lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 05/04/2024 xtgmf]k; ນາຍົກລັດຖະມົນຕີ.... ກະຊວງ ອຄ ສະຫລຸບ... ຊົມເຊີຍວັນສ້າງຕັ້ງ... ຫາລືການຊຸກຍູ້... ລາວ-ຈີນ ສືບຕໍ່... ຂປລ. ວັນທີ 3 ເມສາ 2024 ຜ່ານມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະ ນະໄດ້ເຄື່ອນໄຫວຢ້ຽມຢາມ, ຕິດ ຕາມ ແລະ ຊຸກຍູ້ວຽກງານຢູ່ແຂວງ ອັດຕະປື, ມີທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ພ້ອມ ດ້ວຍບັນດາການນຳຫລັກແຫລ່ງ ຂອງແຂວງ, ເມືອງ ແລະ ພາກສ່ວນ ກ່ຽວຂ້ອງໃຫ້ການຕ້ອນຮັບ. ໃນໂອກາດນີ້, ທ່ານເຈົ້າແຂວງ ອັດຕະປື ໄດ້ລາຍງານໃຫ້ຊາບກ່ຽວ ກັບສະພາບການພັດທະນາເສດຖະ ກິດ-ສັງຄົມທີ່ພົ້ນເດັ່ນຂອງແຂວງ ໃນໄລຍະ 1 ປີຜ່ານມາ ເຫັນວ່າທົ່ວ ແຂວງສືບຕໍ່ມີສະຖຽນລະພາບທາງ ດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນ ລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວໃນລະ ດັບ 6,77%. ໄລຍະ 3 ເດືອນຕົ້ນປີ 2024 ສາມາດເກັບລາຍຮັບເຂົ້າ ງົບປະມານ ໄດ້ 153,8 ຕື້ກີບເທົ່າ ກັບ 22,2% ຂອງແຜນການ, ການ ປະຕິບັດແຜນລາຍຈ່າຍໄດ້ 56,4 ຕື້ກີບ ເທົ່າກັບ 18% ຂອງແຜນ ການ; ການຊຸກຍູ້ປະຊາຊົນຜະລິດ ພືດລະດູແລ້ງ ປີ 2024 ປະຕິບັດ ສຳເລັດແລ້ວ 635,5 ເຮັກຕາເທົ່າ ກັບ 50,1% ຂອງແຜນການ. ປັດ ຈຸບັນ, ທົ່ວແຂວງ ສາມາດບັນລຸຄາດ ໝາຍອັດຕາການປົກຄຸມປະກັນສຸ ຂະພາບ, ລວມທັງການມີສ່ວນຮ່ວມ ຂອງປະຊາຊົນ ໃນການເຝົ້າລະວັງ ປ້ອງກັນພະຍາດ, ການຮັກສາສຸຂະ ພາບ ແລະ ບໍລິການດ້ານສາທາລະ ນະສຸກ ເຊິ່ງທຸກເມືອງພາຍໃນແຂວງ ໄດ້ປະກາດເປັນເມືອງຢຸດຕິການ ຖ່າຍຊະຊາຍແລ້ວ. ໃນໂອກາດດຽວກັນ, ທ່ານນາ ຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະ ໂອ້ລົມຕໍ່ການນໍາຫລັກແຫລ່ງຂອງ ແຂວງ ໂດຍໄດ້ຍົກໃຫ້ເຫັນສະພາບ ພົ້ນເດັ່ນທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ, ລວມທັງຜົນສຳເລັດອັນພົ້ນ ເດັ່ນ ພາຍໃຕ້ການນຳພາ-ຊີ້ນຳຂອງ ພັກ, ລັດ ແລະ ອົງການປົກຄອງທຸກ ຂັ້ນຕະຫລອດຮອດຂໍ້ຈຳກັດ ແລະ ສິ່ງທ້າທາຍຕໍ່ການພັດທະນາເສດ ຖະກິດ-ສັງຄົມ ຂອງປະເທດເຮົາທັງ ໄລຍະຜ່ານມາ ແລະ ປັດຈຸບັນ. ພ້ອມ ກັນນັ້ນ, ກໍໄດ້ແຈ້ງໃຫ້ຊາບກ່ຽວ ກັບບັນດານະໂຍບາຍ ກໍຄືນິຕິກຳທີ່ ລັດຖະບານ ໄດ້ປະກາດນຳໃຊ້ໃໝ່ ເປັນຕົ້ນ ການເພີ່ມເງິນອຸດໜູນຄ່າ ຄອງຊີບໃຫ້ພະນັກງານ-ລັດຖະ ກອນ, ທະຫານ, ຕໍາຫລວດ, ພະນັກ ງານບຳນານ ແລະ ຜູ້ເສຍອົງຄະ ໃນປີ 2024; ການປະຕິບັດນະໂຍ ບາຍຕໍ່ຄູອາສາສະໝັກ; ການແກ້ ໄຂບັນຫາເຄັ່ງຮ້ອນທາງດ້ານເສດ ຖະກິດ-ການເງິນ ດ້ວຍມາດຕະ ການຕ່າງໆ ໃນແຕ່ລະໄລຍະ ແລະ ນະໂຍບາຍອື່ນໆ. ພ້ອມນີ້, ທ່ານ ນາຍົກລັດຖະມົນຕີໄດ້ມີຄຳເຫັນເນັ້ນ ໃຫ້ເອົາໃຈໃສ່ໃນດ້ານຕ່າງໆຕື່ມ ເປັນຕົ້ນ ສືບຕໍ່ຖືສຳຄັນວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ, ພ້ອມທັງກຳສະພາບກະແສ ແນວຄິດຂອງພະນັກງານ-ລັດຖະ ກອນ, ທະຫານ, ຕຳຫລວດ ແລະ ຊັ້ນຄົນຕ່າງໆ ທີ່ຢູ່ພາຍໃຕ້ການຄຸ້ມ ຄອງຂອງການຈັດຕັ້ງຕົນເພື່ອປ້ອງ ມາ; ເຖິງວ່າໃນເບື້ອງຕົ້ນ ກຳລັງຍັງອ່ອນນ້ອຍ, ການປະກອບພາຫະນະ ອາວຸດຫລ້າສະໄໝ, ລະດັບເຕັກນິກວິທະຍາສາດບໍ່ທັນສູງແຕ່ຍ້ອນຄວາມ ຮຽກຮ້ອງຕ້ອງການຂອງປະເທດຊາດ, ກຳລັງປ້ອງກັນຄວາມສະຫງົບ ໄດ້ເດັດດ່ຽວເສີມຂະຫຍາຍນ້ຳໃຈຮັກຊາດ, ຮັກຄວາມເປັນເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຕົນ, ບໍ່ຍອມເປັນຂ້ອຍຂ້າໃຫ້ແກ່ຊາດອື່ນ ໄດ້ຮ່ວມກັບກອງທັບ ແລະ ປະຊາຊົນລາວບັນດາເຜົ່າຕໍ່ສູ້ຕ້ານການຮຸກ ຮານຂອງຈັກກະພັດພາຍນອກ ແລະ ລູກແຫລ່ງຕີນມືຂາຍຊາດ. ຕະຫລອດ 63 ປີ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ພາຍໃຕ້ການນຳພາຂອງພັກ ປະຊາຊົນປະຕິວັດລາວ ແມ່ນປະຫວັດສາດແຫ່ງການທົດສອບອັນໃຫຍ່ ຫລວງໃນການຕໍ່ສູ້ອັນຍືດເຍື້ອຍາວນານ ເພື່ອຍາດເອົາຄວາມເປັນເອກະ ລາດແຫ່ງຊາດ; ຕະຫລອດໄລຍະທາງອັນລະອິດລະອ້ຽວ, ຫຍຸ້ງຍາກ ລຳບາກທີ່ສຸດ ນັ້ນແຕ່ກໍປ່ຽມລົ້ນໄປດ້ວຍຜົນງານ, ວິລະກໍາອັນສູງສົ່ງ ແລະ ໄຊຊະນະ ອັນສະຫງ່າລາສີ; ກຳລັງ ປກສ ໄດ້ສາມັກຄີເປັນຈິດໜຶ່ງໃຈດຽວ ໃນການປະຕິບັດໜ້າທີ່ການເມືອງ, ທັງປະສານ ແລະ ຕໍ່ສູ້ຢ່າງພິລະອາດ ຫານ, ຕິດພັນກັບການອອກແຮງປັບປຸງ, ກໍ່ສ້າງກຳລັງຂອງຕົນໃຫ້ນັບມື້ ເຂັ້ມແຂງ ແລະ ຂະຫຍາຍຕົວເປັນກ້າວໆມາ. ຕະຫລອດໄລຍະ 49 ປີໃນ ການປະຕິບັດ 2 ໜ້າທີ່ຍຸດທະສາດຂອງພັກຄື: ປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ, ກຳລັງປະກອບອາວຸດປະຕິວັດເວົ້າລວມ, ເວົ້າສະ ເພາະກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ເປັນກຳລັງຫລັກແຫລ່ງ ໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວ ປວງຊົນຮອບດ້ານຂອງພັກ, ຂະບວນການຮັກຊາດ ແລະ ພັດທະນາຕິດ ພັນກັບວຽກງານ 3 ສ້າງຢ່າງແຂງແຮງ, ເດັດດ່ຽວປະຕິບັດແນວທາງປ່ຽນ ແປງໃໝ່ຂອງພັກ, ຮັກສາ ແລະ ເສີມຂະຫຍາຍທາດແທ້ປະຕິວັດ, ມູນເຊື້ອ ອັນດີງາມຂອງຊາດ ກໍຄືທາດແທ້, ມູນເຊື້ອຂອງກຳລັງປ້ອງກັນຄວາມ ສະຫງົບປະຊາຊົນ, ຝຶກຝົນຫລໍ່ຫລອມທັດສະນະ, ຄຸນສົມບັດສິນທຳປະ ຕິວັດ, ຕັ້ງໜ້າປັບປຸງ, ກໍ່ສ້າງກຳລັງຂອງຕົນໃຫ້ນັບມື້ເຂັ້ມແຂງໃນທຸກດ້ານ, ຮູ້ອີງໃສ່ກຳລັງແຮງສັງລວມຂອງທົ່ວປວງຊົນ, ຫັນກຳລັງລົງກໍ່ສ້າງຮາກ ຖານການເມືອງຢ່າງແຂງແຮງ, ປັບປຸງອົງການປົກຄອງທ້ອງຖິ່ນ, ຊ່ວຍ ເຫລືອປະຊາຊົນປັບປຸງຊີວິດການເປັນຢູ່, ເຮັດໃຫ້ສະພາບຢູ່ຮາກຖານມີ ຄວາມສະຫງົບໂດຍພື້ນຖານ, ເຮັດໃຫ້ປະຊາຊົນບັນດາເຜົ່າເຊື່ອໝັ້ນຕໍ່ ແນວທາງນະໂຍບາຍຂອງພັກ-ລັດ, ເຊື່ອໝັ້ນກຳລັງປ້ອງກັນຄວາມສະຫງົບ; ສາມາດທັບມ້າງກົນອຸບາຍຍຸດທະສາດຫັນປ່ຽນໂດຍສັນຕິ, ການກໍ່ຄວາມ ບໍ່ສະຫງົບ, ແຊກຊຶມ ແລະ ການເຄື່ອນໄຫວເກາະຜິດ, ບຽດຢຶດຊາຍແດນ ຂອງອິດທິກຳລັງປະຕິການໄດ້ຢ່າງທັນການ, ຮັບປະກັນໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມ ເປັນລະບຽບຮຽບຮ້ອຍ ແລະ ປອດໄພໂດຍພື້ນຖານ. ຜ່ານການປະຕິບັດໜ້າທີ່ການເມືອງຂອງກຳລັງປ້ອງກັນຄວາມສະ ຫງົບປະຊາຊົນ ຕະຫລອດໄລຍະທີ່ຜ່ານມາພັກ, ລັດຖະບານໄດ້ຕີລາຄາສູງ ຕໍ່ຜົນສຳເລັດຫລາຍດ້ານທີ່ກຳລັງປ້ອງກັນຄວາມສະຫງົບຍາດມາໄດ້ ເຖິງວ່າໄລຍະຜ່ານມາສະພາບພາກພື້ນ, ສາກົນ ແລະ ສະພາບພາຍໃນປະ ເທດຜະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍຢ່າງກໍຕາມ ແຕ່ກຳລັງປ້ອງກັນຄວາມສະຫງົບ ໄດ້ພະຍາຍາມສູ້ຊົນບຸກບືນ, ມີຄວາມ ຮັບຜິດຊອບສູງໃນການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສືບຕໍ່ຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງລະບອບປະຊາທິປະໄຕ ປະຊາຊົນໃຫ້ໜັກແໜ້ນກຳລັງ ປ້ອງກັນຄວາມສະຫງົບປະຊາຊົນ ສາມາດຮັກສາບົດບາດເປັນແກ່ນ ສານ ແລະ ເປັນກຳລັງອັນແຫລມຄົມຂອງພັກ ໃນການຮັບປະກັນຄວາມ ເປັນເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ, ສ້າງເງື່ອນໄຂ ເອື້ອອໍານວຍໃນການພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມ. ຜົນ ສຳເລັດທີ່ຍາດມາໄດ້ໃນໄລຍະຜ່ານມານັ້ນ ແມ່ນການຈັດຕັ້ງປະຕິບັດແນວ ທາງຂອງພັກ-ລັດ ຖືກທິດ, ສອດຄ່ອງກັບສະພາບເງື່ອນໄຂ ແລະ ຈຸດພິ ເສດຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ແມ່ນໝາກຜົນຂອງ ຄວາມບາກບັ່ນ, ບຸກບືນສູ້ຊົນດ້ວຍຄວາມມານະອົດທົນ, ເດັດດ່ຽວໜຽວ ແໜ້ນ ແລະ ຄວາມສາມັກຄີເປັນປຶກແຜ່ນຂອງສະມາຊິກພັກ, ນາຍ ແລະ ພົນຕໍາຫລວດ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ ທີ່ໄດ້ຕັ້ງໜ້າ ທຸ້ມເທເຫື່ອແຮງ, ສະຕິປັນຍາປະກອບສ່ວນເຂົ້າໃນຈັດຕັ້ງປະຕິບັດໜ້າທີ່ ວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ, ອັນໄດ້ສະແດງໃຫ້ເຫັນ ວ່າພາຍໃຕ້ການນຳພາຂອງພັກ. ຊົມເຊີຍວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນຄົບ ຮອບ 63 ປີ ຢ່າງສຸດໃຈ! ກັນປະກົດການຫຍໍ້ທໍ້ຕ່າງໆຢ່າງທັນ ການ; ໃຫ້ຫລຸດຜ່ອນການນຳເຂົ້າ ສິນຄ້າ ທີ່ບໍ່ຈຳເປັນໄປຄຽງຄູ່ກັບສົ່ງ ເສີມການຊົມໃຊ້ຜະລິດຕະພັນພາຍ ໃນ, ທັງຜະລິດ ແລະ ສົ່ງອອກສິນ ຄ້າໃຫ້ຫລາຍຂຶ້ນ; ພ້ອມກັນປະຕິບັດ ນະໂຍບາຍປະຢັດມັດທະຍັດໃຫ້ມີ ການຫັນປ່ຽນຢ່າງຈະແຈ້ງ ໂດຍ ສະເພາະຫັນຈາກການນຳໃຊ້ນໍ້າ ມັນເຊື້ອໄຟໄປສູ່ການນຳໃຊ້ພະລັງ ງານທົດແທນ, ຫລຸດຜ່ອນການໃຊ້ ຈ່າຍວຽກງານບໍລິຫານທີ່ບໍ່ຈຳເປັນ ແລະ ອື່ນໆ; ເອົາໃຈໃສ່ຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ ໃຫ້ດີກວ່າ ເກົ່າ, ທັງຈຳກັດຊ່ອງວ່າງການສວຍ ໂອກາດຕ່າງໆ; ຄົ້ນຄວ້າຫັນການ ຄຸ້ມຄອງວຽກງານ ໃຫ້ທ້ອງຖິ່ນຕາມ ທິດສາມສ້າງໃຫ້ຫລາຍຂຶ້ນໂດຍສະ ເພາະ ການຄຸ້ມຄອງໂຄງການລົງ ທຶນ, ການຄຸ້ມຄອງ ແລະ ສ້ອມແປງ ເສັ້ນທາງ, ລວມທັງວຽກງານອື່ນໆ ທີ່ເຫັນວ່າເໝາະສົມ; ໃຫ້ກະຊວງໂຍ ທາທິການ ແລະ ຂົນສົ່ງ ສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງສ້າງແຜນສຳ ຫລວດ ແລະ ອອກແບບການກໍ່ສ້າງ ເສັ້ນທາງເຊື່ອມຈອດກັບບັນດາ ແຂວງ ແລະ ປະເທດໃກ້ຄຽງ, ພ້ອມ ທັງຄົ້ນຄວ້າແຫລ່ງທຶນສຳລັບການ ກໍ່ສ້າງໃນຮູບແບບຕ່າງໆທີ່ສາມາດ ເປັນໄປໄດ້; ກວດກາ ແລະ ຈັດສັນ ການນຳໃຊ້ທີ່ດິນພາຍໃນແຂວງຄືນ ເພື່ອເຮັດໃຫ້ການນຳໃຊ້ທີ່ດິນມີປະ ສິດທິຜົນ, ສອດຄ່ອງກັບແຜນພັດ ທະນາບົນພື້ນຖານຄວາມຍືນຍົງ ທາງດ້ານສິ່ງແວດລ້ອມ ແລະ ສັງ ຄົມ; ສືບຕໍ່ພັດທະນາ ແລະ ຄຸ້ມຄອງ ແຮງງານລາວໃຫ້ໄດ້ທັງດ້ານຈຳ ນວນ ແລະ ຄຸນນະພາບເປັນກ້າວໆ, ທັງເຄື່ອນໄຫວຖືກຕ້ອງຕາມກົດ ໝາຍ ແລະ ລະບຽບການ; ສືບຕໍ່ຊຸກ ຍູ້ສົ່ງເສີມວຽກງານການທ່ອງທ່ຽວ ເພື່ອສ້າງລາຍຮັບໃຫ້ລັດ ແລະ ສັງຄົມໄດ້ຫລາຍຂຶ້ນ; ໃຫ້ແຂວງ ກວດກາຄືນບັນດາໂຄງການບູລິມະ ສິດທີ່ລົງທຶນຢູ່ພາຍໃນແຂວງ ເພື່ອ ຊຸກຍູ້ການພັດທະນາໂຄງການໃຫ້ ສຳເລັດຕາມແຜນການທີ່ກຳນົດໄວ້; ສືບຕໍ່ຈັດເກັບລາຍຮັບເຂົ້າງົບປະ ມານ ໃຫ້ມີຄວາມຄືບໜ້າໄວ, ຫາກ ພົບຂໍ້ຫຍຸ້ງຍາກ ກໍໃຫ້ລາຍງານລັດ ຖະບານ ເພື່ອມີທິດຊີ້ນຳຢ່າງທັນ ການ. ໃນວັນດຽວກັນ, ທ່ານນາຍົກ ລັດຖະມົນຕີ ແລະ ຄະນະຍັງໄດ້ໄປ ຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ ພື້ນທີ່ຕົວຈິງຈຳນວນໜຶ່ງຂອງເມືອງ ສະໜາມໄຊ ເປັນຕົ້ນ ໂຄງການກໍ່ ສ້າງໂຮງງານປຸງແຕ່ງແປ້ງມັນຕົ້ນ ຂອງບໍລິສັດ ລາວທຽນຊື, ໂຄງການ ກໍ່ສ້າງເສັ້ນທາງເລກທີ 18 A, ເຂດອະນຸສອນສະຖານຖານທີ່ໝັ້ນ ຂອງການປະຕິວັດລາວໃຕ້ ທີ່ປະ ທານ ຄໍາໄຕ ສີພັນດອນ ແລະ ໜູ່ຄະ ນະໄດ້ເຄື່ອນໄຫວເຮັດການປະຕິວັດ ເມື່ອຫລາຍສິບປີທີ່ຜ່ານມາ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ເພື່ອທຸລະກິດກະສິກຳແບບຍືນຍົງ, ປະຕິບັດຍຸດທະສາດນະວັດຕະກໍາ ເພື່ອແກ້ໄຂສິ່ງທ້າທາຍດ້ານຄວາມ ປອດໄພດ້ານສະບຽງອາຫານ. ງານໃນຄັ້ງນີ້, ເປັນໂອກາດທີ່ດີ ຂອງຊາວໜຸ່ມ ໃນການຮ່ວມກັນ ແລກປ່ຽນຄວາມຄິດຄວາມເຫັນ ໃນການພັດທະນານະວັດຕະກໍາ ເພື່ອ ແກ້ໄຂສິ່ງທ້າທາຍດ້ານຄວາມໝັ້ນ ຄົງດ້ານສະບຽງອາຫານໃນພາກ ພື້ນອາຊຽນ, ຊຸກຍູ້ການຮ່ວມມື ແລະ ແບ່ງປັນຄວາມຮູ້, ເວທີປາໄສ ເພື່ອ ແນໃສ່ປະກອບສ່ວນເຂົ້າໃນການ ບັນລຸໄດ້ເປົ້າໝາຍການພັດທະນາ ແບບຢືນຢົງ (SDGs) ຂອງສະຫະ ປະຊາຊາດ ແລະ ຊຸກຍູ້ການພັດທະ ນາແບບຍືນຍົງໃຫ້ຄົນຮຸ່ນຫລັງ. ຂ່າວ: ກິດຕາ, ພາບ: ເກດສະໜາ ປ່ຽນການຢ້ຽມຢາມຂອງການນໍາ ຂັ້ນສູງ ແຕ່ສູນກາງລົງຮອດທ້ອງ ຖິ່ນຢ່າງເປັນປົກກະຕິ, ພິເສດສອງ ຝ່າຍໄດ້ເປັນເອກະພາບກັນລົງເລິກ ຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກໍາ ລາວຈີນ ສະບັບໃໝ່ (ແຕ່ປີ2024- 2028) ທີ່ການນໍາສູງສຸດ ຂອງ ສອງປະເທດໄດ້ລົງນາມຮ່ວມກັນ ໃນທ້າຍປີ 2023 ທີ່ຜ່ານມາ ໃຫ້ເປັນ ຮູບປະທໍາ. ນອກຈາກນີ້, ສອງຝ່າຍ ສະແດງຄວາມຍິນດີ ແລະ ເພິ່ງພໍ ໃຈຕໍ່ໝາກຜົນການຮ່ວມມືດ້ານເສດ ຖະກິດ, ການຄ້າ, ການລົງທຶນ, ການ ທ່ອງທ່ຽວ ແລະ ດ້ານອື່ນໆ ທີ່ໄດ້ກັບ ຄືນສູ່ສະພາບປົກກະຕິ ແລະ ມີທ່າ ອ່ຽງເພີ່ມຂຶ້ນເຊິ່ງ ສປ ຈີນ ສືບຕໍ່ ເປັນຄູ່ຄ້າທີ່ໃຫຍ່ອັນດັບສອງຂອງ ສປປ ລາວ ແລະ ການລົງທຶນຂອງ ສປ ຈີນ ຢູ່ລາວ ແມ່ນຈັດຢູ່ອັນດັບ ໜຶ່ງ. ພ້ອມກັນນັ້ນ, ສອງລັດຖະມົນ ຕີກະຊວງການຕ່າງປະເທດລາວ- ຈີນ ກໍໄດ້ປຶກສາຫາລື ແລະ ແລກ ປ່ຽນຄໍາຄິດຄໍາເຫັນກ່ຽວກັບທິດ ທາງແຜນການຮ່ວມມືໃນຕໍ່ໜ້າ ເພື່ອ ເພີ່ມທະວີການຮ່ວມມືສອງຝ່າຍ ໃນດ້ານຕ່າງໆ ໃຫ້ແຕກດອກອອກ ຜົນຂຶ້ນເລື້ອຍໆ ໂດຍຈະຖືເອົາແຜນ ແມ່ບົດການຮ່ວມກັນສ້າງຄູ່ຮ່ວມຊາ ຕາກໍາ ລາວ-ຈີນ (2024-2028) ແລະ ເປັນບ່ອນອີງໃນການຮ່ວມມື ຕົວຈິງ ໃນແຕ່ລະດ້ານ ໂດຍສະເພາະ ການຮ່ວມມື ເພື່ອພັດທະນາໂຄງ ການທີ່ປິ່ນອ້ອມທາງລົດໄຟ ລາວຈີນ ໃຫ້ມີບາດກ້າວຂະຫຍາຍຕົວ ໃໝ່ດ້ວຍຄຸນນະພາບໃໝ່, ຮັບປະ ກັນຜົນປະໂຫຍດໃຫ້ແກ່ສອງປະ ເທດ. ນອກນັ້ນ, ສອງຝ່າຍຍັງໄດ້ ແລກປ່ຽນຄໍາຄິດຄໍາເຫັນຕໍ່ກັບສະ ພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ ພ້ອມທັງເຫັນດີຈະສືບຕໍ່ໃຫ້ການສະ ໜັບສະໜູນເຊິ່ງກັນ ແລະ ກັນ ໃນ ຕໍ່ໜ້າ. ໃນໂອກາດນີ້, ສະຫາຍ ສະເຫລີມ ໄຊ ກົມມະສິດ ໄດ້ສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ ຜົນສໍາເລັດຂອງການດໍາເນີນກອງ ປະຊຸມສະພາທີ່ປຶກສາການເມືອງ ແລະ ກອງປະຊຸມສະພາຜູ້ແທນປະ ຊາຊົນທົ່ວປະເທດ ແຫ່ງ ສປ ຈີນ ຄັ້ງທີ2ສະໄໝທີXIV ເຊິ່ງເປັນກອງ ປະຊຸມທີ່ມີຄວາມໝາຍສໍາຄັນໃນ ລະບົບການເມືອງຂອງ ສປ ຈີນ. ພ້ອມນັ້ນ,ກໍໄດ້ແຈ້ງໃຫ້ຊາບກ່ຽວກັບ ຄວາມຄືບໜ້າ ແລະ ບັນດາຂົງເຂດ ບຸລິມະສິດຂອງການເປັນປະທານ ອາຊຽນຂອງ ສປປ ລາວ ໃນປີ 2024, ພ້ອມທັງໄດ້ເຊີນຊວນນັກທຸ ແລະ ຄະນະ ໄດ້ພົບປະສອງຝ່າຍກັບ ສະຫາຍ ຫວັງ ອີ້ ທີ່ເມືອງສົງໂຈ, ເຂດກວາງຊີ, ສປ ຈີນ. ໃນການພົບ ປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງ ຕໍ່ໝາກຜົນຂອງການພົວພັນຮ່ວມ ມືສອງຝ່າຍໃນດ້ານຕ່າງໆໃນໄລຍະ ຜ່ານມາ ເປັນຕົ້ນ ການສືບຕໍ່ແລກ ລະກິດ ແລະ ນັກທ່ອງທ່ຽວຈາກ ສປ ຈີນ ເຂົ້າມາລົງທຶນ ແລະ ທ່ອງ ທ່ຽວຢູ່ ສປປ ລາວ ຫລາຍຂຶ້ນໂດຍ ສະເພາະໃນໄລຍະປີທ່ອງທ່ຽວລາວ 2024 ນີ້. ໃນໂອກາດດັ່ງກ່າວ, ສະ ຫາຍ ສະເຫລີມໄຊ ກົມມະສິດ ໄດ້ສະ ແດງຄວາມຂອບໃຈຕໍ່ລັດຖະບານ ແລະປະຊາຊົນສປຈີນທີ່ໄດ້ໃຫ້ການ ຊ່ວຍເຫລືອສະໜອງພາຫະນະ ແລະ ອຸປະກອນ ເພື່ອຮັບໃຊ້ເຂົ້າໃນການ ເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້. ຂະນະດຽວກັນ, ສະຫາຍ ຫວັງ ອີ້ ກໍໄດ້ສະແດງຄວາມຍິນດີຕ້ອນ ຮັບ ແລະ ຕີລາຄາສູງຕໍ່ການເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະຜູ້ແທນຂັ້ນສູງຂອງລາວ ໃນຄັ້ງນີ້ ເຊິ່ງຈະເປັນການປະກອບ ສ່ວນສໍາຄັນເຂົ້າໃນການພັດທະນາ ສາຍພົວພັນ ແລະ ການຮ່ວມມືຂອງ ສອງປະເທດ ລາວ-ຈີນ ໃຫ້ມີຜົນສໍາ ເລັດອັນໃໝ່ຂຶ້ນໄປເລື້ອຍໆ. ໃນໂອກາດຢ້ຽມຢາມ ສປ ຈີນ ຄັ້ງນີ້, ສະຫາຍ ຮອງນາຍົກລັດຖະ ມົນຕີ ສະເຫລີມໄຊ ກົມມະສິດ ໄດ້ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ລິວໜິງ ເລຂາພັກເຂດ ກວາງ ຊີ, ປະທານສະພາຜູ້ແທນປະ ຊາຊົນເຂດກວາງຊີ; ໄດ້ໄປຢ້ຽມ ຢາມໂຮງຮຽນນ້ອງນ້ອຍ 67 ລາວ, ຢ້ຽມຢາມດ່ານມິດຕະພາບສາກົນ (ເຢົາຢີກ່ວນ) ຈີນ-ຫວຽດນາມ ແລະ ຢ້ຽມຢາມສູນການຄ້າໝາກ ໄມ້ (ເມືອງສົງໂຈ) ຈີນ-ອາຊຽນ ອີກດ້ວຍ. ແລະ ອຸດສາຫະກຳແຫ່ງຊາດ ເຂົ້າ ຮ່ວມແບບເຊິ່ງໜ້າ ແລະ ຜ່ານລະ ບົບທາງໄກ. ໂອກາດນີ້, ສະຫາຍ ມະໄລທອງ ກົມມະສິດ ໄດ້ມີຄຳເຫັນວ່າ: ກອງ ປະຊຸມໃນຄັ້ງນີ້, ເປັນເວທີເປີດກວ້າງ ເພື່ອສະຫລຸບຕີລາຄາການຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງ ທີ XI ຂອງພັກ ພາຍໃນຂະແໜງ ອຸດສາຫະກໍາ ແລະ ການຄ້າ ເພື່ອໃຫ້ ເຫັນໄດ້ຜົນສຳເລັດ, ຂໍ້ຄົງຄ້າງ, ບົດ ຮຽນທີ່ຖອດຖອນໄດ້ໃນການຈັດ ຕັ້ງປະຕິບັດຜ່ານມາ ແລະ ເພື່ອເປັນ ບ່ອນ ອີງໃນການກຳນົດແນວທາງ, ແຜນນະໂຍບາຍ ແລະ ແຜນພັດທະ ນາຂະແໜງອຸດສາຫະກຳແລະການ ຄ້າ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບ ສະພາບການໃໝ່ ໂດຍສະເພາະໃນ ທ້າຍສະໄໝ XI ແລະ ສືບຕໍ່ໃນສະ ໄໝ XII. ພ້ອມນີ້, ສະຫາຍຍັງໄດ້ ສະແດງຄວາມເຊື່ອໝັ້ນ ແລະ ຫວັງ ຢ່າງຍິ່ງວ່າ: ກອງປະຊຸມໃນຄັ້ງນີ້, ຈະບໍ່ເປັນພຽງແຕ່ການມາຮັບຟັງ ການລາຍງານຜົນງານ ແລະ ການ ໂຄສະນາເຜີຍແຜ່ທິດທາງວຽກ ງານຈຸດສຸມຂອງຂະແໜງອຸດສາ ຫະກຳ ແລະ ການຄ້າ ເທົ່ານັ້ນ, ແຕ່ ຈະເປັນເວທີທີ່ຂະແໜງອຸດສາຫະ ກຳແລະການຄ້າໄດ້ຮັບຄຳຄິດເຫັນ, ຄຳສະເໜີແລະ ຄຳແນະນຳໃນການ ຜັນຂະຫຍາຍມະຕິຂອງສູນກາງ ພັກ ເພື່ອເປັນບ່ອນອີງໃຫ້ຂະແໜງ ອຸດສາຫະກໍາ ແລະ ການຄ້ານຳໄປ ຄົ້ນຄວ້າແລະສະເໜີເປັນແນວທາງ, ແຜນນະໂຍບາຍ, ແຜນພັດທະນາ ແລະ ແຜນວຽກຈຸດສຸມ ເພື່ອຜັນຂະ ຫຍາຍ ແລະ ຈັດຕັ້ງປະຕິບັດໃນໄລ ຍະແຕ່ນີ້ ຮອດທ້າຍສະໄໝ XI ແລະ ສືບຕໍ່ໃນສະໄໝ ທີ XII. ສະຫາຍ ພຸດທະວັນ ນັນທະວົງ ຫົວໜ້າກົມກວດກາ, ກະຊວງອຸດ ສາຫະກຳ ແລະ ການ ຄ້າ ໄດ້ຍົກໃຫ້ ເຫັນຜົນສຳເລັດທີ່ພົ້ນເດັ່ນ, ບັນຫາ ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນ ທີ່ຖອດຖອນໄດ້ໃນການພັດທະນາ ຂະແໜງອຸດສະຫະກຳ ແລະ ການ ຄ້າ, ພ້ອມທັງຍົກໃຫ້ເຫັນທິດທາງ ແລະ ໜ້າທີ່ຕົ້ນຕໍໃນການສ້າງເສດ ຖະກິດເອກະລາດ ເປັນເຈົ້າຕົນເອງ ເຊິ່ງຂະແໜງອຸດສາຫະກຳ ແລະ ການຄ້າ ເປັນຂະແໜງການໜຶ່ງໃນ ໂຄງປະກອບເສດຖະກິດແຫ່ງຊາດ, ມີບົດບາດສຳຄັນປະກອບສ່ວນເຂົ້າ ໃນການຫັນປ່ຽນໂຄງປະກອບເສດ ຖະກິດຈາກກະສິກຳໄປສູ່ອຸດສາຫະ ກຳ ແລະ ການບໍລິການ, ຊຸກຍູ້ສົ່ງ ເສີມການຜະລິດເປັນສິນຄ້າຕິດພັນ ກັບຕະຫລາດ ແລະ ການປຸງແຕ່ງ ເພື່ອແກ້ໄຂຄວາມທຸກຍາກຂອງປະ ຊາຊົນ, ພັດທະນາຕະຫລາດພາຍ ໃນໃຫ້ເປັນລະບົບ ແລະ ເຊື່ອມໂຍງ ເຂົ້າກັບຕະຫລາດພາກພື້ນ ແລະ ສາກົນເທື່ອລະກ້າວ ເຊິ່ງພັກ ແລະ ລັດຖະບານຍາມໃດ ກໍໄດ້ໃຫ້ຄວາມ ສໍາຄັນໃນການພັດທະນາຂະແໜງ ການດັ່ງກ່າວ ເພື່ອໃຫ້ກາຍເປັນ “ຕ່ອງໂສ້ ຫລື ເປັນຫົວຈັກ” ຂອງ ການຈະເລີນເຕີບໂຕ ແລະ ຂັບເຄື່ອນ ເສດຖະກິດ ຂອງປະເທດ. ໝາກຜົນໃນການສູ້ຊົນ ຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງອຸດ ສາຫະກຳ ແລະ ການຄ້າ ໃນໄລຍະ ກາງສະໄໝ ຕາມ 5 ແຜນງານ, 39 ຄາດໝາຍ ແລະ 38 ຕົວຊີ້ວັດ ຂອງແຜນພັດທະນາອຸດສາຫະກຳ ປຸງແຕ່ງ ແລະ ການຄ້າ 5 ປີ 20212025 ໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນຜົນສຳເລັດລວມຂອງການ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ຂອງລັດ ເປັນຕົ້ນ ເຮັດໃຫ້ອັດຕາ ສ່ວນຂອງມູນຄ່າສົ່ງອອກສິນຄ້າອຸດ ສາຫະກໍາປຸງແຕ່ງຈາກ 32,76% ໃນປີ2021, 36,30%ໃນປີ2022 ກາຍເປັນ 37,88% ໃນປີ 2023 ເຮັດໃຫ້ຂະແໜງອຸດສາຫະກຳປຸງ ແຕ່ງ ແລະ ການຄ້າປະກອບສ່ວນ ໃນໂຄງສ້າງ GDP ຈາກ 19,83% ໃນປີ2021, 20,58%ໃນປີ2022 ກາຍເປັນ 21,62% ໃນປີ 2023 ແລະ ສ້າງວຽກເຮັດງານທຳໃນຂະ ແໜງອຸດສາຫະກຳປຸງແຕ່ງຂະ ຫຍາຍຕົວສະເລ່ຍ 3% ຕໍ່ປີ. ຂ່າວ: ທະນູທອງ, ພາບ: ອ່າຍຄຳ
RkJQdWJsaXNoZXIy MTc3MTYxMQ==