mkfcmh va olts'j k'k, 0v'de]a 'xh v'da o7;k,lts'q [xt-k-q o]k; xtgmf]k; 3 05/04/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me (ໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ ວັນທີ 5 ເມສາ 1961-5 ເມສາ 2024) rh v,da oxt1a foE ໂດຍ: ຢ່າຕົງ ໂດຍ: ໄໝຄຳຍ້ອມສິນ ບົດສະເໜີ ]t;a 'K vk-tpkde mk'g8a d3o3]-u * ກຳລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ ເປັນກຳລັງປະກອບ ອາວຸດທີ່ແຫລມຄົມ, ຈົງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນລາວບັນດາເຜົ່າ, ເປັນກຳ ລັງປະກອບອາວຸດວິລະຊົນຂອງຊາດ ລາວວິລະຊົນ ດ້ວຍເຫດນັ້ນທາດແທ້ ຂອງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ ຈຶ່ງແມ່ນກໍາລັງປະ ກອບອາວຸດປະຕິວັດຂອງພັກ ໂດຍ ແມ່ນພັກປະຊາຊົນ ປະຕິວັດລາວເປັນ ຜູ້ສ້າງຕັ້ງ, ນຳພາເດັດຂາດ, ໂດຍກົງ ແລະ ຮອບດ້ານ. ເປັນກໍາລັງມາຈາກ ປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອ ປະຊາຊົນ; ຍາມໃດກໍຮັບໃຊ້ປະຊາຊົນ ຢ່າງບໍ່ມີຂອບເຂດ ແລະ ເງື່ອນໄຂ. ແມ່ນກໍາລັງປະກອບອາວຸດປະຕິວັດ ທີ່ມີລະບຽບວິໄນເຂັ້ມງວດ, ບໍ່ວ່າເວ ລາໃດ ໃນສະຖານະການໃດກໍເດັດ ດ່ຽວ, ເດັດຂາດຕໍ່ສັດຕູ. ຕະຫລອດໄລຍະ 63 ປີຜ່ານມາ ກຳລັງປ້ອງກັນຄວາມສະຫງົບ ປະຊາ ຊົນແມ່ນມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ ຊາດ, ເພື່ອປະຊາຊົນ, ເພື່ອອຸດົມການ ສັງຄົມນິຍົມ. ມີມູນເຊື້ອລົງຮາກຖານ ປຸກລຸກຂົນຂວາຍ ແລະ ໃກ້ຊິດຕິດແທດ ກັບປະຊາຊົນ. ໃນພາລະກິດປະຕິວັດ ປົດປ່ອຍຊາດໃນເມື່ອກ່ອນ ກໍຄືພາລະ ກິດປະຕິວັດປົກປັກຮັກສາ ແລະ ສ້າງ ສາພັດທະນາ ປະເທດຊາດໃນປັດຈຸ ບັນກຳລັງປ້ອງກັນຄວາມສະຫງົບ ໄດ້ຖືສໍາຄັນຕໍ່ວຽກງານລົງຮາກຖານ ປຸກ ລຸກຂົນຂວາຍ ແລະ ໃກ້ຊິດຕິດ ແທດກັບປະຊາຊົນ (ຮ່ວມສຸກ, ຮ່ວມ ທຸກກັບປະຊາຊົນ) ອັນນີ້ທັງແມ່ນມູນ ເຊື້ອແລະທັງແມ່ນໜ້າທີ່ຍຸດທະສາດໃນ ແຕ່ລະໄລຍະຂອງພັກເຮົາ. ມີມູນເຊື້ອ ສູ້ຮົບພິລະອາດຫານ ແລະ ຕໍ່ສູ້ບໍ່ຍອມ ຈໍານົນກັບສັດຕູ ແລະ ກຸ່ມຄົນບໍ່ດີ. ພຶດ ຕິກໍາແຫ່ງການຕໍ່ສູ້ກູ້ຊາດຍືດເຍື້ອຍາວ ນານ, ດຸເດືອດ, ຂ້ຽວຂາດ, ກໍາລັງປ້ອງ ກັນຄວາມສະຫງົບພວກເຮົາ ຍາມໃດ * ປັດຈຸບັນ ມີໄພຄຸກຄາມຈາກ ການຫລອກລວງຜ່ານທາງລະບົບ ເຕັກໂນໂລຊີ ນັບມື້ນັບຫລາຍຂຶ້ນ ເນື່ອງຈາກມິດສາຊີບໄດ້ອາໄສປະ ໂຫຍດຈາກຊ່ອງວ່າງຂອງແອັບທະ ນາຄານ ເພື່ອໂອນເງິນອອກບັນຊີ ໃຫ້ບໍ່ເປັນຕາສົງໃສ. ດັ່ງກໍລະນີຜູ້ ເສຍຫາຍຈາກການຖືກຫລອກລວງ ທີ່ສູນເສຍເງິນຫລາຍກວ່າ 15 ລ້ານ ໃນບັນຊີ ທີ່ຖືກໂອນອອກໂດຍທີ່ຕົນ ເອງບໍ່ໄດ້ຮັບຮູ້ ຊຶ່ງຫລັງຈາກເລື່ອງ ດັ່ງກ່າວໄດ້ເກີດຂຶ້ນ ກໍໄດ້ປະສານ ງານຫາທາງທະນາຄານການຄ້າ ຕ່າງປະເທດ ມະຫາຊົນ (BCEL) ຜູ້ເສຍຫາຍກໍໄດ້ຮັບຮູ້ຂໍ້ມູນຕ່າງໆ ຂອງບັນຊີປາຍທາງທີ່ໄດ້ຮັບເງິນ ໂອນ ເມື່ອໄດ້ຮັບຮູ້ຂໍ້ມູນຕ່າງໆແລ້ວ ຜູ້ເສຍຫາຍກໍພົບວ່າ ເປັນໝູ່ຕົນເອງ ທີ່ໄດ້ຮູ້ລະຫັດຜ່ານບັນຊີ ແລະ ເປັນ ຄົນໂອນເງິນອອກຜ່ານໂທລະສັບ ຂອງໝູ່ເອງ. ຈາກກໍລະນີດັ່ງຜູ້ເສຍຫາຍຮູ້ສຶກ ຕົກໃຈເມື່ອຮູ້ວ່າໝູ່ຕົນເອງເປັນຄົນ ລັກໂອນເງິນໃນບັນຊີຂອງຕົນ ແຕ່ກໍ ຍັງໂຊກດີທີ່ທາງພໍ່ແມ່ຂອງຜູ້ກ່ຽວ ເປັນຜູ້ຮັບຜິດຊອບສົ່ງເງິນຄືນ. ເຖິງ ວ່າຜູ້ເສຍຫາຍກໍລະນີນີ້ໂຊກດີທີ່ຮູ້ ວ່າຄົນກະທຳຜິດເປັນໝູ່ຂອງຕົນ ແຕ່ບໍ່ແມ່ນວ່າຜູ້ເສຍຫາຍຄົນອື່ນໆ ຈະໂຊກດີໃນການຕິດຕາມຊອກຫາ ຜູ້ທີ່ລັກເງິນໄປ. ສະນັ້ນ, ເພື່ອເປັນ ການປ້ອງກັນບໍ່ໃຫ້ເຫດການດັ່ງ ກ່າວນັ້ນເກີດຂຶ້ນ ຜູ້ໃຊ້ແອັບທະນາ ຄານສາມາດໃຊ້ມາດຕະການເພື່ອ ຫລີກລ່ຽງໃນການຕົກເປັນເຫຍື່ອ ຂອງເຫດການປະເພດນີ້ ຊຶ່ງທາງ ທະນາຄານ ກໍມີວິທີໃນການແນະ ນຳດັ່ງນີ້: ບໍ່ຄວນໃຊ້ລະຫັດຜ່ານທີ່ ຊ້ຳກັນໃນຊ່ອງທາງຕ່າງໆທາງໂທ ລະສັບ: ການໃຊ້ລະຫັດຜ່ານແບບ ດຽວກັນໝົດ ເຖິງວ່າລະຫັດຈະຍາກ ມັນກໍອາດບໍ່ພຽງພໍທີ່ຈະປົກປ້ອງ ບັນຊີທະນາຄານ ຫລື ຂໍ້ມູນທາງ ການເງິນຂອງທ່ານໄດ້ ຫາກມີບຸກ ຄົນອັນຕະລາຍຫາຮູ້ລະຫັດຜ່ານ ນັ້ນແລ້ວ ມັນກໍສາມາດເຂົ້າໄປຫາຂໍ້ ມູນທີ່ສຳຄັນຕ່າງໆໄດ້ງ່າຍ. ສະນັ້ນ, ຄວນໃຊ້ລະຫັດໃຫ້ຫລາກຫລາຍ ຂຶ້ນ. ໃຊ້ລະຫັດຜ່ານ 2 ຊັ້ນເພື່ອລະບຸ ຕົວຕົນ: ມາດຕະການຮັກສາຄວາມ ປອດໄພນີ້ ຄວນໃຊ້ວິທີການສົ່ງລະ ຫັດຜ່ານອີກຄັ້ງ ໄປຫາເບີໂທລະສັບ ຫລື ອີເມວຂອງຕົນເອງ ເພື່ອຢືນຢັນ ຕົວຕົນອີກຄັ້ງ ເພາະມັນເປັນການ ສ້າງອຸປະສັກແລະປ້ອງກັນພວກກຸ່ມ ຄົນບໍ່ດີເຂົ້າເຖິງຂໍ້ມູນສຳຄັນຂອງ ເຮົາ. ໃຊ້ຄຸນສົມບັດ ແລະ ເຄື່ອງມື ດ້ານຄວາມປອດໄພທີ່ມາຈາກທະ ນາຄານ: ແອັບພຣິເຄຊັນທະນາຄານ ມີຄຸນສົມບັດໃນການຮັກສາຄວາມ ປອດໄພ ເພື່ອປ້ອງກັນບໍ່ໃຫ້ຂໍ້ມູນ ສ່ວນບຸກຄົນຮົ່ວໄຫລ, ຕົວຢ່າງ BCEL One ຈະຮັກສາຂໍ້ມູນຜູ້ໃຊ້ ໃຫ້ຢູ່ໃນຄວາມປອດໄພ ແລະ ມີ ພຽງບາງຄົນເທົ່ານັ້ນທີ່ສາມາດເຂົ້າ ເຖິງຂໍ້ມູນໄດ້ ແລະ ຈຳເປັນຕ້ອງ ເກັບຂໍ້ມູນໄວ້ເປັນຄວາມລັບ, ສຳ ລັບຂໍ້ມູນທີ່ສຳຄັນທັງໝົດ ກ່ອນຈະ ເຂົ້າໄດ້ຕ້ອງໄດ້ເຂົ້າລະຫັດຜ່ານທີ່ ເອີ້ນວ່າ Secure Socket Layer (SSL) ກ່ອນ. ບັນດາຂັ້ນຕອນຕ່າງໆເຫລົ່ານີ້ ເປັນພຽງຂັ້ນຕົ້ນທີ່ຈະສາມາດ ປ້ອງກັນຕົນເອງຈາກອາຊະຍະກຳ ທາງເຕັກໂນໂລຊີ ຜູ້ໃຊ້ຈຳເປັນຕ້ອງ ລະມັດລະວັງ ທີ່ສຳຄັນບໍ່ຄວນໃຫ້ ຄົນອື່ນຮັບຮູ້ເຖິງຂໍ້ມູນທີ່ສຳຄັນໃນ ໂທລະສັບຂອງຕົນເອງເຊັ່ນ: ລະ ຫັດຜ່ານແອັບທະນາຄານ ຫລື ລະ ຫັດຜ່ານໃນການຮັບຮູ້ຂໍ້ມູນສຳຄັນ ຕ່າງໆ. * ນ້ຳແມ່ນມີຄວາມສຳຄັນຫລາຍ ຕໍ່ທຸກສິ່ງທີ່ມີຊີວິດ ກໍຄືການດຳລົງຊີ ວິດຂອງຄົນເຮົາ. ດັ່ງຄຳເວົ້າທີ່ພວກ ເຮົາມັກເວົ້າກັນວ່າ: “ຂາດນ້ຳຄືຂາດ ໃຈ”. ໃນໄລຍະອາກາດຮ້ອນອົບເອົ້າ ຄືປັດຈຸບັນນີ້ແລະເພື່ອໃຫ້ທົ່ວສັງຄົມ ໄດ້ນໍາໃຊ້ນ້ຳຢ່າງທົ່ວເຖິງກັນ ສັງ ຄົມຈົ່ງພ້ອມກັນໃຊ້ນ້ຳຢ່າງປະຢັດ ແລະ ຮູ້ຈັກການນຳໃຊ້ນ້ຳໃຫ້ເກີດ ຜົນປະໂຫຍດ ແລະ ເໝາະສົມທີ່ສຸດ. ການປະຢັດນ້ຳກໍແມ່ນການປະຢັດ ເງິນຂອງຄອບຄົວເຮົາເຊັ່ນກັນ. ປະຊາຊົນລາວ ປະມານ 90% ທີ່ດຳລົງຊີວິດຢູ່ໃນຊົນນະບົດ ແມ່ນ ອາໃສການຜະລິດກະ ສິກຳປູກຝັງລ້ຽງສັດເປັນອາຊີບຕົ້ນຕໍ ຊຶ່ງດິນ, ນ້ຳ ແລະ ປ່າໄມ້ ເປັນ 3 ປັດໄຈຫລັກ ທີ່ພົວພັນກັບການດຳລົງຊີວິດຂອງ ປະຊາຊົນລາວເຮົາ. ດັ່ງນັ້ນ, ເຖິງເວ ລາທີ່ພວກເຮົາຕ້ອງໄດ້ພ້ອມກັນຊົມ ໃຊ້ຊັບພະຍາກອນເຫລົ່ານີ້ໃຫ້ເກີດ ຜົນປະໂຫຍດ ເພື່ອໄດ້ຊົມໃຊ້ຢ່າງ ຍືນຍົງທ່າມກາງຊັບພະຍາກອນດັ່ງ ກ່າວນັບມື້ຫລຸດລົງ, ປະຊາກອນນັບ ມື້ເພີ່ມຂຶ້ນໃນປັດຈຸບັນ ແລະ ອະນາ ຄົດ. ຢ່າງໃດກໍດີໃນແຕ່ລະປີລັດຖະ ບານກໍໄດ້ຈັດພິທີສະເຫລີມສະຫລອງ ວັນນ້ຳໂລກ ເພື່ອປູກຈິດສຳນຶກທັງ ເຮັດໃຫ້ທຸກຄົນຮັບຮູ້ຄວາມໝາຍ ຄວາມສໍາຄັນຂອງນໍ້າ ແລະ ຊັບພະ ຍາກອນນໍ້າ, ການປ່ຽນແປງພຶດຕິ ກໍາຂອງການບໍລິໂພກ ແລະ ອຸປະ ໂພກລວມທັງການຈັດການນ້ຳເຂົ້າ ໃນການດຳລົງຊີວິດປະຈຳວັນພ້ອມ ທັງການຟື້ນຟູທີ່ດິນບໍລິເວນນໍ້າ ໃຫ້ ມີຄວາມອຸດົມສົມບູນຕາມທິດສີ ຂຽວ ແລະ ຍືນຍົງ. ດັ່ງເມື່ອບໍ່ດົນມານີ້, ທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີ ກະ ຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ກ່າວໃນພິທີ ສະເຫລີມສະຫລອງວັນນ້ຳໂລກ ວ່າ: ຢາກໃຫ້ທຸກພາກສ່ວນໃນສັງ ຄົມລາວຈົົ່ງພ້ອມກັນປົກປັກຮັກສາ, ຊົມໃຊ້ນ້ຳ ແລະ ຊັບພະຍາກອນນໍ້າ, ດິນບໍລິເວນນ້ຳ, ຊີວະນາໆພັນຂອງ ພວກເຮົາໃຫ້ມີຄວາມອຸດົມສົມບູນ. ຢ່າງໃດກໍຕາມພາຍໃຕ້ການຮ່ວມມື ແລະ ການສະໜັບສະໜູນຢ່າງແຂງ ແຮງແລະການຊົມໃຊ້ນ້ຳທີ່ສົມເຫດ ສົມຜົນແລະເປັນທຳຈະເຮັດໃຫ້ພວກ ເຮົາມີສາຍນ້ຳທີ່ໄສ ໄຫລເຢັນຕະ ຫລອດປີ, ຕະຫລອດໄປ, ມີຄວາມ ຍືນຍົງ, ມີສັນຕິພາບ ແລະ ຄົງໄວ້ ຮອດຮຸ່ນລູກຫລານຂອງພວກເຮົາ. ຢູ່ໃນຄຳຂັວນຂອງວັນນ້ຳໂລກປີ 2024“ນໍ້າເພື່ອສັນຕິພາບ(Water forpeace)”ໃຫ້ປະກົດຜົເປັນຈິງ. ຂະນະດຽວກັນຮຽກຮ້ອງໃຫ້ບັນ ດາຂະແໜງການຕ່າງໆລວມເຖິງ ພໍ່ແມ່ປະຊາຊົນບັນດາ ເຜົ່າໃນຂອບ ເຂດທົ່ວປະເທດເອົາໃຈໃສ່ໃນການ ຮັກສາສິ່ງແວດລ້ອມໃຫ້ມີຄວາມ ຍືນຍົງຕະຫລອດໄປ. ແນວໃດກໍດີ ຍັງອີກບໍ່ເທົ່າໃດມື້ ບຸນປີໃໝ່ລາວທີ່ປະຊາຊົນລາວ ລໍ ຄອຍ ກໍຈະໄດ້ໝູນວຽນມາຮອດອີກ ເທື່ອໜຶ່ງແລ້ວ, ຊຶ່ງການສະເຫລີມ ສະຫລອງບຸນດັ່ງກ່າວ ພວກເຮົາ ຕ້ອງຮູ້ປະຢັດນ້ຳ, ຫລິ້ນຢ່າງເໝາະ ຖືກຕ້ອງຕາມຮີດຄອງອັນດີງາມ ຂອງຊາດລາວເຮົາ, ບໍ່ຄວນຫລິ້ນນ້ຳ ຟຸມເຟືອຍເກີນຂອບເຂດ ອັນຈະເຮັດ ໃຫ້ພວກເຮົາຂາດນ້ຳໃຊ້ວັນໜ້າ. ພາບປະກອບ ກໍເດັດດ່ຽວໜຽວແໜ້ນ ມີຄວາມອາດ ຫານບໍ່ຫວັ່ນໄຫວຄອນແຄນຕໍ່ຂໍ້ຫຍຸ້ງ ຍາກ ແລະ ອຸປະສັກຕ່າງໆ ແລະ ມີໄຫວ ພິບເພື່ອເອົາຊະນະສັດຕູກໍາລັງພວກ ເຮົາໄດ້ໃຊ້ສິລະປະຍຸດ ຍຸດທະວີທີ່ຍິ່ງ ສູ້ຮົບກໍຍິ່ງເຕີບໃຫຍ່ເຂັ້ມແຂງ, ຍິ່ງສູ້ ຮົບກໍຍິ່ງມີໄຊຊະນະ, ສາມາດຕີເອົາ ຊະນະຈັກກະພັດລ່າເມືອງຂຶ້ນແບບ ເກົ່າ ແລະ ແບບໃໝ່ ແລະ ປົດປ່ອຍຊາດມາ ໄດ້ຢ່າງສົມບູນ. ໃນພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ, ກໍາລັງປ້ອງກັນຄວາມສະຫງົບ ພວກເຮົາ ກໍໄດ້ ຕັ້ງໜ້າເຮັດວຽກງານ ປ້ອງກັນຄວາມສະຫງົບໄດ້ດີ; ສາມາດ ທັບມ້າງທຸກກົນອຸບາຍທໍາລາຍມ້າງເພ ຂອງພວກຈັກກະພັດພາຍນອກ ແລະ ບັນດາອິດທິກໍາລັງທີ່ເປັນປໍລະປັກ, ປົກ ປັກຮັກສາສະຖຽນລະພາບທາງດ້ານ ການເມືອງ, ຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງ ດ້ານສັງຄົມ. ມີມູນເຊື້ອດຸໝັ່ນຂະຫຍັນ ພຽນໃນການອອກແຮງງານ, ເພີ່ມພູນ ຜະລິດຜົນ; ປະຢັດມັດທະຍັດ, ເພິ່ງຕົນ ເອງ-ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ. ກົມກອງຕັ້ງຢູ່ໃສ ກໍເພີ່ມພູນຢູ່ບ່ອນນັ້ນ ເພື່ອຮັບປະກັນ ໃຫ້ກົມກອງມີຄວາມສາມາດກຸ້ມຕົນ ເອງທາງດ້ານສະບຽງອາຫານ, ຮັບ ປະກັນໃນການສູ້ຮົບ, ເຮັດຫລ້ອນໜ້າ ທີ່ເປັນຢ່າງດີ ແລະ ປັບປຸງຊີວິດການ ເປັນຢູ່ຂອງພະນັກງານ-ນັກຮົບໃຫ້ດີ ຂຶ້ນເທື່ອລະກ້າວ. ມີມູນເຊື້ອສາມັກຄີ ເປັນເອກະພາບພາຍໃນ ແລະ ສາມັກຄີ ກັບປະຊາຊົນບັນດາເຜົ່າຢ່າງແໜ້ນ ແຟ້ນ. ຍາມໃດກໍຢຶດໝັ້ນຄວາມສາມັກ ຄີເປັນເອກະພາບພາຍໃນ, ປະຕິບັດການ ພົວພັນລະຫວ່າງກຳລັງປະກອບອາ ວຸດກັບປະຊາຊົນຄືປາກັບນ້ຳ, ສ້າງ ກ້ອນກຳລັງສາມັກຄີເປັນປຶກແຜ່ນກັບ ປະຊາຊົນບັນດາເຜົ່າ, ອີງໃສ່ປະຊາຊົນ ແລະ ໄດ້ຮັບການອູ້ມຊູຊ່ວຍເຫລືອເບິ່ງ ແຍງລ້ຽງດູຈາກປະຊາຊົນບັນດາເຜົ່າ, ປະເທດຊາດ, ຕໍ່ອຸດົມການສັງຄົມນິຍົມ ແລະ ພຶດຕິກໍາແຫ່ງການຕໍ່ສູ້ກູ້ຊາດ ອັບຍືດເຍື້ອຍາວນານໄດ້ຢັ້ງຢືນຢ່າງ ຈະແຈ້ງແລ້ວວ່າ: ກໍາລັງປະກອບອາ ວຸດພວກເຮົາແມ່ນມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ພາຍໃຕ້ການນໍາພາ ແລະ ສຶກສາອົບຮົມ ຈາກພັກ. ສະນັ້ນ, ຍາມໃດກໍມີຄວາມ ຈົງຮັກພັກ, ບໍລິສຸດຜຸດຜ່ອງ, ມີລະບຽບ ແບບແຜນທີ່ເຂັ້ມງວດ, ມີຄວາມເດັດ ດ່ຽວໜຽວແໜ້ນພິລະອາດຫານ, ມີ ນ້ໍາໃຈເສຍສະຫລະອັນສູງສົ່ງ ເພື່ອ ເຂົາເຈົ້າບໍ່ພຽງແຕ່ໄດ້ອຸທິດວັດຖຸ ແລະ ຈິດໃຈໃຫ້ກຳລັງພວກເຮົາແຕ່ຍັງໄດ້ ຈັດສົ່ງລູກຫລານຂອງຕົນປະກອບ ສ່ວນເຂົ້າໃນຖັນແຖວກຳລັງປ້ອງກັນ ຄວາມສະຫງົບ ແລະ ຊ່ວຍເປັນຫູເປັນ ຕາໃນການຮັກສາຄວາມສະຫງົບຂອງ ບ້ານ-ເມືອງ. ເປັນກຳລັງທີ່ມີລະບຽບວິ ໄນ, ມີສະຕິຕໍ່ການຈັດຕັ້ງ ແລະ ປະຕິບັດ ຄໍາສັ່ງເຂັ້ມງວດ. ຍາມໃດກໍມີສະຕິຕໍ່ ການຈັດຕັ້ງ, ປະຕິບັດລະບຽບວິໄນ ຢ່າງເຂັ້ມງວດ ກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ, ຖືລະບຽບວິໄນແມ່ນວິນ ຍານຂອງກໍາລັງປ້ອງກັນຄວາມສະ ຫງົບ. ມີມູນເຊື້ອພົວພັນຮ່ວມມືກັບປະ ເທດເພື່ອນມິດຍຸດທະສາດແລະສາກົນ. ເລີ່ມແຕ່ຫົວທີ່ ກໍາລັງປ້ອງກັນຄວາມ ສະຫງົບໄດ້ພົວພັນສາມັກຄີຮ່ວມມື ແລະ ຍາດແຍ່ງເອົາການສະໜັບສະ ໜູນ, ການຊ່ວຍເຫລືອຂອງບັນດາປະ ເທດເພື່ອນມິດທີ່ກ້າວໜ້າໃນໂລກ, ສາມັກຄີພິເສດກັບກໍາລັງຕໍາຫລວດ ແລະ ປະຊາຊົນຫວຽດນາມ, ສາມັກ ຄີ ແລະ ຮ່ວມມືຮອບດ້ານກັບກໍາລັງສັນ ຕິບານ ແລະ ປະຊາຊົນ ຈີນ, ພົວພັນ ຮ່ວມມືກັບກໍາລັງຕໍາຫລວດອາຊຽນ ແລະ ສາກົນ.
RkJQdWJsaXNoZXIy MTc3MTYxMQ==