5841

]a f4t,q o8u dt-;'lb dlk c]t m6 f vq flt8ik]u 1h P,1k,3I'IPoxt4q ,g,n v'7e ltg|j me,t-kf4E9v,vv' lt4komju mj v'mj P;muj l;p'k,c0;'v5 fq ,wzq odv'xt-5 ,ltw\lk,a o0v' ]a f4t[ko xt9egfn vo,u ok 2024 lkov;prvo;a o-kf lkmk]tot]a f gdia d okpq ddex6 g9p 1h P,1k,37'dkora fmtok mj k[q d{mj kokc]h ' c]t g0f3]9y l8y d ]a f4t,q o8u 4;m 8y f8k,7;k,7n [|h k dko05 f7Q ortr5 fmtI6 [{;a f45 ra o1j 6 g,n v'8Q ogzY ' rh v,da olts]v'xu .\j ]k;1j k',j ;o-n j o Ia dlk;a fmtotme8y fra oxu mj v'mj P;]k; sq ;|h k vvxl -5 dp6 h ;Pd'ko wvptdkoxt-k-q o16 j c0;'lk]t;a o Iv']a f4t,q o8u dt-;' xd- rq[xt rtoa d'ko{oa dIq [3I'IPomy fltfu dkog,n v'dv'ma [ gxu f,tstde|a 'ln xt9exu 2024 lqj 'glu ,;a fmtotmedkovj ko ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 28.03.2024 ປີທີ 23 ສະບັບທີ 5.901 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 6  ອ່ານຕໍ່ໜ້າ 4 mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 ຂປລ. ໃນວັນທີ 25 ມີນາ 2024 ຜ່ານມາ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນເຖິງທ່ານ ນາງ ແຄັດເຕີຣີນາຊາເຄລາ ໂຣປູລູ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກຣັກ ເນື່ອງໃນໂອກາດວັນ ຊາດ ແຫ່ງ ສາທາລະນະລັດ ເກຣັກ. ເນື້ອໃນສານໄດ້ລະບຸວ່າ: ເນື່ອງໃນໂອກາດວັນຊາດ ແຫ່ງສາທາ ລະນະລັດ ເກຣັກ, ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນ ປະເສີດ ມາຍັງທ່ານ ແລະ ຜ່ານທ່ານໄປຍັງປະຊາຊົນເກຣັກ ເພື່ອນ ມິດທຸກຖ້ວນໜ້າ. ຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ແລະ ສາທາລະນະລັດ ເກຣັກ ຈະໄດ້ຮັບການສືບຕໍ່ເສີມ ຂະ ຫຍາຍຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງ ຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງໃນພາກພື້ນ ແລະ ໃນທົ່ວໂລກ. ຂປລ. ໂອກາດເດີນທາງເຄື່ອນ ໄຫວມາຢ້ຽມຢາມ ສປປ ລາວ ຢ່າງ ເປັນທາງການໃນວັນທີ 25-26 ມີນາ 2024 ນີ້, ສົມເດັດ ມະຫາ ຂປລ. ການສະເຫລີມສະຫລອງ ບຸນປີໃໝ່ລາວ ພສ 2567 ຈະເລີ່ມ ແຕ່ວັນທີ 13, 14, 15, 16 ແລະ ຖື ເອົາວັນທີ17-18 ເມສາ2024 ເປັນ ວັນພັກຊົດເຊີຍ ເພື່ອເຮັດໃຫ້ການ ສະຫລອງບຸນປີໃໝ່ລາວ ໃນປີນີ້, ເຕັມໄປດ້ວຍບັນຍາກາດເບີກບານ ມ່ວນຊື່ນ, ຮັກສາໄດ້ຄວາມສາມັກ ຄີ, ວັດທະນະທຳ, ຮີດຄອງປະເພນີ, ຂະນົບທຳນຽມອັນດີງາມຂອງ ລາວ, ຮັບປະກັນຄວາມສະຫງົບ, ປອດໄພ ແລະ ຄວາມເປັນລະບຽບ ຮຽບຮ້ອຍໃນທົ່ວສັງຄົມ ທັງເປັນ ການສົ່ງເສີມປີທ່ອງທ່ຽວລາວ 2024. ເຈົ້າຄອງນະຄອນຫລວງ ບໍວໍ ທິບໍດີ ຮຸນ ມາແນດ ນາຍົກລັດ ຖະມົນຕີ ແຫ່ງຣາຊະອານາຈັກ ກຳປູເຈຍ ພ້ອມດ້ວຍຄະນະຜູ້ແທນ ວຽງຈັນ ໄດ້ອອກຄຳສັ່ງ, ຄຳແນະ ນຳ ແລະ ຂໍ້ຫ້າມຕ່າງໆເຖິງພະນັກ ງານ-ລັດຖະກອນ, ທະຫານ-ຕ່ຳ ຫລວດ, ຜູ້ປະກອບການຕ່າງໆຕະ ຫລອດຮອດ ປະຊາຊົນລາວ ບັນ ດາເຜົ່າ ທົົ່ວນະຄອນຫລວງວຽກ ຈັນ ໃຫ້ປະຕິບັດຕາມຄຳສັ່ງຢ່າງ ເຄັ່ງຄັດ ໂດຍສະເພາະໃຫ້ຈັດຕັ້ງ ການປະຈຳການປ້ອງກັນເວນຍາມ, ກວດກາລາດຕະເວນ ແລະ ເຝົ້າ ລະວັງຢູ່ຕາມເຮືອນຊານບ້ານຊ່ອງ, ສຳນັກງານ, ຫ້ອງການຂອງບຸກ ຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທຸກພາກສ່ວນໃນສັງຄົມ ເພື່ອປ້ອງ ຂປລ. ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ເສນາທິການກອງທັບໄດ້ ເຄື່ອນໄຫວຢ້ຽມຢາມ ແລະ ພົບປະ ໂອ້ລົມພະນັກງານ-ນັກຮົບ ໂຮງ ຂປລ. ໃນໂອກາດລົງເຄື່ອນ ໄຫວຊຸກຍູ້ວຽກງານໄປຍະການປະ ຊາຊົນ ຢູ່ແຂວງສາລະວັນ ໃນວັນທີ 25 ມີນາ 2024 ຜ່ານມາ, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງ ການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ໃຫ້ກຽດໂອ້ລົມພະນັກ ງານຫລັກແຫລ່ງທົ່ວອົງການໄອ ຍະການປະຊາຊົນ ພາຍຫລັງທີ່ໄດ້ ຮັບຟັງການລາຍງານການຈັດຕັ້ງ ປະຕິບັດວຽກງານ 3 ເດືອນ ແລະ ທິດທາງແຜນການວຽກງານ ປິ 2024 ຈາກທ່ານ ວິໄລ ສີລາດວງ ໃຈຫົວໜ້າອົງການໄອຍະການປະ ຊາຊົນ ແຂວງສາລະວັນ. ຮຽນທິດສະດີການເມືອງກອງທັບ ໃນວັນທີ 26 ມີນາ 2024 ໂດຍ ມີ ສະຫາຍ ພົນຈັດຕະວາ ຄຳໄພ ຟອງດາລາ ຫົວໜ້າການທະຫານ ໂຮງຮຽນທິດສະດີການເມືອງກອງ ໂອກາດນີ້, ທ່ານຫົວໜ້າອົງການ ໄອຍະການປະຊາຊົນສູງສຸດໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ການ ທ່ານ ໄຊຊະນະ ໂຄດພູທອນ ຂປລ. ມະຫະກຳໜັງສື ຄັ້ງທີ IV ປະຈຳປີ 2024 ຈັດຂຶ້ນ ໃນລະ ຫວ່າງວັນທີ 27-31 ມີນາ 2024 ຢູ່ສະໂມສອນໃຫຍ່ມະຫາວິທະຍາ ໄລແຫ່ງຊາດນະຄອນຫລວງວຽງ ຈັນ ພາຍໃຕ້ຫົວຂໍ້: “ອ່ານປ່ຽນຊີ ວິດ” ເພື່ອສົ່ງເສີມວັດທະນະທຳ ຂປລ. ເມື່ອບໍ່ດົນມານີ້, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ເມແກນ ຈອນ ເອກອັກ ຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ລົງຢ້ຽມຢາມໂຮງ ຮຽນປະຖົມແຫ່ງໜຶ່ງ ຢູ່ເມືອງຄຳ ແຂວງຊຽງຂວາງ ເພື່ອສັງເກດ ການສອນຫລັກສູດຊັ້ນປະຖົມສຶກ  ອ່ານຕໍ່ໜ້າ 2

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 28/03/2024 xtgmf]k; ສານອວຍພອນວັນຊາດ... ນາຍົກກຳປູເຈຍ... ພ້ອມກັນສະຫລອງປີໃໝ່ລາວ... ລັດຖະມົນຕີກະຊວງ... ຮອງລັດຖະມົນຕີກະຊວງ... ເປີດມະຫະກຳໜັງສື... ລັດຖະມົນຕີ ຖວທ... ຫົວໜ້າ ອອປສ... ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍ ພອນໃຫ້ທ່ານ ຈົ່ງມີພະລານາໄມສົມ ບູນ, ມີຄວາມຜາສຸກ ແລະ ປະສົບ ຜົນສໍາເລັດໃນໜ້າທີ່ອັນມີກຽດສູງ ສົ່ງຂອງທ່ານ ເພື່ອນຳເອົາຄວາມ ສົມບູນພູນສຸກ ແລະ ຈະເລີນຮຸ່ງ ເຮືອງມາສູ່ປະຊາຊົນເກຣັກ. ຂັ້ນສູງ ໄດ້ໄປຢ້ຽມຢາມໂຄງການ ພັດທະນາທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກ ພາກ ຈໍາກັດທີ່ບ້ານ ດົງໂພສີ ເມືອງຫາດຊາຍຟອງ ນະ ຄອນຫລວງວຽງຈັນ ໂດຍມີທ່ານ ຈັນທອນ ສິດທິໄຊ ປະທານບໍລິ ສັດວຽງຈັນ ໂລຈິສຕິກພາກຈໍາ ກັດທ່າບົກ-ທ່ານາແລ້ງ ຈຳກັດ ຜູ້ ດຽວ ພ້ອມດ້ວຍພະນັກງານໃຫ້ ການຕ້ອນຮັບ. ທ່ານ ຈັນທອນ ສິດທິໄຊ ໄດ້ໃຫ້ ຮູ້ວ່າ: ໂຄງການພັດທະນາທ່າບົກ ທ່ານາແລ້ງ ແລະ ເຂດໂລຈິສຕິກ ພາກ ຈໍາກັດ ສ້າງຂຶ້ນເພື່ອຜັນຂະ ຫຍາຍນະໂຍບາຍຂອງລັດຖະບານ ໃນການຫັນປ່ຽນ ສປປ ລາວ ໃຫ້ ເປັນສູນກາງແຫ່ງການເຊື່ອມຈອດ ແລະ ເຊື່ອມໂຍງອະນຸພາກພື້ນ ແລະ ສາກົນ, ຈຸດທີ່ຕັ້ງຍຸດທະສາດຈະ ເຮັດໜ້າທີ່ເປັນສູນກາງຂອງການ ຂະຫຍາຍການຄ້າລະຫວ່າງ ອາ ຊຽນ-ສປ ຈີນ, ເອີຣົບໂດຍນຳໃຊ້ ໂຄງການເສັ້ນທາງລົດໄຟ ລາວຈີນ ຊຶ່ງຈະຊ່ວຍປະຢັດເວລາ ແລະ ຫລຸດຜ່ອນຕົ້ນທຶນ ໂດຍການຂົນສົ່ງ ສິນຄ້ານຳເຂົ້າ-ສົ່ງອອກຜ່ານດ່ານ ຂົວມິດຕະພາບແຫ່ງທີໜຶ່ງ. ເມື່ອ ໂຄງການນີ້ສ້າງສໍາເລັດຈະເຮັດ ໃຫ້ ສປປ ລາວ ບໍ່ພຽງແຕ່ທາງຜ່ານ ເທົ່ານັ້ນ, ແຕ່ເປັນສູນກາງເຊື່ອມ ໂຍງການຄ້າລະຫວ່າງປະເທດ ໃຫ້ ໄດ້ຮັບການຍອມຮັບຈາກເຄືອຂ່າຍ ຂົນສົ່ງລະຫວ່າງປະເທດ ໄປສູ່ຈຸດ ໝາຍປາຍທາງ ແລະ ເປັນພື້ນຖານ ຈຸດຜ່ານທີ່ສຳຄັນຕອບສະໜອງ ຍຸດທະສາດການເຊື່ອມໂຍງ. ໂຄງ ການທ່າບົກ-ທ່ານາແລ້ງ ເຂດໂລ ຈິສຕິກ ພາກຈໍາກັດ ໄດ້ເລີ່ມລົງມືກໍ່ ສ້າງໃນເດືອນພະຈິກປີ2020 ເເລະ ກໍ່ສ້າງສໍາເລັດພ້ອມທັງເປີດນໍາ ໃຊ້ໃນວັນທີ 4 ທັນວາ 2021 ໂດຍ ແບ່ງອອກເປັນ 2 ເຂດຄື: ເຂດ ໂລຈິສຕິກ ມີເນື້ອທີ່ 327 ເຮັກ ຕາ ແລະ ເຂດທ່າບົກ ມີເນື້ອທີ່ 90 ເຮັກຕາ. ໃນໂອກາດດັ່ງກ່າວ, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດໄດ້ ສະແດງຄວາມຊົມເຊີຍຕໍ່ໂຄງການ ໂດຍສະເພາະແມ່ນຜູ້ບໍລິຫານ ເຊິ່ງ ໂຄງການດັ່ງກ່າວ ຈະເປັນເປັນສູນ ກາງແຫ່ງການເຊື່ອມຈອດ ແລະ ເຊື່ອມໂຍງອະນຸພາກພື້ນ ແລະ ສາ ກົນ, ຈຸດທີ່ຕັ້ງຍຸດທະສາດຈະເຮັດ ໜ້າທີ່ເປັນສູນກາງຂອງການຂະ ຫຍາຍການຄ້າລະຫວ່າງ ອາຊຽນສປ ຈີນ, ເອີຣົບ ໂດຍນຳໃຊ້ໂຄງ ການເສັ້ນທາງລົດໄຟລາວ-ຈີນ. ພາບ: ເກດສະໜາ ກັນ, ສະກັດກັ້ນເຫດຮ້າຍ ຫລື ອຸບັດ ຕິໄພຕ່າງໆ ທີ່ອາດຈະເກີດຂຶ້ນ, ທັງ ຮັບປະກັນໃຫ້ມີການປະສານງານ ກັບເຈົ້າໜ້າທີ່ກ່ຽວຂ້ອງໃຫ້ມີຄວາມ ສະດວກ, ວ່ອງໄວ ແລະ ແກ້ໄຂບັນ ຫາໄດ້ຢ່າງທັນການ ແລະ ໃຫ້ຢຸດ ເຊົາການຫລິ້ນບຸນໃນແຕ່ລະວັນບໍ່ ໃຫ້ກາຍເວລາ 23:00 ໂມງ. ສຳລັບຂໍ້ຫ້າມໃນການຫລິ້ນບຸນ ປີໃໝ່ລາວ ຢູ່ນະຄອນຫລວງວຽງ ຈັນ ແມ່ນ ຫ້າມຫົດ-ສາດນໍ້າເປື້ອນນໍ້າສີ-ນໍ້າຄັນຄາຍ, ຮ່າຍນໍ້າ ຫລື ນໍ້າ ແຂງໃສ່ຖົງຢາງ ຫລື ພາຊະນະອື່ນໆ ແກ່ວງໃສ່ກັນ ຫລື ນໍາໃຊ້ພາຫານະ ເລາະຫົດນໍ້າໃສ່ຄົນທີ່ສັນຈອນຕາມ ເສັ້ນທາງ ແລະ ຫ້າມລັດທາງ ຫລື ກວມເອົາເສັ້ນທາງເປັນບ່ອນຫລິ້ນ ຕັ້ງຈຸດຫົດນໍ້າກັນ; ຫ້າມນຸ່ງເຄື່ອງ ໂປ້ເປືອຍ ຢູ່ບໍລິເວນວັດວາອາຮາມ, ສະຖານທີ່ສັກກາລະບູຊາ ແລະ ຢູ່ສະຖານທີ່ສາທາລະນະຕ່າງໆ; ຫ້າມຈັດງານສະແດງຄອນເສີດ ຕ່າງໆທີ່ທາງການບໍ່ໄດ້ອະນຸຍາດ ແລະເປີດສຽງເນືອງນັນຢູ່ໃກ້ໂຮງໝໍ ຫລື ຊຸມຊົນໜາແໜ້ນ, ຂອບເຂດເສັ້ນ ທາງຄົນຍ່າງ (ຟຸດບາດ) ຫລືໜ້າ ເຮືອນຂອງຕົນເອງ ທີ່ສົ່ງສຽງລົບ ກວນຜູ້ເຈັບປ່ວຍ, ຜູ້ອາຍຸສູງ ແລະ ເດັກນ້ອຍ; ຫ້າມຈູດໝາກກະໂພກ ແລະ ກໍ່ສຽງແຕກຢ່າງເດັດຂາດ; ຫ້າມຜູ້ຂັບລົດດື່ມເຄື່ອງດື່ມທີ່ມີ ທາດເຫລົ້າ ແລະ ເສບສິ່ງມືນເມົາ ແລ້ວຂັບລົດ ແລະ ຫ້າມຈຳໜ່າຍ ເຄື່ອງດື່ມທີ່ມີທາດເຫລົ້າ ແລະ ສິ່ງ ມືນເມົາຢູ່ຕາມວັດວາອາຮາມ ແລະ ສະຖານທີ່ສັກກາລະບູຊາ; ຫ້າມ ບຸກຄົນ, ນິຕິບຸກຄົນ ກໍຄື ຮ້ານຄ້າ, ຕະຫລາດກັກຕູນສິນຄ້າ, ສວຍໂອ ກາດຂຶ້ນລາຄາສິນຄ້າ, ຈຳໜ່າຍສິນ ຄ້າ ບໍ່ໄດ້ມາດຕະຖານ, ເສື່ອມຄຸນນະ ພາບ ຫລື ໝົດອາຍຸເປັນການເອົາ ປຽບ ຫລື ເປັນອັນຕະລາຍຕໍ່ຜູ້ບໍລິ ໂພກ; ຫ້າມບຸກຄົນນຳເອົາຍານພາ ຫະນະທຸກຊະນິດລົງໄປເຄື່ອນໄຫວ ຢູ່ຕາມຫາດຊາຍຕາມລຳແມ່ນໍ້າ ຂອງ ຢ່າງເດັດຂາດ (ຍົກເວັ້ນພາ ຫະນະກູ້ໄພ, ພາຫະນະຮັບໃຊ້ວຽກ ງານ ປກຊ-ປກສ). ສ່ວນມາດຕະການຕໍ່ຜູ້ລະເມີດ: ທຸກການກະທຳທີ່ລະເມີດຂໍ້ຫ້າມ ໃນຄໍາສັ່ງສະບັບນີ້ດ້ວຍການເຈດ ຕະນາ ຫລື ບໍ່ເຈດຕະນາ ລ້ວນແຕ່ ຖືກສຶກສາອົບຮົມ, ກ່າວເຕືອນ, ປັບ ໃໝຕາມສະຖານການລະເມີດ ຫລື ດຳເນີນຄະດີຕໍ່ຜູ້ກະທຳຜິດທີ່ເປັນ ບຸກຄົນ, ນິຕິບຸກຄົນ, ກຸ່ມຄົນ ໂດຍປະ ສານສົມທົບກັບທຸກພາກສ່ວນທີ່ ກ່ຽວຂ້ອງ ເພື່ອປະຕິບັດຕາມລະ ບຽບກົດໝາຍ. ສໍາລັບການຊື້- ຂາຍ, ການມີໄວ້ໃນຄອບຄອງໝາກ ກະໂພກ, ບັ້ງໄຟດອກທຸກປະເພດຫລື ຈຸດໝາກກະໂພກ, ຈຸດໂຄມໄຟລອຍ ຂຶ້ນຟ້າທຸກປະເພດ ຖ້າເຈົ້າໜ້າທີ່ ກ່ຽວຂ້ອງ, ອົງການປົກຄອງບ້ານ, ປກສ ກຸ່ມ, ປກສ ບ້ານ, ກອງຫລອນ ກວດກາພົບເຫັນແມ່ນໃຫ້ຢຶດ ແລະ ທຳລາຍຖິ້ມຕາມລະບຽບການ, ພ້ອມທັງນຳຕົວຜູ້ກະທຳຜິດມາສຶກ ສາອົບຮົມ, ກ່າວເຕືອນ ແລະ ປັບໄໝ ຕາມລະບຽບການ. ພ້ອມກັນນີ້, ໃຫ້ບັນດາເມືອງ ເປັນເຈົ້າການສົມທົບກັບພະແນກ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງ ຈັນ ແລະ ກອງບັນຊາການ ປກຊປກສ ນະຄອນຫລວງວຽງຈັນ ແລະ ເມືອງຂອງຕົນ ກຳນົດຈຸດ ຫລື ສະຖານທີ່ຈັດງານຫລິ້ນບຸນປີ ໃໝ່ ລາວ ແລະ ອະນຸມັດການຈັດຕະ ຫລາດນັດ ທີ່ບໍ່ຂັດກັບລະບຽບກົດ ໝາຍຢູ່ໃນເມືອງຂອງຕົນບົນພື້ນ ຖານຮັກສາໄດ້ຮີດຄອງປະເພນີອັນ ດີງາມ, ຄວາມສະຫງົບ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍໃນ ສັງ ຄົມ, ພ້ອມທັງກະກຽມແຜນຮັບມື ແລະ ແກ້ໄຂບັນຫາຕ່າງໆ ທີ່ອາດ ຈະເກີດຂຶ້ນໃຫ້ໄດ້ຢ່າງວ່ອງໄວ ແລະ ທັນການ. ພ້ອມທັງໃຫ້ພະແນກອຸດ ສະຫະກຳ ແລະ ການຄ້າ ນະຄອນ ຫລວງວຽງຈັນ, ຫ້ອງການອຸດສະ ຫະກຳ ແລະ ການຄ້າເມືອງເປັນ ເຈົ້າການເຄື່ອນໄຫວຕິດຕາມ, ກວດ ກາ ແລະ ຄຸ້ມຄອງລາຄາສິນຄ້າບໍ່ ໃຫ້ມີການສວຍໂອກາດກັກຕຸນ, ຂຶ້ນ ລາຄາສິນຄ້າ, ຄ່າອາຫານ ແລະ ຄ່າບໍລິການຕ່າງໆ; ບໍ່ໃຫ້ນໍາເຂົ້າ, ມີໄວ້ໃນຄອບຄອງ, ຂົນສົ່ງ ແລະ ຈຳໜ່າຍໝາກກະໂພກ ແລະ ວັດ ຖຸກໍ່ສຽງແຕກ ຖ້າພົບເຫັນ ຜູ້ລະເມີດ ໃຫ້ດຳເນີນມາດຕະການຕາມລະ ບຽບກົດໝາຍກ່ຽວຂ້ອງຢ່າງເຂັ້ມ ງວດ. ພ້ອມນີ້, ໃຫ້ກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນ ຫລວງວຽງຈັນ, ເມືອງ ແລະ ກຸ່ມສົມ ທົບກັບກອງບັນຊາການທະຫານ ນະຄອນຫລວງວຽງຈັນ, ເມືອງ ແລະ ກອງຫລອນ ເພີ່ມທະວີການຈັດ ວາງກໍາລັງເຂົ້າເຮັດວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ຮັບປະກັນຄວາມປອດໄພໃຫ້ແກ່ ການຫລິ້ນບຸນປີໃໝ່ລາວ ຢູ່ແຕ່ລະ ຈຸດ ໂດຍຕິດຕາມເຝົ້າລະວັງ, ສະ ກັດກັ້ນ ແລະ ແກ້ໄຂທຸກປະກົດ ການຫຍໍ້ທໍ້ໃຫ້ທັນການ; ເຄື່ອນ ໄຫວລາດຕະເວນ, ຈັດສັນຄວາມ ເປັນລະບຽບຮຽບຮ້ອຍ ແລະ ລະ ບຽບການສັນຈອນຕາມທ້ອງຖະ ໜົນໃຫ້ມີຄວາມສະດວກ, ປອດໄພ; ແກ້ໄຂອຸບັດເຫດ, ການກໍ່ສຽງແຕກ, ການຄອບຄອງພົກພາອາວຸດບໍ່ຖືກ ຕ້ອງ ແລະ ເຫດຮ້າຍຕ່າງໆທີ່ອາດ ຈະເກີດຂຶ້ນຕາມລະບຽບກົດໝາຍ ຢ່າງເດັດຂາດ ແລະ ທັນການ. ຂ່າວ: ທະນູທອງ ນໍາພາ-ຊີ້ນໍາການຈັດຕັ້ງວຽກງານ ໃນໄລຍະຜ່ານມາ ສາມາດຍາດໄດ້ ຜົນສໍາເລັດຫລາຍດ້ານທີ່ພົ້ນເດັ່ນ. ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ຄະນະ ພັກ, ສະມາຊິກພັກ, ພະນັກງານ-ລັດ ຖະກອນ ຖືສໍາຄັນວຽກງານການ ສຶກສາອົບຮົມການເມືອງແນວຄິດ, ການຈັດຕັ້ງຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ ຄັ້ງທີ XI ຂອງສູນ ກາງພັກ, ແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ເຂົ້າສູ່ວຽກ ງານໄອຍະການປະຊາຊົນ, ການຜັນ ຂະຫຍາຍວາລະແຫ່ງຊາດກ່ຽວ ກັບການແກ້ໄຂບັນຫາຢາເສບຕິດ, ການຜັນຂະຫຍາຍມະຕິກອງປະຊຸມ ໃຫຍ່ຂອງອົງຄະນະພັກ ອົງການ ໄອຍະການປະຊາຊົນສູງສຸດ ຄັ້ງທີ V ແລະ ວຽກງານກວດກາສະມາ ຊິກພັກ-ພະນັກງານແລະຂອດການ ປະສານງານລະຫວ່າງອົງການ ໄອຍະການປະຊາຊົນແຂວງ ກັບ ອົງການທີ່ກ່ຽວຂ້ອງຂອງແຂວງ ຢ່າງກົມກຽວ ເພື່ອໃຫ້ສັງຄົມມີ ຄວາມສະຫງົບ,ມີຄວາມເປັນລະ ບຽບຮຽບຮ້ອຍ. ໂອກາດດຽວກັນນີ້, ທ່ານ ບຸນທ່ຽງ ວິໄລວົງ ຮັກສາການຫົວ ໜ້າຫ້ອງການອົງການໄອຍະການ ປະຊາຊົນສູງສຸດ ກໍໄດ້ມອບຄອມ ພິວເຕີຈໍານວນໜຶ່ງໃຫ້ແກ່ອົງການ ໄອຍະການປະຊາຊົນແຂວງສາລະ ວັນ ເພື່ອນໍາໃຊ້ເຂົ້າໃນວຽກງານ ໃຫ້ທັນສະໄໜ ວ່ອງໄວທັນກັບສະ ພາບການ. ຂ່າວ: ວົງເດືອນ ສາແຫ່ງຊາດ ສະບັບປັບປຸງໃໝ່ ເປັນຕົ້ນ ວິຊາພາສາລາວ, ວິຊາ ວິທະຍາສາດ ແລະ ສິ່ງແວດລ້ອມ ແລະ ວິຊາພາສາອັງກິດ ພ້ອມດ້ວຍ ສື່ການຮຽນ-ການສອນອື່ນໆ ຈຳ ນວນໜຶ່ງ. ທ່ານ ພຸດ ສິມມາລາວົງ ໄດ້ ກ່າວວ່າ:ລັດຖະບານສປປລາວຮັບ ຮູ້ວ່າການສຶກສາຂັ້ນພື້ນຖານທີ່ມີ ຄຸນນະພາບ ເປັນພື້ນຖານຂອງປະ ເທດຊາດທີ່ຈະເລີນຮຸ່ງເຮືອງ ແລະ ສະຫງົບສຸກ. ດ້ວຍການສະໜັບສະ ໜູນຂອງລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານປັບປຸງການ ສຶກສາຂັ້ນພື້ນຖານ (ບີຄວາ), ພວກເຮົາໄດ້ປັບປຸງຫລັກສູດຊັ້ນປະ ຖົມສຶກສາແຫ່ງຊາດ ເພື່ອປະສົມ ປະສານວິທີການສິດສອນແບບໃໝ່ ເຊິ່ງສົ່ງເສີມການມີສ່ວນຮ່ວມ ແລະ ການຮຽນຮູ້ຂອງນັກຮຽນຜ່ານກິດ ຈະກຳການຮຽນ-ການສອນ,ການ ປະຕິບັດຕົວຈິງ ແລະ ການນຳໃຊ້ ໃນຊີວິດຕົວຈິງ. ການລົງຢ້ຽມຢາມ ໂຮງຮຽນດັ່ງກ່າວ,ກໍເພື່ອສັງເກດວິ ທີການສອນ ແລະ ການຮຽນແບບ ໃໝ່ ທີ່ເປັນທິດທາງໃນການພັດທະ ນາຊັບພະຍາກອນມະນຸດຢູ່ ສປປ ລາວ ໃນອະນາຄົດ. ຜ່ານການລົງ ສັງເກດການຄັ້ງນີ້, ເຫັນໄດ້ວ່ານັກ ຮຽນຮ່ວມມືຊ່ວຍເຫລືອກັນໃນ ການຮຽນ, ມີສ່ວນຮ່ວມກັບສື່ການ ຮຽນ-ການສອນ, ຮຽນຮູ້ໂດຍຜ່ານ ການທົດລອງ ແລະ ການທົບທວນ ຄືນໃນສິ່ງທີ່ເຂົາເຈົ້າກໍາລັງເຮັດ. ໂອກາດນີ້, ທ່ານ ພຸດ ສິມມາລາ ທັບ, ມີຄະນະພັກ-ຄະນະອໍານວຍ ການ, ຄະນະຫ້ອງ, ຄະນະວິຊາຄູ, ກອງພັນນັກສຶກສາ ແລະ ພະນັກ ງານ-ນັກຮົບ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ຕີລາຄາ ສູງຕໍ່ຜົນສຳເລັດຫລາຍດ້ານທີ່ຄະ ນະພັກ-ຄະນະອໍານວຍການໂຮງ ຮຽນ, ພະນັກງານ-ນັກຮົບໂຮງ ຮຽນທິດສະດີການເມືອງກອງທັບ ຍາດມາໄດ້ຕະຫລອດໄລຍະຜ່ານ ມາ ພ້ອມທັງໄດ້ຍົກໃຫ້ເຫັນສະພາບ ການຂອງໂລກ ແລະ ພາກພື້ນກໍຄືຢູ່ ໃນປະເທດເຮົາໃນປັດຈຸບັນ ໂດຍ ອີງໃສ່ສະພາບການດັ່ງກ່າວ ແລະ ອີງໃສ່ຄວາມຮຽກຮ້ອງຕ້ອງການ ຂອງກອງທັບໃນໄລຍະໃໝ່, ສະ ຫາຍ ໄດ້ຮຽກຮ້ອງໃຫ້ຄະນະພັກຄະນະອໍານວຍການແຕ່ລະຂັ້ນສຶບ ຕໍ່ເອົາໃຈໃສ່ວຽກງານສຶກສາອົບ ຮົມການເມືອງນໍາພາແນວຄິດໃຫ້ ພະນັກງານ-ນັກຮົບມີຄຸນທາດການ ເມືອງໜັກແໜ້ນ, ມີຄຸນສົມບັດ ສິນ ທໍາປະຕິວັດ, ມີຄວາມຈົງຮັກພັກດີຕໍ່ ພັກ-ລັດ ແລະ ປະຊາຊົນບັນດາເຜົ່າ, ກໍາແໜ້ນລະບຽບຂອງພັກ, ກົດ ໝາຍ ຂອງລັດ, ຂໍ້ກໍານົດລະບຽບວິ ໄນຂອງກອງທັບ, ໄປພ້ອມກັບປັບ ປຸງ ແບບແຜນວິທີເຮັດວຽກໃຫ້ ມີວິທະຍາສາດ, ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນບັນຫາປະກົດການ ຫຍໍ້ທໍ້ໃນສັງຄົມ, ກົມກອງທີ່ອາດ ຈະເກີດຂຶ້ນ, ປັບປຸງກໍ່ສ້າງພັກຕິດ ພັນກັບການກໍ່ສ້າງພະນັກງານຮຸ່ນ ສືບທອດໃຫ້ມີຄຸນນະພາບ, ສຸມໃສ່ ສ້າງພະລາທິການກັບທີ່ ເພື່ອຮັບປະ ກັນກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສືບຕໍ່ປະຕິບັດໜ້າທີ່ການເມືອງຂອງ ກອງທັບ ໃຫ້ມີໝາກຜົນດີກວ່າເກົ່າ ເພື່ອນຳພາກົມກອງກ້າວຂຶ້ນສູ່ແບບ ແຜນທັນສະໄໝຢ່າງບໍ່ຢຸດຢັ້ງ. ຂ່າວ: ຄຳອ້າຍ ທອງວັນ ສັງຄົມ, ອົງການຈັດຕັ້ງສາກົນແລະ ຄະນະວິຊາຕ່າງໆ ໄດ້ນຳເອົາປຶ້ມ ຂອງຕົນມາວາງສະແດງ ແລະ ຈຳໜ່າຍມີທັງໝົດ 40 ກວ່າຮ້ານ. ທັງນີ້, ກໍເພື່ອເປັນການຜັນຂະຫຍາຍ ແຜນຍຸດທະສາດການພັດທະນາ ຊັບພະຍາກອນມະນຸດ ຂອງ ສປປ ລາວ ຮອດປີ 2025 ຕາມແນວ ທາງນະໂຍບາຍຂອງພັກ ແລະ ລັດ ຖະບານ ໃຫ້ບັນລຸຕາມເປົ້າໝາຍ ຕາມຍຸດທະສາດການອະນຸລັກ ແລະ ສົ່ງເສີມວັດທະນະທຳ ອັນດີງາມ ຂອງຊາດ ໃຫ້ທົ່ວປວງຊົນໃນວຽກ ງານສົ່ງເສີມການອ່ານໃຫ້ໄດ້ 2/3 ຂອງປະຊາກອນທັງໝົດພາຍໃນປີ 2025, ທັງເປັນເວທີວາງສະແດງ ແລະ ເປີດນໍາສະເໜີຜົນງານຂອງ ຕົນເອງໃຫ້ສັງຄົມໄດ້ຮັບຮູ້, ເປັນ ເວທີແລກປ່ຽນທັດສະນະດ້ານການ ຂີດຂຽນປະດິດແຕ່ງ, ສົ່ງເສີມໃຫ້ມີ ການປະດິດແຕ່ງ ແລະ ການພິມ ຈຳໜ່າຍໃຫ້ນັບມື້ນັບຂະຫຍາຍຕົວ ຍິ່ງໆຂຶ້ນໄປ. ພ້ອມນີ້, ເປັນການເປີດ ໂອກາດໃຫ້ນັກຮຽນ-ນັກສຶກສາໄດ້ ມີໂອກາດເຂົ້າເຖິງສື່ການຮຽນໂດຍ ສະເພາະແມ່ນບັນດາປຶ້ມທີ່ດີມີຄຸນ ນະພາບຕອບສະໜອງຄວາມຮູ້ໃນ ທຸກດ້ານຂອງຊີວິດ, ເປັນການດຶງດູດ ໃຫ້ຄົນຫັນມາອ່ານເພີ່ມຂຶ້ນ ແລະ ຫັນມາຮັກການອ່ານຫລາຍຂຶ້ນ. ໃນງານໃນຄັ້ງນີ້, ໄດ້ມີຫລາຍ ກິດຈະກຳ ເປັນຕົ້ນ ການເສວະນາ, ບັນຍາຍ, ນໍາສະເໜີປຶ້ມໃໝ່, ອ່ານ ກະວີ, ລີວິວປຶ້ມ, ເດີນແບບປຶ້ມ, ແຂ່ງ ຂັນການເວົ້າ, ການວາງສະແດງ ຜົນງານ ແລະ ການຈຳໜ່າຍສື່ສິ່ງ ພິມຕ່າງໆ. ນອກນັ້ນ, ຍັງມີການສະ ແດງສິລະປະວັນນະຄະດີ, ໂຕ້ວາທີ, ກິດ ຈະກຳແຈກຂອງລາງວັນ, ຮັບບໍ ລິຈາກປຶ້ມ (ແລກປຶ້ມກັນອ່ານ), ຂາຍອາຫານ-ເຄື່ອງດື່ມ ແລະອື່ນໆ. ຂ່າວ-ພາບ: ທະນູທອງ ວົງ ຍັງໄດ້ເນັ້ນເຖິງບົດບາດສໍາຄັນ ຂອງຄູທີ່ຈະນໍາເອົາຫລັກສູດສະບັບ ປັບປຸງໃໝ່ ໄປຈັດຕັ້ງປະຕິບັດໃຫ້ ປະກົດຜົນເປັນຈິງ. ການປ່ຽນແປງ ອັນສຳຄັນ ແມ່ນການເລີ່ມນຳໃຊ້ວິ ທີການຮຽນທີ່ເນັ້ນໃສ່ນັກຮຽນ ເປັນໃຈກາງ ແລະ ເນັ້ນການປະຕິ ບັດຕົວຈິງ, ໄດ້ຫັນຈາກການຮຽນຮູ້ ແບບເກົ່າ ໄປສູ່ການຊ່ວຍໃຫ້ນັກ ຮຽນໄດ້ຮຽນຮູ້ທັກສະທີ່ຈຳເປັນສຳ ລັບສັດຕະວັດທີ 21 ເຊິ່ງຄູຈະຕ້ອງ ໄດ້ສືບຕໍ່ຝຶກອົບຮົມແລະສ້າງຄວາມ ເຂັ້ມແຂງຢ່າງຕໍ່ເນື່ອງ ເພື່ອຮັບປະ ກັນວ່າເຂົາເຈົ້າສາມາດປະຕິບັດ ການຮຽນ-ການສອນແບບໃໝ່ຢ່າງ ຄົບຖ້ວນ. ທ່ານ ນາງ ເມແກນ ຈອນ ໄດ້ ມີຄຳເຫັນວ່າ: ລັດຖະບານອົດສະ ຕຣາລີ ມີການຮ່ວມມືອັນຍາວນານ ກັບລັດຖະບານລາວ ໃນດ້ານການ ສຶກສາ ເປົ້າໝາຍ ກໍຄື ການຮ່ວມມື ກັບກະຊວງສຶກສາທິການ ແລະ ກິ ລາ ເພື່ອຊ່ວຍໃຫ້ເດັກນ້ອຍໃນເກນ ເຂົ້າຮຽນຊັ້ນປະຖົມສຶກສາໃນ ສປປ ລາວ ໂດຍສະເພາະຜູ້ທີ່ດ້ອຍ ໂອກາດ, ມີຄວາມຫ້າວຫັນປະກອບ ສ່ວນໃນການຮຽນ ແລະ ມີຜົນການ ຮຽນທີ່ດີຂຶ້ນ. ລັດຖະບານອົດສະ ຕຣາລີ ຈະສືບຕໍ່ຮ່ວມມືກັບກະຊວງ ສຶກສາທິການ ແລະ ກິລາ ໂດຍຜ່ານ ແຜນງານບີຄວາ ຈະສຸມໃສ່ການພັດ ທະນາວິຊາຊີບຄູໃນ ສປປ ລາວ ໃຫ້ ເຂັ້ມແຂງຂຶ້ນກວ່າເກົ່າ. ໃນມື້ດຽວກັນ, ທ່ານທູດຍັງໄດ້ ເຂົ້າຮ່ວມເປັນເຈົ້າພາບຈັດສຳມະ ນາເພື່ອໃຫ້ຂໍ້ມູນກ່ຽວກັບທຶນການ ສຶກສາຂອງລັດຖະບານອົດສະ ຕຣາລີ ໃຫ້ຜູ້ທີ່ສົນໃຈຢາກຍື່ນສະ ໝັກເອົາທຶນ ໄປສຶກສາຕໍ່ທີ່ປະເທດ ອົດສະຕຣາລີນຳອີກ. ແຜນງານບີຄວາ ແມ່ນແຜນ ງານທີ່ນຳພາໂດຍ ລັດຖະບານແຫ່ງ ສປປ ລາວ ໂດຍການສະໜັບສະ ໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການ USAID. ແຜນ ງານບີຄວາ ເນັ້ນໃສ່ການປັບປຸງຜົນ ການຮຽນສຳລັບໄວໜຸ່ມ ແລະ ຜູ້ທີ່ ດ້ອຍໂອກາດ ໃນ ສປປ ລາວ. ນອກ ນັ້ນ, ແຜນງານບີຄວາ ຍັງຈະສືບຕໍ່ ເອົາໃຈໃສ່ການຮັບປະກັນດ້ານ ຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ສົ່ງເສີມການສຶກສາຮຽນ ຮ່ວມສຳລັບທຸກຄົນໃນທຸກກິດຈະ ກໍາຂອງແຜນງານ. ຂປລ. ໃນວັນທີ 26 ມີນາ 2024 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ພ້ອມຄະນະ ໄດ້ລົງຕິດຕາມຄວາມຄືບໜ້າການ ຂຸດຄົ້ນ, ກອບກູ້ເອົາພະພຸດທະຮູບ ແລະ ວັດຖຸພັນ ຢູ່ດອນເຜິ້ງຄຳ ເມືອງ ຕົ້ນເຜິ້ງ ແຂວງບໍ່ແກ້ວ. ການລົງເຄື່ອນໄຫວຄັ້ງນີ້, ທ່ານ ບຸນຄົງ ນາມມະວົງ ເຈົ້າແຂວງບໍ່ ແກ້ວ ລາຍງານໃຫ້ຮູ້ວ່າ: ປັດຈຸບັນ, ການອ່ານ ໃຫ້ນັກອ່ານ ແລະ ນັກ ຂຽນມີຈໍານວນເພີ່ມຂຶ້ນ ແນໃສ່ເພີ່ມ ຊ່ອງທາງໃນການເຂົ້າເຖິງປຶ້ມອ່ານ ໃຫ້ເປັນສັງຄົມແຫ່ງການຮຽນຮູ້ຕະ ຫລອດຊີວິດ ແລະ ປະເທດຊາດ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ໃຫ້ທຽບເທົ່າກັບສາກົນ, ທັງເປັນ ການສະເຫລີມສະຫລອງວັນກະວີ ໂລກ 21 ມີນາ ຄົບຮອບ 25 ປີ, ວັນແມ່ຍິງສາກົນ 8 ມີນາ ຄົບຮອບ 114 ປີ ແລະ ສ້າງຂະບວນການສະ ຫລອງວັນສ້າງຕັ້ງພັກປະຊາຊົນປະ ຕິວັດລາວ 22 ມີນາ ຄົບຮອບ 69. ທ່ານ ສົມໄໝ ພົມມະຈັນ ຜູ້ອໍາ ນວຍການສໍານັກພິມດີບຸກໄດ້ໃຫ້ ຮູ້ວ່າ: ມະຫະກຳໜັງສື ຄັ້ງທີ IV ມີ ນັກຂຽນ, ສຳນັກພິມ, ໂຮງພິມ, ຮ້ານ ຂາຍປຶ້ມ, ສະມາຄົມ, ຫໍສະໝຸດ, ສະ ຖາບັນການສຶກສາ, ອົງການຈັດຕັ້ງ ການຂຸດຄົ້ນ, ກອບກູ້ເອົາພະພຸດທະ ຮູບ ແລະ ວັດຖຸພັນດັ່ງກ່າວໄດ້ຂະ ຫຍາຍອອກເປັນ 40x36 ແມັດ, ເລິກປະມານ 4-5 ແມັດ, ໄດ້ຄົ້ນພົບ ພະພຸດທະຮູບທັງອົງໃຫຍ່ (ຂະໜາດ ໜ້າຕັກ 87 ຊັງຕີແມັດ, ບ່າກ້ວາງ 60 ຊຕມ, ສູງ 110 ຊຕມ) ແລະ ອົງນ້ອຍ (ນ້ອຍສຸດ ໜ້າຕັກ 4 ຊຕມ, ສູງ 5,5 ຊຕມ) ລວມທັງໝົດ 141 ອົງ. ສະເພາະວັນທີ 25 ມີນາ 2024 ຂຸດຄົ້ນໄດ້ 3 ອົງ ມີພະພຸດທະ ຮູບປາງສີຫະໄສຍາດ 1 ອົງ, ຍາວ 168ຊຕມ,ແທ່ນຍາວ 187,5 ຊຕມ, ພົບສຽນພະພຸດທະຮູບ 25 ສຽນ, ຈອມເກດພະພຸດທະຮູບ10 ຈອມ, ພະພິມສິມມາ 12 ໃບ, ພະພິມໃບໂພ 149 ອົງ ແລະ ສິ້ນສ່ວນຈໍານວນ ໜຶ່ງ, ພົບພະພິມປາງລີລາ 134 ອົງ, ພະພິມສຸມກໍໃຫຍ່-ນ້ອຍ 7 ອົງ, ພະພິມຫໍສະຫວັນ 54 ອົງ, ພະພິມ ປາງສະດຸ້ງມານ 1 ອົງ, ພະທາດ ຈໍາລອງ 4 ພິມ, ແກນຍອດເສດຖະ ສັດພະທາດ 1 ດວງ, ແຫວນຄ້າຍ ຄືຄໍາ 1 ວົງ, ເຫລັກໃສ່ຈອມທາດ 1 ອັນ, ກ້ອນຊືນ 1 ກ້ອນ, ຂວານບູ ຮານ2ອັນ, ພ້າ1ດວງ, ບ່ວງບູຮານ 1 ອັນ ແລະ ສິ້ນສ່ວນເສົາທີ່ມີດອກ ດວງປະດັບເອ້, ດິນຈີ່ ແລະ ສິ້ນສ່ວນ ພະທາດທີ່ໂອບດ້ວຍແຜ່ນທອງ ແດງ, ນູນເປັນຮູບລວດລາຍ ແລະ ກີບບົວຂວ້ຳ-ບົວຫງາຍ ຈໍານວນ ຫລາຍ. ນອກຈາກນີ້, ຍັງພົບພະອູບ ທອງໃສ່ໃຈພະທາດ 1 ອັນ, ມີແກ້ວ 28 ເມັດ, ເມັດສີຄໍາ 73 ເມັດ, ແຫວນ 1 ວົງ, ແຜ່ນເງິນ-ແຜ່ນທອງ ແລະ ເມັດເງິນ 31 ເມັດ ບັນຈຸໄວ້ ໃນຂວດແກ້ວ, ມີພະພຸດທະຮູບພອກ ເງິນ-ຄໍາ ຈໍານວນ 2 ອົງ, ມີແຜນ ທອງຈາລຶກຕົວໜັງສືທໍາ 1 ແຜ່ນ, ຫີນສີລາ1ກ້ອນບັນຈຸໄວ້ໃນບໍລິເວນ ໃຈຂອງພະທາດ. ພະພຸດທະຮູບ ແລະ ວັດຖຸພັນທີ່ຂຸດຄົ້ນພົບດັ່ງກ່າວ, ໄດ້ມີການຄຸ້ມຄອງດ້ວຍການຂຶ້ນທະ ບຽນ, ວິໄຈຂໍ້ມູນເບື້ອງຕົ້ນ, ບັນທຶກ ຮູບພາບ ແລະ ຍັງຈະສືບຕໍ່ຂຸດຄົ້ນ ຕື່ມອີກ. ໂອກາດນີ້, ທ່ານນາງ ສວນສະ ຫວັນ ວິຍະເກດ ໄດ້ມີຄຳເຫັນວ່າ: ເຫດການດັ່ງກ່າວ, ເປັນເຫດການ ທີ່ໃຫຍ່ ແລະ ສຳຄັນເປັນເຫດການ ລະດັບຊາດ, ລັດຖະບານເຫັນດີໃຫ້ ມີການແຕ່ງຕັ້ງຄະນະຮັບຜິດຊອບ ລະດັບຊາດ ທີ່ປະກອບດ້ວຍຫລາຍ ພາກສ່ວນທີ່ມີສ່ວນຮ່ວມໃນໜ້າ ວຽກເພື່ອຊີ້ນຳເປັນຕົ້ນຈາກອົງການ ພຸດສາສະໜາສຳພັນລາວ, ຈາກສູນ ກາງແນວລາວສ້າງຊາດ ແລະ ບັນ ດາກະຊວງທີ່ກ່ຽວຂ້ອງ ເພື່ອເຮັດ ໃຫ້ວຽກງານໄດ້ຮັບການດຳເນີນ ງານຢ່າງເປັນລະບົບ, ຖືກຕ້ອງຕາມ ເຕັກນິກໃນການຂຸດຄົ້ນ ແລະ ຊອກ ຫາ.ຈາກນັ້ນ,ຈະໄດ້ມີການຄົ້ນຄວ້າ, ຂຽນປະຫວັດສາດ ແລະ ປະຫວັດ ຄວາມເປັັນມາຂອງພະພຸດທະຮູບ, ປູຊະນີຍະສະຖານ, ພ້ອມຂຶ້ນແຜນ ການໃຊ້ຈ່າຍງົບປະມານເປັນອັນສະ ເພາະ ໃນການດຳເນີນງານ ແລະ ອື່ນໆ. ຂໍ້ມູນ-ພາບ: ນັດທະວຸດ

xtgmf]k; 3 28/03/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ຮິບໂຮມໂດຍ: ພະກາ ໂດຍ: ຄ້ອງໃໝ່ [+ .sh 8k.spj d;j kmh v' lts]v';a olh k'8A ' sh v';j kdkol6 odk'ra d 7q [Iv[ 69 xu ຂ່າວ: ກິດຕາ; ພາບ: ຂັນໄຊ (ຊົມເຊີຍ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ) * ຫ້ອງວ່າການສູນກາງພັກ ຈັດ ພິທີສະເຫລີມສະຫລອງວັນສ້າງຕັ້ງ ຫ້ອງວ່າການສູນກາງພັກ ຄົບຮອບ 69 ປີ (24/3/1955-24/3/ 2024) ແລະ ສະຫລຸບຜົນງານປະ ຈໍາປີ 2023 ແລະ ທິດທາງໃນຕໍ່ໜ້າ ໃນວັນທີ 22 ມີນາ 2024 ພາຍໃຕ້ ການເປັນປະທານຂອງ ສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິ ການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ມີສະຫາຍການນຳຫ້ອງວ່າການ ສູນກາງພັກ, ຕະຫລອດຮອດພະນັກ ງານ-ລັດຖະກອນທົ່ວຫ້ອງວ່າການ ສູນກາງພັກ ເຂົ້າຮ່ວມ. ໃນໂອກາດ ນີ້, ສະຫາຍ ຄຳຜາ ພິມມະສອນ ຮອງເລຂາຄະນະພັກ, ຮອງຫ້ອງ ວ່າການສູນກາງພັກ ໄດ້ສະຫລຸບ ຕີລາຄາການຈັດຕັ້ງປະຕິບັດວຽກ ງານຮອບດ້ານປະຈໍາປີ2023 ເຊິ່ງ ເຫັນວ່າ 1 ປີ ຜ່ານມາ ສາມາດຍາດ ໄດ້ຜົນສຳເລັດຫລາຍດ້ານ ເປັນຕົ້ນ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ຄົ້ນຄວ້າ ປັບປຸງພາລະບົດບາດຂອງຫ້ອງ ວ່າການສູນກາງພັກ, ຄົ້ນຄວ້າສ້າງ ແຜນຝຶກອົບຮົມກໍານົດຕໍາແໜ່ງ ງານຂອງຫ້ອງວ່າການສູນກາງ ພັກ; ເອົາໃຈໃສ່ນຳພາ-ຊີ້ນໍາ ການ ສ້າງແຜນການເຄື່ອນໄຫວວຽກ ງານຂອງການນຳຂັ້ນສູງຢູ່ພາຍໃນ ແລະ ຕ່າງປະເທດ, ຄົ້ນຄວ້າສ້າງ ແຜນຝຶກອົບຮົມຂຽນກໍານົດຕໍາແໜ່ງ ງານຂອງຫ້ອງວ່າການສູນກາງ ພັກ, ເປັນເຈົ້າການຄົ້ນຄວ້ານະໂຍ ບາຍຕໍ່ພະນັກງານ-ລັດຖະກອນພາຍ ໃນ ເພື່ອແກ້ໄຂບັນຫາຫຍຸ້ງຍາກ ທາງດ້ານເສດຖະກິດດ້ວຍຫລາຍ ຮູບແບບຕາມຄວາມເໝາະສົມ; ເອົາໃຈໃສ່ຕິດຕາມ, ກວດກາການ ປັບປຸງກົງຈັກການຈັດຕັ້ງ, ການ ສັບຊ້ອນ-ຈັດວາງພະນັກງານຢູ່ ບັນດາກົມ ທີ່ຂຶ້ນກັບຫ້ອງວ່າການ ສູນກາງພັກ ເປັນປົກກະຕິ; ໄດ້ເປັນ ເສນາທິການຊ່ວຍກົມການເມືອງ, ຄະນະເລຂາທິການສູນກາງພັກ ຄົ້ນ ຄວ້າອອກມະຕິຈຳນວນໜຶ່ງ. ໃນໂອກາດນີ້, ສະຫາຍ ທອງສະ ລິດ ມັງໜໍ່ເມກ ໄດ້ຫວນຄືນມູນເຊື້ອ ແລະ ຜົນສຳເລັດ ຂອງຫ້ອງວ່າ ການສູນກາງພັກ ຕະຫລອດໄລຍະ 69 ປີຜ່ານມາ ໂດຍໄດ້ຍົກໃຫ້ເຫັນ ຄວາມເປັນມາ, ວິລະກຳອັນລ້ຳ ເລີດ, ຜົນສຳເລັດອັນໃຫຍ່ຫລວງ ແລະ ບົດຮຽນອັນອຸດົມສົມບູນ, ລະ ອິດລະອ້ຽວ ເຕັມໄປດ້ວຍສິ່ງທ້າ ທາຍທົດສອບນາໆປະການ ໃນແຕ່ ລະໄລຍະຂອງຂະບວນວິວັດແຫ່ງ ການເຕີບໃຫຍ່ຂະຫຍາຍຕົວ ຂອງ ຫ້ອງວ່າການສູນກາງພັກ ກໍຄື ການ ປະຕິບັດໜ້າທີ່ ທີ່ຕິດພັນກັບວຽກ ງານການເປັນເສນາທິການ ໃຫ້ແກ່ ຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ໄດ້ ຍົກເອົາມູນເຊື້ອທາດແທ້ປະຕິວັດ, ບົດຮຽນຂອງຫ້ອງວ່າການສູນ ກາງພັກຈຳນວນໜຶ່ງ ເປັນຕົ້ນບົດ ບາດຄວາມສຳຄັນ ໃນການເປັນເສ ນາທິການໃຫ້ກັບສູນກາງພັກ, ໜ້າ ທີ່ຄວາມຮັບຜິດຊອບ ແລະ ຜົນງານ ທີ່ຍາດມາໄດ້ຕະລອດ ໄລຍະ 69 ປີ ທີ່ຜ່ານມາ. ພ້ອມນີ້, ສະຫາຍ ທອງ ສະລິດ ມັງໜໍ່ເມກ ຍັງເນັ້ນໃຫ້ຫ້ອງ ວ່າການສູນກາງພັກສືບຕໍ່ຍູ້ແຮງ ບາງບັນຫາຕົ້ນຕໍ ເປັນຕົ້ນ ຄະນະພັກ ທຸກຂັ້ນຕ້ອງເຊີດຊູສະຕິຄວາມຮັບ ຜິດຊອບ, ເອົາໃຈໃສ່ນໍາພາ-ຊີ້ນໍາ ສຶກສາອົບຮົມວຽກງານການເມືອງ ແນວຄິດ ໃຫ້ແກ່ຖັນແຖວສະມາຊິກ ພັກ-ພະນັກງານ ທົ່ວຫ້ອງວ່າການ ສູນກາງພັກ ຢ່າງໃກ້ຊິດຕິດແທດ ແລະ ລະອຽດ, ແຂງແຮງ ແລະ ເລິກ ເຊິ່ງກວ່າເກົ່າ; ສ້າງການຫັນປ່ຽນ ດ້ານວຽກພັກ-ພະນັກງານ ໃຫ້ມີ ຄວາມເຂັ້ມແຂງຫລາຍຂຶ້ນກວ່າ ເກົ່າ, ສ້າງການຫັນປ່ຽນທາງດ້ານ ຄຸນນະພາບ ໃນຂົງເຂດວຽກງານ ເສນາທິການຮັບໃຊ້ການນຳຂັ້ນສູງ ໃຫ້ນັບມື້ນັບເຂັ້ມແຂງຍິ່ງຂຶ້ນ, ຍົກ ສູງວຽກງານການບໍລິຫານຮັບໃຊ້ ແລະ ຄວາມປອດໄພຂອງການນຳ ເປັນວຽກບູລິມະສິດ, ເປັນເຈົ້າການ ຄົ້ນຄວ້າສັງລວມ, ວິເຄາະ, ວິໄຈບັນ ຫາຍຸດທະສາດຂອງພັກ ຢ່າງເລິກ ເຊິ່ງ ແລະ ມີວິທະຍາສາດ. ໃນໂອ ກາດດຽວກັນນີ້, ຍັງໄດ້ມີການມອບ- ຮັບ ນາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023 ໃຫ້ 6 ໜ່ວຍພັກຄື: ໜ່ວຍ ພັກກົມຈັດຕັ້ງ-ພະນັກງານ, ໜ່ວຍ ພັກກົມກວດກາ, ໜ່ວຍພັກ ກົມຄົ້ນ ຄວ້າສັງລວມ, ໜ່ວຍພັກ ກົມເລຂາ ນຸການ-ການນໍາ, ໜ່ວຍພັກກົມກໍ່ສ້າງ ຮາກຖານການເມືອງ ແລະ ໜ່ວຍ ພັກກົມພິພິທະພັນ ໄກສອນ ພົມວິ ຫານ ແລະ ອານຸສອນສະຖານການ ນໍາປະຕິວັດ. ພ້ອມນັ້ນ, ກໍໄດ້ຮັບຮອງ ເອົາແຜນກໍ່ສ້າງໜ່ວຍພັກ ປອດ ໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024 ຈໍາໜວນ 12 ໜ່ວຍພັກ. ນອກນີ້, ຍັງໄດ້ມີການມອບໃບຍ້ອງ ຍໍ ໃຫ້ແກ່ກົມກອງດີເດັ່ນປະເພດ I ຈໍານວນ6ກົມ,ປະເພດ II ຈໍານວນ5 ກົມ; ມອບໃບຍ້ອງຍໍພະແນກດີເດັ່ນ ປະເພດ I ຈໍານວນ 32 ພະແນກ, ປະເພດ II ມີ 12 ພະແນກ; ບຸກຄົນ ດີເດັ່ນ ປະເພດ I ຈໍານວນ 127 ສະ ຫາຍ, ປະເພດ II ມີ 111 ສະຫຍາຍ ແລະ ປະເພດ III ມີ 34 ສະຫາຍ. mq [m;og[yj ';y mu rtpa o-totlq omy * ຫລັກການສົນທິ ແມ່ນການ ນໍາເອົາຄໍາເຄົ້າພາ ສາປາລີ ແລະ ສັນສະກິດ ຕັ້ງແຕ່ສອງຄໍາຂຶ້ນໄປມາ ເຊື່ອມຕໍ່ເຂົ້າກັນໃຫ້ເປັນຄໍາດຽວ ໂດຍມີການປ່ຽນແປງສະຫລະ ຫລື ພະຍັນຊະນະ ເຮັດໃຫ້ພະຍາງ ຫລັງຂອງຄໍາໜ້າກົມກືນກັບສຽງ ພະຍາງໜ້າຂອງຄໍາຫລັງ. ສະເພາະ ພະຍັນຊະນະສົນທິກໍ່ແມ່ນນອນຢູ່ ໃນຫລັກການສົນທິ ອັນໝາຍເຖິງ ການເຊື່ອມຕໍ່ຄໍາສອງຄໍາເຂົ້າກັນ ດ້ວຍພະຍັນຊະນະ ນັ້ນເອງ ຊຶ່ງມີວິ ທີທັງການລົບພະຍັນຊະນະ, ຕື່ມ ຫລື ເພີ່ມພະຍັນຊະນະ, ແປງພະຍັນ ຊະນະ, ຊ້ອນພະຍັນຊະນະ. ໃນຫລັກການສົນທິ ຕາມໄວຍາ ກອນລາວ ປັດຈຸບັນ ໄດ້ກໍານົດເອົາ ໄວ້ວ່າ ການລົບພະຍັນຊະນະ, ຖ້າ ພະຍັນຊະນະຊ້ອນກັນສອງຕົວ ໃຫ້ ລົບອອກຕົວໜຶ່ງ (ຖ້າມີພະຍັນຊະ * ບົດຜ່ານມາ ນໍາເອົາບາງທັດ ສະນະມາແລກປ່ຽນຄໍາເຫັນຕິດພັນ “ການກິນເພື່ອຢູ່” ໂດຍເຫັນວ່າວັດ ທະນະທໍາອັນດີງາມຂອງລາວເຮົາ ກໍ່ຖືສໍາຄັນການກິນ ທີ່ມີຄວາມພໍ ດ້າມພໍດີ ເຊິ່ງສັງເກດບັນດາຄໍາ ສອນ, ຄໍາສຸພາສິດ, ຜະຫຍາ, ສໍາ ນວນ...ທີ່ມີເນື້ອໃນຄວາມໝາຍ “ກິນເພື່ອຢູ່ ຢ່າຢູ່ເພື່ອກິນ”. ຄົນລາວມີພື້ນຖານແຫ່ງຄວາມ ສຸພາບອ່ອນນ້ອມສະຫງຽມຄ່ຽມ ຄົມ, ພໍ່ແມ່ຜູ້ປົກຄອງ ບອກສອນ ລູກຫລານຜ່ານນິທານເຕືອນສະຕິ ຕ່າງໆ, ນັບທັງປະດິດຄໍາສອນ, ຄໍາ ສຸພາສິດ, ຄໍາຜະຫຍາ...ມີລັກສະນະ ສິລະປະ ເຕືອນລູກຫລານໂດຍທາງ ກົງ-ທາງອ້ອມ, ບາງຄໍາເບິ່ງມີລັກ ສະນະແປນໆ ແຕ່ແຝງດ້ວຍຄວາມ ໝາຍເລິກເຊິ່ງ ເຊັ່ນ ຢາກກິນເຂົ້າໃຫ້ ປູກໃສ່ພະລານຫີນ...ການກິນຄົນ ດຽວ ຫລື ຮ່ວມພາເຂົ້ານໍາໝູ່ ກໍ່ຍິ່ງ ຕ້ອງຮັກສາມາລະຍາດບໍ່ຄວນຟ້າວ ຟັ່ງ...ເຊິ່ງບໍ່ຕ່າງຫຍັງກັບມາລະ ຍາດການຮ່ວມໂຕະ ອາຫານ ໃນພິທີ ທາງການ. ແຕ່ໃດມາ ຖ້າຜູ້ໃດບໍ່ມີ ມາລະຍາດໃນການກິນຈະແບບໃດ ກໍ່ຕາມ ກໍ່ມັກຖືກໝູ່ຄູ່ ໄທບ້ານເວົ້າ ມີສະຕິຕື່ນຕົວໃນການກິນ-ດື່ມ ເຫັນ ສົມຄວນ “ກິນເພື່ອຢູ່” ຈຶ່ງເກີດມີ ອາຫານເພື່ອສຸຂະພາບ ນັບແຕ່ເຂົ້າ, ຊີ້ນ-ປາ...ຄວນກິນ? ກິນສໍ່າໃດ? ໃຫ້ພໍດີພໍອີ່ມ ມີຜົນດີຕໍ່ສຸຂະພາບ. ເຖິງປານນັ້ນ ໃນດ້ານກິນແບບຟູມ ເຟືອຍຄືຄວາມໝາຍ ຢູ່ເພື່ອກິນນັ້ນ ກໍ່ຍັງເກີດມີຄວາມເປັນຫ່ວງຈາກ ສັງຄົມໂລກບໍ່ໜ້ອຍ ເພາະມັນພົວ ພັນກັບຊັບພະຍາກອນ ແລະ ວັດຖຸ ດິບ, ຕະຫລອດການເກີດບັນຫາ ຂີ້ເຫຍື້ອ ແກ້ບໍ່ຕົກຕະຫລອດມາ ຍ້ອນຄົນເຮົາບໍ່ໍຄໍານຶງເຖິງ “ການ ກິນເພື່ອຢູ່” ເທົ່າທີ່ຄວນ, ອາດຍ້ອນ ເຮົາຖືວ່າ “ຕາໃຫຍ່ກວ່າ ທ້ອງ”?. ນະຊ້ອນກັນຢູ່ສອງຕົວ ຊຶ່ງຕົວໜຶ່ງ ເປັນຕົວສະກົດ ແລະ ຕົວໜຶ່ງເປັນ ຕົວແກນ ໃຫ້ລົບຕົວສະກົດຂອງ ພາສາປາລີອອກ ແລ້ວໃຊ້ຕົວສະ ກົດລາວແທນບ່ອນນັ້ນ ໂດຍໃຫ້ຖືກ ຕ້ອງຕາມແມ່ສະກົດທັງແປດ ຂອງ ພາສາລາວ), ຕົວຢ່າງ: ປຸພພ+ ກາຣີ ເປັນ ບຸບພະກາລີ (ຄົນຜູ້ມີ ບຸນຄຸນ); ຣັຕຖະ+ປາລະ ເປັນລັດ ຖະບານ. ວິທີຕື່ມ ຫລື ເພີ່ມພະຍັນ ຊະນະ ແມ່ນຖ້າມີສະຫລະຢູ່ຫລັງໃຫ້ ຕື່ມພະຍັນຊະນະຕົວໃດໜຶ່ງ ຄື ລ, ຍ, ທ, ຕົວຢ່າງ: ຈະຕຸ+ອັງຄະ ເປັນ ຈະຕຸລົງ(ອົງປະກອບ 4 ຢ່າງ ຄື ກອງຊ້າງ, ກອງມ້າ, ກອງລົດ ແລະ ກອງທະຫານ); ນິຣະ+ພະຍະ ເປັນ ນິລະໄພ (ບໍ່ມີໄພ); ອຸ+ ອາຫຣ ເປັນ ອຸທາຫອນ (ຕົວຢ່າງ, ສິ່ງທີ່ ເກີດຂຶ້ນມາເປັນຕົວຢ່າງ). ສ່ວນການແປງພະຍັນຊະນະ ກໍ່ມີ ສອງຢ່າງຄື: ແປງພະຍັນຊະນະ ຄູ່ ເຊັ່ນ: ປະຕິ ເປັນ ປັຈຈະ, ຕົວຢ່າງ: ປະຕິ+ເອກະ ເປັນ ປັດເຈກະ (ພະ ພຸດທະເຈົ້າ); ປະຕິ+ອຸປປັນນະ ເປັນ ປັດຈຸບັນ (ດຽວນີ້). ແປງພະ ຍັນຊະນະດ່ຽວ ຄື ແປງ ຕ ເປັນ ທ, ຕົວຢ່າງ: ຄົນຕັພພະ ເປັນຄັນທັບ ພະ (ເທວະດາທີ່ຊ່ຽວຊານດ້ານສິ ລະປະ); ແປງ ຣ ເປັນ ລ ແລ້ວແປງ ເປັນ ນ, ຕົວຢ່າງ: ມະຫາສາຣ ເປັນ ມະຫາສາລະ = ມະຫາສານ (ປະ ໂຫຍດຫລາຍ). ນອກນີ້ຍັງມີຫລັກ ການຊ້ອນ ພະຍັນຊະນະ ຕື່ມອີກ ເຊັ່ນ ຄໍາທີ່ໃຊ້ຫລັງຈາກແປງມາ ແລ້ວ: ກະຕັນຍູ, ປະລິນຍາ, ປັນຍາ, ວິນຍານ... ທີ່ນໍາມາທົບທວນ, ເປົ້າໝາຍ ເພື່ອໃຫ້ເຫັນທີ່ມາຂອງຫລາຍໆຄໍາ ໃນພາສາລາວ ທີ່ໄດ້ມາຈາກການ ສົນທິ, ອັນເປັນຫລັກການປະສົມຄໍາ ຕາມເຄົ້າປາລີ-ສັນສະກິດ. ດັ່ງນັ້ນ ຈຶ່ງນໍາມາສຶກສາຮ່ວມ ກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ. ຂວັນ, ຖືກລູກໃຜ ຜົວເມຍໃຜ ກໍ່ ອາຍ ເພາະຕ່າງໝູ່. ຕົກມາຍຸກສະໄໝພັດທະນາໄລ ຍະໃໝ່, ເຕັກໂນໂລຊີຂໍ້ມູນຂ່າວ ສານ-ການສື່ສານ ກ້າວໜ້າ, ວັດທະ ນະທໍານາໆຊາດໄຫລຜ່ານຈໍໂທລະ ພາບ, ຄື້ນວິທະຍຸ...ມາຮອດດຽວນີ້ ພັດມາຢູ່ໃນກໍາມືໃຜລາວ ບັນດາຂໍ້ ມູນຂ່າວສານ, ບໍ່ຈັກອັນຮ້າຍອັນ ດີມີປົນເປ...ລວມໃນນັ້ນ ຍັງມີການ ສະແດງກິນ ເພື່ອເປົ້າໝາຍຕ່າງໆ ນາໆ, ມີທັງແບບກິນແນວແປກປະ ຫລາດ, ກິນຫລາຍ, ກິນຄືແຊບຊ້ອຍ ໃຫ້ຜູ້ເບິ່ງນໍ້າລາຍຍ້ອຍ...ແຕ່ກໍ່ບໍ່ ຄ່ອຍເຫັນການສະແດງກິນແບບ ໜ້ອຍທີ່ສຸດແລ້ວອີ່ມ. ການສະແດງ ກິນຟ້າວໆຟັ່ງໆ ຄໍາໃຫຍ່ໆ ຕໍ່ໜ້າມີ ພາຖາດອາຫານ...ຫລາຍສໍາລັບ ຜູ້ດຽວ...ກິນແບບນັ້ນ ຖ້າແຕ່ກ່ອນ ຄົນຊົນນະບົດພາກເໜືອ ເພິ່ນວ່າ ເປັນຄົນຮ້າຍກິນ, ອັນໝາຍເຖິງກິນ ແບບບໍ່ຄໍານຶງເຖິງທ້ອງ ຕົວຈິງ, ສະ ນັ້ນ ສັງຄົມລາວຈຶ່ງມີຄໍາ “ກິນມໍາໆ ບໍ່ຄໍາເບິ່ງທ້ອງ” ເວົ້າໃຫ້ຄົນມັກກິນ, ກິນແລ້ວເປັນບັນຫາໃສ່ທ້ອງ (ກະ ທົບຕໍ່ສຸຂະພາບ). ຄວາມພໍດ້າມພໍດີແມ່ນສໍາຄັນ ໃນການກິນ ເພາະຄວນກິນເພື່ອຢູ່ ບໍ່ແມ່ນຢູ່ເພື່ອກິນ, ຢ່າງໜ້ອຍມັນ ກໍ່ຕິດພັນລາຍຈ່າຍ, ເວລາແລະສຸຂະ ພາບ. ການໂຄສະນາມີລັກສະນະ ຍົວະໃຫ້ຄົນກິນຫລາຍ ເກີນຄວາມ ພໍດີ (ຄວາມຕ້ອງການຕົວຈິງຂອງ ຮ່າງກາຍຄົນ) ຫາງສຽງສັງຄົມຈໍາ ນວນໜຶ່ງ ເຫັນວ່າຄວນໄດ້ຮັບການ ຄຸ້ມຄອງ ໃຫ້ຢູ່ໃນຄວາມພໍດີເພາະ ແຕ່ໃດມາຄົນລາວ ບໍ່ແມ່ນຄົນທີ່ເຫັນ ແກ່ກິນເປັນໃຫຍ່, ແມ່ນຢູ່ວ່າຜູ້ເຮັດ ໂຄສະນາ ມີເປົ້າໝາຍໃດໜຶ່ງຈະ ແຈ້ງ, ແຕ່ຍ້ອນເຕັກໂນໂລຊີທັນສະ ໄໝທຸກມື້ນີ້ ທຸກຄົນເຂົ້າເຖິງໄດ້ໝົດ, ບໍ່ວ່າຜູ້ຍິງ-ຜູ້ຊາຍ-ເດັກນ້ອຍ-ຊາວ ໜຸ່ມ-ເຖົ້າແກ່. . .ເກີດການລອກ ແບບ-ຮຽນແບບ ໃນມູມທີ່ບໍ່ສົມ ຄວນຜ່ານພຶດຕິກໍາຕົວຈິງກໍ່ມີ. ໃນຍຸກສະໄໝແຫ່ງຄວາມກ້າວ ໜ້າດ້ານເຕັກໂນໂລຊີຂໍ້ຂ່າວສານ ແລະ ການສື່ສານ, ຄົນສ່ວນຫລາຍ ສາມາດເຂົ້າເຖິງຂໍ້ມູນຂ່າວສານ ຜ່ານສັນຍານດາວທຽມ-ອິນເຕີ ເນັດ...ບວກໃສ່ບັນດາຊ່ອງທາງ ຮັບຂໍ້ມູນຂ່າວສານແບບເກົ່າແກ່ ດັ້ງເດີມແລ້ວ, ຖືວ່າດຽວນີ້ຄົນເຮົາ ມີຫລາຍທາງເລືອກໃນການຮັບຂໍ້ ມູນຂ່າວສານດ້ານຕ່າງໆ ໂດຍສະ ເພາະນັບແຕ່ມີໂທລະສັບມືຖືທັນສະ ໄໝມານີ້. ການໂຄສະນາອາຫານ ແມ່ນໜຶ່ງໃນວິທີການຫາລາຍໄດ້ ຂອງບັນດານັກລ່າຄະແນນນິຍົມໃນ ໂລກອອນລາຍ, ໃນນັ້ນແມ່ນມີການ ສະແດງກິນ-ດື່ມ ທີ່ຫລາກຫລາຍ ຜ່ານຊ່ອງທາງຢູທູບ, ເຟສບຸກ, ຕິກ ຕັອກ...ເລີ່ມແຮກໜ້າຈະມາຈາກ ນັກສະແດງ “ກິນ” ຂອງຕ່າງປະ ເທດ, ຈາກນັ້ນມາຢູ່ບັນດາປະເທດ ໃກ້ຄຽງແລະ ລາວເຮົາກໍ່ເລີ່ມມີແລະ ມີຫລາຍຂຶ້ນ ເພາະທຸກເຊື້ອຊາດ ລ້ວນມີວັດທະນະທໍາການກິນທີ່ ເປັນຂອງຕົນເອງ. ມີບາງທັດສະນະ ເຫັນວ່າ ການສະແດງກິນແບບເອົາ ຕາເປັນໃຫຍ່ ຄືການສອນໃຫ້ “ຢູ່ ເພື່ອກິນ”, ແຕ່ນັ້ນບໍ່ໝາຍວ່າບໍ່ຮັບ ຮູ້-ເຂົ້າໃຈເຖິງວິທີເຮັດການຕະ ຫລາດຂອງຢູທູບເບີ ແລະ ບັນດາ ດາວຕິກຕັອກ, ເຟສບຸກ...ແຕ່ຕາມ ທັດສະນະທີ່ສັງຮວມມາ ແມ່ນຄວນ ຢູ່ໃນຄວາມພໍດີ, ຄວນກິນ-ຢູ່ ຢ່າງ ສີວິໄລ. ສັງຄົມມະນຸດ ມີຄໍາສອນ “ກິນ ເພື່ອຢູ່ ຢ່າຢູ່ເພື່ອກິນ” ກໍ່ຕາມ, ແຕ່ ສັງຄົມຍຸກ 4.0 ເບິ່ງຄືປີ້ນທາງກັນ, ຮ້ານອາຫານຈໍ່ປານດອກເຫັດ ຍາມ ຝົນ, ວ່າແຕ່ຍິນຂ່າວມີຮ້ານອາຫານ ແປກ, ແຊບ...ໄກປານໃດ, ຢູ່ບ່ອນ ແຄບໄປຍາກປານໃດກໍ່ນໍາໄປ(ກິນ- ດື່ມ), ຖ້າມີການບໍລິການມີລັກສະ ນະລະດົມກິນ-ດື່ມ ຫລຸດແລກແຈກ ແຖມ ກໍ່ຍິ່ງປຸ້ມກັນໄປ, ເບິ່ງ ຄື “ຢູ່ ເພື່ອກິນ”!? ເຖິງຢ່າງໃດກໍ່ດີ ອີກດ້ານກໍ່ເລີ່ມ

RkJQdWJsaXNoZXIy MTc3MTYxMQ==