xtgmf]k; 6 02/04/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາ ve,t8tl6 o];,7a 'lt\v']k7k4n d ໂດຍ: ເກີດຂວັນໃຈ ມາລີຈັນສີ fvo-y '-6h dkpgxa ocs]j 'mj v'mj P; pvfoy pq ,csj '.\j * ຮ້ານອຳມະຕະ Ammata ແມ່ນຮ້ານຂາຍປຶ້ມທາງອອນລາຍ ທີ່ໄດ້ລວບລວມເອົາປຶ້ມມືສອງທີ່ມີ ຄຸນນະພາບ ດີໃນຫລາຍແ ບບເຊັ່ນ: ທຸລະກິ ດ, ການເງິນ, ນິຍາຍ ແລະ ອື່ນໆມ າໄ ວ້ໃ ນບ່ ອນດ ຽວ ເພື່ອສົ່ງຕໍ່ ຄວາມຮູ້ໃຫ້ຜູ້ທີ່ມີຄວາມສົນໃຈໃນ ການອ່ ານ ເພື່ອເກັບກ່ ຽວປະສົບການ ທາງພູມປັນຍາ ແລະ ເປັນການຝຶກ ສະມາທິໃຫ້ຜູ້ອ່ານອີກດ້ວຍ. ທ່ານອໍາມ ະຕະທົດສ ະລາດ ເຈົ້າ ຂອງຮ້ ານຂາຍປຶ້ ມAmmata ເວົ້າ ວ່າ ປຶ້ມມືສສອງຢູ່ນີ້ ແມ່ນລາຄາ ຖືກ ເຊິ່ງໃນໂ ອກາດເຂົ້າຮ່ ວມງານ ມະຫະກໍາປຶ້ມ 2024 ທີ່ຈັ ດຂຶ້ນ ຢູ່ ມະຫາວິທະຍາໄ ລແ ຫ່ງຊ າດ ໃ ນ ອາ ທິດຜ່ ານມ ມາເຫັນວ່າປີນີ້ ກໍ່ເປັນອີ ກ ປີໜຶ່ງທີ່ໄດ້ນໍາເອົາປຶ້ມມາວາງສະ ແດງ ແລະ ຂາຍ ເພື່ອໃຫ້ນັກຮຽນ, ນັກສຶກສາ ແລະ ຜູ້ເຂົ້າຊົມງານໄດ້ ເລືອກຊື້ປື້ ມ ມືສ ອງຄຸ ນນ ະພາບ ດີ ແ ຕ່ ລາຄາບໍ່ ແ ພງ ເຊິ່ງປື້ມທີ່ນໍ າມ າວ າງ ສະແ ດງ ໃນຄັ້ງນີ້ມີຫລາຍແບບໃຫ້ ເລືອກເປັນຕົ້ນປຶ້ມຈິດຕະວິທະນາ ພັດທະນາໂຕເອງ, ທຸລະກິ ດ, ການ ເງິນ, ນິຍາຍ ແລະ ອື່ນໆ ເຊິ່ງໄດ້ກະ ແສຕອບຮັບດີ ຫ ລາຍ ໃນແ ຕ່ລ ະມື້ ຈ ະ ມີນັ ກຮຽນ, ນັກສຶ ກສາມາຢ້ຽມຢາມ ແລະ ຊື້ບໍ່ ຂາດສາຍ ເຊິ່ງຈຸດນີ້ຮູ້ ສຶ ກ ດີໃຈຫລາຍທີ່ໄວໜຸ່ມໃຫ້ຄວາມສົນ ໃຈການອ່ານຫລາຍຂຶ້ນ ເຊິ່ງມັນ ເປັນສິ່ ງທີ່ ດີ ໄດ້ເຫັນຄົ ນຮຸ້ນໃ ໝ່ ຮັກ ໃນການສຶກສາຮໍ່ າຮຽນ ເພາະເປັນ ການເພີ່ມຄ ວາມຮູ້ , ຄວາມສ າມາດ ໄດ້ດ້ວຍໂຕເອງ. ສະນັ້ ນ, ຈຶ່ງຢ າກ ໃຫ້ມີງ ານທີ່ ສົ່ ງເສີມກ ານອ່ ານແ ບບ ນີ້ຫ ລາຍໆ ແ ລະ ມີກິ ດຈ ະກໍາຕ່ າງໆ ເພື່ອດຶງດູດໃຫ້ນັກຮຽນ, ນັກສຶກ ສາເຂົ້າຮ່ວມຫລາຍຂຶ້ນໃນປີຕໍ່ໄປ. ແນວໃ ດກໍ່ ດີ ສໍາລັບຈຸດເລີ່ມ ຕົ້ນຂອງ ອາຊີບນີ້ ແມ່ນຕົນເອງເປັນຄົນຮັກ ໃນການອ່ານຢູ່ແລ້ວ ຈຶ່ງໄດ້ຊື້ປຶ້ມ ຈາກປະເທດເພື່ອນບ້ານມາອ່ານ ເທື່ອລະເລັກລະໜ້ອບຈົນກາຍເປັນ ປຶ້ມສະສົມຫລາຍຂຶ້ນເລື້ອຍໆ ສະ ນັ້ນ, ຈຶ່ງຢາກແບ່ງປັນຄວາມຮູ້ໃຫ້ ຜູ້ທີ່ມັກອ່ານ ຈຶ່ງໄດ້ໂພດຂາຍທາງ ອອນລາຍ ເຫັນວ່າຄົນໃຫ້ຄວາມ ສົນໃຈຫລາຍ ຈຶ່ງສັ່ງມ າຂາຍ ໂດຍ ແຕ່ລ ະມື້ ກໍ່ມີກ ານລູກຄ້ າສັ່ ງຊື້ ມື້ລ ະ 9-10 ຫົວ ສົ່ງທັງພາຍໃນ ແລະ ຕ່າງແ ຂວງ ໂ ດຍ ຄາລ າເລີ່ມ ຕົ້ນກໍ່ຢູ່ ທີ່ສະພາບຂອງປຶ້ມເພາະຮ້ານເຮົາ ແມ່ນປຶ້ມມືສອງທັ ງໝົດເລີຍ. ທ່ານ ອໍາມ ະຕະ ເວົ້າຕື່ ມວ່ າ: ພາຍຫ ຍັງທີ່ ເຮັດອາຊີບນີ້ແລ້ວໃນແຕ່ລະເດືອນ ສາມາດສ້ າງລ າຍຮັ ບໄ ດ້ 10 ລ້ານ ກວ່າກີ ບ ລາຍຮັ ບນີ້ ກໍບໍ່ ໄ ດ້ຄົງທ່ີ ຂຶ້ນ ກັບແຕ່ລະເດືອນທີ່ລູກຄ້າສັ່ງໜ້ອຍ ສັ່ງຫ ລາຍ ເນື່ອງຈາກວ່າຮ້ານເຮົາ ຂາຍສ ະເພາະອ ອນລ າຍ ແ ລ ະ ຂ າຍ ຕາມເທສະການປຶ້ມຕ່າງໆໆບໍ່ມີໜ້າ ຮ້ານ. ສະນັ້ ນ, ໃ ນນ າມທີ່ ເຮັດອ າຊີບ ຂາຍປຶ້ມ ກໍຢາກໃ ຫ້ພ າກສ່ວນກ່ຽວ ຂ້ອງຈັດງ ານເພື່ອສົ່ ງເສີມການອ່ານ ໃ ຫ້ຫ ລາຍຂຶ້ ນ ເພື່ອເຮັດໃຫ້ນັກຮຽນ, ນັກສຶກສາໄດ້ໃ ຊ້ເວລາວ່າງໃຫ້ເກີດ ປະໂ ຫຍດ . ເອົາເປັນວ່ າຖ້າທ່ານໃດ ທີ່ມີຄວາມສົນໃຈໃນການອ່ານ ແລະ ກໍາລັງຊອກຫາປຶ້ມດີໆທີ່ລາ ຄາບໍ່ແພງສາມາດເຂົ້າຢ້ຽມຊົມ ຮ້ານຂ າຍປຶ້ ມAmmataປຶ້ມມືສ ອງ ລາຄາຖືກ ໄດ້ທາງເພສເຟສບຸກ ຫລື ຕິດຕໍ່ສອບຖາມຜ່ານເບີ 020 5566 4159. ພາບປະກອບ * ບ້ານດອນຊິງຊູ້ ກາຍເປັນ ແຫລ່ງທ່ອງທ່ຽວຍອດນິຍົມແຫ່ງ ໃໝ່ ທີ່ຫລາຍຄົນອາດຍັງບໍ່ຮູ້ວ່າຢູ່ ໃສ? ມື້ນີ້ຜູ້ຂຽນຈະມາເລົ່າສູ່ຟັງ ແລະ ແນະນໍາທ່ານທີ່ມີຄວາມສົນ ໃຈຢາກໄປສໍາຜັດເພື່ອພັກຜ່ອນຢ່ອນ ອາລົມແລະສຶກສາຂໍ້ມູນຄວາມເປັນ ມາເບື້ອງໜ້າເບື້ອງຫລັງທີ່ແທ້ຈິງ ເປັນຄືແນວໃດ?. ດັ່ງນີ້ຮູ້ນໍາກັນ, ເມື່ອກ່ອນດອນ ຊິງຊູ້ເປັນບ້ານນ້ອຍໆ ແລະ ມີເຮືອນ ພຽງ 4-5 ຫລັງເທົ່ານັ້ນ ແຕ່ກ່ອນ ດອນນີ້ເປັນພຽງເປັນບ່ອນທໍາມາ ຫາກິນຂອງປະຊາຊົນລາວບັນດາ ເຜົ່າເທົ່ານັ້ນໂດຍສະເພາະປູກຝັງ, ລ້ຽງສັດ ແລະ ເຮັດການປະມົງຫາ ປາລ້ຽງຊີບ ເມື່ອປະເທດໄດ້ຮັບ ການພັດທະນາ ແລະ ປະຊາກອນ ໄດ້ມີຂະຫຍາຍຕົວຂຶ້ນເລື້ອຍໆຈິ່ງ ປ່ຽນຈາກບ້ານນ້ອຍໆກາຍເປັນ ໃຫຍ່, ບ້ານດອນຊິງຊູ້ຂຶ້ນກັບເມືອງ ສີໂຄດຕະບອງ, ນະຄອນຫລວງ ວຽງຈັນ ເຊິ່ງຕັ້ງຢູ່ກາງແມ່ນໍ້າຂອງ, ມີເນື້ອທີ່ທັງໝົດ 133,29 ເຮັກຕາ ແລະ ປັດຈຸບັນນີ້ ມີພົນລະເມືອງຈຳ ນວນ 253 ຄົນ ຍິງ 122 ຄົນ ມີ 56 ຄອບຄົວ 57 ຫລັງຄາເຮືອນ. ບ້ານດອນຊິງຊູ້ ມີເນື້ອທີ່ທຳການ ຜະລິດປະເພດພືດລົ້ມລຸກ ທັງໝົດ 64 ເຮັກຕາ ປະຊາຊົນພາຍໃນບ້ານ ສ່ວນໃຫຍ່ທຳການຜະລິດກະສິກຳ, ລ້ຽງສັດ ແລະ ຫາປາເປັນອາຊີບ. ເຖິງແນວໃດກໍດີ ບ້ານດອນຊິງ ຊູ້ບໍ່ໄດ້ເປັນພຽງບ້ານຂຶ້ນຊື່ດ້ານ ປະມົງ ແລະ ຜະລິດກະສິກໍາເທົ່ານັ້ນ ຫາກຍັງເປັນແຫລ່ງທ່ອງທ່ຽວ ຍອດນິຍົມທີ່ມີຮ່ອງຮອຍເຕັມໄປ ດ້ວຍມົນສະເໜ່ທີ່ໜ້າຄົ້ນຫາດ້ານ ປະຫວັດສາດ, ວັດທະນະທໍາ, ວັດ ວາອາຮາມ, ຕໍານານພະຍານາກ ແລະ ວິຖີຊີວິດຂອງຄົນຢູ່ກາງແມ່ ນໍ້າຂອງ ເຊິ່ງມີຄວາມຜູກພັນຕິດ ພັນກັນມາແຕ່ດົນນານ. ຫລາຍທ່ານຕັ້ງຄໍາຖາມ ເຫດ ໃດ? ຜູ້ຄົນຈິ່ງໄປແວ່ວຽນທີ່ນັ້ນ ທັງ ວັນລາຊະການ ແລະ ພັກຜ່ອນຢ່າງ ໜາແໜ້ນໂດຍຊື້ປີ້ຂີ່ເຮືອ ເປັນແຖວ ຍາວຢຽດລຽບຕາມແຄມຂອງໂດຍ ສະເພາະ ໃນວັນອາທິດ-ວັນເສົາ. ຜູ້ຂຽນມີໂອກາດ ໄດ້ໄປສໍາຜັດທີ່ ນັ້ນມາແລ້ວຫລາຍຄັ້ງໜຶ່ງ ຈະນໍາ ເອົາເລື່ອງລາວ ຕ່າງໆທີ່ເຫັນ ແລະ ໄດ້ໂອ້ລົມ ກັບຄົນຢູ່ທີ່ບ້ານດອນຊິງ ຊູ້ມາເລົ່າສູ່ຟັງ ດັ່ງນີ້ ຕາມຄວາມ ເຊື່ອ ແລະ ການເຄົາບູຊາ ຂອງຊາວ ພຸດເຮົານັ້ນ ແມ່ນຈຸດທີ່ມາຂອງຄົນ ໄປທ່ຽວທີ່ນັ້ນ ດັ່ງທີ່ຮູ້ວັດພະຍາ ນາກ ຕັ້ງຢູ່ດອນຊິງຊູ້ ເມືອງສີໂຄດ ຕະບອງ ນະຄອນຫລວງວຽງຈັນ ເປັນດອນຢູ່ກາງນ້ຳຂອງກົງກັນຂ້າມ ກັບບ້ານສີໄຄ, ເກົ້າລ້ຽວ, ໜອງດາ. ປັດຈຸບັນນີ້ວັດພະຍານາກ(ດອນ ຊິງຊູ້) ໄດ້ກາຍເປັນແຫລ່ງທ່ອງ ທ່ຽວຍອດນິຍົມ ແລະ ໂດ່ງດັງຢ່າງ ກວ້າງຂວາງ ຊຶ່ງເປັນວັດທີ່ເກົ່າແກ່ ເພາະມີພະພຸດທະຮູບຫີນໃນຍຸກ ຂອງຊາຍຟອງ ເຊິ່ງວັດແຫ່ງດັ່ງ ກ່າວມີສິມໜຶ່ງຫລັງ ເປັນສິມໃໝ່ ຫາກໍ່ສ້າງເມື່ອປີ ພສ 2544 ນີ້ເອງ ເມືອກ່ອນກໍ່ມີສິມເກົ່າ ປັດຈຸບັນເພິ່ນ ອະນຸລັກ ໄວ້ໃຫ້ເຫັນແຕ່ເສົາ 1 ຕົ້ນ ຂ້າງສິມໃໝ່. ຄົນສ່ວນໃຫຍ່ບໍ່ ໄດ້ມີຈຸດປະສົງ ພຽງໄປກາບໄຫວ້ຂໍພອນຈາກສິ່ງ ສັກສິດເທົ່ານັ້ນຫາກຍັງໄປເບິ່ງທໍາ ມະຊາດແບບວິຖີຊາວບ້ານທີ່ດໍາ ລົງຊີວິດມາແຕ່ດົນນານ ເຊື່ອງຊ້ອນ ໄວ້ກາງດອນ ທີ່ມີແມ່ນໍ້າຂອງໄຫລ ອ້ອມໄວ້. ປະຊາຊົນສ່ວນໃຫຍ່ ຢູ່ນັ້ນມີອາ ຊີບຫາປາ ແລະ ປູກຜັກຂາຍ ເປັນ ສິນຄ້າ ເພື່ອລ້ຽງຊີບ, ອີກກຸ່ມຄົນຈໍາ ນວນໜຶ່ງແມ່ນໃຊ້ຊີວິດຂ້າມໄປ ຂ້າມທຸກວັນ ດ້ວຍເຮືອຈັກ ເພື່ອ ເດີນທາງໄປເຮັດວຽກ ໃນນະຄອນ ຫລວງວຽງຈັນ ລວມທັງເອົາສິນ ຄ້າໄປຂາຍໃນຕະຫລາດ. ປະຊາຊົນບ້ານດອນຊິງຊູ້ ບອກ ວ່າ ວັດນີ້ມີພະພຸດທະຮູບເກົ່າແກ່ທີ່ ເຮັດດ້ວຍຫີນ ຄາດວ່າສ້າງມາແຕ່ ຍຸກຊາຍຟອງ ພ້ອມດຽວກັບ ພະພຸດ ທະຮູບ ຢູ່ວັດອິນແປງ (ພະພຸດທະ ຮູບຫີນ 2 ອົງ) ເມື່ອປະມານ 2030 ປີກ່ອນ ແນວໃດກໍດີບໍລິເວນວັດ ດັ່ງກ່າວຍັງຄົ້ນພົບພະພຸດທະຮູບ ຄຳ, ເງິນ, ທອງແດງ ແລະ ຫີນ ຈຳ ນວນໜຶ່ງ ຂ້າງສິມຂອງວັດໂດຍອໍາ ນາດການປົກຄອງໄດ້ນຳໄປເກັບ ໄວ້ທີ່ຫໍພິພິທະພັນ ຫໍພະແກ້ວ ຢູ່ ນະຄອນຫລວງວຽງຈັນ. ຫວ່າງບໍ່ດົນມານີ້, ຕາມທິດຊີ້ ນໍາຂອງພະແນກຖະແຫລງຂ່າວວັດ ທະນະທໍາ ແລະ ທ່ອງທ່ຽວ ນະຄອນ ຫລວງວຽງຈັນ (ຖວທ ນວ) ໄດ້ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ແຜນພັດທະນາຄື: ສ້າງຄອບຄົວ ແລະ ບ້ານວັດທະນະທໍາ, ລົງຊຸກຍູ້ ຄວາມພ້ອມໃນການສ້າງບ້ານດອນ ຊິງຊູ້ ເມືອງສີໂຄດຕະບອງ ໄດ້ກາຍ ເປັນບ້ານວັດທະທໍາໃໝ່. ທ່ານ ຄໍາສອນ ຜູ້ປະກອບການ ທຸລະກິດໃຫ້ບໍລິການເຮືອຂ້າມໄປ ດອນຊິງຊູ້ບອກວ່າ: ນັບແຕ່ເປີດໃຫ້ ບໍລິການເຮືອຢູ່ທີ່ນີ້ມາໄດ້ເກືອບ 5 ປີ ເຫັນວ່າມີຈໍານວນປະຊາຊົນ ແລະ ນັກທ່ອງທ່ຽວເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເລ່ຍວັນທົ່ວໄປ 300-400 ຄົນຕໍ່ວັນ ຖ້າເປັນວັນເສົາ-ທິດແມ່ນ ປະມານ 500-600 ຄົນ ສໍາລັບບໍ ລິການເກັບຄ່າປີ້ຂີ່ເຮືອນັ້ນພຽງ ແຕ່ 25.000 ກີບຕໍ່ຄົນ (ລວມທັງ ໄປທັງກັບ), ສ່ວນຄ່າ ຝາກລົດຈັກ- ລົດໃຫຍ່ແມ່ນເກັບ 5.000 ກີບຕໍ່ຄັນ ເທົ່ານັ້ນ, ຄາດວ່າບຸນປີໃໝ່ລາວ ຈະມາເຖິງນີ້ຈະມີຄົນ ເຂົ້າມາຫລິ້ນ ບ້ານດອນຊິງຊູ້ບໍ່ຕໍ່າ ກວ່າ 700- 800 ຄົນຕໍ່ມື້ເນື່ອງຈາກວ່າຢູ່ທີ່ນັ້ນ ເປັນເຂດທີ່ມີຫາດຊາຍສວຍງາມ ແລະ ສະຫງົບດີ. ນອກຈາກນັ້ນຍັງ ມີຮ້ານຂາຍເຄື່ອງປະເພດອາຫານເຄື່ອງດື່ມ, ຂາຍຜົນຜະລິດກະສິກໍາ, ຂາຍປາ ແລະ ອື່ນໆອີກດ້ວຍ.
RkJQdWJsaXNoZXIy MTc3MTYxMQ==