5842

xtgmf]k; 3 29/03/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ຢ່າຕົງ ໂດຍ: ໄໝຄຳຍ້ອມສິນ rh v,da opq dl6 'lt8y Ia dlk lyj 'c;f]h v, 16j 8k,cs]j 'mj v'mj P; ra dxt-k-q o xt8y ;a f]k; gxa o8q ;cmo mu j 9q 'Ia dra dfu 8+ ly f{zq oxt3spf 0v'-q o-A ode,tdvo ໂດນ: ສົມຫວັງ (ຊົມເຊີຍ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ) lnj vvo]kp ,u s]kp0= h ,6 o 8h v'Ia [gvq k1j k'g]n vdg2A o * ພັກປະຊາຊົນ ປະຕິວັດລາວ ແມ່ນກອງນໍາໜ້າທີ່ມີການຈັດຕັ້ງ, ແມ່ນການຈັດຕັ້ງການເມືອງສູງສຸດ ຂອງຊົນຊັ້ນກໍາມະກອນ ແລະ ຂອງ ລະບອບປະຊາທິປະໄຕ ປະຊາຊົນ, ເປັນຕົວແທນທີ່ຈົງຮັກພັກດີ ຢ່າງ ສະເໝີ ຕົ້ນສະເໝີປາຍ ຕໍ່ສິດ ແລະ ຜົນປະໂຫຍດຂອງຊົນຊັ້ນກໍາມະ ກອນ ຊາວຜູ້ອອກແຮງງານລາວ ບັນດາເຜົ່າ. ໃນໂອກາດ ຂ່ຳນັບຮັບຕ້ອນວັນ ສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ (22 ມີນາ 195522 ມີນາ 2024) ສະຫາຍ ນາງ ສຸກນາລີ ສີສະຫວັດ ອາຈານສອນ ວິຊາພາອັງກິດ ຢູ່ວິທະຍາໄລ ສິລະ ປະແຫ່ງຊາດ ໄດ້ໃຫ້ສຳພາດຕໍ່ນັກ ຂ່າວສໍານັກຂ່າວສານປະເທດລາວ ໃນວັນທີ 21 ມີນາ 2024 ນີ້ວ່າ: ຂ້າພະເຈົ້າໃນນາມສະມາຊິກພັກ ຜູ້ ໜຶ່ງມີຄວາມຮູ້ສຶກດີໃຈ ແລະ ພາກ ພູມໃຈຢ່າງຍິ່ງ ທີ່ເຫັນວ່າຕະຫລອດ ໄລຍ 69 ປີ ພັກປະຊາຊົນ ປະຕິບັດ ລາວ ໄດ້ກຳເນີດ ແລະ ເຕີຍໃຫຍ່ຂະ ຫຍາຍຕົວເປັນກ້າວໆມາ. ຄືດັ່ງທີ່ ພວກເຮົາຮູ້ນຳກັນແລ້ວວ່າຕະຫລອດ ໄລຍະຜ່ານມາ, ພາຍໃຕ້ການນໍາ ພາອັນສະຫລາດສ່ອງໃສ່ຂອງ ພັກ ປະຊາຊົນປະຕິວັດລາວ, ມີການ ວາງແຜນການຕໍ່ສູ້, ມີຄວາມສາ ມັກຄີເປັນຈິດໜຶ່ງໃຈດຽວສາມາດ ຕີເອົາຊະນະສັດຕູໂຕຮ້າຍກາດທີ່ ມີທັງອາວຸດຍຸດໂທປະກອນ ທີ່ທັນ ສະໄໝເໜືອກວ່າຕັ້ງຫລາຍໆເທົ່າ ແຕ່ພວກເຮົາກໍສາມາດເອົາໄຊຊະ ນະ ແລະ ສາມາດສະຖາປະນາ ສາ ທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975. ສະນັ້ນ, ພວກເຮົາໃນຖານະ ທີ່ສະມາຊິກພັກ, ຊາວໜຸ່ມ, ໄວໜຸ່ມ ກໍຕ້ອງພ້ອມກັນອອກແຮງຕອບ ຕ້ານສິ່ງທີ່ພວກສັດຕູພະຍາຍາມ ໃສ່ຮ້າຍປາຍສີ, ບິດເບືອນຄວາມ ຈິງ, ໂຈມຕີການນຳພັກ-ລັດ, ພວກ ເຮົາເປັນຮຸ່ນສືບທອດ ກໍຄວນມີ ຄວາມໜັກແໜ້ນ, ເຂັ້ມແຂງ ແລະ ນຳເອົາບົດຮຽນອັນຍິ່ງໃຫຍ່ ທີ່ສະ ຫລາດສ່ອງໃສ ຂອງພັກ ມາໝູນ ໃຊ້ເຂົ້າໃນການປະຕິບັດວຽກງານ ຂອງຕົນ. ສະຫາຍ ນາງ ສູກນາລີ ສີສະ ຫວັດ ຍັງໃຫ້ຮູ້ອີກວ່າ: ສຳລັບການ ນຳພາ-ຊີ້ນຳ ຂອງຄະນະພັກ ໃນຂົງ ເຂດສຶກສາ ກໍຄື ນໍາພາໃນວຽກງານ ບໍາລຸງກໍ່ສ້າງຊັບພະຍາກອນມະນຸດ ດ້ານສິລະປະການສະແດງ ຢູ່ວິທະ ຍາໄລແຫ່ງຊາດກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ ໂດຍໄດ້ມີແບບແຜນ, ສົ່ງເສີມ ການສຶກສາ, ການຄົ້ນຄວ້າວິທະ ຍາສາດ, ການຍົກລະດັບຄວາມຮູ້ ຄວາມສາມາດ ຂອງຄູ-ອາຈານ, ອຳນວຍຄວາມສະດວກໃຫ້ການ ຮ່ວມມືກັບບັນດາປະເທດເພື່ອນ ມິດໃນໂລກ ເພື່ອນຳເອົາເຕັກນິກວິ ທະຍາສາດແລະບັນດາການສຶກສາ ແບບໃໝ່ ທີ່ເປັນວິທະຍາສາດ ເພື່ອ ຈະນຳພາປະເທດຊາດ ກ້າວໄປສູ່ ຄວາມຈະເລີນຮຸ່ງເຮືອງ. ໃນໂອ ກາດນີ້, ສະຫາຍ ນາງ ສູກນາລີ ສີສະຫວັດ ກໍໄດ້ອວຍພອນໄຊໃຫ້ ການນຳ ພັກ-ລັດ ທຸກຂັ້ນ ຈົ່ງມີສຸ ຂະພາບແຂງແຮງ, ມີພາລະໄມສົມ ບູນ, ສືບຕໍ່ນຳພາປະເທດຊາດ ຂອງ ພວກເຮົາກ້າວຂຶ້ນສັງຄົມນິຍົມ. * ໃນປັດຈຸບັນຜູ້ບໍລິໂພກສື່ອອນ ລາຍລ້ວນມີຄວາມກັງວົນບໍ່ໜ້ອຍ ກ່ຽວກັບການຮັບຂໍ້ມູນຂ່າວສານ ເພາະມີຈຳນວນຫລວງຫລາຍ ແລະ ມີຫລາຍແງ່ຫລາຍມູນແຕກຕ່າງ ກັນອອກໄປ. ແຕ່ພຶດຕິກຳຂອງຜູ້ບໍລິ ໂພກສ່ວນຫລາຍ ມັກສົນໃຈເລື່ອງ ກະຕຸ້ນເສັ້ນ, ສ່ວນເລື່ອງດີໆມັກ ເລື່ອນຜ່ານມາ. ອີກສາເຫດໜຶ່ງອາດ ເປັນຍ້ອນພຶດຕິກຳການບໍລິໂພກຂໍ້ ມູນຂ່າວສານຂອງຄົນສ່ວນຫລາຍ ແມ່ນບໍ່ມັກອ່ານເນື້ອໃນຂ່າວສານ ທີ່ຍາວໆ, ມັກເບິ່ງແຕ່ຮູບພາບ ແລະ ສີສັນທີ່ດຶງດູດເທົ່ານັ້ນ. ຄວາມຈິງ ຂໍ້ມູນຂ່າວສານໃນ ສື່ອອນລາຍມີ ຫລາກຫລາຍ, ຂ່າວ ແລະ ບົດ ມີ ລັກສະນະອະທິບາຍບັນຫາຕ່າງໆ ມັນຍ່ອມມີເນື້ອໃນອ່າວຍາວແດ່, ໝາຍວ່າມີທັງສັ້ນ ແລະ ຍາວຄຽງ ຄູ່ກັນໄປ, ສະນັ້ນ ເພື່ືອພິສູດຂໍ້ມູນ ກໍ່ຕ້ອງໃຊ້ເວລາ ໃນການຫາອ່ານ ແຫລ່ງອື່ນໆ, ຂໍ້ມູນອື່ນໆທີ່ປິ່ນອ້ອມ, ໝາຍວ່າຄວນຈະຊອກຮູ້ຫລາຍ ດ້ານແລະບໍ່ຄວນຕີລາຄາດ້ານດຽວ ວ່າສື່ອອນລາຍ ມີແຕ່ແນວເຊື່ອຖືບໍ່ ໄດ້, ສິ່ງສໍາຄັນຕ້ອງຮູ້ທັນສະພາບ. ສື່ອອນລາຍ ແມ່ນສື່ໃໝ່ ທີ່ມີພື້ນ ຖານມາຈາກສື່ແບບເກົ່າ ໂດຍສະ ເພາະເນື້ອໃນ ທີ່ໄດ້ຮັບການພັດທະ ນາໃຫ້ສອດຄ່ອງກັບຊ່ອງທາງ ການເຜີຍແຜ່, ຕິດພັນຂັ້ນຕອນການ ຜະລິດທີ່ແຕກຕ່າງກັນ. ໃນທຸກມື້ນີ້ ບັນດາສື່ຫລັກ ແບບເກົ່າ ກໍ່ໄດ້ຫັນສູ່ ແບບໃໝ່ໄປຄູ່ກັນ, ໝາຍວ່າມີທັງ ເນື້ອໃນ-ແສງ-ສີ-ສຽງ...ເພື່ອຕອບ ສະໜອງຄວາມຮຽກຮ້ອງຕ້ອງ ການຂອງສັງຄົມທີ່ປ່ຽນແປງໄປ ນໍາການພັດທະນາ. ສື່ຫລັກ ແມ່ນຖື ສໍາຄັນດ້ານເນື້ອໃນ ທີ່ຄວາມຮັບປະ ກັນ, ບໍ່ອາດບິດເບືອນ ຫລື ເຜີຍແຜ່ ຂໍ້ມູນທີ່ບໍ່ຖືກຕ້ອງແມ່ນບໍ່ໄດ້. ບັນດາ ຂໍ້ມູນຂ່າວສານໃນສື່ສັງຄົມແມ່ນ ຫລວງຫລາຍແທ້, ຖ້າບໍ່ຮັບດ້ວຍ ສະຕິ ແລະ ບໍ່ພິຈາລະນາຫລາຍດ້ານ ຕື່ມ ກໍ່ຈະຫລົງເຊື່ອບາງຂໍ້ມູນທີ່ຕົນ ມັກແຕ່ບາງທີມັນບໍ່ໄດ້ຖືກຕ້ອງໝົດ ນັ້ນ, ສໍາຄັນຕ້ອງພິຈາລະນາໃຫ້ຖີ່ ຖ້ວນ ເມື່ອເຫັນຂໍ້ມູນໃດໜຶ່ງທີ່ເຮົາສົນ ໃຈຄວນຊອກຫາເບິ່ງແຫລ່ງອື່ນໆທີ່ ມີຫົວຂໍ້, ເນື້ອໃນຄືກັນ ຫລື ຄ້າຍຄື ກັນ ແລ້ວສອບຖາມຄໍາເຫັນກັບໝູ່ຄູ່ ຜູ້ທີ່ຮູ້ຈັກເລືື່ອງນັ້ນໆດີກວ່າເຮົາ ຫລື ນໍາເອົາຫົວຂໍ້, ຂໍ້ມູນນັ້ນໆ ຄົ້ນຫາ ຜ່ານລະບົບອິນເຕີແນັດ ດ້ວຍຊ່ອງ ທາງອື່ນໆ ເຊິ່ງອາດຈະເຫັນຂໍ້ມູນ ໃຫ້ເຮົາສົມທຽບຫລາຍຂຶ້ນ. ພ້ອມ ທັງສອບຖາມໄປຫາພາກສ່ວນກ່ຽວ ຂ້ອງຜ່ານບັນດາຊ່ອງທາງທີ່ຕົນ ເອງສາມາດເຮັດໄດ້ ທັງນີ້ກໍເພື່ອ ຮັບປະກັນບໍ່ໃຫ້ຕົນຕົກເປັນເຫຍື່ອ ຂອງພວກຄົນບໍ່ໄດ້ ທີ່່ຫວັງໃຫ້ເຮົາ ແຊ, ມີຄໍາເຫັນ, ຍົວະລົງທຶນ, ກູ້ ຢືມ...ເຖິງວ່າບັນຫານັ້ນມັນເຮັດໃຫ້ ເຮົາສົນໃຈທີ່ສຸດ ຫລື ມັນອາດກ່ຽວ ຂ້ອງກັບອາຊີບເຮົາ, ຄົນໃກ້ຊິດ ເຮົາ...ບໍ່ຄວນແຊທຸກຢ່າງທີ່ຜ່ານ ຕາ ທັງທີ່ບໍ່ໄດ້ອ່ານດີ, ພະຍາຍາມ ເປີດໃຈກວ້າງ ວ່າໂລກນີ້ບໍ່ແມ່ນມີ ແຕ່ເຮົາ ຫລື ຄອບຄົວເຮົາ, ເມື່ອມີ ຄົນຫລາຍຍ່ອມມີແນວຄິດຕ່າງ, ຈະໃຫ້ຖືກໃຈໝົດທຸກຄົນແມ່ນຍາກ. ສັງລວມແລ້ວ ການບໍລິໂພກ ຂໍ້ມູນຂ່າວສານຜ່ານສື່ອອນລາຍ ຕ້ອງໄດ້ມີການສໍາຫລວດກວດກາ ຄືນຂໍ້ມູນທີ່ເຮົາສົນໃຈນັ້ນຜ່ານ ຫລາຍດ້ານ, ຕ້ອງຄຳນຶງສະເໝີວ່າ ສື່ອອນລາຍ ມີຫລາກຫລາຍ, ທຸກ ຄົນມີສ່ວນຮ່ວມໄດ້ ດັ່ງນັ້ນຕ້ອງ ເລືອກເຟັ້ນໃຫ້ເຫັນອັນຖືກ, ບໍ່ຖືກ ແລະ ຄິດພິຈາລະນາກ່ອນຈະຮັບ ເອົາຂໍ້ມູນ. * ປັດຈຸບັນຫລາຍໆທ້ອງຖິ່ນ ກໍ່ໄດ້ຈັດຕັ້ງພິທີເປີດປີທ່ອງທ່ຽວ 2024 ຢ່າງເປັນຂະບວນຟົດຟື້ນ ອັນໄດ້ດຶງດູດຄວາມສົນໃຈໃສ່ຂອງ ນັກທ່ອງທ່ຽວເຂົ້າມາທ່ຽວຢ່າງໜາ ແໜ້ນ, ແຕ່ເຖິງຢ່າງໃດກໍ່ດີແຫລ່ງ ທ່ອງທ່ຽວທີ່ຈະດຶງດູດນັກທ່ອງ ທ່ຽວເຂົ້າມາທ່ຽວຊົມແລະຜັກຜ່ອນ ຍ່ອນອາລົມໃຫ້ຫລາຍຂຶ້ນ ບໍ່ພຽງ ເປັນແຕ່ເລື່ອງຄວາມສວຍງາມ, ມີ ປະຫວັດສາດທີ່ໜ້າສົນໃຈ, ການ ບໍລິການດີ, ມີສິ່ງອໍານວຍຄວາມສະ ດວກຄົບຊຸດເທົ່ານັ້ນ, ຫາກຍັງຕ້ອງ ການຄວາມສະອາດມີສິ່ງແວດລ້ອມ ທີ່ດີອີກດ້ວຍ. ຢ່າງໃດກໍຕາມ ຄໍລຳມື້ນີ້ຂໍຍົກ ເອົາບັນຫາເຫດການໄຟໄໝ້ລາມ ປ່າ ໃນວັນທີ 24 ມີນາ 2024 ຢູ່ບໍລິ ເວນຜາຊົມນາງ ແລະ ຜາແດງ ເຊິ່ງ ເປັນແຫລ່ງທ່ອງທ່ຽວທາງທໍາມະ ຊາດຂອງເມືອງງອຍ ແຂວງຫລວງ ພະບາງ ໂດຍໄຟໄດ້ເລີ່ມໄໝ້ໃນ ຕອນບ່າຍ ແລະ ແກ່ຍາວຈົນຮອດ ຕອນກາງຄືນຂອງມື້ດຽວກັນ. ຕໍ່ ກັບເຫດການໄຟໄໝ້ລາມປ່າຄັ້ງນີ້, ກໍ່ໄດ້ເຮັດໃຫ້ປະຊາຊົນຜູ້ທີ່ຢູ່ໃກ້ ບໍລິເວນເກີດເຫດຮູ້ສຶກວິຕົກກັງວົນ ຢ້ານໄຟແຜ່ລາມເປັນວົງກວ້າງກະ ທົບຕໍ່ບ້ານເຮືອນປະຊາຊົນ. ພາຍ ຫລັງໄຟມອດລົງ ຕອນເຊົ້າຂອງ ວັນທີ 25 ມີນາ 2024 ປະຊາຊົນ, ຜູ້ປະກອນ ແລະ ເຈົ້າໜ້າທີ່ ກໍ່ໄດ້ຂຶ້ນ ໄປສໍາຫລວດເບິ່ງຄວາມເສຍຫາຍ ໃນບໍລິເວນຈຸດເກີດເຫດ ຜົນປະກົດ ວ່າເສຍຫາຍສະເພາະພື້ນທີ່ປ່າບາງ ສ່ວນ ແລະ ຍັງຄົງລໍຖ້າການກວດ ສອບລາຍລະອຽດອີກຕື່ມເທື່ອໜຶ່ງ. ໂຊກດີທີ່ບໍ່ໄດ້ໄໝ້ລາມເຂົ້າຈຸດບໍລິ ເວນຊົມທິວທັດທຳມະຊາດຂອງຜາ ຊົມນາງ ແລະ ຜາແດງ. ພື້ນທີ່ປ່າດັ່ງ ກ່າວນີ້ ກໍ່ມັກເກີດໄຟລາມປ່າທຸກປີ ສ່ວນໜຶ່ງອາດມາຈາກຈຸດບໍນິເວນ ພື້ນທີ່ປ່ານີ້ມີໃບໄມ້ແກ້ງຫລາຍ ປະ ກອບດ້ວຍອາກາດຮ້ອນອົບເອົ້າ ຈຶ່ງ ເປັນເຊື້ອໄຟໄດ້ດີ. ສາເຫດແປວໄຟ ເກີດຂຶ້ນໄດ້ແນວໃດນັ້ນ ແມ່ນຍັງບໍ່ ສາມາດສະຫລຸບໄດ້ວ່າເປັນຍ້ອນ ຫຍັງກັນແທ້ ແມ່ນໃຜເປັນຄົນຈູດ ປ່າ. ຫລ້າສຸດ ຜູ້ປະກອບການເຈົ້າ ຂອງແຫລ່ງທ່ອງທ່ຽວຈຸດຊົມທິວ ທັດຜາແດງໄດ້ລາຍງານຜົນເສຍ ຫາຍໃນເບື້ອງຕົ້ນຢູ່ແຫລ່ງທ່ອງ ທຽວດັ່ງກ່າວລວມມີ: ທໍ່ນໍ້າມູນຄ່າ ປະມານ 15 ລ້ານກີບ, ເຕັ້ນ ແລະ ຖົງນອນມູນຄ່າປະມານ 10 ລ້ານ ກີບ, ຖັງເກັບນໍ້າປລາສຕິກມູນຄ່າ ປະມານ 8 ລ້ານກີບ, ຫ້ອງນໍ້າ ມູນ ຄ່າ ປະມານ 50 ລ້ານກີບລວມໆ ປະມານ 80 ລ້ານກວ່າກີບ. ແນວ ໃດກໍ່ຕາມ ທາງຜູ້ປະກອບການຄາດ ວ່າຈະເລັ່ງປັບປຸງທາງທີ່ເປ່ເພເລັກ ນ້ອຍ ແລະ ໃຫ້ໄດ້ກັບມາເປີດບໍລິ ການແຂກຂຶ້ນຊົມໄດ້ປົກກະຕິໃຫ້ ໄວທີ່ສຸດ. ໄຟໄໝ້ລາມປ່າຢູ່ແຫລ່ງທ່ອງ ທ່ຽວທີ່ກ່າວມານັ້ນ, ກໍ່ເປັນເຫດ ການ ແລະ ບົດຮຽນໜຶ່ງທີ່ທົ່ວສັງ ຄົມ ກໍ່ໄດ້ປະກອບສ່ວນຕ້ອງໄດ້ເອົາ ໃຈໃສ່ຍົກສູງສະຕິລະວັງຕົວ ເພື່ອບໍ່ ໃຫ້ເກີດເຫດການໄຟໄໝ້ລາມປ່າ ໃນຂອບເຂດທົ່ວປະເທດ. ຂະນະ ດຽວກັນ ປັດຈຸບັນນີ້, ກໍ່ແມ່ນໄລຍະ ທຳການຜະລິດ,ຖ່າງໄຮ່,ສວນແລະ ບາງທ້ອງຖິ່ນກໍ່ໄດ້ທຳການຈູດໄຮ່, ສວນແລ້ວ ເຊິ່ງກ່ອນຈູດກໍ່ຕ້ອງທຳ ການຕັດແລວໄຟໃຫ້ມີຄວາມປອດ ໄພກ່ອນ ຈຶ່ງທຳການຈູດ ເພື່ອຫລີກ ເວັ້ນບັນຫາໄຟໄໝ້ລາມປ່າ ທີ່ຈະສົ່ງ ກະທົບຕໍ່ປ່າໄມ້ໃນເຂດແຫລ່ງທ່ອງ ທ່ຽວກໍຄືປ່າໄມ້. ແນວໃດກໍ່ດີການ ປົກປັກຮັກສາສິ່ງແວດລ້ອມຢູ່ແຫລ່ງ ທ່ອງທ່ຽວ ບໍ່ວ່າຈະແມ່ນທາງດ້ານ ວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ ເຊິ່ງລ້ວນແລ້ວຕ້ອງໄດ້ ເພີ່ມທະວີໃນການຮັກສາສິ່ງແວດ ລ້ອມ ໂດຍສະເພາະແມ່ນແຫລ່ງ ທ່ອງທ່ຽວທາງທຳມະຊາດ ຍິ່ງມີ ຄວາມສຳຄັນໃນການປົກປັກຮັກ ສາປ່າໄມ້ໃຫ້ມີຄວາມອຸດົມສົມບູນ ຈຶ່ງຈະສາມາດດຶງດູດນັກທ່ອງ ທ່ຽວເຂົ້າມາທ່ຽວ ແລະ ເມື່ອໄດ້ມາ ແລ້ວຢາກມາອີກ ຍ້ອນຄວາມບໍລິ ສຸດຂອງອາກາດຢູ່ແຫລ່ງທ່ອງ ທ່ຽວແຫ່ງນັ້ນໆ ປອດໂປ່ງ ສົດຊື່ນ ຕະຫລອດເວລາ.

RkJQdWJsaXNoZXIy MTc3MTYxMQ==