xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** 01/04/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp xu zj ko,k ,;l lh k'[5 d7t]kdvolkmk]totl5 dwfh 744 7q o 3 vq 'dko9a f8A ' 7vlr ma fltotlb dlkmu j g,n v'30' ຂປລ. ມະຫາວິທະຍາໄລວິທະ ຍາສາດສຸຂະພາບ (ມວສ) ວິທະ ຍາເຂດດົງໂພສີ ສະຫລຸບຜົນການ ສົກສຶກສາ 2022-2023 ແລະ ຜ່ານແຜນການສົກ 2023-2924 ໃນວັນທີ 28 ມີນາ 2024 ພາຍ ໃຕ້ການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ມີທ່ານ ບຸນຖົມ ຊາມຸນຕຣີ ອະທິການບໍດີມະ ຫາວິທະຍາໄລ ວິທະຍາສາດ ສຸຂະ ພາບວິທະຍາເຂດດົງໂພສີ, ມີຫົວ ໜ້າສູນ, ຄະນະອຳນວຍການໂຮງ ໝໍສູນກາງອ້ອມຂ້າງກະຊວງສາ ທາລະນະສຸກ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ຂະນະທີ່ ປີ 2023 ຜ່ານມາ, ມວສ ສາມາດສ້າງບຸກຄະ ລາກອນສາທາລະນະສຸກ ໄດ້ຈຳ ນວນ744ຄົນ, ຍິງ482ຄົນ. ໃນນີ້, ລະດັບອະນຸປະລິນຍາແລະ ປະລິນ ຍາຕີ 567 ຄົນ, ລະດັບຫລັງປະ ລິນຍາຕີ 177 ຄົນ. ໃນກອງປະຊຸມ, ທ່ານ ບຸນຖົມ ຊາມຸນຕຣີ ໄດ້ໃຫ້ຮູ້ວ່າ: ການເຄື່ອນ ໄຫວໃນສົກປີຜ່ານມາ ໄດ້ສະແດງ ໃຫ້ເຫັນເຖິງການນຳພາ-ຊີ້ນຳ ແລະ ການປະຕິບັດວິໄສທັດ, ພາລະໜ້າ ທີ່ຂອງ ມວສ ທີ່ໄດ້ເຮັດຫລ້ອນ ໜ້າທີ່ການເມືອງ ແລະ ໜ້າທີ່ວິຊາ ສະເພາະຂອງຕົນ ຕາມການມອບ ໝາຍຂອງການຈັດຕັ້ງ ເຊິ່ງສະ ແດງອອກດ້ານການຮຽນການ ສອນ ມວສ ໄດ້ຈັດຕັ້ງການຮຽນການສອນ 40 ຫລັກສູດ, ອະນຸປະ ລິນຍາຕໍ່ເນື່ອງ 2 ຫລັກສູດ, ອະ ນຸປະລິນຍາ 4 ຫລັກສູດ, ປະລິນຍາ ຕີ 13 ຫລັກສູດ, ຫລັງປະລິນຍາ 22 ຫລັກສູດ; ໃນສົກປີຜ່ານ ມວສ ສາມາດສ້າງບຸກຄະລາກອນສາທາ ລະນະສຸກໄດ້ຈຳນວນ744ຄົນຍິງ 482 ຄົນ (ລະດັບອະນຸປະລິນຍາ ແລະ ປະລິນຍາຕີ 567 ຄົນ, ຫລັງ ປະລິນຍາຕີ 177 ຄົນ); ສຳເລັດ ການສອບເສັງເອົານັກສຶກສາເຂົ້າ ຮຽນສົກ 2023-2024 ລະດັບອະ ນຸປະລິນຍາ ແລະ ປະລິນ ຍາຕີ 631 ຄົນ ແລະ ລະດັບຫລັງປະລິນຍາຕີ 147 ຄົນ; ສຳເລັດການປັບປຸງຄູ່ມື ປະຕິບັດງານ ຂອງຄະນະກໍາມະ ການຈັນຍາທຳ, ການຄົ້ນຄວ້າ ແລະ ຄູ່ມືປະຕິບັດງານຂອງຄະນະກໍາມະ ການສົ່ງເສີມການຄົ້ນຄວ້າວິທະ ຍາສາດຂອງ ມວສ, ສໍາເລັດການ ເຮັດບົດຄົ້ນຄວ້າ 20 ບົດ ແລະ ໄດ້ນໍາສະເໜີບົດຄົ້ນຄວ້າຢູ່ກອງ ປະຊຸມວິຊາການທັງພາຍໃນ ແລະ ຕ່າງປະເທດ; ສຳເລັດຂຽນບົດ ຄວາມ 5 ບົດ ແລະ ຕີພິມເຂົ້າວາລະ ສານສາກົນ4ບົດ; ໄດ້ເປີດການນຳ ໃຊ້ຫ້ອງຝຶກປະຕິບັດຂອງນັກສຶກ ສາຫລັກສູດປະລິນຍາຕີກາຍະບຳ ບັດ ແລະ ເປັນສະຖານທີ່ໃຫ້ບໍລິການ ແລະ ປະຊາຊົນກວດກາຍະວິພາກ ພະຍາດ ໄດ້ 3.009 ຕົວຢ່າງ, ບໍລິ ການດ້ານຄລີນິກທັນຕະກຳໄດ້ 12.255 ເທື່ອຄົນ. ໂອກາດດຽວກັນນີ້, ຍັງໄດ້ມີພິ ທີມອບໃບຍ້ອງຍໍ ຂັ້ນກະຊວງສາ ທາລະນະສຸກໃຫ້ແກ່ 6 ຄະນະວິຊາ, 2 ຫ້ອງການ, ສະຖາບັນ ແລະ ພະ ນັກງານພາຍໃນ ມວສ. ໃນນັ້ນ,ໃບ ຍ້ອງຍໍປະເພດ I ຂັ້ນກະຊວງ ຈຳ ນວນ 340 ຄົນ ແລະ ປະເພດ II ຂັ້ນ ມວສ 62 ຄົນ. ຂ່າວ: ບຸນອູ້ມ ຂປລ. ທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ (ຄອສພ), ຜູ້ຊີ້ນໍາ 3 ອົງການຈັດຕັ້ງມະຫາຊົນ ໄດ້ນໍາພາສະມາຊິກກຳມະບານ, ແມ່ ຍິງ, ຊາວໜຸ່ມເຄື່ອນໄຫວຢ້ຽມຢາມ ແລກປ່ຽນບົດຮຽນ, ທັດສະນະສຶກ ສາຕາມຮອຍ ປະທານ ຄຳໄຕ ສີພັນ ດອນ ຄົບຮອບ 100 ປີ ຕິດພັນກັບ ຂະບວນການກອງປະຊຸມໃຫຍ່ 3 ຂັ້ນຂອງອົງການຈັດຕັ້ງມະຫາຊົນ ຄອສພ ຢູ່ທີ່ເມືອງໂຂງ ແຂວງຈຳ ປາສັກ ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ວິໄຊ ສາຍອຸບົນ ຄະນະປະຈຳ ພັກເມືອງ, ປະທານແນວລາວສ້າງ ຊາດເມືອງຜູ້ຊີ້ນຳ 3 ອົງການຈັດ ຕັ້ງມະຫາຊົນຂັ້ນເມືອງ, ທ່ານ ອຸໄທ ແກ້ວໃຈຍົມ ຮອງອຳນວຍການ ບໍລິສັດຮ່ວມພັດທະນາສີທັນດອນ ຈຳກັດ ພ້ອມດ້ວຍຫົວໜ້າຄະນະ ໂຄສະນາອົບຮົມເມືອງ ເຂົ້າຮ່ວມ. ໃນໂອກາດນີ້, 3 ອົງການຈັດຕັ້ງ ມະຫາຊົນ ຄອສພ ໄດ້ຢ້ຽມຢາມ ທັດສະນະສຶກສາ ທີ່ບ້ານຫົວໂຂງ ພ້າໃຫຍ່ ບ້ານເກີດ ປະທານ ຄຳໄຕ ສີພັນດອນ ຊຶ່ງແມ່ນ ທ່ານ ບົວໄທ ເທບປັນຍາ ຮອງເລຂາຄະນະພັກ ຮາກຖານບ້ານດັ່ງກ່າວ ພ້ອມຄະນະ ໃຫ້ກຽດຕ້ອນຮັບ. ພ້ອມທັງໄດ້ຮັບ ຟັງການບັນລະຍາຍຮູບພາບຕ່າງໆ ທີ່ຢູ່ພາຍໃນເຮືອນເກີດຂອງປະທານ ຄໍາໄຕ ສີພັນດອນ ໃນແຕ່ລະໄລຍະ ການເຄື່ອນໄຫວຂອງເພິ່ນແຕ່ຕອນ ເຍົາໄວຈົນຮອດປັດຈຸບັນ. ຂປລ. ໃນວັນທີ 29 ມີນາ 2024 ນີ້, ຄະນະບໍລິຫານງານຊາວໜຸ່ມກະ ຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ສະໄໝທີ VI I I ໄດ້ຈັດກອງປະຊຸມສະຫລຸບ ການຈັດຕັ້ງປະຕິບັດວຽກງານຊາວ ໜຸ່ມ ປະຈຳປີ 2023 ແລະ ວາງ ທິດທາງແຜນການປີ 2024 ໂດຍມີ ສະຫາຍເລຂາ, ຮອງເລຂາຄະນະບໍ ລິຫານງານຊາວໜຸ່ມ, ກຳມະການ ໜ່ວຍຊາວ ໜຸ່ມຮາກຖານ, ໜ່ວຍ ຊາວໜຸ່ມທີ່ຂຶ້ນກັບຮາກຖານ ແລະ ຄະນະຊາວໜຸ່ມ ຂອງແຕ່ລະກົມກອງ ອ້ອມຂ້າງກະຊວງ ຖວທ ເຂົ້າຮ່ວມ. ສະຫາຍ ບົວໄລ ພານຸວົງ ເລຂາ ຄະນະບໍລິຫານງານຊາວໜຸ່ມກະ ຊວງ ຖວທ ລາຍງານໃຫ້ຮູ້ວ່າ:ໃນປີ 2023 ຜ່ານມາ, ຄະນະບໍລິຫານງານ ຊາວໜຸ່ມກະຊວງ ຖວທ ໄດ້ເອົາໃຈ ໃສ່ນຳພາ-ຊີ້ນຳການຈັດຕັ້ງຊາວໜຸ່ມ ຮາກຖານທີ່ຂຶ້ນກັບກະຊວງ ຖວທ ເປັນເຈົ້າການເຄື່ອນໄຫວນຳພາ-ຊີ້ ນຳສຶກສາອົບຮົມການເມືອງ-ແນວ ຄິດ ໃຫ້ສະມາຊິກຊາວໜຸ່ມເຍົາວະ ຊົນ ທີ່ຢູ່ໃນຂັ້ນຄຸ້ມຄອງຂອງຕົນຢ່າງ ເປັນປົກກະຕິ-ຕໍ່ເນື່ອງ, ເປັນເຈົ້າ ການປະຕິບັດຕາມໜ້າທີ່ການເມືອງ, ຂອບເຂດສິດ ແລະ ໜ້າທີ່ຂອງຕົນທີ່ ໄດ້ຮັບມອບໝາຍຈາກການຈັດຕັ້ງ ພັກ-ລັດ, ຄະນະບໍລິຫານງານ ຊາວໜຸ່ມກະຊວງ ຖວທ ດ້ວຍ ຄວາມຮັບຜິດຊອບສູງ ເຊິ່ງສາມາດ ຕີລາຄາໄດ້ວ່າ ພາຍໃຕ້ການນຳພາຊີ້ນຳຂອງຄະນະບໍລິຫານງານຊາວ ໜຸ່ມກະຊວງ ຖວທ ແລະ ຄະນະບໍລິ ຫານງານຊາວໜຸ່ມທຸກຂັ້ນຍັງຮັກສາ ໄດ້ສະຖຽນລະພາບທາງດ້ານການ ເມືອງພາຍໃນການຈັດຕັ້ງຊາວໜຸ່ມ ຮາກຖານຂັ້ນຄຸ້ມຄອງຂອງຕົນຢ່າງ ໜັກແໜ້ນ ແລະ ເຂັ້ມແຂງ ສະແດງ ອອກໃນຜົນສຳເລັດຂອງໜ້າທີ່ການ ເມືອງທີ່ໄດ້ຮັບມອບໝາຍ, ຄວາມ ສາມັກຄີເປັນເອກະພາບພາຍໃນ ແລະ ຮັກສາໄດ້ຄວາມສະຫງົບ ປອດໄພເປັນຢ່າງດີ, ສະມາຊິກຊາວ ໜຸ່ມມີຄວາມຈູບຈ້າວຫ້າວຫັນພ້ອມ ກັນປະກອບສ່ວນເຂົ້າໃນທຸກຂະ ບວນການທີ່ການຈັດຕັ້ງພັກ-ລັດແລະ ຊາວໜຸ່ມຂັ້ນເທິງວາງອອກໃນແຕ່ ລະໄລຍະ ຢ່າງເປັນຂະບວນ ຟົດຟື້ນ ແລະ ພ້ອມພຽງຮຽງໜ້າ ອອກແຮງແຂ່ງຂັນກັນສ້າງຜົນງານ ເ ພື່ອຂ່ຳນັບຮັບຕ້ອນວັນສໍາຄັນ ຕ່າງໆ ຂອງຊາດ ແລະ ຂອງພັກ ເຊິ່ງ ເຫັນໄດ້ຢ່າງປະຈັກຕາໃນທຸກຂົງເຂດ ເຊັ່ນ: ຂົງເຂດຖະແຫລງຂ່າວ, ວັດທະ ນະທໍາ ແລະ ທ່ອງທ່ຽວລ້ວນແຕ່ເຮັດ ຫລ້ອນໜ້າທີ່ການເມືອງຂອງພັກລັດ ມອບໝາຍໃຫ້ຢ່າງຈົບງາມ. ພ້ອມນີ້, ຍັງໄດ້ອະນຸມັດໃຫ້ສະມາ ຊິກຊາວໜຸ່ມພົ້ນກະສຽນລາອອກ 36 ສະຫາຍ ຍິງ 11 ສະຫາຍ, ຍົກຍ້າຍ ໄປອົງການຈັດຕັ້ງຊາວໜຸ່ມອື່ນ 38 ສະຫາຍ, ຍິງ20ສະຫາຍແລະໄດ້ສຳ ເລັດການລົງເຄື່ອນໄຫວຊຸກຍູ້, ຕິດ ຕາມການດຳເນີນກອງປະຊຸມໃຫຍ່ ທັງໝົດ 34 ໜ່ວຍ ແລະ ປະເມີນຜົນ ໜ່ວຍຊາວໜຸ່ມຮາກຖານ 4 ບຸກປີ 2023. ອັນພົ້ນເດັ່ນ, ໄດ້ສໍາເລັດການ ສ້າງຂະບວນການອອກແຮງງານ ເນື່ອງໃນໂອກາດວັນສຳຄັນຂອງ ຊາດ-ຂອງພັກ ຢູ່ຂອບເຂດສຳນັກ ງານ-ຫ້ອງການ, ບັນດາກົມ-ກອງວິ ຊາການ ລວມທັງໝົດ 76 ຄັ້ງ, ສຳ ເລັດການນຳພາ-ຊີ້ນຳປຸກລະດົມຂົນ ຂວາຍສະມາຊິກຊາວໜຸ່ມເຂົ້າຮ່ວມ ສະໝັກໃຈບໍລິຈາກເລືອດຫລາຍຄັ້ງ, ພ້ອມນີ້, ຍັງໄດ້ມອບອຸປະກອນການ ສຶກສາ ໃຫ້ຄະນະບໍລິຫານງານຊາວ ໜຸ່ມ ກະຊວງປ້ອງກັນຄວາມສະຫງົບ ເພື່ອນຳໄປມອບໃຫ້ແຂວງໄຊສົມ ບູນ, ສຳເລັດການສ້າງກິດຈະກຳ ຊ່ວຍເຫລືອສັງຄົມ ດ້ວຍການໄປບໍລິ ຈາກເຄື່ອງໃຫ້ນ້ອງນັກຮຽນແລະ ປະ ຊາຊົນທຸກຍາກຢູ່ເຂດຫ່າງໄກສອກ ຫລີກທີ່ບ້ານຊຳທອງ ເມືອງລອງ ແຈ້ງ ແຂວງໄຊສົມບູນ ແລະ ອື່ນໆ. ປັດຈຸບັນກະຊວງ ຖວທ ມີໜ່ວຍ ຊາວໜຸ່ມຮາກຖານ ທັງໝົດ 34 ໜ່ວຍ, 2 ຮາກຖານ, ມີ 1 ກອງເຍົາ ວະຊົນທັນວາ, ມີ ຄະນະບໍລິຫານງານ ຊາວໜຸ່ມກະຊວງ 15 ສະຫາຍ, ຍິງ 4 ສະຫາຍ, ມີສະມາຊິກຊາວໜຸ່ມ 7tot[= ]y sko'ko-k;|5 j ,dt-;' 4;m lts]5 [;Pd'koxt9exu 2023 ມີທັງໝົດ 1.070 ສະຫາຍ, ຍິງ 511 ສະຫາຍ, ໃນນີ້ເປັນສະມາຊິກພັກ 266 ສະຫາຍ, ຍິງ 115 ສະຫາຍ ແລະ ເປັນເຍົາວະຊົນທັນວາ 163 ສະຫາຍ, ຍິງ 92 ສະຫາຍ. ສຳລັບແຜນການໃນຕໍ່ໜ້າຈະສືບ ຕໍ່ຈັດຕັ້ງປະຕິບັດໃນຫລາຍບັນຫາສຳ ຄັນທີ່ຍັງເປັນບັນຫາຄົງຄ້າງໃຫ້ສຳ ເລັດຕາມເປົ້າໝາຍ ແລະ ຈະສືບຕໍ່ ຈັດຕັ້ງປະຕິບັດວຽກງານໃນຫລາຍ ດ້ານ ເປັນຕົ້ນ ດ້ານການເມືອງແນວ ຄິດ, ດ້ານການຈັດຕັ້ງວຽກງານວິ ຊາສະເພາະ ແລະ ມາດຕະການຈັດ ຕັ້ງປະຕິບັດ ໂດຍສະເພາະວຽກງານ ຂະບວນການ ຈະສືບຕໍ່ຊຸກຍູ້ການຈັດ ຕັ້ງຊາວໜຸ່ມຮາກຖານ ອອກແຮງ ແຂ່ງຂັນກັນສ້າງຜົນງານ ແລະ ສ້າງ ຂະບວນການຂ່ຳນັບຮັບຕ້ອນວັນສໍາ ຄັນຕ່າງໆຂອງຊາດ, ຂອງພັກ ເປັນ ຕົ້ນ ຂະບວນການອອກແຮງງານ, ຂະບວນການທັດສະນະສຶກສາຮຽນ ຮູ້ບັນດາແນວຄິດຄຸນສົມບັດສິນທຳ ປະຕິວັດຂອງປະທານ ໄກສອນ ພົມວິຫານ, ມູນເຊື້ອອັນດີງາມຂອງ ຊາດ, ຂອງພັກ, ການນຳພັກ-ລັດ ແລະອື່ນໆ. ພ້ອມທັງ, ສືບຕໍ່ຊຸກຍູ້ການ ຈັດຕັ້ງຊາວໜຸ່ມຮາກຖານ-ເຍົາວະ ຊົນເຂົ້າຮ່ວມຂະບວນການບໍລິຈາກ ເລືອດຊ່ວຍສັງຄົມ, ກິດຈະກຳຮັກສາ ສິ່ງແວດລ້ອມ, ສະແດງສິລະປະ-ວັດ ທະນະທຳ, ແລກປ່ຽນບົດຮຽນຢູ່ພາຍ ໃນ ແລະ ຕ່າງປະເທດ ໃຫ້ໄດ້ຮັບຜົນດີ ແລະ ສືບຕໍ່ເປັນເຈົ້າການກະກຽມຂະ ບວນການແຂ່ງຂັນສິລະປະ-ວັດທະ ນະທຳກັບກະຊວງສຶກສາທິການ ແລະ ກິລາ, ກະຊວງປ້ອງກັນຄວາມ ສະຫງົບ, ກະຊວງປ້ອງກັນປະເທດ ແລະທະນາຄານແຫ່ງ ສປປ ລາວ ໃຫ້ດຳເນີນໄປຢ່າງເປັນຂະບວນຟົດ ຟື້ນ ແລະ ໃຫ້ໄດ້ຮັບຜົນດີ. ໂອກາດດຽວກັນ, ທ່ານ ລິດທິສັກ ວໍລະລາດ ຮອງເລຂາ ຄະນະບໍລິຫານ ງານຊາວໜຸ່ມ ກະຊວງ ຖວທ ຍັງໄດ້ ຂຶ້ນຜ່ານບົດສະຫລຸບຂໍ້ແຂ່ງຂັນ 4 ບຸກ ຕື່ມອີກ. ຂ່າວ-ພາບ: ທະນູທອງ ຫລວງນ້ຳທາ ທຳລາຍ... ປກສ ເມືອງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ການທໍາລາຍອຸປະກອນຕ້ອງ ຫ້າມໃນຄັ້ງນີ້, ປະກອບມີອາວຸດລ່າ ເນື້ອປະເພດ ປືນແກັບ ຈໍານວນ 58 ກະບອກ, ປືນແມັກ 12 ກະບອກ, ປືນເບີ 2 ກະບອກ, ເລົາປືນ 5 ເລົາ, ລູກຫວ່ານ (ລູກຄາງ) ນໍ້າໜັກ 3,120 ກິໂລກຣາມ, ລູກປືນ (ລູກ ອັດຍິງເພດານ ) 13 ແກັດ, ໝໍ້ ຊອດປາ 6 ເຄື່ອງ, ຈັກສະຕິນ 32 ເຄື່ອງ, ບາຈັກສະຕິນ 4 ບາ. ນັບແຕ່ຕົ້ນເດືອນ ພະຈິກ 2023 ເປັນຕົ້ນມາ ເຈົ້າໜ້າທີ່ພະແນກຕໍາ ຫລວດ ປກສ ເມືອງ ໄດ້ສົມທົບກັບ ປກສ ກຸ່ມບ້ານ, ອຳນາດປົກຄອງ ບ້ານ ແລະ ຫ້ອງການກະສິກຳ-ປ່າ ໄມ້ເມືອງ ລົງກວດກາບັນດາຮ້ານ ຢູ່ພາຍໃນເມືອງ ທີ່ລັກລອບຄ້າຂາຍສິນຄ້າເກືອດຫ້າມ. ພາຍຫລັງ ອອກຄຳສັ່ງຢືດແລ້ວ ກໍໄດ້ສ້າງບົດ ບັນທຶກສຶກສາອົບຮົມເຈົ້າຂອງຮ້ານ ໂດຍບໍ່ມີການປັບໃໝແຕ່ຢ່າງໃດ ແລະ ໄດ້ທຳລາຍສິນຄ້າເກືອດຫ້າມ ຂຶ້ນຢ່າງເປັນທາງການ. ຂ່າວ: ປກສ ເມືອງຫລວງນ້ຳທາ ນັກການທູດລາວ... ເຈົ້າແຂວງສະຫວັນນະເຂດ... ການຈັດຕັ້ງປະຕິບັດວຽກງານທາງ ການທູດໂດຍສະເພາະວຽກງານ ການເຄື່ອນໄຫວດ້ານພິທີການທູດ ແລະ ວຽກງານທີ່ກ່ຽວຂ້ອງທີ່ທາງ ສປປ ລາວ ໄດ້ເປັນເຈົ້າພາບຈັດ ນໍາແຂວງ ໄດ້ເຄື່ອນໄຫວຕິດຕາມ ການພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງພະລານໄຊ, ພ້ອມທັງໃຫ້ທິດ ຊີ້ນໍາຕໍ່ຄະນະນໍາເມືອງ ໂດຍເນັ້ນ ໜັກບັນຫາສຳຄັນ ເປັນຕົ້ນ ແມ່ນ ການສ້າງຂະບວນການກະກຽມໃຫ້ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກຕິດ ພັນກັບການລົງກໍ່ສ້າງຮາກຖານ ການເມືອງ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ. ພ້ອມກັນນັ້ນ, ກໍໃຫ້ ປະເມີນທ່າແຮງແຕ່ລະບ້ານ, ສ້າງ ລະບົບການເມືອງຢູ່ຂັ້ນຮາກຖານ ໃຫ້ເຂັ້ມແຂງ, ຜັນຂະຫຍາຍມະຕິ ຂອງອົງຄະນະພັກແຂວງຢ່າງຕັ້ງ ຈາກນັ້ນ, ໄດ້ໄປທ່ຽວຊົມ, ຢ້ຽມ ຢາມ, ທັດສະນະສຶກສາເຂດພັດທະ ນາເສດຖະກິດໃໝ່ ສີທັນ ເປັນຕົ້ນ ເຮືອນພັກຂອງ ປະທານ ຄຳໄຕ ສີພັນດອນ, ນໍ້າຕົກຕາດຄອນພະ ເພັງ, ໂຄງການກໍ່ສ້າງຕຶກແຄນຄູ່, ໜອງລ້ຽງປາສະຫວາຍ, ທ່ຽວຊົມ, ຢ້ຽມຢາມ, ທັດສະນະສຶກສາຢູ່ດ່ານ ສາກົນໜອງນົກຂຽນຂອງເມືອງດັ່ງ ກ່າວຕື່ມອີກ. ໂອກາດນີ້, ທ່ານນາງວິລະວອນ ພັນທະວົງ ໄດ້ສະແດງຄວາມຂອບ ໃຈຕໍ່ຄະນະນຳເມືອງໂຂງ ທີ່ໃຫ້ ການຕ້ອນຮັບຢ່າງອົບອຸ່ນ, ເຮັດໃຫ້ ວຽກງານໃນຄັ້ງນີ້ ປະສົບຜົນສຳ ເລັດຕາມຄາດໝາຍ. ຂ່າວ-ພາບ: ວັນເພັງ ກອງປະຊຸມສຸດຍອດອາຊຽນ ໃນປີ 2024. ໃນໄລຍະການເຂົ້າຮ່ວມຝຶກ ອົບຮົມ, ນັກການທູດອິນເດຍ ຫລື ຄູ່ ຮ່ວມຕຳແໜ່ງ ຈະໄດ້ແບ່ງປັນປະ ສົບການໃນການຈັດກອງປະຊຸມສຸດ ຍອດ G-20 ນຳອີກ. ງານຄັ້ງນີ້, ໄດ້ມີການຈຳລອງ ເຫດການຮ່ວມມື ອິນເດຍ-ລາວ, ອິນເດຍ-ອາຊຽນ ພ້ອມກັບລົງທັດ ສະນະສຶກສາທີ່ຣັດທຣາປາຕີ້ບາວັນ (ຫ້ອງການສຳນັກງານປະທານ ປະເທດອິນເດຍ), ບາຣັກມັນດາ ປຳ (ສະຖານທີ່ຈັດກອງປະຊຸມສຸດ ຍອດ G-20), ສະຖາບັນພະລັງ ງານ-ຊັບພະຍາກອນ ແລະ ສະຖາ ບັນພະລັງງານແສງຕາເວັນແຫ່ງ ຊາດ ໃນເມືອງກູຣູກຣຳ. ນອກຈາກ ນີ້, ຜູ້ເຂົ້າຮ່ວມ ຍັງໄດ້ຢ້ຽມຢາມສະ ຖານທີ່ທາງດ້ານວັດທະນະທຳ ແລະ ມໍລະດົກ ອີກດ້ວຍ. ໜ້າ, ສູ້ຊົນເຮັດໃຫ້ເມືອງພະລານໄຊ ກາຍເປັນເມືອງພົ້ນທຸກກ່ອນເປີດ ກອງປະຊຸມໃຫຍ່ອົງຄະນະພັກ ເມືອງທີ່ຈະມາເຖິິງໃນຕໍ່ໜ້ານີ້. ໂອກາດນີ້, ທ່ານ ຄຳເກິ່ງ ສຸດທິ ເດດ ເຈົ້າເມືອງພະລານໄຊ ກໍໄດ້ ລາຍງານໃຫ້ທ່ານເຈົ້າແຂວງສະ ຫວັນນະເຂດ ພ້ອມຄະນະຮູ້ວ່າ: ເມືອງພະລານໄຊ ມີຊາຍແດນຕິດ ຈອດເກັບ5 ເມືອງ, ມີເນື້ອທີ່ປະມານ 204.000 ເຮັກຕາ, ມີ 54 ບ້ານ, ມີ 4 ຈຸດສຸມ, ມີພົນລະເມືອງ 43.188 ຄົນ, ຍິງ 21.945 ຄົນ. ໃນໄລຍະ ຜ່ານມາ ສຸມໃສ່ສ້າງບ້ານປ້ອງກັນ ຊາດເຂັ້ມແຂງໄດ້ 54 ບ້ານ100%, ສ້າງບ້ານປ້ອງກັນຄວາມສະຫງົບ ດີໄດ້ 53 ບ້ານກວມເອົາ98,14%, ສ້າງບ້ານປອດຢາເສບຕິດ ໄດ້ 31 ບ້ານກວມເອົາ 57,40% ຂອງ ບ້ານທັງໝົດ; ທົ່ວເມືອງມີເນື້ອທີ່ ນາປີ 10.969 ເຮັກຕາ, ເນື້ອທີ່ນາ ແຊງ 200 ເຮັກຕາ, ຜະລິດເຂົ້າໄດ້ 42.902 ໂຕນ, ສະເລ່ຍເຂົ້າເປືອກ ໃສ່ຫົວຄົນໄດ້ 928ກິໂລ/ຄົນ/ປີ; ໃນປີ 2023 ຈັດເກັບລາຍຮັບເຂົ້າ ງົບປະມາໄດ້2,87 ຕື້ກວ່າກີບ. ໃນໂອກາດດຽວກັນນີ້,ທ່ານເຈົ້າ ແຂວງສະຫວັນນະເຂດ ພ້ອມຄະນະ ກໍໄດ້ລົງພົບປະຄະນະພັກ ແລະ ພໍ່ ແມ່ປະຊາຊົນຢູ່ກຸ່ມບ້ານນາລາຍ ໂດຍໄດ້ຮັບຟັງການສະເໜີຂອງປະ ຊາຊົນ ແລະ ເຈາະຈີ້ມບັນຫາຕ່າງໆ ຢ່າງກົງໄປກົງມາ ເພື່ອຫາທາງແກ້ ໄຂບັນຫາຄົງຄ້າງໃຫ້ຖືກຈຸດ. ຈາກ ນັ້ນ ຄະນະນຳຂອງແຂວງ ກໍໄດ້ລົງ ຊຸກຍູ້ການຜະລິດຢູ່ບ້ານເທີບນ້ອຍ ແລະ ບ້ານເທີບໃຫຍ່ ຕ່ື່ມອີກ.
RkJQdWJsaXNoZXIy MTc3MTYxMQ==