5843

07 xtgmf]k; gsfdko{dkora fmtok a 01/04/2024 ຂ່າວ: ມັດສາ່ າັ ດ ]a f.sh oa d]q 'mb o05 f7Q o c]t x5 'c8j ' su ovj vo goN vmu j 4 gIa d8k 16 j va f8txn g-dv' 9t9a fs]kpdy f9tde lts]v';a olh k'8A 'c0;' 7q [Iv[ 40 xu ຂປລ. ແຫລ່ງຂ່າວຈາກ ແຂວງ ອັດຕະປື ໃຫ້ຮູ້ວ່າ: ປັດຈຸບັນ, ລັດໄດ້ ອະນຸຍາດໃຫ້ນັກລົງທຶນສຳປະທານ ຂຸດຄົ້ນ ແລະ ປຸງແຕ່ງຫີນອ່ອນ ປາໂກໄດ ເພື່ອປຸງແຕ່ງເປັນຜະລິດ ຕະພັນສຳເລັດຮູບ ສະໜອງໃຫ້ຕະ ຫລາດທັງພາຍໃນ ແລະ ຕ່າງປະ ເທດຄາດວ່າຈະກາຍເປັນອີກໜຶ່ງທ່າ ແຮງໃນໂຄງປະກອບເສດຖະກິດຫັນ ປ່ຽນໄປຕາມທິດເປັນອຸດສາຫະກໍາ ແລະ ທັນສະໄໝ, ເປັນແຫລ່ງການ ຂະຫຍາຍຕົວທີ່ສໍາຄັນຂອງເສດ ຖະກິດ ແລະ ສ້າງລາຍຮັບເຂົ້າງົບ ປະມານຂອງລັດຢູ່ແຂວງອັດຕະປື ໄດ້ດີຂຶ້ນ. ມາໃນວັນທີ 27 ມີນາ 2024 ຢູ່ແຂວງອັດຕະປື ກໍໄດ້ມີພິທີເຊັນ ສັນຍາ ສຳປະທານໂຄງການຂຸດຄົ້ນ ແລະ ປຸງແຕ່ງ ຫີນອ່ອນປາໂກໄດ ເຊິ່ງເປັນໂຄງການສຳປະທານແຫ່ງ ທີ 2 ໂດຍການຮ່ວມລົງນາມ ຝ່າຍ ອົງການປົກຄອງແຂວງນຳໂດຍ ທ່ານ ສູນນະຄອນ ແກ້ວວຽງຄຳ ຫົວໜ້າພະແນກແຜນການ ແລະ ຂປລ. ແຫລ່ງຂ່າວຈາກ ແຂວງ ເຊກອງ ໃຫ້ຮູ້ວ່າ: ຄະນະພັກ, ອົງ ການປົກຄອງແຂວງເຊກອງ ໄດ້ ມີການຫ້າງຫາກະກຽມສະເຫລີມ ສະຫລອງ ວັນສ້າງຕັ້ງແຂວງເຊ ກອງ ຄົບຮອບ 40 ປີ (14 ເມສາ 1984-14 ເມສາ 2024) ໂດຍຈະ ຈັດຫລາຍກິດຈະກໍາຢ່າງຄຶກຄື້ນ ແລະ ມີຄວາມໝາຍສໍາຄັນເລິກເຊິ່ງ ເພື່ອຮອງຮັບນັກທ່ອງທ່ຽວມາ ທ່ຽວຊົມ. ທ່ານ ເຫລັກໄຫລ ສີວິໄລ ເຈົ້າ ແຂວງເຊກອງ ໃຫ້ສໍາພາດວ່າ: ສໍາ ລັບກິດຈະກໍາຕ່າງໆທີ່ຈະຈັດຂຶ້ນໃນ ໂອກາດສະເຫລີມສະຫລອງວັນ ສ້າງຕັ້ງແຂວງເຊກອງ ຄົບຮອບ 40 ປີ. ນອກຈາກ, ຈະມີພິທີສະເຫລີມສະ ຫລອງໃຫຍ່ ຊຶ່ງຈະຈັດຂຶ້ນໃນວັນທີ 4 ເມສາ 2024, ຍັງຈະມີຫລາຍ ກິດຈະກໍາທີ່ສໍາຄັນປິ່ນອ້ອມຄື: ງານ ວາງສະແດງ-ຈໍາໜ່າຍສິນຄ້າ ໂດຍ ມີສິນຄ້າທີ່ມາຈາກຫລາຍພາກສ່ວນ ທັງພາຍໃນ ແລະ ຕ່າງປະເທດ; ງານວາງສະແດງຮູບພາບ 40 ປີ ຜົນງານການເຄື່ອນໄຫວຂອງບັນ ດາຂະແໜງການ ພາຍໃນແຂວງ; ປະກວດນາງສາວເຊກອງ(ນາງ ສັງຂານ) ປີ 2024; ປະກວດສິລະ ປະ-ວັນນະຄະດີ; ກອງປະຊຸມພົບປະ ແລກປ່ຽນ ເພື່ອສົ່ງເສີມການລົງທຶນ 5 ແຂວງ 3 ປະເທດ ຄື: ແຂວງເຊ ກອງ-ຈໍາປາສັກ ສປປ ລາວ; ແຂວງ ກວາງນາມ-ດາໜັງ ສສ ຫວຽດ ນາມ ແລະ ແຂວງອຸບົນຣາຊະທານີ ຂປລ. ແຫລ່ງຂ່າວຈາກ ແຂວງບໍ່ ແກ້ວ ໃຫ້ຮູ້ວ່າ: ປັດຈຸບັນ, ໜ່ວຍງານ ຂຶ້ນທະບຽນວັດຖຸພັນພະພຸດພະຮູບ ຈາກພະແນກ ຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ(ຖວທ) ແຂວງບໍ່ແກ້ວ ແລະ ຫ້ອງການ ຖວທ ເມືອງຕົ້ນເຜິ້ງ ນໍາໂດຍ ທ່ານ ສົມຄິດ ວົງປັນຍາ ຫົວໜ້າພະແນກ ຖວທ ແຂວງ ໄດ້ຂຶ້ນທະບຽນພະພຸດພະຮູບ ທີ່ຂຸດຄົ້ນຢູ່ດອນເຜິ້ງຄຳ ເມືອງຕົ້ນ ເຜິ້ງ ໄດ້ແລ້ວ154 ອົງ. ໃນນັ້ນ, ມີທັງ ພະພຸດພະຮູບທີ່ສົມບູນ ແລະ ບໍ່ສົມ ບູນເຊິ່ງອົງທີ່ໄດ້ຂຶ້ນລະບຽນແລ້ວ ນັ້ນ, ສ່ວນຫລາຍແມ່ນມີລັກສະນະ ສິລະປະລາວລ້ານຊ້າງ. ສ່ວນພະພຸດ ພະຮູບປາງລີລາ, ພະພຸດພະຮູບໃບ ໂພ ແລະ ສິ້ນສ່ວນອື່ນໆ ທີ່ໄດ້ ຈາກການຂຸດຄົ້ນ ແມ່ນຍັງບໍ່ໄດ້ ຂຶ້ນທະບຽນເທື່ອ. ສຳລັບການຂຸດຄົ້ນພະພຸດທະຮູບ ແລະ ວັດຖະບູຮານ ຢູ່ດອນເຜິ້ງຄຳ ເມືອງຕົ້ນເຜິ້ງ ແມ່ນເລິ່ມແຕ່ວັນທີ 16 ມີນາ 2024 ເປັນຕົ້ນມາ ແລະ ສືບຕໍ່ຂຸດຄົ້ນຢູ່. pa’lk,kfIv’Ia[oadmjv’mjP;wfh1jk’rP’r= c0;'[+ cdh ; 0B omt[Portr5 frtI6 [ muj 05 f7Q o 16j fvogzY '7e leg]a f 154 vq ' ລາຊະອານາຈັກໄທ. ພ້ອມນີ້, ຍັງ ຈະມີກອງປະຊຸມພົບປະສອງຝ່າຍ ລະຫວ່າງ ແຂວງເຊກອງ ສປປ ລາວ ກັບ ແຂວງອຸບົນລາຊະທານີ ລາຊະອານາຈັກໄທ. ພິເສດ, ໃນມື້ ສະເຫລີມສະຫລອງໃຫຍ່ ຈະມີການ ສະແດງໂດດຈ້ອງ, ຮອງເພງໂຊສະແດງຄອນເສີດ, ສິລະປະກ້ອນກໍາ ລັງ ແລະ ສະແດງກາຍະສິນ. ໃນໂອກາດນີ້, ທ່ານເຈົ້າແຂວງ ເຊກອງ ຍັງໄດ້ຮຽກຮ້ອງມາຍັງ ສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນດາເຜົ່າຊາວແຂວງ ເຊກອງ ຈົ່ງຕັ້ງໜ້າ ແລະ ສາມັກຄີ ກັນເຂົ້າຮ່ວມຂະບວນການຕ່າງໆ ເປັນຕົ້ນ ຂະບວນການອະນາໄມ 3 ສະອາດ; ຂະບວນການຮັກສາ ຄວາມສະຫງົບປອດໄພ ແລະ ອື່ນໆ ເພື່ອຕ້ອນຮັບແຂກ ກໍຄື ນັກທ່ອງ ທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາທ່ຽວຊົມໃນງານດັ່ງກ່າວ ໃຫ້ມີຄວາມປະທັບໃຈ. ການລົງທຶນແຂວງອັດຕະປື ແລະ ທ່ານ ນາງ ແກບ ຖານານົນ ປະທານ ບໍລິສັດ ແສງອາລຸນຂຸດຄົ້ນ ແລະ ປຸງ ແຕ່ງຫີນປາໂກໄດ ອັດຕະປື ຈຳກັດ ໂດຍມີ ທ່ານ ພົນໂທ ວັນທອງ ກອງ ມະນີ ເຈົ້າແຂວງອັດຕະປື ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກ ຂີພິຍານ. ໂຄງການລົງທຶນສຳປະທານ ຂຸດຄົ້ນ ແລະ ປຸງແຕ່ງຫີນອ່ອນປາ ໂກໄດ ມີເນື້ນທີ່ສຳປະທານຂຸດຄົ້ນ ຕາມການສຳຫລວດຈາກວິຊາກາ ແລະ ການເຫັນດີອະນຸມັດຕາມສັນ ຍາແມ່ນມີເນື້ອທີ່ 4 ເຮັກຕາ ຢູ່ ເຂດບ້ານຄໍາວົງສາ ເມືອງພູວົງແລະ ສ້າງຕັ້ງໂຮງງານປຸງແຕ່ງເນື້ອທີ່ 7,5 ເຮັກຕາ ຢູ່ເຂດບ້ານ ທາດພະໄຊ ເມືອງໄຊເສດຖາ ແຂວງອັດຕະ ປື, ໄລຍະການສຳປະທານ 8 ປີ, ມີ ກຳລັງການຂຸດຄົ້ນສະເລ່ຍ 600 ໂຕນ/ປີ, ມີທຶນຈົດທະບຽນມູນຄ່າ 20 ຕື້ກີບ, ມູນຄ່າການລົງທຶນທັງ ໝົດ 50 ຕື້ກີບ, ເປັນການລົງທຶນ ຂອງເອກະຊົນພາຍໃນ 100%ໂດຍ ບໍລິສັດຍິນດີປະຕິບັດພັນທະທາງ ດ້ານການເງິນ ໃຫ້ແກ່ອົງການປົກ ຄອງແຂວງ 170.000 ໂດລາສະ ຫະລັດ. ໃນນັ້ນ, ປະກອບທຶນຊ່ວຍ ເຫລືອລ້າ ໃຫ້ລັດ 50.000 ໂດລາ ສະຫະລັດ, ເສຍຄ່າຊັບພະຍາກອນ ລ່ວງໜ້າ 100.000 ໂດລາສະ ຫະລັດ ແລະ ກອງທຶນຕ່າງໆໃນ ການຕິດຕາມກວດກາໂຄງການ 20.000 ໂດລາສະຫະລັດ. ນອກນີ້, ບໍລິສັດຍັງຕ້ອງໄດ້ປະຕິບັດພັນທະ ອາກອນໃຫ້ແຂວງຕາມລະບຽບ ແລະ ກົດໝາຍຢ່າງຄົບຖ້ວນ, ປະ ກອບສ່ວນມອບທຶນປົກປັກຮັກສາ, ທຶນຄຸ້ມຄອງໂຄງການ ແລະ ທຶນສົ່ງ ເສີມອື່ນໆ ຕາມທີ່ໄດ້ກຳນົດໄວ້ຢ່າງ ເຂັ້ມງວດ. ພາຍຫລັງໝົດສັນຍາ ບໍລິສັດ ສາມາດຕໍ່ສັນຍາໄດ້ ໂດຍອີງ ຕາມບົດບັນທຶກສຶກສາຄວາມເປັນ ໄປໄດ້ກຳນົດໄວ້ ແລະ ຖືກຕ້ອງຕາມ ລະບຽບ ແລະ ກົດໝາຍການລົງທຶນ ຂອງ ສປປ ລາວ. sk]n ;PdIv'Ia [ dko9a f'kody ]k oa dIPo,a fmtpq , 7A 'mu VII ຂປລ. ແຫລ່ງຂ່າວຈາກ ແຂວງ ສາລະວັນ ໃຫ້ຮູ້ວ່າ: ແຂວງສາລະ ວັນ ຈັດກອງປະຊຸມປຶກສາຫາລື ລາຍງານຄວາມຄືບໜ້າການກະ ກຽມເປັນເຈົ້າພາບຈັດງານກິລາ ນັກຮຽນມັດທະຍົມທົ່ວປະເທດ ຄັ້ງທີVII ໃນທ້າຍອາທິດຜ່ານມາ ພາຍໃຕ້ການເປັນປະທານຂອງ ທ່ານສົມໃຈອຸ່ນຈິດຮອງເຈົ້າແຂວງ ສາລະວັນ ທັງເປັນຮອງປະທານ ຈັດງານກິລານັກຮຽນມັດທະຍົມ ທົ່ວປະເທດ ຄັ້ງທີ VII ໂດຍມີຄະ ນະຮັບຜິດຊອບແລະພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ທັງນີ້, ກໍເພື່ອເຮັດໃຫ້ການ ຈັດຕັ້ງປະຕິບັດວຽກງານຂອງບັນ ດາກໍາມະການ, ອະນຸກໍາມະການ ຕ່າງໆ ມີຄວາມຄືບໜ້າໃນການກະ ກຽມຕາມຄວາມຮັບຜິດຊອບ ໃນ ການແຂ່ງຂັນກິລານັກຮຽນມັດທະ ຍົມ ທົ່ວປະເທດ ຄັ້ງທີ VII ໃຫ້ມີ ຄຸນນະພາບ ແລະ ສາມາດຈັດຕັ້ງ ປະຕິບັດຕາມແຜນການທີ່ວາງໄວ້. ກອງປະຊຸມໄດ້ຮັບຮອງເອົາ ວັນທີ 13 ທັນວາ 2024 ເປັນມື້ເປີດ ງານຢ່າງເປັນທາງການ ແລະວັນທີ 22 ທັນວາ 2024 ເປັນມື້ປິດງານ, ພ້ອມທັງໄດ້ສຳເລັດການປັບປຸງສີ ສັນ, ຊຸດຊົນເຜົ່າຈໍານວນ 4 ເຜົ່າ (ເຜົ່າກະຕາງ, ເຜົ່າກະຕູ, ເຜົ່າຕະ ໂອ້ຍ, ເຜົ່າປະໂກະ) ທີ່ເປັນເອກະລັກ ທ້ອງຖິ່ນປະກອບໃສ່ສັດນຳໂຊກ12 ປະເພດກິລາ, ກຳນົດເອົາສະໜາມ ຝຶກຊ້ອມ, ສະໜາມການແຂ່ງຂັນ ແຕ່ລະປະເພດກິລາ ຈະໃຫ້ສຳເລັດ ໃນເດືອນມີຖຸນາ, ລວມທັງກະກຽມ ທີ່ພັກໃຫ້ຄູຝຶກ ແລະ ນັກກິລາ ຄາດ ຄະເນຫລາຍກວ່າ 5 ພັນຄົນ. ພ້ອມນີ້, ກອງປະຊຸມ ຍັງໄດ້ເຜີຍ ແຜ່ຮ່າງຂໍ້ຕົກລົງ ວ່າດ້ວຍການແຕ່ງ ຕັ້ງອະນຸກໍາມະການງານກິລານັກ ຮຽນມັດທະຍົມ ຄັ້ງທີ VII, ການສັບ ຊ້ອນບຸກຄະລາກອນໃສ່ບັນດາອະນຸ ກໍາມະການຕ່າງໆ, ສິດ ແລະ ໜ້າທີ່ ຄວາມຮັບຜິດຊອບໃນການຈັດຕັ້ງ ປະຕິບັດຕາມແຜນວຽກອັນລວມ ເຊິ່ງມີທັງໝົດ 35 ອະນຸກໍາມະການ, ນອນໃນ 10 ກໍາມະການ ເປັນຕົ້ນ ກໍາມະການກອງເລຂາ, ເຕັກນິກ- ຈັດການແຂ່ງຂັນ, ກໍາມະການພິທີ ເປີດ-ປິດ, ງົບປະມານ-ການເງິນ ແລະ ລະດົມທຶນ, ກໍ່ສ້າງ-ສ້ອມແປງ ພື້ນຖານໂຄງລ່າງ, ທີ່ພັກ-ອາຫານ, ການຂົນສົ່ງແລະການປະດັບປະດາ, ກໍາມະການພິທີການຕ້ອນຮັບ ແລະ ຍ້ອງຍໍ, ການໂຄສະນາປະຊາສໍາ ພັນ, ກໍາມະການແພດ-ປະຖົມປະ ຍາບານ ແລະ ກໍາມະການ ປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ. ໂອກາດນີ້, ບັນດາກໍາມະການ ກໍໄດ້ປະກອບຄໍາຄິດເຫັນຕໍ່ກັບການ ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແນໃສ່ໃຫ້ມີຄວາມສອດຄ່ອງ, ຮັດ ກຸມ ແລະ ເປັນເອກະພາບ ເປັນຕົ້ນ ດ້ານການເກັບກໍາຂໍ້ມູນໃຫ້ຊັດເຈນ, ດ້ານທີ່ພັກອາໄສ ເຊັ່ນ: ລະບົບນ້ຳ- ໄຟຟ້າ, ທີ່ນອນແລະອື່ນໆໃຫ້ກັບນັກ ກິລາ ແລະ ຄູຝຶກ ຈາກແຂວງຕ່າງໆ, ພ້ອມທັງສະຖານທີ່ທ່ອງທ່ຽວ ຕ່າງໆ ທີ່ຈະໄດ້ສະເໜີ, ແນະນຳຕໍ່ ແຂກທີ່ມາຮ່ວມງານໄດ້ໄປທ່ຽວຊົມ ແຫລ່ງທ່ອງທ່ຽວຕ່າງໆຂອງແຂວງ ຕື່ມອີກ.

RkJQdWJsaXNoZXIy MTc3MTYxMQ==