5844

ltst]a fvkg,]y dk 9tln [8+ lq j 'glu , dkoxt8y [a fly fmy 0v'7q ory dko16 j ]k; ltcf'ly ]txt lts]v';a olh k'8A ' lkprq ;ra odkom6 f ]k;{ly 'dt3x l6 odko7h k;P'9a og-a og8u lts]v'7q [Iv[ 9 xu xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** 02/04/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຂປລ. ທ້າຍອາທິດຜ່ານມາ, ທ່ານນາງຊາຣາມິນຄາຣາ(Sara Minkara) ທີ່ປຶກສາພິເສດດ້ານ ສິດທິຄົນພິການສາກົນຂອງກະຊວງ ການຕ່າງປະເທດ ສະຫະລັດອາ ເມລິກາ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ລາວ ວ່າ: ສະຫະລັດອາເມລິກາຈະ ສືບຕໍ່ສົ່ງເສີມການຈັດຕັ້ງປະຕິບັດ ສິດທິຂອງພິການຢູ່ ສປປ ລາວ ໂດຍສະເພາະແມ່ນການເຂົ້າເຖິງ ການບໍລິການດ້ານສຸຂະພາບ ແລະ ການມີສ່ວນຮ່ວມຢູ່ໃນສັງຄົມຂອງ ຄົນພິການ. ທ່ານ ນາງ ຊາຣາ ມິນຄາຣາ ໄດ້ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ສະ ຫະລັດອາເມລິກາ ໄດ້ສະໜັບສະ ໜູນໃນຫລາຍໂຄງການ ເພື່ອໃຫ້ຄົນ ພິການໄດ້ເຂົ້າເຖິງການບໍລິການ ແລະ ການມີສ່ວນຮ່ວມຢູ່ໃນສັງຄົມ ໂດຍຜ່ານອົງການຊ່ວຍເຫລືອສາ ກົນ ເພື່ອການພັດທະນາສາກົນສະ ຫະລັດອາເມລິກາ. ໃນໂອກາດເດີນທາງມາຢ້ຽມ ຢາມ ສປປ ລາວ ໃນລະຫວ່າງວັນ ທີ 20-22 ມີນາ 2024 ເພື່ອພົບປະ ກັບລັດຖະບານລາວ ໃນການສະໜັບ ສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ ແລະ ປຶກສາຫາ ລືກ່ຽວກັບໂອກາດໃນການເຊື່ອມ ສານສິດທິຄົນພິການໃນເສົາຄ້ຳວັດ ທະນະທຳອາຊຽນ ໃຫ້ສອດຄ່ອງ ກັບແຜນແມ່ບົດຂອງອາຊຽນ. ພ້ອມ ນີ້, ຍັງໄດ້ເຂົ້າຮ່ວມກອງປະຊຸມໂຕະ ມົນກັບອົງການຈັດຕັ້ງຄົນພິການຢູ່ ຂປລ. ສູນການຄ້າວຽງຈັນເຊັນ ເຕີ ສະເຫລີມສະຫລອງຄົບຮອບ 9 ປີ ໃນການໃຫ້ບໍລິການ ໃນຕອນເຊົ້າ ວັນທີ 28 ມີນາ 2024 ຜ່ານມາ ໂດຍໄດ້ມີການໃສ່ບາດ ແລະ ບາສີ ສູ່ຂວັນໃຫ້ຄະນະບໍລິຫານ ແລະ ພະ ນັກງານ ເນື່ອງໃນໂອກາດບຸນປີໃໝ່ ລາວ ເພື່ອເປັນສິລິມຸງຄຸນ ແລະ ສ້າງໃຫ້ໄດ້ຄວາມສາມັກຄີພາຍ ໃນເປັນຈິດໜຶ່ງໃຈດຽວ ລະຫວ່າງ ຄະນະຜູ້ບໍລິຫານ, ຄູ່ຮ່ວມທຸລະກິດ ທີ່ເລັງເຫັນການເຕີບໃຫຍ່ຂະຫຍາຍ ຕົວການບໍລິການສູນການຄ້າ ໃນ ລະດັບແຖວໜ້າຂອງປະເທດ, ພ້ອມ ກັນສົ່ງເສີມໃຫ້ມີກິດຈະການຄ້າ ຂາຍ, ບໍລິການ, ການສ້າງວຽກເຮັດ ງານທໍາ, ເວທີສໍາມະນາເພື່ອພັດ ທະນາຜູ້ປະກອບການໃຫ້ເຕີບໃຫຍ່ ໃນລາວ ເພື່ອຮຽນຮູ້ກ່ຽວກັບສິ່ງ ທ້າທາຍ ແລະ ໂອກາດໃນການໃຫ້ ຄົນພິການມີສ່ວນຮ່ວມຫລາຍຂຶ້ນ. ປັດຈຸບັນ, ສະຫະລັດອາເມລິກາ ກຳ ລັງກະກຽມສືບຕໍ່ໄລຍະສອງຂອງ ໂຄງການບໍລິການດ້ານສຸຂະພາບ ແລະ ການມີສ່ວນຮ່ວມຂອງຄົນພິ ການຢູ່ ສປປ ລາວ ເຊິ່ງເປັນໜຶ່ງ ໃນຄວາມໝາຍໝັ້ນຂອງສອງປະ ເທດໃນການຮ່ວມມືກັນໃນຂົງເຂດ ສົ່ງເສີມສິດທິຂອງຄົນພິການເຊິ່ງ ສະຫະລັດອາເມລິກາ ມີຄວາມພະ ຍາຍາມຂະຫຍາຍກອບການຮ່ວມ ມືກັບອາຊຽນ ໃນວຽກງານດັ່ງກ່າວ ແລະ ມີຄວາມໝາຍໝັ້ນ ຈະໄດ້ເຮັດ ວຽກຮ່ວມກັບລັດຖະບານລາວ ໃນການເຊື່ອມສານນະໂຍບາຍທາງ ດ້ານສິດທິມະນຸດເຂົ້າສູ່ແຜນງານ ຫລື ວາລະການພັດທະນາ ໃນລະດັບ ຊາດລວມເຖິງລະດັບອາຊຽນ. ທ່ານ ນາງ ຊາຣາ ມິນຄາຣາ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງ “ການທູດຄວາມພິການ” ໃນການ ພົວພັນກັບຄູ່ຮ່ວມມືສາກົນຂອງ ອາເມລິກາ, ພ້ອມທັງສ້າງຄວາມ ຮັບຮູ້ທົ່ວໂລກກ່ຽວກັບຜົນປະໂຫຍດ ທາງດ້ານເສດຖະກິດ, ສັງຄົມ ແລະ ການເມືອງຂອງຄົນພິການ. ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ. ສູນການຄ້າວຽງຈັນເຊັນເຕີ ໄດ້ ຮັບການຕອບຮັບຈາກທາງຮ້ານຄ້າ ສິນຄ້າທີ່ມີຊື່ສຽງຕ່າງໆ ທີ່ໄດ້ເຂົ້າ ມາຮ່ວມເປັນສ່ວນໜຶ່ງໃນສູນການ ຄ້າວຽງຈັນເຊັນເຕີ ລວມເຖິງລູກຄ້າ ທີ່ເຂົ້າມາໃຊ້ບໍລິການນັບມື້ເພີ່ມຂຶ້ນ, ມີການດໍາເນີນກິດຈະການເຄື່ອນ ໄຫວງານສົ່ງເສີມເຍົາວະຊົນ ງານ ຊ່ວຍເຫລືອສັງຄົມໃນດ້ານຕ່າງໆ ແລະ ສາມາດດຶງດູດລູກຄ້າໃຫ້ເຂົ້າ ມາໃຊ້ບໍລິການໄດ້ຫລາຍຂຶ້ນ. ເນື່ອງໃນໂອກາດສະຫລອງຄົບ ຮອບ 9 ປີ, ສູນການຄ້າວຽງຈັນ ເຊັນເຕີ ໄດ້ຈັດສ່ວນຫລຸດຄັ້ງໃຫຍ່ ຄືນກຳໄລໃຫ້ລູກຄ້າຫລຸດສູງສຸດ ເຖິງ 80%, ພ້ອມລຸ້ນຮັບລາງວັນຊື້ ສິນຄ້າຄົບ 3 ລ້ານກີບ ຮັບຟຣີ ສ່ວນ ຫລຸດ 3 ແສນກີບ ສຳລັບລູກຄ້າມີ ບັດສະມາຊິກ ໂດຍເລີ່ມແຕ່ວັນທີ 28 ມີນາ-17 ເມສາ 2024. ຂ່າວ: ກິດຕາ, ພາບ: ສຸກສະຫວັນ ຂປລ. ເມື່ອບໍ່ດົນມານີ້, ສະຖານ ທູດ ສິງກະໂປ ປະຈຳ ສປປ ລາວ ຈັດງານສະແດງສິລະປະດົນຕີ ເພື່ອ ສະເຫລີມສະຫລອງວັນສ້າງຕັ້ງ ສາຍພົວພັນການທູດ ລາວ-ສິງກະ ໂປ ຄົບຮອບ 50 ປີ ຢູ່ທີ່ຫໍວັດທະນະ ທຳແຫ່ງຊາດ ໂດຍມີ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ຊູເດສມາເນຍ ເອກອັກຄະລັດຖະທູດວິສາມັນຜູ້ມີ ອໍານາດເຕັມ ແຫ່ງປະເທດ ສິງກະ ໂປປະຈຳສປປລາວ, ບັນດາທູຕານຸ ທູດ ແລະ ອົງການຈັດຕັ້ງສາກົນ ເຂົ້າຮ່ວມ ໂດຍໄດ້ຮັບການສະໜັບ ສະໜູນຈາກກະຊວງວັດທະນະທຳ, ຊຸມຊົນ ແລະ ຊາວໜຸ່ມ ສິງກະໂປ. ທ່ານ ຊູເດສ ມາເນຍ ເອກອັກ ຄະລັດຖະທູດ ສິງກະໂປ ປະຈຳ ສປປລາວ ໄດ້ກ່າວວ່າ: ສາຍພົວພັນ ຂອງສອງປະເທດ ໄດ້ຮັບການເສີມ ຂະຫຍາຍຕະຫລອດ 50 ປີ ຜ່ານມາ ແລະ ມາຮອດປັດຈຸບັນພວກເຮົາມີ ການຮ່ວມມືສອງຝ່າຍໃນຫລາຍ ຂົງເຂດວຽກງານ ລວມທັງດ້ານພະ ລັງງານແລະຄວາມຍືນຍົງໂດຍສະ ນວ ສຳເລັດການຄັດເລືອກ... ຜູ້ແທນສະມາຄົມປ້າຍລາວ... ຫົວໜ້າຄະນະພົວພັນ... 25-27 ມີນາ 2024 ຜ່ານມາ, ເພື່ອ ເສີມຂະຫຍາຍສາຍພົວພັນມິດຕະ ພາບຂອງສອງປະເທດ ພາຍໃຕ້ບັນ ຍາກາດແຫ່ງການສະເຫລີມສະ ຫລອງ ຄົບຮອບ 50 ປີ ແຫ່ງການ ສ້າງຕັ້ງສາຍພົວພັນການທູດລະ ຫວ່າງ ສປປ ລາວ ແລະ ສ ສິງກະ ໂປ. ໂອກາດຢ້ຽມຢາມຄັ້ງນີ້, ສະ ຫາຍ ທອງສະຫວັນ ພົມວິຫານ ໄດ້ ນຳພາຄະນະ ເຂົ້າພົບປະສອງຝ່າຍ ກັບການນໍາຂັ້ນສູງຂອງ ສິງກະໂປ ໂດຍເຂົ້າຢ້ຽມຂໍ່ານັບ ສະຫາຍ ລີ ຊຽນ ລຸງ (Lee Hsien Loong) ນາຍົກລັດຖະມົນຕີສິງກະໂປ, ສະ ຫາຍ ລໍແຣັນສ ວອງ (Lawrence Wong) ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີ ກະຊວງການ ເງິນ, ພົບປະກັບ ທ່ານ ວິວຽນ ບາ ລາ ຄຣິສນານ (Vivian Balakrishnan) ລັດຖະມົນຕີກະຊວງ ການຕ່າງປະເທດ; ທ່ານ ຕັນ ຊີ ເລັງ (Tan See Leng) ລັດຖະມົນຕີ ກະຊວງແຮງງານ ທັງເປັນລັດຖະ ມົນຕີກະຊວງການຄ້າ ແລະ ອຸດສາ ຫະກຳ ຜູ້ທີສອງ, ສະຫາຍ ລີ ຈູ ຢາງ (Lee Tzu Yang) ປະທານ ໂຄງການແລກປ່ຽນສະຖາບັນລີ ກວນຢູ ໄດ້ເປັນກຽດມອບໂລ້ຢັ້ງຢືນ ຜູ້ເຂົ້າຮ່ວມໂຄງການແລກປ່ຽນ ລີກວນຢູ ເຊິ່ງເປັນບຸກຄົນທີ 77 ແລະ ເປັນຜູ້ທີ 3 ຈາກ ສປປ ລາວ. ໃນການພົບປະ, ທັງສອງຝ່າຍໄດ້ຕີ ລາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລາວ-ສິງກະໂປ ຕະຫລອດໄລຍະ 50 ປີຜ່ານມາ, ໄດ້ແລກປ່ຽນສະພາບການພັດທະ ນາເສດຖະກິດ-ສັງຄົມ ຂອງປະ ເທດຕົນໃຫ້ກັນຊາບແລະ ເອກະພາບ ກັນຄົ້ນຄວ້າທ່າແຮງເພື່ອການຮ່ວມ ມືໃນຕໍ່ໜ້າ ໂດຍສະເພາະດ້ານການ ຄ້າ-ການລົງທຶນ, ພະລັງງານສະ ອາດ, ເຕັກໂນໂລຊີ, ການພັດທະນາ ຊັບພະຍາກອນມະນຸດ, ການທ່ອງ ທ່ຽວສີຂຽວ ແລະ ອື່ນໆ. ຝ່າຍສິງ ກະໂປ ຍິນດີສືບຕໍ່ສົ່ງເສີມວຽກງານ ມາດນໍາໄປໃຊ້ໃນການພິມໄດ້ເຊັ່ນ: vinyl, ຜ້າແພ, ໂລຫະ, ໄມ້, ແກ້ວ, ເຊລາມິກ ແລະ ອື່ນໆ ເປັນໂອກາດທີ່ ຈະຄົ້ນຫາ, ການປະດິດສ້າງ ເຫລົ່າ ນີ້ຈະຖືກນໍາໃຊ້ໃນອຸດສາຫະກໍາການ ພິມໄດ້ແນວໃດ?; ການສ້າງເຄືອ ຂ່າຍ ແລະ ໂອກາດທາງທຸລະກິດ ເພື່ອຂະຫຍາຍທຸລະກິດກັບຖານລູກ ຄ້າໃໝ່. ພ້ອມນີ້, ກໍມີການພົບປະ ແລກປ່ຽນຄວາມຄິດເຫັນກັບນັກທຸ ລະກິດ ຈາກອົງການຈັດຕັ້ງຊັ້ນນໍາ ທັງພາຍໃນ ແລະ ຕ່າງປະເທດ. ໂດຍມີ 450 ຮ້ານ ຈາກ 140 ບໍລິ ສັດ ເຂົ້າຮ່ວມໃນງານຄັ້ງນີ້. ໂອກາດນີ້, ທ່ານວົງນຳ ວົງວິໄລ ໄດ້ມີຄຳເຫັນໃນໂອກາດເຂົ້າຮ່ວມ ງານວ່າ: ງານໃນຄັ້ງນີ້, ມີຄວາມ ໝາຍສຳຄັນຕໍ່ບັນດາຜູ້ປະກອບການ ກ່ຽວກັບປ້າຍໂຄສະນາຂອງ ສປປ ລາວ ແລະ ສະມາຊິກສະມາຄົມປ້າຍ ລາວ ກໍໄດ້ຢ້ຽມຊົມຮ້ານວາງສະ ແດງສິນຄ້າ, ເຄື່ອງຈັກກົນ, ເຕັກໂນ ໂລຊີໃໝ່ທີ່ຮັບໃຊ້ໃນໂຮງງານອຸດ ສາຫະກຳຜະລິດປ້າຍໂຄສະນາ, ຢ້ຽມຊົມຖານການຜະລິດອຸດສາຫະ ກຳປ້າຍ ທີ່ບໍລິສັດຕິວານົນປຣິ້ນເຊັນ ເຕີ້ ທີ່ ແຂວງນົນບູຣີ ແລະ ຊົມຫ້ອງ ວາງສະແດງ ບໍລິສັດ Formica Thailand ອີກດ້ວຍ, ພ້ອມທັງໄດ້ ແລກປ່ຽນປະສົບການກັບຜູ້ປະກອບ ການຫລາຍໆທ່ານທີ່ເຂົ້າຮ່ວມງານ. ໂອກາດດຽວກັນນີ້, ຄະນະຜູ້ ແທນສະມາຄົມປ້າຍລາວ ຍັງໄດ້ຫາ ລືກັບສະມາຄົມສົ່ງເສີມທຸລະກິດ ປ້າຍໄທ ເພື່ອກຽມເຊັນບົດບັນທຶກ ຄວາມເຂົ້າໃຈກັນໃນທ້າຍປີນີ້, ເພື່ອ ວາງແຜນຮ່ວມມືແລກປ່ຽນການ ພັດທະນາສ້າງຄູ່ມືສາຍອາຊີບສະ ເພາະ, ຈັດກິດຈະກຳ, ຝຶກອົບຮົມເພື່ອ ສົ່ງເສີມການຮຽນຮູ້ໃນສາຂາວິຊາ ຊີບປ້າຍ ໃຫ້ມີຄວາມກ້າວໜ້າທັນ ສະໄໝຂຶ້ນເທື່ອລະກ້າວ ແລະ ພັດ ທະນາທັກສະສີມືໃຫ້ກັບນາຍຊ່າງ ປ້າຍລາວ, ຊ່ວຍສົ່ງເສີມຜູ້ປະກອບ ການດ້ານປ້າຍໂຄສະນາລາວ ເພື່ອ ຜະລິດປ້າຍ ໃຫ້ສວຍງາມ, ມີຄຸນ ນະພາບ, ມີມາດຕະຖານ ແລະ ທັນ ຈາກ ໂ ຮງຮຽນປະຖົມສິນໄ ຊ ແລະ ທ້າວ ໄຊຍະພອນ ຄົດສຸດີ ຈາກໂຮງຮຽນປະຖົມປາຖະໜາ; ວິຊາພາສາລາວ ອັນດັບ 1 ນາງ ຫົງທອງ ອິນສິຊຽງລາຍ ຈາກໂຮງ ຮຽນປະຖົມຊະນະພົນ ແລະ ວິຊາວິ ທະຍາສາດ ແລະ ສິ່ງແວດລ້ອມ ອັນດັບ 1 ນາງ ວານິດາ ອິນທະວົງ ຈາກໂຮງຮຽນປະຖົມປາຖະໜາ. ສ່ວນຊັ້ນ ມ4 ວິຊາພາສາລາວ-ວັນ ນະຄະດີ ໄດ້ອັນດັບທີ 1 ນາງ ປາຢົງ ທ່າວເຈີດຈິງ, ວິຊາຄະນິດສາດ ແມ່ນນາງ ປາວີນາ ໄຊຍະເດດ ທັງ ສອງມາຈາກໂຮງຮຽນ ມສ ປາຖະ ໜາ, ວິຊາ ຟີຊິກສາດ ແມ່ນ ນາງ ສຸ ພະພອນ ສີສົມຫວັງ ຈາກ ມສ ວຽງ ຈັນ ແລະ ວິຊາ ເຄມີສາດ ນາງ ທິດາ ວັນ ໄຊຍະສຸກ ຈາກ ມສ ພອນສະ ຫວັນ ຊົນເຜົ່າ ແລະ ຊັ້ນ ມ7 ວິຊາ ພາສາລາວ-ວັນນະຄະດີ ໄດ້ອັນດັບ ທີ 1 ທ້າວ ທະວີຊັບ ຈັນທະສັກ ຈາກ ມສ ພອນສະຫວັນ-ຊົນເຜົ່າ, ວິຊາຄະນິດສາດ ທ້າວ ລັດຕະນະ ໄຕສັນແກ້ວດາລາ ແລະ ວິຊາຟີຊິກ ສາດ ທ້າວ ໂພພິທັກ ໄພສານ ທັງ ສອງມາຈາກ ມສ ວຽງຈັນ ແລະ ວິ ຊາເຄມີສາດ ທ້າວ ອານຸພາບ ລາດ ຊະວົງ ຈາກ ມສ ພອນສະຫວັນ. ພິທີສະຫລຸບການສອບເສັງ ແຂ່ງຂັນນັກຮຽນເກັ່ງ ຂັ້ນນະຄອນ ຫລວງວຽງຈັນ (ນວ) ຈັດຂຶ້ນວັນທີ 29ມີນາ2024ຜ່ານມາໂດຍມີທ່ານ ສົມພອນ ສອນດາລາ ຫົວໜ້າພະ ແນກສຶກສາທິການ ແລະ ກິລາ ນວ, ມີຄະນະຜູ້ບໍລິຫານການສຶກສາ, ຜູ້ ອຳນວຍໂຮງຮຽນ, ພ້ອມດ້ວຍຄູ- ອາຈານພໍ່ແມ່ຜູ້ປົກຄອງ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນພິທີ, ທ່ານ ຂັນໄຊ ແສງສຸນີ ຫົວໜ້າຂະແໜງສາມັນ ພະແນກສຶກ ສາທິການ ແລະ ກິລາ ນວ ໄດ້ລາຍ ງານຜົນການສອບເສັງນັກຮຽນເກັ່ງ ລະດັບ ນວ ສົກຮຽນ 2023-2024 ວ່າ: ການແຂ່ງຂັນໄດ້ກໍານົດວິທີ ການພັດທະນາຊັບພະຍາກອນມະ ນຸດ ແລະ ສະໜັບສະໜູນຍຸດທະສາດ ຂອງລາວ ໃນການຫັນເປັນປະເທດ ເຊື່ອມໂຍງເຊື່ອມຈອດ ໃຫ້ກວ້າງ ຂວາງຍິ່ງຂຶ້ນ, ພ້ອມທັງຍິນດີໃຫ້ ການສະໜັບສະໜູນການເປັນປະ ທານໝູນວຽນອາຊຽນ ຂອງ ສປປ ລາວ ໃນປີ 2024 ໃຫ້ໄດ້ຮັບຜົນສຳ ເລັດຢ່າງຈົບງາມ. ຝ່າຍລາວໄດ້ສະ ແດງຄວາມຂອບໃຈຕໍ່ການສະໜັບ ສະໜູນ ແລະ ການຊ່ວຍເຫລືອດ້ານ ຕ່າງໆຂອງ ສິງກະໂປ ຕໍ່ ສປປ ລາວ ເປັນຕົ້ນ ດ້ານການພັດທະນາຊັບພະ ຍາກອນມະນຸດ, ສາທາລະນະສຸກ ແລະ ຫວັງວ່າໃນຕໍ່ໜ້າຝ່າຍສິງ ກະ ໂປ ຈະສົ່ງເສີມການໄປມາຫາສູ່ ລະຫວ່າງ ປະຊາຊົນສອງຊາດໃຫ້ ຫລາຍຂຶ້ນ. ໃນໄລຍະການເຄື່ອນໄຫວຢ້ຽມ ຢາມ, ສະຫາຍ ທອງສະຫວັນ ພົມວິຫານ ພ້ອມດ້ວຍຄະນະຍັງໄດ້ ມີໂອກາດຢ້ຽມຢາມໂຮງໝໍຊຸມຊົນ ອຸທຣາມ (OutramCommunity Hospital), ໂຮງຮຽນປະຖົມວາເລີ (Valour Primary School) ແລະ ມູນນິທິສາກົນສິງກະໂປ (SIF) ເພື່ອແລກປ່ຽນບົດຮຽນ ກ່ຽວກັບລະບົບການຮັກສາສຸຂະ ພາບ, ການສຶກສາ ແລະ ບັນດາກິດ ຈະກຳທາງສັງຄົມຂອງ ສິງກະໂປ. ການຢ້ຽມຢາມ ສິງກະໂປ ຂອງ ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ ໃນຄັ້ງນີ້, ໄດ້ຮັບຜົນສຳ ເລັດຕາມຄາດໝາຍ ເຊິ່ງແມ່ນໜຶ່ງ ໃນບັນດາກິດຈະກໍາ ເພື່ອສົ່ງເສີມ ສາຍພົວພັນມິດຕະພາບຂອງສອງ ປະເທດ ລາວ-ສິງກະໂປ, ຊຸກຍູ້ການ ພົວພັນດ້ານພັກ, ສ້າງຄວາມເຂົ້າອົກ ເຂົ້າໃຈແລະການໄປມາຫາສູ່ກັນລະ ຫວ່າງປະຊາຊົນສອງຊາດ, ສ້າງສະ ພາບແວດລ້ອມທີ່ເອື້ອອໍານວຍຕໍ່ ພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ, ນໍາເອົາຜົນ ປະໂຫຍດຕົວຈິງມາສູ່ປະຊາຊົນ ສອງຊາດ ກໍຄື ເພື່ອສົ່ງເສີມສັນຕິ ພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ. ຂ່າວ-ພາບ: ຄຕພ ສະໄໝທຽບເທົ່າສາກົນ ເພື່ອສ້າງ ອາຊີບ ແລະ ວຽກເຮັດງານທຳໃຫ້ ຊ່າງປ້າຍລາວກ້າວຂຶ້ນ. ການ ແລະ ຂັ້ນຕອນເປັນ 3 ຂັ້ນແຂ່ງ ຂັນລະດັບໂຮງຮຽນ ໄດ້ເລີ່ມແຂ່ງ ຂັນນັບແຕ່ເດືອນ ທັນວາ 2023, ລະດັບເມືອງ ໄດ້ມອບໃຫ້ຫ້ອງການ ສຶກສາທິການ ແລະ ກິລາ ເມືອງ ເປັນຜູ້ຈັດຕັ້ງສອບເສັງຫົດບົດສອບ ເສັງຊັ້ນ ປ5, ມ4 ແລະ ມ7 ແມ່ນ ພະແນກສຶກສາທິການ ແລະ ກິລາ ນວ ສອບເສັງເອກະພາບກັນທົ່ວ ນວ ສຳເລັດໃນວັນທີ 9 ກຸມພາ 2024. ພາຍຫລັງສອບເສັງຄັດເລືອກຂັ້ນ ເມືອງແລ້ວ, ຫ້ອງການສຶກສາທິ ການ ແລະ ກິລາ ເມືອງໄດ້ຄັດເລືອກ ນັກຮຽນ ເພື່ອເປັນຕົວແທນເຂົ້າຮ່ວມ ການສອບເສັງຂັ້ນ ນວ ວິຊາລະ 5 ນ້ອງ ໂດຍອີງຕາມສະພາບຄວາມ ເປັນຈິງຂອງແຕ່ລະເມືອງແຂ່ງຂັນ ລະດັບ ນວ (ຮອບຊີງຊະນະເລີດ) ໄດ້ຈັດການສອບເສັງຂຶ້ນ ໂດຍມີ ນັກຮຽນສອບເສັງທັງໝົດ 665 ຄົນ, ຍິງ 357 ຄົນ, ຈັດເປັນ 26 ຫ້ອງ, ສອບເສັງໃນວັນທີ 1 ມີນາ 2024 ທີ່ ໂຮງຮຽນ ມ ປາຍ ມິດຕະ ພາບວຽງຈັນ-ໂຮຈິມິງ. ເພາະວຽກງານພັດທະນາຊັບພະ ຍາກອນມະນຸດ ແລະ ການຮ່ວມມື ໃນຂອບອາຊຽນ. ໃນງານຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບ ຊົມການສະແດງຈາກວົງດົນຕີ ຢິນ ຫາໂມນີ ເຊິ່ງເປັນວົງດົນຕີທີ່ໄດ້ ຮັບເຊີນສະແດງໃນງານໃຫຍ່ໆທີ່ ສິງກະໂປແລະ ເດີນທາງໄປສະແດງ ຢູ່ຕ່າງປະເທດ ເຊັ່ນ: ຫວຽດນາມ, ຈີນ ແລະ ບຣູໄນ ດາລູຊາລາມ, ບົດເພງການສະແດງຂອງເຂົາເຈົ້າ ນຳໃຊ້ອຸປະກອນດົນຕີຫລາຍຢ່າງ ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມ ຫລາກຫລາຍປະສົມປະສານດ້ານ ວັດທະນະທຳ ແລະ ເຊື້ອຊາດໃນ ສິງກະໂປ ແລະ ເພື່ອເປັນການສະ ເຫລີມສະຫລອງສາຍພົວພັນການ ທູດສິງກະໂປ-ລາວນັກສະແດງຢີນ ຫາໂມນີ ໄດ້ຮ່ວມກັບສະໂມສອນ ດ່ານຊ້າງ ສະແດງບົດເພງຮ່ວມກັນ ບາງລາຍການ ເຊັ່ນ: ບົດເພງ ເຢັນ ສະບາຍຊາວນາ ແລະ ການສະແດງ ເປົ່າແຄນຮ່ວມ ໂດຍ ອາຈານ ສິນ ທະວົງ ແສງມູນທອງ.

RkJQdWJsaXNoZXIy MTc3MTYxMQ==