pa’lk,kfIv’Ia[oadmjv’mjP;wfh1jk’rP’r= 07 xtgmf]k; gsfdko{dkora fmtok a 02/04/2024 ຂ່າວ-ພາບ: ທູນທອງໃຈ່ າູ ນ 7totltgrktdy f d;fdkly o7h k\q fvkp5 c]t ly o7h kIPoc[[ rkp.oc0;';P'9a o ot7vos];'rt[k' 9t9a f[5 oxu .\j ]k; 8y fra oda [xu mj v'mj P;]k; 2024 ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ການຈັດ ບຸນປີໃໝ່ລາວພສ2567ທີ່ນະຄອນ ຫລວງພະບາງ ແມ່ນຈະຈັດໃນລັກ ຊະນະເຕັມຮູບແບບ ໂດຍຕິດພັນກັບ ການສະເຫລີມສະຫລອງປີທ່ອງ ທ່ຽວລາວ 2024 ເຊິ່ງໄດ້ກໍານົດ ເອົາວັນທີ10-20ເມສາ2024ເປັນ ມື້ຫລິ້ນບຸນປີໃໝ່ ແລະ ມີຫລາກ ຫລາຍກິດຈະກຳ ເປັນຕົ້ນການປະ ກວດນາງສັງຂານ, ພິທີແຫ່ຊ້າງ ຮຽງເກີຍ, ງານໂລະລາດ, ພິທີຕົບ ພະທາດຊາຍໃຫຍ່, ງານແຫ່ຫວໍ່, ສະເຫລີມສະຫລອງປີທ່ອງທ່ຽວ ລາວ 2024, ພິທີອາລາດຖະນາອົງ ພະບາງລົງຫົດສົງ ແລະ ອື່ນໆ. ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫລວງພະບາງ ໄດ້ ຖະແຫລງຂ່າວກ່ຽວກັບການຈັດ ບຸນປີໃໝ່ລາວ ພສ 2567 ຄສ ຂປລ. ແຫລ່ງຂ່າວຈາກ ແຂວງ ອັດຕະປື ໃຫ້ຮູ້ວ່າ: ໃນລະຫວ່າງ ວັນທີ 28-29 ມີນາ 2024 ທີ່ ແຂວງອັດຕະປື ສປປ ລາວ ໄດ້ຈັດ ກອງປະຊຸມຮອບວຽນ ຄັ້ງທີ VI ກ່ຽວກັບການຮັດແໜ້ນສາຍພົວພັນ ແລະ ການຮ່ວມມື ລະຫວ່າງແຂວງ ອັດຕະປື ສປປ ລາວ-ຣັດຕະນະຄີຣີ ລາຊະອານາຈັກກຳປູເຈຍ ໂດຍມີ ທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ແລະ ທ່ານ ແຍມ ສັອນເອືອນ ເຈົ້າແຂວງຣັດຕະ ນະຄີຣີ ພ້ອມດ້ວຍຄະນະນຳທັງ 2 ຝ່າຍເຂົ້າຮ່ວມ ເພື່ອສືບຕໍ່ຮັດ ແໜ້ນ ແລະ ເສີມຂະຫຍາຍສາຍ ພົວພັນຮ່ວມມືຮອບດ້ານ ເພື່ອຜົນ ປະໂຫຍດລວມຂອງປະຊາຊົນສອງ ຊາດ ກໍຄືສອງແຂວງອັດຕະປື-ຣັດ ຕະນະຄີຣີ ໃຫ້ແຕກດອກອອກຜົນ ຍິ່ງໆຂຶ້ນ. ໃນກອງປະຊຸມຄະນະນໍາ ທັງສອງຝ່າຍໄດ້ຕີລາຄາສູງ ລະ ຫວ່າງແຂວງອັດຕະປື ແຫ່ງ ສປປ ລາວ ແລະ ແຂວງ ຣັດຕະນະຄີຣີ ແຫ່ງຣາຊະອານາຈັກກໍາປູເຈຍ ທີ່ມີ ຊາຍແດນຕິດຈອດກັນ, ສະພາບ ການພົວພັນຮ່ວມມືສອງຝ່າຍ ກັບ ແຂວງຊາຍແດນໃນໄລຍະຜ່ານມາ ເຊິ່ງໄດ້ມີການພົວພັນອັນດີງາມ, ມີຜົນສຳເລັດທີ່ເປັນຮູບປະທຳຕົວ ຈິງຫລາຍດ້ານ ເຮັດໃຫ້ສາຍພົວ ພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອຖານບ້ານໃກ້ເຮືອນ ຄຽງ ນັບມື້ນັບໄດ້ຮັບການເສີມຂະ ຫຍາຍມູນເຊື້ອສາມັກຄີປອງດອງ ຂອງປະຊາຊົນສອງຊາດ ກໍຄືສອງ ແຂວງ ອັດຕະປື-ຣັດຕະນະຄີຣີ ໂດຍໄດ້ມີການປະສານງານກັນ ເປັນຢ່າງດີຕະຫລອດມາ. ຜ່ານການປຶກສາຫາລື, ແລກ ປ່ຽນຄໍາຄິດເຫັນ ແລະ ຂໍ້ສະເໜີ ແລກປ່ຽນຈຳນວນໜຶ່ງທີ່ສອງຝ່າຍ ມີຄວາມສົນໃຈຮ່ວມກັນຕາມເນື້ຶອ ໃນບົດລາຍງານທົບທວນຜົນ ສຳເລັດໃນການຈັດຕັ້ງປະຕິບັດ ກອງປະຊຸມຮອບວຽນ ຄັ້ງທີ V ຜ່ານມາ ແລະ ທິດທາງແຜນການ ຮ່ວມມື ຄັ້ງທີ VI ທີ່ປະສົບຜົນສໍາ ເລັດ ແລະ ຂໍ້ຄົງຄ້າງ ເຊິ່ງທັງສອງ ຝ່າຍຈະຕ້ອງໄດ້ສືບຕໍ່ຊຸກຍູ້, ຮັດ ຂປລ. ແຫລ່ງຂ່າວຈາກແຂວງຈໍາ ປາສັກ ໃຫ້ຮູ້ວ່າ: ບໍລິສັດ ພັດທະນາ ແຫລ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ໄດ້ກຽມພ້ອມຫລາຍດ້ານ ເພື່ອຮອງ ຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ຈະມາທ່ອງທ່ຽວຢູ່ ແຫລ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ໃນໄລຍະການສະເຫລີມສະປີໃໝ່ ລາວ ພສ 2567. ທ່ານ ນາງ ສອນທິດາ ອຸນາພົມ ຜູ້ອໍານວຍການບໍລິສັດ ພັດທະນາ ແຫລ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ໄດ້ໃຫ້ສໍາພາດໃນທ້າຍອາທິດຜ່ານ ມາວ່າ: ນໍ້າຕົກຕາດເຍືອງ ເປັນ ແຫລ່ງທ່ອງທ່ຽວທໍາມະຊາດແຫ່ງ ໜຶ່ງທີ່ນອນຢູ່ໃນລາຍການນໍາທ່ຽວ ຂອງແຂວງຈໍາປາສັກ, ຕັ້ງຢູ່ບ້ານ ຫລັກ40 ເມືອງປາກຊ່ອງຫ່າງຈາກ ເສັ້ນທາງເລກທີ 16 ປະມານ 800 ແມັດ, ເປັນແຫລ່ງທ່ອງທ່ຽວທໍາມະ ຊາດສີຂຽວ, ສະອາດ, ສວຍງາມ ມີການພັດທະນາຕິດພັນກັບການ ຊຸກຍູ້ສົ່ງເສີມການຜະລິດກະສິກໍາ ຂອງປະຊາຊົນໃນທ້ອງຖິ່ນ ເພື່ອ ຂປລ. ແຫລ່ງຂ່າວຈາກ ແຂວງ ວຽງຈັນ ໃຫ້ຮູ້ວ່າ: ຄະນະສະເພາະ ກິດແຂວງວຽງຈັນ ຈັດກອງປະຊຸມ ປຶກສາຫາລື ເພື່ອລົງຕິດຕາມກວດ ກາສິນຄ້າໝົດອາຍຸ ແລະ ລອກຮຽນ ແບບ ເຄື່ອງໝາຍການຄ້າແປ້ງນົວ ລາຊາຊູຣົດ ກາຈອງ ຢູ່ບັນດາຮ້ານ ຄ້າ ແລະ ຕະຫລາດພາຍໃນແຂວງ ໂດຍການເປັນປະທານຂອງທ່ານ ຄຳພຽນ ວໍລະວົງ ຮອງຫົວໜ້າພະ ແນກ ອຸດສາຫະກຳ ແລະ ການຄ້າ ແຂວງ, ມີຜູ້ຕາງໜ້າຈາກ ປກສ ແຂວງ, ສານປະຊາຊົນແຂວງ ແລະ ຂະແໜງການກ່ຽວຂ້ອງ ແລະ ບໍລິ ສັດ SC ບໍລິການຈຳກັດ ເຊິ່ງເປັນ ບໍລິສັດຕົວແທນການນຳເຂົ້າສິນຄ້າ ດັ່ງກ່າວ ເຂົ້າຮ່ວມ ເພື່ອໄດ້ອະທິບາຍ ເຖິງຈຸດແຕກຕ່າງ ລະຫວ່າງສິນຄ້າ ຂອງແທ້ ແລະ ຂອງປອມ. ໂອກາດນີ້, ທ່ານ ຄຳພຽນ ວໍລະ ວົງ ຮອງຫົວໜ້າພະແນກ ອຸດສາຫະ va f8txn {ia f8tot7u iu ln [8+ Ia fc|h olkprq ;ra oIj ;,,n cs]j 'mj v'mj P;oE8q d8kfgpn v' dP,rh v, 8h voIa [oa dmj v'mj P;w]pt[5 oxu .\j ]k; ກຳ ແລະ ການຄ້າແຂວງວຽງຈັນ ໄດ້ເນັ້ນໃຫ້ຄະນະສະເພາະກິດ ເອົາ ໃຈໃສ່ປະຕິບັດໜ້າທີ່ຂອງຕົນ ຕາມ ພາລະບົດບາດ ພາຍໃຕ້ລະບຽບ ຫລັກການ. ພ້ອມນີ້, ກໍໃຫ້ມີສະຕິ ບໍ່ ໃຫ້ສວຍໃຊ້ໜ້າທີ່ ປະພຶດສິ່ງທີ່ຜິດ ຕໍ່ລະບຽບຫລັກການ ແລະ ຈັນຍາ ບັນຂອງຕົນ. ພາຍຫລັງສໍາເລັດ ກອງປະຊຸມ ປຶກສາຫາລື, ຄະນະສະເພາະກິດ 2024 ທີ່ນະຄອນຫລວງພະບາງ ໃນທ້າຍອາທິດຜ່ານມາວ່າ: ປັດຈຸ ບັນ, ການນໍາຂອງແຂວງໄດ້ຕົກລົງ ໃຫ້ນະຄອນຫລວງພະບາງ ສົມທົບ ກັບ ພະແນກ ຖະແຫລງຂ່າວ ວັດທະ ນະທຳ ແລະ ທ່ອງທ່ຽວແຂວງ ໃນ ການກະກຽມຈັດງານດັ່ງກ່າວໂດຍ ໄດ້ອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບ ຜິດຊອບແຕ່ລະວຽກງານທັງໄດ້ກະ ກຽມວຽກງານແຕ່ລະດ້ານ ໂດຍຕິດ ພັນກັບການສ້າງຂະບວນການ ເພື່ອ ຕ້ອນຮັບການທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ໃນໄລຍະບຸນປີ ໃໝ່ລາວ ໃຫ້ນັກທ່ອງທ່ຽວມີຄວາມ ປະທັບໃຈ ເປັນຕົ້ນວຽກງານອະນາ ໄມ, ປະດັບປະດາຕົວເມືອງ ແລະ ສະຖານທີ່ທ່ອງທ່ຽວ, ປັກທຸງຊາດ, ທຸງທິວໃສ່ຕາມຈຸດຕ່າງໆ, ກວດກາ ແລະ ຄວບຄຸມການຂາຍເຄື່ອງຊະ ຊາຍຢູ່ຕາມແຄມທາງ. ໂອກາດນີ້, ທ່ານ ວຽງທອງ ຫັດສະຈັນ ຍັງໄດ້ຮຽກຮ້ອງໃຫ້ປະ ຊາຊົນບັນດາເຜົ່າ, ພະນັກງານ, ທະ ຫານ, ຕຳຫລວດ, ຜູ້ປະກອບການ ທຸລະກິດ, ຜູ້ຈັດການ, ຜູ້ບໍລິການ ດ້ານຕ່າງໆ ຈົ່ງພ້ອມກັນເປັນເຈົ້າ ການທີ່ດີເຮັດວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ເປັນ ເຈົ້າການໃນການປະກອບສ່ວນ ທາງດ້ານເຫື່ອແຮງ ແລະ ວັດຖຸ ປັດໄຈ ເຂົ້າໃນການຈັດບຸນປີໃໝ່ ລາວໃນຄັ້ງນີ້ ໃຫ້ມີບັນຍາກາດເບີກ ບານມ່ວນຊື່ນ ແລະ ປະສົບຜົນສຳ ເລັດຢ່າງຈົບງາມ ແລະ ຂໍເຊີນຊວນ ປະຊາຊົນບັນດາເຜົ່າ, ນັກທ່ອງ ທ່ຽວທັງພາຍໃນ ແລະ ຕ່າງປະເທດ ພ້ອມກັນເຂົ້າມາທ່ຽວຊົມຫລວງພະ ບາງ ເມືອງມໍລະດົກໂລກ ຮັບຮອງ ວ່າທ່ານຈະໄດ້ສຳພັດກັບວັດທະນະ ທໍາ-ຮີດຄອງປະເພນີອັນດີງາມ ທີ່ ສືບທອດກັນມາແຕ່ບູຮານນະການ. ແຂວງ ກໍໄດ້ລົງຕິດຕາມ-ກວດກາ ສິນຄ້າຮຽນແບບດັ່ງກ່າວ ຢູ່ຕະ ຫລາດໂພນໝີ, ຕະຫລາດໂພນໂຮງ, ຕະຫລາດໂພນສະຫວາດ ແລະ ຮ້ານ ຄ້າເປົ້າໝາຍ. ຜ່ານການກວດກາ ແມ່ນຍັງບໍ່ພົບສິນຄ້າໝົດອາຍຸ ແລະ ສິນຄ້າຮຽນແບບເຄື່ອງໝາຍການ ຄ້າແປ້ງນົວ ລາຊາຊູຣົດ ແລະ ສິນ ຄ້າອື່ນໆ. ເຮັດໃຫ້ປະຊາຊົນມີວຽກເຮັດງານ ທໍາ ແລະ ມີລາຍຮັບແກ່ຄອບຄົວ. ປັດຈຸບັນ ແຕ່ລະວັນມີນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດເຂົ້າ ມາທ່ຽວຊົມຕະຫລອດ. ສໍາລັບ ປີໃໝ່ລາວທີ່ຈະມາເຖິງ ໃນມໍ່ໆນີ້, ແຫລ່ງທ່ອງທ່ຽວນໍ້າຕົກ ຕາດເຍືອງພວກເຮົາ ໄດ້ເອົາໃຈໃສ່ ປັບປຸງຮ້ານຂາຍເຄື່ອງທີ່ລະນຶກ ເພື່ອ ບໍລິການແຂກຄົນທີ່ມາທ່ຽວຊົມ ເຊິ່ງ ເຄື່ອງທີ່ລະນຶກຕ່າງໆ ທີ່ນໍາມາວາງ ສະແດງ ແລະ ຈໍາໜ່າຍຢູ່ຕາດເຍືອງ ສ່ວນໃຫຍ່ແມ່ນຜະລິດຕະພັນທີ່ຄົນ ລາວເຮົາຜະລິດເອງ ໂດຍສະເພາະ ແມ່ນຜະລິດຕະພັນຂອງປະຊາຊົນ ໃນທ້ອງຖິ່ນ ເພື່ອໃຫ້ປະຊາຊົນມີ ລາຍຮັບແກ່ຄອບຄົວ; ດ້ານບຸກຄະ ລາກອນ ກໍແມ່ນນໍາໃຊ້ລູກຫລານ ຂອງປະຊາຊົນໃນທ້ອງຖິ່ນ. ສ່ວນ ອາຫານ ກໍເນັ້ນໃສ່ອາຫານປອດ ສານພິດ ໂດຍນໍາໃຊ້ວັດຖຸດິບ ແລະ ພືດຜັກພາຍໃນທ້ອງຖິ່ນທີ່ແຫລ່ງ ທ່ອງທ່ຽວຕາດເຍືອງ ຊຸກຍູ້ສົ່ງເສີມ ໃຫ້ປະຊາຊົນປູກ ເຊັ່ນ: ໝາກຊູ, ຜັກ ອີ່ຄູ້, ໝາກຮຸ່ງ, ໝາກເລັ່ນ (ໝາກ ເຂືອສົ້ມ), ໝາກເອິກ, ໜໍ່ໄມ້ ແລະ ອື່ນໆ ເຊິ່ງຮ້ານອາຫານພວກເຮົາຊື້ ພືດຜັກທຸກຢ່າງທີ່ປະຊາຊົນປູກ ແລະ ເອົາມາຂາຍໃຫ້ ໃນລາຄາທີ່ສູງ ກ່ວາຕະຫລາດ ເພື່ອປຸງແຕ່ງເປັນ ອາຫານ. ສໍາລັບອາຫານທີ່ບໍລິການຢູ່ ແຫລ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ມີທັງອາຫານແບບລາວໆ, ອາຫານ ໄທ ແລະ ອາຫານຝຣັ່ງ. ໃນນັ້ນ, ອາຫານທີ່ເປັນເອກະລັກສະເພາະ ແມ່ນແກງໜໍ່ໄມ້, ຕໍາໝາກຮຸ່ງ, ປີ້ງ ຊີ້ນໝູໝັກເຂົ້າກໍ່າ, ປີ້ງໄກ່ລາດ ທາປາແດກ, ປີ້ງຊີ້ນແຫ້ງ ແລະ ແຈ່ວຜັກອີ່ຄູ້. ນອກນີ້ ກໍມີອາຫານ ຕາມສັ່ງ, ມີລາບ, ກ້ອຍ, ຕົ້ມ ແລະ ອື່ນໆ ໂດຍຮ້ານອາຫານແມ່ນມີເນື້ອ ທີ່ກວ້າງຂວາງ ສາມາດຮອງຮັບ ແຂກ ໄດ້300 ຄົນ. ທ່ານ ນາງ ສອນທິດາ ອຸນາພົມ ຍັງໃຫ້ຮູ້ອີກວ່າ: ໃນຕົ້ນປີ 2024 ນີ້, ແຫລ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ໄດ້ຮັບລາງວັນການທ່ອງທ່ຽວແບບ ຍືນຍົງອາຊຽນ ປະຈຳປີ 2024 ໃນປະເພດລາງວັນອາຫານຄຸນນະ ພາບ ມາດຕະຖານອາຊຽນ ເນື່ອງ ຈາກວ່າ ຜູ້ພັດທະນາແຫລ່ງທ່ອງ ທ່ຽວນໍ້າຕົກຕາດເຍືອງ ເອົາໃຈໃສ່ ຜະລິດ, ປຸງແຕ່ງ ແລະ ບໍລິການອາ ຫານທີ່ສະອາດ, ໃຊ້ວັດຖຸດິບທີ່ສົດ- ໃໝ່ທຸກມື້, ພືດຜັກ ແລະ ອື່ນໆແມ່ນ ໄດ້ຈາກຊາວສວນທີ່ປູກແບບປອດ ສານພິດ. ຄຽງຄູ່ກັນນັ້ນ ກໍຕິດພັນ ກັບການອຸນະລັກ ແລະ ປົກປັກຮັກ ສາສິ່ງແວດລ້ອມເພື່ອໃຫ້ເປັນແຫລ່ງ ທ່ອງທ່ຽວນໍ້າຕົກຕາດທີ່ມີທໍາມະ ຊາດສີຂຽວ, ອາຫານສະອາດ, ແຊບ ແລະ ບໍລິການດີ ຕື່ມອີກ. ແໜ້ນ ແລະ ເສີມຂະຫຍາຍສາຍ ພົວພັນການຮ່ວມມື ລະຫວ່າງສອງ ແຂວງ ໃຫ້ນັບມື້ດີຂຶ້ນເລື້ອຍໆ. ກອງປະຊຸມຄັ້ງນີ້, ສຳເລັດລົງ ຕາມຈຸດປະສົງ ແລະ ລະດັບຄາດ ໝາຍທີ່ວາງໄວ້ ດ້ວຍການເຫັນດີ ເປັນເອກະພາບປະຕິບັດການຮ່ວມ ມື ໃນຂົງເຂດວຽກງານປ້ອງກັນ ຄວາມສະຫງົບ ເຂດບໍລິເວນຊາຍ ແດນ, ສືບຕໍ່ຮ່ວມມືທາງດ້ານຄົມ ມະນາຄົມ ແລະ ຂົນສົ່ງ, ຮ່ວມມື ການພັດທະນາເສດຖະກິດ ແລະ ການບໍລິການ, ວຽກງານສຶກສາ, ຊາວໜຸ່ມ, ກິລາ ແລະ ຝຶກອົບຮົມ ວິຊາຊີບ, ວຽກງານສາທາລະນະ ສຸກ, ວຽກງານກະສິກຳ, ສິ່ງແວດ ລ້ອມ ແລະ ວຽກງານອື່ນໆ ທີ່ໄດ້ ລົງນາມຢ່າງເອກະພາບໃນບົດບັນ ທຶກການຮ່ວມມື ຄັ້ງທີ VI ກໍຄື ຢູ່ ກອບການຮ່ວມມືເຂດສາມຫລ່ຽມ ພັດທະນາ (CLV) ເພື່ອສ້າງ ເງື່ອນໄຂໃນການເຄື່ອນໄຫວຮ່ວມ ກັນ ແລະ ສືບຕໍ່ປະຕິບັດບົນຈິດໃຈ ການພົວພັນ, ການຮ່ວມມື, ຊຸກຍູ້ ແກ້ໄຂຄວາມເປັນລະບຽບຮຽບ ຮ້ອຍ ແລະ ພັດທະນາເສດຖະກິດສັງຄົມ ຂອງສອງປະເທດໃຫ້ດີຂຶ້ນ. ໃນໂອກາດດຽວກັນນີ້, ຄະນະຜູ້ ແທນ ແຂວງ ຣັດຕະນະຄີຣີ ຍັງໄດ້ ໄປທ່ຽວຊົມ ແລະ ສັກກາລະບູຊາທີ່ ວັດອົງແສນສຸກຂະຣາມ ບ້ານ ສະ ແຄະ, ຢ້ຽມຢາມສວນອະນຸສາວະລີ ພະເຈົ້າໄຊຍະເສດຖາທິລາດ ແລະ ວັດທາດພະໄຊ ເມືອງໄຊເສດຖາ ນຳອີກ.
RkJQdWJsaXNoZXIy MTc3MTYxMQ==