75 o'k,7;k,fu mu j gxa ove,t8t0v'ltskp dy , vy o -5 ' xtmkoxtgmf8ts]vfdko0v' lxx gdq ks]u xtgmf]k; 4 3]d c]t gsfdko *** ຕໍ່ຈາກສະບັບກ່ອນ *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** 05/04/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ການສອບເສັງນັກຮຽນ... ສາຍພົວພັນມິດຕະພາບທີ່ເປັນມູນ ເຊື້ອອັນດີງາມ ລະຫວ່າງ ສປປ ເກົາຫລີ ແລະ ສປປ ລາວ ເຕັມໄປ ດ້ວຍຄວາມມານະພະຍາຍາມ ແລະ ການນຳພາອັນຍິ່ງໃຫຍ່ຂອງບັນດາ ຜູ້ນຳຮຸ່ນກ່ອນແລະ ເປັນຈຸດຢືນແລະ ຄວາມມຸ່ງມາດປາດຖະໜາອັນໜັກ ແໜ້ນຂອງ ພັກ ແລະ ລັດຖະບານ ສປປ ເກົາຫລີ ທີ່ຈະກ້າວໄປສູ່ການ ຮັດແໜ້ນສາຍພົວພັນດັ່ງກ່າວ ໃຫ້ ກ້າວຂຶ້ນສູ່ລະດັບສູງ ຕາມຄວາມມຸ່ງ ມາດປາດຖະໜາອັນສູງສົ່ງຂອງຜູ້ ນຳຂອງສອງປະເທດ. ສປປ ເກົາຫລີ ໄດ້ມອບນາມມະ ຍົດມະຫາຈອມພົນ ໃຫ້ແກ່ສະຫາຍ ກິມ ອິນ ຊຸງ, ເນື່ອງໃນໂອກາດວັນ ຄ້າຍວັນເກີດ ຄົບຮອບ 80 ປີ ຂອງ ສະຫາຍ. ເຖິງແມ່ນວ່າສະຫາຍ ກິມ ອິນ ຊຸງ ຜູ້ນໍາທີ່ຍິ່ງໃຫຍ່ຂອງ ສປປ ເກົາ ຫລີ ໄດ້ເຖິງແກ່ມໍລະນະກຳໃນວັນທີ 8 ກໍລະກົດ 1994 ແລ້ວກໍ່ຕາມ, ແຕ່ ສະຫາຍຍັງຄົງມີຊີວິດຢູ່ໃນຄວາມ ຊົງຈຳ ໃນດວງໃຈຂອງປະຊາຊົນ ສປປ ເກົາຫລີ ແລະ ໃນຖານະທີ່ເປັນ ບິດາຜູ້ກໍ່ຕັ້ງສັງຄົມນິຍົມເກົາຫລີ, ເປັນຜູ້ບຸກເບີກພາລະກິດຄວາມເປັນ ເອກະລາດ, ເປັນປະທານປະເທດ ຕະຫລອດການຂອງ ສປປ ເກົາຫລີ ແລະ ເປັນແສງສະວ່າງຊີ້ນຳທາງ ຂອງແນວຄິດຈຸເຊ. ແນວຄິດການປະຕິວັດ ແລະ ພາ ລະກິດເພື່ອເອກະລາດຂອງສະຫາຍ ກິມອິນຊຸງ ຜູ້ນຳຍິ່ງໃຫຍ່ຂອງ ສປປ ເກົາຫລີ ໄດ້ສືບຕໍ່ຮັບການເສີມຂະ ຫຍາຍຢ່າງຕໍ່ເນື່ອງ ພາຍໃຕ້ການຊີ້ ນຳໆພາຂອງ ສະຫາຍ ກິມ ເຈິງ ອິນ ແລະ ສະຫາຍ ກິມ ເຈິງ ອຸນ ຜູ້ນຳ ທີ່ຍິ່ງໃຫ່ຍ. ໃນຫຼາຍທົດສະວັດທີ່ຜ່ານມາ, ສະຫາຍ ກິມ ເຈິງ ອິນ, ຜູ້ນຳທີ່ຍິ່ງ ໃຫ່ຍ ສປປ ເກົາຫລີ ໄດ້ຈັດຕັ້ງປະ ຕິບັດພາລະກິດຄັ້ງປະຫວັດສາດ ເພື່ອເຮັດໃຫ້ທົ່ວສັງຄົມປະກອບ ດ້ວຍແນວຄິດການປະຕິວັດຂອງ ສະຫາຍ ກິມ ອິນ ຊຸງ, ຜູ້ນໍາທີ່ຍິ່ງ ໃຫຍ່ ແລະ ສະຫາຍໄດ້ປົກປັກຮັກສາ ປະເທດຊາດ ແລະ ໂຊກຊະຕະກຳ ຂອງປະຊາຊົນດ້ວຍແນວຄິດເຊີນ ກຸນ (ແນວຄິດວ່າດ້ວຍການໃຫ້ບຸ ລິມາສິດແກ່ວຽກງານທະຫານ) ແລະ ສ້າງພື້ນຖານອັນໜັກແໜ້ນ ເພື່ອສ້າງສາປະເທດ ສັງຄົມນິຍົມໃຫ້ ມີຄວາມເຂັ້ມແຂງ ແລະ ຈະເລີນ ຮຸ່ງເຮືອງ. ພາຍຫລັງ ສະຫາຍ ກິມ ເຈິງ (ເນື່ອງໃນໂອກາດ ວັນເກີດຂອງ ສະຫາຍ ກິມ ອິນ ຊຸງ ຄົບຮອບ 112 ປີ 15/4/1912- 15/4/2024) ອິນ, ຜູ້ນຳທີ່ຍິ່ງໃຫຍ່ ສປປ ເກົາຫລີ ໄດ້ສີ້ນລົມຫາຍໃຈ, ສະຫາຍ ກິມ ເຈິງ ອຸນ ທີ່ແສນເຄົາລົບຮັກທີ່ເປັນ ຜູ້ສືບທອດພາລະກິດການປະຕິວັດ, ໂດຍມີຄວາມເຈດຕະນາລົມອັນໜັກ ແໜ້ນ ເພື່ອປົກປ້ອງພິທັກປະເທດ ສັງຄົມນິຍົມເກົາຫລີ ທີ່ບັນດາອະ ດິດຜູ້ນຳທີ່ຍິ່ງໃຫຍ່ ໄດ້ສ້າງຂຶ້ນ ແລະ ເພີ່ມພູນຄູນສ້າງມາຕະຫລອດຊີ ວິດ ແລະ ເພື່ອບັນລຸພາລະກິດສ້າງ ສາປະເທດສັງຄົມນິຍົມເກົາຫລີ ທີ່ເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງ ເຊິ່ງເປັນຄວາມປະສົງຕະຫລອດ ຊີວິດຂອງບັນດາສະຫາຍອະດີດຜູ້ ນຳຂອງ ສປປ ເກົາຫລີ, ໄດ້ນຳພາ ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນ ສປປ ເກົາຫລີ ລຸກຂຶ້ນ ຕໍ່ສູ້ແບບວີລະຊົນ. ໃນໄລຍະເວລາ 10 ກວ່າ ປີ ຜ່ານມາ ພາຍຫລັງສະຫາຍ ກິມ ເຈິງ ອິນ ຜູ້ນໍາທີ່ຍິ່ງໃຫ່ຍເຖິງແກ່ມໍລະ ນະກໍາແລ້ວ, ສະຫາຍ ກິມ ເຈິງ ອຸນ ທີ່ແສນເຄົາລົບຮັກ ໄດ້ນຳ ພາການ ປະຕິວັດເກົາຫລີ ແລະ ສ້າງຄຸນງາມ ຄວາມດີອັນຍິ່ງໃຫຍ່ຢ່າງແທ້ຈິງ. ພາຍໃຕ້ການຊີ້ນຳໆພາອັນສະຫ ລາດສ່ອງໃສຂອງ ສະຫາຍ ກິມ ເຈິງ ອຸນ, ຄວາມສາມາດການນຳ ພາ ແລະ ຄວາມສາມາດໃນການສູ້ ຊົນຂອງພັກແຮງງານເກົາຫລີ ໄດ້ ຮັບການເພີ່ມທະວີຍິ່ງໆຂຶ້ນ ແລະ ເສັ້ນທາງອັນໃໝ່ແຫ່ງການກໍ່ສ້າງ ສັງຄົມນິຍົມໄດ້ເປີດກວ້າງ. ໃນປັດຈຸບັນ, ປະຊາຊົນ ສປປ ເກົາຫລີ ຍົກສູງມະຕິກອງປະຊຸມຄົບ ຄະນະ ຄັ້ງທີ 9 ຂອງຄະນະບໍລິຫານ ງານສູນກາງພັກແຮງງານເກົາຫລີ ຊຸດທີ 8 ແລະ ດໍາເນີນການສູ້ຊົນ ຢ່າງມີຂະບວນຟົດຟື້ນ ເພື່ອສ້າງ ຄວາມຮັບປະກັນອັນໜັກແໜ້ນໃຫ້ ແກການຈັດຕັ້ງປະຕິບັດແຜນການ ໄລຍະ 5 ປີໃຫ້ສຳເລັດຜົນໂດຍສືບ ຕໍ່ເສີມຂະຫຍາຍຂະບວນການສູ້ຊົນ ຂອງທົ່ວປວງຊົນ ຢ່າງກວ້າງຂວາງ ເພື່ອເປີດໄລຍະໃໝ່ໃນການກໍ່ສ້າງ ສັງຄົມນິຍົມ. ກອງປະຊຸມຄົບຄະນະ ຄັ້ງທີ 9 ຂອງຄະນະບໍລິຫານງານສູນກາງ ພັກ ແຮງງານເກົາຫລີ ຊຸດທີ 8, ສະຫາຍ ກິມ ເຈິງ ອຸນ ໄດ້ຊີ້ນຳວ່າ ນຳເອົານະໂຍບາຍຂອງພັກແຮງ ງານເກົາຫລີ ກ່ຽວກັບການປັບປຸງ ຄຸນນະພາບດຳລົງຊີວິດການເປັນຢູ່ ຂອງປະຊາຊົນໂດຍພື້ນຖານ ໃນ ດ້ານວັດຖຸ ແລະ ວັດທະນະທຳຂຶ້ນສູ່ ຂັ້ນຕອນອີກຄັ້ງ ໃນຂອບເຂດທົ່ວ ປະເທດຢ່າງໄວທີ່ສຸດໃຫ້ກຳນົດເປັນ “ນະໂຍບາຍພັດທະນາທ້ອງຖິ່ນ 20×10”. “ນະໂຍບາຍພັດທະນາທ້ອງຖິ່ນ 20×10” ໝາຍຄວາມວ່າ: ກໍ່ສ້າງ ໂຮງຈັກໂຮງງານອຸດສາຫະກຳທ້ອງ ຖິ່ນ 20 ແຫ່ງ ທຸກໆປີພາຍໃນ 10 ປີ ທີ່ແນໃສ່ຮັດແຄບຄວາມແຕກໂຕນ ກັນດ້ານການພັດທະນາ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ແລະ ຮັບປະ ກັນການພັດທະນາຢ່າງດຸນດຽ່ງ ແລະ ຮອບດ້ານ ຊຶ່ງເປັນການຊຸກຍຸ້ ການປັບປຸງຄຸນນະພາບດຳລົງຊີວິດ ການເປັນຢູ່ຂອງປະຊາຊົນໂດຍພື້ນ ຖານ ໃນດ້ານວັດຖຸ ແລະ ວັດທະນະ ທຳກ່າວຂຶ້ນສູ່ຂັ້ນຕອນອີກຄັ້ງ ໃນ ຂອບເຂດທົ່ວປະເທດ. ກຳລັງແຮງລວມແຫ່ງຊາດໄດ້ ຮັບການເສີມຂະຫຍາຍຢ່າງສູງ ແລະ ສປປ ເກົາຫລີ ໄດ້ຢືນຢູ່ແຖວ ໜ້າຂອງປະເທດທີ່ມີຄວາມເຂັ້ມ ແຂງທາງດ້ານທະຫານ ແລະ ພາ ລະບົດບາດຂອງ ສປປ ເກົາຫລີ ນັບ ມື້ນັບສູງເດັ່ນຂຶ້ນກ່ວາເກົ່າໃນເວທີ ພາກພື້ນ ແລະ ສາກົນ, ໂດຍສະເພາະ ສາຍພົວພັນມິດຕະພາບ ແລະ ຄວາມ ສາມັກຄີ ລະຫວ່າງ ສປປ ເກົາຫລີ ແລະ ບັນດາປະເທດສັງຄົມນິຍົມ ໄດ້ຮັບການເພີ່ມທະວີ ຍິ່ງໆຂຶ້ນກວ່າ ເກົ່າແລະຮັບປະກັນໃຫ້ປົກປັກຮັກສາ ສະພາບແວດລ້ອມແຫ່ງສັນຕິພາບ ແລະ ສະຖຽນລະພາບຢູ່ແຫລມ ເກົາຫລີ ຢ່າງໝັ້ນຄົງ. ຍ້ອນມີ ສະຫາຍ ກິມ ເຈິງ ອຸນ, ເລຂາທິການໃຫ່ຍພັກແຮງງານ ເກົາຫລີ, ປະທານກິດຈະການແຫ່ງ ລັດ ແຫ່ງ ສາທາລະນະລັດ ປະຊາ ຊົນປະຊາທິປະໄຕ ເກົາຫລີ, ຄຸນງາມ ຄວາມດີອັນຍິ່ງໃຫຍ່ຂອງສະຫາຍ ກິມ ອິນ ຊຸງ ແລະ ສະຫາຍ ກິມ ເຈິງ ອິນ ຈະຍືນຍົງຕະຫລອດໄປແລະ ແຜນການກໍ່ສ້າງສັງຄົມນິຍົມທີ່ຮັ່ງ ມີ, ເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງ ຂອງສະຫາຍ ຈະໄດ້ຮັບການຈັດ ຕັ້ງປະຕິບັດໃຫ້ເປັນຮູບປະທຳຢ່າງ ແນ່ນອນ. ຮອງລັດຖະມົນຕີການເງິນ... ຊາວໜຸ່ມ... ສຳມະນາລະດັບສູງ... ຂປລ. ບັ້ນສອບເສັງແຂ່ງຂັນ ນັກຮຽນເກັ່ງຊັ້ນມັດທະຍົມສຶກສາ ລະດັບຊາດ ມ4 ແລະ ມ7 ສົກຮຽນ 2023- 2024 ທີ່ຈັດຂຶ້ນໃນວັນທີ 2 ເມສາ 2024 ທີ່ສະໂມສອນໃຫຍ່ມະ ຫາວິທະຍາໄລແຫ່ງຊາດ ມີນັກຮຽນ ເກັ່ງເຂົ້າຮ່ວມສອບເສັງທັງໝົດ 144 ຄົນ, ຍິງ 74 ຄົນ ກວມເອົາ16 ຊົນເຜົ່າ ແລະ 4 ກຸ່ມພາສາ. ໃນນັ້ນ, ມ4 ຈຳນວນ 72 ຄົນ, ຍິງ 43 ຄົນ ແລະ ມ7 ຈຳນວນ 72 ຄົນ, ຍິງ 31 ຄົນ, ມີສາມະເນນ 3 ອົງ ໂດຍຈັດຕັ້ງສອບເສັງໃນ 4 ວິຊາຄື: ວິຊາພາສາລາວ-ວັນນະຄະດີ, ວິຊາ ຄະນິດສາດ, ຟີຊິກສາດ ແລະວິຊາ ເຄມີສາດການຈັດຕັ້ງສອບເສັງແຂ່ງ ຂັນນັກຮຽນເກັ່ງເປັນກິດຈະກຳບຸລິ ມະສິດຂອງກະຊວງສຶກສາທິການ ແລະ ກິລາຈັດຂຶ້ນເປັນປະຈຳທຸກໆ ປີ ຊຶ່ງໃນສົກຮຽນນີ້ ຂັ້ນ ມ4 ແມ່ນ ຈັດຂຶ້ນເປັນຄັ້ງທີ 15 ແລະ ຂັ້ນ ມ7 ເປັນຄັ້ງທີ 14 ໂດຍມີຈຸດປະສົງ ຫລັກ ເພື່ອຊຸກຍູ້ຂະບວນການແຂ່ງ ຂັນທາງດ້ານການຮຽນ-ການສອນ ເພື່ອວັດ ແລະ ປະເມີນຜົນສໍາເລັດ ດ້ານການສິດສອນຂອງຄູ ແລະ ນັກ ຮຽນ, ສ້າງໂອກາດໃຫ້ນ້ອງນັກ ຮຽນໄດ້ສະແດງອອກດ້ານຄວາມ ຮູ້-ຄວາມສາມາດ, ສາມາດເລືອກ ໄດ້ນັກຮຽນເກັ່ງລະດັບຊາດ ເພື່ອ ໄປເຂົ້າຮ່ວມແຂ່ງຂັນນັກຮຽນເກັ່ງ ລະດັບພາກພື້ນ ແລະ ສາກົນ, ທັງ ເປັນການສົ່ງເສີມນັກຮຽນທີ່ມີພອນ ສະຫວັນ ແລະ ນັກຮຽນເກັ່ງທີ່ສອບ ໄດ້ອັນດັບທີ 1 ທີ 2 ແລະ ທີ 3 ແຕ່ ລະວິຊາໄດ້ຮັບທຶນການສຶກສາໃນ ມະຫາວິທະຍາໄລແຫ່ງຕ່າງໆພາຍ ໃນ ແລະ ຕ່າງປະເທດ ຕື່ມອີກ. ໃນໂອກາດນີ້, ຄະນະຮັບຜິດຊອບ ການສອບເສັງໄດ້ນໍາພານັກຮຽນ ເກັ່ງແລະຄູນໍາພາເດີນທາງໄປຢ້ຽມ ຢາມ ແລະ ເຮັດກິດຈະກຳໂຮງຮຽນ ນານາຊາດ ວີໄອເອັສ, ທັດສະນະສຶກ ສາທີ່ຫໍພິພິຕະພັນປະທານ ໄກສອນ ພົມວິຫານ ແລະ ສະຖານທີ່ທ່ອງ ທ່ຽວທາງປະຫວັດສາດໃນນະຄອນ ຫລວງວຽງຈັນ, ຮ່ວມກິດຈະກຳ ຖາມ-ຕອບວິທະຍາສາດ ແລະ ຈະ ໄດ້ປະກາດຜົນການສອບເສັງໃນ ວັນທີ 5 ເມສາ 2024 ຂໍ້ມູນ: ໜັງສືພິມສຶກສາ ແລະ ກິລາ ເນີນກອງປະຊຸມລັດຖະມົນຕີການ ເງິນແລະຜູ້ວ່າການທະນາຄານກາງ ອາຊຽນ ຄັ້ງທີ 11 ທີ່ ສປປ ລາວໃນ ຖານະເປັນເຈົ້າພາບກອງປະຊຸມ ອາຊຽນໃນປີ 2024 ໂດຍທ່ານ ບຸນເຫລືອ ສິນໄຊວໍຣະວົງ ຜູ້ວ່າ ການທະນາຄານແຫ່ງ ສປປ ລາວ, ທ່ານ Kenji Okamura ຮອງຜູ້ ອໍານວຍການໃຫຍ່ IMF,ທ່ານ ນາງ Nguyen Thi Hong ຜູ້ວ່າການ ທະນາຄານແຫ່ງລັດຫວຽດນາມ, ທ່ານ Abdul Rasheed Ghaffour ຜູ້ວ່າການທະນາຄານກາງ ມາເລເຊຍ, ທ່ານ Sethaput Suthiwartnarueput, ຜູ້ວ່າ ການທະນາຄານແຫ່ງປະເທດໄທ, ທ່ານ Alasdair Scott ຫົວໜ້າ ຄະນະປະເມີນເສດຖະກິດມະຫາ ພາກສໍາລັບ ສປປ ລາວ, ຮອງຫົວ ໜ້າກົມອາຊີ-ປາຊີຟິກ ຂອງ IMF, ທ່ານ PhongsavanhPhomkong, ຫົວໜ້າຫ້ອງການ IFC ປະ ຈໍາ ສປປ ລາວ ແລະ ຜູ້ແທນປະເທດ ອາຊຽນ. ການສຳມະນາລະດັບສູງຄັ້ງ ນີ້, ໄດ້ປຶກສາຫາລືການຫັນປ່ຽນ ຢ່າງວ່ອງໄວ ຂອງເສດຖະກິດອາ ຊຽນ, ລວມທັງການຫັນເປັນອຸດ ສາຫະກຳຢ່າງເຂັ້ມງວດ ແລະ ການ ປ່ຽນ ແປງດ້ານເສດຖະກິດ, ການ ປ່ຽນແປງຢ່າງໄວວາຈາກເສກຖະ ກິດທີ່ເພິ່ງພາພາກກະສິກໍາເປັນ ສ່ວນໃຫຍ່ ໄປສູ່ການຂະຫຍາຍພາກ ອຸດສາຫະກໍາ ເຮັດໃຫ້ເກີດການ ປ່ຽນແປງທີ່ສໍາຄັນໃນການຈ້າງ ງານ ແລະ ການລົງທຶນ, ສ້າງຂໍ້ສັງ ເກດສໍາຄັນກ່ຽວກັບອະນາຄົດຂອງ ການລົງທຶນ ແລະ ກະແສເງິນທຶນ. ນອກນີ້, ຜົນກະທົບທີ່ອາດເກີດຂຶ້ນ ຈາກການນໍາໃຊ້ເຕັກໂນໂລຊີໃໝ່ ເປັນຕົ້ນ ລະບົບອັດຕະໂນມັດ ແລະ ປັນຍາປະດິດ(AI) ຍັງໄດ້ກະຕຸ້ນ ໃຫ້ເກີດຄໍາຖາມກ່ຽວກັບການຫັນ ປ່ຽນໄປສູ່ເສດຖະກິດ “ສີຂຽວ” ແລະ ຄວາມຕ້ອງການດ້ານການ ຕີການເງິນ ແລະ ຮອງຜູ້ວ່າການທະ ນາຄານກາງອາຊຽນ+3 ຄັ້ງທີ 1 ປີ 2024 ໃນວັນທີ 3-4 ເມສາ 2024 ຢູ່ແຂວງຫລວງພະບາງ ໂດຍມີຄະ ນະຜູ້ແທນຈາກ 10 ປະເທດສະມາ ຊິກອາຊຽນ ແລະ ສປ ຈີນ, ຍີ່ປຸ່ນ, ສ ເກົາຫລີ, ສະຖານບັນການເງິນ ສາກົນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມໂດຍການເປັນປະທານ ກ່າວເປີດ ແລະ ນໍາພາກອງປະຊຸມ ຂອງ ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ສປປ ລາວ ແລະ ທ່ານ ຈີ ຢັງ ຈອຍ ຮອງລັດຖະມົນຕີກະຊວງເສດຖະ ກິດ ແລະ ການເງິນ ສ ເກົາຫລີ. ກອງປະຊຸມໄດ້ແບ່ງອອກເປັນ ສອງພາກ. ໃນນັ້ນ, ພາກບໍ່ເປັນ ທາງການໄດ້ເຊີນອົງການຕິດຕາມ ເສດຖະກິດມະຫາພາກ ປະເທດອາ ບານ ເຂົ້າໃນສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດຕາມທິດຍືນຍົງສູ່ຈຸດໝາຍ ສັງຄົມນິຍົມ. ຕະຫລອດໄລຍະ 69 ປີ ແຫ່ງການ ເຕີບໃຫຍ່ຂະຫາຍຕົວຂອງຄະນະຊາວ ໜຸ່ມປະຊາຊົນປະຕິວັດລາວ ໄລຍະຕໍ່ ສູ້ປົດປ່ອຍປະເທດຊາດ ປີ 19551975, ຄົນລາວຍາມໃດກໍມີມູນເຊື້ອ ອັນອົງອາດກ້າຫານບໍ່ຍອມເປັນຂ້ອຍ ຂ້າ ແລະ ບໍ່ຍອມຈໍານົນຕໍ່ຄວາມໂຫດ ຮ້າຍຂອງສັດຕູ ແລະ ຈັກກະພັດຕ່າງ ດ້າວ ໂດຍສະເພາະຊາວໜຸ່ມລາວກໍຄື ບັນພະບູລຸດລາວໄດ້ລູກຮືຂຶ້ນຕໍ່ສູ້ກັບ ການກົດຂີ່ຂູດຮີດຂອງພວກຈັກກະພັດ ລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່, ດ້ວຍຄວາມເຊື່ອໝັ້ນໃນກໍາລັງແຮງ, ຄວາມສາມາດ ແລະ ນໍ້າໃຈອົງອາດກ້າ ຫານຂອງຊາວໜຸ່ມລາວບັນດາເຜົ່າ ໃນ ພາລະກິດຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ ນັ້ນ, ພັກໄດ້ຖືເອົາວຽກງານຂົນຂວາຍ, ຈັດຕັ້ງ ແລະ ນໍາພາວຽກງານຊາວໜຸ່ມ ເປັນວຽກງານໜຶ່ງທີ່ສໍາຄັນຂອງພັກ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ພັກ ໄດ້ ຕົກລົງສ້າງຕັ້ງຊາວໜຸ່ມຕະລຸມບອນ ຂຶ້ນໃນຖັນແຖວກຳລັງປະກອບອາວຸດ ໃນວັນທີ14ເມສາ1955ໂດຍອົງການ ຈັດຕັ້ງດັ່ງກ່າວ ເປັນໃຈກາງເຕົ້າໂຮມ ແລະ ສຶກສາອົບຮົມຊາວໜຸ່ມ ປະຕິບັດ ບົດບາດປະຈັນບານໃນທຸກສະໜາມ ຮົບດ້ວຍມານະຈິດທີ່ວ່າ: ຍອມຕາຍດີ ກວ່າເສຍເອກະລາດ, ເດັດຂາດບໍ່ໃຫ້ປະ ເທດຊາດຖືກຕັດແບ່ງ ແລະ ຄວາມ ປອງດອງຊາດຖືກທໍາລາຍ, ຊາວໜຸ່ມ ເຮົານັບເປັນແສນໄດ້ສະໝັກໃຈຮັບ ໃຊ້ຊາດ ເປັນກໍາລັງປະກອບອາວຸດຢູ່ ແນວໜ້າ, ເປັນກຳລັງແນວຫລັງລຳ ລຽງຂົນສົ່ງ, ເປັນກຳລັງຂົນຂວາຍປະ ກອບອາວຸດ, ເປັນກຳລັງພົນຕໍ່ສູ້ ດ້ານ ການເມືອງ, ເຂົາເຈົ້າແມ່ນກໍາລັງປະ ກອບອາວຸດທີ່ໄດ້ປະກອບສ່ວນສ້າງວິ ລະກຳອັນລ້ຳເລີດ ແລະ ເຫດການມະ ຫັດສະຈັນໃນປະຫວັດສາດ ເຊັ່ນ:ການ ຜ່າວົງປິດລ້ອມຂອງກອງພັນທີ 2 ອອກຈາກທົ່ງໄຫຫີນ ໃນວັນທີ 8 ພຶດ ສະພາ 1959 ແລະ ການເອົາຜູ້ນໍາ ແນວລາວຮັກຊາດອອກຈາກຄຸກໂພນ ເຄັງຢ່າງມະຫັດສະຈັນ ໃນວັນທີ 24 ພຶດສະພາ 1960. ສະຫາຍ ພັນໂທ ຈັນນະຄອນ ອາດ ສະໝຸດຍັງໃຫ້ຮູ້ອີກວ່າ: ໂດຍຕິດພັນກັບ ມູນເຊື້ອ ແລະ ແລະ ຜົນງານດັ່ງກ່າວ ໃນໄລຍະຜ່ານມາ, ພະແນກຊາວໜຸ່ມ ກໍໄດ້ເອົາໃຈໃສ່ປັບປຸງກໍ່ສ້າງນໍາພາຊີ້ນໍາບັນດາຄະນະບໍລິຫານງານ, ຄະ ນະໜ່ວຍຊາວໜຸ່ມ ແລະ ສະມາຊິກຊາວ ໜຸ່ມທົ່ວກົມໃຫຍ່ການເມືອງກອງທັບ ຫລາຍດ້ານ ເປັນຕົ້ນ ວຽກງານສຶກສາ ອົບຮົມການເມືອງນໍາພາແນວຄິດແນ ຊຽນ+3(AMRO), ກອງທຶນ ການເງິນສາກົນ (IMF) ແລະ ທະ ນາຄານພັດທະນາອາຊີ(ADB) ເຂົ້າຮ່ວມແລກປ່ຽນກ່ຽວກັບສະ ພາບເສດຖະກິດຂອງໂລກ ແລະ ພາກພື້ນ, ພ້ອມທັງເປີດເວທີປຶກສາ ຫາລືຄວາມເປັນໄປໄດ້ໃນແນວ ທາງການພັດທະນາ ແລະ ການສ້າງ ສະຖຽນລະພາບດ້ານເສດຖະກິດການເງິນໃນອະນາຄົດ, ການແກ້ໄຂ ບັນຫາຫຍຸ້ງຍາກທາງດ້ານເສດຖະ ກິດ ໂດຍສະເພາະຜົນກະທົບທີ່ໄດ້ ຮັບຈາກການປ່ຽນແປງສະພາບ ຂອງໂລກ ເຮັດໃຫ້ອັດຕາເງິນເຟີ້ ແລະ ລາຄາສິນຄ້າ ຍັງມີແນວໂນ້ມ ສູງຫລາຍ, ການພັດທະນາກໍມີຈັງ ຫວະຊັກຊ້າລົງ ແລະ ສິ່ງທີ່ອົງການ ດັ່ງກ່າວ ໃນນາມເປັນນັກຄົ້ນຄວ້າ ກໍຄື ສະໜອງການຊ່ວຍເຫລືອສາ ມາດແນະນຳໄດ້ ເພື່ອໃຫ້ບັນດາປະ ເທດສະມາຊິກສາມາດອອກນະໂຍ ບາຍທີ່ເໝາະສົມ ແລະ ສ້າງຄວາມ ທົນທານໃຫ້ຕົນເອງໃນສະພາບທີ່ ຫຍຸ້ງຍາກດັ່ງກ່າວ. ສ່ວນກອງປະຊຸມໃນພາກທາງ ການເຊິ່ງກ່ອນດໍາເນີນກອງປະຊຸມ ຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານກາງປະ ເທດສະມາຊິກອາຊຽນ+3 ໄດ້ປຶກ ສາຫາລືເພື່ອເປັນເອກະພາບກ່ຽວ ກັບຜົນການປະເມີນການເຮັດວຽກ ຂອງຜູ້ອຳນວຍການຂອງAMRO, ເປັນອົງກອນທີ່ຊ່ວຍຕິດຕາມ ແລະ ປະເມີນເສດຖະກິດມະຫາພາກຢູ່ ບັນດາປະເທດສະມາຊິກ, ພ້ອມທັງ ໃຫ້ຄໍາແນະນຳດ້ານນະໂຍບາຍ ກໍຄື ສະໜອງການຊ່ວຍເຫລືອດ້ານວິ ຊາການ ໃຫ້ປະເທດສະມາຊິກ ເຊິ່ງ ເຫັນວ່າພາຍຫລັງໄດ້ຮັບແຕ່ງຕັ້ງ ເປັນຜູ້ອຳນວຍການ AMRO ກໍໄດ້ ມີການພັດທະນາການນໍາພາອົງ ກອນ ແລະ ການເສີມຂະຫຍາຍບົດ ບາດຂອງອົງກອນດີຂຶ້ນເລື້ອຍໆ. ຈາກນັ້ນ, ກອງປະຊຸມກໍໄດ້ລາຍ ງານຄວາມຄືບໜ້າການຈັດຕັ້ງປະ ຕິບັດວຽກງານການຮ່ວມມືໃນ ຂອບການເງິນອາຊຽນ+3 ເຊັ່ນ: ການຄົ້ນຄວ້າກົນໄກການສະໜອງ ທຶນພາຍໃນປະເທດສະມາຊິກ ເພື່ອ ຊ່ວຍຫລຸດຜ່ອນໃນກໍລະນີພົບວິກິດ ການຂາດສະພາບຄ່ອງດ້ານການ ເງິນ, ການຈັດຕັ້ງປະຕິບັດຂໍ້ລິເລີ່ມ ຊຽງໃໝ່ເປັນກົນໄກຫລາຍຝ່າຍ (CMIM), ການຄົ້ນຄວ້າຂອງບັນ ດາໜ່ວຍງານວິຊາການໃນວຽກ ງານການຫັນເປັນດີຈິຕອນ ແລະ ເຄື່ອງມືດ້ານການເງິນຕ່າງໆ, ການ ຮ່ວມມື ແລະ ການພັດທະນາຕະ ຫລາດພັດທະບັດກໍຄືການຄໍ້າປະກັນ. ນອກນັ້ນ, ໃນກອງປະຊຸມຍັງ ໄດ້ອະນຸມັດຮັບຮອງບັນດາຂໍສະ ເໜີຂອງໜ່ວຍງານຄົ້ນຄວ້າຕ່າງໆ ເຊັ່ນ: ການດຳເນີນຂັ້ນຕອນຄັດ ເລືອກຮອງຜູ້ອຳນວຍການAMRO ຜູ້ທີ 3 ທີ່ຈະມາຊ່ວຍແບ່ງເບົາການ ຊີ້ນໍາ-ນໍາພາວຽກງານຂອງອົງ ກອນທີ່ນັບມື້ຫລາຍຂຶ້ນ, ແຜນງົບ ປະມານ ແລະ ຈຳນວນພະນັກງານ ໃນ AMRO ທີ່ຈະໄດ້ວ່າຈ້າງເພີ່ມ ປະຈໍາປີ 2025, ການທົບທວນສັນ ຍາ CMIM ຄັ້ງທີ 2, ການວ່າຈ້າງ ຫົວໜ້າກອງເລຂາຊ່ວຍວຽກຂໍ້ລິ ເລີ່ມການຄຸ້ມຄອງການເງິນຄວາມ ສ່ຽງໄພພິບັດ ແລະ ແຜນການຮ່ວມ ມືໃນຂໍ້ລິເລີ່ມດັ່ງກ່າວ ທີ່ມີການສະ ໜັບສະໜູນຂອງທະນາຄານໂລກ. ນອກຈາກນີ້, ກອງປະຊຸມໃນວັນ ທີ 3 ເມສາ 2024 ຜ່ານມາກະຊວງ ການເງິນຍັງໄດ້ຈັດກອງປະຊຸມ ຍ່ອຍ ໃນ 4 ຫົວຂໍ້ຄື: ສ້າງຄວາມເຂົ້າ ໃຈ ໃນການສ້າງຕັ້ງການຮ່ວມມືຄັງ ເງິນອາຊຽນ, ສຳມະນາກ່ຽວກັບຍຸດ ທະສາດ ແລະ ວິໄສທັດການຮ່ວມມື ຂອງກະຊວງການເງິນອົດສະຕາລີ ຮ່ວມກັບອາຊຽນ, ກອງປະຊຸມຮອງ ລັດຖະມົນຕີການເງິນ ແລະ ຮອງຜູ້ ວ່າການທະນາຄານກາງອາຊຽນ ຮ່ວມກັບກະຊວງການເງິນອາເມລິ ກາ ເພື່ອປຶກສາຫາລືແລກປ່ຽນສະ ພາບການພັດທະນາເສດຖະກິດມະ ຫາພາກ ແລະ ການຊຸກຍູ້ການສ້າງ ຕ່ອງໂສ້ດ້ານເສດຖະກິດໃນໄລຍະ ການຟື້ນຟູ. ດ້ານເນື້ອໃນ ແລະ ຜົນຂອງກອງ ປະຊຸມຄັ້ງນີ້, ຈະໄດ້ນຳໄປລາຍງານ ຕໍ່ກອງປະຊຸມຮ່ວມລະຫວ່າງລັດຖະ ມົນຕີກະຊວງການເງິນ ແລະ ຜູ້ວ່າ ການທະນາຄານກາງອາຊຽນ+3 ທີ່ຈະຈັດຂຶ້ນໃນວັນທີ 3 ພຶດສະພາ 2024 ທີ່ປະເທດຈໍເຈຍ ເພື່ອຮັບ ຊາບ ແລະ ພິຈາລະນາການຮັບຮອງ ກໍຄືອອກເປັນຖະແຫລງການຮ່ວມ. ສຳລັບກອງປະຊຸມ AFCDM+3 ຄັັ້ງທີ 2 ຂອງປີ 2024 ແມ່ນຈະຈັດ ຂຶ້ນຢູ່ ສ ເກົາຫລີ ພາຍໃຕ້ການເປັນ ເຈົ້າພາບຂອງກະຊວງເສດຖະກິດ ແລະ ການເງິນ ແລະ ທະນາຄານ ກາງ ສ ເກົາຫລີ ໃນເດືອນທັນວາປີ 2024 ນີ້. ເງິນ ເພື່ອຮັບມືບັນຫາການປ່ຽນແປງ ດິນຟ້າອາກາດ. ພ້ອມນີ້, ຍັງໄດ້ປຶກ ສາຫາລືກ່ຽວກັບຄວາມສໍາຄັນ ຂອງການຮວມເອົາການປ່ຽນແປງ ທາງດ້ານປະຊາກອນເຂົ້າໃນຂອບ ນະໂຍບາຍການເງິນ ແລະ ການປະ ເມີນຄວາມໝັ້ນຄົງທາງດ້ານການ ເງິນເຊັ່ນດຽວກັນກັບບົດບາດຂອງ ທະນາຄານກາງ ໃນການຄຸ້ມຄອງ ຄວາມສ່ຽງຕໍ່ການປ່ຽນແປງດິນ ຟ້າອາກາດ. ພ້ອມກັນນີ້, ຜູ້ເຂົ້າຮ່ວມຍັງໄດ້ ຕີລາຄາສູງກ່ຽວກັບຜົນກະທົບທີ່ ອາດເກີດຂຶ້ນຈາກການໍາໃຊ້ເຕັກໂນ ໂລຊີໃໝ່ຕໍ່ຕະຫລາດແຮງງານ ແລະ ບົດບາດຂອງການຮ່ວມມືໃນພາກ ພື້ນອາຊຽນ ໃນການແກ້ໄຂສິ່ງທ້າ ທາຍດັ່ງກ່າວ ແລະ ໂອກາດໃໝ່ໃນ ຍຸກແຫ່ງການປ່ຽນແປງ. ໃສ່ເຮັດໃຫ້ສະມາຊິກຊາວໜຸ່ມມີແນວ ຄິດຫລັກໝັ້ນ, ມີຄວາມສາມັກຄີເປັນ ເອກະພາບຍຶດໝັ້ນຕາມແນວທາງປ່ຽນ ແປງໃໝ່ຂອງພັກ, ຊີ້ນໍາຊາວໜຸ່ມໃຫ້ ເອົາໃຈໃສ່ຝຶກຝົນຫລໍ່ຫລອມຕົນເອງ, ຄົ້ນຄ້ວາຮໍ່າຮຽນເພື່ອຄວາມກ້າວໜ້າ ແລະພັດທະນາຕົນເອງ,ຝຶກຝົນຕົນເອງ ໃຫ້ມີຄວາມເປັນແບບຢ່າງທາງດ້ານ ລະບຽບວິໃນ, ຄຸນສົມບັດສິນທຳປະຕິ ວັດມີຄຸນທາດການເມືອງໜັກແໜ້ນ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ວິຊາການຮັບປະກັນທາງດ້ານວຽກ ງານວິຊາສະເພາະ. ໄປຄຽງຄູ່ກັນນີ້, ອົງການຈັດຕັ້ງຊາວໜຸ່ມ ກົມໃຫຍ່ການ ເມືອງກອງທັບຍັງໄດ້ເອົາໃຈໃສ່ຢ່າງ ຕັ້ງໜ້າໃນການຈັດຕັ້ງປະຕິບັດຂໍ້ແຂ່ງ ຂັນ 4 ບຸກ ຂອງຊາວໜຸ່ມຕິດພັນກັບ ການສ້າງເສດຖະກິດແກ້ໄຂຊີວິດການ ເປັນຢູ່ດ້ວຍການປູກຝັງ, ລ້ຽງສັດຕາມ ເງື່ອນໄຂຕົວຈິງຂອງແຕ່ລະກົມກອງ. ຜ່ານການເຄື່ອນໄຫວດັ່ງກ່າວ, ສາ ມາດຍົກລະດັບຊີວິດການເປັນຢູ່ຂອງສະ ມາຊິກຊາວໜຸ່ມໄດ້ດີຂຶ້ນເທື່ອລະກ້າວ ແລະ ໄດ້ຮັບການຍ້ອງຍໍຜົນງານຈາກ ຂັ້ນເທິງຫລາຍລະດັບຕະຫລອດມາ. ເນື່ອງໃນໂອກາດ ວັນສ້າງຕັ້ງຊາວ ໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 69 ປີນີ້, ສະຫາຍ ພັນໂທ ຈັນນະຄອນ ອາດສະໝຸດ ຕາງໜ້າໃຫ້ສະມາຊິກ ຊາວໜຸ່ມທົ່ວກົມໃຫຍ່ການເມືອງກອງ ທັບອວຍພອນໄຊອັນປະເສີດມາຍັງ ການນໍາພັກ-ລັດ, ການນໍາກະຊວງປ້ອງ ກັນປະເທດ, ການນໍາກົມໃຫຍ່ການ ເມືອງກອງທັບ, ສູນກາງຊາວໜຸ່ມ ປປ ລາວ, ການນໍາຊາວໜຸ່ມກອງທັບຈົ່ງມີ ພະລານາໄມສົມບູນສືບຕໍ່ນໍາພາ-ຊີ້ນໍາ ຊາວໜຸ່ມປປລາວກໍຄືຊາວໜຸ່ມກົມໃຫຍ່ ການເມືອງກອງທັບໃຫ້ມີຜົນສໍາເລັດ ອັນໃໝ່ ແລະ ມີຄວາມເຂັ້ມແຂງຢ່າງ ບໍ່ຢຸດຢັ້ງ. ຂ່າວ: ໂຈ່ລີ້ ວົງໄຊ
RkJQdWJsaXNoZXIy MTc3MTYxMQ==