5842

07 xtgmf]k; gsfdko{dkora fmtok a 29/03/2024 ຂ່າວ-ພາບ: ສົມພົງ ສີສະຫວັດ່ າົ ມົ ງີ ສັ ດ ຂ່າວ-ພາບ: ນາງ ວັນນາ່ າັ ນ dP,gxu f0t[;o 9q fmt[Podkogdu f zj ko]t[q [ gvg]a d38ioy d 16 j c0;'sq ;ra o g,n v'\n j o s;o7n o,6 og-N v 2 ;a o xts;a flkf 0v'ra d{0v'-kf g,n v'm5 ]t7q , gzu pczj oy 8y de .o0tc|'dtly de c]t xj kw,h ຂປລ. ແຫລ່ງຂ່າວຈາກ ແຂວງ ຫົວພັນ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 26 ມີນາ ເຖິງ 9 ເມສາ 2024 ໂຄງ ການຈົດທະບຽນ ແລະສະຖິຕິພົນ ລະເມືອງ ກົມຄຸ້ມຄອງພົນລະເມືອງ ກະຊວງພາຍໃນ ສົມທົບກັບພະແນກ ພາຍໃນແຂວງຫົວພັນ ຈະໄດ້ລົງ ກວດກາການກະກຽມຄວາມພ້ອມ ດ້ານຕ່າງໆ ເພື່ອເປີດຂະບວນການ ຈົດທະບຽນການເກີດ ຜ່ານລະບົບ ຄຸ້ມຄອງຂໍ້ມູນພົນລະເມືອງ ເອເລັກ ໂຕຣນິກ. ການກະກຽມເປີດຂະບວນການ ຈົດທະບຽນການເກີດ ຜ່ານລະບົບ ຄຸ້ມຄອງຂໍ້ມູນພົນລະເມືອງ ເອເລັກ ໂຕຣນິກ ແມ່ນໄດ້ແບ່ງເປັນ 4 ທີມ ເພື່ອລົງໂຄສະນາເຜີຍແຜ່ກ່ຽວກັບ ຄວາມໝາຍຄວາມສໍາຄັນ ແລະ ຜົນປະໂຫຍດທີ່ຈະໄດ້ຮັບຈາກການ ຈົດທະບຽນການເກີດ ເພື່ອປຸກລະດົມ ປະຊາຊົນ ໃຫ້ມາໃຊ້ບໍລິການຈົດທະ ບຽນການເກີດຜ່ານລະບົບດັ່ງກ່າວ ຢ່າງເປັນຂະບວນການ ຢູ່ໃນ 13 ບ້ານຂອງເມືອງຊຳເໜືອ ເຊິ່ງແຕ່ລະ ທິມ ມີວິຊາການກະຊວງພາຍໃນ, ພະແນກພາຍໃນແຂວງ, ຫ້ອງການ ພາຍໃນເມືອງ, ຂະແໜງການກ່ຽວ ຂ້ອງ ແລະ ອໍານາດການປົກຄອງ ຂັ້ນບ້ານໃຫ້ຂໍ້ແນະນໍາ ໂດຍນໍາໃຊ້ ແຜ່ນພັບ, ໂປສເຕີ ແລະ ຄລິບວິດີໂອ ຂປລ. ແຫລ່ງຂ່າວຈາກ ແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ໃນວັນທີ 27 ມີນາ 2024 ນີ້, ເມືອງ ໄຊຍະບູລີ ເປີດຝືກອົບຮົມກົດໝາຍຂັ້ນພື້ນຖານ ລະບົບບຳລຸງ 45 ວັນ ຊຸດທີ VI ໃຫ້ ອົງການປົກຄອງບ້ານ ເຊິ່ງຫລັກ ສູດການຮຽນ-ການສອນປະກອບມີ 34 ວິຊາ, ມີ22.5 ໜ່ວຍກິດ, ຮຽນ ຈົບວິຊາໃດແມ່ນຈະໄດ້ຄົ້ນຄວ້າ ແລະ ສອບເສັງເອົາຄະແນນໄປພ້ອມ. ໂອກາດນີ້, ທ່ານ ເສນ ພັນລັກ ເລຂາຄະນະບໍລິຫານງານພັກເມືອງ, ວ່າການເຈົ້າເມືອງໄຊຍະບູລີ ໄດ້ ເນັ້ນໃຫ້ສຳມະນາກອນ ຈົ່ງພ້ອມກັນ ຈັດຕັ້ງປະຕິບັດຕາມກົດລະບຽບ ການຝືກອົບຮົມທີ່ຄະນະຮັບຜິດຊອບ ໄດ້ກຳນົດ ແລະ ອົດທົນຊອກຮູ້ຮໍ່າ ຮຽນໃຫ້ຈົບຕາມຫລັກສູດການຝືກ ອົບຮົມ, ເຂົ້າຮ່ວມທຸກກິດຈະກຳ, ທຸກຂະບວນການທີ່ກຳນົດໄວ້, ເປັນ ເຈົ້າການຊອກຮູ້ຮໍ່າຮຽນ ແລະ ແລກ ປ່ຽນປະກອບຄຳຄິດຄຳເຫັນນຳໝູ່ຄູ່ ແລະ ຄູອາຈານ ເພື່ອໃຫ້ໄດ້ບົດຮຽນ ໄປຈັດຕັ້ງປະຕິບັດຢູ່ອົງການປົກ ຄອງບ້ານ ໃຫ້ສົມກັບຄວາມໄວ້ວາງ ໃຈຂອງຄະນະພັກ, ຄະນະບ້ານ ທີ່ ໄດ້ສົ່ງມາຝືກອົບຮົມ ແລະ ໃຫ້ໄດ້ ຮັບໃບຢັ້ງຢືນໝົດທຸກຄົນ. ຂປລ. ແຫລ່ງຂ່າວຈາກ ເມືອງ ໝື່ນ ແຂວງວຽງຈັນ ໃຫ້ຮູ້ວ່າ: ເມືອງ ໝື່ນ ຈັດປາຖະກະຖາ 2 ວັນປະຫວັດ ສາດຄື: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ (22 ມີນາ 1955-22 ມີນາ 2023) ແລະ ວັນນັກຮົບເສຍອົງຄະ ແລະ ວັນເສຍສະຫລະຊີວິດເພື່ອຊາດ ຄົບຮອບ 78 ປີ (21 ມີນາ 1946 ຫາ 21 ມີນາ 2023) ໂດຍການ ປາຖະກະຖາຂອງ ທ່ານ ພອນເທີດ ສຸຫວັດດີ ກໍາມະການພັກແຂວງ, ຂປລ. ແຫລ່ງຂ່າວຈາກ ເມືອງ ທຸລະຄົມ ແຂວງວຽງຈັນ ໃຫ້ຮູ້ວ່າ: ຫ້ອງການກະສິກໍາແລະປ່າໄມ້ເມືອງ ທຸລະຄົມ ຈັດເຜີຍແຜ່ເຊື່ອມຊຶມນິຕິ ກໍາໃນຂະແໜງກະສິກໍາ ແລະ ປ່າໄມ້ ເປັນຕົ້ນ ແຈ້ງການຂອງທ່ານຫົວໜ້າ ພະແນກກະສິກໍາ ແລະ ປ່າໄມ້ແຂວງ ວຽງຈັນສະບັບເລກທີ0562/ກປຂ. ວຈ ລົງວັນທີ 27 ກຸມພາ 2024 ກ່ຽວກັບການເພີ່ມທະວີຄວາມຮັບ ຜິດຊອບສະກັດກັ້ນຕ້ານໄຟໄໝ້ລາມ ປ່າ, ການບຸກລຸກທໍາລາຍປ່າໄມ້ແລະ ທີ່ດິນປ່າໄມ້, ຂໍ້ຕົກລົງຂອງທ່ານ ເຈົ້າເມືອງທຸລະຄົມ ວ່າດ້ວຍການ ແຕ່ງຕັ້ງຄະນະກໍາມະການຮັບຜິດ ຊອບຄຸ້ມຄອງວຽກງານດັ່ງກ່າວ ຂອງຂັ້ນເມືອງ ແລະ ສືບຕໍ່ເຜີຍແຜ່ ເຊື່ອມຊຶມຄໍາສັ່ງເລກທີ 11/ນຍ ລົງວັນທີ 21 ກໍລະກົດ 2023 ວ່າ ດ້ວຍການເພີ່ມທະວີຄວາມເຂັ້ມງວດ pa’lk,kfIv’Ia[oadmjv’mjP;wfh1jk’rP’r= w-pt[6 ]u gxu f/b dvq [Iq ,dq f\kp 0A orN o4ko .sh vq 'dkoxq d7v'[h ko ໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປ່າໄມ້, ທີ່ດິນ ປ່າໄມ້, ຕ້ານ ແລະ ສະກັດກັ້ນການ ບຸກລຸກທໍາລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ ໂດຍມີ ທ່ານ ກິຄໍາ ວົງໄຊ ຮອງເຈົ້າເມືອງທຸລະ ຄົມ, ທ່ານ ຄໍາສອນ ກຸນນະວົງ ຮັກສາການຫົວໜ້າຫ້ອງການກະສິ ກໍາ ແລະ ປ່າໄມ້ເມືອງ, ໜ່ວຍງານ ປ່າໄມ້, ອົງການປົກຄອງ ແລະ ຜູ້ປະ ສານງານຂັ້ນບ້ານ ເຂົ້າຮ່ວມ. ໃນພິທີ, ທ່ານ ຄໍາສອນ ກຸນ ນະວົງ ໄດ້ຜ່ານບັນດານິຕິກຳດັ່ງ ກ່າວ ເຊິ່ງປະກອບມີເນື້ອໃນສໍາຄັນ ທັງໝົດ 16 ຂໍ້ ທີ່ລ້ວນແລ້ວແຕ່ເປັນ ປະໂຫຍດ ແລະ ເປັນບ່ອນອີງໃຫ້ຜູ້ ເຂົ້າຮ່ວມນໍາໄປເຜີຍແຜ່ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດ. ໂອກາດນີ້, ທ່ານ ກິຄໍາ ວົງໄຊ ໄດ້ມີຄໍາເຫັນວ່າ: ການຄຸ້ມຄອງປົກ ປັກຮັກສາ, ການນໍາໃຊ້ປ່າໄມ້ ແລະ ທີ່ດິນປ່າໄມ້ ຢູ່ເມືອງທຸລະຄົມໄລຍະ ຜ່ານມາ ໄດ້ປະຕິບັດຕາມກົດໝາຍ ວ່າດ້ວຍປ່າໄມ້, ກົດໝາຍທີ່ດິນ, ນິ ຕິກໍາກ່ຽວຂ້ອງ ແລະ ແຈ້ງການແນະ ນໍາຂອງຂັ້ນເທິງເປັນບ່ອນອີງໃນ ການເຄື່ອນໄຫວ. ພ້ອມນີ້, ອົງການ ປົກຄອງເມືອງ ໄດ້ແຕ່ງຕັ້ງຄະນະ ຮັບຜິດຊອບຄຸ້ມຄອງ ໂດຍມອບ ໃຫ້ຫ້ອງການກະສິກໍາ ແລະ ປ່າໄມ້, ຫ້ອງການຊັບພະຍາກອນທໍາມະ ຊາດ ແລະ ສິ່ງແວດລ້ອມ ເປັນໃຈ ກາງປະສານສົມທົບກັບພາກສ່ວນ ກ່ຽວຂ້ອງ ແນໃສ່ເພີ່ມທະວີການ ຄຸ້ມຄອງ, ນໍາໃຊ້, ຄວບຄຸມ, ຈໍາກັດ, ແກ້ໄຂ ການລັກລອບຕັດໄມ້ ໂດຍ ບໍ່ໄດ້ຮັບອະນຸຍາດ, ບຸກລຸກປ່າໄມ້, ຖ່າງປ່າເຮັດໄຮ່ເລື່ອນລອຍ, ສະກັດ ກັ້ນໄຟໄໝ້ລາມປ່າແລະທີ່ດິນປ່າໄມ້. ເຖິງຢ່າງໃດກໍຕາມ, ຍັງມີກຸ່ມ ຄົນບໍ່ດີຈໍານວນໜຶ່ງ ສວຍໂອກາດ ແລະ ຊອກຫາວິທີການຕ່າງໆເພື່ອ ລັກລອບຕັດໄມ້, ຂົນຍ້າຍໄມ້, ນໍາ ເອົາໄປຂາຍ ຫາຜົນປະໂຫຍດສ່ວນ ຕົວໂດຍບໍ່ຄໍານຶງເຖິງຄວາມຜິດ, ຜົນກະທົບທີ່ອາດຕາມມາ ເປັນ ຕົ້ນໄພແຫ້ງແລ້ງ, ອາກາດຮ້ອນ, ຝົນຕົກບໍ່ຖືກຕາມລະດູການ, ທໍາ ລາຍແຫລ່ງເພາະພັນສັດປ່າ ຊີວະ ນາໆພັນ ແລະ ອື່ນໆ. ພ້ອມນີ້, ທ່ານ ກິຄໍາ ວົງໄຊ ຍັງ ຮຽກຮ້ອງມາຍັງຜູ້ເຂົ້າຮ່ວມກອງ ປະຊຸມ ຈົ່ງນໍາເອົາຄໍາສັ່ງ, ແຈ້ງການ ທີ່ໄດ້ເຊື່ອມຊຶມຄັ້ງນີ້ ເຜີຍແຜ່ຢູ່ບ້ານ ຂອງຕົນ ເຮັດໃຫ້ອົງການຈັດຕັ້ງ ແລະ ພໍ່ແມ່ປະຊາຊົນ ຮັບຮູ້ເຂົ້າໃຈ ປະຕິບັດໃຫ້ຖືກຕ້ອງ, ມີສ່ວນຮ່ວມ ຕໍ່ກັບວຽກງານຄຸ້ມຄອງ, ປົກປັກ ຮັກສາ, ພັດທະນາ ແລະ ນໍາໃຊ້ ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະ ກັດກັ້ນການບຸກລຸກທໍາລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ ໂດຍໃຫ້ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ຊຸກຍູ້ຕິດຕາມການປະ ຕິບັດຕົວຈິງ. ເລຂາພັກເມືອງ, ເຈົ້າເມືອງໆໝື່ນ, ມີຄະນະປະຈຳພັກເມືອງ, ຫົວໜ້າ ຫ້ອງການ ຕະຫລອດຮອດພະນັກ ງານ-ລັດຖະກອນພາຍໃນເມືອງ ເຂົ້າຮ່ວມ. ໂອກາດນີ້, ທ່ານ ພອນເທີດ ສຸຫວັດດີ ໄດ້ຍົກໃຫ້ເຫັນເຖິງມູນ ເຊື້ອການກຳເນີດ ແລະ ການຂະ ຫຍາຍຕົວຂອງພັກ ປະຊາຊົນ ປະຕິ ວັດລາວ ຕະຫລອດໄລຍະ 69 ປີ ທີ່ຜ່ານມາ ໂດຍສະເພາະແມ່ນການ ກຳເນີດ, ທາດແທ້ ແລະ ອຸດົມການ ຂອງພັກ ຜົນງານທີ່ຍາດມາໄດ້ໃນ ແຕ່ລະໄລຍະ ທັງໄລຍະປົດປ່ອຍ ປະເທດຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມກັນລະນຶກເຖິງຄຸນງາມ ຄວາມດີ, ຂະບວນການຕໍ່ສູ້ອັນພິລະ ອາດຫານ ແລະ ນໍ້າໃຈເສຍສະຫລະ ອັນສູງສົ່ງ ຂອງບັນດານັກຮົບທີ່ໄດ້ ອຸທິດເພື່ອປະເທດຊາດ ໃນຂະບວນ ການຕໍ່ສູ້ປົດປ່ອຍຊາດ ທີ່ມີຫລາຍ ເຫດການປະຫວັດສາດ ທີ່ປວງຊົນ ລາວທັງຊາດບໍ່ມີວັນລືມໄດ້. ການຈັດປາຖະກະຖາຄັ້ງນີ້, ກໍເພື່ອເປັນການໂຄສະນາສຶກສາ ອົບຮົມ ໃຫ້ສະມາຊິກພັກ, ພະນັກ ງານ-ລັດຖະກອນພາຍໃນເມືອງ ຮັບຮູ້, ເຂົ້າໃຈກ່ຽວກັບພາລະບົດ ບາດ, ຄວາມໝາຍຄວາມສໍາຄັນ, ການເຕີບໃຫຍ່ຂະຫຍາຍຕົວ, ຜົນ ສໍາເລັດ ແລະ ຜົນງານທີ່ພົ້ນເດັ່ນ ຂອງພັກປະຊາຊົນປະຕິວັດລາວໃນ ການນຳພາຕະຫລອດໄລຍະຜ່ານ ມາ, ທັງເປັນການຈາລຶກເຖິງບຸນ ຄຸນ, ຄຸນງາມຄວາມດີຂອງເຫລົ່າ ນັກຮົບປະຕິວັດລາວ ແລະ ປະຊາຊົນ ບັນດາເຜົ່າ ທີ່ເສຍສະຫລະຊີວິດ ເພື່ອ ພາລະກິດປະຕິວັດ. ທີ່ໃຫ້ຄວາມຮູ້ພື້ນຖານເຖິງຮູບແບບ ວິທີການລົງທະບຽນຜົນປະໂຫຍດ ທີ່ຈະໄດ້ຮັບຈາກການຈົດທະບຽນ ການເກີດ ແລະ ຄວາມສໍາຄັນຂອງ ການຈົດທະບຽນ ແລະ ໃບຢັ້ງຢືນ ການເກີດ. ຂະບວນການຈົດທະບຽນການ ເກີດ ຜ່ານລະບົບຄຸ້ມຄອງຂໍ້ມູນ ພົນລະເມືອງ ເອເລັກໂຕຣນິກແບບ ເຄື່ອນທີ່ ເພື່ອໃຫ້ປະຊາຊົນສາມາດ ເຂົ້າເຖິງການບໍລິການຂອງພາກ ລັດໄດ້ສະດວກ ແລະ ວ່ອງໄວ, ເປັນ ການເພີ່ມຄວາມເຂົ້າໃຈ ແລະ ປຸກ ລະດົມຄວາມຕື່ນຕົວຂອງພົນລະ ເມືອງ ໃຫ້ເຂົ້າມາໃຊ້ບໍລິການ ຈົດທະບຽນການເກີດ, ປົກປ້ອງ ສິດຜົນປະໂຫຍດຂອງຕົນເອງ ກໍຄື ບຸກຄົນກ່ຽວຂ້ອງ, ທັງເປັນການ ເພີ່ມຈໍານວນການຈົດທະບຽນການ ເກີດ ເຂົ້າລະບົບຄຸ້ມຄອງຂໍ້ມູນພົນ ລະເມືອງ ເອເລັກໂຕຣນິກ ໃຫ້ບັນ ລຸເປົ້າໝາຍ, ໃຫ້ພົນລະເມືອງທຸກ ຄົນ ໄດ້ຮັບເອກະສານຢັ້ງຢືນສະຖາ ນະພາບ ການເປັນພົນລະເມືອງລາວ ຈາກການຈົດທະບຽນແລະ ສາມາດ ນໍາໃຊ້ຂໍ້ມູນສະຖິຕິພົນລະເມືອງ, ປະກອບ ສ່ວນເຂົ້າໃນການສ້າງນະ ໂຍບາຍ ແລະ ແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ.

RkJQdWJsaXNoZXIy MTc3MTYxMQ==