5842

xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** 29/03/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp vq 'dkowvptdkoxt-k-q ol6 'l5 f xk4tdt4k 2 ;a ole7a o0v'-kf ]tfq ,co;7;k,7y f.odkolh k'czop5 fmtlkf glq k7E;a fmtotme{la '7q ,vk-Po s]a 'xu 2025 ຂປລ. ກອງປະຊຸມໜ່ວຍງານ ພັດທະນາແຜນຍຸດທະສາດເສົາຄ້ຳ ວັດທະນະທຳ-ສັງຄົມ ອາຊຽນຫລັງ ປີ 2025 ຄັ້ງທີ 2 ຈັດຂຶ້ນໃນວັນທີ 22 ມີນາ 2024 ຢູ່ ແຂວງຫລວງ ພະບາງ ສປປ ລາວ ໂດຍການເປັນ ປະທານ ຮ່ວມຂອງ ທ່ານ ຄຳພູ ເພັຍສັກຂາ ຮອງຫົວໜ້າກົມແຜນ ການ ແລະ ການຮ່ວມມືສາກົນກະ ຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທັງເປັນເຈົ້າໜ້າ ທີ່ອາວຸໂສວັດທະນະທຳ-ສັງຄົມອາ ຊຽນ ແລະ ທ່ານ ນາງ ຄຣິສຕີນາ ໂຢເຄນຢິນ (CHRISTINAYEO KEN YIN ເຈົ້າໜ້າທີ່ອາວຸໂສວັດ ທະນະທຳ-ສັງຄົມອາຊຽນມາເລ ເຊຍ, ມີໜ່ວຍງານພັດທະນາແຜນ ຍຸດທະສາດເສົາຄ້ຳວັດທະນະທຳ- ສັງຄົມອາຊຽນ, ຕີມໍແລັດສະເຕ, ຮອງເລຂາທິການໃຫຍ່ອາຊຽນແລະ ຄະນະຜູ້ແທນຈາກປະເທດອາຊຽນ ເຂົ້າຮ່ວມ. ທ່ານ ຄຳພູ ເພັຍສັກຂາ ໄດ້ໃຫ້ ຮູ້ວ່າ: ກອງປະຊຸມໃນຄັ້ງນີ້, ໄດ້ພ້ອມ ກັນປຶກສາຫາລື ແລະ ເຈລະຈາ ຫລາຍບັນຫາສຳຄັນ ເພື່ອລະດົມ ແນວຄວາມຄິດໃນການສ້າງແຜນ ຍຸດທະສາດເສົາຄໍ້າວັດທະນະທໍາສັງຄົມອາຊຽນ ຫລັງປີ 2025 ກໍຄືໃນ 20 ປີຕໍ່ໜ້າ ເຊິ່ງແຜນຍຸດ ທະສາດດັ່ງກ່າວ ໃນປີ 2025 ຈະ ເປັນຮອບສຸດທ້າຍ ແລະ ຈະສິ້ນສຸດ (2016-2025). ສະນັ້ນ, ກອງປະ ຊຸມໄດ້ກຽມພ້ອມໃນການສ້າງແຜນ ຍຸດທະສາດຈາກນີ້ໄປຈົນຮອດປີ 2045. ປັດຈຸບັນບັນດາເຈົ້າໜ້າທີ່ ອາວຸໂສວັດທະນະທໍາ-ສັງຄົມອາ ຊຽນ ແລະ ຊ່ຽວຊານ ໄດ້ລະດົມ ແນວຄວາມຄິດໃສ່ແຜນຍຸດທະສາດ ດັ່ງກ່າວ ເພື່ອເຮັດແນວໃດໃຫ້ອາ ຊຽນ ດໍາເນີນໄປຕາມກົນໄກການຊີ້ ນໍາ-ນໍາພາຂອງບັນດາຜູ້ນໍາທີ່ໄດ້ຮັບ ຮອງໄວ້ວ່າ ອາຊຽນຈະໄປໃນຮູບ ແບບໃດໃນ 20 ປີຕໍ່ໜ້າ. ພ້ອມນີ້, ກໍ ໄດ້ປຶກສາຫາລືເພື່ອໃຫ້ມີເນື້ອໃນ ກະທັດຮັດ, ຈະແຈ້ງໃນການປະເມີນ ແລະ ຕິດຕາມເພື່ອໃຫ້ສອດຄ່ອງກັບ ແຜນຍຸດທະສາດ. ສຳລັບການຈັດຕັ້ງປະຕິບັດແຜນ ຍຸດທະສາດດັ່ງກ່າວ ໃນໄລຍະຜ່ານ ມາ (2016-2025) ເຫັນວ່າການ ຈັດຕັ້ງປະຕິບັດກິດຈະກໍາຕ່າງໆສຳ ເລັດ 99% ແລະ ຍັງມີບາງກິດຈະ ກໍາທີ່ຍັງບໍ່ທັນສາມາດບັນລຸປະມານ 2-3%. ໃນນັ້ນ, ວຽກງານທີ່ພົ້ນເດັ່ນ ແມ່ນຂົງເຂດວັດທະນະທໍາ ໂດຍໄດ້ ມີການຮ່ວມມືຈັດຕັ້ງບັນດາກິດຈະ ກໍາຕ່າງໆ ໃຫ້ບັນດາປະເທດອາຊຽນ ແລະ ນອກຈາກອາຊຽນ, ຍັງມີປະ ເທດຄູ່ຮ່ວມພັດທະນາຄູ່ຮ່ວມເຈລະ ຈາເປັນຕົ້ນ ອາຊຽນບວກສາມ. ສ່ວນບັນດາກິດຈະກໍາທາງດ້ານ ວັດທະນະທໍາ ແມ່ນມີຫລາຍກິດຈະ ກໍາ ທີ່ສາມາດຍາດແຍ່ງມາຈັດຕັ້ງ ປະຕິບັດໄດ້ ເປັນຕົ້ນ ຫາລືສ້າງບຸກ ຄະລາກອນໜຸ່ມໃນດ້ານວິຈິດສິນ, ດ້ານສິລະປະ ແລະ ອື່ນໆ ເພື່ອແລກ ປ່ຽນກັບບັນດາປະເທດຄູ່ຮ່ວມເຈ ລະຈາ. ທ່ານ ຄຳພູ ເພັຍສັກຂາ ຍັງໃຫ້ຮູ້ ອີກວ່າ: ໃນປີ 2024 ນີ້, ພວກເຮົາ ຈະຊຸກຍູ້ການເສີມຂະຫຍາຍການ ເຊື່ອມຕໍ່ ເພື່ອສົ່ງເສີມບົດບາດຂອງ ວັດທະນະທໍາ ແລະ ສິລະປະຂອງ ອາຊຽນໃຫ້ມີຄວາມຍືນຍົງ, ພ້ອມ ທັງເພີ່ມທະວີການເສີມຂະຫຍາຍ ຄວາມຢືດຍຸ່ນ ໂດຍຜ່ານການຊຸກຍູ້ ການຮ່ວມມືດ້ານສິ່ງແວດລ້ອມ ກໍຄື ຕ້ານການປ່ຽນແປງດິນຟ້າອາກາດ, ສົ່ງເສີມບົດບາດຂອງແມ່ຍິງ ແລະ ເດັກນ້ອຍ ກ້າວໄປສູ່ການຫັນປ່ຽນ ພຶດຕິກຳໃນອາຊຽນ ແລະ ຫັນການ ພັດທະນາດ້ານສຸຂະພາບຂອງອາ ຊຽນໃນສະພາບການໃໝ່. ພ້ອມທັງ ຈະເນັ້ນໜັກເຖິງຄວາມສຳຄັນຂອງ ການຊຸກຍູ້ການເຄື່ອນໄຫວສີມືແຮງ ງານ,ການຮັບຮູ້ແລະການພັດທະນາ ຂອງຄົນງານເຄື່ອນຍ້າຍ. ພ້ອມນີ້, ທ່ານ ຄຳພູ ເພັຍສັກຂາ ຍັງໄດ້ສະແດງຄວາມຫວັງວ່າ ສປປ ລາວ ຈະໄດ້ຮັບການສະໜັບສະໜູນ ຢ່າງຕໍ່ເນື່ອງ ເພື່ອຮັດແໜ້ນການ ຮ່ວມມືໃນການເປັນປະທານອາ ຊຽນ ໃນປີ 2024 ຂອງ ສປປ ລາວ. ຂ່າວ: ທະນູທອງ,ພາບ: ເກດສະໜາ ຂປລ. ອົງການໄອຍະການປະ ຊາຊົນສູງສຸດ ຈັດປາຖະກະຖາວັນ ສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ (22 ມີນາ 195522 ມີນາ 2024) ແລະ ວັນນັກຮົບ ເສຍອົງຄະ ແລະ ເສຍສະຫລະຊີ ວິດ ເພື່ອປະເທດຊາດ ຄົບຮອບ 78 ປີ (21 ມີນາ 1946-21 ມີນາ 2024) ໃນວັນທີ 27 ມີນາ 2024 ໂດຍການປາຖະກະຖາຂອງສະ ຫາຍ ບຸນທັນ ບຸນທະວິໄລ ຮອງເລ ຂາຄະນະບໍລິຫານງານພັກ, ຮອງ ຫົວໜ້າອົງການໄອຍະການປະຊາ ຊົນສູງສຸດ, ມີຄະນະບໍລິຫານງານ ພັກ,ຄະນະໜ່ວຍພັກ,ຄະນະກົມແລະ ຄະນະພະແນກເຂົ້າຮ່ວມຮັບຟັງ. ໂອກາດນີ້, ສະຫາຍ ບຸນທັນ ບຸນທະວິໄລ ໄດ້ຍົກໃຫ້ເຫັນວ່າ: ພັກປະຊາຊົນປະຕິວັດລາວແມ່ນອົງ ການຈັດຕັ້ງເສນາທິການທາງການ ເມືອງ, ເປັນກອງນໍາໜ້າ ແລະ ເປັນ ຕົວແທນແຫ່ງສິດຜົນປະໂຫຍດ ຂອງຊົນຊັ້ນກໍາມະກອນ, ຊາວຜູ້ ອອກແຮງງານລາວບັນດາເຜົ່າ, ພັກປະຊາຊົນປະຕິວັດລາວ ໄດ້ນໍາ ພາປະຊາຊົນລາວບັນດາເຜົ່າເຮັດ ສໍາເລັດພາລະກິດປະຕິວັດປົດປ່ອຍ ຊາດ, ລຶບລ້າງລະບອບລ່າເມືອງ ຂຶ້ນ, ສ້າງສັງກາດໃໝ່ໃຫ້ແກ່ປະ ເທດຊາດ. ພາຍຫລັງປະເທດຊາດ ໄດ້ຮັບການປົດປ່ອຍຢ່າງສົມບູນ, ພັກກໍໄດ້ສືບຕໍ່ນໍາພາປະຊາຊົນລາວ ບັນດາເຜົ່າ ປົກປັກຮັກສາເອກະ ລາດ ແລະ ກໍ່ສ້າງຊີວິດໃໝ່. ພັກກໍາ ເນີດຂຶ້ນໃນເງື່ອນໄຂທີ່ປະເທດເຮົາ ກໍຄື 3 ຊາດອິນດູຈີນ: ລາວ, ຫວຽດ ນານ ແລະ ກໍາປູເຈຍ ຕົກເປັນຫົວ ເມືອງຂຶ້ນຂອງຈັກກະພັດລ່າເມືອງ ຂຶ້ນແບບເກົ່າ ແລະ ຖືກກົດຂີ່ຂູດ ຮີດຢ່າງໜັກໜ່ວງ, ດ້ວຍນໍ້າໃຈຮັກ ຊາດ ແລະ ຄຽດແຄ້ນຕໍ່ພວກລ່າ ເມືອງຂຶ້ນຜູ້ຮຸກຮານ, ປະຊາຊົນ 3 ຊາດອິນດູຈີນ ໄດ້ລຸກຂຶ້ນຕໍ່ສູ້ຈົນ ກາຍເປັນກະແສຟອງ ທີ່ຟົດເດືອດ. ພວກລ່າເມືອງຂຶ້ນຍິ່ງກົດຂີ່ຂູດ ຮີດໜັກໜ່ວງເທົ່າໃດປະຊາຊົນລາວ ກໍຍິ່ງຄຽດແຄ້ນຂຶ້ນເທົ່ານັ້ນ, ຂະ ບວນການຕໍ່ສູ້ຢ່າງພິລາອາດຫານ ຂອງປະຊາຊົນລາວເຜົ່າ ແຕ່ເໜືອ ເຖິງໃຕ້ໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ ເຊັ່ນ: ຂະບວນການຕໍ່ສູ້ ເຊິ່ງ ນໍາພາ ໂດຍອົງແກ້ວ-ອົງກົມມະດໍາ, ຂະ ບວນການຕໍ່ສູ້ນໍາພາໂດຍພໍ່ກະ ດວດ, ຂະບວນການຕໍ່ສູ້ນໍາພາໂດຍ ເຈົ້າຟ້າປັດໄຈ, ຂະບວນການຕໍ່ສູ້ ຂອງນາຍຄູຄໍາ ແລະ ອື່ນໆ, ແຕ່ຂະ ບວນການຕໍ່ສູ້ເຫລົ່ານັ້ນລ້ວນແຕ່ ຖືກປາບປາມ ແລະ ປະລາໄຊ ຍ້ອນ ຫລາຍສາເຫດ. ແຕ່ສາເຫດສໍາຄັນ ແລະ ເປັນປັດໄຈຕັດສິນ ແມ່ນຍ້ອນ ບໍ່ມີການຈັດຕັ້ງພັກ ທີ່ຖືລັດທິມາກເລນິນ ນໍາພາ-ຊີ້ນໍາ. ພາຍຫລັງພັກ ກອມມູນິດອິນດູຈີນ ໄດ້ຮັບການ ສ້າງຕັ້ງຂຶ້ນ ໃນປີ 1930, ອິດທິພົນ ຂອງພັກກອມມູນິດອິນດູຈີນ ໄດ້ຂະ ຫຍາຍຕົວແຮງ, ການເຄື່ອນໄຫວປະ ຕິວັດຂອງມະຫາຊົນ ຢູ່ 3 ປະເທດ ອິນດູຈີນ ໄດ້ຂະຫຍາຍຕົວຢ່າງ ກວ້າງຂວາງ, ໃນປີ 1934 ຄະນະ ພັກແຄວ້ນລາວ ກໍໄດ້ຮັບການສ້າງ ຕັ້ງຂຶ້ນ, ຂະບວນການຕໍ່ສູ້ຂອງປະ ຊາຊົນລາວ ກໍສາມາດຍາດໄດ້ໄຊ ຊະນະຢ່າງຕໍ່ເນື່ອງ. ຈາກນັ້ນ, ສະຫາຍ ຄຳເພັດ ສົມວໍລະຈິດ ຍັງໄດ້ໃຫ້ຮູ້ວ່າ: ວັນທີ 21 ມີນາ ແມ່ນວັນທີ່ມີຄວາມໝາຍ ຄວາມສໍາຄັນທາງປະຫວັດສາດ ຂອງຊາດລາວເຮົາ ເຊິ່ງເປັນວັນ ທີ່ພວກຈັກກະພັດລ່າເມືອງຂຶ້ນໄດ້ ສ້າງໂສກນາດຕະກໍາໃຫ້ແກ່ປະຊາ ຊົນລາວ ແລະ ພະນັກງານນັກຮົບ ຂອງລາວເຮົາທີ່ເມືອງທ່າແຂກ. ຍ້ອນແນວນັ້ນ, ຕະຫລອດໄລຍະ ຜ່ານມາພັກປະຊາຊົນລາວ ແລະ ປະຊາຊົນທຸກຊັ້ນຄົນຈຶ່ງໄດ້ຖືເອົາ ວັນທີ21ມີນາ 1946 ເປັນວັນແຫ່ງ ຄວາມຄຽດແຄ້ນຕໍ່ສັດຕູຜູ້ຮຸກຮານ ນັບແຕ່ນັ້ນມາ. ຂ່າວ: ສົມຫວັງ, ພາບ: ເກດສະໜາ ສົ່ງເສີມການຈົດທະບຽນ... ໜ້າຈາກກະຊວງ ອຄ, ຫົວໜ້າຂະ ແໜງ, ຮອງຂະແໜງ,ຫ້ອງການຄ້າ 11 ເມືອງ, ມີຜູ້ປະກອບການທຸລະ ກິດ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ມາຄະ ຈັນທະລາ ໄດ້ໃຫ້ ຮູ້ວ່າ: ການສົ່ງເສີມການຈົດທະ ບຽນເຄື່ອງໝາຍການຄ້າໃຫ້ແກ່ຫັດ ຖະກຳລາວ ເປັນກິດຈະກຳໜຶ່ງທີ່ ນອນຢູ່ໃນໂຄງການນຳໃຊ້ຊັບສິນ ນວ ຈະຈັດຫລາຍ... ຮອງປະທານສູນກາງ... ທາບທາມກົດໝາຍ... ຂປລ. ໃນໂອກາດສະຫລອງບຸນ ປີໃໝ່ລາວ ພສ 2567 ທີ່ຈະຈັດຂຶ້ນ ໃນລະຫວ່າງວັນທີ 13-16 ເມສາ 2024 ທີ່ຈະມາເຖິງນີ້, ນະຄອນ ຫລວງວຽງຈັນ (ນວ) ຈະຈັດ ຫລາຍກິດຈະກຳເປັນຕົ້ນກິດຈະກໍາ ອະນຸລັກຮັກສາຄຸນຄ່າວັດທະນະ ທຳອັນດີງາມຂອງຊາດ ແລະ ກິດ ຈະກຳສົ່ງເສີມການທ່ອງທ່ຽວ ເພື່ອ ສືບທອດປະເພນີອັນດີງາມ ທີ່ເປັນ ເອກະລັກຂອງຊາດ ເພື່ອສົ່ງເສີມ ການທ່ອງທ່ຽວໃຫ້ກາຍເປັນເສດ ຖະກິດ, ປະກອບສ່ວນຢ່າງແຂງ ແຮງ ເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ ຂອງນະຄອນຫລວງ ວຽງຈັນ. ທ່ານນາງວຽງພອນແກ້ວຄູນສີ ຫົວໜ້າພະແນກ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນວ ໄດ້ຖະແຫລງຂ່າວກ່ຽວກັບການກະ ກຽມຄວາມພ້ອມ ສະຫລອງປີໃໝ່ ລາວ ໃນວັນທີ 28 ມີນາ 2024 ນີ້ ວ່າ: ນະຄອນຫລວງວຽງຈັນຈະຈັດ ຫລາຍກິດກຳ ເພື່ອສະຫລອງບຸນ ປີໃໝ່ລາວ ປະຈຳປີ 2024 ໃຫ້ຖືກ ຕ້ອງຕາມຮີດຄອງປະເພນີອັນດີ ງາມ, ມີບັນຍາກາດຟົດຟື້ນເບີກບານ ມ່ວນຊື່ນ ເພື່ອສົ່ງເສີມກິດຈະກຳ ການທ່ອງທ່ຽວ ໃຫ້ມີຄວາມຫລາກ ຫລາຍ, ມີສີສັນໂດດເດັ່ນແນໃສ່ດຶງ ດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວ ສປປ ລາວ ກໍຄືນະຄອນຫລວງ ວຽງຈັນ ໃຫ້ເພີ່ມຂຶ້ນ, ມີບັນຍາກາດ ຄຶກຄື້ນ-ເບີກບານຈິດໃຈຕາມຄໍາ ຂວັນ: “ທ່ອງທ່ຽວລາວປອດໄພ, ຊື່ນໃຈໃນວັດທະນະທໍາ,ທໍາມະຊາດ ແລະ ປະຫວັດສາດ”, ທັງຮັກສາໄດ້ ຄວາມສະຫງົບ, ປອດໄພ,ຄວາມ ເປັນລະບຽບຮຽບຮ້ອຍ, ຍິ້ມແຍ່ມ ແຈ່ມໃສ-ຮັກແຂກແພງຄົນ, ເປັນ ເຈົ້າພາບທີ່ດີດ້ວຍໄມຕີຈິດມິດຕະ ພາບ, ເປັນເຈົ້າການຮັກສາຄວາມ ສະອາດຈົບງາມ, ປາສະຈາກຂີ້ ເຫຍື້ອ-ສິ່ງເສດເຫລືອ ເພື່ອເຮັດໃຫ້ ຜູ້ເຂົ້າມາທ່ຽວຊົມມີຄວາມປະທັບ ກໍເພື່ອເປັນການລະດົມສະຕິປັນຍາ, ຄໍາຄິດເຫັນທີ່ເປັນປະໂຫຍດຂອງ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງ ໃນຖານະເປັນຕົວແທນແຫ່ງ ສິດ ແລະ ຜົນປະໂຫຍດຂອງປະຊາ ຊົນບັນດາເຜົ່າ ກໍຄືເປົ້າໝາຍທີ່ກ່ຽວ ຂ້ອງຕ່າງໆ ເພື່ອປັບປຸງກົດໝາຍ 3 ສະບັບດັ່ງກ່າວ ໃຫ້ຄົບຖ້ວນ, ຮັດ ກຸມ ແລະ ແທດເໝາະກັບສະພາບ ຕົວຈິງກ່ອນທີ່ຈະນໍາໄປພິຈາລະ ນາ, ຮັບຮອງເອົາຢູ່ກອງປະຊຸມສະ ໄໝສາມັນເທື່ອທີ 7 ຂອງສະພາ ແຫ່ງຊາດ ຊຸດທີ IX. ທ່ານ ພົທ ສຸວອນ ເລືອງບຸນມີ ໄດ້ມີຄຳເຫັນວ່າ: ກົດໝາຍວ່າດ້ວຍ ສະພາແຫ່ງຊາດ, ກົດໝາຍວ່າດ້ວຍ ສະພາປະຊາຊົນຂັ້ນແຂວງ, ກົດ ໝາຍວ່າດ້ວຍການເລືອກຕັ້ງສະ ມາຊິກສະພາແຫ່ງຊາດ ແລະ ສະ ພາປະຊາຊົນຂັ້ນແຂວງປັບປຸງມາ ແລ້ວຫລາຍຄັ້ງ, ການປັບປຸງກົດ ໝາຍ ແຕ່ລະຄັ້ງ ກໍໄດ້ເປັນບ່ອນອີງ ສຳຄັນແກ່ການເຄື່ອນໄຫວຂອງສະ ພາແຫ່ງຊາດ ແລະ ສະພາປະຊາ ຊົນຂັ້ນແຂວງ ໃຫ້ນັບມື້ດີຂຶ້ນ. ເຖິງ ຢ່າງໃດກໍຕາມ, ການປັບປຸງໄລຍະ ຜ່ານມາ ກໍບໍ່ທັນໄດ້ປະຕິບັດສອດ ຄ່ອງກັບກົດໝາຍວ່າດ້ວຍການ ສ້າງ ນິຕິກຳ ໂດຍສະເພາະຂັ້ນຕອນ ການຈັດຕັ້ງປະຕິບັດ ແລະ ທາບ ທາມກົດໝາຍບໍ່ທັນເຮັດຢ່າງກວ້າງ ຂວາງ, ມີພຽງແຕ່ຄະນະຮັບຜິດ ຊອບທີ່ໄດ້ຖືກມອບໝາຍເປັນຜູ້ປັບ ປຸງ ແລ້ວກໍນຳເຂົ້າຜ່ານກອງປະ ຊຸມສະພາແຫ່ງຊາດ ພິຈາລະນາ ແລະ ຮັບຮອງເຮັດໃຫ້ມີບາງເນື້ອ ໃນບໍ່ທັນຮັດກຸມ ແລະ ຈະແຈ້ງ ຈຶ່ງ ເຮັດໃຫ້ການເຄື່ອນໄຫວຂອງສະພາ ແຫ່ງຊາດ ແລະ ສະພາປະຊາຊົນຂັ້ນ ແຂວງ ໃນບາງດ້ານບໍ່ທັນມີຄຸນນະ ພາບເທົ່າທີ່ຄວນ. ສະນັ້ນ, ຈຸດປະ ສົງຂອງການທາບທາມຄັ້ງນີ້ ເພື່ອ ໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍ ການສ້າງນິຕິກຳ ແລະ ເປັນການ ຍາດແຍ່ງເອົາຄຳຄິດຄຳເຫັນຂອງ ເປົ້າໝາຍຕ່າງໆໃນສັງຄົມເພື່ອນຳ ໄປຄົ້ນຄວ້າປັບປຸງກົດໝາຍເຮັດໃຫ້ ກາຍເປັນກົດໝາຍຂອງປະຊາຊົນ, ມາຈາກປະຊາຊົນ ແລະ ຮັບໃຊ້ປະ ຊາຊົນຢ່າງແທ້ຈິງ. ຖ້າກົດໝາຍດັ່ງ ກ່າວ, ໄດ້ຖືກຮັບຮອງແລ້ວ ຈະກາຍ ເປັນເຄື່ອງມືສໍາຄັນໃນການປະຕິ ບັດສິດ, ໜ້າທີ່ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃຫ້ມີຄຸນນະພາບສູງຂຶ້ນຕື່ມ, ປະ ກອບສ່ວນສຳຄັນເຂົ້າໃນພາລະກິດ ປົກປັກຮັກສາ ແລະ ສ້າງສາປະເທດ ຊາດຂອງພວກເຮົາຮັບປະກັນເຮັດ ໃຫ້ສະຖຽນລະພາບທາງດ້ານການ ເມືອງມີຄວາມໜັກແໜ້ນ, ເສດຖະ ກິດຂະຫຍາຍຕົວຕໍ່ເນື່ອງ, ການຄຸ້ມ ຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດ ໝາຍມີຄວາມສັກສິດສູງຂຶ້ນ, ສັງ ຄົມມີຄວາມສະຫງົບ, ປະຊາທິປະ ໄຕ, ຍຸຕິທຳ ແລະ ສີວິໄລ. ໃນກອງປະຊຸມ, ໄດ້ຮັບຟັງບົດ ລາຍງານກ່ຽວກັບການປັບປຸງກົດ ໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນ ຂັ້ນແຂວງ, ກົດໝາຍວ່າດ້ວຍການ ເລືອກຕັ້ງສະມາຊິກສະພາແຫ່ງ ຊາດ ແລະ ສະພາປະຊາຊົນຂັ້ນ ແຂວງ. ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມ ໄດ້ສຸມສະຕິປັນຍາເພື່ອຄົ້ນຄວ້າປະ ກອບຄຳເຫັນຕໍ່ແຕ່ລະເນື້ອໃນຂອງ 3 ກົດໝາຍ ຢ່າງມີຈຸດສຸມ ເຊິ່ງຈະ ເປັນຂໍ້ມູນສຳຄັນໃຫ້ແກ່ຄະນະຮັບ ຜິດຊອບນຳໄປຄົ້ນຄວ້າ, ວິເຄາະ ວິໄຈປັບປຸງກົດໝາຍແຕ່ລະສະບັບ ເພື່ອເຮັດໃຫ້ກົດໝາຍມີເນື້ອໃນຄົບ ຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງ ປະຕິບັດໄດ້ດ້ວຍຄຸນນະພາບສູງ. ຂ່າວ-ພາບ: ສອນສັກ ວັນວິໄຊ ພັດທະນາເສດຖະກິດ-ສັງຄົມ ເພາະ ສປ ຈີນ ໄດ້ບັນລຸການແກ້ໄຂຄວາມ ທຸກຍາກປະຊາຊົນໄດ້ໂດຍພື້ນຖານ ແລະ ມີບົດຮຽນ, ມີທ່າແຮງທີ່ຈະ ຊ່ວຍເຫລືອລາວໃນການແກ້ໄຂ ຄວາມທຸກຍາກ ເຊິ່ງນະຄອນພູເອີ ຈະຊ່ວຍສ້າງໂຮງຮຽນມັດທະຍົມ ແລະໂຮງຮຽນປະຖົມໃຫ້ເມືອງຍອດ ອູ ແຂວງຜົ້ງສາລີ, ເຫັນດີສ້າງກົນ ໄກການຮ່ວມມືກັບນະຄອນຫລວງ ພະບາງ ແຂວງຫລວງພະບາງ ແລະ ສະເໜີໂຄງການຮ່ວມມືໃນການ ພັດທະນາອາຊີບທີ່ໝັ້ນຄົງໃຫ້ຊາວ ໜຸ່ມລາວ. ໃນໂອກາດດຽວກັນນີ້, ຄະນະ ຜູ້ແທນຍັງໄດ້ຢ້ຽມຢາມການພັດທະ ນາຂອງນະຄອນພູເອີຢູ່ຕາແສງໃໝ ເຫີຍ, ຕາແສງຖົງສິນ ແລະ ແຫລ່ງ ທ່ອງທ່ຽວສວນຊາ ຢູ່ນະຄອນພູເອີ ຕື່ມອີກ. ຂ່າວ-ພາບ: ສນຊ ທາງປັນຍາ ໂດຍການສ້າງເຄື່ອງ ໝາຍການຄ້າ, ເພື່ອເປັນຍີ່ຫໍ້ສິນຄ້າ ຂອງລາວແລະ ເປັນການເປີດກວ້າງ ໃຫ້ບັນດາຜູ້ເຂົ້າຮ່ວມສາມາດເຂົ້າ ໃຈຕື່ມກ່ຽວກັບວຽກງານຊັບສິນ ທາງປັນຍາ ໂດຍສະເພາະການສ້າງ ເຄື່ອງໝາຍການຄ້າ ຊຶ່ງເປັນສ່ວນ ສຳຄັນທີ່ຈະເຮັດໃຫ້ກິດຈະການ ຂອງບັນດາຜູ້ປະກອບການມີຊື່ສຽງ ແລະ ເປັນທີ່ຮັບຮູ້ໃນທົ່ວສັງຄົມ. ທ່ານ ມາຄະ ຈັນທະລາ ຍັງໄດ້ ກ່າວວ່າ: ສະພາບເງື່ອນໄຂແຫ່ງ ການສ້າງສາພັດທະນາປະເທດ ຊາດ ໃນໄລຍະໃໝ່ແມ່ນມີຄວາມ ຮຽກຮ້ອງຕ້ອງການໃຫ້ມີການສ້າງ ເສດຖະກິດ ໃທີ່ມີປະສິດທິຜົນ ແລະ ມີຄວາມອາດສາມາດໃນດ້ານການ ແຂ່ງຂັນເຊິ່ງຊັບສິນທາງປັນຍາກໍ ແມ່ນເຄື່ອງມືອັນໜຶ່ງທີ່ສໍາຄັນໃນ ການສ້າງເສດຖະກິດດັ່ງກ່າວ. ໃນ ໄລຍະຜ່ານມາ ສປປ ລາວ ກໍມີການ ພັດທະນາໄປເທື່ອລະກ້າວ, ຜູ້ປະ ກອບການເຮັດທຸລະກິດຫລາກ ຫລາຍຜະລິດຕະພັນຫັດຖະກຳມີຈຳ ນວນເພີ່ມຂຶ້ນ, ແຕ່ການປົກປ້ອງ ສິດ ຫລື ຜະລິດຕະພັນຂອງຕົນເອງ ທີ່ສ້າງຂຶ້ນນັ້ນ ເປັນເລື່ອງທີ່ສຳຄັນ. ເພື່ອເຮັດໃຫ້ມູນຄ່າຜະລິດຕະພັນ ເພີ່ມຂຶ້ນ ແລະ ໄດ້ຮັບການປົກປ້ອງ ສິນຄ້າຂອງເຮົານັ້ນ, ການນຳໃຊ້ ເຄື່ອງມືທີ່ຖືກຕ້ອງ ເພື່ອຂັບເຄື່ອນ ທຸລະກິດ ຈຶ່ງເປັນບັນຫາທີ່ສຳຄັນ ທີ່ຕ້ອງໄດ້ຮັບຄວາມຮັບເອົາໃຈໃສ່ ເປັນຢ່າງຍິ່ງ. ໂອກາດດຽວກັນນີ້, ຜູ້ເຂົ້າຮ່ວມ ໄດ້ຮັບຟັງການບັນຍາຍໃນຫົວຂໍ້ ຕ່າງໆ ເຊັ່ນ: ສົ່ງເສີມການຈົດທະ ບຽນເຄື່ອງໝາຍການຄ້າ ໃຫ້ແກ່ຫັດ ຖະກຳລາວ ໂດຍການສ້າງເຄື່ອງ ໝາຍການຄ້າ ເພື່ອສ້າງໃຫ້ເປັນຍີ່ ຫໍ້ສິນຄ້າຂອງລາວ; ຍຸດທະສາດໃນ ການສ້າງ ແລະ ຈົດທະບຽນເຄື່ອງ ໝາຍການຄ້າ; ການນຳໃຊ້ເຄື່ອງ ໝາຍລວມໝູ່ຂອງວິສາຫະກິດ; ການແນະນຳຂັ້ນຕອນ ແລະ ການ ປະກອບເອກະສານຍື່ນຄຳຮ້ອງຂໍ ຈົດທະບຽນເຄື່ອງໝາຍການຄ້າ. *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** ໃຈ ໄດ້ມາຢ້ຽມຢາມ-ທ່ຽວຊົມແລ້ວ ຢາກກັບມາອີກ. ສຳລັບ ບຸນປີໃໝ່ລາວ ໃນປີນີ້, ຈະມີພິທີແຫ່-ຮ່ວມຊົມ-ຮ່ວມຫົດ ສົງພະພຸດທະຮູບມິ່ງເມືອງ ເພື່ອ ເປັນສີລິມຸງຄຸນໃຫ້ຕົນເອງ-ຄອບ ຄົວ ເຊິ່ງຈະໄດ້ຈັດຂຶ້ນໃນມື້ສັງຂານ ລ່ວງກົງກັບວັນເສົາ, ວັນທີ 13 ເມ ສາ 2024 ເລີ່ມແຕ່ເວລາ 13:00 ເປັນຕົ້ນໄປ ຢູ່ໜ້າວັດອິນແປງໄປ ຕາມເສັ້ນທາງເສດຖາທິລາດຄຸ້ມ ເມືອງເກົ່າ ຫລື ເອີ້ນວ່າ ເສັ້ນທາງ ວັດທະນະທຳຮອດຫໍພະແກ້ວວັດ ອິນແປງ ໃນນັ້ນ, ຈະມີບັນດາຂະ ບວນແຫ່ພະພຸດທະຮູບມິ່ງເມືອງ ຄື: ເລີ່ມຕົ້ນດ້ວຍ ຂະບວນແຫ່ຂອງ ພະສົງ ຈຳນວນ 101 ອົງເປັນການ ລິເລີ່ມປີໃໝ່ລາວ-ເປັນສີລິມຸງຄຸນ ໃຫ້ກັບຊີວິດ, ຕາມດ້ວຍຂະບວນ ລາດຊະລົດພະພຸດທະຮູບມິ່ງເມືອງ, ຂະບວນລົດນໍ້າມົນ ຫົດສົງ-ສີດນໍ້າ ມົນ ໂດຍພະອາຈານ, ຂະບວນລົດ ພາບາສີສູ່ຂວັນ ຮັບໂຊກ-ຮັບໄຊ ທີ່ ເປັນມູນເຊື້ອມາແຕ່ບູຮານນະການ ເປັນພິທີສຳຄັນ, ຂະບວນແຫ່ຂອງ ເຖົ້າແກ່, ແນວໂຮມ, ຜູ້ຊົງຄຸນວຸທິ, ບັນດາຊັ້ນຄົນ, ຂະບວນແຫ່ລົດມະ ໂຫລີ ແລະ ຂະບວນແຫ່ລົດແຄນ ລາວ, ຂະບວນແຫ່ສິລະປະ-ວັດທະ ນະທຳ, ຂະບວນແຫ່ຂອງຂົງເຂດ ການເມືອງ-ການປົກຄອງ, ວັດທະ ນະທຳ-ສັງຄົມ, ຂົງເຂດເສດຖະ ກິດ, ຂະບວນແຫ່ຂອງ 9 ຕົວເມືອງ, ຂະບວນແຫ່ຂອງ ປກຊ-ປກສ, ອົງການຈັດຕັ້ງມະຫາຊົນ, ບ້ານວັດ ທະນະທຳນາຊາຍທອງ ແລະ ມວນ ຊົນ. ພິເສດ ເພື່ອເປັນສີລິມຸງຄຸນຈະ ມີພິທີແຫ່ພະພຸດທະຮູບ, ຮ່ວມຊົມ ແລະ ຮ່ວມຫົດສົງພະພຸດທະຮູບມິ່ງ ເມືອງ ຢູ່ 2 ຟາກທາງເສັ້ນທາງ ເສດຖາທິລາດ (ຄຸ້ມເມືອງເກົ່າເສັ້ນ ທາງວັດທະນະທຳ) ໄປພ້ອມໆກັບ ຂະບວນແຫ່ພະພຸດທະຮູບມິ່ງເມືອງ ຈະໄດ້ຈັດພິທີເປີດງານສະເຫລີມ ສະຫລອງບຸນປີໃໝ່ລາວ ຕິດພັນ ກັບປີທ່ອງທ່ຽວລາວ 2024 ຢ່າງ ເປັນທາງການ. ພ້ອມນີ້, ນະຄອນຫລວງວຽງ ຈັນ ຍັງໄດ້ຈັດສັນເຂດສະຫລອງປີ ໃໝ່ ຢູ່ຕາມເສັ້ນທາງບໍລິເວນສະ ໜາມກິລາເຈົ້າອານຸວົງ, ບໍລິເວນ ສວນນ້ຳພຸ ແລະ ບໍລິເວນເຂດແຄມ ຂອງ ເຊິ່ງເຂດດັ່ງກ່າວນີ້, ຈະໄດ້ ຈັດເປັນກິດຈະກຳເຕັມຮູບແບບ ເພື່ອໃຫ້ມວນຊົນ ກໍຄື ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ຮ່ວມສະເຫລີມສະຫລອງດ້ວຍ ຄວາມມ່ວນຊື່ນແລະຈະມີການຂາຍ ສິນຄ້າອຸປະໂພກ-ບໍລິໂພກ ແລະ ສິນ ຄ້າຫັດຖະກຳ, ຜະລິດຕະພັນຂອງໄວ ໜຸ່ມ ຢູ່ເຂດດ້ານຫລັງວັດອິນແປງຮ່ອມວັດອົງຕື້ ເລີ່ມເວລາ 17:0022:00 ໂມງ. ຂ່າວ: ທະນູທອງ ພາປະຊາຊົນຂັ້ນແຂວງ ຈັດຂຶ້ນ ໃນວັນທີ 26-27 ມີນາ 2024 ຢູ່ແຂວງຄຳມ່ວນ ໂດຍການເປັນປະ ທານຮ່ວມຂອງ ທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາ ແຫ່ງຊາດ ແລະ ທ່ານ ບຸນມີ ພິມມະ ສອນ ປະທານຄະນະ ສສຊ ປະຈໍາ ເຂດເລືອກຕັ້ງທີ 12, ມີບັນດາ ສສຊ ປະຈໍາເຂດເລືອກຕັ້ງທີ 12, ສສຂ ແລະ ຫົວໜ້າ-ຮອງຫົວໜ້າ ພະແນກການ, ອົງການອ້ອມຂ້າງ ແຂວງຄຳມ່ວນ ເຂົ້າຮ່ວມ. ທັງນີ້,

RkJQdWJsaXNoZXIy MTc3MTYxMQ==