5845

3I'cI,]kf-t;q ' ;a ofh k;y l8h k dP,rh v, Ia [.-h dv'xt-5 ,l5 fpvfvk-Po 2024 leg]a f/b dvq [Iq ,w]ptlA o.sh rtoa d'ko mj u [+ wfh zj ko3I'IPodkomtsko sk]n xa [x5 'ltrk[c;f]h v, dkofegou om5 ]tdy f16j ]k; xk4tdt4k ;a olh k'8A 'ltrk mtokp7;k,]k; 7q [Iv[ 35 xu [= ]y la f r6 g[h p,kpoY ' 4n le7a o ;Pdra fmtokdkolb dlk0A omh v'4y j o o; 9t.-h 8es];f 700 d;j k7q o veo;p7;k,ltf;dw]pt[5 oxu .\j ]k; ,v[{Ia [7ela j 'xh v'da odv'xt-5 , l5 fpvfvk-Po 7A 'mu 44,45 ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 03.04.2024 ປີທີ 23 ສະບັບທີ 5.905 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັຸີີັີັຸີີັີ  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2 mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf ຂປລ. ບໍລິສັດ ພູເບ້ຍ ມາຍນິ້ງ ຈຳກັດ ໄດ້ຊ່ວຍພັດທະນາຊັບພະຍາ ກອນມະນຸດ ໂດຍສະເພາະຊ່ວຍກໍ່ ສ້າງອາຄານຮຽນ ຂອງໂຮງຮຽນ ມັດທະຍົມສົມບູນ ບ້ານນ້ຳໂມ້ (ມສ ບ້ານນໍ້າໂມ້) ເມືອງອະນຸວົງ ແຂວງ ໄຊສົມບູນ, ພ້ອມທັງສະໜອງອຸປະ ກອນການຮຽນ-ການສອນໃຫ້ຄູ- ອາຈານ ແລະ ນັກຮຽນ ຊຶ່ງການ ຊ່ວຍເຫລືອດັ່ງກ່າວໄດ້ເຮັດໃຫ້ ວຽກງານການສຶກສາ ຢູ່ບ້ານນໍ້າໂມ້ ມີການພັດນາດີຂຶ້ນ ແລະ ກາຍເປັນ ຈຸດສູນລວມຂອງນັກຮຽນບ້ານນ້ຳ ໂມ້ ແລະ ບ້ານໃກ້ຄຽງໄດ້ມາເຂົ້າ ຂປລ. ໃນວັນທີ 1 ເມສາ 2024 ຜ່ານມາ, ສະຫາຍ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ), ພ້ອມດ້ວຍຮອງລັດຖະ ມົນຕີ, ຄະນະປະຈໍາພັກ, 3 ອົງການ ຈັດຕັ້ງມະຫາຊົນ ແລະ ຫ້ອງການ ກອງເລຂາຄະນະກໍາມະການຄຸ້ມ ຄອງອິນເຕີເນັດແຫ່ງຊາດ ໄດ້ເຂົ້າ ອວຍພອນ ສະຫາຍ ພົນເອກ ວິໄລ ຫລ້າຄໍາຟອງ ກໍາມະການກົມການ ເມືອງສູນກາງພັກ, ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງປ້ອງ ກັນຄວາມສະຫງົບ, ປະທານຄະ ນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ ເນື່ອງໃນໂອກາດວັນສ້າງ ຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 63 ປີ (05 ເມສາ 1961 -05 ເມສາ 2024). ຂປລ. ໂຮງແຮມລາດຊະວົງ ວັນ ດ້າວິສຕ້າ ເປັນໜຶ່ງໃນໂຮງແຮມທີ່ ໃຫຍ່ທີ່ສຸດ ໃນນະຄອນຫລວງວຽງ ຂປລ. ພິທີປິດຊຸດອົບຮົມໄລຍະ ສັ້ນໃຫ້ພະນັກງານທີ່ບໍ່ໄດ້ຜ່ານໂຮງ ຮຽນການທະຫານ ຢູ່ກອງກິລາ ກອງທັບ ແລະ ກອງຍິງປືນ 199 ຈັດຂຶ້ນໃນວັນທີ 2 ເມສາ 2024 ນີ້ ຢູ່ກອງຍິງປືນ 199 ໂດຍການ ເປັນປະທານຂອງ ສະຫາຍ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມ ໃຫຍ່ເສນາທິການກອງທັບ, ມີສະ ຫາຍ ພັນເອກ ສີປະເສີດ ບຸນປະ ກອບຫົວໜ້າກົມອົບຮົມ,ມີຄະນະພັກຄະນະບັນຊາ, ຄູ-ອາຈານຕະຫລອດ d8l g0Q kv;prvo;a olh k'8A 'de]a ' xh v'da o7;k,lts'[ 7q [Iv[ 63 xu q ທ່ານ ຄຳແພງ ສິນອຳໄພ ໂຮງຮຽນດັ່ງກ່າວນັບມື້ເພີ່ມຂຶ້ນ. ທ່ານ ຄຳແພງ ສິນອຳໄພ ຜູ້ອຳ ຈັນ ເຊິ່ງໄດ້ເປີດທົດລອງໃຫ້ບໍລິການ ເມື່ອບໍ່ດົນມານີ້, ເຖິງວ່າການກໍ່ສ້າງ ໂຮງແຮມດັ່ງກ່າວ, ຍັງບໍ່ສຳເລັດ 100% ກໍຕາມ ແຕ່ກໍ່ສາມາດເປີດ ໃຫ້ບໍລິການໄດ້ແລ້ວ. ມາຮອດປັດຈຸ ບັນການກໍ່ສ້າງສຳເລັດ 95% ແລະ ຄາດວ່າຈະໃຫ້ສຳເລັດ 100% ໃນ ທ້າຍເດືອນພຶດສະພາ 2024 ເພື່ອ ກຽມຮັບໃຊ້ກອງປະຊຸມສຸດຍອດອາ ຊຽນ ທີ່ສປປ ລາວ ໄດ້ຮັບກຽດເປັນ ເຈົ້າພາບ ທີ່ຈະຈັດຂຶ້ນໃນທ້າຍປີນີ້. ທ່ານ ເສີນ ຊຽງ ປະທານໂຮງ ແຮມລາດຊະວົງ ວັນດ້າວິສຕ້າ ໃຫ້ ທ່ານ ເສີນ ຊຽງ  ອ່ານຕໍ່ໜ້າ 2 ຮອດນັກຝຶກອົບຮົມເຂົ້າຮ່ວມ. ສະຫາຍ ພັນເອກ ແສງອຳພອນ ພູມີເງິນ ຮອງຫົວຫນ້າກົມອົບຮົມ, ກົມໃຫຍ່ເສນາທິການກອງທັບໄດ້ ຜ່ານບົດສະຫລຸບການອົບຮົມໃນ ໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຂໍ້ ສະດວກ, ຂໍ້ຫຍຸ້ງຍາກແລະບາງບົດ ຮຽນທີ່ຖອດຖອນໄດ້ໃນການອົບ ຮົມ-ຫັດແອບຕົວຈິງໃນໄລຍະ 13 ວັນ ມີພະນັກງານເຂົ້າຮ່ວມອົບຮົມ ທັງໝົດ 64 ສະຫາຍ ເຊິ່ງສັງເກດ  ອ່ານຕໍ່ໜ້າ 2 ໂອກາດດັ່ງກ່າວ, ສະຫາຍ ບໍ່ວຽງຄຳ ວົງດາລາ ໄດ້ຕາງໜ້າ ໃຫ້ແກ່ບັນດາສະມາຊິກພັກ-ພະນັກ ງານທົ່ວກະຊວງ ກຕສ ສະແດງ ຄວາມຮູ້ບຸນຄຸນ ແລະ ອວຍພອນແດ່ ທ່ານຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີກະຊວງປ້ອງກັນຄວາມ ສະຫງົບ, ປະທານຄະນະກໍາມະ ການຄຸ້ມຄອງອິນເຕີເນັດແຫ່ງຊາດ ພ້ອມດ້ວຍຄະນະພັກ-ຄະນະບັນ ຊາການກະຊວງປ້ອງກັນຄວາມ ສະຫງົບ, ພ້ອມທັງຢື້ຢາມຖາມຂ່າວ ແລະ ສົ່ງນໍ້າໃຈຮັກແພງເຖິງບັນດາ ຂປລ. ໃນວັນທີ 2 ເມສາ 2024 ນີ້, ກະຊວງ ປກສ ໄດ້ຈັດພິທີມອບຮັບຄໍາສັ່ງປ້ອງກັນກອງປະຊຸມສຸດ ຍອດອາຊຽນ ຄັ້ງທີ 44, 45 ແລະ ປ່ອຍຂະບວນລົດວິຊາສະເພາະສະ ແດງເຖິງຄວາມພ້ອມໃນດ້ານຕ່າງໆ ເພື່ອກະກຽມປ້ອງກັນກອງປະຊຸມ ດັ່ງກ່າວ ທີ່ຈະຈັດຂຶ້ນໃນມໍ່ໆນີ້ ໂດຍ ມີທ່ານ ພົອ ວິໄລ ຫລ້າຄໍາຟອງ ກໍາມະການກົມການເມືອງ, ຮອງ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 03/04/2024 xtgmf]k; ນວ ຈະໃຊ້ຕຳຫລວດ... ສຳເລັດຝຶກອົບຮົມໄລຍະສັ້ນ... ກຕສ ອວຍພອນ ໂຮງແຮມລາດຊະວົງ... ປາຖະກະຖາ ວັນສະພາ... ຫາລືປັບປຸງສະພາບ.... ຂປລ. ເມື່ອບໍ່ດົນມານີ້, ສະພາທະ ນາຍຄວາມລາວຈັດປາຖະກະຖາ ວັນສ້າງຕັ້ງສະພາທະນາຍຄວາມ ລາວ ຄົບຮອບ 35 ປີ ຢູ່ສະຖາບັນຍຸ ຕິທໍາແຫ່ງຊາດແລະ ຄະນະນິຕິສາດ ແລະ ລັດຖະສາດ ເພື່ອເຮັດໃຫ້ພະ ນັກງານ-ລັດຖະກອນ, ຄູ-ອາຈານ, ນັກສຶກສາ ໄດ້ຮັບຮູ້ ແລະ ເຂົ້າໃຈປະ ຫວັດຄວາມເປັນມາຂອງວັນດັ່ງ ກ່າວໃຫ້ເລິກເຊິ່ງ. ໃນພິທີ, ທ່ານ ນີວັນ ສົມແສງດີ ຮອງປະທານສະພາທະນາຍຄວາມ ລາວ ໄດ້ຍົກໃຫ້ເຫັນປະຫວັດຄວາມ ເປັນມາຂອງວັນສ້າງຕັ້ງສະພາທະ ນາຍຄວາມລາວຕະຫອດໄລຍະ 35 ປີຜ່ານມາ, ພາຍໃຕ້ການນໍາພາອັນ ສະຫລາດສ່ອງໃສຂອງພັກປະຊາ ຊົນ ປະຕິວັດລາວ. ໃນນັ້ນ, ສະພາ ທະນາຍຄວາມລາວ ກໍໄດ້ມີການ ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ ທັງດ້ານປະລິມານ ແລະ ຄຸນນະ ພາບ, ສະພາທະນາຍຄວາມ ແມ່ນ ການຈັດຕັ້ງທາງສັງຄົມວິຊາຊີບ ຂອງທະນາຍຄວາມ ທີ່ສ້າງຕັ້ງຂຶ້ນ ໂດຍບໍ່ຫວັງຜົນກໍາໄລ ເພື່ອສົ່ງເສີມ ວິຊາຊີບທະນາຍຄວາມ, ເຕົ້າໂຮມ ຄວາມສາມັກຄີ ແລະ ປົກປ້ອງກຽດ ສັດສີ ແລະ ຊື່ສຽງຂອງທະນາຍ ຄວາມແນໃສ່ຮັບປະກັນການໃຫ້ບໍລິ ການທາງດ້ານກົດໝາຍ ແກ່ສັງ ຄົມຢ່າງກວ້າງຂວາງ, ຍຸຕິທໍາ ແລະ ມີປະສິດທິພາບປະກອບສ່ວນເຂົ້າ ໃນການສ້າງລັດທີ່ຄຸ້ມຄອງດ້ວຍ ກົດໝາຍ. ໃນໂອກາດນີ້, ທ່ານ ນີວັນ ສົມແສງດີ ໄດ້ຍົກໃຫ້ເຫັນວ່າ: ທະ ນາຍຄວາມແມ່ນບຸກຄົນ ທີ່ໄດ້ ຮັບ ອະນຸຍາດຈາກກະຊວງຍຸຕິທໍາໃຫ້ ເຄື່ອນໄຫວວິຊາຊີບນະນາຍຄວາມ ໃນການໃຫ້ບໍລິການທາງດ້ານກົດ ໝາຍແກ່ບຸກຄົນ, ນິຕິບຸກຄົນ, ການ ຈັດຕັ້ງ ແລະ ສັງຄົມ ເພື່ອປົກປ້ອງ ສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງລູກຄວາມ, ທັງຮັບປະກັນ ຄວາມຍຸຕິທໍາໃຫ້ແດ່ຄູ່ຄວາມຕາມທີ່ ໄດ້ກໍານົດໄວ້ໃນກົດໝາຍ. ຂ່າວ-ພາບ: ໄຊຍະສິດ ຂປລ. ກອງປະຊຸມທຸລະກິດລາວ ຄັ້ງທີ 15 ຈັດຂຶ້ນໃນວັນທີ 2 ເມສາ 2024 ນີ້, ຢູ່ນະຄອນຫລວງວຽງ ຈັນ ເພື່ອປະເມີນຄວາມຄືບໜ້າຂອງ ການປຶກສາຫາລືລະຫວ່າງພາກ ລັດ-ພາກທຸລະກິດ ທີ່ມີເປົ້າໝາຍ ເພື່ອປັບປຸງສະພາບແວດລ້ອມຂອງ ການດຳເນີນທຸລະກິດໃນສປປລາວ ແລະ ກຳນົດຍຸດທະສາດສຳລັບປີ 2024-2025ໂດຍມີທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີຜູ້ ຕາງໜ້າຈາກຂະແໜງການຕ່າງໆ ຂອງພາກລັດ, ບັນດາຜູ້ປະກອບ ການລາວ ແລະ ຕ່າງປະເທດ, ບັນ ດາທູຕານຸທູດ ແລະ ອົງການຈັດຕັ້ງ ສາກົນຕ່າງໆ ເຂົ້າຮ່ວມ. ກອງປະຊຸມທຸລະກິດລາວ ຄັ້ງທີ 15 ຖືເປັນບາດກ້າວສຳຄັນ ໃນ ຄວາມພະຍາຍາມຮ່ວມກັນຂອງ ພາກລັດແລະພາກທຸລະກິດໃນການ ສົ່ງເສີມສະພາບແວດລ້ອມທີ່ເອື້ອ ອຳນວຍ ໃຫ້ແກ່ການເຕີບໂຕຂອງ ພາກທຸລະກິດ ແລະ ເສດຖະກິດໃນ ສປປ ລາວ ເຊິ່ງເປົ້າໝາຍຫລັກ ຂອງກອງປະຊຸມໃນຄັ້ງນີ້, ເພື່ອທົບ ທວນໝາກຜົນ ແລະ ຄວາມຄືບໜ້າ ຈາກກອງປະຊຸມທຸລະກິດລາວ ຄັ້ງ ທີ 14 ແລະ ໃຫ້ການສະໜັບສະໜູນ ການປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ເພື່ອລະບຸ ແລະ ແກ້ໄຂບັນຫາສຳຄັນທີ່ມີຜົນກະທົບ ຕໍ່ພາກທຸລະກິດ ໃນ ປະເທດ. ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ຍົກໃຫ້ເຫັນສິ່ງທ້າ ທາຍ ແລະ ສະພາບແວດລ້ອມ ຄວາມບໍ່ແນ່ນອນຈາກໄພເງິນເຟີ້ທີ່ ສູງ, ຄວາມກະແຈກກະຈາຍທາງ ດ້ານການຄ້າ ແລະ ການລົງທຶນ, ຂໍ້ຂັດແຍ່ງທາງດ້ານພູມສາດການ ເມືອງ. ພ້ອມທັງຍົກໃຫ້ເຫັນຄວາມ ພະຍາຍາມຂອງທຸກພາກສ່ວນ ໃນການປັບປຸງສະພາບແວດລ້ອມ ການດໍາເນີນທຸລະກິດ ໂດຍຜ່ານ ການກໍານົດມາດຕະການແລະການ ຈັດຕັ້ງປະຕິບັດຢ່າງເປັນຮູບປະ ທໍາ ໃນການປັບປຸງດ້ານຄວາມໂປ່ງ ໃສ, ຄວາມແນ່ນອນຂອງສະພາບ ແວດລ້ອມດ້ານກົດໝາຍ ແລະ ລະ ບຽບການ ສໍາລັບພາກທຸລະກິດ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ຍັງຊຸກຍູ້ໃຫ້ທຸກໜ່ວຍງານທີ່ກ່ຽວ ຂ້ອງຂັ້ນສູນກາງຫາທ້ອງຖິ່ນໃຫ້ ຮ່ວມມືນຳພາກທຸລະກິດທັງພາຍ ໃນ ແລະ ຕ່າງປະເທດ ເພື່ອລະບຸ ແລະ ກຳຈັດອຸປະສັກຕ່າງໆທີ່ຕິດ ພັນກັບການເລີມຕົ້ນທຸລະກິດ. ຢ່າງ ໃດກໍຕາມ, ລັດຖະບານໄດ້ສະໜັບ ສະໜູນການພັດທະນາຂອງຜູ້ປະ ກອບການ ໂດຍການສ້າງສະພາບ ແວດລ້ອມທີ່ເອື້ອອຳນວຍໃນການ ດຳເນີນທຸລະກິດລວມທັງສະໜອງ ການເຂົ້າເຖິງຊັບພະຍາກອນຕ່າງໆ, ແຫລ່ງທຶນແລະຕະຫລາດ,ພ້ອມກັບ ສະໜອງການຊ່ວຍເຫລືອ,ປົກປ້ອງ ດ້ານລະບຽບການ ແລະ ອື່ນໆ. ຕາມການລາຍງານໃນກອງປະ ຊຸມ, ເຫັນວ່າ ຈາກ 20 ຂໍ້ສະເໜີ ທີ່ ໄດ້ຍົກຂຶ້ນ ຢູ່ກອງປະຊຸມທຸລະກິດ ຄັ້ງທີ 14 ໃນປີ 2023 ນັ້ນ, ມີ 6 ຂປລ. ໃນວັນທີ 2 ເມສາ 2024 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ)ໄດ້ຕ້ອນຮັບການ ເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ເມແກນ ຈອນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງອົດ ສະຕຣາລີ ປະຈຳລາວ ເນື່ອງໃນໂອ ກາດມາດຳລົງຕຳແໜ່ງເປັນທູດຄົນ ໃໝ່ ປະຈຳ ສປປ ລາວ. ໂອກາດນີ້, ທ່ານນາງ ສວນສະ ຫວັນ ວິຍະເກດ ໄດ້ສະແດງຄວາມ ຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານ ນາງ ເມແກນ ຈອນ ທີ່ໄດ້ຮັບການ ແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດຄົນໃໝ່ ປະ ຈຳ ສປປ ລາວ, ພ້ອມທັງສະແດງ ຄວາມເຊື່ອໝັ້ນວ່າດ້ວຍປະສົບການ ທາງດ້ານການທູດ ແລະ ບົດຮຽນ, ຄວາມຮູ້ຄວາມສາມາດທີ່ອຸດົມສົມ ບູນຂອງທ່ານທູດ ຈະເປັນຂົວຕໍ່ ເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ລາວອົດສະຕຣາລີ ໂດຍສະເພາະວຽກ ງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສືບຕໍ່ໄດ້ຮັບການ ເສີມຂະຫຍາຍເຂົ້າສູ່ລວງເລິກ ແລະ ມີປະສິດທິພາບ, ປະສິດທິຜົນສູງ ສຸດໃນອະນາຄົດ. ທ່ານ ນາງ ເມແກນ ຈອນ ກໍໄດ້ ສະແດງຄວາມຂອບໃຈຕໍ່ທ່ານນາງ ສວນສະຫວັນ ວິຍະເກດ ທີ່ໄດ້ໃຫ້ ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງຢືນຢັນວ່າ ຈະສຸມທຸກເຫື່ອ ແຮງ, ສະຕິປັນຍາ ເຂົ້າການປະຕິບັດ ໜ້າທີ່ການທູດຢູ່ ສປປ ລາວ ກໍຄື ຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ອົດສະຕຣາລີ-ລາວ ໃຫ້ ນັບມື້ໄດ້ຮັບການເສີມຂະຫຍາຍຂຶ້ນ ໄປເລື້ອຍໆ. ຂ່າວ-ພາບ: ວຽງສະຫວັນ ]a f4t,q o8u dt-;' 4;m 8h voIa [m6 f vq flt8ik]u 7q o.\j ທ່ານ ນາງ ສວນສະຫວັນ ວິຍະເກດ (ຂວາ) ລັດຖະມົນຕີກະຊວງ ຖວທ ຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ເມແກນ ຈອນ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງອົດສະຕຣາລີ ປະຈຳລາວ ຂປລ. ໃນໄລຍະບຸນປີໃໝ່ລາວ ຫລື ບຸນສົງການປີນີ້, ພະແນກຕໍາ ຫລວດຈະລາຈອນ ນະຄອນຫລວງ ວຽງຈັນ (ນວ) ກຽມຈັດກອງກໍາ ລັງຮັບຜິດຊອບແບບປະຈໍາທີ່ ແລະ ເຄື່ອນທີ່ປະມານ 700 ກວ່າຄົນ ປະ ຈໍາການຢູ່ 100 ກວ່າຈຸດ, ພ້ອມຈະ ມີການກວດຈັບຄວາມໄວ ແລະ ທາດເຫລົ້າຕາມສາຍທາງ. ທັງນີ້, ກໍເພື່ອອຳນວຍຄວາມສະດວກໃນ ການສັນຈອນຕາມທ້ອງຖະໜົນ. ທ່ານພັນໂທສັງຄົມພົມມະລາດ ຫົວໜ້າຕໍາຫລວດຈະລາຈອນ ນວ ໃຫ້ສໍາພາດເມື່ອບໍ່ດົນນີ້ວ່າ: ເພື່ອ ຮັບປະກັນ ເຮັດໃຫ້ການສັນຈອນ ໄປ-ມາຕາມເສັ້ນທາງ ມີຄວາມເປັນ ລະບຽບຮຽບຮ້ອຍ, ສະດວກ ແລະ ປອດໄພດີ ໂດຍສະເພາະໃນໂອກາດ ປີໃໝ່ລາວ ພສ 2567 ນີ້, ພະ ແນກຕໍາຫລດຈະລາຈອນຫ້ອງຕໍາ ຫລວດ ປກສ ນະຄອນຫລວງວຽງ ຈັນ ສົມທົບກອງຕໍາຫລວດຈະລາ ຈອນ 9 ຕົວເມືອງ ໄດ້ວາງແຜນ ຈັດກໍາລັງຕໍາຫລດ ຈໍານວນ 724 ຄົນປະຈໍາຢູ່ຕາມຈຸດປ້ອມຍາມ, ຕາມສາຍທາງ ແລະ ຢູ່ຕາມສະ ຖານທີ່ຈັດກິດຈະກໍາຕ່າງໆທົ່ວນະ ຄອນຫລວງວຽງຈັນ 129 ຈຸດ. ໃນນີ້, ຈະເນັ້ນ 5 ໜ້າວຽກຕົ້ນຕໍຄື ວຽກງານໂຄສະນາ ໂດຍນໍາໃຊ້ລົດ ກະບະ, ລົດຈັກຕິດເຄື່ອງສຽງ ເພື່ອ ກ່າວໂຄສະນາເຜີຍແຜ່ຄໍາສັ່ງ, ຄໍາ ແນະນໍາ, ກົດລະບຽບ ແລະ ຫລັກ ການຂັບຂີ່ປອດໄພຕ່າງໆ ໃຫ້ມວນ ຊົນໄດ້ຮັບຮູ້ຢ່າງກວ້າງຂວາງທີ່ ສໍາຄັນຜູ້ຂີ່ຄວນໃຫ້ກຽດຄົນຍ່າງ; ເນັ້ນໃສ່ວຽກງານຄວບຄຸມລະບາຍ ການສັນຈອນ ອໍານວຍຄວາມສະ ດວກຕໍ່ຜູ້ໃຊ້ລົດໃຊ້ຖະໜົນ; ເນັ້ນໃສ່ ວຽກງານເລາະຈັດລະບຽບສາຍ ທາງ ເພື່ອບໍ່ໃຫ້ມີລົດຈອດຜິດຈຸດ ຈອດກີດຂວາງການສັນຈອນ; ວຽກຕັ້ງຈຸດກວດກາການສັນຈອນ ແລະ ການເຮັດວຽກງານບັງຄັບໃຊ້ ກົດໝາຍ ໂດຍສະເພາະຈັບຄວາມ ໄວ ແລະ ກວດກາທາດເຫລົ້າ; ວຽກ ງານປະຈໍາການ 24 ຊົ່ວໂມງຖ້າມີ ກໍລະນີເກີດອຸບັດເຫດຢູ່ບ່ອນໃດກໍ ຈະໄດ້ໄປແກ້ໄຂແບບວ່ອງໄວ. ທ່ານ ພັນໂທສັງຄົມ ພົມມະລາດ ຍັງໃຫ້ຮູ້ອີກວ່າ: ໃນປີຜ່ານມາ, ໄລ ຍະ 3 ມື້ຂອງການສະຫລອງປີໃໝ່ ລາວ ຢູ່ນະຄອນຫລວງວຽງຈັນ ມີ ອຸບັດເຫດເກີດຂຶ້ນ ລາຍໃຫຍ່ 20 ກໍ ລະນີ, ເສຍຊີວິດ 3 ລາຍ. ນອກນີ້ຍັງ ມີກໍລະນີເກີດອຸບັດເຫດທີ່ໄກ່ເກ່ຍ ກັນເອງ ຫລື ຂະໜາດນ້ອຍອີກ ຫລາຍລາຍ. ດັ່ງນັ້ນ, ໃນປີນີ້ເພື່ອ ປ້ອງກັນ ແລະ ເຮັດໃຫ້ອຸບັດເຫດ ຫລຸດລົງ ຈຶ່ງຂໍຮຽກຮ້ອງມາຍັງບັນ ດານັກຂັບຂີ່ ກໍຄື ຜູ້ໃຊ້ລົດໃຊ້ຖະໜົນ ໃຫ້ພ້ອມກັນປະຕິບັດຄໍາສັ່ງ, ຄໍາ ແນະນໍາ ແລະ ຫລັກການຂັບຂີ່ປອດ ໄພ, ເຮັດແນວໃດພວກທ່ານຈຶ່ງຈະ ຫລິ້ນບຸນປີໃໝ່ ດ້ວຍຄວາມເບີກ ບານມ່ວນຊື່ນ ເຊິ່ງກໍເປັນໜ້າທີ່ຂອງ ໝົດທຸກຄົນໃນສັງຄົມ. ພ້ອມກັນນີ້, ທ່ານ ພັນໂທ ສັງຄົມ ພົມມະລາດ ຍັງໄດ້ຮຽກຮ້ອງໃຫ້ ທຸກຄົນຄວນເອົາໃຈໃສ່ ເມື່ອດື່ມສິ່ງ ຂໍ້ສະເໜີ ແມ່ນໄດ້ຮັບການແກ້ໄຂ, ມີ 11 ຂໍ້ສະເໜີ ທີ່ມີຄວາມຄືບໜ້າໃນ ການແກ້ໄຂ ໃນຂອບເວລາຄັກແນ່. ໃນຂະນະທີ່ ຍັງມີ 3 ຂໍ້ສະເໜີທີ່ບໍ່ ສາມາດແກ້ໄຂໄດ້ເທື່ອ ເນື່ອງຈາກ ມີຂໍ້ຈຳກັດທີ່ສົມເຫດສົມຜົນ ເຊິ່ງຈະ ໄດ້ມີການປຶກສາຫາລືເພີ່ມເຕີມ. ບັນດາຂໍ້ສະເໜີທີ່ໄດ້ຮັບການແກ້ໄຂ ລວມມີ: ການປັບປຸງຂັ້ນຕອນການ ຂໍອະນຸຍາດດຳເນີນທຸລະກິດ ໃນ 6 ຂະແໜງການຫລັກ, ການເສີມຂະ ຫຍາຍການເຂົ້າເຖິງຂອງລະບົບ ຂໍ້ມູນຂ່າວສານສິນເຊື່ອ ແລະ ການ ປັບປຸງຂັ້ນຕອນການແຈ້ງພາສີໃຫ້ ສະດວກຍິ່ງຂຶ້ນໂດຍຜ່ານລະບົບ ທັນສະໄໝ. ຜົນສຳເລັດທີ່ພົ້ນເດັ່ນ ອີກອັນໜຶ່ງແມ່ນການຮັບຮອງໂຄງ ສ້າງແລະຂະບວນການປຶກສາຫາລື ພາຍໃຕ້ກົນໄກກອງປະຊຸມທຸລະກິດ ລາວຢ່າງເປັນທາງການ. ໃນປີ 2024, ພາກທຸລະກິດ ແລະ ໜ່ວຍງານທີ່ກ່ຽວຂ້ອງຂອງ ພາກລັດ ໄດ້ຍົກ 13 ຂໍ້ສະເໜີບູລິມະ ສິດທີ່ມີເປົ້າໝາຍເພື່ອປັບປຸງຂັ້ນ ຕອນການເລີ່ມຕົ້ນທຸລະກິດ ແລະ ການລົງທຶນ, ອຳນວຍຄວາມສະ ດວກໃຫ້ແກ່ການຄ້າ, ປັບປຸງນະໂຍ ບາຍ ແລະ ມາດຕະການສົ່ງເສີມ ການຜະລິດສິນຄ້າ ແລະ ການບໍລິ ການ, ການສົ່ງເສີມສະຖຽນລະພາບ ຂອງຂະແໜງການທະນາຄານ, ການເງິນ, ປັບປຸງຄຸນນະພາບຂອງ ການສະໜອງແລະສົ່ງເສີມການພັດ ທະນາແບບຍືນຢົງຂອງຂະແໜງ ພະລັງງານໄຟຟ້າ, ປັບປຸງນະໂຍ ບາຍ,ມາດຕະການສົ່ງເສີມຂະແໜງ ທ່ອງທ່ຽວ ແລະ ປັບປຸງການເຂົ້າ ເຖິງແຮງງານຂອງພາກທຸລະກິດ. ຂ່າວ: ທະນູທອງ,ພາບ: ເກດສະໜາ ບັນດາພະນັກງານ-ນັກຮົບ, ນາຍ ແລະ ພົນຕໍາຫລວດໃນທົ່ວປະເທດ ທີ່ໄດ້ເສຍສະຫລະປົກປັກຮັກສາ ຄວາມສະຫງົບທົ່ວສັງຄົມຈົ່ງມີສຸຂະ ພາບແຂງແຮງເຂັ້ມແຂງ, ປະກອບ ສ່ວນເຂົ້າໃນພາລະກິດປົກປັກຮັກ ສາ ແລະ ສ້າງສາປະເທດຊາດໃຫ້ມີ ຄວາມສະຫງົບແລະມີຄວາມໝັ້ນຄົງ ຂອງຊາດ ເຮັດຫລ້ອນໜ້າທີ່ ທີ່ພັກລັດ ມອບໝາຍໃຫ້ ຊຶ່ງເປັນການ ສ້າງເງື່ອນໄຂ ແລະ ອຳນວຍຄວາມ ສະດວກ ໃຫ້ແກ່ການພັດທະນາເສດ ຖະກິດ-ສັງຄົມຂອງຊາດ, ເຮັດໃຫ້ ປະເທດຊາດມີສະຖຽນລະພາບທາງ ດ້ານການເມືອງ, ມີການເຕີບໃຫຍ່ຂະ ຫຍາຍຕົວ ແລະ ເຂັ້ມແຂງທາງດ້ານ ເສດຖະກິດໃນທຸກໆຂົງເຂດວຽກ ງານ. ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມທີ່ຈະໃຫ້ການສະ ໜັບສະໜູນວິຊາສະເພາະທາງດ້ານ ເຕັກໂນໂລຊີ ແລະ ການສື່ສານ ເພື່ອ ຊ່ວຍເຫລືອ, ຊຸກຍູ້ສົ່ງເສີມວຽກງານ ປ້ອງກັນຄວາມສະຫງົບໃຫ້ນັບມື້ ນັບເຂັ້ມແຂງ ແລະ ທັນສະໄໝຂຶ້ນ ເລື້ອຍໆ. ພ້ອມນັ້ນ, ສະຫາຍ ພົນເອກ ວິໄລ ຫລ້າຄໍາຟອງ ກໍໄດ້ສະແດງ ຄວາມຂອບໃຈ ພ້ອມທັງໃຫ້ທິດຊີ້ ນໍາກະຊວງເຕັກໂນໂລຊີ ແລະ ການ ສື່ສານໃຫ້ມີຄວາມຕັ້ງໜ້າປະກອບ ສ່ວນເຂົ້າໃນພາລະກິດປົກປັກຮັກ ສາ ແລະ ສ້າງສາປະເທດຊາດ ໂດຍ ສະເພາະການຄຸ້ມຄອງການບໍລິການ ແລະ ການນໍາໃຊ້ໂທລະຄົມມະນາ ຄົມ ແລະ ອິນເຕີເນັດ, ການປ້ອງກັນ ການໂຈມຕີທາງໄຊເບີ, ປ້ອງກັນ ແລະ ແກ້ໄຂບັນຫາອາຊະຍາກໍາ ທາງອິນເຕີເນັດ, ສົ່ງເສີມການນໍາໃຊ້ ອິນເຕີເນັດ ແລະ ສື່ສັງຄົມອອນລາຍ ໃນທາງທີ່ຖືກຕ້ອງ ແລະ ເກີດປະ ໂຫຍດ, ປະກອບສ່ວນໃນການສ້າງ ລະບົບບັດປະຈໍາຕົວເອເລັກໂຕຣ ນິກທີ່ກະຊວງ ປກສ ຈະໄດ້ຈັດຕັ້ງ ປະຕິບັດໃນໄວໆນີ້. ຂໍ້ມູນ: ກຕສ, ຂ່າວ: ສົມຫວັງ ເຫັນວ່າແຕ່ສະຫາຍໄດ້ເອົາໃຈໃສ່ ຄົ້ນຄວ້າ ກໍາແໜ້ນທາງດ້ານເນື້ອໃນ ບົດຮຽນພາກທິດສະດີ ແລະ ພາກ ປະຕິບັດຕົວຈິງ, ຜ່ານການອົບຮົມຫັດແອບສາມາດສະເລ່ຍຜົນໄດ້ ຮັບຄື:ພາກວິຊາລະບຽບບັນລຸໄດ້ 75%, ພາກວິຊາກິລາການທະຫານ ບັນລຸໄດ້ 85%, ພາກສິລະປະຍຸດການທະຫານບັນລຸໄດ້ 85%, ພາກ ວິຊາຍຸດທະວິທີການທະຫານບັນລຸ ໄດ້85% ແລະ ສາມາດຮັບປະກັນ ຄວາມປອດໄພໄດ້ 100%. ໃນພິທີ, ສະຫາຍ ພົນຕີ ພັນແສງ ບຸນພັນ ກໍໄດ້ໂອ້ລົມ ແລະ ເນັ້ນໃຫ້ ຜູ້ທີ່ສຳເລັດການຝືກອົບຮົມ-ຫັດ ແອບໄລຍະສັ້ນໃນຄັ້ງນີ້ ຈົ່ງສືບຕໍ່ຕັ້ງ ໜ້າຝຶກຝົນຫລໍ່ຫລອມຕົນເອງໃຫ້ ມີຄວາມຮູ້ຄວາມສາມາດສູງຂຶ້ນ, ເສີມຂະຫຍາຍທາດແທ້ມູນເຊື້ອປະ ຕິວັດ, ເອົາໃຈໃສ່ປະຕິບັດລະບຽບວິ ໄນຂອງກອງທັບຢ່າງເຂັ້ມງວດ ແລະ ພ້ອມກັນນຳເອົາບົດຮຽນທີ່ໄດ້ ຮຽນມາ ໄປຈັດຕັ້ງຜັນຂະຫຍາຍ ເຂົ້າໃນວຽກງານຕົວຈິງ ຢູ່ກົມກອງ ຂອງຕົນໃຫ້ມີປະສິດທິຜົນສູງສຸດ. ຂ່າວ: ຈິດ ເພັດພູທອງ ສຳພາດ ໃນວັນທີ 1 ເມສາ 2024 ນີ້ວ່າ: ໂຮງແຮມລາດຊະວົງ ວັນດ້າ ວິສຕ້າ ເປັນໂຮງແຮມໜຶ່ງຢູ່ໃນ ບັນຊີຮັບໃຊ້ກອງປະຊຸມສຸດຍອດ ອາຊຽນ 2024 ທີ່ຈະຈັດຂຶ້ນໃນ ທ້າຍປີນີ້ ໂດຍໂຮງແຮມໄດ້ກຽມ ຄວາມພ້ອມຮອບດ້ານ ເພື່ອກຽມ ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງ ແຕ່ລະປະເທດ ທີ່ຈະມາເຂົ້າຮ່ວມ ກອງປະຊຸມດັ່ງກ່າວ ໂດຍສະເພາະ ໄດ້ມີການຝຶກອົບຮົມໃຫ້ພະນັກ ງານ, ຕົບແຕ່ງໂຮງແຮມໃຫ້ມີຄວາມ ທັນສະໄໝ, ມີລະບົບຮັກສາຄວາມ ປອດໄພ ແລະ ສິ່ງອຳນວຍຄວາມສະ ດວກຄົບຊຸດ, ມີການບໍລິການແບບ ຄົບວົງຈອນ, ທັນສະໄໝທຽບເທົ່າ ກັບສາກົນ. ສະເພາະຫ້ອງພັກ, ມີທັງ ໝົດ 270 ກວ່າຫ້ອງ, ສາມາດຮອງ ຮັບແຂກໄດ້ 500 ກວ່າຄົນ. ພ້ອມນີ້, ຍັງມີຫ້ອງປະຊຸມຂະໜາດນ້ອຍ, ໃຫຍ່ສາມາດຮອງຮັບແຂກໄດ້ສູງ ເຖິງ 800 ກວ່າຄົນ. ທ່ານ ເສີນ ຊຽງ ຍັງໃຫ້ຮູ້ອີກວ່າ: ໂຄງການລາດສະວົງພັດທະນານະ ຄອນຫລວງວຽງຈັນ ປະກອບມີຕຶກ ໂຮງແຮມ 33 ຊັ້ນ, ຕຶກຫ້ອງການ 20 ຊັ້ນ ໄວ້ສະເພາະເປີດໃຫ້ຜູ້ປະ ກອບການ, ບໍລິສັດ ເຊົ່າດຳເນີນທຸລະ ກິດ ແລະ ຕຶກອາພາດເມັ້ນ ຫລື ຫ້ອງ ພັກ20 ຊັ້ນ ໄວ້ສຳລັບຂາຍຫລື ເຊົ່າ. ໃນນັ້ນ, ຫ້ອງຈຳນວນໜຶ່ງໄວ້ສຳລັບ ທາງການທູດ (ໃຫ້ພະນັກງານການ ທູດມາພັກເຊົາ ເປັນບູລິມະສິດ), ນອກນັ້ນ, ຍັງມີສູນການຄ້າຄົບວົງ ຈອນ ເປັນຕົ້ນ ຮ້ານຄ້າປອດພາສີ, ຮ້ານຄ້າທົ່ວໄປ, ສະຖານບັນເທີງ ແລະ ຍັງມີຕະຫລາດກາງຄືນຢູ່ຊັ້ນ 6 (ຊັ້ນດ່ານຟ້າ) ຕື່ມອີກ. ມາຮອດ ປັດຈຸບັນ, ການກໍ່ສ້າງໂຄງການລາດ ສະວົງພັດທະນາ ໂດຍລວມຄືບ ໜ້າເກືອບ 90%. ໃນນັ້ນ, ສະເພາະ ຕຶກອາພາດເມັ້ນ ຄາດວ່າຈະໃຫ້ສຳ ເລັດ ແລະ ເປີດໃຫ້ບໍລິການ ໃນທ້າຍ ປີນີ້, ຫລັງຈາກນັ້ນຈະສືບຕໍ່ເປີດສູນ ການຄ້າຕ່າງໆ ແລະ ຄາດວ່າໂຄງ ການດັ່ງກ່າວ, ຈະສຳເລັດທັງໝົດ 100% ໃນຕົ້ນປີ 2025. ໂອກາດນີ້, ທ່ານ ເສີນ ຊຽງ ຍັງໄດ້ສະແດງຄວາມຂອບໃຈຕໍ່ ພັກ ແລະ ລັດຖະບານລາວ ທີ່ໄດ້ໃຫ້ ການສະໜັບສະໜູນ, ຊ່ວຍເຫລືອ ໃນດ້ານຕ່າງໆມາໂດຍຕະຫລອດ ເຮັດໃຫ້ໂຄງການລາດສະວົງພັດ ທະນາກໍຄືໂຮງແຮມລາດຊະວົງວັນ ດ້າວິສຕ້າ ສຳເລັດຕາມເປົ້າໝາຍ ແລະ ໃນໂອກາດວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 69 ປີ ແລະ ປີໃໝ່ລາວ 2024 ທີ່ຈະ ມາເຖິງນີ້ ທ່ານ ເສີນ ຊຽງ ຍັງໄດ້ ອວຍພອນໃຫ້ການນຳພັກ, ລັດຕະ ຫລອດຮອດປະຊາຊົນລາວ ບັນດາ ເຜົ່າ ຈົ່ງມີສຸຂະພາບເຂັ້ມແຂງ,ມີພະ ລານາໄມສົມບູນ, ສືບຕໍ່ນຳພາ-ຊີ້ນຳ ປະເທດຊາດ ໃຫ້ຈະເລີນກ້າວໜ້າ ຂຶ້ນຢ່າງບໍ່ຢຸດຢັ້ງ. ຂ່າວ: ທະນູທອງ ມຶນເມົາແລ້ວ ຫ້າມຂັບຂີ່ຢ່າງເດັດ ຂາດ; ຫ້າມໃຊ້ຄວາມໄວເກີນກໍານົດ ແລະ ຕ້ອງຮັກສາໄລຍະຫ່າງໃຫ້ ເໝາະສົມກັບຄວາມໄວທີ່ກໍາລັງໃຊ້ ຢູ່; ກ່ອນຈະປ່ຽນທິດທາງການສັນ ຈອນທຸກຄັ້ງຕ້ອງເປີດໄຟລ້ຽວກ່ອນ ແລະ ຮັບປະກັນຄວາມປອດໄພ; ກ່ອນຈະຊີງລົດຄັນອື່ນໄປຂ້າງໜ້າ ຕ້ອງຮັບປະກັນຄວາມປອດໄພແລະ ຜູ້ຂັບຂີ່ລົດທຸກຄົນໃຫ້ພະຍາຍາມ ແນບເຂົ້າແຄມທາງກໍ້າຂວາມືຂອງ ຕົນໃຫ້ຫລາຍ ເທົ່າທີ່ຈະຫລາຍໄດ້. ຂໍ້ມູນ: ຄໍາກອງ, ຂ່າວ: ສົມຫວັງ

dkog8u [.spj 0tspkp8q ; 0v'de]a 'xh v'da o7;k,lts'q [xt-k-q o]k; xtgmf]k; 3 03/04/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me (ໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ ວັນທີ 5 ເມສາ 1961-5 ເມສາ 2024) rkp.8h dkooerk0v'ra d 4n le7a odkora fmtokc,j py ' (ຊົມເຊີຍ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ) ບົດສະເໜີ * ຕະຫລອດໄລຍະທີ່ຜ່ານມາ ພັກປະຊາຊົນ ປະຕິວັດລາວ ໄດ້ໃຫ້ ຄວາມສຳຄັນຕໍ່ການພັດທະນາແມ່ ຍິງຄຽງບ່າຄຽງໄຫລ່ກັບເພດຊາຍ ໂດຍໄດ້ອອກຫລາຍນິຕິກຳທີ່ສະ ແດງໃຫ້ເຫັນເຖິງການພັດທະນາ ແມ່ຍິງ ປົກປ້ອງແມ່ຍິງ ພ້ອມທັງໄດ້ ເອົາໃຈໃສ່ຍົກສູງບົດບາດເອື້ອຍ ນ້ອງແມ່ຍິງ ໃຫ້ມີຄວາມສະເໝີພາບ ກັບເພດຊາຍໃນທຸກໆດ້ານແລະ ເອົາ ໃຈໃສ່ສົ່ງເສີມເອື້ອຍນ້ອງແມ່ຍິງ ໃຫ້ມີວຽກເຮັດງານທຳ. ສະຫາຍ ນາງວັນເພງ ແກ້ວປັນ ຍາ ເລຂາໜ່ວຍພັກ,ຫົວໜ້າອຳນວຍ ການຫໍພິພິທະພັນແຫ່ງຊາດໃຫ້ຮູ້ ວ່າ: ຕະຫລອດໄລຍະ 69 ປີ ພາຍ ໃຕ້ການນໍາພາຂອງພັກ ໄດ້ເອົາໃຈ ໃສ່ພັດທະນາແມ່ຍິງໃນທຸກດ້ານ * ບົດກ່ອນໄດ້ສະເໜີກ່ຽວກັບ ເງື່ອນໄຂແຫ່ງການກຳເນີດກຳລັງ ປ້ອງກັນຄວາມສະຫງົບ ເຊິ່ງເລີ່ມມີ ພື້ນຖານມາຕັ້ງແຕ່ປີ 1950 ທີ່ກອງ ປະຊຸມແນວລາວຕໍ່ຕ້ານທົ່ວປະເທດ ໄດ້ຕົກລົງສ້າງຕັ້ງແນວລາວ ອິດສະ ຫລະ ແລະ ສ້າງຕັ້ງລັດຖະບານຕໍ່ ຕ້ານ ເຊິ່ງປະກອບມີກົງຈັກການຈັດ ຕັ້ງ 5 ກະຊວງ, ໃນນັ້ນລວມມີກະ ຊວງພາຍໃນ. ພາຍຫລັງກອງປະຊຸມຄົບຄະ ນະຂອງຄະນະຊີ້ນຳສູນກາງພັກ ປະ ຊາຊົນລາວ ຈັດຂຶ້ນໃນໄລຍະວັນທີ 5-12 ເມສາ 1961 ໄດ້ຕົກລົງປ່ຽນ ຊື່ “ຄະນະປ້ອງກັນພາຍໃນ” ມາ ເປັນ “ຫ້ອງການປ້ອງກັນຄວາມ ສະຫງົບສູນກາງ”, ໃນໄລຍະແຕ່ປີ 1961-1973 ເຊິ່ງແມ່ນໄລຍະແຫ່ງ ການຕໍ່ສູ້ປົກປັກຮັກສາສອງແຂວງ ເຕົ້າໂຮມ ແລະ ຕີເອົາຊະນະຍຸດທະ ສາດສົງຄາມພິເສດ, ສົງຄາມພິ ເສດເພີ່ມທະວີຂອງພວກລ່າເມືອງ ຂຶ້ນແບບໃໝ່. ໂດຍສືບຕໍ່ມູນເຊື້ອ ຂອງກຳລັງສັນຕິລາດ ໃນການຈັດ ຕັ້ງເອົາກຳລັງລົງຮາກຖານ ປຸກລະ ດົມຂົນຂວາຍປະຊາຊົນເຂົ້າຮ່ວມ ການກໍ່ສ້າງສອງແຂວງເຕົ້າໂຮມ ແລະ ເຫດການປະຫວັດສາດອັນມະ ຫັດສະຈັນ ການນຳເອົາຜູ້ນຳຝ່າຍ ແນວລາວຮັກຊາດທີ່ຖືກຄຸມຂັງຢູ່ ຄຸກໂພນເຄັງອອກໄປສູ່ເຂດທີ່ໝັ້ນ ຢ່າງປອດໄພ; ກຳລັງປ້ອງກັນຄວາມ ສະຫງົບ ປະຊາຊົນ ໄດ້ປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນການຕີເອົາ ຊະນະສັດຕູຢູ່ບັນດາສະໜາມຮົບ ໃນທົ່ວປະເທດ ເປັນຕົ້ນ ໃນໄລຍະ ປີ 1961-1962, ກຳລັງປ້ອງກັນ ຄວາມສະຫງົບ ຮ່ວມກັບກອງທັບ ບຸກໂຈມຕີສັດຕູໃນບັ້ນຮົບນ້ຳ ບາກ (ຢູ່ແຂວງຫລວງພະບາງ), ບັ້ນຮົບ ກູ້ກຽດ (ຢູ່ແຂວງຂຽງຂວາງ), ບັ້ນຮົມລາມເຊີນ 719 (ຢູ່ສະຫວັນ ນະເຂດ) ແລະ ບັ້ນຮົບອື່ນໆ, ເຮັດ ໃຫ້ຍຸດທະສາດສົງຄາມພິເສດ ແລະ ສົງຄາມເພີ່ມທະວີຂອງພວກຈັກ ກະພັດລ່າເມືອງຂຶ້ນແບບໃໝ່ ປະລາ ໄຊຢ່າງຮາບຄາບ, ອັນໄດ້ບັງຄັບໃຫ້ ພວກມັນຕ້ອງຍອມເຊັນສັນຍາ ວຽງຈັນ ໃນວັນທີ 21 ກຸມພາ 1973 ກ່ຽວກັບລາວ, ຍອມຈັດຕັ້ງ ລັດຖະບານປະສົມ ແລະ ຄະນະມົນ ຕີປະສົມການເມືອງແຫ່ງຊາດ, ຮັບ ຮູ້ສອງຕົວເມືອງເປັນກາງ (ນະ ຄອນຫລວງວຽງຈັນ ແລະ ຫລວງ ພະບາງ), ສ້າງຄວາມປອງດອງ ແຫ່ງຊາດ ຄັ້ງທີ III. ໃນໄລຍະປີ 1973-1975, ແມ່ນໄລຍະແຫ່ງການຕໍ່ສູ້ກະກຽມ ແລະ ດຳເນີນການບາດເອົາໄຊຊະ ນະຢ່າງສົມບູນ, ສ້າງຕັ້ງລະບອບ ໃໝ່; ກຳລັງປ້ອງກັນຄວາມສະຫງົບ ໄດ້ຮັບການປັບປຸງ, ກໍ່ສ້າງກຳລັງ ມີຈຳນວນພົນ 1.000 ຄົນ, ໂດຍ ໄດ້ຄັດເລືອກເປົ້າໝາຍມີການຝຶກ ອົບຮົມໄລຍະສັ້ນ ວຽກງານວິຊາສະ ເພາະຕຳຫລວດ, ແລ້ວສົ່ງເຂົ້າປະ ສົມກັບຕຳຫລວດຂອງຝ່າຍວຽງ ຈັນຢູ່ສອງຕົວເມືອງເປັນກາງ. ໂດຍພາຍໃຕ້ການນຳພາຂອງພັກ, ກຳລັງປ້ອງກັນຄວາມສະຫງົບ ໄດ້ ພ້ອມກັບກຳລັງປະຕິວັດທີ່ຮັກຊາດ ໃນທົ່ວປະເທດ ລຸກຮືຂຶ້ນໂຄ່ນລົ້ມລະ ບອບສັກດີນາ ທີ່ຄົງຕົວຢູ່ປະເທດ ເຮົາຫລາຍຮ້ອຍປີໃຫ້ສິ້ນສຸດລົງ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນ ວັນທີ 2 ທັນວາ 1975. ໃນໄລຍະປີ 1975-1986 ເຊິ່ງ ແມ່ນໄລຍະທີ່ປະເທດຊາດຂອງ ພວກເຮົາຫາກໍ່ໄດ້ຮັບການປົດ ປ່ອຍ, ສະພາບເສດຖະກິດ, ວັດທະ ນະທຳ-ສັງຄົມ ຍັງມີຄວາມຫຍຸ້ງ ຍາກ; ບັນດາອິດທິກຳລັງປໍລະປັກ ໄດ້ຕັ້ງໜ້າເຄື່ອນໄຫວມ້າງເພທຳ ລາຍລະບອບໃໝ່ຮອບດ້ານ. ຢືນຢູ່ ຕໍ່ໜ້າສະພາບການດັ່ງກ່າວ, ສູນ ກາງພັກປະຊາຊົນ ປະຕິວັດລາວ ໄດ້ເນັ້ນວ່າ “ປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບຍັງແມ່ນໜ້າທີ່ ແຖວໜ້າ ແລະ ສຳຄັນອັນດັບໜຶ່ງ”. ໂດຍປະຕິບັດຕາມທິດນຳດັ່ງກ່າວ, ກຳລັງປ້ອງກັນຄວາມສະຫງົບ ໄດ້ ສົມທົບແໜ້ນກັບກອງທັບ ແລະ ປະ ຊາຊົນລາວບັນດາເຜົ່າ ຕໍ່ສູ້ສະກັດ ກັ້ນ ແລະ ແກ້ໄຂສະພາບຄວາມບໍ່ ສະຫງົບຢູ່ບາງຕົວເມືອງໃຫຍ່ ແລະ ບາງບໍລິເວນ; ໄດ້ຄຽງບ່າຄຽງໄຫລ່ ກັບກອງທັບ ແລະ ປະຊາຊົນ ລາວ ຕີເອົາຊະນະການແຊກແຊງ, ເກາະ ຜິດ, ບຽດຢຶດດິນແດນຂອງປະຕິ ການຂວາຈັດດ້ານຕາເວັນຕົກ, ເປັນ ເຈົ້າການປ້ອງກັນຜູ້ນຳ ແລະ ອົງ ການນຳຂອງພັກ ແລະ ລັດ ມີຄວາມ ປອດໄພ. ຈັດຕັ້ງ ມີເອື້ອຍນ້ອງແມ່ຍິງເປັນຜູ້ ນຳ, ເປັນຜູ້ບໍລິຫານຫລາຍຄົນ. ນອກຈາກນີ້ ເອື້ອຍນ້ອງແມ່ຍິງ ຍັງ ໄດ້ພ້ອມກັນສຸມທຸກສະຕິປັນຍາ ເຂົ້າການຈັດຕັ້ງປະຕິບັດວຽກງານ ຕ່າງໆຕາມການມອບໝາຍຢ່າງມີ ຜົນສຳເລັດ, ຖືເອົາວຽກງານວິຊາ ສະເພາະເປັນຫລັກ ເພື່ອຮັບປະກັນ ດ້ານຄຸນນະພາບ. ຢ່າງໃດກໍ່ຕາມຖ້າ ເວົ້າເຖິງເລື່ອງຄວາມທ້າທາຍນັ້ນ ກໍມີໃນລະດັບໜຶ່ງ ໂດຍສະເພາະການ ທີ່ເປັນການນຳເພດຍິງ ເນື່ອງຈາກ ເພດຍິງກໍ່ມີຄວາມຮັບຜິດຊອບ ຫລາຍດ້ານ ເຊິ່ງນອກຈາກວຽກວິ ຊາສະເພາະແລ້ວ ວຽກຄອບຄົວກໍ່ ຕ້ອງໃຫ້ໄດ້ເຮັດ ໂດຍສະເພາະການ ເບິ່ງແຍງລູກເຕົ້າ, ຄອບຄົວດັ່ງນີ້ ເປັນຕົ້ນ. ຜ່ານມາຍັງມີເອື້ອຍແມ່ ຍິງຈຳນວນໜຶ່ງຢ້ານວ່າຕົນເອງ ຈະປະຕິບັດໜ້າທີ່ດັ່ງກ່າວບໍ່ໄດ້. ແຕ່ແທ້ຈິງຖ້າວ່າເຮົາສູ້ຊົນ ບຸກບືນ ກໍ່ສາມາດປະສົບຜົນສຳເລັດຕາມ ຄວາມມຸ່ງຫວັງຂອງເຮົາເອງ. ດັ່ງ ນັ້ນ, ເອື້ອຍນ້ອງແມ່ຍິງຕ້ອງມີ ຄວາມເຊື່ອໝັ່ນໃນຕົນເອງ ທັງສະ ແດງຄວາມສາມາດອອກມາປະ ກອບສ່ວນສ້າງສາພັດທະນາບ້ານ ເມືອງ ກໍ່ຄືປະເທດຂອງພວກເຮົາ ໃຫ້ມີຄວາມຈະເລີນກ້າວໜ້າໃນອະ ນາຄົດ. ສະຫາຍ ນາງວັນເພງ ແກ້ວປັນ ຍາ ຍັງກ່າວຕື່ມວ່າ: ນອກຈາກທີ່ ກ່າວມາຂັ້ນເທິງແລ້ວ, ຕະຫລອດ ໄລຍະທີ່ຜ່ານມາ ໜ່ວຍພັກຫໍພິພິ ທະພັນແຫ່ງຊາດ ໄດ້ຕັ້ງໜ້າຈັດຕັ້ງ ປະຕິບັດບັນດາຄາດໝາຍທີ່ວາງໄວ້ ນັບແຕ່ຢູ່ຫໍພິພິທະພັນແຫ່ງຊາດ ຫລັງເກົ່າ ແລະ ຫລັງໃໝ່ ເຊິ່ງກໍ່ມີ ຫລາຍອັນເປັນສິ່ງທ້າທາຍ, ແຕ່ເຖິງ ຢ່າງໃດກໍ່ດີ ດ້ວຍຄວາມເອົາໃຈໃສ່ ຂອງຄະນະພັກ ເຮັດໃຫ້ມາຮອດປັດ ຈຸບັນກໍ່ມີຫລາຍໜ້າວຽກໄດ້ຮັບການ ປັບປຸງ ແລະ ປະສົບຜົນສຳເລັດເປັນ ກ້າວໆມາພາຍໃຕ້ການຊີ້ນຳ-ນຳພາ ຂອງຄະນະພັກ ໂດຍສະເພາະແມ່ນ ການປັບປຸງກົງຈັກການຈັດຕັ້ງ, ການຂະຫຍາຍສະມາຊິກພັກເຫັນວ່າ ມີອັນເດັ່ນຂຶ້ນເມື່ອທຽບໃສ່ໄລຍະ ຜ່ານມາ. ຂະນະທີ່ການຊີ້ນຳ-ນຳ ພາ, ການຂະຫຍາຍສະມາຊິກພັກໃຫ້ ຫລາຍຂຶ້ນໃນຕໍ່ໜ້າ ກໍ່ແມ່ນບຸລິມະ ສິດຂອງໜ່ວຍພັກຫໍພິພິທະພັນແຫ່ງ ຊາດທີ່ເອີ້ນວ່າ“ໄວ, ເພດ, ເຜົ່າໝາຍ ຄວາມວ່າຕ້ອງຖືສຳຄັນບົດບາດ ຍິງ-ຊາຍ, ບົດບາດຂອງຊົນເຜົ່າ”. ໂດຍສະເພາະໃນໄລຍະໃໝ່ ກໍ່ຄືປັດ ຈຸບັນແມ່ຍິງລາວບັນດາເຜົ່າ ມີ ຄວາມສະເໝີພາບກັບເພດຊາຍ ເຊິ່ງ ສະແດງອອກຢູ່ໃນຫລາຍອົງການ ການຝຶກແອບຍິງປືນຂອງນັກຮຽນໃກ້ຊິດ ຮຸ່ນທີ I ຢູ່ໂຮງຮຽນ C 500 ສສ ຫວຽດນາມ ປີ 1961 ການປ້ອງກັນ ສະເດັດເຈົ້າ ສຸພານຸວົງ ເຂົ້າຮ່ວມລັດຖະບານປະສົມ ປີ 3/2/1962

RkJQdWJsaXNoZXIy MTc3MTYxMQ==