5847

xtgmf]k; 6 05/04/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ເກີດຂວັນໃຈ ມາລີຈັນສີ ໂດຍ: ເກີດຂວັນໃຈ ມາລີຈັນສີ oa dmj v'mj P;wm oaj ']q fw2wxmj P;9u o gruj ,0B o 7,5 gmqj k [= ]y la f r6 g[h p,kpoY ' lqj 'glu ,dkolh k';Pd.sh cI''ko]k; * ບາງທັດສະນະຂອງຜູ້ປະກອບ ການທຸລະກິດຂົນສົ່ງສີນຄ້າ ແລະ ນັກວິເຄາະເສດຖະກິດຈາກປະເທດ ເພື່ອນບ້ານ (ໄທ) ຕໍານິ ແລະ ຕອບ ໂຕ້ຕໍ່ບາງສື່ມະໂນພາບອ້າງວ່າ “ລາວຈະຕິດກັບດັກໜີ້ຂອງຈີນ ຍ້ອນໂຄງການເສັ້ນທາງລົດໄຟ” ທັງໆທີ່ເສັ້ນທາງລົດໄຟລາວ-ຈີນ ຮັບໃຊ້ຜົນປະໂຫຍດລວມທັງໃນ ພາກພື້ນ-ສາກົນຢ່າງແທ້ຈິງນັບແຕ່ ເສັ້ນທາງລົດໄຟລາວ-ຈີນ ເປີດໃຫ້ ບໍລິການໃນທ້າຍປີ 2021 ກໍເຫັນ ວ່າການບໍລິການສິນຄ້າແລະຜູ້ໂດຍ ສານຄຶກຄັກຈົນລົ້ນຂະບວນລົດໄຟ ທີ່ມາຈາກອາຊຽນ, ສປ ຈີນ ແລະ ພາກພື້ນອື່ນ ເຊິ່ງມັນບໍ່ພຽງຮັບໃຊ້ ສປປ ລາວ ເທົ່ານັ້ນຫາກຍັງກາຍ ເປັນຂະບວນລົດສາກົນ ໂດຍບໍ່ຈໍາ ແນກເຊື້ອຊາດເຜົ່າພັນ ແລະ ເຂດ ແຄວ້ນບົນພື້ນຖານຄືສົ່ງເສີມການ ເຊື່ອມໂຍງເຊື່ອມຈອດກັນ, ສ້າງສາຍ ພົວພັນມິດຕະພາບທີ່ດີ ແລະ ໃຫ້ສິ່ງ ອໍານວຍຄວາມສະດວກສະບາຍ ເຊິ່ງກັນແລະກັນ ບົນພື້ນຖານຕ່າງ ຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ. ປັດຈຸບັນນີ້ເຂົ້າສູ່ລະດູການສົ່ງ ອອກສິນຄ້າກະສິກໍາເຊັ່ນ ປະເພດ ໝາກຖົ່ວລຽນ ຄາດວ່າຜູ້ປະກອບ ການປູກຖົ່ວລຽນຈາກໄທ, ຫວຽດ ເຂົ້າປະເທດຫລາຍລ້ານໂດລານອກ ຈາກນັ້ນບຸນປະເພນີສົງການ ຫລື ບຸນປີໃຫມ່ໃນອາຊຽນ ລວມທັງຈີນ ຈະເຮັດໃຫ້ນັກທ່ອງທ່ຽວເດີນທາງ ກັບບ້ານແລະ ໄປທ່ອງທ່ຽວເພີ່ມຂຶ້ນ ຫລາຍທົບຍ້ອນຂີ່ລົດໄຟມີຄວາມ ສະດວກສະບາຍຫລາຍ, ບັນທຸກສິນ ຄ້າ-ບັນທຸກຄົນໄດ້ຫລາຍ, ປະຢັດເວ ລາ, ຄ່າປີ້ໂດຍສາຍຖືກກວ່າ ແລະ ມີຄວາມປອດໄພສູງ. ຕາມແຫລ່ງຂ່າວ ຊິນຮວາ ຂອງ ສປ ຈີນ, ເມື່ອວັນທີ 2 ເດືອນເມສາ ໄດ້ລາຍງານວ່າ ຍອດຜູ້ໂດຍສານ ຊາວໄທ ທີ່ເດີນທາງຜ່ານດ່ານລົດ ໄຟໂມ່ຮານ ຊຶ່ງເປັນເສັ້ນທາງລົດໄຟ ຈີນ-ລາວ ໄດ້ເພີ່ມຂຶ້ນ 7,5 ເທົ່າ, ຫລັງຈາກ ຈີນ ແລະ ໄທດຳ ເນີນນະ ໂຍບາຍຍົກເວັ້ນວິຊາ ເຊິ່ງກັນ ແລະ ກັນ ຕັ້ງແຕ່ວັນທີ 1 ມີນາ ປີ 2024. ໂດຍຂໍ້ມູນສະຖິຕິຂອງສະຖານີຜ່ານ ດ່ານ ແຂວງຢູນນານ ທາງພາກຕາ ເວັນຕົກສ່ຽງໃຕ້ ຂອງຈີນ ໃຫ້ຮູ້ວ່າ ຜູ້ໂດຍສານຊາວໄທ ເດີນທາງຂາ ເຂົ້າ ໃນເດືອນມີນາ ລວມມີ 2.100 ເທື່ອຄົນ. ໃນນີ້ຜ່ານດ່ານລົດໄຟ ໂມຮານ ຈຳນວນ 629 ເທື່ອຄົນ, ເພີ່ມຂື້ນ 750% ເມື່ອທຽບກັບ ເດືອນກຸມພາ ຜ່ານມາ. ນັບແຕ່ ຕົ້ນປີ 2024 ເປັນຕົ້້ນມາ ຜູ້ໂດຍສານຂາເຂົ້າ ຈາກປະເທດ ທີ 3 (ຄື: ການຍົກເວັ້ນ ຈີນ ແລະ ລາວ) ຈາກ 67 ປະເທດ ແລະ ພາກ ພື້ນ ລວມມີ 12.800 ເທື່ອຄົນ. ໃນ ນັ້ນຜູ້ໂດຍສານຊາວໄທ 9.400 ເທື່ອຄົນ, ກວມເອົາ 73,4% ຂອງ ຜູ້ໂດຍສານທັງໝົດ. ປັດຈຸບັນ, ຜູ້ ໂດຍສານໄທ ເດີນທາງເຂົ້າຈີນ ເພື່ອ ການທ່ອງທ່ຽວ, ພັກຜ່ອນ, ທາງທຸ ລະກິດ ແລະ ອື່ນໆ. ເຖິງແນວໃດກໍດີ ປີ 2024 ນີ້ ສປປ ລາວ ໄດ້ເປີດປີທ່ອງທ່ຽວ ແລະ ເປັນເຈົ້າພາບກອງປະຊຸມສຸດ ຍອດອາຊຽນຄາດວ່າຈະຕ້ອນຮັບ ນັກທ່ອງທ່ຽວຕ່າງປະເທດຢ່າງ ໜ້ອຍ 3 ລ້ານກວ່າຄົນ ໃນນັ້ນ ສປ ຈີນ 1 ລ້ານຄົນ. ເສັ້ນທາງລົດໄຟລາວ-ຈີນ ເລີ່ມ ກໍ່ສ້າງໃນປີ 2015, ສໍາເລັດ ແລະ ເປີດໃຫ້ບໍລິການໃນທ້າຍປີ 2021 ໂດຍການຮ່ວມມືກັນລະຫວ່າງ ສປປ ລາວ ລົງທຶນ 30% ແລະ ຈີນ ລົງທຶນ 70%, ມູນຄ່າເກືອບ 6 ຕື້ໂດລາ, ມີຄວາມຍາວ 400 ກວ່າ ກິໂລ ແມັດຈາກຊາຍແດນລາວ-ຈີນ ໃນແຂວງຫລວງນໍ້າທາ ເຖິງນະ ຄອນຫລວງວຽງຈັນ. ເສັ້ນທາງລົດລາວ-ຈີນ ສາມາດ ເຊື່ອມໂຍງເຊື່ອມກັບພາກພື້ນ ແລະ ສາກົນຢ່າງໜັກແໜ້ນ. ນາມ ໄດ້ເລີ່ມຕົ້ນສົ່ງອອກໄປຈີນ ແລ້ວ ແລະ ອາດມີການສົ່ງອອກ ຫລາຍແສນໂຕນ ເຊິ່ງນໍາເງິນຕາ * ບໍລິສັດ ພູເບ້ຍ ມາຍນິ້ງແມ່ນ ໜຶ່ງໃນບໍລິສັດຕົວແບບທີ່ດີ ແລະ ມີ ຊື່ສຽງໂດ່ງດັງໃນພາກພື້ນ-ສາກົນ ເຊິ່ງຕະຫລອດ 20 ກວ່າປີ ໄດ້ປະ ກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ, ແກ້ໄຂຄວາມ ທຸກຍາກ ແລະ ສ້າງວຽກເຮັດງານ ທໍາໃຫ້ປະຊາຊົນລາວບັນດາເຜົ່າ. ບໍ່ ພຽງເທົ່ານັ້ນຍັງຊ່ວຍຊຸກຍູ້ສົ່ງເສີມ ການສ້າງການສ້າງວຽກທໍາໃຫ້ປະ ອາຊຽນ(ລາວ, ໄທ, ອິນໂດເນເຊຍ, ຫວຽດນາມ),ອົດສະຕຣາລີ, ຈີນ ແລະ ຊາດອື່ນໆ. ເມື່ອທ້າຍເດືອນມີນາ 2024 ຜ່ານມານີ້, ບໍລິສັດ ພູເບ້ຍ ມາຍນິ້ງ ຮ່ວມກັບສື່ມວນຊົນລາວ ໄດ້ເດີນ ທາງໄປຢ້ຽມຢາມ ແລະ ທັດສະນະ ສຶກສາ ຢູ່ຈຸດພັດທະນາຂຸດຄົ້ນ-ຜະ ລິດແຮ່ທາດຢູ່ເຂດພູຄໍາ ແລະ ຫ້ວຍ ຊາຍໃນແຂວງໄຊສົມບູນ ເຊິ່ງຄະ ນະນໍາ ແລະ ນັກວິຊາການຂອງ ບໍລິ ສັດ ດັ່ງກ່າວໄດ້ລາຍງານຄວາມ ເປັນມາແບບຫຍໍ້ໆວ່າ: ນັບແຕ່ຊຸມປີ 2003-2005 ທີ່ບໍລິສັດພູເບ້ຍ ເລີ່ມຈັດຕັ້ງປະຕິບັດໂຄງການ ໂດຍ ມີການຈ້າງງານທັງຄົນລາວ ແລະ ຄົນຕ່າງປະເທດເປັນຈໍານວນຫລາຍ ພັນຕໍາແໜ່ງ ແຕ່ສ່ວນໃຫຍ່ແມ່ນ ຈ້າງຄົນຕ່າງປະເທດເຂົ້າໃນການ ປະຕິບັດວຽກງານຂະແໜງທີ່ໃຊ້ ທັກສະ ແລະ ວິຊາສະເພາະລະດັບ ສູງ ສ່ວນຄົນລາວແມ່ນຈະມີໜ້ອຍ ແຕ່ເຖິງແນວໃດກໍດີ ຍ້ອນຄວາມເອົາ ໃສ່ຂອງຄະນະບໍລິສັດພູເບ້ຍມາຍນິ້ງ ທີ່ມຸ່ງເນັ້ນປະຕິບັດຕາມນະໂຍບາຍ ອັນຖືຕ້ອງຂອງພັກ-ລັດຖະບານ ຄືການສ້າງບຸກຄະລາກອນກັບທີ່ ໂດຍສົ່ງເສີມສ້າງຄົນລາວໃຫ້ມີ ຄວາມຊໍານານ ແລະ ມີທັກສະສູງ ດ້ວຍປະລິມານ-ຄຸນນະພາບ ໄປ ຄວບຄູ່ກັນຕາມມາດຕະຖານສາກົນ ເພື່ອຫລຸດຜ່ອນການຈ້າງງານຂອງ ຄົນຕ່າງປະເທດທີ່ມີຄ່າໃຊ້ຈ່າຍສູງ ກວ່າຄົນລາວເຮົາ ມາຮອດປັດຈຸ ບັນນີ້ບໍລິສັດພູເບ້ຍໄດ້ມີພະນັກງານ ທັງໝົດ 3.900 ຄົນ ໃນນັ້ນເປັນຄົນ ລາວກວມເອົາ 93% ແລະ ສ່ວນທີ່ ເຫລືອເປັນຄົນຕ່າງປະເທດ. ປັດຈຸ ບັນ ບໍລິສັດ ພູເບ້ຍມາຍນິ້ງ ມີພະ ນັກງານທັງໝົດ 3.900 ຄົນ, ມີ ບໍລິສັດ ທີ່ເປັນຜູ້ຮັບເໝົາທັງພາຍໃນ ແລະ ຕ່າງປະເທດ ມີພະນັກງານ ລວມ 1.000 ຄົນ, ໃນນັ້ນສະເພາະ ພະນັກງານ ຫລື ກໍາມະກອນທີ່ເປັນ ຄົນລາວກວມອັດຕາສູງ 93%ໂດຍ ສ່ວນໃຫຍ່ແມ່ນກຸ່ມຊົນເຜົ່າໃນເຂດ ທ້ອງຖິ່ນທີ່ຢູ່ໃກ້ຄຽງຂອງໂຄງ ການ, ແມ່ຍິງກວມເອົາ 21% ຂອງ ພະນັກງານພາຍໃນບໍລິສັດ ທັງ ໝົດ. ພ້ອມນີ້ບໍລິສັດ ຍັງໄດ້ຮ່ວມມື ກັບວິທະຍາໄລເຕັກນິກລາວ-ເຢຍ ລະມັນ ເພື່ອຈັດຕັ້ງປະຕິບັດໂຄງ ການສ້າງສີມືແຮງງານ ໃນ 5 ວິຊາ ຄື: ກົນຈັກໜັກ, ສ້ອມແປງ ແລະ ບໍາລຸງຮັກສາ, ໄຟຟ້າ, ໄຟຟ້າລົດຍົນ ແລະ ເຊື່ອມຈອດຫລັງຈາກຮຽນ ຈົບກໍສາມາດສອບເສັງ ເພື່ອເຂົ້າ ເຮັດວຽກນໍາບໍລິສັດ ພູເບ້ຍມາຍນິ້ງ ຕາມຕໍາແໜ່ງງານ ແລະ ຈໍານວນ ທີ່ບໍລິສັດຕ້ອງການ. ຄຽງຄູ່ກັນນີ້ ບໍລິສັດດັ່ງກ່າວໄດ້ສ້າງໂອກາດໃຫ້ ຊຸມຊົນທ້ອງ ຖິ່ນນັບແຕ່ການຈ້າງ ງານໄປເຖິງການກໍ່ສ້າງພື້ນຖານ ໂຄງລ່າງຕ່າງໆ ໂດຍໄດ້ຈັດສັນງົບ ປະມານ 380.000 ກວ່າໂດລາສະ ຫະລັດຕໍ່ປີ ເຂົ້າໃນໂຄງການທຶນ ພັດທະນາຊຸມຊົນ ແລະ ຈະເພີ່ມຂຶ້ນ ເປັນ 750.000ໂດລາສະຫະລັດ ຕໍ່ປີ ເຊິ່ງງົບປະມານດັ່ງກ່າວໄດ້ນໍາ ເຂົ້າຈັດຕັ້ງປະຕິບັດໂຄງການຕ່າງໆ ນັບແຕ່ປີ 2002-2022 ລວມມີ 436 ໂຄງການ, ໂດຍສຸມໃສ່ 6 ຂະ ແໜງການສໍາຄັນ ຄື: ກະສິກໍາ, ສຶກ ສາ, ສາທາລະນະສຸກ, ໂຄງລ່າງພື້ນ ຖານ, ການພັດທະນາທຸລະກິດທ້ອງ ຖິ່ນ ແລະ ການເຂົ້າເຖິງການເງິນ. ດັ່ງທີ່ຮູ້ນໍາກັນ, ບໍລິສັດພູເບ້ຍ ມາຍນິ້ງ ເປັນໜຶ່ງໃນໂຄງການພັດ ທະນາຕົວແບບໃນອາຊຽນ ພາຍ ຫລັງຄວ້າລາງວັນດີເດັ່ນຈາກອາ ຊຽນ ແລະ ສາກົນໂດຍສະເພາະ ລາງວັນແຮ່ທາດອາຊຽນ (ສະມາ ຄົມອາຊີຕາເວັນອອກສ່ຽງໃຕ້) ປີ 2023 ການປະຕິບັດທີ່ດີທີ່ສຸດ ໃນການແຈກຢາຍ ແລະ ຂົນສົ່ງແຮ່ ທາດຢ່າງມືອາຊີບ; ລາງວັນຄວາມ ປອດໄພດີເດັ່ນຂອງເຄືອຂ່າຍຄວາມ ປອດໄພ ແລະ ສຸຂະພາບອາຊີບອາ ຊຽນ(OSHNET)ຄັ້ງທີ19, ລາງ ວັນສະພາບແວດລ້ອມການເຮັດ ວຽກທີ່ປອດໄພ-ສຸຂະພາບດີຜ່ານ ໂຄງການປູກຈິດສໍານຶກ.

RkJQdWJsaXNoZXIy MTc3MTYxMQ==