໃຫ້ຫລາຍຂຶ້ນ. ໃນໂອກາດກ່າວເປີດກອງປະ ຊຸມ, ທ່ານປະທານກອງປະຊຸມໄດ້ ຍົກໃຫ້ເຫັນເຖິງຄວາມໝາຍຄວາມ ສໍາຄັນແລະຈຸດປະສົງຂອງການທູດ ເສດຖະກິດ ແມ່ນເພື່ອສ້າງຄວາມ ເຂັ້ມແຂງໃຫ້ແກ່ລະບົບເສດຖະກິດການເງິນຂອງຊາດ, ພາກພື້ນ ແລະ ສາກົນ ໂດຍແນໃສ່ຍົກລະດັບການ ຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການເຊື່ອມໂຍງສາກົນຂຶ້ນສູ່ມິ ຕິໃໝ່, ພ້ອມທັງສົ່ງເສີມການພັດທະ ນາເສດຖະກິດ-ສັງຄົມພາຍໃນປະ ເທດ, ຍົກລະດັບຄຸນນະພາບຊີວິດ ການເປັນຢູ່ຂອງປະຊາຊົນ ແລະ ຫລຸດຜ່ອນຄວາມທຸກຍາກເທື່ອລະ ກ້າວ. ນອກຈາກນີ້, ກອງປະຊຸມໄດ້ຮັບ ຟັງການນຳສະເໜີຂໍ້ມູນກ່ຽວກັບ ທ່າແຮງນະໂຍບາຍສົ່ງເສີມດ້ານ ການລົງທຶນ, ການຄ້າ ແລະ ການ ທ່ອງທ່ຽວ ຂອງ ສປປ ລາວ ຈາກ ກະຊວງອຸດສາຫະກຳ ແລະ ການ ຄ້າ, ກະຊວງແຜນການ ແລະ ການ ລົງທຶນແລະກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຊຶ່ງ ໄດ້ຍົກໃຫ້ເຫັນເຖິງກາລະໂອກາດ ແລະ ສິ່ງອຳນວຍຄວາມສະດວກ ໃນການດຶງດູດການຄ້າ, ການລົງ ທຶນລວມທັງວຽກງານການສົ່ງເສີມ ການທ່ອງທ່ຽວຂອງ ສປປ ລາວ. ພ້ອມກັນນັ້ນ, ກໍມີບັນດາຜູ້ຕາງໜ້າ ພາກທຸລະກິດທີ່ໄດ້ປະສົບຜົນສຳ ເລັດໃນດ້ານການຄ້າ-ການລົງທຶນຢູ່ ສປປ ລາວ ຂຶ້ນແລກປ່ຽນບົດຮຽນ, ປະສົບການ ແລະ ຜົນສໍາເລັດໃນ ການດໍາເນີນທຸລະກິດຂອງຕົນ ເພື່ອ ເປັນການສະໜອງຂໍ້ມູນຕ່າງໆທີ່ ເປັນທ່າແຮງຂອງຕົນໃຫ້ແກ່ບັນດາ ສະຖານທູດ, ອົງການຈັດຕັ້ງສາກົນ, ສະຖາບັນການເງິນສາກົນຊ່ວຍຊຸກ ຍູ້, ໂຄສະນາດຶງດູດການລົງທຶນ ຈາກນັກລົງທຶນຕ່າງປະເທດເຂົ້າມາ ລົງທຶນຢູ່ ສປປ ລາວ ໃຫ້ນັບມື້ນັບ ເພີ່ມຂຶ້ນ. ໃນຕອນທ້າຍ, ກອງປະຊຸມໄດ້ມີ ການແລກປ່ຽນຄຳຄິດຄຳເຫັນ ເພື່ອ ຊອກຫາກາລະໂອກາດ ໃນການໝູນ ໃຊ້ທ່າແຮງການຮ່ວມມືພາກພື້ນ ແລະ ສາກົນ ຂອງ ສປປ ລາວ ເຂົ້າ ໃນການພັດທະນາເສດຖະກິດ-ສັງ ຄົມ ແຫ່ງຊາດ ກໍຄື ການເຄື່ອນໄຫວ ວຽກງານການທູດເສດຖະກິດຂອງ ສປປ ລາວ ຊຶ່ງຖືເປັນວຽກບູລິມະ ສິດຂອງທຸກຂະແໜງການຈະຕ້ອງ ໄດ້ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດ ຮ່ວມກັນໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າໃນ ຕໍ່ໜ້າ. ພາບ: ເກດສະໜາ ຊາຊົນ; ລາຍງານຜົນການກວດກາ ເນື້ອໃນຮອບດ້ານຂອງຮ່າງກົດ ໝາຍ ຈຳນວນ 5 ສະບັບ ທີ່ຈະນຳ ເຂົ້າພິຈາລະນາຮັບຮອງໃນກອງ ປະຊຸມສະໄໝສາມັນເທື່ອທີ 7 ຂອງ ສະພາແຫ່ງຊາດ (ສພຊ) ຊຸດທີ IX ເຊິ່ງມີຮ່າງກົດໝາຍວ່າດ້ວຍການ ຕ້ານການສໍ້ລາດບັງຫລວງ(ສະບັບ ປັບປຸງ), ຮ່າງກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ (ສະບັບປັບປຸງ), ຮ່າງກົດໝາຍວ່າ ດ້ວຍສະຫະກອນ (ສະບັບສ້າງ ໃໝ່), ຮ່າງກົດໝາຍວ່າ ດ້ວຍ ການ ກັນ ແລະ ຄວບຄຸມເຊື້ອເອສໄອວີ/ ພະຍາດເອດ (ສະບັບປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍຊັບພະຍາ ກອນທີ່ເປັນຢາ (ສະບັບສ້າງໃໝ່); ລາຍງານແຜນການກະກຽມ ແລະ ດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງ ສພຊ ຊຸດທີ IX; ລາຍງານຜົນການຄົ້ນຄວ້າໜັງສື ສະເໜີຂອງລັດຖະບານ ກ່ຽວກັບ ການສະເໜີຂໍຫັນປ່ຽນປະເພດທີ່ ດິນປ່າໄມ້ທຳມະຊາດ ໄປເປັນທີ່ດິນ ອຸດສາຫະກຳລັກສະນະຊົ່ວຄາວ ເພື່ອນຳໃຊ້ເຂົ້າໃນໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ແລະ ແຮ່ຄຳ ຢູ່ເຂດບ້ານນາອຸດົມໃຕ້ ເມືອງແມດ ແຂວງວຽງຈັນ; ລາຍງານກ່ຽວກັບ ແຜນການຈັດກອງປະຊຸມຝຶກອົບ ຮົມການເປັນວິທະຍາກອນໃຫ້ແກ ບັນດາກົງຈັກການຈັດຕັ້ງຂອງສະ ພາແຫ່ງຊາດ ແລະ ສະພາປະຊາຊົນ ຂັ້ນແຂວງ. ນອກນັ້ນ, ຍັງໄດ້ຮັບຟັງ ການລາຍງານການຄົ້ນຄວ້າຄຳ ຮ້ອງຂໍຄວາມເປັນທຳຈຳນວນໜຶ່ງ. ຂ່າວ: ກຸກກິກ ບຸດດາໄຊ ພາບ: ສອນສັກ ວັນວິໄຊ ຮັບຟັງການລາຍງານສະພາບ ລວມ ແລະ ສິ່ງທ້າທາຍດ້ານເສດຖະກິດ ມະຫາພາກໃນພາກພື້ນ ແລະ ສາ ກົນ ຈາກອົງການ IMF, AMRO, WB ແລະ ADB ເຊິ່ງຄາດວ່າ ການຂະຫຍາຍຕົວທາງດ້ານເສດ ຖະກິດຂອງອາຊຽນຈະຢູ່ໃນລະ ດັບ 4,9% ໃນປີ 2024; ການຟື້ນ ຕົວຂອງເສດຖະກິດປີ 2024 ຄາດ ວ່າມາຈາກຂະແໜງການລົງທຶນ ໂດຍສະເພາະການສົ່ງອອກສິນຄ້າ ແມ່ນຄ່ອຍໆຟື້ນຕົວຕາມໄລຍະ ແລະ ການໃຊ້ຈ່າຍຂອງຄົວເຮືອນແມ່ນ ມີຄວາມເຂັ້ມແຂງຂຶ້ນກວ່າເກົ່າ ເນື່ອງຈາກການຫລຸດລົງຂອງອັດ ຕາ ໄພວ່າງງານ ແລະ ການເພິ່ມຂຶ້ນ ທາງດ້ານລາຍຮັບຂອງຄົວເຮືອນ. ພ້ອມນີ້, ບັນດາທ່ານຜູ້ວ່າການ ແລະ ຜູ້ຕາງໜ້າຈາກທະນາຄານ ກາງ 10 ປະເທດອາຊຽນກໍໄດ້ຮັບ ຮອງຫລາຍບັນຫາເປັນຕົ້ນ ໄດ້ຮັບ ຮອງຜົນສຳເລັດບັນດາໜ້າວຽກ ຕົ້ນຕໍຂອງຄະນະກຳມະການເຊື່ອມ ໂຍງການເງິນອາຊຽນ ລວມທັງທິດ ທາງແຜນການໃນຕໍ່ໜ້າ ໂດຍສະ ເພາະແມ່ນວຽກງານການສົ່ງເສີມ ການນຳໃຊ້ສະກຸນເງິນທ້ອງຖິ່ນໃນ ພາກພື້ນ, ການທົບທວນບັນດາໜ້າ ວຽກຕົ້ນຕໍຂອງຄະນະກຳມະການ ເພື່ອໃຫ້ສອດຄ່ອງຕາມແຜນປະຊາ ຄົມເສດຖະກິດອາຊຽນ ປີ 2025 (AECPost 2025);ໄດ້ຮັບຮອງ ແຜນບຸລິມະສິດທາງດ້ານເສດຖະ ກິດ (PED) 2024 ຄື “ການແກ້ ໄຂຄວາມຫລຸດໂຕນການເຂົ້າເຖິງ ແຫລ່ງທຶນ ແລະ ການເສີມສ້າງ ໃຫ້ເຂົ້າເຖິງການບໍລິການທາງການ ເງິນ ໃນກຸ່ມຈຸນລະວິສາຫະກິດ, ວິ ສາຫະກິດຂະໜາດນ້ອຍແລະກາງ” ແລະ ຍັງມີການຮັບຮອງເອົາຂອບ ວຽກລວມຂອງອາຊຽນ ໂດຍສະ ເພາະຂອບວຽກການນໍາໃຊ້ສະກຸນ ເງິນທ້ອງຖິ່ນເຂົ້າໃນການເຮັດທຸລະ ກໍາໃນອາຊຽນ The High level Guideline on Local Currency Transaction: LCT Framework ເພື່ອໃຫ້ສອດຄ່ອງຕາມລະ ບຽບການ ແລະ ນະໂຍບາຍຂອງ ສະມາຊິກ. ກອງປະຊຸມໄດ້ດໍາເນີນເປັນເວ ລາ 1 ວັນ ເຊິ່ງແບ່ງອອກເປັນພາກ ເຊົ້າແມ່ນກອງປະຊຸມສະເພາະຜູ້ວ່າ ການທະນາຄານກາງອາຊຽນ ແລະ ພາກບ່າຍແມ່ນຮ່ວມກັນລະຫວ່າງ ລັດຖະມົນຕີກະຊວງການເງິນ ແລະ ຜູ້ວ່າການທະນາຄານກາງອາຊຽນ ດ້ວຍບັນຍາກາດອັນຟົດຟື້ນ ແລະ ເຕັມໄປດ້ວຍຜົນສຳເລັດ. ກອງປະ ຊຸມດັ່ງກ່າວໄດ້ສໍາເລັດຢ່າງຈົບງາມ ທ່າມກາງການປະກອບຄໍາເຫັນ ຂອງປະເທດສະມາຊິກ, ພ້ອມທັງໄດ້ ຮັບຄໍາຊົມເຊີຍໃນການເປັນເຈົ້າ ພາບ ແລະ ປະທານຮ່ວມກອງປະ ຊຸມໄດ້ເປັນຢ່າງດີຂອງ ສປປ ລາວ ເຮັດໃຫ້ກອງປະຊຸມສາມາດບັນລຸ ຕາມຄາດໝາຍ. ຂ່າວ:ກົມຮ່ວມມືສາກົນ ກະຊວງຍຸຕິທຳ ໃນວັນທີ 4 ເມສາ ຜ່ານມາ ໂດຍການເປັນປະທານຮ່ວມ ຂອງສະຫາຍ ເກດສະໜາພົມມະຈັນ ຄະນະປະຈຳພັກ, ປະທານຄະນະ ກວດກາພັກກະຊວງ, ຮອງລັດຖະ ມົນຕີກະຊວງຍຸຕິທຳ ແລະ ສະຫາຍ ດາວບົວລະພາ ບາວົງເພັດ ກຳມະ ການພັກ, ຮອງປະທານຄະນະກວດ ກາສູນກາງພັກ, ຮອງປະທານອົງ ການກວດກາແຫ່ງລັດແລະຮອງຫົວ ໜ້າອົງການຕ້ານການສໍ້ລາດບັງ ຫລວງຂັ້ນສູນກາງ. ເພື່ອສົ່ງເສີມທາງດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ລະຫວ່າງສອງປະເທດ ໃຫ້ນັບ ມື້ນັບຂະຫຍາຍຕົວ ໂດຍມີທ່ານ ບຸນເຫລືອ ສິນໄຊວໍຣະວົງ ຜູ້ວ່າ ການທະນາຄານແຫ່ງ ສປປ ລາວ ທ່ານ ເສດຖະພຸດ ສຸທິວາດນະຣືພຸດ ຜູ້ວ່າການທະນາຄານແຫ່ງປະເທດ ໄທ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ການຊໍາລະດັ່ງກ່າວ, ຍັງຈະຊ່ວຍ ເຮັດໃຫ້ຂະບວນການຊໍາລະມີຄວາມ ສະດວກງ່າຍດາຍ, ຫລຸດຜ່ອນຕົ້ນ ທຶນໃນການເຮັດທຸລະກຳ ແລະ ສົ່ງ ເສີມການເຂົ້າເຖິງການຊໍາລະທີ່ຈະ ຊ່ວຍໃຫ້ບັນດາທຸລະກິດ, ຜູ້ປະກອບ ການ ແລະ ລູກຄ້າ ຈາກທັງປະເທດ ປົດລັອກໂອກາດໃໝ່ສໍາລັບການ ຄ້າ, ການລົງທຶນ ແລະ ການພັດທະ ນາເສດຖະກິດ. ພ້ອມກັນນີ້, ທະນາຄານການຄ້າ ຕ່າງປະເທດລາວມະຫາຊົນ ແລະ ທະນາຄານນໍາເຂົ້າ-ສົ່ງອອກຂອງ ປະເທດໄທ ກໍໄດ້ຮ່ວມກັນລົງນາມ ບົດບັນທຶກຄວາມເຂົ້າໃຈ ເພື່ອສ້າງ ຄວາມເຂັ້ມແຂງໃຫ້ແກ່ການຮ່ວມມື ສອງຝ່າຍທາງດ້ານການເງິນ ເຊິ່ງ ຈະຊ່ວຍອໍານວຍຄວາມສະດວກ ໃຫ້ແກ່ການດຳເນີນທຸລະກິດຂອງ ລາວ ແລະ ໄທ, ພ້ອມທັງເຮັດໃຫ້ບັນ ດານັກລົງທຶນທັງສອງສະຖາບັນ ສາມາດເຂົ້າເຖິງທຶນ ແລະ ຜະລິດຕະ ພັນທາງດ້ານການເງິນລະຫວ່າງ ກັນ. ພາຍໃຕ້ການເຊື່ອມໂຍງທາງ ດ້ານການເງິນອາຊຽນ, ທະນາຄານ ແຫ່ງ ສປປ ລາວ ໄດ້ສໍາເລັດການລົງ ນາມໃນບົດບັນທຶກຄວາມເຂົ້າໃຈ ວ່າ ດ້ວຍການເຊື່ອມໂຍງການຊໍາລະ ຂອງພາກພື້ນ ສະບັບທີ 3 ເຊິ່ງຜ່ານ ມາມີ 7 ທະນາຄານກາງອາຊຽນ ໄດ້ລົງນາມເປັນທີ່ຮຽບຮ້ອຍແລ້ວ ເຊິ່ງຄວາມສໍາຄັນຂອງການລົງ ນາມໃນບົດບັນທຶກຄວາມເຂົ້າໃຈດັ່ງ ກ່າວ ມີຄວາມມຸ່ງຫວັງທີ່ຈະສ້າງ ຄວາມເຂັ້ມແຂງໃນການເຊື່ອມໂຍງ ການເງິນຂອງພາກພື້ນອາຊຽນແລະ ການຊຸກຍູ້ສົ່ງເສີມການຮ່ວມມືທາງ ດ້ານເສດຖະກິດ ໂດຍການສົ່ງເສີມ ການເຮັດທຸລະກຳ ເປັນສະກຸນເງິນ ທ້ອງຖິ່ນ ແລະ ການອຳນວຍຄວາມ ສະດວກທາງດ້ານການຊໍາລະຂ້າມ ແດນ; ການເຊື່ອມຕໍ່ດ້ານການຊໍາລະ ທີ່ໄຮ້ຮອຍຕໍ່ຈະສ້າງເງື່ອນໄຂໃຫ້ ແກ່ທຸລະກິດ, ບຸກຄົນ ແລະ ລັດຖະ ບານໃນການເຮັດທຸລະກຳຂ້າມ ແດນຢ່າງມີປະສິດທີຜົນກໍຄືການຊໍາ ລະຂ້າມແດນທີ່ວ່ອງໄວ, ມີຕົ້ນທຶນ ຕໍ່າ, ມີຄວາມໂປ່ງໃສຫລາຍຂຶ້ນ, ແລະສ້າງຄວາມເຂັ້ມແຂງທາງດ້ານ ເສດຖະກິດ.
69 xu -k;|5j ,]k; g8u [.spj 0tspkp8q ; .om5 drk]tdy f0v'-kf xtgmf]k; 3 08/04/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me (ເນື່ອງໃນໂອກາດວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ 14/04/1955-14/04/2024) ບົດສະເໜີ * ຕະຫລອດໄລຍະ 69 ປີ ແຫ່ງ ການກຳເນີດ ແລະ ເຕີບໃຫຍ່ຂະ ຫຍາຍຕົວ, ຊາວໜຸ່ມປະຊາຊົນ ປະ ຕິວັດລາວ ແມ່ນມີບົດບາດສໍາຄັນ ໃນທຸກພາລະກິດຂອງຊາດ ແລະ ມີ ບົດບາດໃນການຕັດສິນທຸກໄຊຊະ ນະຂອງການປະຕິວັດຊາດ ເພາະ ຊາວໜຸ່ມແມ່ນກໍາລັງແຂນຂວາ ຂອງຂອງພັກ, ເປັນກະດູກສັນຫລັງ ຂອງຊາດ ທີ່ເຕັມໄປດ້ວຍມູນເຊື້ອ ນໍ້າໃຈຮັກເຊື້ອແພງຊາດອັນດູດດື່ມ ມີວັດທະນະທໍາອັນດີງາມ ແລະ ມີ ຄວາມເສຍສະຫລະອັນສູງສົ່ງໃນ ແຂນຂວາຂອງພັກ, ເປັນກະດູກສັນ ຫລັງຂອງປະເທດຊາດ, ເປັນຜູ້ສືບ ທອດທີ່ຈົ່ງຮັກພັກດີຂອງປະເທດ ຊາດ, ມູນເຊື້ອ ແລະ ວິລະກໍາຂອງ ຊາດໄດ້ຮັບການຜັນຂະຫຍາຍເປັນ ການກະທໍາປະຕິວັດຂອງຊາວໜຸ່ມ ຊຶ່ງສາມາດຕອບສະໜອງໄດ້ຄວາມ ຮຽກຮ້ອງຕ້ອງການຂອງພັກ, ຂອງ ປະເທດຊາດ ແລະ ເຮັດສໍາເລັດພາ ລະກໍາຂອງຕົນ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ກ້າວເດີນຕາມເສັ້ນທາງສັງຄົມ ນິຍົມ. ຕະຫລອດໄລຍະ 69 ປີ ແຫ່ງ ການເຕີບໃຫຍ່ຂະຫຍາຍຕົວຂອງ ຊາວໜຸ່ມປະຊາຊົນ ປະຕິວັດລາວ ພາຍໃຕ້ການນໍາພາຂອງພັກປະຊາ ຊົນ ປະຕິວັດລາວ, ພັກໄດ້ສ້າງຕັ້ງ ອົງການຊາວໜຸ່ມຕະລຸມບອນຂຶ້ນ ວັນທີ 14 ເມສາ 1955 ເພື່ອຕອບ ສະໜອງ ກັບຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ການປະຕິວັດ, ໃນ ມະຕິ ຄັ້ງທີ 4 ສະໄໝທີ I ຂອງພັກ ໄດ້ກໍານົດວ່າ: ຕ້ອງເອົາໃຈໃສ່ຂົນ ຂວາຍຈັດຕັ້ງຊາວໜຸ່ມ, ເອົາວຽກ ງານການຈັດຕັ້ງສຶກສາອົບຮົມຊາວ ໜຸ່ມ ເປັນວຽກງານທີ່ສໍາຄັນອັນດັບ ໜຶ່ງທີ່ຈະຕ້ອງໄປກ່ອນອົງການຈັດ ຕັ້ງຊາວໜຸ່ມດັ່ງກ່າວ, ໄດ້ກາຍເປັນ ໃຈກາງເຕົ້າໂຮມ ແລະ ສຶກສາອົບ ຮົມຊາວໜຸ່ມ ປະຕິບັດບົດບາດ ເປັນ ກໍາລັງປະຈັນບານ. ໃນຕົ້ນປີ1972ກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກ ໄດ້ໄຂຂຶ້ນ ແລະ ປ່ຽນຊື່ຈາກ ພັກປະຊາຊົນລາວ ມາ ເປັນພັກປະຊາຊົນ ປະຕິວັດລາວ ດ້ວຍຄວາມເຊື້ອໝັ້ນຕໍ່ພາລະບົດ ບາດຂອງຊາວໜຸ່ມ ພັກໄດ້ເຕົ້າໂຮມ ເອົາຄະນະຊາວໜຸ່ມຕະລຸມບອນ ກໍາລັງປະກອບອາວຸດ ແລະ ຄະນະ ຊາວໜຸ່ມລາວຮັກຊາດ ເປັນອົງ ການຈັດຕັ້ງດຽວກັນ ແລະ ໃສ່ຊື່ວ່າ “ຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ” ໃນປີ 1983. ໃນກອງປະ ຊຸມໃຫຍ່ ຄັ້ງທີ I ຂອງຜູ້ແທນຊາວ ໜຸ່ມທົ່ວປະເທດ ທ່ານ ໄກສອນ ພົມວິຫານ ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກ ປະທານ ປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ ນາມມະຍົດ ແລະ ຄໍາສັ່ງສອນວ່າ: “ຊາວໜຸ່ມຈົ່ງເປັນດັ່ງນົກອິນຊີ ທີ່ ບໍ່ຫວັ່ນກວາຕໍ່ພະຍຸລົມແດງເປັນ ສິນໄຊຂອງຍຸກສະໄໝພວກເຮົາ”, ຄໍາສອນດັ່ງກ່າວນີ້ ໄດ້ສ່ອງແສງ ໃຫ້ພວກເຮົາເຂົ້າໃຈຢ່າງເລິກເຊິ່ງ ວ່າ: ຊາວໜຸ່ມ ຕ້ອງມີຄວາມຈົ່ງຮັກ ພັກດີຕໍ່ພັກຕໍ່ຊາດ ແລະ ປະຊາຊົນ, ຊາວໜຸ່ມຕ້ອງມີຄວາມເຂັ້ມແຂງ ປະຈັນບານ, ຊາວໜຸ່ມຕ້ອງຮັກເຊື້ອ ແພງຊາດ, ຊາວໜຸ່ມຕ້ອງມີວິໃສທັດ ກວ້າງໄກ. ການປະກອບສ່ວນໃນພາລະກໍາປະ ຫວັດສາດ ແລະ ເຮັດສໍາເລັດໜ້າທີ່ ຂອງການປະຕິວັດ ປະຊາທິປະໄຕ. ນອກນັ້ນ, ຍັງໄດ້ອອກແຮງແຂ່ງ ຂັນປະກອບສ່ວນ ໃນການປົກປັກ ຮັກສາໝາກຜົນຂອງການປະຕິວັດ ແລະ ປະກອບສ່ວນອັນສໍາຄັນໃນພາ ລະກິດສ້າງສາປະເທດຊາດຢ່າງສະ ຫງ່າຜ່າເຜີຍ. ພັກປະຊາຊົນ ປະຕິວັດລາວ ໄດ້ ຂະໜານນາມໃຫ້ຊາວໜຸ່ມວ່າ: ເປັນ xu 2023 g,n v'Iqj , pkfwfh zq o'kos]kpfh ko ໂດຍ: ມາລີດາ ພໍ; ມາຮອດປີ 2012 ໄດ້ຊື້ລົດ 12 ລໍ້ແລ່ນ ສາມາດສ້າງລາຍຮັບ ເຂົ້າຄອບຄົວສະເລ່ຍໄດ້ 100-200 ລ້ານກີບຕໍ່ປີ, ເລີ່ມເຮັດໃຫ້ຄອບຄົວ ດີຂຶ້ນ ຕໍ່ມາເນື່ອງຈາກມີລົດໂດຍ ສານແລ່ນຫລາຍຂຶ້ນ, ເຮັດໃຫ້ການ ແລ່ນລົດຂອງຕົນ ບໍ່ຄ່ອຍໄດ້ດີທັງມີ ຄວາມຫຍຸ້ງຍາກ ແລະ ບໍ່ໄດ້ຢູ່ນໍາ ຄອບຄົວ. ໃນປີ 2015 ຈຶ່ງຕັດສິນ ໃຈຫັນປ່ຽນອາຊີບ ມາລ້ຽງສັດປີກ ໂດຍສະເພາະລ້ຽງໄກ່ພັນໄຂ່ ເຊິ່ງ ໄດ້ຕັ້ງຟາມໄກ່ພັນໄຂ່ ຊຸດທໍາອິດ 1 ຟາມ ແລະ ໄດ້ນໍາໄກ່ພັນໄຂ່ ເຂົ້າ ມາ ຈໍານວນ 1.200 ໂຕ ມາເຖິງ ປີ 2016 ມີໄກ່ພັນໄຂ່ເພີ່ມຂຶ້ນມາ ເປັນ 9.500 ໂຕ ເຫັນວ່າການລ້ຽງ ໄກ່ພັນໄຂ່ ໄດ້ຮັບຜົນດີ ຈຶ່ງໄດ້ຂະ ຫຍາຍຟາມ ແລະ ຊື້ໄກ່ເຂົ້າອີກຈໍາ ນວນໜຶ່ງ ໃນປີ 2017 ທັງໄດ້ໄປ ຖອດຖອນບົດຮຽນນໍາໝູ່ເພື່ອນ ຜູ້ ທີ່ມີປະສົບການ ເພື່ອມາພັດທະນາ * ໃນປີຜ່ານມາອົງການປົກຄອງ ທົ່ວເມືອງຮົ່ມ ແຂວງໄຊສົມບູນ ໄດ້ເອົາໃຈໃສ່ປະຕິບັດວຽກງານແຕ່ ລະດ້ານອັນສາມາດຍາດໄດ້ຜົນ ງານຫລາຍດ້ານບໍ່ວ່າດ້ານຄວາມ ສະຫງົບ, ການຈັດຕັ້ງປະຕິບັດສອງ ວາລະແຫ່ງຊາດ,ການລົງທຶນ,ການ ພັດທະນາຊົນນະບົດ ແລະ ອື່ນໆ. ຜົນງານພົ້ນເດັ່ນດັ່ງກ່າວໄດ້ ຖືກຍົກໃຫ້ເຫັນຢູ່ໃນກອງປະຊຸມ ອົງການປົກຄອງເມືອງຮົ່ມ ປະຈຳ ປີ 2023 ແລະ ວາງທິດທາງແຜນ ການປີ 2024 ໂດຍ ທ່ານ ສັງຂານ ວົງໄຊ ຫົວໜ້າຫ້ອງວ່າ ການເມືອງ ໄດ້ລາຍງານວ່າ: ໃນໄລຍະ1ປີຜ່ານ ມາ ການນຳເມືອງໄດ້ຊີ້ນຳ-ນຳພາ ທຸກພາກສ່ວນລວມທັງທົ່ວສັງຄົມ ພາຍໃນເມືອງເປັນເຈົ້າການສະກັດ ກັ້ນ ແລະ ແກ້ໄຂບັນຫາຄວາມບໍ່ສະ ຫງົບທີ່ເກີດຂຶ້ນໃຫ້ໄດ້ຢ່າງໜັກ ແໜ້ນ, ເຂັ້ມແຂງເທື່ອລະກ້າວທັງ ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂບັນຫາ ຢາເສບຕິດ ເຊິ່ງສາມາດແກ້ໄຂຄະ ດີຄ້າ-ຂາຍຢາເສບຕິດມີ 3 ເລື່ອງ, ຄະດີມີຢາເສບຕິດໄວ້ໃນຄອບຄອງ ເພື່ອເສບ 4 ເລື່ອງ, ໄດ້ອອກໃບຢັ້ງ ຢືນຖອນເງິນຊໍາລະໂຄງການລົງ ທຶນຂອງລັດ(ບ້ວງປົກກະຕິ)6ໂຄງ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ການ ມູນຄ່າ 400 ລ້ານກີບ, ອອກ ໃບຢັ້ງຢືນຖອນເງິນຊໍາລະໂຄງ ການລົງທຶນຂອງລັດ (ບ້ວງເງິນ ເກີນແຜນຂອງແຂວງປີ 2022) ປະຈໍາປີ 2023 ມີ 5 ໂຄງການມູນ ຄ່າ 3 ຕື້ກວ່າກີບ, ຈັດເກັບລາຍຮັບ ເຂົ້າງົບປະມານໄດ້ 18 ຕື້ກວ່າກີບ, ລາຍຮັບພາຍໃນທັງໝົດ 1 ຕື້ກວ່າ ກີບ ເທົ່າກັບ87%, ໄດ້ປ່ອຍສີ້ນເຊື່ອ ໄດ້ 1 ຕື້ກວ່າກີບ, ເກັບຕົ້ນທຶນໄດ້ ກວ່າ1ຕື້ກີບ, ເກັບດອກເບ້ຍໄດ້385 ລ້ານກວ່າກີບ, ຜົນຜະລິດເຂົ້ານາປີ ໄດ້ 4 ພັນກວ່າໂຕນທຽບໃສ່ແຜນ ການປີປະຕິບັດລື່ນ10%,ຜົນຜະລິດ ເຂົ້າໄຮ່ໄດ້ 2 ພັນກວ່າໂຕນ, ໃນທົ່ວ ເມືອງມີຫົວໜ່ວຍທຸລະກິດຂະໜາດ ນ້ອຍ ແລະ ກາງ ທັງໝົດ 156 ຫົວ ໜ່ວຍ ມີມູນຄ່າຊັບສີນ 55 ຕື້ກວ່າ ກີບ, ລວມຍອດການຜະລິດເປັນສິນ ຄ້າໄດ້ທັງໝົດ 60 ຕື້ ກວ່າກີບ ເທົ່າ ກັບ 80,97% ຂອງແຜນປີ. ທ່ານ ສັງຂານ ວົງໄຊ ກ່າວຕື່ມ ວ່າ: ນອກຈາກທີ່ກ່າວມານັ້ນແລ້ວ ຍັງໄດ້ສໍາເລັດການລົງວັດ ແທກດິນ ແລະ ອອກໃບຕາດິນຕາມລະບົບ 3 ບ້ານຄື:ບ້ານນໍ້າຄຽນ,ຜາແອ່ນແລະ ບ້ານຜາລະແວກກວ່າ800 ຕອນ, ທົ່ວເມືອງໄດ້ຊົມໃຊ້ນ້ຳສະອາດ ກວມ80%ຂອງຈຳນວນຄອບຄົວ, ໄດ້ປະກາດເປັນບ້ານຢຸດຕິການຖ່າຍ ຊະຊາຍ 5 ບ້ານ, ປະກາດຮັບຮອງ ບ້ານຜາແອ່ນ ເປັນບ້ານວັດທະນະ ທໍາແຫ່ງທີ 8 ຂອງເມືອງຮົ່ມ, ລົງ ຕິດຕັ້ງໂທລະໂຄ່ງ ຊຸດໃໝ່ສຳເລັດ 5 ບ້ານ, ຝຶກອົບຮົມວິຊາສິລະປະສຶກ ສາໃຫ້ຄູຜູ້ທີ່ສອນເສີມວິຊາສິລະ ປະສຶກສາ ໃນໂຮງຮຽນ ມຕົ້ນ, ມສ ທົ່ວເມືອງ 1 ຄັ້ງ, ຝຶກອົບຮົມສີມື ແຮງງານດ້ານເຕັກນິກການບົວລະ ບັດຮັກສາຕົ້ນຢາງພາລາ ແລະ ຕົ້ນ ໝາກກ້ຽງໃຫ້ປະຊາຊົນບ້ານພູງູ ແລະ ບ້ານຫ້ວຍຊາຍໄດ້30 ຄົນ, ພັດທະນາສີມືແຮງງານໄດ້ 62 ຄົນ ທັງຈັດຫາງານໄດ້ 50 ຄົນ, ຝຶກອົບ ຮົມກົດໝາຍໄລຍະສັ້ນ 45 ວັນ ໃຫ້ ພະນັກງານຫລັກແຫລ່ງຂອງເມືອງ ຮົ່ມ1ຊຸດ, ໄດ້ປະກາດຮັບຮອງບ້ານ ສາມັກຄີປອງດອງ 4 ບ້ານຄື: ບ້ານ ນໍ້າຄຽນ, ບ້ານຜາລະແວກ, ບ້ານ ຮົ່ມທາດ, ບ້ານຜາແອ່ນ ແລະ ວຽກ ງານອື່ນໆອີກ. ]h P'wdj ra ow0j ]kpIa [fu ,u dew] * ໄຂ່ ເປັນອາຫານທີ່ນິຍົມຊົມ ຊອບຂອງຜູ້ບໍລິໂພກ ເນື່ອງຈາກວ່າ ສາມາດນໍາມາປຸງແຕ່ງອາຫານໄດ້ ຫລາກຫລາຍ ບໍ່ວ່າຈະ ຕົ້ມ, ຂົ້ວຫລື ເປັນສ່ວນປະກອບຂອງອາຫານ ເຍື່ອງອື່ນໆ ກໍ່ແຊບຊ້ອຍ, ກິນງ່າຍ ໄດ້ທັງເດັກນ້ອຍ ແລະ ຜູ້ໃຫຍ່. ດັ່ງ ນັ້ນ, ໄຂ່ໄກ່ຈຶ່ງເປັນທີ່ຕ້ອງການ ຂອງຕະຫລາດຢ່າງຫລວງຫລາຍ ຈົນກາຍເປັນທ່າແຮງ ແລະ ເງື່ອນ ໄຂ ໃຫ້ປະຊາຊົນທີ່ເຮັດອາຊີບລ້ຽງ ໄກ່ພັນໄຂ່ຂາຍ ສາມາດສ້າງລາຍ ຮັບເຂົ້າຄອບຄົວໄດ້ເປັນກອບເປັນ ກໍາ ເໝືອນດັ່ງ ທ່ານ ໄມສີຈັນ ອາຍຸ 53 ປີຢູ່ ບ້ານຄອນຄໍາ ກຸ່ມພັດທະ ນາທີ 3 ເມືອງປາກອູ ແຂວງຫລວງ ພະບາງ ທີ່ຖືເອົາອາຊີບລ້ຽງສັດ ປີກ ໂດຍສະເພາະ ໄກ່ພັນໄຂ່ສາມາດ ສ້າງລາຍຮັບໄດ້ ປະມານ 900 ລ້ານກີບຕໍ່ປີ. ທ່ານ ໄມສີຈັນ ອາຍຸ 53 ປີຢູ່ ບ້ານຄອນຄໍາ ກຸ່ມພັດທະນາທີ 3 ເມືອງປາກອູ ແຂວງຫລວງພະບາງ ໄດ້ໃຫ້ຮູ້ວ່າ: ໃນຄອບຄົວມີທັງໝົດ6 ຄົນ, ຍິງ3ຄົນ, ລວມມີ6ແຮງງານ, ໃນເມື່ອກ່ອນຄອບຄົວຂອງຕົນໄດ້ ຖືອາຊີບເຮັດໄຮ່, ເຮັດນາ ເຫັນວ່າ ຊີວິດການເປັນຢູ່ພໍແຕ່ກຸ້ມກິນ, ເລີຍ ຫັນມາຊື້ລົດໂດຍສານແລ່ນ, ແຕ່ ການໃຊ້ຈ່າຍສົ່ງລູກຮຽນຍັງບໍ່ພຽງ ແລະ ປັບປຸງຟາມຂອງຕົນ. ປັດຈຸບັນ ຄອບຄົວຂອງທ່ານ ໄມສີຈັນ ມີຟາມໄກ່ພັນໄຂ່ທັງໝົດ 5 ຟາມ, ມີໄກ່ພັນໄຂ່ 16.500 ໂຕ, ສາມາດສ້າງລາຍຮັບເຂົ້າຄອບຄົວ ສະເລ່ຍໄດ້ 900 ລ້ານກີບຕໍ່ປີ ເຮັດ ໃຫ້ຊີວິດການເປັນຢູ່ຂອງຄອບຄົວດີ ຂຶ້ນກວ່າເກົ່າ. ສຳລັບແຜນໃນຕໍ່ໜ້າ ແມ່ນຈະສືບຕໍ່ຂະຫຍາຍຟາມໄກ່ໃຫ້ ໄດ້ຕື່ມ 1 ຟາມ ແລະ ນໍາໄກ່ເຂົ້າເພີ່ມ ອີກ 3.000 ໂຕ ເພື່ອສ້າງລາຍຮັບ ເຂົ້າຄອບຄົວໃຫ້ໄດ້ 1 ຕື້ກວ່າກີບ ຕໍ່ປີ ພ້ອມທັງຈະຈ້າງແຮງງານເພີ່ມ ຕື່ມອີກໂດຍຈະຮັບເອົາຊາວໜຸ່ມຍິງໜຸ່ມ ແລະ ປະຊາຊົນ ທີ່ວ່າງງານ ຢູ່ພາຍໃນບ້ານ ແລະ ເຂດໃກ້ຄຽງ ເພື່ອສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບໃຫ້ເຂົາເຈົ້າຕື່ມອີກ. ພາບປະກອບ ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==