5845

ltstra oc,j py 'dv'ma [ ,v[g7n j v'-5 dp6 h dv'xt8y [a f'ko 201 ,v[{Ia [ 6 37'dkora fmtok rN o4ko37']j k'16j c0;'lk]t;a o xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** 03/04/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ບໍລິສັດ ພູເບ້ຍມາຍນິ້ງ... ນວຍການໂຮງຮຽນ ມສ ນໍ້າໂມ້ໄດ້ ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນ ນີ້ ວ່າ: ໃນໄລຍະຜ່ານມາ, ບໍລິສັດ ພູເບ້ຍ ມາຍນິ້ງ ຈຳກັດ ໄດ້ໃຫ້ການ ສະໜັບສະໜູນຊ່ວຍເຫລືອດ້ານວຽກ ງານການສຶກສາຫລາຍພໍສົມຄວນ ໂດຍສະເພາະແມ່ນຕອບສະໜອງ ທາງດ້ານອຸປະກອນການຮຽນການ ສອນ ໃຫ້ແກ່ບັນດາຄູ-ອາຈານ ແລະ ບັນດານັກຮຽນ ເປັນຕົ້ນ ແມ່ນ ຕຳລາການຮຽນ-ການສອນ, ອຸປະ ກອນການຮຽນຂອງນັກຮຽນ, ພ້ອມ ທັງຊ່ວຍເຫລືອກໍ່ສ້າງອາຄານຮຽນ ຢູ່ບ້ານນໍ້າໂມ້2 ແຫ່ງ. ໃນນັ້ນ, ເບື້ອງ ຕົ້ນແມ່ນໄດ້ຊ່ວຍສ້າງອາຄານຮຽນ 1 ຫລັງ, ມີ 4 ຫ້ອງຮຽນເລີ່ມແຕ່ ສົກປີ 2004-2005, ພາຍຫລັງ ດຳເນີນການຮຽນ-ການສອນມາ ຫລາຍປີ ເຫັນວ່າຈຳນວນນັກຮຽນ ເພີ່ມຂຶ້ນ ເຮັດໃຫ້ຫ້ອງຮຽນມີຄວາມ ແອອັດ. ສະນັ້ນ, ບໍລິສັດ ດັ່ງກ່າວ, ຈຶ່ງໄດ້ສືບຕໍ່ໃຫ້ການຊ່ວຍເຫລືອກໍ່ ສ້າງອາຄານຮຽນຕື່ມອີກບ່ອນໃໝ່ ເປັນແຫ່ງທີ 2 (ມສ ນໍ້າໂມ້ ໃນປັດຈຸ ບັນ) ໂດຍຊ່ວຍສ້າງໂຮງຮຽນຫລັງ ໃໝ່ ຊຸດທີ 1 ປະກອບມີອາຄານ 2 ຫລັງ ໂດຍເລີ່ມປະຕິບັດການຮຽນການສອນໃນປີ 2016 ເປັນຕົ້ນມາ ເຊິ່ງຮັບນັກຮຽນຊັ້ນມ1-ມ5 ແຕ່ຍັງ ບໍ່ທັນພຽງກັບຈໍານວນນັກຮຽນທີ່ ເພີ່ມຂຶ້ນ ແລະ ເພື່ອເປັນການຕອບສະ ໜອງເຮັດໃຫ້ວຽກງານການສຶກສາ ມີການປັບປຸງດີຂຶ້ນ, ບໍລິສັດ ພູເບ້ຍ ມາຍນິ້ງ ຈຳກັດ ຈຶ່ງໄດ້ສ້າງອາຄານ ຮຽນອີກ 1 ຫລັງ ເປັນຊຸດທີ 2. ປັດ ຈຸບັນ, ຢູ່ມສ ນໍ້າໂມ້ທັງໝົດ 3 ຫລັງ, ມີຫ້ອງຮຽນ 13 ຫ້ອງຮຽນ,ຫ້ອງ ນໍ້າ 2 ຫ້ອງ ແລະ ໄດ້ປະກອບໂຕະ, ຕັ່ງ, ກະດານ ແລະ ມອບຄອມພິວເຕີ ໃຫ້ຈຳນວນ 17 ຊຸດ ໃຫ້ໂຮງຮຽນ ຕື່ມອີກ. ນອກຈາກນັ້ນ, ເນື່ອງໃນໂອ ກາດວັນສຳຄັນຕ່າງໆ ແລະ ມື້ເປີດ ສົກຮຽນໃນແຕ່ລະປີ, ບໍລິສັດດັ່ງ ກ່າວ, ກໍໄດ້ມີການສະໜັບສະໜູນ ທັງເປັນທຶນ ແລະ ອຸປະກອນ ເຂົ້າໃນ ການປະກອບກິດຈະກຳຕ່າງໆ ໃຫ້ ແກ່ໂຮງຮຽນ, ພະນັກງານຄູອາຈານ ແລະ ນ້ອງນັກຮຽນ. ປັດຈຸບັນ, ໂຮງຮຽນບ້ານນໍ້າໂມ້ ທັງຢູ່ສອງຈຸດ, ລວມມີນັກຮຽນທັງ ໝົດ 445 ຄົນ, ຍິງ 224 ຄົນ, ນັກ ຮຽນທີ່ມາເຈົ້າຢູ່ ໂຮງຮຽນດັ່ງກ່າວ ແມ່ນມາຈາກບ້ານນໍ້າໂມ້, ບ້ານນໍ້າ ຍອນ ແລະ ບ້ານໄກຄຽງ ຈຳນວນ ໜຶ່ງ. ໃນນັ້ນ, ຍັງມີລູກຂອງພະນັກ ງານທີ່ເຮັດວຽກຢູ່ ໂຮງງານພູຄຳ ຂອງ ບໍລິສັດພູເບ້ຍ ມາຍນິ້ງ ຈຳກັດ ກໍໄດ້ມາເຂົ້າຢູ່ໂຮງຮຽນດັ່ງກ່າວ. ຂ່າວ-ພາບ: ວຽງສະຫວັນ ຂປລ. ແຫລ່ງຂ່າວຈາກແຂວງ ສາລະວັນ ໃຫ້ຮູ້ວ່າ: ພິທີມອບ-ຮັບ ໂຄງການຟື້ນຟູສ້ອມແປງຊົນລະ ປະທານແລະທາງຮ່ອມຈໍານວນ6 ໂຄງການຍ່ອຍທີ່ໄດ້ກໍ່ສ້າງສໍາເລັດ ເຊິ່ງໃຫ້ກົມຊົນລະປະທານມອບຕໍ່ ໃຫ້ກຸ່ມນໍາໃຊ້ນໍ້າຊົນລະປະທານ ເປັນຜູ້ຄຸ້ມຄອງ ແລະ ປົກປັກຮັກສາ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ຫ້ອງ ການປະສານງານໂຄງການ, ຂະ ແໜງຊົນລະປະທານ, ພະແນກກະສິ ກຳ ແລະ ປ່າໄມ້ ແຂວງສາລະວັນ. ຕາງໜ້າມອບໂດຍທ່ານ ຄໍາພອນ ບຸນນາວົງ ຫົວໜ້າຜູ້ປະສານງານ ໂຄງການ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ຕາງໜ້າຮັບໂດຍ ທ່ານ ກິພະຈັນ ໂພສາສີ ຮອງຫົວໜ້າພະ ແນກ ກະສິກຳ ແລະ ປ່າໄມ້ ແຂວງ ມີທ່ານ ອານຸສັກ ຈຳປາຄຳ ຫົວ ໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງ ພ້ອມດ້ວຍການນໍາຂອງບັນ ດາເມືອງທີ່ຮັບໂຄງການຄື: ເມືອງ ວາປີ, ສາລະວັນ, ຄົງເຊໂດນ ແລະ ກຸ່ມຜູ້ໃຊ້ນ້ຳໃນແຕ່ລະເຂດຂອງ ໂຄງການ ເຂົ້າຮ່ວມ. ທ່ານ ຄໍາພອນ ບຸນນາວົງ ໄດ້ ລາຍງານວ່າ: ໂຄງການພັດທະນາ ໂຄງລ່າງພື້ນຖານກະສິກໍາ ຕາມ ແລວເສດຖະກິດ ຕາເວັນອອກຕາ ເວັນຕົກ ໄດ້ຮັບທຶນກູ້ຢືມຈາກທະ ນະຄານພັດທະນາອາຊີ ມູນຄ່າ 60 ລ້ານໂດລາສະຫະລັດ ແລະ ທຶນສົມ ທົບຂອງລັດຖະບານແຫ່ງ ສປປ ລາວ 0,6 ລ້ານໂດລາສະຫະລັດ ລວມມູນຄ່າໂຄງການທັງໝົດ 60,6 ລ້ານໂດລາສະຫະລັດ; ຈັດຕັ້ງປະຕິ ບັດຢູ່ 2 ແຂວງຄື: ແຂວງສາລະ ວັນ ແລະ ແຂວງສະຫວັນນະເຂດ. ສຳລັບແຂວງສາລະວັນ ລວມມີ 7 ໂຄງການຍ່ອຍ ໃນ 3 ເມືອງ ຄື: ເມືອງສາລະວັນມີ1ໂຄງການຍ່ອຍ (ນາຂ້ອຍສາວ), ເມືອງວາປີ ມີ 2 ໂຄງການຍ່ອຍ (ດົງມອນ ແລະ ວາປີເໜືອ), ເມືອງຄົງເຊໂດນ ມີ 4 ໂຄງການຍ່ອຍ (ແກ້ງຫວດ, ນາ ທຶນ, ດອນເມືອງ ແລະ ຈານລານ ເຊ). ໂຄງການດັ່ງກ່າວໄດ້ດໍາເນີນ ການຈັດຕັ້ງປະຕິບັດມາແຕ່ທ້າຍປີ 2013, ສ່ວນວຽກຟື້ນຟູສ້ອມແປງ ຊົນລະປະທານ ແລະ ທາງຮ່ອມ ແມ່ນເລີ່ມແຕ່ປີ 2016 ລວມມູນຄ່າ ການກໍ່ສ້າງທັງໝົດ 12 ລ້ານກວ່າ ເມືອງວາປີ ມີມູນຄ່າ926.771,42 ໂດລາສະຫະລັດ ໂດຍແມ່ນ ບໍລິສັດ ພູໂຂງ ເປັນຜູ້ຮັບເໝົາກໍ່ສ້າງ ເຊິ່ງ ການກໍ່ສ້າງມາຮອດ ວັນທີ 15 ທັນວາ 2023 ແມ່ນສໍາເລັດວຽກ 100%ແລະ ໄດ້ນໍາໃຊ້ເຮັດການຜະ ລິດລະດູແລ້ງ; ໂຄງການຍ່ອຍຈານ ລານເຊ ເມືອງຄົງເຊໂດນ ມີມູນຄ່າ 2,4 ລ້ານກວ່າໂດລາສະຫະລັດ ໂດຍບໍລິສັດ ກໍ່ສ້າງ ແລະ ຊຸກຍູ້ການ ຜະລິດ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ໄດ້ສໍາເລັດ100% ໃນເດືອນພະ ຈິກ 2023 ພ້ອມໄດ້ນໍາໃຊ້ເຮັດການ ຜະລິດລະດູແລ້ງໄປແລ້ວ. ສ່ວນ ໂຄງການຍ່ອຍ ແກ້ງຫວດ ເມືອງ ຄົງເຊໂດນມີມູນຄ່າ 1,4 ລ້ານກວ່າ ໂດລາສະຫະລັດ ໂດຍການຮັບເໝົາ ກໍ່ສ້າງຂອງບໍລິສັດ ພອນທະວີ ແລະ ໄດ້ກໍ່ສ້າງສໍາເລັດ 100% ໃນເດືອນມີຖຸນາ 2023 ພ້ອມ ເປີດນໍາໃຊ້ເຮັດການຜະລິດລະດູ ແລ້ງໄປແລ້ວ; ໂຄງການຍ່ອຍເມືອງ ຄົງເຊໂດນ ມີມູນຄ່າ 763.498,43 ໂດລາ ເຊິ່ງແມ່ນບໍລິສັດ ພອນທະວີ ເປັນຜູ້ຮັບເໝົາກໍ່ສ້າງໄດ້ ແລະ ໄດ້ ສໍາເລັດວຽກ 100% ໃນເດືອນ ມັງກອນ 2023 ພ້ອມໄດ້ເປີດນໍາ ໃຊ້ເຮັດການຜະລິດລະດູແລ້ງແລ້ວ. ທ່ານ ຄໍາພອນ ບຸນນາວົງ ໃຫ້ຮູ້ ຕື່ມວ່າ: ໃນຈໍານວນ 6 ໂຄງການ ທີ່ໄດ້ກໍ່ສ້າງສໍາເລັດ ແມ່ນສາມາດ ຮັບໃຊ້ເຂົ້າໃນການຜະລິດລະດູແລ້ງ ປີນີ້ ໄດ້ຕາມການອອກແບບ ໃນ ເນື້ອທີ່ປະມານ 2.200 ເຮັກຕາ. ສຳລັບໂຄງການຍ່ອຍດອນເມືອງ ເມືອງຄົງເຊໂດນ ແມ່ນຍັງດໍາເນີນ ສືບຕໍ່ກໍ່ສ້າງ ເຊິ່ງຄວາມຄືບໜ້າວຽກ ກໍ່ສ້າງມາຮອດປັດຈຸບັນ ແມ່ນປະຕິ ບັດວຽກໄດ້ 97,71% ແລະ ຄາດ ວ່າຈະໃຫ້ສຳເລັດ 100%ໃນເດືອນ ເມສາ 2024. ໂດລາສະຫະລັດ ຄວາມຄືບໜ້າ ວຽກສະເລ່ຍມາຮອດປັດຈຸບັນເທົ່າ ກັບ 99% ທຽບໃສ່ເວລາຂອງໂຄງ ການທີ່ຈະສິ້ນສຸດ ໃນວັນທີ 30 ພຶດ ສະພາ 2024 ທີ່ຈະມາເຖິງນີ້ ແລະ ຄາດວ່າວຽກຈະສຳເລັດທັງໝົດ ທຸກໂຄງການ ໃນເດືອນເມສາ 2024. ມາຮອດປັດຈຸບັນວຽກຟື້ນຟູ ສ້ອມ ແປງຊົນລະປະທານ ແມ່ນສໍາ ເລັດແລ້ວຈໍານວນ 6 ໂຄງການ ຍ່ອຍຄື: ໂຄງການຍ່ອຍ ນາຂ້ອຍ ສາວ ເມືອງສາລະວັນ ມູນຄ່າກໍ່ສ້າງ 1,4 ລ້ານກວ່າໂດລາສະຫະລັດ ເຊິ່ງ ແມ່ນບໍລິສັດ ພູໂຂງ ເປັນຜູ້ຮັບ ເໝົາກໍ່ສ້າງ, ການກໍ່ສ້າງມາຮອດ ວັນທີ 30 ມີຖຸນາ 2023 ແມ່ນສໍາ ເລັດ 100% ແລະ ໄດ້ນໍາໃຊ້ເຮັດ ການຜະລິດລະດູແລ້ງ; ໂຄງການ ຍ່ອຍດົງມອນ ເມືອງວາປີ ມູນຄ່າ ກໍ່ສ້າງ 3 ລ້ານກວ່າ ໂດລາສະຫະ ລັດ ໂດຍແມ່ນບໍລິສັດ ເພັດຖາວອນ ເປັນຜູ້ຮັບເໝົາກໍ່ສ້າງ ເຊິ່ງການກໍ່ ສ້າງມາຮອດວັນທີ 25 ມັງກອນ 2024ແມ່ນສໍາເລັດ100%ແລະໄດ້ ນໍາໃຊ້ເຮັດການຜະລິດລະດູແລ້ງ. ສຳລັບໂຄງການຍ່ອຍວາປີເໜືອ ຂປລ. ຫ້ອງການສະຫະພັນ ແມ່ຍິງກອງທັບ ໄດ້ນຳເອົາເຄື່ອງ ອຸປະໂພກ-ບໍລິໂພກລວມມູນຄ່າ 29 ລ້ານກວ່າກີບ, ພ້ອມດ້ວຍຢາປົວ ພະຍາດຈຳນວນໜຶ່ງ, ເງິນສົດ 8 ລ້ານກີບ ແລະ ເສື້ອຍືດແມ່ຍິງກອງ ທັບ ຈຳນວນ 70 ຜືນ ມູນຄ່າ 7 ລ້ານກີບ ໄປມອບໃຫ້ກອງປະຕິບັດ ງານ 201 ກອງພົນທີ 1 ໃນວັນທີ 1 ເມສາ 2024 ໂດຍອີງຕາມແຜນ ການເຄື່ອນໄຫວວຽກງານ ຂອງ ຫ້ອງການສະຫະພັນແມ່ຍິງກອງ ທັບ ປະຈຳປີ 2024 ກ່ຽວກັບການ ປຸກລະດົມເຄື່ອງຕ້ອນຂອງຝາກ ເພື່ອໄປມອບໃຫ້ນາຍ ແລະ ພົນທະ ຫານທີ່ປະຕິບັດໜ້າທີ່ຢູ່ເຂດຫ່າງໄກ ສອກຫລີກ, ກ່າວມອບໂດຍສະ ຫາຍ ພັນເອກ ນາງ ຫລ້າ ຄຸນນະວົງ ສາ ຮອງຫົວໜ້າຫ້ອງການສະຫະ ພັນແມ່ຍິງກອງທັບ. ໂອກາດຮັບເຄື່ອງຊ່ວຍເຫລືອ ຄັ້ງນີ້, ສະຫາຍ ພັນຕີ ກົງແສງ ໄຊຍະຕະ ຄະນະກອງປະຕິບັດງານ 201 ໄດ້ສະແດງຄວາມຂອບໃຈ ມາຍັງຄະນະນຳກະຊວງປ້ອງກັນ ປະເທດ, ຄະນະນຳກົມໃຫຍ່ການ ເມືອງກອງທັບ ກໍຄື ຫ້ອງການສະ ຫະພັນແມ່ຍິງກອງທັບ ເຊິ່ງຍາມ ໃດກໍມີຄວາມເປັນຫ່ວງເປັນໃຍ ແລະ ເຫັນໄດ້ເຖິງຄວ າມສຳຄັນ ຂອງນາຍ ແລະ ພົນທະຫານທີ່ພວມ ປະຕິບັດໜ້າທີ່ຢູ່ເຂດຫ່າງໄກສອກ ຫລີກ, ພ້ອມທັງໃຫ້ຄຳໝັ້ນສັນຍາ ວ່າ ຈະນຳເອົາວັດຖຸປັດ ໄຈຈຳນວນ ດັ່ງກ່າວໄປໝູນໃຊ້ໃຫ້ຖືກເປົ້າໝາຍ ແລະ ເກີດປະໂຫຍດສູງສຸດ. ຂ່າວ: ປູນາ ສຸດທະວົງ ມອບ-ຮັບຄຳສັ່ງ... ນາຍົກລັດຖະມົນຕີລັດຖະມົນຕີກະ ຊວງ ປກສ, ມີບັນດາຮອງລັດຖະ ມົນຕີ, ຄະນະນໍາກະຊວງ, ກົມໃຫຍ່, ຫ້ອງວ່າ ການກະຊວງ, ກອງບັນຊາ ການ, 3 ວິທະຍາຄານ, ປກສ ນະ ຄອນຫລວງວຽງຈັນ, ປກສ ແຂວງ ທົ່ວປະເທດ, ພ້ອມດ້ວຍກ້ອນກໍາລັງ ວິຊາສະເພາະປ້ອງກັນຄວາມສະ ຫງົບ ເຂົ້າຮ່ວມ. ໃນພິທີ, ທ່ານ ພົຈວ ສຸລິນະ ແກ້ວປະເສີດ ຫົວໜ້າຫ້ອງວ່າການ ກະຊວງປກສໄດ້ລາຍງານຫຍໍ້ກ່ຽວ ກັບການກະກຽມປ້ອງກັນກອງປະ ຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ເຊິ່ງກອງປະຊຸມຄັ້ງນີ້ ຈະມີຜູ້ເຂົ້າ ຮ່ວມຈາກບັນດາປະເທດອາຊຽນ, ເພື່ອນມິດສາກົນ ໄດ້ໃຫ້ຄວາມເຊື່ອ ໜັ້ນໃນທຸກໆດ້ານ ແລະ ຈະມີຜູ້ເຂົ້າ ຮ່ວມຫລາຍລະດັບ ເປັນຕົ້ນ ແມ່ນ ປະມຸກລັດ, ປະທານປະເທດ, ນາຍົກ ລັດຖະມົນຕີ, ບັນດາກະຊວງ, ເຈົ້າ ໜ້າທີ່ອາວຸໂສ ແລະ ວິຊາການຂັ້ນ ຕ່າງໆທີ່ມາຈາກບັນດາປະເທດອາ ຊຽນ, ອາຊຽນບວກ ແລະ ຄູ່ເຈລະ ຈາອາຊຽນ ກາຍເປັນປະຊາຄົມທີ່ມີ ຄວາມເຂັ້ມແຂງທາງດ້ານການ ເມືອງ, ເສດຖະກິດ ແລະ ວັດທະນະ ທໍາສັງຄົມ, ປະຊາຊົນອາຊຽນມີ ຄວາມສົມບູນພູນສຸກ. ໂອກາດດຽວກັນ, ທ່ານ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນ ຕີກະຊວງປກສ ໄດ້ຜ່ານຄໍາສັ່ງ ເພີ່ມ ທະວີວຽກງານປ້ອງກັນກອງປະ ຊຸມສຸດຍອດອາຊຽນຄັ້ງທີ 44, 45, ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຄະນະກໍາມະການລະດັບຊາດ ເພື່ອ ກະກຽມ ແລະ ດໍາເນີນການເປັນປະ ທານອາຊຽນປີ 2024 ແລະ ຂໍ້ຕົກ ລົງວ່າດ້ວຍການແຕ່ງຕັ້ງຄະນະຮັບ ຜິດຊອບໃນແຕ່ລະດ້ານໃນການ ປ້ອງກັນກອງປະຊຸມສຸດຍອດອາ ຊຽນຄັ້ງທີ 44-45 ປີ 2024 ເພື່ອ ຮັບປະກັນໃຫ້ປະເທດຊາດ ມີຄວາມ ສະຫງົບທາງດ້ານການເມືອງ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ປອດໄພທາງດ້ານສັງຄົມ ໃນໄລຍະ ກະກຽມ ແລະ ດໍາເນີນກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃຫ້ມີຄວາມສະຫງົບປອດໄພສູງສຸດ. ຈາກນັ້ນ, ທ່ານ ພົອ ວິໄລ ຫລ້າ ຄໍາຟອງ ກໍໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍຕໍ່ກໍາລັງທຸກເຫລົ່າຮົບທີ່ ຕັ້ງໜ້າຝຶກຊ້ອມ ຈົນສາມາດອອກ ປະຕິບັດເຮັດໜ້າທີ່ປ້ອງກັນກອງ ປະຊຸມສຸດຍອດອາຊຽນຄັ້ງທີ 44, 45 ທີ່ຈະເປີດຂຶ້ນໃນມໍ່ໆນີ້, ພ້ອມ ທັງເນັ້້ນໃຫ້ຄະນະພັກ-ຄະນະບັນຊາ ແລະ ກ້ອນກໍາລັງເຫລົ່າຮົບວິຊາສະ ເພາະແຕ່ລະສະຫາຍ ຈົ່ງເພີ່ມທະວີ ຄວາມເອົາໃຈໃສ່ປະຕິບັດໜ້າທີ່ຂອງ ຕົນ ທີ່ໄດ້ຮັບມອບໝາຍດ້ວຍຄວາມ ຮັບຜິດຊອບສູງ ແລະ ມີຜົນສໍາເລັດ ຕາມຄາດໜາຍທີ່ໄດ້ວາງໄວ້. ຂ່າວ: ຈັນສະໝອນ

RkJQdWJsaXNoZXIy MTc3MTYxMQ==