5845

dkog8u [.spj 0tspkp8q ; 0v'de]a 'xh v'da o7;k,lts'q [xt-k-q o]k; xtgmf]k; 3 03/04/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me (ໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ ວັນທີ 5 ເມສາ 1961-5 ເມສາ 2024) rkp.8h dkooerk0v'ra d 4n le7a odkora fmtokc,j py ' (ຊົມເຊີຍ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ) ບົດສະເໜີ * ຕະຫລອດໄລຍະທີ່ຜ່ານມາ ພັກປະຊາຊົນ ປະຕິວັດລາວ ໄດ້ໃຫ້ ຄວາມສຳຄັນຕໍ່ການພັດທະນາແມ່ ຍິງຄຽງບ່າຄຽງໄຫລ່ກັບເພດຊາຍ ໂດຍໄດ້ອອກຫລາຍນິຕິກຳທີ່ສະ ແດງໃຫ້ເຫັນເຖິງການພັດທະນາ ແມ່ຍິງ ປົກປ້ອງແມ່ຍິງ ພ້ອມທັງໄດ້ ເອົາໃຈໃສ່ຍົກສູງບົດບາດເອື້ອຍ ນ້ອງແມ່ຍິງ ໃຫ້ມີຄວາມສະເໝີພາບ ກັບເພດຊາຍໃນທຸກໆດ້ານແລະ ເອົາ ໃຈໃສ່ສົ່ງເສີມເອື້ອຍນ້ອງແມ່ຍິງ ໃຫ້ມີວຽກເຮັດງານທຳ. ສະຫາຍ ນາງວັນເພງ ແກ້ວປັນ ຍາ ເລຂາໜ່ວຍພັກ,ຫົວໜ້າອຳນວຍ ການຫໍພິພິທະພັນແຫ່ງຊາດໃຫ້ຮູ້ ວ່າ: ຕະຫລອດໄລຍະ 69 ປີ ພາຍ ໃຕ້ການນໍາພາຂອງພັກ ໄດ້ເອົາໃຈ ໃສ່ພັດທະນາແມ່ຍິງໃນທຸກດ້ານ * ບົດກ່ອນໄດ້ສະເໜີກ່ຽວກັບ ເງື່ອນໄຂແຫ່ງການກຳເນີດກຳລັງ ປ້ອງກັນຄວາມສະຫງົບ ເຊິ່ງເລີ່ມມີ ພື້ນຖານມາຕັ້ງແຕ່ປີ 1950 ທີ່ກອງ ປະຊຸມແນວລາວຕໍ່ຕ້ານທົ່ວປະເທດ ໄດ້ຕົກລົງສ້າງຕັ້ງແນວລາວ ອິດສະ ຫລະ ແລະ ສ້າງຕັ້ງລັດຖະບານຕໍ່ ຕ້ານ ເຊິ່ງປະກອບມີກົງຈັກການຈັດ ຕັ້ງ 5 ກະຊວງ, ໃນນັ້ນລວມມີກະ ຊວງພາຍໃນ. ພາຍຫລັງກອງປະຊຸມຄົບຄະ ນະຂອງຄະນະຊີ້ນຳສູນກາງພັກ ປະ ຊາຊົນລາວ ຈັດຂຶ້ນໃນໄລຍະວັນທີ 5-12 ເມສາ 1961 ໄດ້ຕົກລົງປ່ຽນ ຊື່ “ຄະນະປ້ອງກັນພາຍໃນ” ມາ ເປັນ “ຫ້ອງການປ້ອງກັນຄວາມ ສະຫງົບສູນກາງ”, ໃນໄລຍະແຕ່ປີ 1961-1973 ເຊິ່ງແມ່ນໄລຍະແຫ່ງ ການຕໍ່ສູ້ປົກປັກຮັກສາສອງແຂວງ ເຕົ້າໂຮມ ແລະ ຕີເອົາຊະນະຍຸດທະ ສາດສົງຄາມພິເສດ, ສົງຄາມພິ ເສດເພີ່ມທະວີຂອງພວກລ່າເມືອງ ຂຶ້ນແບບໃໝ່. ໂດຍສືບຕໍ່ມູນເຊື້ອ ຂອງກຳລັງສັນຕິລາດ ໃນການຈັດ ຕັ້ງເອົາກຳລັງລົງຮາກຖານ ປຸກລະ ດົມຂົນຂວາຍປະຊາຊົນເຂົ້າຮ່ວມ ການກໍ່ສ້າງສອງແຂວງເຕົ້າໂຮມ ແລະ ເຫດການປະຫວັດສາດອັນມະ ຫັດສະຈັນ ການນຳເອົາຜູ້ນຳຝ່າຍ ແນວລາວຮັກຊາດທີ່ຖືກຄຸມຂັງຢູ່ ຄຸກໂພນເຄັງອອກໄປສູ່ເຂດທີ່ໝັ້ນ ຢ່າງປອດໄພ; ກຳລັງປ້ອງກັນຄວາມ ສະຫງົບ ປະຊາຊົນ ໄດ້ປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນການຕີເອົາ ຊະນະສັດຕູຢູ່ບັນດາສະໜາມຮົບ ໃນທົ່ວປະເທດ ເປັນຕົ້ນ ໃນໄລຍະ ປີ 1961-1962, ກຳລັງປ້ອງກັນ ຄວາມສະຫງົບ ຮ່ວມກັບກອງທັບ ບຸກໂຈມຕີສັດຕູໃນບັ້ນຮົບນ້ຳ ບາກ (ຢູ່ແຂວງຫລວງພະບາງ), ບັ້ນຮົບ ກູ້ກຽດ (ຢູ່ແຂວງຂຽງຂວາງ), ບັ້ນຮົມລາມເຊີນ 719 (ຢູ່ສະຫວັນ ນະເຂດ) ແລະ ບັ້ນຮົບອື່ນໆ, ເຮັດ ໃຫ້ຍຸດທະສາດສົງຄາມພິເສດ ແລະ ສົງຄາມເພີ່ມທະວີຂອງພວກຈັກ ກະພັດລ່າເມືອງຂຶ້ນແບບໃໝ່ ປະລາ ໄຊຢ່າງຮາບຄາບ, ອັນໄດ້ບັງຄັບໃຫ້ ພວກມັນຕ້ອງຍອມເຊັນສັນຍາ ວຽງຈັນ ໃນວັນທີ 21 ກຸມພາ 1973 ກ່ຽວກັບລາວ, ຍອມຈັດຕັ້ງ ລັດຖະບານປະສົມ ແລະ ຄະນະມົນ ຕີປະສົມການເມືອງແຫ່ງຊາດ, ຮັບ ຮູ້ສອງຕົວເມືອງເປັນກາງ (ນະ ຄອນຫລວງວຽງຈັນ ແລະ ຫລວງ ພະບາງ), ສ້າງຄວາມປອງດອງ ແຫ່ງຊາດ ຄັ້ງທີ III. ໃນໄລຍະປີ 1973-1975, ແມ່ນໄລຍະແຫ່ງການຕໍ່ສູ້ກະກຽມ ແລະ ດຳເນີນການບາດເອົາໄຊຊະ ນະຢ່າງສົມບູນ, ສ້າງຕັ້ງລະບອບ ໃໝ່; ກຳລັງປ້ອງກັນຄວາມສະຫງົບ ໄດ້ຮັບການປັບປຸງ, ກໍ່ສ້າງກຳລັງ ມີຈຳນວນພົນ 1.000 ຄົນ, ໂດຍ ໄດ້ຄັດເລືອກເປົ້າໝາຍມີການຝຶກ ອົບຮົມໄລຍະສັ້ນ ວຽກງານວິຊາສະ ເພາະຕຳຫລວດ, ແລ້ວສົ່ງເຂົ້າປະ ສົມກັບຕຳຫລວດຂອງຝ່າຍວຽງ ຈັນຢູ່ສອງຕົວເມືອງເປັນກາງ. ໂດຍພາຍໃຕ້ການນຳພາຂອງພັກ, ກຳລັງປ້ອງກັນຄວາມສະຫງົບ ໄດ້ ພ້ອມກັບກຳລັງປະຕິວັດທີ່ຮັກຊາດ ໃນທົ່ວປະເທດ ລຸກຮືຂຶ້ນໂຄ່ນລົ້ມລະ ບອບສັກດີນາ ທີ່ຄົງຕົວຢູ່ປະເທດ ເຮົາຫລາຍຮ້ອຍປີໃຫ້ສິ້ນສຸດລົງ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນ ວັນທີ 2 ທັນວາ 1975. ໃນໄລຍະປີ 1975-1986 ເຊິ່ງ ແມ່ນໄລຍະທີ່ປະເທດຊາດຂອງ ພວກເຮົາຫາກໍ່ໄດ້ຮັບການປົດ ປ່ອຍ, ສະພາບເສດຖະກິດ, ວັດທະ ນະທຳ-ສັງຄົມ ຍັງມີຄວາມຫຍຸ້ງ ຍາກ; ບັນດາອິດທິກຳລັງປໍລະປັກ ໄດ້ຕັ້ງໜ້າເຄື່ອນໄຫວມ້າງເພທຳ ລາຍລະບອບໃໝ່ຮອບດ້ານ. ຢືນຢູ່ ຕໍ່ໜ້າສະພາບການດັ່ງກ່າວ, ສູນ ກາງພັກປະຊາຊົນ ປະຕິວັດລາວ ໄດ້ເນັ້ນວ່າ “ປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບຍັງແມ່ນໜ້າທີ່ ແຖວໜ້າ ແລະ ສຳຄັນອັນດັບໜຶ່ງ”. ໂດຍປະຕິບັດຕາມທິດນຳດັ່ງກ່າວ, ກຳລັງປ້ອງກັນຄວາມສະຫງົບ ໄດ້ ສົມທົບແໜ້ນກັບກອງທັບ ແລະ ປະ ຊາຊົນລາວບັນດາເຜົ່າ ຕໍ່ສູ້ສະກັດ ກັ້ນ ແລະ ແກ້ໄຂສະພາບຄວາມບໍ່ ສະຫງົບຢູ່ບາງຕົວເມືອງໃຫຍ່ ແລະ ບາງບໍລິເວນ; ໄດ້ຄຽງບ່າຄຽງໄຫລ່ ກັບກອງທັບ ແລະ ປະຊາຊົນ ລາວ ຕີເອົາຊະນະການແຊກແຊງ, ເກາະ ຜິດ, ບຽດຢຶດດິນແດນຂອງປະຕິ ການຂວາຈັດດ້ານຕາເວັນຕົກ, ເປັນ ເຈົ້າການປ້ອງກັນຜູ້ນຳ ແລະ ອົງ ການນຳຂອງພັກ ແລະ ລັດ ມີຄວາມ ປອດໄພ. ຈັດຕັ້ງ ມີເອື້ອຍນ້ອງແມ່ຍິງເປັນຜູ້ ນຳ, ເປັນຜູ້ບໍລິຫານຫລາຍຄົນ. ນອກຈາກນີ້ ເອື້ອຍນ້ອງແມ່ຍິງ ຍັງ ໄດ້ພ້ອມກັນສຸມທຸກສະຕິປັນຍາ ເຂົ້າການຈັດຕັ້ງປະຕິບັດວຽກງານ ຕ່າງໆຕາມການມອບໝາຍຢ່າງມີ ຜົນສຳເລັດ, ຖືເອົາວຽກງານວິຊາ ສະເພາະເປັນຫລັກ ເພື່ອຮັບປະກັນ ດ້ານຄຸນນະພາບ. ຢ່າງໃດກໍ່ຕາມຖ້າ ເວົ້າເຖິງເລື່ອງຄວາມທ້າທາຍນັ້ນ ກໍມີໃນລະດັບໜຶ່ງ ໂດຍສະເພາະການ ທີ່ເປັນການນຳເພດຍິງ ເນື່ອງຈາກ ເພດຍິງກໍ່ມີຄວາມຮັບຜິດຊອບ ຫລາຍດ້ານ ເຊິ່ງນອກຈາກວຽກວິ ຊາສະເພາະແລ້ວ ວຽກຄອບຄົວກໍ່ ຕ້ອງໃຫ້ໄດ້ເຮັດ ໂດຍສະເພາະການ ເບິ່ງແຍງລູກເຕົ້າ, ຄອບຄົວດັ່ງນີ້ ເປັນຕົ້ນ. ຜ່ານມາຍັງມີເອື້ອຍແມ່ ຍິງຈຳນວນໜຶ່ງຢ້ານວ່າຕົນເອງ ຈະປະຕິບັດໜ້າທີ່ດັ່ງກ່າວບໍ່ໄດ້. ແຕ່ແທ້ຈິງຖ້າວ່າເຮົາສູ້ຊົນ ບຸກບືນ ກໍ່ສາມາດປະສົບຜົນສຳເລັດຕາມ ຄວາມມຸ່ງຫວັງຂອງເຮົາເອງ. ດັ່ງ ນັ້ນ, ເອື້ອຍນ້ອງແມ່ຍິງຕ້ອງມີ ຄວາມເຊື່ອໝັ່ນໃນຕົນເອງ ທັງສະ ແດງຄວາມສາມາດອອກມາປະ ກອບສ່ວນສ້າງສາພັດທະນາບ້ານ ເມືອງ ກໍ່ຄືປະເທດຂອງພວກເຮົາ ໃຫ້ມີຄວາມຈະເລີນກ້າວໜ້າໃນອະ ນາຄົດ. ສະຫາຍ ນາງວັນເພງ ແກ້ວປັນ ຍາ ຍັງກ່າວຕື່ມວ່າ: ນອກຈາກທີ່ ກ່າວມາຂັ້ນເທິງແລ້ວ, ຕະຫລອດ ໄລຍະທີ່ຜ່ານມາ ໜ່ວຍພັກຫໍພິພິ ທະພັນແຫ່ງຊາດ ໄດ້ຕັ້ງໜ້າຈັດຕັ້ງ ປະຕິບັດບັນດາຄາດໝາຍທີ່ວາງໄວ້ ນັບແຕ່ຢູ່ຫໍພິພິທະພັນແຫ່ງຊາດ ຫລັງເກົ່າ ແລະ ຫລັງໃໝ່ ເຊິ່ງກໍ່ມີ ຫລາຍອັນເປັນສິ່ງທ້າທາຍ, ແຕ່ເຖິງ ຢ່າງໃດກໍ່ດີ ດ້ວຍຄວາມເອົາໃຈໃສ່ ຂອງຄະນະພັກ ເຮັດໃຫ້ມາຮອດປັດ ຈຸບັນກໍ່ມີຫລາຍໜ້າວຽກໄດ້ຮັບການ ປັບປຸງ ແລະ ປະສົບຜົນສຳເລັດເປັນ ກ້າວໆມາພາຍໃຕ້ການຊີ້ນຳ-ນຳພາ ຂອງຄະນະພັກ ໂດຍສະເພາະແມ່ນ ການປັບປຸງກົງຈັກການຈັດຕັ້ງ, ການຂະຫຍາຍສະມາຊິກພັກເຫັນວ່າ ມີອັນເດັ່ນຂຶ້ນເມື່ອທຽບໃສ່ໄລຍະ ຜ່ານມາ. ຂະນະທີ່ການຊີ້ນຳ-ນຳ ພາ, ການຂະຫຍາຍສະມາຊິກພັກໃຫ້ ຫລາຍຂຶ້ນໃນຕໍ່ໜ້າ ກໍ່ແມ່ນບຸລິມະ ສິດຂອງໜ່ວຍພັກຫໍພິພິທະພັນແຫ່ງ ຊາດທີ່ເອີ້ນວ່າ“ໄວ, ເພດ, ເຜົ່າໝາຍ ຄວາມວ່າຕ້ອງຖືສຳຄັນບົດບາດ ຍິງ-ຊາຍ, ບົດບາດຂອງຊົນເຜົ່າ”. ໂດຍສະເພາະໃນໄລຍະໃໝ່ ກໍ່ຄືປັດ ຈຸບັນແມ່ຍິງລາວບັນດາເຜົ່າ ມີ ຄວາມສະເໝີພາບກັບເພດຊາຍ ເຊິ່ງ ສະແດງອອກຢູ່ໃນຫລາຍອົງການ ການຝຶກແອບຍິງປືນຂອງນັກຮຽນໃກ້ຊິດ ຮຸ່ນທີ I ຢູ່ໂຮງຮຽນ C 500 ສສ ຫວຽດນາມ ປີ 1961 ການປ້ອງກັນ ສະເດັດເຈົ້າ ສຸພານຸວົງ ເຂົ້າຮ່ວມລັດຖະບານປະສົມ ປີ 3/2/1962

RkJQdWJsaXNoZXIy MTc3MTYxMQ==