5842

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 29/03/2024 xtgmf]k; ຫ້ອງວ່າການກະຊວງ... ຮອງນາຍົກລັດຖະມົນຕີ... ຫສນຍ ເຜີຍແຜ່... ສຳເລັດກອງປະຊຸມໃຫຍ່... ຄະນະນຳ ອອປສ ຊີ້ນຳ... ຄະນະສື່ມວນຊົນລາວ... ຂປລ. ໃນວັນທີ27ມີນາ2024, ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສະຫະພັນ ຣັດເຊຍ ປະຈໍາ ສປປ ລາວ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ໄດ້ນໍາພາ ຄະນະເຂົ້າຮ່ວມເຊັນປຶ້ມໄວ້ອາໄລ ຕໍ່ເຫດການຄົນຮ້າຍໃຊ້ອາວຸດຍິງ ໂຈມຕີ ໂຮງສະແດງຄອນເສີດທີ່ ເມືອງກຣາສະໂນໂກສກ໌, ເຂດຊານ ເມືອງມົດສະກູ ສະຫະພັນ ຣັດເຊຍ ໃນວັນທີ 22 ມີນາ 2024 ຜ່ານມາ ໂດຍການຕ້ອນຮັບຂອງ ທ່ານ ວາລາດີເມຍ ກາລິນິນ (Vladimir Kalinin), ເອກອັກຄະລັດຖະທູດ ແຫ່ງ ສະຫະພັນ ຣັດເຊຍ ປະຈໍາ ສປປ ລາວ ໃນໂອກາດນີ້,ທ່ານ ສະເຫລີມໄຊ ກົມມະສິດ ໄດ້ກ່າວສະແດງຄວາມ ເສຍໃຈ ແລະ ໄວ້ອາໄລຢ່າງສຸດ ຊຶ້ງ, ພ້ອມທັງໄດ້ເຊັນປຶ້ມໄວ້ອາໄລ ຕໍ່ເຫດການດັ່ງກ່າວ, ເຊິ່ງມີເນື້ອ ໃນດັ່ງນີ້: ໃນນາມລັດຖະບານແຫ່ງ ສປປ ລາວ, ຂ້າພະເຈົ້າຂໍສະແດງ ຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງ ແລະ ແບ່ງປັນຄວາມໂສກເສົ້າມາ ຍັງປະຊາຊົນແລະ ລັດຖະບານແຫ່ງ ສະຫະພັນ ຣັດເຊຍ ໂດຍສະເພາະ ຄອບຄົວຜູ້ຖືກເຄາະຮ້າຍຕໍ່ເຫດ ການຄົນຮ້າຍໃຊ້ອາວຸດຍິງໂຈມຕີ ໂຮງສະແດງຄອນເສີດທີ່ເມືອງ ກຣາສະໂນໂກສກ໌, ເຂດຊານເມືອງ ມົດສະກູ ໃນວັນທີ 22 ມີນາ 2024 ອັນໄດ້ເຮັດໃຫ້ປະຊາຊົນຜູ້ບໍລິສຸດ ເສຍຊີວິດແລະ ໄດ້ຮັບບາດເຈັບເປັນ ຈໍານວນຫລາຍ. ສປປ ລາວ ປະນາມການກະທຳ ທີ່ເປັນການກໍ່ຮ້າຍໃນຄັ້ງນີ້ຢ່າງ ແຂງແຮງ ແລະ ຢືນຢັນຮ່ວມມືກັບ ປະຊາຊົນ ຣັດເຊຍ ແລະ ວົງຄະນະ ສາກົນ ເພື່ອຕໍ່ຕ້ານລັດທິການກໍ່ການ ຮ້າຍທຸກຮູບແບບ. ຂໍໃຫ້ຂອງວິນຍານຂອງຜຸ້ເສຍ ຊີວິດໃນເຫດການດັ່ງກ່າວ ຈົ່ງໄປ ສູ່ສຸຂະຕິດ້ວຍເທີ້ນ. ຂອງສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາຄະ ນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ; ມີສະຫາຍ ສອນໄຊ ສິດພະໄຊ ກຳມະການສູນກາງພັກ, ລັດຖະມົນຕີ ປະຈຳສໍານັກງານນາ ຍົກລັດຖະມົນຕີ, ສະຫາຍ ພົນໂທ ແສງນວນ ໄຊຍະລາດ ປະທານສະ ຫະພັນນັກຮົບເກົ່າແຫ່ງຊາດລາວ, ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນ ກາງພັກ, ພ້ອມດ້ວຍບັນດາສະຫາຍ ຄະນະປະຈໍາພັກ, ຄະນະບໍລິຫານ ງານພັກ, ເລຂາ-ຮັກສາການເລຂາ ຄະນະພັກຮາກຖານ, ໜ່ວຍ ພັກ ຮາກຖານ ແລະ ປະທານເລຂາອົງ ການຈັດຕັ້ງມະຫາຊົນ, ຕະຫລອດ ຮອດສະມາຊິກພັກ-ພະນັກງານ ເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມ ເພື່ອຮັບຟັງການປາຖະກະຖາເອກະ ສານເສີມຂະຫຍາຍມູນເຊື້ອແຫ່ງ ການນຳພາຂອງພັກ ໃນການຈັດຕັ້ງ ປະຕິບັດພາລະກິດປ່ຽນແປງໃໝ່ ຢ່າງແຂງແຮງແລະລົງເລິກ(ເນື່ອງ ໃນວັນສ້າງຕັ້ງພັກປະຊາຊົນປະຕິ ວັດລາວ ຄົບຮອບ 69 ປີ (ວັນທີ 22 ມີນາ 1955-ວັນທີ 22 ມີນາ 2024); ເອກະສານວັນຄຽດແຄ້ນ ຂອງປະຊາຊົນລາວ-ວັນນັກຮົບ ເສຍອົງຄະ ແລະ ເສຍສະຫລະຊີວິດ ເພື່ອປະເທດຊາດ ຄົບຮອບ 78 ປີ (ວັນທີ 21 ມີນາ 1946-ວັນທີ 21 ມີນາ2024); ເຜີຍແຜ່ເຊື່ອມຊຶມບົດ ໂອ້ລົມຂອງສະຫາຍເລຂາທິການ ໃຫຍ່, ປະທານປະເທດຕໍ່ກອງປະ ຊຸມສະຫລຸບວຽກງານການເງິນ ປະ ຈຳປີ 2023 ແລະ ທິດທາງແຜນ ການ ປີ 2024; ເພື່ອເຮັດໃຫ້ສະມາ ຊິກພັກ-ພະນັກງານທົ່ວ ຫສນຍ ມີຄວາມຮັບຮູ້, ເຂົ້າໃຈຢ່າງຖືກ ຕ້ອງ, ເລິກເຊິ່ງ, ຈົດຈໍາບຸນຄຸນ, ມູນ ເຊື້ອ ແລະ ໄຊຊະນະອັນຍິ່ງໃຫຍ່ ຂອງການປະຕິວັດ ໂດຍພາຍໃຕ້ ການນຳພາ-ຊີ້ນຳ ຂອງພັກປະຊາ ຊົນປະຕິວັດລາວ ທັງສາມາດນໍາໄປ ຈັດຕັ້ງຜັນຂະຫຍາຍ ເຂົ້າໃນຂົງ ເຂດວຽກງານ ໃນຄວາມຮັບຜິດ ຊອບຂອງຕົນໃຫ້ສອດຄ່ອງ, ຖືກ ຕ້ອງເກີດດອກອອກຜົນ,ມີຜົນສຳ ເລັດຕາມຈຸດປະສົງ ແລະ ລະດັບ ຄາດໝາຍທີ່ກຳນົດໄວ້. ໃນໂອກາດນີ້ , ສະຫາຍ ອາລຸນ ໄຊ ສູນນະລາດ ໄດ້ໃຫ້ກຽດເຜີຍ ແຜ່ເອກະສານເສີມຂະຫຍາຍມູນ ເຊື້ອແຫ່ງການນຳພາຂອງພັກ ໃນ ການຈັດຕັ້ງປະຕິບັດພາລະກິດປ່ຽນ ແປງໃໝ່ຢ່າງແຂງແຮງ ແລະ ລົງ ເລິກ ເນື່ອງໃນວັນສ້າງຕັ້ງພັກປະຊາ ຊົນ ປະຕິວັດລາວ ຄົບຮອບ 69 ປີ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນຕົ້ນກໍາ ເນີດຂອງພັກ ໂດຍຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂະ ບວນການຕໍ່ສູ້ກູ້ຊາດ ຂອງປະຊາ ຊົນລາວບັນດາເຜົ່າ ແລະ ສືບທອດ ພາລະກິດອັນມີກຽດສະຫງ່າຂອງ ພັກກອມມູນິດອິນດູຈີນ ມາຮອດ ວັນທີ 22 ມີນາ 1955 ພັກປະຊາ ຊົນລາວ ເຊິ່ງແມ່ນພັກປະຊາຊົນປະ ຕິວັດລາວ ໃນປັດຈຸບັນ, ພາຍຫລັງ ໄດ້ຮັບການສ້າງຕັ້ງພັກເຮົາກໍຜະ ເຊີນໜ້າກັບການຮຸກຮານຂອງ ພວກຈັກກະພັດ ແຕ່ຍ້ອນມີການນໍາ ພາ-ຊີ້ນຳຂອງພັກເຮົາ ທີ່ໄດ້ວາງ ແນວທາງອອກໃນແຕ່ລະໄລຍະ ຢ່າງຖືກຕ້ອງ, ທັນການ, ສົບທົບ ແໜ້ນກັບບັນດາຮູບການຕໍ່ສູ້ຢ່າງ ປີຊາສາມາດ, ຍາດເອົາໄຊຊະນະ ຢ່າງລຽນຕິດ, ຍິ່ງຕີຍິ່ງເຕີບໃຫຍ່ ເຂັ້ມແຂງສືບຕໍ່ນໍາພາຈັດຕັ້ງປະຕິ ບັດແນວທາງຂອງພັກຢ່າງມີຜົນ ສໍາເລັດ ແລະ ນໍາພາປວງຊົນລາວ ທັງຊາດ ຕໍ່ສູ້ປົດປ່ອຍປະເທດຊາດ ອອກຈາກແອກປົກຄອງຂອງພວກ ຈັກກະພັດ, ສ້າງສັງກາດໃໝ່ໃຫ້ແກ່ ປະເທດຊາດ. ພາຍຫລັງປະເທດ ຊາດ ໄດ້ຮັບການປົດປ່ອຍຢ່າງສົມ ບູນ, ພັກ ກໍໄດ້ສືບຕໍ່ນໍາພາປະຊາ ຊົນລາວບັນດາເຜົ່າ ປົກປັກຮັກສາ ເອກະລາດແລະກໍ່ສ້າງຊີວິດໃໝ່;ນໍາ ພາປວງຊົນລາວທັງຊາດດໍາເນີນ ພາລະກິດປ່ຽນແປງໃໝ່, ກໍ່ສ້າງ ແລະ ຂະຫຍາຍລະບອບປະຊາທິປະ ໄຕປະຊາຊົນ, ສ້າງປະຖົມປັດໄຈໃຫ້ ແກ່ການກ້າວຂຶ້ນສັງຄົມນິຍົມເທື່ອ ລະກ້າວ; ຍາມໃດພັກເຮົາ ກໍຮັກສາ ໄດ້ທາດແທ້ມູນເຊື້ອປະຕິວັດອັນ ເດັດດ່ຽວໜຽວແໜ້ນ, ຜົນງານ ໄຊຊະນະ 69 ປີຜ່ານມາມີຄວາມ ໃຫຍ່ຫລວງ ແລະ ມີຄວາມໝາຍ ປະຫວັດສາດ, ປະຕິບັດ 2 ໜ້າທີ່ ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຮັດໃຫ້ປະເທດຊາດມີສະຖຽນລະ ພາບທາງດ້ານການເມືອງໜັກ ແໜ້ນ, ສັງຄົມມີຄວາມສະຫງົບເປັນ ພື້ນຖານ, ເສດຖະກິດສືບຕໍ່ມີການ ຂະຫຍາຍຕົວ. ໂອກາດດຽວກັນ, ສະຫາຍ ພົນ ໂທ ແສງນວນ ໄຊຍະລາດ ໄດ້ໃຫ້ ກຽດປາຖະກະຖາລະນຶກວັນ ນັກ ຮົບເສຍອົງຄະ ແລະ ເສຍສະຫລະ ຊີວິດເພື່ອປະເທດຊາດ ຄົບຮອບ 78 ປີ, ເຊິ່ງກ່ອນອື່ນສະຫາຍໄດ້ ຍົກໃຫ້ເຫັນເຖິງການນໍາພາ-ຊີ້ນໍາ, ຄວາມປີຊາສາມາດແລະ ຄວາມສະ ຫລາດຫລັກແຫລມຂອງພັກເຮົາ ໃນການປຸກລະດົມຂົນຂວາຍປະຊາ ຊົນບັນດາເຜົ່າຢູ່ແຂວງຕ່າງໆ ລຸກ ຮືຂຶ້ນຢຶດອໍານາດການປົກຄອງ ຈາກຈັກກະພັດຜູ້ຮຸກຮານ; ມູນເຊື້ອ ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ເດັດດ່ຽວຕໍ່ສູ້ຢ່າງອົງອາດກ້າຫານ ຂອງປະຊາຊົນລາວບັນດາເຜົ່າ ໃນ ການນໍາພາຂະບວນການຕໍ່ສູ້ປົດ ປ່ອຍຊາດ ກໍຄື ການນໍາພາປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດ ຊາດ ຕາມທິດສັງຄົມນິຍົມ ແລະ ເພື່ອພ້ອມກັນລະນຶກເຖິງຄຸນງາມ ຄວາມດີ, ນໍ້າໃຈເສຍສະຫລະອັນສູງ ສົ່ງຂອງບັນດານັກຮົບທີ່ໄດ້ອຸທິດຊີ ວິດຕົນ ເພື່ອປະເທດຊາດ ໃນຂະ ບວນການຕໍ່ສູ້ປົດປ່ອຍຊາດ ທີ່ມີ ຫລາຍເຫດການປະຫວັດສາດ ເຊິ່ງ ປວງຊົນລາວທັງຊາດບໍ່ມີວັນລືມ. ພ້ອມກັນນັ້ນ, ສະຫາຍ ຄຳລາ ວັນ ຈັນທະລາວັນ ໄດ້ເຜີຍແຜ່ບົດ ໂອ້ລົມຂອງສະຫາຍເລຂາທິການ ໃຫຍ່, ປະທານປະເທດຕໍ່ກອງປະ ຊຸມສະຫລຸບວຽກງານການເງິນ ປະຈຳປີ 2023 ແລະ ທິດທາງປີ 2024 ໂດຍສະເພາະກ່ຽວກັບເສດ ຖະກິດເອກະລາດ ເປັນເຈົ້າຕົນເອງ ຫລື ເອີ້ນວ່າ “ສອຈ” ເຊິ່ິງໄດ້ຍົກໃຫ້ ເຫັນການວາງນະໂຍບາຍຫັນປະ ເທດເຮົາ, ລະບົບເສດຖະກິດຂອງ ປະເທດເຮົາ ຈາກລະບອບເສດຖະ ກິດທີ່ເຕັມໄປດ້ວຍຄວາມເພິ່ງພາ, ເອື່ອຍອີງໃຫ້ກ້າວໄປສູ່ລະບົບ ແລະ ລະບອບຄວາມເປັນເຈົ້າຕົນເອງ ຢ່າງມີບາດກ້າວເດີນທີ່ໜັກແໜ້ນ ຕາມຫລັກວິທະຍາສາດ ທີ່ແທດ ເໝາະກັບສະພາບການຕົວຈິງຂອງ ປະເທດເຮົາ. ຫລັງຈາກນັ້ນ, ກໍໄດ້ມີພິທີປະ ກາດການຈັດຕັ້ງການນໍາຂັ້ນສູງ ພາຍໃນ ຫສນຍ ໂດຍສະຫາຍ ນາງ ວິໄລ ພິລາວົງ ຮອງຫົວໜ້າກົມຄຸ້ມ ຄອງພະນັກງານ, ຄະນະຈັດຕັ້ງສູນ ກາງພັກ ໄດ້ຜ່ານຄໍາສັ່ງຂອງນາຍົກ ລັດຖະມົນຕີ ວ່າດ້ວຍການຍົກຍ້າຍ ພະນັກງານການນຳຂັ້ນສູງໄປຮັບ ໜ້າທີ່ໃໝ່ ໂດຍໄດ້ຍົກຍ້າຍສະຫາຍ ຄຳລາວັນ ຈັນທະລາວັນ ຮອງລັດ ຖະມົນຕີ, ຮອງຫົວໜ້າ ຫສນຍ ໄປ ຮັບໜ້າທີ່ໃໝ່ຢູ່ອົງການກາແດງ ແຫ່ງຊາດລາວ ແລະ ຜ່ານດຳລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍ ການອະນຸມັດໃຫ້ພະນັກງານການ ນຳຂັ້ນສູງອອກພັກການ-ຮັບອຸດ ໜູນບຳນານ, ໃນນັ້ນ ໄດ້ຕົກລົງອະ ນຸມັດໃຫ້ສະຫາຍ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ ອອກພັກ ການ-ຮັບອຸດໜູນບຳນານ. ໃນຕອນທ້າຍ, ສະຫາຍປະທານ ກອງປະຊຸມໄດ້ໃຫ້ກຽດມີຄຳເຫັນ ໂອ້ລົມ ໂດຍໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ສອງ ສະຫາຍ ໂດຍສະເພາະສະຫາຍຜູ້ທີ່ ໄດ້ຮັບອຸດໜູນບຳນານແມ່ນໄດເຮັດ ໜ້າທີ່ສໍາເລັດສົມບູນຕາມການ ມອບໝາຍຂອງພັກ-ລັດ ເຊິ່ງຕະ ຫລອດໄລຍະການຈັດຕັ້ງປະຕິບັດ ໜ້າທີ່ວຽກງານ ນັບແຕ່ເປັນພະນັກ ງານວິຊາການ ຈົນກາຍເປັນພະນັກ ງານການນໍາຂັ້ນສູງ, ສະຫາຍເປັນ ພະນັກງານຜູ້ໜຶ່ງ ທີ່ໄດ້ຜ່ານຂະ ບວນການປະຕິບັດວຽກງານຕົວ ຈິງທຸກຂັ້ນຕອນ ດ້ວຍຄວາມຮູ້ ຄວາມສາມາດ, ວິຊາສະເພາະທີ່ແນ່ ນອນ, ໄດ້ຮັບຄວາມເຊື່ອໝັ້ນຈາກ ມະຫາຊົນ; ປະຕິບັດວຽກງານ ຕາມມອບໝາຍ ແລະ ມະຕິຕົກລົງ ຖ້າເຫັນບັນຫາໃດບໍ່ເຂົ້າໃຈກໍໄດ້ປຶກ ສາຫາລືແກ້ໄຂຮ່ວມກັບໝູ່ຄະນະ ໂດຍບໍ່ປະແກ່ຍາວເວລາ ເພື່ອເຮັດ ໃຫ້ວຽກຊັກຊ້າ; ມີຄວາມເຂັ້ມແຂງ ກ້າປະກອບຄໍາຄິດຄໍາເຫັນໃນເວທີ ຂັ້ນຕ່າງໆ ດ້ວຍເຫດ ແລະ ຜົນຕົວ ຈິງ. ສໍາລັບສະຫາຍທີ່ ໄດ້ຮັບການ ຍົກຍ້າຍໄປຮັບໜ້າທີ່ໃໝ່ເປັນພະນັກ ງານການນໍາຜູ້ໜຶ່ງທີ່ບໍ່ເລືອກວຽກ ປະຕິບັດມີຜົນງານພົ້ນເດັ່ນຫລາຍ ດ້ານຍ້ອນໄດ້ຮັບຄວາມເຊື່ອໝັ້ນ, ຄວາມໄວ້ວາງໃຈຈາກການນຳຂັ້ນ ເທິງ ຈຶ່ງໄດ້ໄປຮັບໜ້າທີ່ໃໝ່ຢູ່ອົງ ການກາແດງແຫ່ງຊາດລາວ ເຊິ່ງ ເປັນອົງການໜຶ່ງທີ່ສຳຄັນຫລາຍ ໂດຍສະເພາະ ການຊ່ວຍເຫລືອທາງ ດ້ານມະນຸດສະທໍາ. ສະນັ້ນ, ສະເໜີ ໃຫ້ສືບຕໍ່ສ້າງໃຫ້ເປັນອົງການມະ ນຸດສະທຳຢ່າງແທ້ຈິງ ຄຽງຄູ່ກັບ ການເພີ່ມທະວີສ້າງຄວາມເຊື່ອໝັ້ນ ໃຫ້ສາກົນຫລາຍຂຶ້ນ, ສືບຕໍ່ຮັກສາ ມູນເຊື້ອຄວາມເປັນແບບຢ່າງນຳ ໜ້າຂອງພັກ, ຍົກສູງຄວາມສາມາດ ໃນການນໍາພາແລະ ເຕົ້າໂຮມຄວາມ ສາມັກຄີເປັນເອກະພາບ; ສືບຕໍ່ນໍາ ພາ-ຊີ້ນໍາ ການປະຕິບັດໜ້າທີ່ວຽກ ງານວິຊາສະເພາະຂົງເຂດຄວາມ ຮັບຜິດຊອບຂອງຕົນ ກໍຄື ການປະ ກອບສ່ວນເຂົ້າໃນການຈັດຕັ້ງປະ ຕິບັດຕາມທິດ 3 ຂອງຫັນຫ້ອງວ່າ ການສໍານັກງານນາຍົກລັດຖະມົນຕີ ນັບມື້ໃຫ້ມີຜົນສຳເລັດເປັນກ້າວໆ. ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ ສັງຄົມນິຍົມຕະຫລອດ. ປັດຈຸບັນ, ໜ່ວຍພັກກອງພັນທີ 2 ມີ 3 ຈຸພັກ, ມີສະມາຊິກພັກທັງໝົດ 15 ສະຫາຍ ແລະ ສະມາຊິກພັກສຳຮອງ 1 ສະ ຫາຍ, ຄະນະໜ່ວຍພັກ ໄດ້ຖືສໍາຄັນ ໃນການຮັກສາແໜ້ນລະບອບ ແບບແຜນເຮັດວຽກແບບລວມສູນ ປະຊາທິປະໄຕ, ຕົກລົງບັນຫາເປັນ ໝູ່ຄະນະ ແລະ ມີການແບ່ງຄວາມ ຮັບຜິດຊອບກັນຢ່າງລະອຽດຈະ ແຈ້ງ. ຄຽງຄູ່ກັນນັ້ນ, ຍັງໄດ້ເອົາໃຈ ໃສ່ຊີ້ນໍາພະນັກງານ-ສະມາຊິກພັກ ແລະ ນັກຮຽນອອກແຮງງານເພີ່ມ ພູນສ້າງຜົນຜະລິດ ໂດຍປະຕິບັດ ຕາມຄຳຂວັນທີ່ວ່າ “ກຸ້ມຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ”, ເລັ່ງໃສ່ການເພິ່ມ ພູນປູກຝັງເພື່ອກາຍເປັນສິນຄ້າ, ເປັນແຫລ່ງລາຍຮັບ ແລະ ແກ້ໄຂ ຊີວິດການເປັນຢູ່ຂອງກົມກອງ, ບຸກ ຄົນໃຫ້ດີຂຶ້ນເປັນກ້າວໆຕາມທ່າ ແຮງຕົວຈິງຂອງໜ່ວຍພັກ ແລະ ສະມາຊິກພັກ. ນອກນັ້ນ, ຍັງຍົກໃຫ້ ເຫັນຈຸດພິເສດດ້ານດີ-ດ້ານອ່ອນ ຂໍ້ຄົງຂ້າງ ແລະ ບົດຮຽນທີ່ຖອດ ຖອນໄດ້. ຈາກນັ້ນ, ບັນດາສະຫາຍສະມາ ຊິກພັກກໍໄດ້ປະກອບຄຳຄິດຄຳເຫັນ ໃສ່ບົດລາຍງານ ແລະ ບົດສຳ ຫລວດການນຳພາ-ຊີ້ນຳຂອງຄະ ນະໜ່ວຍພັກ ຢ່າງກົງໄປກົງມາໃນ ກອງປະຊຸມຍັງໄດ້ປ່ອນບັດຄັດ ເລືອກເອົາຜູ້ແທນສົມບູນ ເພື່ອໄປ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ I ຂອງຄະນະພັກໂຮງຮຽນວັດທະ ນະທຳຊົນເຜົ່າກອງທັບໄດ້ຕາມລະ ດັບຄາດໝາຍ. ໂອກາດນີ້, ສະຫາຍ ພັນເອກ ເພັດສະໜອນ ວິລະວອນ ຍັງໄດ້ໃຫ້ ທິດຊີ້ນໍາຕໍ່ກອງປະຊຸມຫລາຍບັນ ຫາສໍາຄັນ, ພ້ອມທັງເນັ້ນໃຫ້ຄະນະ ໜ່ວຍພັກກອງພັນທີ 2 ຈົ່ງພ້ອມກັນ ສືບຕໍ່ຮັກສາມູນເຊື້ອສາມັກຄີພາຍ ໃນໜ່ວຍພັກ, ປັບປຸງກໍ່ສ້າງພັກໃຫ້ ມີຄວາມໜັກແໜ້ນເຂັ້ມແຂງ, ປອດ ໃສ, ຂາວສະອາດ, ຮັກສາແໜ້ນລະ ບອບແບບແຜນການນໍາພາຂອງ ພັກ, ບົນພື້ນຖານຫລັກການລວມ ສູນປະຊາທິປະໄຕ, ເຮັດວຽກເປັນ ໝູ່ຄະນະ, ພ້ອມກັນເຮັດສໍາເລັດໜ້າ ທີ່ຕາມຄໍາສັ່ງຂອງຂັ້ນເທິງ ໃຫ້ໄດ້ ຮັບຜົນສຳເລັດສູງ. ກົງຈັກການຈັດຕັ້ງຢ່າງເປັນລະບົບ, ມີປະສິດທິພາບ, ເຂັ້ມແຂງ ໂດຍ ສອດຄ່ອງກັບລັດຖະທໍາມະນູນ ແລະ ກົດໝາຍ. ສຳຄັນແມ່ນວຽກ ງານກົງຈັກການຈັດຕັ້ງໄດ້ເອົາໃຈ ໃສ່ບູລະນະຕາມແຜນກຳນົດພະນັກ ງານນຳພາ-ຄຸ້ມຄອງ, ພັດທະນາ ບຸກຄະລະກອນຢ່າງເປັນລະບົບຕໍ່ ເນື່ອງ, ໄດ້ສະເໜີສ້າງຕັ້ງອົງການ ໄອຍະການປະຊາຊົນເຂດ II ຢູ່ເມືອງ ສະໜາມໄຊ ແລະ ແຜນສ້າງເຂດ 1 ປະຈຳເມືອງຊານໄຊ. ສ່ວນວຽກ ງານດ້ານອື່ນໆໃນລະບົບອົງການ ໄອຍະການປະຊາຊົນແຂວງ ຍັງຮັບ ປະກັນໄດ້ໃນການແກ້ໄຂບັນຫາທີ່ ເກີດຂຶ້ນມີຄວາມຖືກຕ້ອງ, ຊັດເຈນ ແລະ ທັນຕໍ່ສະພາບການໃນປັດຈຸບັນ ເຮັດໃຫ້ອົງການໄອຍະການປະຊາ ຊົນແຂວງ-ເຂດ ຢູ່ແຂວງອັດຕະປື ເຕີບໃຫຍ່ເຂັ້ມແຂງເທຶ່ອລະກ້າວ. ຈາກນັ້ນ, ຄະນະນຳອົງການໄອ ຍະການປະຊາຊົນສູງສຸດ ຍັງໄດ້ປະ ກອບຄຳເຫັນປຶກສາຫາລື, ແລກ ປ່ຽນບົດຮຽນເຊິ່ງກັນ ແລະ ກັນ ກ່ຽວກັບການນຳພາ-ຊີ້ນຳວຽກ ງານຕິດຕາມ, ຊຸກຍູ້, ກວດກາ, ການ ປະຕິບັດໜ້າທີ່ຂອງພະນັກງານ- ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດ ຊອບຂອງຕົນ ແລະ ຊີ້ນຳບາງບັນ ຫາທີ່ມີຄວາມຈຳເປັນໃນຕໍ່ໜ້າເປັນ ຕົ້ນ ແມ່ນບັນຫາດ້ານງົບປະມານ ກ່ຽວຂ້ອງອື່ນໆຕ້ອງໄດ້ສ້າງລະ ບົບກົນໄກປະສານງານລະຫວ່າງ ຜູ້ເຮັດວຽກກວດກາຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນໃຫ້ມີລະບົບປະສານ ງານກັນຢ່າງກົມກຽວ, ມີການລາຍ ງານຢ່າງເປັນປະຈໍາໃນແຕ່ລະ ເດືອນ, ມີການສະຫລຸບ, ຖອດຖອນ ບົດຮຽນກັນ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ເພື່ອຊຸກຍູ້, ຕິດຕາມຕໍ່ວຽກ ງານກວດກາໄປຕາມທິດຊີ້ນຳຂອງ ຂັນເທິງວາງອອກໃນຕໍ່ໜ້າໃຫ້ດີ ຂຶ້ນ, ມີຄວາມກ້າວໜ້າ ແລະ ທັນສະ ໄໝ ຢ່າງບໍ່ຢຸດຢັ້ງ. ໃນໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ກໍໄດ້ເນັ້ນໃຫ້ພະນັກ ງານທົ່ວອົງການໄອຍະການປະຊາ ຊົນແຂວງ, ເຂດ ແລະ ອົງການໄອ ຍະການທຸກກົມກອງກ່ຽວຂ້ອງ ຈົ່ງ ເຊີດຊູຄວາມຮັບຜິດຊອບຂອງຕົນ ໃນການເຮັດລ້ອນໜ້າທີ່ໆພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້; ຮັບ ໃຊ້ຊາດ, ຮັບໃຊ້ປະຊາຊົນດ້ວຍ ຄວາມບໍລິສຸດໃຈ, ເອົາໃຈໃສ່ສຶກສາ ອົບຮົມການເມືອງແນວຄິດ,ຄຸນທາດ ການເມືອງ, ຈັນຍະບັນ,ຈັນຍະທຳ, ລະບອບແບບ ແຜນວິທີການເຮັດ ວຽກ, ການພົບປະກັບປະຊາຊົນ, ການສ້າງກົນໄກປະສານງານກັບ ບັນດາພາກສ່ວນ ທີ່ກ່ຽວຂ້ອງ,ການ ສັ່ງຟອງຂຶ້ນສານໂດຍກົງ, ຕ້ອງ ພ້ອມກັນຈັດຕັ້ງຜັນຂະຫຍາຍບັນ ດາມະຕິ, ຄຳສັ່ງ, ຄຳແນະນຳ, ຂໍ້ ຕົກລົງ, ແຈ້ງການທີ່ຂັ້ນເທິ່ງວາງ ອອກໃຫ້ໄດ້ດີ, ຍົກສູງສະຕິເຄົາລົບ ແລະ ປະຕິບັດກົດໝາຍ, ສ້າງກົນ ໄກປະສານງານກ່ຽວກັບການປະຕິ ບັດກົດໝາຍ ແລະ ການຕິດຕາມ ກວດກາຂອງອົງການໄອຍະການ ປະຊາຊົນ ລະຫວ່າງອົງການໄອຍະ ການປະຊາຊົນກັບບັນດາກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ ໃຫ້ມີບາດກ້າວໃໝ່ອັນໜັກແໜ້ນ, ໄດ້ຮັບຜົນດີ, ຍົກສູງຄຸນນະພາບ ຂອງການຕິດຕາມກວດກາ ຂອງ ອົງການໄອຍະການປະຊາຊົນໃນຕໍ່ ໜ້າຢ່າງມີປະສິດທິຜົນ ແນໃສ່ເພື່ອ ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບ ຮ້ອຍ, ສ້າງເງື່ອນໄຂໃຫ້ປະຊາຊົນ ໄດ້ທໍາມາຫາກິນ, ດໍາລົງຊີວິດຢ່າງ ຜາສຸກ, ປະກອບສ່ວນສໍາຄັນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ໄດ້ຂະຫຍາຍຕົວ ແລະ ຈະເລີນຮຸ່ງ ເຮືອງ ຢ່າງບໍ່ຢຸດຢັ້ງ. ຂ່າວ: ມັດສາ ໃຫ້ເຫັນປະຫວັດສາດ, ມູນເຊື້ອແຫ່ງ ການກໍາເນີດເຕີບໃຫຍ່ຂະຫຍາຍ ຕົວ, ຄວາມໝາຍຄວາມສໍາຄັນແລະ ຜົນສໍາເລັດແຫ່ງການນໍາພາ-ຊີ້ນໍາ ອັນປີຊາສາມາດ ສະຫລາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ ໃນຕະຫລອດໄລຍະ69ປີທີ່ຜ່ານມາ ພັກໄດ້ນໍາພາປວງຊົນລາວທັງຊາດ ຕໍ່ສູ້ກູ້ຊາດຕ້ານການຮຸກຮານຂອງ ຈັກກະພັດຕ່າງດ້າວ ຢ່າງອົງອາດ ກ້າຫານເຕັມໄປດ້ວຍນໍ້າໃຈເສຍ ສະ ຫລະອັນສູງສົ່ງສາມາດຍາດໄດ້ ໄຊຊະນະອັນໃຫຍ່ຫລວງ ຈາກນັ້ນ ພັກປະຊາຊົນປະຕິວັດລາວ ໄດ້ນໍາ ພາປວງຊົນລາວປະຕິບັດ 2 ໜ້າທີ່ ຍຸດທະສາດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຮັດໃຫ້ປະເທດຊາດມີຄວາມສະ ຫງົບສຸກ, ມີສະຖຽນນະພາບທາງ ດ້ານການເມືອງ, ເສດຖະກິດມີກນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໜັ້ນທ່ຽງ, ຊີວິດການເປັນຢູ່ຂອງປະ ຊາຊົນລາວບັນດາເຜົ່າ ໄດ້ຮັບການ ປັບປຸງດີຂຶ້ນເປັນກ້າວໆພື້ນຖານ ໂຄງລ່າງໄດ້ຮັບການພັດທະນາ ແລະ ມີຄວາມສີວິໄລຂຶ້ນເລື້ອຍໆ. ພ້ອມກັນນີ້, ສະຫາຍຍັງໄດ້ຍົກໃຫ້ ເຫັນມູນເຊື້ອ, ປະຫວັດຄວາມເປັນ ມາ, ຄວາມໝາຍຄວາມສໍາຄັນຂອງ ວັນເສຍອົງຄະ ແລະ ວັນເສຍສະ ຫລະຊີວິດ ເພື່ອປະເທດຊາດ ເຊິ່ງ ແມ່ນບັ້ນຮົບໜຶ່ງທີ່ສໍາຄັນໃນປະ ຫວັດສາດຂອງຊາດລາວ, ເປັນ “ວັນຄຽດແຄ້ນ” ຂອງປະຊາຊົນ ລາວ ຕໍ່ພວກລ່າເມືອງຂຶ້ນແບບເກົ່າ, ທັງເປັນແວ່ນແຍງອັນເຫລື້ອມໃສ ຂອງນ້ຳໃຈສູ້ຮົບຢ່າງພິລະອາດ ຫານບໍ່ຍອມຈຳນົນຂອງກອງທັບ ແລະ ປະຊາຊົນເມືອງທ່າແຂກ ກໍຄື ການບັນຊາທີ່ເດັດດ່ຽວໜຽວແໜ້ນ ຂອງຄະນະກອງບັນຊາການກຳ ລັງປະກອບອາວຸດຂອງພວກເຮົາ ໂດຍແມ່ນປະ ທານ ສຸພານຸວົງ ເປັນ ຜູ້ນຳພາ, ບັ້ນຮົບດັ່ງກ່າວ ເຖິງບໍ່ໄດ້ ຮັບໄຊຊະນະ ແລະ ຖືກນອງເລືອດ ກໍຕາມແຕ່ມັນກໍເປັນການປຸກລະດົມ ນ້ຳໃຈຮັກຊາດ, ຄຽດແຄ້ນສັດຕູ ຂອງປະຊາຊົນລາວບັນດາເຜົ່າ ພ້ອມກັນລຸກຂຶ້ນຢ່າງເປັນຂະບວນ ຕໍ່ສູ້ຕ້ານການຮຸກຮານຂອງພວກ ລ່າເມືອງຂຶ້ນແບບເກົ່າ, ພິສູດໃຫ້ ເຫັນເຖິງຄວາມສະຫລາດ, ຄວາມ ເກັ່ງກ້າສາມາດ ແລະ ມີໄຫວພິບໃນ ການຊີ້ນຳ ແລະ ບັນຊາສູ້ຮົບຂອງ ກໍາລັງປະຕິວັດລາວ,ສະແດງໃຫ້ ປະຊາຊົນລາວ ແລະ ຊາວໂລກເຫັນ ແຈ້ງເຖິງທາດແທ້ຄວາມປ່າເຖື່ອນ, ໂຫດຫ້ຽມສາມານຂອງພວກລ່າ ເມືອງຂຶ້ນແບບເກົ່າ ທີ່ມີຕໍ່ປະຊາຊົນ ລາວ ໂດຍສະເພາະແມ່ນຊາວເມືອງ ທ່າແຂກ ເຊິ່ງກາຍເປັນເຫດການ ປະຫວັດສາດ ແຫ່ງການຕໍ່ສູ້ພິລະ ອາດຫານຂອງປະຊາຊົນລາວ ແລະ ກາຍເປັນກະແສຟອງໃຫ້ແກ່ການ ປະຕິວັດຊາດ ປະຊາທິປະໄຕ ຂອງ ພວກເຮົາກ້າວໄປສູ່ການປົດປ່ອຍ ຊາດຢ່າງສົມບູນ. ໂອກາດດັ່ງກ່າວ, ສະຫາຍ ພົນ ຈັດຕະວາ ຄຳມ່ວນ ເລືອງວັນຫລ້າ ຍັງໄດ້ຮຽກຮ້ອງໃຫ້ຄະນະພັກ- ຄະ ນະບັນຊາ, ພະນັກງານ-ນັກຮົບຈົ່ງ ເຊີດຊູນໍ້າໃຈຮັກຊາດອັນສູງສົ່ງ, ເສີມຂະຫຍາຍທາດແທ້ມູນເຊື້ອອັນ ດີງາມຂອງວັນດັ່ງກ່າວ ເພື່ອປົກປັກ ຮັກສາໝາກຜົນຂອງການປະຕິວັດ ແລະ ພ້ອມກັນກ້າວຂຶ້ນ ສັງຄົມນິຍົມ ພາຍໃຕ້ການນຳພາຂອງພັກ ຍາດ ເອົາໄຊຊະນະມາສູ່ປະເທດຊາດ,ມາ ສູ່ປະຊາຊົນ ເຮັດໃຫ້ປະເທດຊາດໃຫ້ ມີຄວາມສະຫງົບ, ສັງຄົມມີຄວາມ ສິວິໄລ ແລະ ຍຸຕິທຳເປັນກ້າວໆ. ຂ່າວ-ພາບ: ສຸກສາຄອນ ພົງໄຊຜົນ ທຶນ, ການພັດທະນາບຸກຄະລາ ກອນ, ການພັດທະນາຊຸມຊົນ ແລະ ດ້ານສາທາລະນະສຸກ. ໂອກາດນີ້, ຄະນະສື່ມວນຊົນ ໄດ້ ເຂົ້າຢ້ຽມຊົມຫ້ອງຄວບຄຸມການຂຸດ ຄົ້ນແຮ່-ຂົນສົ່ງ, ຄວບຄຸມການດຳ ເນີນງານຂອງພະນັກງານ ແລະ ຄວບຄຸມຂະບວນການຜະລິດຂອງ ບໍລິສັດ ໂດຍມີລະບົບທີ່ທັນສະໄໝ ໃນການຕິດຕາມ ເປັນຕົ້ນແມ່ນລະ ບົບຕິດຕາມການສັ່ນສະເທືອນ- ການເຄື່ອນໂຕ ຫລື ການຊຸດລົງ ຂອງດິນທີ່ຕິດຕັ້ງໄວ້ໃນແຕ່ລະຈຸດ, ລະບົບຕິດຕາມພະນັກງານຂັບລົດ ທຸກປະເພດ, ລະບົບຕິດຕາມການ ຈັບຄ່າຂອງແຮ່ທາດໃນຂະບວນ ການຜະລິດ ແລະ ລະບົບອື່ນ. ນອກ ນີ້, ຄະນະຍັງໄດ້ຂີ່ລົດຢ້ຽມຊົມບ່ອນ ເຄື່ອງກົນຈັກການຜະລິດທີ່ມີລະ ບົບບໍາບັດສິ່ງເສດເຫລືອພາຍຫລັງ ການຜະລິດກ່ອນປ່ອຍລົງອ່າງຫາງ ແຮ່, ຢ້ຽມຊົມບໍ່ເປີດ(ບໍ່ຂຸດຄົ້ນແຮ່), ອ່າງຫາງແຮ່ ທີ່ບໍລິສັດໃຊ້ເປັນ ບ່ອນເກັບບໍາບັດສິ່ງເສດເຫລືອພາຍ ຫລັງຂະບວນການຜະລິດ. ສ່ວນ ການປ່ອຍນໍ້າທີ່ບໍາບັດອອກສູ່ນໍ້າໂມ້ ນັ້ນ ແມ່ນປ່ອຍຜ່ານຄອງລະບາຍ ແລະ ຜ່ານອ່າງບ່ອນທີ່ບໍລິສັດລ້ຽງ ປາໄວ້ ເພື່ອຢັ້ງຢືນເຖິງຄຸນນະພາບ ນໍ້າທີ່ບໍາບັດແລ້ວ ແມ່ນສາມາດນໍາ ມາໃຊ້ໄດ້ປົກກະຕິ. ຂ່າວ-ພາບ: ວຽງສະຫວັນ

RkJQdWJsaXNoZXIy MTc3MTYxMQ==