5843

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 01/04/2024 xtgmf]k; ຫາລືກຽມການສຳຫລວດ... ກຕສ ມອບໃບຢັ້ງຢືນ... ພິທີປະກາດ... ຫວນຄືນວັນສ້າງຕັ້ງ... ລັດຖະມົນຕີ ຖວທ ເນັ້ນໃຫ້... ຫສນຍ ເຜີຍແຜ່ກົດໝາຍ... ໝາຍວ່າດ້ວຍສະຖິຕິ ແລະ ຍຸດທະ ສາດການພັດທະນາລະບົບສະຖິຕິ ແຫ່ງຊາດແບບຍືນຍົງ 20162025ແລະ ວິໄສທັດຮອດປີ2030. ສະນັ້ນ, ຈຶ່ງໄດ້ຈັດຕັ້ງປະຕິບັດການ ສໍາຫລວດພົນລະເມືອງ ແລະ ທີ່ຢູ່ ອາໄສທົ່ວປະເທດ ໃນປີ 2025 ເຊິ່ງ ແມ່ນການສໍາຫລວດໃຫຍ່ລະກັບ ຊາດທີ່ມີຄວາມສໍາຄັນທີ່ສຸດເພາະ ເປັນການເກັບກຳ ແລະ ຈົດນັບພົນ ລະເມືອງ ເພື່ອຕິດຕາມສະພາບການ ຂະຫຍາຍຕົວ ແລະ ປັດໄຈທີ່ສົ່ງຜົນ ກະທົບຕໍ່ກັບການຂະຫຍາຍຕົວ ຂອງພົນລະເມືອງໃນທຸກໆ 10 ປີ; ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ໃນປີ 2025 ແມ່ນຄັ້ງທີ V (ຄັ້ງທໍາອິດແມ່ນປີ 1985) ຈະເປັນແຫລ່ງຂໍ້ມູນທີ່ສໍາ ຄັນໃນການປັບປຸງຂໍ້ມູນພົນລະ ເມືອງແຫ່ງຊາດຂອງ ສປປ ລາວ ເປັນຖານຂໍ້ມູນທີ່ຈະປະກອບດ້ວຍ ຂໍ້ມູນດ້ານຕ່າງໆທີ່ມີຄວາມສຳຄັນ ຫລາຍເຊັ່ນ: ການຈະເລີນພັນ, ການ ເສຍຊີວິດ, ການເຄື່ອນຍ້າຍຂອງພົນ ລະເມືອງ, ຂໍ້ມູນລະອຽດກ່ຽວກັບຄຸນ ລັກສະນະຂອງພົນລະເມືອງ,ໂຄງ ປະກອບອາຍຸ, ເພດ, ຊົນເຜົ່າສາສະ ໜາ, ການສຶກສາ, ການປະກອບອາ ຊີບ ແລະ ອື່ນໆ. ທ່ານ ກິນແກ້ວ ໄຂຄຳພິທູນ ຍັງ ກ່າວອີກວ່າ: ການສໍາຫລວດໃນ ຄັ້ງນີ້, ຈະເປັນຂໍ້ມູນສໍາຄັນຮັບໃຊ້ໃຫ້ ແກ່ການຕິດຕາມ ແລະ ປະເມີນການ ຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ແລະ ການກະກຽມສ້າງແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X. ພ້ອມນັ້ນ, ກໍເປັນຂໍ້ມູນພື້ນ ຖານໃຫ້ແກ່ການຕິດຕາມບັນດາ ເປົ້າໝາຍການພັດທະນາແບບຍືນ ຍົງ, ການຫລຸດພົ້ນອອກຈາກປະເທດ ດ້ອຍພັດທະນາ, ການປັບປຸງນະ ໂຍບາຍທາງດ້ານພົນລະເມືອງ ກໍຄື ຍຸດທະສາດການພັດທະນາຊັບພະ ຍາກອນມະນຸດແຫ່ງຊາດຂອງ ສປປ ລາວ. 2023, ພ້ອມທັງປາຖະກະຖາວັນ ສໍາຄັນ ຂອງພັກ-ຂອງຊາດ ໃນວັນ ທີ 29 ມີນາ 2024 ໂດຍພາຍໃຕ້ ການເປັນປະທານຂອງສະຫາຍ ບໍ່ວຽງຄໍາ ວົງດາລາ ກຳມະການ ສູນກາງພັກ, ເລຂາຄະນະບໍລິຫານ ງານພັກກະຊວງ, ລັດຖະມົນຕີກະ ຊວງເຕັກໂນໂລຊີ ແລະການສື່ສານ, ມີຄະນະປະຈໍາພັກ, ຄະນະພັກ, ຄະ ນະກົມ, ຄະນະພະແນກ, ສະມາຊິກ ພັກສົມບູນ, ພະນັກງານຫລັກແຫລ່ງ ແລະ ຄະນະພັກຮາກຖານທົ່ວອົງຄະ ນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມ. ໃນພິທີ, ສະຫາຍ ຄໍາພູ ດວງຖະ ໜອມ ຄະນະປະຈໍາພັກກະຊວງ, ເລ ຂາໜ່ວຍພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານບົດ ສະຫລຸບການຈັດຕັ້ງປະຕິບັດສ້າງ ໜ່ວຍ ພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ປະຈໍາປີ 2023 ຊຶ່ງມີບາງ ເນື້ອໃນສະແດງອອກ ຄື: ອົງຄະນະ ພັກ ກະຊວງເຕັກໂນໂລຊີ ແລະການ ສື່ສານມີຈໍານວນທັງໝົດ 33 ໜ່ວຍ ພັກ. ໃນນັ້ນ, ບັນດາໜ່ວຍພັກຫ້ອງ ການ, ກົມ, ອົງການ, ສູນ, ສະຖາບັນ ມີ 17 ໜ່ວຍພັກຮາກຖານ ແລະ 2 ຄະນະພັກຮາກຖານ (ຈໍານວນ 16 ໜ່ວຍພັກຂຶ້ນກັບຄະນະພັກຮາກ ຖານ). ຂະບວນການແຂ່ງຂັນກໍ່ ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຖືເປັນບັ້ນການເຄື່ອນ ໄຫວຊີວິດການເມືອງທີ່ສໍາຄັນ ໂດຍ ສະເພາະ ແມ່ນການປັບປຸງ, ຍົກລະ ດັບການນໍາພາຂອງບັນດາໜ່ວຍ ພັກທົ່ວອົງຄະນະພັກ ກະຊວງເຕັກ ໂນໂລຊີ ແລະ ການສື່ສານ. ສໍາລັບ ທິດທາງແຜນການຕໍ່ໜ້າ, ຄະນະບໍລິ ຫານງານພັກກະຊວງ, ຄະນະຮັບ ຜິດຊອບຈະໄດ້ສືບຕໍ່ເອົາໃຈໃສ່ຊີ້ ນໍາ ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນ ໃຫ້ໄດ້ 90%ຂອງ ບັນດາໜ່ວຍພັກ ໂດຍສະເພາະເອົາ ໃສ່ເປັນເຈົ້າການຝຶກຝົນຫລໍ່ຫລອມ ຕົນເອງ ໂດຍຖືເອົາໜ້າທີ່ການເມືອງ ຂອງຕົນ ປະຕິບັດຕາມ 5 ເນື້ອໃນ ຄື: ດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນວິ ທີນໍາພາ ແລະ ດ້ານນຳພາປະຕິບັດ ໜ້າທີ່ການເມືອງ. ໂອກາດນີ້, ກໍໄດ້ມີພິທີມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນ ໃຫ້ 12 ໜ່ວຍພັກ ແລະ 2 ຄະນະພັກຮາກຖານລວມ ທັງໝົດ 28 ໜ່ວຍພັກ ຂອງຄະນະ ພັກກະຊວງເຕັກໂນໂລຊີ ແລະ ການ ສື່ສານ. ຈາກນັ້ນ ກໍໄດ້ມີພິທີມອບຮັບໃບຍ້ອງຍໍໃຫ້ແກ່ພະນັກງານ- ລັດຖະກອນ ປະຈໍາປີ 2023. ພ້ອມ ກັນນີ້, ກໍໄດ້ສາຍຮູບເງົາມູນເຊື້ອປະ ຫວັດສາດສໍາຄັນຂອງພັກ-ຂອງ ຊາດ ເພື່ອເປັນການທົບທວນຄືນມູນ ເຊື້ອແລະໄຊຊະນະອັນຍິ່ງໃຫຍ່ຂອງ ການປະຕິວັດ ໂດຍພາຍໃຕ້ການນໍາ ພາ-ຊີ້ນໍາຂອງພັກປະຊາຊົນປະຕິ ວັດລາວ ເປັນຕົ້ນແມ່ນວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບ ຮອບ 69 ປີ (22 ມີນາ 1955-22 ມີນາ 2024) ແລະ ວັນນັກຮົບເສຍ ອົງ ຄະ ແລະ ເສຍສະຫລະຊີວິດເພື່ອ ປະເທດຊາດຄົບຮອບ 78 ປີ (21/ 03/1946-21/03/ 2024). ໂອກາດນີ້, ສະຫາຍ ບໍ່ວຽງຄໍາ ວົງດາລາ ໄດ້ໃຫ້ທິດຊີ້ນໍາເພື່ອເປັນ ທິດທາງໃນການເຄື່ອນໄຫວວຽກ ງານໃຫ້ແກ່ສະມາຊິກພັກ-ພະນັກ ງານທົ່ວກະຊວງ ໃນການນໍາພາ ຂະບວນການຈັດຕັ້ງປະຕິບັດວຽກ ງານ ໃຫ້ມີຄວາມເຂັ້ມແຂງ ເພື່ອສຸມ ໃສ່ພາລະກິດໃນການຫັນເປັນທັນ ສະໄໝ ກໍຄື ຫັນເປັນດີຈິຕອນ ຂອງ ຮູ້, ເຂົ້າໃຈຢ່າງເລິກເຊິງ ພ້ອມທັງ ສາມາດນໍາໄປຈັດຕັ້ງປະຕິບັດໄດ້ ຢ່າງເປັນເອກະພາບ, ມີປະສິດທິ ພາບ ແລະ ປະສິດທິຜົນ. ສໍາລັບເນື້ອ ໃນຂອງກອງປະຊຸມຄັ້ງນີ້, ຜູ້ເຂົ້າ ຮ່ວມໄດ້ຮັບຟັງການລາຍງານ 6 ເອກະສານສໍາຄັນຄື: ການເຜີຍແຜ່ ກົດໝາຍລັດຖະບານ; ຂໍ້ຕົກລົງເລກ ທີ 41/ນຍ ວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກຂອງລັດ ຖະບານ ຊຸດທີ 9; ການຕິດຕາມ ການປະຕິບັດກົດໝາຍ; ການສ້າງ ເອກະສານທາງການ; ການສ້າງ ຄວາມເຂັ້ມແຂງກ່ຽວກັບວຽກງານ ຄົ້ນຄວ້າ-ສັງລວມ; ການສ້າງ ຄວາມເຂັ້ມແຂງວຽກງານໂຄສະນາ ປະຊາສຳພັນຕິດພັນກັບການຫັນ ເປັນທັນສະໄໝ ຂອງຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ. ນອກນັ້ນ, ຍັງຈະໄດ້ມີການແລກ ປ່ຽນຄຳຄິດເຫັນກ່ຽວກັບຜົນສຳ ເລັດ, ຂໍ້ຈໍາກັດ, ສິ່ງທ້າທ້າຍແລະ ກາ ລະໂອກາດ ໃນຂະບວນການສ້າງນິ ຕິກຳ ເພື່ອເປັນຂໍ້ມູນນຳໄປປັບປຸງຄຸນ ນະພາບຂອງນິຕິກຳໃຫ້ສາມາດຈັດ ຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ໃນໂອກາດກ່າວເປີດ, ປະທານ ກອງປະຊຸມໄດ້ຮຽກຮ້ອງມາຍັງຜູ້ ເຂົ້າຮ່ວມ ຈົ່ງພ້ອມກັນຄົ້ນຄວ້າ ແລະ ເຊື່ອມຊຶມເອກະສານຕ່າງໆ ເພື່ອ ຄວາມເປັນເອກະພາບ ໃນການຈັດ ຕັ້ງປະຕິບັດກົດໝາຍດັ່ງກ່າວ ແລະ ພ້ອມກັນປະກອບຄຳເຫັນຢ່າງມີຈຸດ ສຸມ, ນຳສະເໜີວິທີແກ້ໄຂທີ່ເໝາະ ສົມ, ສອດຄ່ອງກັບສະພາບຕົວຈິງ ຢ່າງກົງໄປກົງມາ, ລົງເລິກປະກອບ ຄຳເຫັນຕໍ່ການແກ້ໄຂບັນຫາທີ່ເກີດ ຂຶ້ນໃນປັດຈຸບັນ ແລະ ສິ່ງທ້າທາຍ ໃນຕໍ່ໜ້າ. ພາຍຫລັງສຳເລັດກອງ ປະຊຸມໃນຄັ້ງນີ້, ຈະໄດ້ນຳເອົາບົດ ຮຽນໄປຜັນຂະຫຍາຍໃຫ້ເກີດໝາກ ຜົນເປັນຮູບປະທຳຕົວຈິງ. ພາບ: ຂັນໄຊ ເຂົ້າໃຈຕໍ່ແນວທາງຂອງພັກລະ ບຽບການຂອງລັດ, ຊຸກຍູ້ຂະບວນ ການສ້າງຄອບຄົວ ແລະ ບ້ານວັດ ທະນະທໍາ, ອະນຸລັກປົກປັກຮັກສາ ຮີດຄອງປະເພນີອັນດີງາມຂອງ ຊາດກໍຄືຂອງບັນດາເຜົ່າໃຫ້ຍືນຍົງ, ຄຸ້ມຄອງທຸລະກິດບໍລິການເຮືອນ ພັກ, ໂຮງແຮມ, ຮ້ານອາຫານໃຫ້ ເຂົ້າສູ່ລະບຽບການ, ເອົາໃຈໃສ່ປັບ ປຸງຂອດບໍລິການໃຫ້ດີຂຶ້ນ, ຂຶ້ນທະ ບຽນດິນວັດທະນະທໍາ ແລະ ປັກປັກ ຮັກສາ. ໃນໂອກາດດຽວກັນ, ທ່ານ ສົມຄິດ ວົງປັນຍາ ຫົວໜ້າພະແນກ ຖວທ ແຂວງບໍ່ແກ້ວ ກໍໄດ້ລາຍງານ ການຈັດຕັ້ງປະຕິບັດວຽກງານ ຖວທ ໄລຍະຜ່ານມາ ໂດຍສະເພາະ ວຽກງານຖະແຫລງຂ່າວ, ວຽກ ງານວັດທະນະທໍາ ແລະ ວຽກງານ ທ່ອງທ່ຽວ, ອັນພົ້ນເດັ່ນແມ່ນໄດ້ເອົາ ໃຈໃສ່ຈັດຕັ້ງປະຕິບັດວຽກງານ ຄຸ້ມຄອງພັກ-ພະນັກງານ, ປະຕິບັດ ນະໂຍບາຍ-ອຸດໜູນພະນັກງານ ຕາມລະບຽບການ ແລະ ກໍ່ສ້າງ-ບໍາ ລຸງພະນັກງານຢ່າງຕໍ່ເນື່ອງ. ພ້ອມ ດຽວກັນ, ກໍໄດ້ເປັນເຈົ້າການຊຸກຍູ້, ຕິດຕາມ ແລະ ກວດກາວຽກງານ ຢ່າງເປັນປົກກະຕິ, ປີ 2023 ສ້າງ ຄອບຄົວວັດທະນະທໍາໄດ້ 239 ຄອບຄົວ, ເທົ່າກັບ 40,78%, ສ້າງ ບ້ານວັດທະນະທໍາ ປະຕິບັດໄດ້ 7 ບ້ານ ເທົ່າກັບ 116,66%, ໃນ 3 ເດືອນຕົ້ນປີ 2024 ສາມາດ ສ້າງ ບ້ານວັດທະນະທໍາໄດ້ 3 ບ້ານ ເທົ່າ ກັບ 60%, ເພີ່ມເປັນ 213 ບ້ານ ເທົ່າກັບ 85,89% ຂອງບ້ານ ທົ່ວ ແຂວງ 248 ບ້ານ, ສ້າງຄອບ ຄົວວັດທະນະທໍາໄດ້ 302 ຄອບ ຄົວ ເທົ່າກັບ 52,61% ເພີ່ມເປັນ 28 . 154 ຄອບຄົວ ເທົ່າກັບ 77,40%; ປີ 2023 ສາມາດດຶງ ດູດນັກທ່ອງທ່ຽວເຂົ້າຜ່ານດ່ານສາ ກົນຂອງແຂວງຈໍານວນ252.832 ເທື່ອຄົນ. ໃນນີ້, ມີນັກທ່ອງທ່ຽວ ພາຍໃນ 4.845 ເທື່ອຄົນ, ສາມາດ ສ້າງລາຍຮັບສຳພັດຈາກການທ່ອງ ທ່ຽວ 12.641.600 ໂດລາສະ ຫະລັດບັນລຸໄດ້ 75,86% (ຄາດ ໝາຍ 333.261 ເທື່ອຄົນ) ຫລຸດ ຄາດໝາຍ24,14%. ພ້ອມນີ້, ທ່ານ ກໍໄດ້ສະເໜີຕໍ່ທ່ານລັດຖະມົນຕີກະ ຊວງ ຖວທ ຄົ້ນຄວ້າຕົວເລກລັດຖະ ກອນໃຫ້ພະແນກ ຖວທ ແຂວງ ແລະ ຫ້ອງການ ຖວທ ບັນດາເມືອງ; ຄົ້ນ ຄວ້າເຂົ້າແຜນໂຄງການຕິດຕັ້ງ ເຄື່ອງສົ່ງສະຖານີວິທະຍຸເມືອງ ເມິງ, ໂຄງການກໍ່ສ້າງຫໍສະໝຸດ ແຂວງບໍ່ແກ້ວ, ປັບປຸງຫ້ອງວາງ ສະແດງມູນເຊື້ອຂອງແຂວງ; ສະ ເໜີກະຊວງຄົ້ນຄວ້າວິຊາການເຕັກ ນິກໂທລະພາບ ເພື່ອກວດກາສ້ອມ ແປງໂທລະພາບແຂວງ ໃຫ້ສາ ມາດໃຊ້ງານໄດ້ປົກກະຕິ, ຄົ້ນຄວ້າ ປະກອບອຸປະກອນໂທລະໂຄ່ງໃຫ້ ບັນດາບ້ານຊາຍແດນ ແລະ ບ້ານທີ່ ລະບົບໂທລະໂຄ່ງເປ່ເພ; ຄົ້ນຄວ້າ ງົບປະມານສົ່ງເສີມວຽກງານ ຖວທ ແລະ ສືບຕໍ່ໃຫ້ກະຊວງ ຖວທ ສະໜັບສະໜູນການກອບກູ້ສົມບັດ ວັດທະນະທຳຂອງຊາດ ທີ່ຂຸດຄົ້ນ ຢູ່ດອນເຜິ້ງຄໍາ ເມືອງຕົ້ນ ເຜິ້ງ ແຂວງບໍ່ແກ້ວ ໃຫ້ສຳເລັດຕາມລະ ດັບຄາດໝາຍ. ຂ່າວ: ຄໍາເພັງ ສີສະຫວ່າງ ການຕ່າງປະເທດ, ມີບັນດາຄະນະ ພັກ-ຄະນະນຳ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນພາຍໃນ ກະຊວງ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ຕິ່ງ ສຸກສັນ ໄດ້ຂຶ້ນບັນຍາຍເອກະສານວັນສ້າງ ຕັ້ງພັກປະຊາຊົນ ປະຕິວັດລາວ ຄົບ ຮອບ 69 ປີ, ວັນນັກຮົບເສຍອົງ ຄະ ແລະ ເສຍສະຫລະຊີວິດເພື່ອປະ ເທດຊາດ ຄົບຮອບ 78 ປີ ໂດຍສະ ຫາຍໄດ້ຍົກໃຫ້ເຫັນປະຫວັດແຫ່ງ ການກຳເນີດ, ການເຕີບໃຫຍ່ຂະ ຫຍາຍຕົວ ແລະ ຜົນງານອັນໃຫຍ່ ຫລວງ ຂອງພັກປະຊາຊົນປະຕິວັດ ລາວ ຕະຫລອດໄລຍະ 69 ໃນພາ ລະກິດຕໍ່ສູ້ປົດປ່ອຍຊາດ, ການປົກ ປັກຮັກສາ ແລະ ສ້າງສາປະເທດ ຊາດຕະຫລອດໄລຍະຜ່ານມາ, ທັງ ໄດ້ຍົກໃຫ້ເຫັນທາດແທ້ຂອງພັກ ປະຊາຊົນປະຕິວັດລາວ ເຊິ່ງແມ່ນ ພັກຂອງຊົນຊັ້ນກຳມະກອນເປັນຕົວ ແທນທີ່ຈົງຮັກພັກດີຕໍ່ສິດຜົນປະ ໂຫຍດຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານລາວທີ່ຮັກ ຊາດ, ຍຶດໝັ້ນລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ ເປັນ ພື້ນຖານແຫ່ງແນວຄິດ, ເປັນເຂັມ ທິດໃຫ້ແກ່ການຈັດຕັ້ງ ແລະ ການ ເຄື່ອນໄຫວຂອງພັກ, ເສີມຂະຫຍາຍ ລັດທິຮັກຊາດອັນແທ້ຈິງສົມທົບກັບ ລັດທິສາກົນອັນຜ່ອງໃສຂອງຊົນ ຊັ້ນກຳມະກອນ, ເພື່ອນໍາເອົາຄວາມ ເອກະລາດມາໃຫ້ແກ່ປະເທດຊາດ ແລະ ສິດເປັນເຈົ້າມາໃຫ້ປະຊາຊົນ. ສໍາລັບວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດ ເພື່ອປະເທດ ຊາດຄົບຮອບ78ປີ, ສະຫາຍໄດ້ຍົກ ໃຫ້ເຫັນມູນເຊື້ອການຕໍ່ສູ້ຕ້ານພວກ ລ່າເມືອງຂຶ້ນຂອງອ້າຍນ້ອງທະ ຫານ ແລະ ປະຊາຊົນຢູ່ເມືອງທ່າ ແຂກ ໂດຍສະເພາະແມ່ນບັ້ນຮົບ ປ້ອງກັນຕົວເມືອງທ່າແຂກເຊິ່ງແມ່ນ ໜຶ່ງໃນບັ້ນຮົບຕໍ່ສູ້ທີ່ສໍາຄັນທີ່ສຸດ ຢູ່ໃນລາວ ເຖິງຈະບໍ່ໄດ້ຮັບໄຊຊະນະ ແລະ ຖືກປາບປາມຢ່າງນອງເລືອດ ກໍຕາມ ແຕ່ມັນກໍເປັນການປຸກລະດົມ ນ້ໍາໃຈຮັກຊາດ, ຄຽດແຄ້ນສັດຕູ ຂອງປະຊາຊົນລາວບັນດາເຜົ່າ ພ້ອມກັນລຸກຮືຂຶ້ນດ້ວຍຄວາມເກັ່ງ ກ້າສາມາດ ແລະ ມີໄຫວພິບ. ບັ້ນ ຮົບດັ່ງກ່າວ ໄດ້ກາຍເປັນເຫດການ ປະຫວັດສາດແຫ່ງການຕໍ່ສູ້ຢ່າງພິ ລະອາດຫານຂອງປະຊາຊົນລາວ ແລະ ກາຍເປັນກະແສຟອງໃຫ້ແກ່ ການປະຕິວັດຊາດ ປະຊາທິປະໄຕ ຂອງພວກເຮົາກ້າວໄປສູ່ການປົດ ປ່ອຍຊາດຢ່າງສົມບູນ. ຫລັງຈາກນັ້ນ, ສະຫາຍຮອງເລ ຂາຄະນະບໍລິຫານງານພັກກະຊວງ ກໍໄດ້ເຜີຍແຜ່ເຊື່ອມຊຶມຄໍາສັ່ງແນະ ນໍາ ຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 13 /ຄຈສພ, ລົງວັນທີ 11 ມັງກອນ 2024 ກ່ຽວກັບການ ຈັດຕັ້ງປະຕິບັດມະຕິກົມການເມືອງ ສູນກາງພັກວ່າດ້ວຍການເລືອກເຟັ້ນ ແຕ່ງຕັ້ງ, ສັບປ່ຽນໜ້າທີ່ຂອງພະນັກ ງານນໍາພາ-ຄຸ້ມຄອງ ແລະ ຄຳສັ່ງ ແນະນຳ ສະບັບເລກທີ 14/ຄຈສພ, ລົງວັນທີ 11 ມັງກອນ 2024 ກ່ຽວ ກັບການຈັດຕັ້ງປະຕິບັດມະຕິຂອງ ກົມການເມືອງສູນກາງພັກວ່າດ້ວຍ ການຕີລາຄາພະນັກງານເພື່ອເຮັດ ໃຫ້ບັນດາສະຫາຍຄະນະພັກ, ຄະ ນະໜ່ວຍພັກ ແລະ ຜູ້ທີ່ເຮັດວຽກເປັນ ເສນາທິການ ໃຫ້ຂັ້ນເທິງດ້ານວຽກ ງານຈັດຕັ້ງ ແລະ ພະນັກງານໃນ ແຕ່ລະຂັ້ນໄດ້ເຂົ້າໃຈຫລັກການ, ມາດຕະຖານ, ເງື່ອນໄຂ, ວິທີການ ແລະ ຂັ້ນຕອນ ໃນການເລືອກເຟັ້ນ, ແຕ່ງຕັ້ງ, ສັບປ່ຽນໜ້າທີ່ ແລະ ການ ປະເມີນຕີລາຄາມາດຕະຖານ ແລະ ຄຸນນະພາບຂອງພະນັກງານຕາມ ທິດຊີ້ນໍາຂອງຂັ້ນເທິງວາງອອກ. ໂອກາດດຽວກັນ, ກະຊວງການ ຕ່າງປະເທດ ຍັງໄດ້ສະຫລຸບຕີລາ ຄາການຈັດຕັ້ງປະຕິບັດວຽກງານ ກໍ່ສ້າງພັກ-ພະນັກງານປະຈໍາປີ 2023 ຜ່ານມາ ແລະ ວາງທິດທາງ ແຜນການປະຈໍາປີ 2024 ຂອງກະ ຊວງການຕ່າງປະເທດ ແລະ ເຜີຍ ແຜ່ຜັນຂະຫຍາຍບັນດາເນື້ອໃນ ກອງປະຊຸມສະຫລຸບວຽກງານກໍ່ ສ້າງພັກ-ພະນັກງານ ແລະ ປັບປຸງ ກົງຈັກການຈັດຕັ້ງທົ່ວປະເທດ ປະ ຈໍາປີ 2023 ແລະ ທິດທາງແຜນ ການ ປະຈໍາປີ 2024 ໂດຍແມ່ນສະ ຫາຍ ໄມທອງ ທຳມະວົງສາ ກຳ ມະການຄະນະພັກກະຊວງ, ຫົວໜ້າ ກົມຈັດຕັ້ງ ແລະ ພະນັກງານໄດ້ຂຶ້ນ ຜ່ານບັນດາເອກະສານດັ່ງກ່າວ ໂດຍໄດ້ຍົກໃຫ້ເຫັນຜົນສໍາເລັດໃນ ດ້ານຕ່າງໆ, ພ້ອມທັງຕີລາຄາດ້ານ ດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ ແລະບົດຮຽນທີ່ຖອດຖອນໄດ້ໃນໜຶ່ງ ປີຜ່ານມາ. ນອກຈາກນັ້ນ, ສະຫາຍ ຍັງໄດ້ສະຫລຸບຕີລາຄາການປະຕິ ບັດວຽກງານພັກ-ພະນັກງານຂອງ ກະຊວງການຕ່າງປະເທດ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ເຊິ່ງໄດ້ເຮັດໃຫ້ເຫັນ ເຖິງຜົນສໍາເລັດຫລາຍດ້ານ ແລະ ບັນຫາທ້າທາຍທີ່ຈະຕ້ອງໄດ້ມີການ ປັບປຸງແກ້ໄຂໃນຕໍ່ໜ້າ. ໃນຕອນທ້າຍພິທີ, ສະຫາຍຮອງ ເລຂາຄະນະບໍລິຫານງານພັກກະ ຊວງການຕ່າງປະເທດກໍໄດ້ໂອ້ລົມ ຕໍ່ກອງປະຊຸມ ໂດຍໄດ້ເນັ້ນໜັກໃຫ້ ບັນດາສະມາຊິກພັກ ຕ້ອງສືບຕໍ່ເອົາ ໃຈໃສ່ ເປັນຕົ້ນການຄົ້ນຄວ້າໃຫ້ເລິກ ເຊິ່ງຕໍ່ມູນເຊື້ອປະຫວັດຄວາມເປັນ ມາ ແລະ ແນວທາງນະໂຍບາຍຂອງ ພັກ, ການເພີ່ມທະວີເຕົ້າໂຮມຄວາມ ສາມັກຄີພາຍໃນໃຫ້ເປັນປຶກແຜ່ນ, ເອົາໃຈໃສ່ຢ່າງເປັນເຈົ້າການດ້ານ ວຽກງານການເມືອງແນວຄິດໃຫ້ ແກ່ພະນັກງານ, ສະມາຊິກພັກທີ່ຢູ ໃນຄວາມຮັບຜິດຊອບຂອງຕົນ ເພື່ອ ໃຫ້ຮັບຮູ້ເຂົ້າໃຈເຖິງສະພາບຄວາມ ຫຍຸ້ງຍາກທາງດ້ານເສດຖະກິດການເງິນ ທີ່ເກີດຂຶ້ນໃນປັດຈຸບັນ ພ້ອມທັງມີສະຕິຕໍ່ກົນອຸບາຍຫັນປ່ຽນ ໂດຍສັນຕິຂອງສັດຕູ ໄປພ້ອມໆກັບ ການເພ່ີມທະວີຄວາມເອົາໃຈໃສ່ຕື່ມ ວຽກງານການກໍ່ສ້າງໜ່ວຍພັກປອດ ໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ຮັບປະ ກັນທາງດ້ານປະລິມານ ແລະ ຄຸນ ນະພາບ, ເດັດດ່ຽວແກ້ໄຂປະກົດ ການຫຍໍ້ທໍ້ພາຍໃນພັກ ຢ່າງເດັດ ຂາດແລະທັນການໂດຍສະເພາະໃນ ສະພາບເງື່ອນໄຂໃນປັດຈຸບັນ. ມັດໃຫ້ພະນັກງານການນຳຂັ້ນສູງ ອອກພັກການ-ຮັບອຸດໜູນບຳນານ ເຊິ່ງປະກອບມີ ທ່ານ ພູທອນ ເມືອງ ປາກ, ປະທານອົງການກາແດງແຫ່ງ ຊາດລາວ, ທ່ານ ສິງ ເມໂນລາດ, ຮອງປະທານອົງການກາແດງແຫ່ງ ຊາດລາວ, ທ່ານ ກາວີພອນ ສຸດທິ, ຫົວໜ້າຫ້ອງການອົງການກາແດງ ແຫ່ງຊາດລາວ ແລະ ຜ່ານດຳລັດ ຂອງນາຍົກລັດຖະມົນຕີວ່າດ້ວຍ ການແຕ່ງຕັ້ງພະນັກງານການນຳ ຂັ້ນສູງຢູ່ອົງການກາແດງແຫ່ງຊາດ ລາວ,ໃນນັ້ນແຕ່ງຕັ້ງທ່ານ ຄຳລາວັນ ຈັນທະລາວັນ ເປັນປະທານອົງການ ກາແດງແຫ່ງຊາດລາວ, ແຕ່ງຕັ້ງ ທ່ານ ນາງ ຈັນທະໜອມ ມະນີທິບ ເປັນຮອງປະທານອົງການກາແດງ ແຫ່ງຊາດລາວ, ແຕ່ງຕັ້ງທ່ານ ຈັນ ທະລາ ສຸກສາຄອນ ເປັນຫົວໜ້າສະ ຖາບັນເລືອດອົງການກາແດງແຫ່ງ ຊາດລາວ ແລະ ແຕ່ງຕັ້ງທ່ານຮອງ ຈັນ ຈັນທະວົງ ເປັນຫົວໜ້າຫ້ອງການ ອົງການກາແດງແຫ່ງຊາດລາວ. ຈາກນັ້ນ, ກໍໄດ້ມີພິທີເຊັນບົດບັນທຶກ ມອບ-ຮັບໜ້າທີ່ ລະຫວ່າງທ່ານ ພູທອນ ເມືອງປາກ ປະທານອົງການ ກາ ແດງແຫ່ງຊາດລາວ (ຜູ້ເກົ່າ) ແລະ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດ ລາວ (ຜູ້ໃໝ່). ໃນຕອນທ້າຍ, ທ່ານຮອງນາ ຍົກລັດຖະມົນຕີ ກໍໄດ້ໃຫ້ກຽດມີຄຳ ເຫັນໂອ້ລົມຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາ ທ່ານທີ່ໄດ້ຮັບນະໂຍບາຍພັກການ ຮັບອຸດໜູນບຳນານ ເຊິ່ງຕະຫລອດ ໄລຍະທີ່ຜ່ານມາບັນດາທ່ານເຫລົ່າ ນັ້ນ ໄດ້ເສຍສະຫລະອຸທິດເຫື່ອແຮງ ແລະ ສະຕິປັນຍາປະກອບສ່ວນເຂົ້າ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກ ງານທີ່ພັກ ແລະ ລັດມອບໝາຍໃຫ້ມີ ຜົນສຳເລັດຕາມຄາດໝາຍທີ່ກຳນົດ ໄວ້ ເຮັດໃຫ້ເຕີບໃຫຍ່ໃນໜ້າທີ່ຂຶ້ນ ເປັນກ້າວໆ. ການພັກການຮັບອຸດໜູນ ບຳນານ ແມ່ນການເຮັດສຳເລັດໜ້າ ທີ່ຂອງຕົນ ຕາມນະໂຍບາຍ ແລະ ກົດ ໝາຍໄດ້ກຳນົດໄວ້ ເຊິ່ງແມ່ນກຽດ ສັກສີ, ແມ່ນຄວາມເອກອ້າງທະນົງ ໃຈ, ແມ່ນນະໂຍບາຍອັນສູງສົ່ງທີ່ພັກ, ລັດຖະບານ ແລະ ການຈັດຕັ້ງໄດ້ ຕອບແທນຄຸນງາມຄວາມດີ, ທີ່ໄດ້ ອຸທິດຕົນຢ່າງສຸດກົກສຸດປາຍ, ປະ ກອບສ່ວນທາງດ້ານສະຕິປັນຍາ, ເຫື່ອແຮງທີ່ບໍ່ຮູ້ອິດເມື່ອຍເຂົ້າໃນພາ ລະກິດປະຕິວັດ ໃນຕະຫລອດໄລຍະ ທີ່ຜ່ານມາ. ພ້ອມນັ້ນ ກໍເປັນການປະ ຕິບັດນະໂຍບາຍໃຫ້ໄດ້ມີເວລາພັກ ຜ່ອນ, ໄດ້ໃກ້ຊິດຕິດແທດກັບຄອບຄົວ ລູກຫລານຫລາຍຂຶ້ນ. ອີກດ້ານໜຶ່ງ ກໍເພື່ອໃຫ້ພະນັກງານຫລັກແຫລ່ງຮຸ່ນ ນ້ອງໄດ້ສືບທອດປ່ຽນແທນ ແລະ ສືບຕໍ່ປະຕິບັດໜ້າທີ່ອັນມີກຽດຂອງ ບັນດາທ່ານທີ່ໄດ້ສ້າງໄວ້. ສຳລັບບັນ ດາທ່ານທີ່ໄດ້ຮັບການແຕ່ງຕັ້ງໃໝ່ກໍ ແມ່ນພະນັກງານຂັ້ນຍຸດທະສາດ ຂອງພັກ-ລັດ, ເຄີຍດໍາລົງຕໍາແໜ່ງ, ເຄີຍຊີ້ນໍາບັນຊາຜ່ານຫລາຍຂົງເຂດ ແລະ ມີຜົນສໍາເລັດຫລາຍດ້ານ; ການ ເຂົ້າມາຮັບໜ້າທີ່ໃໝ່ແມ່ນການປັບ ປຸງກົງຈັກການຈັດຕັ້ງ, ແມ່ນການບູ ລະນະບຸກຄະລາກອນ ເພື່ອໃຫ້ສອດ ຄ່ອງກັບບັນດາມະຕິ, ຄຳສັ່ງແນະນຳ ຂອງສູນກາງພັກ ເພື່ອກຽມກອງປະ ຊຸມໃຫຍ່3ຂັ້ນຂອງພັກ ໃຫ້ສອດຄ່ອງ ກັບເງື່ອນໄຂ ແລະ ສະພາບການໃໝ່ ບົນພື້ນຖານຄວາມເຊື່ອໝັ້ນ, ຄວາມ ໄວ້ວາງໃຈຈາກການນໍາຂັ້ນເທິງ. ອັນສໍາຄັນ, ທ່ານຮອງນາຍົກລັດຖະ ມົນຕີ ໄດ້ມີຄໍາເຫັນເນັ້ນໜັກຕໍ່ອົງ ການກາແດງແຫ່ງຊາດລາວຕື່ມບາງ ດ້ານ ເປັນຕົ້ນ ໃຫ້ເອົາໃຈໃສ່ກໍ່ສ້າງ ພັກທາງດ້ານການເມືອງ, ກໍ່ສ້າງພັກ ທາງດ້ານແນວຄິດ, ກໍ່ສ້າງພັກທາງ ດ້ານການຈັດຕັ້ງບົນພື້ນຖານເຂັ້ມ ງວດ 5 ຫລັກການ 3 ທິດນຳຂອງ ພັກ; ຕັ້ງໜ້າປັບປຸງແບບແຜນນຳພາ ຂອງຄະນະພັກ, ປັບປຸງແກ້ໄຂຂໍ້ຂາດ ຕົກບົກພ່ອງຕ່າງໆ; ສືບຕໍ່ເອົາໃຈໃສ່ ວຽກພະນັກງານ ໂດຍສ້າງການຫັນ ປ່ຽນຢ່າງແຂງແຮງ, ເລິກເຊິ່ງ ໃນທຸກ ຂອດຂອງວຽກງານພະນັກງານ; ສືບ ຕໍ່ກະກຽມ ແລະ ດໍາເນີນກອງປະຊຸມ ໃຫຍ່ 3 ຂັ້ນຂອງພັກ ໂດຍສະເພາະ ຍູ້ແຮງວຽກງານສຶກສາອົບຮົມການ ເມືອງແນວຄິດດ້ວຍຫລາຍຮູບການ, ຫລາຍວິທີ; ເອົາໃຈໃສ່ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບສະກັດກັ້ນ ແລະ ແກ້ໄຂປະກົດ ການຫຍໍ້ທໍ້ຕ່າງໆພາຍໃນກົມກອງ; ຍູ້ແຮງຂະບວນການແຂ່ງຂັນ “ຮັກ ຊາດ ແລະ ພັດທະນາ” ຕິດພັນກັບ ວຽກງານ 3 ສ້າງ; ເອົາໃຈໃສ່ປັບປຸງ ກົນໄກບໍລິຫານລັດ ເພື່ອເອື້ອອໍາ ນວຍຄວາມສະດວກໃຫ້ແກ່ປະຊາ ຊົນ; ປັບປຸງແບບແຜນວິທີເຮັດວຽກ ໃຫ້ມີລັກສະນະປະຕິວັດບຸກ, ມີວິທະ ຍາສາດ, ແທດຕົວຈິງ ແລະ ໂປ່ງໃສ; ປັບປຸງ ແລະ ເພີ່ມທະວີແບບແຜນນໍາ ພາທີ່ມີການແບ່ງງານ, ການມອບ ໝາຍຄວາມຮັບຜິດຊອບຢ່າງຈະ ແຈ້ງ; ສືບຕໍ່ເປັນແບບຢ່າງໃນການ ນຳພາ-ຊີ້ນໍາ, ມີທັດສະນະ ແລະ ແບບ ແຜນດຳລົງຊີວິດທີ່ປອດໃສ; ປະຕິບັດ ໜ້າທີ່ດ້ວຍຄວາມບໍລິສຸດສັດຊື່, ຮັກ ສາຈັນຍາບັນ, ຈັນຍາທຳ, ມີຄວາມ ສະດຸ້ງໄວຕໍ່ສະພາບການໃນເງື່ອນໄຂ ໃໝ່ ແລະ ຍາມໃດ ກໍຢູ່ໃນທ່າກຽມ ພ້ອມປະຕິບັດໜ້າທີ່ ເພື່ອເຮັດສໍາເລັດ ໜ້າທີ່ການເມືອງ ທີ່ພັກ-ລັດມອບ ໝາຍໃຫ້. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

RkJQdWJsaXNoZXIy MTc3MTYxMQ==