5845

xtgmf]k; 6 03/04/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d *** ອ່ານຕໍ່ສະບັບໜ້າ *** *** ຕໍ່ຈາກສະບັບກ່ອນ *** ໂດຍ: ເກີດຂວັນໃຈ ມາລີຈັນສີ ໂດຍ: ເກີດຂວັນໃຈ ມາລີຈັນສີ 8kf2ko{8kfgpn v' 95 foa frq [pvfoy pq ,0v'oa dmj v'mj P; * ນໍ້າຕົກຕາດຟານ-ຕາດເຍືອງ ເປັນໜຶ່ງໃນຫລາຍນໍ້າຕົກຕາດທີ່ມີ ຊື່ສຽງໂດ່ງດັງ ແລະ ໃນຮັບຄວາມ ນິຍົມໃນອາຊຽນ ເຊິ່ງປັດຈຸບັນມັນ ກາຍເປັນຈຸດໝາຍປາຍທາງຂອງ ນັກທ່ອງທ່ຽວພາຍໃນແລະຕ່າງປະ ເທດທີ່ມີຄົນເຂົ້າໄປຢ້ຽມຢາມສະ ເລ່ຍ 800-1.000 ຄົນຕໍ່ມື້. ດັ່ງທີ່ຮູ້ນໍາກັນໃນປີ 2023 ຜ່ານ ມານີ້, ນໍ້າຕົກຕາດເຍືອງຫາກໍໄດ້ຮັບ ລາງວັນການທ່ອງທ່ຽວແບບຍືນ ຍົງຂອງອາຊຽນ (ASTA) ຄັ້ງທີ 3 ຈັດຂຶ້ນທຸກໆ 2 ປີ ເພື່ອສະໜັບສະ ໜູນການຈັດຕັ້ງປະຕິບັດແຜນຍຸດ ທະສາດການທ່ອງທ່ຽວຂອງອາ ຊຽນ 2016-2025. ນ້ຳຕົກຕາດເຍືອງໄດ້ຮັບລາງ ວັນຄັ້ງນີ້ ອັນເນື່ອງມາຈາກຜົນສຳ ເລັດຂອງການພັດທະນາແຫລ່ງ ທ່ອງທ່ຽວແບບຍືນຍົງອ້ອມຂ້າງ ນ້ຳຕົກ. ໂດຍສະເພາະຜູ້ປະກອບການ ຮ່ວມກັບອຳນາດການປົກຄອງ ໄດ້ ຊຸກຍູ້ໃຫ້ບັນດາຊຸມຊົນທີ່ອາໄສຢູ່ ໃກ້ນ້ຳຕົກສ້າງວຽກເຮັດງານທໍາ, ຜະລິດຜັກປອດສານພິດ ແລະ ກິດ ຈະກໍາອື່ນໆ ເພື່ອຂາຍໃຫ້ນັກທ່ອງ ທ່ຽວ, ຕິດພັນກັບການສົ່ງເສີມຮີດ ຄອງປະເພນີ ແລະ ຮັກສາໄວ້ຄວາມ ເປັນເອກະລັກໄວ້ ເພື່ອດຶງດູດນັກ ທ່ອງທ່ຽວ ແລະ ຊ່ວຍໃຫ້ປະຊາຊົນ ທ້ອງຖິ່ນມີລາຍຮັບເພີ່ມຂຶ້ນ. ນ້ຳຕົກຕາດຟານ, ເຖິງແມ່ນວ່າ ອາດຈະຍັງບໍ່ໄດ້ຮັບລາງວັນໃນເວ ທີສາກົນຫລືລາງວັນອາຊຽນກໍຕາມ ຫາກປຽບທຽບກັບນໍ້າຕົກຕາດ ອື່ນໆ ຖືວ່ານໍ້າຕົກແຫ່ງນີ້ບໍ່ເປັນ ຈີນ, ເອີຣົບ ມັກຈະມາຢ້ຽມຢາມ ສະຖານທີ່ນໍ້າຕົກແຫ່ງນີ້ ເມື່ອມີໂອ ກາດໄດ້ມາລາວ. ນ້ຳຕົກຕາດຟານ(ຕາດຄືນ້ຳຕົກ ຟານ ຄື ຊື່ຂອງ ສັດປ່າຊະນິດໜຶ່ງ) ນ້ຳຕົກຕາດຟານ ຫລື ຮຽກອີກ ຊື່ ໜຶ່ງວ່າ ນ້ຳຕົກຕາດດົງຫົວສາວ ນ້ຳ ຕົກຕາດຟານແຫ່ງນີ້ເປັນນ້ຳຕົກ ຕາດທີ່ສູງທີ່ສຸດຂອງປະເທດລາວມີ ຄວາມສູງ ປະມານ 200 ແມັດ, ມີ ນໍ້າ 2 ສາຍ (ຫ້ວຍບັ້ງລຽງ ແລະ ຫ້ວຍຈິບ) ຕົກໃສ່ກັນ, ບັນຍາກາດ ໂດຍຮອບ ຂອບນ້ຳຕົກຕາດຟານ ເປັນສະພາບອາກາດຊຸ່ມຊື່ນ ໜາວ ເຢັນຕະຫລອດປີ. ຕາດຟານ ຕັ້ງຢູ່ເຂດບ້ານຫລັກ 38 ກຸ່ມ 3 ເມືອງປາກຊ່ອງ ແຂວງ ຈຳປາສັກ, ຫ່າງຈາກເທສະບານ ເມືອງດັ່ງກ່າວ ໄປທາງທິດຕາ ເວັນ ອອກ ປະມານ 12 ກິໂລແມັດ. ທ່ານ ສວນສະຫວັນ ເຮືອງວົງ ສາ ຜູ້ບໍລິຫານແຫລ່ງທ່ອງທ່ຽວທໍາ ມະຊາດນໍ້າຕົກຕາດຟານຣີສອດ ໄດ້ລາຍງານທ້າຍເດືອນຜ່ານມາ ນີ້ວ່າ: ເພື່ອກະກຽມຄວາມພ້ອມໃນ ການຕ້ອນຮັບນັກທ່ອງທ່ຽວທີ່ມາ ທ່ຽວຊົມ ໂດຍສະເພາະ ໃນໄລຍະ ບຸນປີໃໝ່ລາວ ພວກເຮົາໄດ້ມີການ ປັບປຸງຫລາຍດ້ານ ຕົ້ນຕໍແມ່ນປັບ ປຸງສະຖານທີ່ຈອດລົດໃຫ້ກວ້າງ ຂວາງ, ສະອາດສວຍງາມ, ປັບປຸງ ເສັ້ນທາງເຂົ້າ-ອອກໃຫ້ມີຄວາມ ສະດວກ, ປັບປຸງດ້ານການບໍລິຫານ- ຈັດການໃຫ້ມີຄວາມວ່ອງໄວ. ນອກນີ້ ກໍປັບປຸງຈຸດຊົມວິວ ແລະ ສະລິງໃຫ້ມີຄວາມແໜ້ນໜາ, ສາ ມາດຮັບປະກັບຄວາມປອດໄພແກ່ ນັກທ່ອງທ່ຽວ. ທ່ານ ສວນສະຫວັນ ເຮືອງວົງ ສາ ໃຫ້ຮູ້ຕື່ມວ່າ: ກິດຈະກໍາທີ່ໂດດ ເດັ່ນຢູ່ແຫລ່ງທ່ອງທ່ຽວທໍາມະຊາດ ນໍ້າຕົກຕາດຟານ ແມ່ນການຂີ່ສະ ລິງ, ການດື່ມກາເຟ ກາງເວຫາ ຊົມ ວິວທິວທັດທໍາມະຊາດທີ່ສວຍສົດ ງົດງາມຢູ່ອ້ອມຮອບບໍລິເວນນໍ້າຕົກ ຕາດ ແລະ ອຸທິຍານດົງຫົວສາວ, ຊົມນ້ຳຕົກຕາດທີ່ສວຍງາມ. ນອກ ນີ້, ແຫລ່ງທ່ອງທ່ຽວທໍາມະຊາດນໍ້າ ຕົກຕາດຟານ ຍັງບໍລິການສະຖານ ທີ່ພັກແຮມ ເຊິ່ງກໍ່ສ້າງໃຫ້ກົມກືນກັບ ທໍາມະຊາດ, ສາມາດຮັບຮອງນັກ ທ່ອງທ່ຽວໄດ້ 40 ຄົນ/ຄືນ. ມີບໍລິ ການດ້ານອາຫານ, ກາເຟ ແລະ ເຄື່ອງດື່ມທຸກປະເພດ, ມີກິດຈະກໍາ ນໍາພາຍ່າງປ່າຊົມທຳມະຊາດ ແລະ ຄວາມອຸດົມສົມບູນຂອງອຸທິຍານ ດົງຫົວສາວ. ຍ້ອນແນວນັ້ນ, ຖ້າ ວ່າແຂກ ກໍຄືນັກທ່ອງທ່ຽວທັງພາຍ ໃນແລະຕ່າງປະເທດຜູ້ທີ່ມີເງື່ອນໄຂ ກໍຂໍເຊີນຊວນທຸກທ່ານມາທ່ອງ ທ່ຽວແຂວງຈໍາປາສັກ, ມາທ່ຽວຊົມ ແຫລ່ງທ່ອງທ່ຽວນໍ້າຕົກຕາດຟານ ແລະ ແຫລ່ງທ່ອງທ່ຽວແຫ່ງອື່ນໆ ພາຍໃນເມືອງປາກຊ່ອງ. ສອງຮອງນໍ້າຕົກໃດໆໃນສປປລາວ ແລະ ຍັງມືຊື່ສຽງໂດ່ງດັງຂ້າມນໍ້າ ຂ້າມທະເລໄປເຖິງອາຊຽນເຊັ່ນກັນ ໂດຍສະເພາະນັກທ່ອງທ່ຽວຈາກ ປະເທດໄທ, ຫວຽດນາມ, ເກົາຫລີ, vk-Po{vq flt8ik]u deoq f;y wlma fp5 fmtlkfIj ;,da o ການພົວພັນຄູ່ຮ່ວມມືແມ່ນໍ້າຂອງ- ອົດສະຕຣາລີ ໄລຍະທີ 2 ນີ້ ຈະຕໍ່ຍອດ ຈາກການລົງທຶນທີ່ມີຢູ່ແລ້ວຂອງເຮົາ ເພື່ອສະໜັບສະໜູນການໃຊ້ຊັບພະ ຍາກອນນ້ຳ ໃນແມ່ນ້ຳຂອງໃຫ້ຍືນຍົງ ສຳລັບ ສປປ ລາວ ແລະ ບັນດາປະເທດ ລຸ່ມແມ່ນ້ຳຂອງ. ນອກຈາກນີ້ຍັງໄດ້ ປະກາດການລິເລີ່ມໂຄງການຮ່ວມມື ສຳລັບພື້ນຖານໂຄງລ່າງ ໄລຍະທີ 2 ພ້ອມດ້ວຍຄຳໝັ້ນສັນຍາທີ່ຈະລົງທຶນ 140 ລ້ານໂດລາອົດສະຕຣາລີ. ການສະໜັບສະໜູນດັ່ງກ່າວຈະ ຊ່ວຍຂະຫຍາຍການຮ່ວມມື ໃນຂົງເຂດ ພະລັງງານ ແລະ ຄົມມະນາຄົມຂົນ ສົ່ງ ຢູ່ ສປປ ລາວ. ການເພິ່ມທະວີການຄ້າ ແລະ ການລົງທຶນສອງສົ້ນແມ່ນຫົວຂໍ້ ສຳຄັນ ຂອງກອງປະຊຸມສຸດຍອດສະ ໄໝພິເສດແລະທ່ານນາຍົກລັດຖະມົນຕີ ອາບານີຊີ ໄດ້ປະກາດບ້ວງເງິນລົງທຶນ ຂອງອາຊີຕາເວັນອອກສ່ຽງໃຕ້ ຈຳ ນວນ 2 ຕື້ໂດລາ ເພື່ອຊຸກຍູ້ການລົງທຶນ ຂອງອົດສະຕຣາລີ ໃນພາກພື້ນ. ກອງ ທຶນນີ້ ຈະສະໜັບສະໜູນການຈັດຕັ້ງ ປະຕິບັດຕາມຍຸດທະສາດເສດຖະກິດ ອາຊີຕາເວັນອອກສຽງໃຕ້ ຂອງອົດສະ ຕຣາລີ ເຖິງປີ 2040, ເຊິ່ງໄດ້ກຳນົດ ເອົາຂະແໜງການກະສິກຳ ແລະ ສະ ບຽງອາຫານ, ຊັບພະຍາກອນ ແລະ ພະ ລັງງານສີຂຽວ ເປັນຂະແໜງການບຸລິ ມະສິດ ຂອງການຄ້າ ແລະ ການລົງທຶນ ໃນ ສປປ ລາວ. ນາຍົກລັດຖະມົນຕີ ແອວບານີຊີ ໄດ້ແຕ່ງຕັ້ງນັກທຸລະກິດດີ ເດັ່ນ ສຳລັບອາຊີຕາເວັນອອກສ່ຽງໃຕ້ ຈຳນວນ 10 ທ່ານ ເພື່ອເຮັດວຽກຮ່ວມ ກັບລັດຖະບານ ແລະ ພາກເອກະຊົນ ກ່ຽວກັບການຮ່ວມມືດ້ານເສດຖະກິດ. ຂ້າພະເຈົ້າດີໃຈຫລາຍທີ່ນັກທຸລະກິດ ດີເດັ່ນ ຈາກ ສປປ ລາວ ແມ່ນ ທ່ານ ຊາວສໂອສເຊີນປະທານAgCoTech ເຊິ່ງທ່ານມີຄວາມຊ່ຽວຊານ ແລະ ຮູ້ ຈັກ ສປປ ລາວ ເປັນຢ່າງດີ. AgCoTech ເປັນທຸລະກິດກະເສດທີ່ປະດິດ ສ້າງຂອງອົດສະຕຣາລີ ທີ່ເຮັດວຽກ ເພື່ອຫລຸດຜ່ອນການປ່ອຍ ກາສມີເທນ ໃນ ສປປ ລາວ. ບໍລິສັດຜະລິດກ້ອນຢາ ສໍາລັບອຸດສາຫະກໍາ-ກະສິກໍາທີ່ຊ່ວຍ ຫລຸດຜ່ອນກາສເຮືອນແກ້ວ ໂດຍການ ຫລຸດຜ່ອນກາສມີເທນ ທີ່ປ່ອຍອອກ ຈາກຄວາຍ ແລະ ເພີ່ມການຜະລິດນົມ ຄວາຍ. ການນຳໃຊ້ເຕັກ ໂນໂລຊີທີ່ທັນ ສ ະໄໝ ເພື່ອສ້າງຜົນ ກະທົບທາງສັງ ຄົມ ແລະ ສະພາບແວດລ້ອມທີ່ດີຂຶ້ນຖື ເປັນສິ່ງທີ່ສະແດງໃຫ້ເຫັນວ່າ ບໍລິສັດ ໃນອົດສະຕຣາລີແມ່ນ ນຳໃຊ້ປະຕິບັດ ໄດ້ດີຫລາຍ. ເພື່ອສະແດງໃຫ້ເຫັນເຖິງ ຄວາມມຸ່ງໝັ້ນຕັ້ງໃຈຂອງພວກຂ້າ ພະເຈົ້າ ໃນດ້ານສາທາລະນະສຸກ ແລະ ນະວັດຕະກຳທາງວິທະຍາສາດ, ທ່ານລັດຖະມົນຕີ ແອວບານີຊີ ໄດ້ປະ ກາດວ່າ ອົດສະຕຣາລີ ຈະປະກອບ ສ່ວນສະໜັບສະໜູນທຶນ ຈຳນວນ 3 ລ້ານໂດລາ ເພື່ອເສີມຂະຫຍາຍໂຄງ ການ ຄອບຄຸມພະຍາດໄຂ້ເລືອດອອກ ປະຈຳນະຄອນຫລວງວຽງຈັນ ໂດຍ ການຮ່ວມມືກັບ ກະຊວງສາທາລະນະ ສຸກ, ອົງການຊ່ວຍເຫລືອເດັກ ປະຈຳ ສປປ ລາວ ແລະ ໂຄງການຍຸງລາຍ ໂລກ ຂອງອົດສະຕຣາລີ. ທ່ານນາຍົກ ແອວບານີຊີ ໄດ້ກ່າວ ໃນກອງປະຊຸມສຸດຍອດສະໄໝພິເສດ ຄັ້ງນີ້ ວ່າມັນໄດ້ສະແດງໃຫ້ເຫັນເຖິງ ຫລັກໝັ້ນຂອງອົດຕຣາລີທີ່ຈະເພີ່ມ ທະວີການຮ່ວມມືກັບ ສປປ ລາວ ແລະ ອາຊຽນ. ໃນວາລະສະຫລຸບກອງປະຊຸມ ນີ້, ບັນດາຜູ້ນຳໄດ້ຮັບຮອງເອົາ 2 ເອ ກະສານຜົນກອງປະຊຸມ. ຖະແຫລງການວິໄສທັດຂອງຜູ້ ນຳອາຊຽນ-ອົດສະຕຣາລີ ວ່າດ້ວຍຄູ່ ຮ່ວມມືເພື່ອສັນຕິພາບ ແລະ ຄວາມ ສົມບູນພູນສຸກ ໄດ້ກຳນົດວິໄສທັດຍຸດ ທະສາດຮ່ວມກັນໃນ 50 ປີຕໍ່ໜ້າ ໃນ ຖານະເປັນຄູ່ຮ່ວມມືເພື່ອສັນຕິພາບ ແລະ ຄວາມສົມບູນພູນສຸກ ຢູ່ໃນພາກ ພື້ນ. ຖະແຫລງການເມວເບີນວ່າດ້ວຍ ການຮ່ວມມືເພື່ອອະນາຄົດ ໄດ້ຢັ້ງຢືນ ເຖິງ ຄວາມມຸ່ງຫມັ້ນຂອງພວກເຮົາທີ່ ຈະເຮັດວຽກຮ່ວມກັນເພື່ອແກ້ໄຂສິ່ງ ທ້າທາຍ ໃນຂະນະດຽວກັນນີ້ ກໍຖືວ່າ ເປັນໂອກາດທີ່ທຸກຄົນທີ່ອາໃສຢູ່ໃນ ພາກພື້ນ ຈະໄດ້ຮັບຜົນປະໂຫຍດນີ້ ຮ່ວມກັນ. ເມື່ອກ່າວເຖິງຄຳເຫັນຂອງ ກອງປະຊຸມ, ຂ້າພະເຈົ້າ ຖືວ່າເປັນກຽດ ຫລາຍ ທີ່ໄດ້ຮັບຟັງນາຍົກລັດຖະມົນຕີ ທ່ານ ສອນໄຊ ປະກາດວ່າ ອົດສະຕຣາ ລີ ເປັນປະເທດເພື່ອນມິດທີ່ເກົ່າແກ່ແລະ ສະໜິດສະໜົມທີ່ສຸດ ຂອງອາຊຽນ, ອົດສະຕຣາລີ ໃຫ້ຄຳໝັ້ນສັນຍາ ຈະຢືນ ຄຽງບ່າຄຽງໄລ່ ສປປ ລາວ ໃນທຸກ ບາດກ້າວ.

RkJQdWJsaXNoZXIy MTc3MTYxMQ==