5844

]a f4t,q o8u dt-;' 4;m 8h voIa [m6 fvkg,]y dk 7q o.\j lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 02/04/2024 xtgmf]k; ຄຊປປ ລາວ ອ້ອມຂ້າງ... ເລຂາທິການໃຫຍ່ ຕ້ອນຮັບ... ໄຂກອງປະຊຸມສະໄໝສາມັນ... ກອງປະຊຸມລັດຖະມົນຕີ... ທະນາຄານ ລາວ-ຝຣັ່ງ... ຂປລ. ກອງປະຊຸມສ່ອງແສງ ເຄື່ອນທີ່ ປະຈໍາໄຕມາດທີ I ປີ 2024 ຂອງຄະນະຊາວ ໜຸ່ມປະຊາຊົນ ປະ ຕິວັດລາວ (ຄຊປປລ) ກະຊວງ, ອົງການອ້ອມຂ້າງສູນກາງ ແລະ ນະຄອນຫລວງວຽງຈັນ(ນວ) ຈັດຂຶ້ນໃນວັນທີ 28 ມີນາ 2024 ຜ່ານມາທີ່ຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ (ຫສນຍ) ພາຍ ໃຕ້ເປັນປະທານຮ່ວມ ຂອງສະຫາຍ ອາລຸນໄຊ ສູນນະລາດ ກໍາມະການ ສູນກາງພັກ, ລັດຖະມົນຕີ, ຫົວໜ້າ ຫ້ອງວ່າການສໍານັກງານນາຍົກລັດ ຖະມົນຕີ ແລະ ສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງ ສູນກາງພັກ, ເລຂາຄະນະບໍລິຫານ ງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ມີບັນດາສະຫາຍຜູ້ ຕາງໜ້າຫ້ອງການ, ບັນດາກົມອ້ອມ ຂ້າງສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ຄະນະບໍລິຫານງານ ຊາວໜຸ່ມ ບັນດາກະຊວງ, ອົງການ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມ. ໃນໂອກາດນີ້, ສະຫາຍ ອາລຸນ ໄຊ ສູນນະລາດ ຕາງໜ້າໃຫ້ຄະ ນະພັກຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ໄດ້ກ່າວຕ້ອນ ຮັບພ້ອມທັງມີຄໍາເຫັນເນັ້ນໜັກຕໍ່ ວຽກງານຊາວໜຸ່ມ ໂດຍສະເພາະ ການບໍລິຫານວຽກງານ 3 ແບບ ຄື: ຕ້ອງມີແບບແຜນການດຳລົງຊີວິດ, ແບບແຜນວິທີເຮັດວຽກ ແລະ ແບບ ແຜນວິທີການນໍາພາທີ່ດີ. ພ້ອມທັງ ຫັນປ່ຽນ 3 ດ້ານ ຄື: ຫັນປ່ຽນແນວ ຄິດລໍຖ້າຄໍາສັ່ງໄປສູ່ແນວຄິດຮັບ ຜິດຊອບ ແລະ ການເປັນເຈົ້າການ; ຫັນປ່ຽນແນວຄິດບໍ່ມີແຜນດໍາເນີນ ງານມາມີແຜນການ, ແຜນກິດຈະ ກໍາໃນການເຮັດວຽກແລະ ຫັນປ່ຽນ ຈາກການເຮັດວຽກຫລາຍຂັ້ນ ຫລາຍຂອດ ໃຫ້ຜ່ອນຂັ້ນຂອດລົງ ໂດຍສະເພາະ ການບໍລິຫານເອກະ ສານ ແລະ ອື່ນໆ. ໃນກອງປະຊຸມ , ສະຫາຍ ສົມຄວນ ມາສຸວັນ ຄະນະບໍລິຫານ ງານສູນກາງຊາວໜຸ່ມປປລ, ເລຂາ ຄະນະບໍລິຫານງານຊາວໜຸ່ມປະ ຂປລ. ໃນວັນທີ 1 ເມສາ 2024 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ພ້ອມຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ແຮັດເຕີ ວາເຣຍອາ ວາ (Heather Variava) ເອກ ອັກຄະລັດຖະທູດ ແຫ່ງ ສາຫະລັດ ອາເມລິກາ ໃນໂອກາດທີ່ມາດຳລົງ ຕຳແໜ່ງເປັນທູດຄົນໃໝ່ ປະຈຳ ສປປ ລາວ. ໂອກາດນີ້, ທ່ານ ນາງ ສວນສະ ຫວັນ ວິຍະເກດ ໄດ້ສະແດງຄວາມ ຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານ ທູດ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດຳ ລົງຕຳແໜ່ງເປັນເອກອັກຄະລັດ ຖະທູດຄົນໃໝ່ ປະຈຳ ສປປ ລາວ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມຮູ້ແລະ ປະສົບການທາງ ດ້ານການທູດແລະ ບົດຮຽນ, ຄວາມ ຮູ້ຄວາມສາມາດທີ່ອຸດົມສົມບູນຂອງ ທ່ານທູດຈະເປັນຂົວຕໍ່ເຮັດໃຫ້ການ ພົວພັນຮ່ວມມືລະຫວ່າງ ລາວ-ອາ ເມລິກາ ໂດຍສະເພາະວຽກງານຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽງຢູ່ ສປປ ລາວ, ພ້ອມທັງ ສະເໜີສືບຕໍ່ໄດ້ຮັບການຊ່ວຍເຫລືອ ທາງດ້ານວິຊາການ ແລະ ງົບປະ ມານຕ່າງໆເຂົ້າໃນການສ້າງ ແລະ ປັບປຸງບັນດານິຕິກຳກ່ຽວຂ້ອງ, ພ້ອມອຸປະກອນໃນການຂຸດຄົ້ນ ແລະ ປົກປັກຮັກສາວັດຖຸບູຮານທີ່ຄົ້ນພົບ ໃໝ່ ພ້ອມທັງຫວັງຢ່າງຍິ່ງວ່າທ່ານ ທູດຈະຊຸກຍູ້ສົ່ງເສີມຂະຫຍາຍການ ຮ່ວມມືເຂົ້າສູ່ລວງເລິກ ແລະ ຢ່າງມີ ປະສິດທິພາບ, ປະສິດທິຜົນສູງໃນອະ ນາຄົດຍິ່ງຂຶ້ນ. ຈາກນັ້ນ, ທ່ານ ນາງ ແຮັດເຕີວາ ເຣຍອາວາ (Heather Variava) ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານນາງ ສວນສະຫວັນ ວິຍະເກດ ພ້ອມດວ້ຍຄະນະທີ່ໄດ້ໃຫ້ການຕ້ອນ ຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງ ຢືນຢັນວ່າຈະສຸມທຸກເຫື່ອແຮງ, ສະ ຕິປັນຍາເຂົ້າໃນການປະຕິບັດໜ້າທີ່ ການທູດຢູ່ ສປປ ລາວ ກໍຄືຊຸກຍູ້ສົ່ງ ເສີມການພົວພັນຮ່ວມມືລະຫວ່າງ ສອງປະເທດ ໃຫ້ນັບມື້ໄດ້ຮັບການ ເສີມຂະຫຍາຍຍິ່ງຂຶ້ນໃນອະນາຄົດ. ຂ່າວ: ສົມຫວັງ,ພາບ: ເກດສະໜາ ທ່ານ ນາງ ສວນສະຫວັນ ວິຍະເກດ (ຂວາ) ລັດຖະມົນຕີກະຊວງ (ຖວທ) ຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ແຮັດເຕີ ວາເຣຍອາວາທູດ ແຫ່ງ ສາຫະລັດ ອາເມລິກາທູດຄົນໃໝ່ ປະຈຳ ສປປ ລາວ. ດີຕ້ອນຮັບຢ່າງອົບອຸ່ນຕໍ່ການມາ ຢ້ຽມຢາມ ສປປ ລາວ ຂອງຄະນະ ຜູ້ແທນຂັ້ນສູງພັກແຮງງານເກົາຫລີ ໃນຄັ້ງນີ້ ເຊິ່ງເປັນການປະກອບ ສ່ວນສໍາຄັນເຂົ້າໃນການເພີ່ມພູນຄູນ ສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອລະ ຫວ່າງ ສອງພັກ, ສອງລັດ ແລະປະ ຊາຊົນສອງຊາດ ສປປ ລາວ-ສປປ ເກົາຫລີ. ພ້ອມທັງແຈ້ງສະພາບພົ້ນ ເດັ່ນຂອງພັກ-ລັດລາວ ໃຫ້ຄະນະ ຊາບໂດຍສະເພາະຜົນສໍາເລັດການ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ສະໄໝທີXI ຂອງພັກປປລາວ ໃນໄລຍະເຄິ່ງສະໄໝຜ່ານມາ, ການ ຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9, ຜົນສໍາເລັດການປະຕິບັດ 2 ວາ ລະແຫ່ງຊາດ, ການກະກຽມດໍາເນີນ ກອງປະຊຸມ 3 ຂັ້ນ ເພື່ອກ້າວສູ່ການ ດໍາເນີນກອງປະຊຸມໃຫຍ່ ສະໄໝທີ XII ຂອງ ພັກ ປປ ລາວ ໃນຕົ້ນປີ 2026. ພ້ອມນັ້ນ, ສະຫາຍຍັງໄດ້ ແຈ້ງໃຫ້ຊາບກ່ຽວກັບຜົນສໍາເລັດໃນ ການເຄື່ອນໄຫວວຽກງານການຕ່າງ ປະເທດຂອງພັກ-ລັດ ລາວ ໃນໄລ ຍະຜ່ານມາ ກໍຄືການເປັນປະທານ ໝູນວຽນອາຊຽນ ແລະ ການເປີດປີ ທ່ອງທ່ຽວຂອງ ສປປ ລາວ ໃນປີນີ້, ຫວັງວ່າ ພັກ-ລັດຖະບານ ສປປ ເກົາຫລີ ຈະສືບຕໍ່ໃຫ້ການສະໜັບສະ ໜູນການເປັນປະທານດັ່ງກ່າວຂອງ ສປປ ລາວ ໃນຄັ້ງນີ້. ພ້ອມນີ້, ສະຫາຍເລຂາທິການ ໃຫຍ່ ທອງລຸນ ສີສຸລິດ ຍັງໄດ້ສະ ແດງຄວາມປິຕິຍິນດີ ທີ່ເຫັນວ່າສາຍ ພົວ ພັນມິດຕະພາບ ແລະ ການຮ່ວມ ມືອັນເປັນມູນເຊື້ອ ທີ່ມີມາແຕ່ດົນ ນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວສປປ ເກົາຫລີ ທີ່ປະທານ ໄກສອນ ພົມວິຫານ ແລະ ປະທານ ກິມອິນຊຸງ ໄດ້ຮ່ວມກັນສ້າງຂຶ້ນມາເມື່ອ 50 ປີ ກ່ອນສືບຕໍ່ໄດ້ຮັບການເພີ່ມພູນຄູນ ສ້າງ ແລະ ເສີມຂະຫຍາຍຂຶ້ນຢ່າງ ບໍ່ຢຸດຢັ້ງ ແລະ ໄດ້ສະແດງຄວາມ ຂອບໃຈຕໍ່ພັກ, ລັດ ແລະ ປະຊາຊົນ ສປປ ເກົາຫລີ ທີ່ໄດ້ໃຫ້ການສະໜັບ ສະໜູນແກ່ພາລະກິດການຕໍ່ສູ້ປົດ ປ່ອຍຊາດຂອງລາວ ໃນເມື່ອກ່ອນ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນ ປັດຈຸບັນ. ສະຫາຍ ກິມຊອງນາມ ໄດ້ສະ ແດງຄວາມຂອບໃຈຕໍ່ການຕ້ອນ ຮັບອັນອົບອຸ່ນ, ພ້ອມທັງໄດ້ແຈ້ງ ໃຫ້ຊາບກ່ຽວກັບສະພາບພົ້ນເດັ່ນ ຂອງພັກ, ລັດ ສປປ ເກົາຫລີ ໃນໄລ ຍະຜ່ານມາ ໂດຍສະເພາະຜົນສຳ ເລັດໃນການຈັດຕັ້ງຜັນຂະຫຍາຍມະ ຕິກອງປະຊຸມໃຫຍ່ ສະໄໝທີ VIII ຂອງພັກ, ຜົນສຳເລັດ ໃນການສ້າງ ສາພັດທະນາເສດຖະກິດ-ສັງຄົມ ສປປ ເກົາຫລີ ໃນຕະຫລອດໄລຍະ ຜ່ານມາ ພາຍໃຕ້ການນໍາພາອັນເຂັ້ມ ແຂງ ແລະ ເດັດດ່ຽວຂອງພັກແຮງ ງານເກົາຫລີ ແລະ ນຳເອົາຄວາມ ຢ້ຽມຢາມຖາມຂ່າວອັນອົບອຸ່ນຂອງ ສະຫາຍ ກິມເຈິງອຸນ ເລຂາທິການ ໃຫຍ່ ພັກແຮງງານເກົາຫລີ ມາຍັງ ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ແລະ ການນຳຂັ້ນສູງພັກ- ລັດ ລາວ. ພ້ອມທັງສະແດງຄວາມ ຊົມເຊີຍຕໍ່ບັນດາຜົນສຳເລັດທີ່ປະ ຊາຊົນລາວ ພາຍໃຕ້ການນໍາພາຊີ້ນໍາອັນຖືກຕ້ອງ ແລະ ສະຫລາດ ສ່ອງໃສຂອງ ພັກ ປປ ລາວ ຍາດ ມາໄດ້ໃນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ສະໄໝທີ XI ຂອງພັກ, ການສ້າງສາພັດທະນາ ປະເທດຊາດ ຕາມທິດສັງ ຄົມນິຍົມ, ເຮັດໃຫ້ ສປປ ລາວ ມີຄວາມມັ່ງຄັ່ງ, ເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມປອງດອງ, ປະຊາທິ ປະໄຕ, ຍຸຕິທໍາ ແລະ ສີວິໄລ. ພ້ອມນີ້, ສອງຝ່າຍໄດ້ຕີລາຄາ ສູງຕໍ່ອຸດົມການ ແລະ ການພົວພັນ ຮ່ວມມືຂອງສອງພັກ, ສອງລັດທີ່ ໄດ້ຜ່ານແປວໄຟປະຕິວັດ ແລະ ການ ທົດສອບນານາປະການໃນໄລຍະ 50 ປີຜ່ານມາ ເຊິ່ງປີນີ້ ແມ່ນຄົບ ຮອບ 50 ປີ ແຫ່ງການສ້າງຕັ້ງສາຍ ພົວພັນການທູດຂອງສອງປະເທດ, ສອງຝ່າຍຍິນດີສືບຕໍ່ເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນການ ຮ່ວມມືລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດໃນໄລຍະ ໃໝ່ ເພື່ອນໍາເອົາຜົນປະໂຫຍດຕົວ ຈິງ ມາສູ່ປະຊາຊົນສອງຊາດ ລາວສປປ ເກົາຫລີ ໃຫ້ນັບມື້ຫລາຍຂຶ້ນ. ໃນວັນດຽວກັນ, ສະຫາຍ ທອງສະຫວັນ ພົມວິຫານ ກໍາມະ ການສູນກາງພັກ, ຫົວໜ້າຄະນະພົວ ພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ພົບປະສອງຝ່າຍກັບສະ ຫາຍ ກິມຊອງນາມ ກໍາມະການ ສໍາຮອງກົມການເມືອງ, ຫົວໜ້າຄະ ນະພົວພັນຕ່າງປະເທດສູນກາງພັກ ແຮງງານເກົາຫລີ ເຊິ່ງສອງຝ່າຍ ໄດ້ແຈ້ງໃຫ້ກັນຊາບສະພາບ ພົ້ນ ເດັ່ນ ແລະ ການເຄື່ອນໄຫວຂອງແຕ່ ລະພັກ ໃນໄລຍະຜ່ານມາ ແລະ ແລກປ່ຽນຄໍາຄິດເຫັນກ່ຽວກັບສະ ພາບພາກພື້ນ ແລະ ສາກົນ ຈໍານວນ ໜຶ່ງ, ປຶກສາຫາລື ແລະ ເປັນເອກະ ພາບກັນກ່ຽວກັບທິດທາງການຮ່ວມ ມືສອງຝ່າຍໃນຕໍ່ໜ້າໂດຍສະເພາະ ການເພີ່ມທະວີການຮ່ວມມື, ແລກ ປ່ຽນບົດຮຽນດ້ານຕ່າງໆນໍາກັນ, ການແລກປ່ຽນການຢ້ຽມຢາມ ແລະ ໄປມາຫາສູ່ກັນຂອງສອງຝ່າຍ, ການຈັດກິດຈະກໍາຕ່າງໆໃນໂອກາດ ສະເຫລີມສະຫລອງວັນສ້າງຕັ້ງ ສາຍພົວພັນການທູດ ຄົບຮອບ 50 ປີ ແລະ ອື່ນໆ ເພື່ອປະກອບສ່ວນ ເຂົ້າໃນການເສີມຂະຫຍາຍສາຍ ພົວພັນມິດຕະພາບແລະການຮ່ວມມື ອັນເປັນມູນເຊື້ອທີ່ດີງາມ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ສປປ ເກົາຫລີ ທັງເປັນການປະກອບສ່ວນເຂົ້າໃນ ພາລະກິດເສີມສ້າງສັນຕິພາບ, ມິດ ຕະພາບ ແລະ ການຮ່ວມມືເພື່ອການ ພັດທະນາໃນພາກພື້ນແລະ ໃນໂລກ. ໃນໂອກາດດຽວກັນນີ້, ຄະນະ ດັ່ງກ່າວ, ຍັງໄດ້ຢ້ຽມຢາມພື້ນຖານ ການຜະລິດ, ແຫລ່ງທ່ອງທ່ຽວວັດ ທະນະທໍາ ແລະ ປະຫວັດສາດຈໍາ ນວນໜຶ່ງ ຢູ່ນະຄອນຫລວງວຽງ ຈັນ ແລະ ແຂວງວຽງຈັນ ຕື່ມອີກ. ຂ່າວ-ພາບ: ຄຕພ ອາຊະຍາກຳຄ້າມະນຸດ, ການປະ ສານສົມທົບສະກັດກັ້ນ ແລະ ຕ້ານ ຢາເສບຕິດ, ຍົກສູງໝາກຜົນການ ຮ່ວມມືໃນຂົງເຂດສັນຕິບານປະ ກອບສ່ວນໃນການປ້ອງກັນຄວາມ ສະຫງົບແຫ່ງຊາດ ໃນສະພາບການ ໃໝ່ ແລະ ຮັກສາຄວາມສະຫງົບ ບໍລິເວນຊາຍແດນຕິດຈອດ ກໍຄືເຂດ ສາມຫລ່ຽມພັດທະນາ ກຳປູເຈຍລາວ-ຫວຽດນາມ (CLV). ໂອກາດນີ້, ທ່ານ ພົອ ວິໄລ ຫລ້າຄໍາຟອງ ໄດ້ຕາງໜ້າໃຫ້ຄະນະ ຜູ້ແທນກະຊວງປ້ອງກັນຄວາມສະ ຫງົບລາວ ຝາກຄວາມຢື້ຢາມຖາມ ຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກ ແພງຈາກ ຄະນະນໍາກະຊວງ ແລະ ພະນັກງານນັກຮົບ ໃນທົ່ວກໍາລັງ ປ້ອງກັນຄວາມສະຫງົບລາວ ມາ ຍັງບັນດາທ່ານທົ່ວກໍາລັງປ້ອງກັນ ຄວາມສະຫງົບ-ຄະນະນໍາ, ກະຊວງ ພາຍໃນກຳປູເຈຍແລະຫວຽດນາມ. ພ້ອມນັ້ນ, ກໍໄດ້ສະແດງຄວາມສະ ໜັບສະໜູນ ແລະ ຍ້ອງຍໍຊົມເຊີຍມາ ຍັງກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ທີ່ໄດ້ທຸ່ມເທ ແລະກະກຽມຄວາມພ້ອມດ້ານຕ່າງໆ ໃນການເປັນເຈົ້າພາບຈັດກອງປະ ຊຸມໃນຄັ້ງນີ້, ນອກຈາກຈະເປັນການ ສະແດງໃຫ້ເຫັນເຖິງຄວາມເປັນ ເອກະພາບ ແລະ ຄວາມເອົາໃຈໃສ່ ຂອງສາມກະຊວງໃນການຈັດຕັ້ງ ຜັນຂະຫຍາຍຖະແຫລງການຮ່ວມ ຂອງສາມລັດຖະບານໃຫ້ກາຍເປັນ ຮູບປະທໍາແລ້ວ, ຍັງເປັນໂອກາດອັນ ດີໃຫ້ແກ່ຄະນະຜູ້ແທນຂອງສາມ ກະຊວງກໍຄືເຈົ້າໜ້າທີ່ບັນດາແຂວງ ທີ່ມີຊາຍແດນຮ່ວມຂອງສາມປະ ເທດ ໄດ້ພົບປະແລກປ່ຽນບົດຮຽນ ນໍາກັນ, ທັງນີ້ ກໍເພື່ອຮ່ວມກັນສະກັດ ກັ້ນ ແລະ ຕ້ານການເຄື່ອນໄຫວກໍ່ອາ ຊະຍາກຳທຸກຮູບແບບ ເພື່ອຜົນປະ ໂຫຍດລວມຂອງສາມປະເທດ ກຳປູເຈຍ-ລາວ-ຫວຽດນາມ. ຈາກນັ້ນ, ລັດຖະມົນຕີສາມກະ ຊວງກໍໄດ້ອອກຖະແຫລງການຮ່ວມ 7 ບັນຫາສຳຄັນ ເພື່ອຮ່ວມມືຮັກສາ ຄວາມສະຫງົບ ແລະ ຄວາມເປັນ ລະບຽບຮຽບຮ້ອຍເພື່ອສະຖຽນລະ ພາບ ແລະ ການພັດທະນາເສດຖະ ກິດ-ສັງຄົມຂອງແຕ່ລະປະເທດກໍຄື ການຮັບມືຢ່າງມີປະສິດທິພາບຕໍ່ສິ່ງ ທ້າທາຍຕ່າງໆດ້ານຄວາມສະຫງົບ ທີ່ກຳລັງເກີດຂຶ້ນ ລວມທັງອາຊະຍາ ກຳຂ້າມຊາດຢູ່ພາກພື້ນ ແລະ ສາກົນ ໃນສະພາບການຟື້ນຟູເສດຖະກິດສັງຄົມ ຫລັງຈາກສາມປະເທດພົບ ກັບການແພ່ລະບາດຂອງພະຍາດ. ຂ່າວ-ພາບ: ພັຕ ຄໍາແສງ ປັນຍາ (ອອປສ), ມີຄະນະປະຈຳພັກ, ກຳ ມະການຄະນະບໍລິຫານງານພັກ ອອປສ ເຂົ້າຮ່ວມ. ກອງປະຊຸມ, ໄດ້ພ້ອມກັນຄົ້ນ ຄວ້າຫລາຍບັນຫາສຳຄັນ ເປັນຕົ້ນ ສະຫລຸບຕີລາຄາຄືນໃນການນຳ ພາ-ຊີ້ນຳການຈັດຕັ້ງປະຕິບັດວຽກ ງານ ຂອງຄະນະບໍລິຫານງານພັກ ອົງການໄອຍະການປະຊາຊົນສູງ ສຸດປະຈຳໄຕມາດ I/2024ແລະກຳ ນົດທິດທາງແຜນການວຽກງານ ຈຸດສຸມ ປະຈຳໄຕມາດ II/ 2024; ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງ ຢູ່ສູນກາງ ແລະ ທ້ອງຖິ່ນ, ຄົ້ນຄວ້າ ແຕ່ງຕັ້ງບັນຈຸສັບຊ້ອນພະນັກງານ ຂັ້ນຕ່າງໆ; ຄົ້ນຄວ້າແບ່ງຄວາມຮັບ ຜິດຊອບໃຫ້ຄະນະບໍລິຫານງານພັກ ອົງການໄອຍະການປະຊາຊົນສູງ ສຸດ ແຕ່ລະສະຫາຍລົງຊີ້ນຳວຽກ ງານໄອຍະການຮອບດ້ານຢູ່ແຕ່ລະ ພາກ, ແຂວງ ໃນຂອບເຂດທົ່ວປະ ເທດ; ຄົ້ນຄວ້າການສ້າງຕັ້ງອົງການ ໄອຍະການປະຊາຊົນເຂດ, ອົງການ ໄອຍະການປະຊາຊົນເຂດປະຈຳ ເມືອງ ແລະ ສ້າງຕັ້ງອົງການໄອຍະ ການປະຊາຊົນເມືອງ. ໃນໂອກາດດັ່ງກ່າວ, ສະຫາຍ ໄຊຊະນະ ໂຄດພູທອນ ໄດ້ເນັ້ນໃຫ້ ບັນດາສະຫາຍຄະນະພັກເພີ່ມທະ ວີຄວາມເອົາໃຈໃສ່ໃນການຄົ້ນ ຄວ້າ, ເຊື່ອມຊຶມ ແລະ ກຳແໜ້ນເນື້ອ ໃນຈິດໃຈບົດສະຫລຸບ ແລະ ບັນດາ ວຽກງານຈຸດສຸມ 3 ເດືອນຕໍ່ໜ້າ (4,5,6 ປີ 2024) ຢ່າງເລິກເຊິ່ງ, ພ້ອມທັງຫັນເປັນອັນລະອຽດ ແລະ ຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນ ຈິງ, ເພີ່ມທະວີໃນການຊີ້ນໍາ-ນໍາພາ ຂອງຄະນະພັກ, ຄະນະໜ່ວຍພັກ ແລະ ຄະນະກົມຢ່າງມີຈຸດສຸມ, ແທດ ເຖິງຕໍ່ການປະຕິບັດໜ້າທີ່ວຽກງານ ຂອງສະມາຊິກພັກ ແລະ ພະນັກ ງານ, ເອົາໃຈໃສ່ຕິດຕາມຊຸກຍູ້ບັນ ດາວຽກງານປິ່ນອ້ອມສິ່ງເອື້ອອໍາ ນວຍຄວາມສະດວກໃຫ້ແກ່ການ ເຄື່ອນໄຫວວຽກງານໃຫ້ດີ ແລະ ທັນເວລາ. ຂ່າວ: ຈະເລີນສິນ ຊາຊົນປະຕິວັດລາວຫສນຍໄດ້ລາຍ ງານຫຍໍ້ສະພາບພົ້ນເດັ່ນຂອງການ ເຄື່ອນໄຫວວຽກງານໃນໄລຍະ 3 ເດືອນຜ່ານມາ ເຫັນວ່າຄະນະບໍລິ ຫານງານຊາວໜຸ່ມ ຫສນຍ ແຕ່ລະ ຂັ້ນ ໄດ້ຕັ້ງໜ້ານຳພາ-ຊີ້ນຳວຽກ ງານສຶກສາອົບຮົມການເມືອງແນວຄິດໃຫ້ແກ່ສະມາຊິກຊາວໜຸ່ມ ໂດຍສະເພາະ ໄດ້ລະດົມໃຫ້ສະມາ ຊິກຊາວໜຸ່ມ ເຂົ້າຮັບຟັງການເຜີຍ ແຜ່ເຊື່ອມຊຶມເອກະສານຕ່າງໆ ຂອງພັກຂອງຊາດ ຈຳນວນຫລາຍ ຄັ້ງ. ພ້ອມນັ້ນ, ໄດ້ເປັນເຈົ້າກ ານໃນ ການຊ່ວຍຄະນະພັກ-ຄະນະນໍາ ຂອງຫ້ອງວ່າການສຳນັກງານນາ ຍົກລັດຖະມົນຕີ ໃນການແຈກຢາຍ ແລະ ຄົ້ນຄວ້າເອກະສານເຂົ້າອອກ, ການປະສານກັບບັນດາຂະ ແໜງການ ແລະ ທ້ອງຖິ່ນ ເພື່ອເກັບ ກໍາຂໍ້ມູນບັນຫາຕ່າງໆ ລາຍງານ ການນໍາ ເພື່ອຊີ້ນໍາໃຫ້ຖືກຕ້ອງ; ເອົາ ໃຈໃສ່ຕໍ່ການບໍລິການຮັບໃຊ້ ແລະ ສ້າງເງື່ອນໄຂອໍານວຍຄວາມສະ ດວກດ້ານຕ່າງໆ ໃຫ້ແກ່ການປະຕິ ບັດໜ້າທີ່ ກໍຄື ການເຄື່ອນໄຫວວຽກ ງານ ຂອງການນໍາດ້ວຍຄວາມຮັບ ຜິດຊອບສູງ; ໄດ້ສໍາເລັດການຂຽນ ແຜນດໍາເນີນທຸລະກິດຮ້ານກາເຟ ຊາວໜຸ່ມ ຫສນຍ ແລະ ສະເໜີຮູບ ແບບການບໍລິຫານທີ່ເໝາະສົມກັບ ລັກສະນະເພາະ ຂອງ ຫສນຍ; ໄດ້ ເຂົ້າຮ່ວມກອງປະຊຸມສະຫລຸບວຽກ ງານແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ ປະຈຳປີ 2023 ແລະ ເປີດຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ປະຈຳປີ 2024 ຂອງ ຫສນຍ. ສຳລັບທິດທາງແຜນວຽກຈຸດ ສຸມ ປະຈຳໄຕມາດ II ປີ 2024 ຂອງຄະນະບໍລິຫານງານຊາວໜຸ່ມ ຫສນຍ ຈະໄດ້ສືບຕໍ່ເອົາໃຈໃສ່ສຶກ ສາອົບຮົມທາງດ້ານການເມືອງແນວຄິດ ໃຫ້ແກ່ສະມາຊິກຊາວ ໜຸ່ມດ້ວຍຫລາຍຮູບແບບ; ສືບຕໍ່ຊຸກ ຍູ້ສະມາຊິກຊາວໜຸ່ມເພື່ອຈັດຕັ້ງ ປະຕິບັດ ຄໍາຂວັນ 3 ດີ ແລະ ຂໍ້ແຂ່ງ ຂັນ 3 ຫັນ ຂອງ ຫສນຍ ຕິດພັນກັບ ການຈັດຕັ້ງປະຕິບັດຄໍາຂວັນ 3 ພັດ ທະນາຂອງຊາວໜຸ່ມ ຫສນຍ ແລະ ຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ປປລ ໃຫ້ມີປະສິດຜົນກວ່າເກົ່າ; ສືບ ຕໍ່ນໍາພາ-ຊີ້ນໍາ ແລະ ຊຸກຍູ້ບັນດາ ໜ່ວຍຮາກຖານຊາວໜຸ່ມໃນການ ກະກຽມ ແລະ ດໍາເນີນກອງປະຊຸມ ໃຫຍ່ ຂອງຕົນ ໃຫ້ສໍາເລັດຕາມ ແຜນການທີ່ກໍານົດໄວ້ແລະຊຸກຍູ້ບັນ ດາໜ່ວຍຮາກຖານຊາວໜຸ່ມ ທີ່ສໍາ ເລັດການດໍາເນີນກອງປະຊຸມໃຫຍ່ ແລ້ວ ຮີບຮ້ອນແບ່ງຄວາມຮັບຜິດ ຊອບພາຍໃນຄະນະໜ່ວຍ; ຊຸກຍູ້ ໃຫ້ສະມາຊິກຊາວໜຸ່ມ ສືບຕໍ່ປະຕິ ບັດໜ້າທີ່ວຽກງານວິຊາສະເພາະ ຕາມສິດ, ໜ້າທີ່ ແລະ ຄວາມຮັບຜິດ ຊອບ ເພື່ອເຮັດໃຫ້ວຽກງານດໍາເນີນ ໄປຢ່າງເປັນລະບົບ, ໂປ່ງໃສ ແລະ ສາມາດກວດສອບໄດ້; ເປັນເຈົ້າ ການຄົ້ນຄວ້າ, ລາຍງານສະພາບ ການພົ້ນເດັ່ນທັງພາຍໃນ ແລະ ຕ່າງ ປະເທດ; ຜັນຂະຫຍາຍທິດຊີ້ນໍາ ຂອງການນໍາໃຫ້ມີຄວາມວ່ອງໄວ ທັນການ; ສືບຕໍ່ຊອກຄົ້ນ ແລະ ສ້າງ ໃຫ້ມີຊາວໜຸ່ມຕົວແບບພ້ອມສະ ເໜີຍ້ອງຍໍ ແລະ ໃຫ້ການຊຸກຍູ້ສົ່ງ ເສີມໃນຮູບແບບຕ່າງທີ່ເໝາະສົມ; ສືບຕໍ່ຕິດຕາມ, ຊຸກຍູ້ ແລະ ສະ ເໜີ ໂຄງການແກ້ໄຂຊີວິດການເປັນຢູ່ ຂອງສະມາຊິກຊາວໜຸ່ມ ຫສນຍ; ສືບຕໍ່ຕິດຕາມ ຊຸກຍູ້ການເຄື່ອນໄຫວ ວຽກງານຂອງບັນດາໜ່ວຍຊາວ ໜຸ່ມ ໃຫ້ສາມາດຈັດຕັ້ງປະຕິບັດພາ ລະບົດບາດໜ້າທີ່ຂອງຕົນ ຕາມທີ່ ໄດ້ກໍານົດໄວ້; ສືບຕໍ່ເປັນເສນາທິ ການຊ່ວຍຄະນະພັກ-ຄະນະນໍາ ຫສນຍ ປະສານງານກັບບັນດາຂະ ແໜງການກ່ຽວຂ້ອງ ແລະ ປຸກລະ ດົມໃຫ້ສະມາຊິກຊາວໜຸ່ມລາວບັນ ດາເຜົ່າມີສ່ວນຮ່ວມໃນການກະ ກຽມຄວາມພ້ອມຮອບດ້ານໃຫ້ແກ່ ການເປັນເຈົ້າພາບຈັດກອງປະຊຸມ ສຸດຍອດອາຊຽນ ແລະ ສ້າງຄວາມ ປະທັບໃຈໃຫ້ແກ່ບັນດາແຂກທີ່ ຈະມາຮ່ວມປະຊຸມ ແລະ ກິດຈະກໍາ ປິ່ນອ້ອມຕ່າງໆ ຢູ່ ສປປ ລາວ ໃນ ປີ 2024. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ກ່ຽວຂ້ອງຮ່ວມເປັນສັກຂີພິຍານ. ເຄື່ອງທີ່ນຳມາມອບໃນຄັ້ງນີ້, ປະກອບມີ: ມອບລົດດັບເພີງທີ່ຕິດ ຕັ້ງອຸປະກອນລະບົບດັບເພີງໃສ່ລົດ ກະບະ ໃຫ້ກາຍເປັນລົດດັບເພີງຂະ ໜາດນ້ອຍ, ພ້ອມດ້ວຍຖັງບັນຈຸນໍ້າ ຂະໜາດ 800 ລິດ ແລະ ອຸປະກອນ ກູ້ຊີບ-ກູ້ໄພລວມມີອຸປະກອນຕັດງັດ ແລະ ອຸປະກອນການຖ່າງລະບົບໄຮ ໂດລິກແບບໄຟຟ້າ. ຄາດວ່າລົດກູ້ ໄພດັ່ງກ່າວ, ຈະສາມາດເຂົ້າເຖິງສະ ຖານທີ່ເກີດເຫດສຸກເສີນໄດ້ຢ່າງ ວ່ອງໄວ ແລະ ຈະຊ່ວຍເພີ່ມໂອກາດ ໃນການກອບກູ້, ປ້ອງກັນການເສຍ ຊີວິດແລະປ້ອງກັນຄວາມເສຍຫາຍ ໜັກຕໍ່ຊັບສິນ. ທ່ານ ສະເຕຟານ ອຽກແບັງ ກ່າວວ່າ: ການເຂົ້າເຖິງສະຖານທີີ່ ເກີດເຫດສຸກເສີນດ້ວຍຄວາມວ່ອງ ໄວ ຈາກທີມງານຮັບມືກັບເຫດການ ສຸກເສີນທີ່ໄດ້ຜ່ານການຝຶກອົບຮົມ, ພ້ອມດ້ວຍອຸປະກອນທີ່ທັນສະໄໝ ຈະສາມາດການຫລຸດຜ່ອນການ ບາດເຈັບສາຫັດ ແລະ ຄວາມເສຍ ຫາຍຕໍ່ຊັບສິນເຊິ່ງໜ່ວຍກູ້ໄພມູນນິ ທິ 1623 ໄດ້ສຸມໃສ່ຊ່ວຍເຫລືອຊຸມ ຊົນ ໃນການຮັບມືກັບເຫດການສຸກ ເສີນນັບຕັ້ງແຕ່ອັກຄີໄພ, ໄພພິບັດ, ອຸບັດເຫດຕາມທ້ອງຖະໜົນ, ການ ປະຖົມພະຍາບານ ເບື້ອງຕົ້ນ ແລະ ການຊ່ວຍເຫລືອສຸກເສີນທາງການ ແພດ. ປັດຈຸບັດມີຈຸດບໍລິການໃນນະ ຄອນຫລວງ 4 ແຫ່ງ ແລະ ໄດ້ຂະ ຫຍາຍອອກໄປ ນະຄອນປາກເຊ, ວັງວຽງ ແລະ ແຂວງຊຽງຂວາງ.

RkJQdWJsaXNoZXIy MTc3MTYxMQ==