5840

07 xtgmf]k; gsfdko{dkora fmtok a 27/03/2024 lh k'7;k,g0A ,c0'.sh rtoa d'ko lj ;plkvkdvo 5 8q ;g,n v' g,n v'g,y ' 9a fxk4tdt4k ;a ole7a o0v'ra d{0v'-kf c0;';P'9a o wfh Ia []q fIa [{lq j '7q og9a [ 9kdltrkxt-k-q oc0;'du 1v'-a 'oe3f ຂປລ. ແຫລ່ງຂ່າວຈາກ ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ຊຸດຝືກ ອົບຮົບວິຊາສະເພາະ ເພື່ອສ້າງ ຄວາມເຂັ້ມແຂງໃຫ້ພະນັກງານ ສ່ວຍສາອາກອນ 5 ຕົວເມືອງ ພາຍໃນແຂວງສະຫວັນນະເຂດ ຈັດ ຂຶ້ນໃນວັນທີ 26 ມີນາ 2024 ໂດຍມີ ທ່ານ ຄຳຕາ ສິນນະສອນ ຮອງເຈົ້າ ເມືອງຈຳພອນ, ທ່ານ ເພັດດາລາ ແກ້ວສາລີ ຫົວໜ້າສ່ວຍສາອາກອນ ປະຈຳແຂວງ ແລະ ພາກສ່ວນກ່ຽວ ຂ້ອງ ເຂົ້າຮ່ວມ. ທ່ານ ເພັດດາລາ ແກ້ວສາລີ ຫົວ ໜ້າສ່ວຍສາອາກອນແຂວງ ໄດ້ ໃຫ້ຮູ້ວ່າ: ການຈັດຝືກອົບຮົມວິຊາ ຂປລ. ຕາມການໃຫ້ສຳພາດ ຂອງ ທ່ານ ດຣ ນັນທະສານວໍລະວົງ ຮອງຫົວໜ້າພະແນກສາທາລະນະ ສຸກ ແຂວງຈໍາປາສັກ ໃຫ້ຮູ້ເມື່ອ ບໍ່ດົນນີ້ວ່າ: ພະຍາດໄຂ້ເລືອດດໍາ ເກີດຈາກການຕິດເຊື້ອຈຸລິນຊີ ທີ່ ມີຊື່ວ່າ: ບາຊີລັສ ແອນແທຣກຊີສ ຫລື Bacillus anthracis, ໄລ ຍະການບົ່ມຕົວ ປົກກະຕິ 1-7 ວັນ (ບາງຄັ້ງດົນເຖິງ 60 ວັນ) ໂດຍຄົນ ເຈັບຈະມີໄຂ້, ມີອາການທາງເຍື່ອ ຫຸ້ມສະໝອງອັກເສບ, ອາດເສຍ ສະຕິ, ປວດຮາກ, ຮາກ, ບໍ່ຢາກກິນ ອາຫານ, ມີເຍື່ອເມືອກ/ເລືອດໃນ ຂປລ. ແຫລ່ງຂ່າວຈາກ ແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ວັນທີ 25 ມີນາ 2024 ນີ້, ເມືອງເມິງ ຈັດປາຖະ ກະຖາຫົວຄືນມູນເຊື້ອ ວັນນັກຮົບ ເສຍອົງຄະ ແລະ ເສຍສະຫລະຊີວິດ ເພື່ອປະເທດຊາດ ຄົບຮອບ 78 ປີ (ວັນທີ 21 ມີນາ 1946-21 ມີນາ 2024) ໂດຍການເປັນປະທານ ຂອງ ທ່ານ ວັນນາ ຄໍາສີປະເສີດ ຮອງເລຂາພັກເມືອງ, ມີຄະນະປະ ຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ ອ້ອມຂ້າງເມືອງ, ຄະນະພັກ-ຄະນະ ບັນຊາກອງບັນຊາການ ທະຫານຕຳຫລວດ, ອໍານວຍການໂຮງຮຽນ, ໂຮງໝໍ, ລັດວິສາຫະກິດ ແລະ ພະນັກງານລັດຖະກອນ ເຂົ້າຮ່ວມ ຮັບຟັງ. ການຈັດປາຖະກະຖາຄັ້ງນີ້, ກໍເພື່ອ ເປັນການທົບທວນຄືນມູນເຊື້ອການ ນໍາພາຂອງອົງຄະນະພັກ ແຂວງເມືອງໃນໄລຍະຜ່ານມາ; ເພີ່ມທະວີ ການສຶກສາອົບຮົມການເມືອງແນວ ຄິດ ໃຫ້ພະນັກງານສະມາຊິກພັກ, ພະນັກງານ-ລັດຖະກອນ, ພາຍ ໃນເມືອງເມິງ ໃຫ້ມີນໍ້າໃຈຮັກຊາດ, ສືບທອດມູນເຊື້ອສາມັກຄີປອງດອງ ປະຊາຊົນບັນດາເຜົ່າ, ນໍ້າໃຈຕໍ່ສູ້ຢ່າງ ຂປລ. ແຫລ່ງຂ່າວຈາກ ແຂວງ ວຽງຈັນ ໃຫ້ຮູ້ວ່າ: ພິທີມອບ-ຮັບ ລົດຮັບສົ່ງຄົນເຈັບຈຳນວນ 10 ຄັນ ລະຫວ່າງ ສະພາປະຊາຊົນແຂວງ ກີຢອງຊັງນຳໂດ ສ ເກົາຫລີ ແລະ ສະພາປະຊາຊົນແຂວງວຽງຈັນ ສປປ ແຂວງວຽງຈັນ ຈັດຂຶ້ນໃນ ຕອນວັນທີ 25 ມີນາ 2024 ໂດຍມີ ທ່ານຄຳພັນສິດທິດຳພາ ເຈົ້າແຂວງ ວຽງຈັນ,ທ່ານປາກແຮຢັງປະທານ ຄະນະກຳມະການກໍ່ສ້າງແລະ ປ້ອງ ກັນອັກຄີໄພ ສະພາປະຊາຊົນ ແຂວງ ກີຢອງຊັງນໍາໂດ ສ ເກົາຫລີ ໃນໂອກາດມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽດຢູ່ ສປປ ລາວ. ໂອກາດນີ້, ທ່ານ ບຸນສອນ ເພັດ ລາວັນ ປະທານສະພາປະຊາຊົນ ແຂວງວຽງຈັນ ໄດ້ສະແດງຄວາມ pa’lk,kfIv’Ia[oadmjv’mjP;wfh1jk’rP’r= d;frq [d= ]tou lq '.lrtpkfw0h g]n vffe 54 d= ]tou 16 j 2 g,n v' c0;'9exkla d ຂອບໃຈຢ່າງສູງ ມາຍັງ ທ່ານ ປາກແຮຢັງ ກໍຄື ສະພາປະຊາຊົນ ແຂວງກີຢອງຊັງນໍາໂດ ສເກົາຫລີ ສະເພາະ ເພື່ອສ້າງຄວາມເຂັ້ມແຂງ ອາຈົມ, ມີບາດແຜຕາມນິ້ວມື, ແຂນ ແລະ ຂາ ໄລຍະເລີ່ມຕົ້ນເປັນບາດ ແຜຂະໜາດນ້ອຍ ແລ້ວກາຍເປັນ ຕຸ່ມຖົງນໍ້າໃສ ໃນໄລຍະ 1-6 ມື້ຈຶ່ງ ກາຍມາເປັນແປ້ວບາດແຜສີດໍາ, ມີ ອາການໄຄບວມບໍລິເວນບາດແຜ ອາດມີອາການບໍ່ຮຸນແຮງ ຫລື ຮຸນ ແຮງໄດ້ ເຊິ່ງເສັ້ນທາງຕິດຕໍ່ເກີດ ຈາກການສໍາຜັດໂດຍກົງກັບສັດທີ່ ຕິດເຊື້ອ, ກິນຊີ້ນສັດທີ່ຕິດເຊື້ອແລະ ຫາຍໃຈເອົາສະປໍ ຂອງເຊື້ອພະຍາດ ແລະ ພາຫະນໍາເຊື້ອ ແມ່ນສັດກິນພືດ ລວມທັງສັດປ່າ ແລະ ສັດລ້ຽງ. ອີງໃສ່ການສອບສວນຕົວຈິງ, ຢູ່ ເມືອງຈຳປາສັກ ແລະ ເມືອງສຸ ຂຸມາ ແຂວງຈໍາປາສັກ ພົບກໍລະນີ ສົງໄສພະຍາດໄຂ້ເລືອດດຳ ໃນຄົນ ເຈັບທັງເກົ່າ ແລະ ໃໝ່ ທັງໝົດ 54 ກໍລະນີ ແລະ ບໍ່ມີກໍລະນີເສຍຊີວິດ. ໃນນັ້ນ, ເມືອງຈໍາປາສັກ ມີ 52 ກໍລະນີ ໃນຈໍານວນ 8 ບ້ານ ແລະ ເມືອງ ສຸຂຸມາ 2 ກໍລະນີ 2 ບ້ານ, ເປັນເພດຊາຍຫລາຍກວ່າເພດຍິງ ແລະ ອາການສ່ວນຫລາຍແມ່ນ ສະແດງອອກທາງຜິວໜັງ ມີຕຸ່ມ ແປ້ວດຳ. ທ່ານ ດຣ ນັນທະສານ ວໍລະວົງ ໄດ້ໃຫ້ຮູ້ອີກວ່າ: ສຳລັບມາດຕະ ການປ້ອງກັນ ແມ່ນໃຫ້ໜ່ວຍງານ ສຸຂະສຶກສາເມືອງ ໃຫ້ຄວາມຮູ້ ກ່ຽວກັບພະຍາດໄຂ້ເລືອດດຳ ແກ່ ປະຊາຊົນໃນບ້ານທີ່ເກີດການລະ ບາດ ແລະ ບ້ານທີ່ມີການກິນງົວ ຕາຍ ເພື່ອບໍ່ໃຫ້ປະຊາຊົນເອົາງົວທີ່ ຕາຍກັບມາກິນອີກ ແລະ ນໍາເອົາຜູ້ ທີ່ກິນຊີ້ນງົວຕາຍ ມາກວດຢູ່ໂຮງໝໍ ເມືອງ ແລະ ກິນຢາ. ພ້ອມນີ້, ໄດ້ໃຫ້ ຂະແໜງກະສິກຳ ເກັບຕົວຢ່າງສັດ ໄປກວດ, ຖ້າມີສັດປ່ວຍ ແລະ ຄົນທີ່ ມີອາການຄ້າຍຄື ກໍໃຫ້ເກັບຕົວຢ່າງ ຕາມຕຸ່ມທີ່ຢູ່ຜິວໜັງ ແລະ ຖ້າມີສັດ ຕາຍ ຫ້າມໃຫ້ປະຊາຊົນເອົາມາກິນ, ພ້ອມທັງແຈ້ງໃຫ້ຂະແໜງກະສິກຳ ຮັບຮູ້ເພື່ອມາກວດສອບ ແລະ ທຳ ລາຍຊາກສັດ. ທີ່ໄດ້ໃຫ້ການຊ່ວຍເຫລືອ ລົດອໍາບູ ລັງຈໍານວນ 10 ຄັນ, ລວມມູນຄ່າ 200.000 ໂດລາ ສະຫະລັດເພື່ອນໍາ ໃຊ້ເຂົ້າໃນວຽກງານສາທາລະນະ ສຸກແຂວງວຽງຈັນໃນຄັ້ງນີ້, ລົດທີ່ ໄດ້ຮັບໃນຄັ້ງນີ້, ຈະໄດ້ມອບໃຫ້ສຸກ ສາລາ ແລະ ອົງການ ທີ່ມີຄວາມຈໍາ ເປັນຈະນໍາໃຊ້ເຂົ້າໃນການນຳສົ່ງ ຄົນເຈັບໄປຫາບ່ອນມີເງື່ອນໄຂ ໂດຍ ສະເພາະແມ່ມານ ແລະ ເດັກເກີດໃໝ່ ເພື່ອເປັນການຫລຸດຜ່ອນອັດຕາການ ເສຍຊີວິດລົງເທື່ອລະກ້າວ. ໃນໄລຜ່ານມາ, ແຂວງວຽງຈັນ ກໍໄດ້ຮັບການຊ່ວຍເຫລືອ ຈາກ ສ ເກົາຫລີ ມາໂດຍຕະຫລອດໃນນັ້ນ, ປະກອບມີ: ມູນນິທິ ໂຣຕາຣີ ສ ເກົາ ຫລີ ໄດ້ຊ່ວຍສ້ອມແປງໂຮງຮຽນ ອານຸບານ-ຫໍພັກຄູ 187 ລ້ານກີບ, ຊ່ວຍສຸກສາລາ 2 ແຫ່ງ 127 ລ້ານ ກີບ, ໂຮງຮຽນສາທາລະນະສຸກ 60 ລ້ານກີບ ແລະ ອຸປະກອນການ ສຶກສາໃຫ້ໂຮງຮຽນຕ່າງໆ, ຊ່ວຍ ຄອບພິມເຕີໂນດບຸກ 20 ໜ່ວຍໃຫ້ ພະແນກສາທາ; ມູນນິທິ ໂກຣບອນ ໄລແຊຣີງ ໄດ້ຊ່ວຍຢາປິ່ນປົວພະ ຍາດໃຫ້ສາທາແຂວງ ຊຸດທີ 1 ເພື່ອ ຈັດສັນໃຫ້ ໂຮງໝໍແຂວງ, ໂຮງໜໍ 11 ເມືອງ ແລະ ສຸກສາລາ 50 ແຫ່ງ ລວມມູນຄ່າ 17 ຕື້ກວ່າກີບ, ຊຸດທີ 2 ມູນຄ່າ 2,9 ຕື້ກວ່າກີບ. ອົງອາດກ້າຫານຂອງກອງທັບ, ປະ ຊາຊົນລາວເຮົາ ແລະ ເພື່ອປຸກລະດົມ ນໍ້າໃຈຮັກຊາດ, ຮັກລະບອບໃໝ່, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງເຊີດຊູບົດບາດ ການນໍາພາຂອງພັກ ພ້ອມກັນປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ. ໂອກາດນີ້, ທ່ານ ວັນນາ ຄໍາສີ ປະເສີດ ໄດ້ເລົ່າຄືນມູນເຊື້ອປະຫວັດ ການສ້າງຕັ້ງພັກ ແລະ ການນຳພາ ຕໍ່ສູ້ກູ້ຊາດຂອງພັກປະຊາຊົນ ປະຕິ ວັດລາວ ໂດຍໄດ້ຍົກໃຫ້ເຫັນວ່າ: ພັກ ປະຊາຊົນ ປະຕິວັດລາວ ໄດ້ຮັບການ ສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ 2 ຂອງພັກກອມມູນິດອິນດູຈີນ ເພື່ອນຳພາປວງຊົນລາວທັງຊາດຕໍ່ ສູ້ກູ້ຊາດ ຕ້ານກັບຈັກກະພັດ ທີ່ເຂົ້າ ມາຮຸກຮານ, ຢຶດຄອງລາວ ເປັນຫົວ ເມືອງຂຶ້ນ ຈົນໄດ້ຮັບໄຊຊະນະປົດ ປ່ອຍປະເທດຊາດ ແລະ ປະກາດ ສ້າງຕັ້ງລະບອບສາທາລະນະລັດ ປະຊາທິປະໄຕປະ ຊາຊົນລາວ ໃນ ວັນທີ 2 ທັນວາ 1975 ເຊິ່ງເປັນ ໄຊຊະນະທີ່ຍິ່ງໃຫຍ່ໃນປະຫວັດຂອງ ການຕໍ່ສູ້ ເພື່ອຍາດເອົາຄວາມເປັນ ເອກະລາດ ແລະ ສິດເປັນເຈົ້າ ຂອງ ປະຊາຊົນລາວບັນດາເຜົ່າ. ຕໍ່ມາ ພັກກໍໄດ້ຮັບມອບໝາຍເພື່ອນຳພາ ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ຢ່າງມີຄວາມ ໝັ້ນຄົງແລະ ຮຸ່ງເຮືອງສີວິໄລ ຕະ ຫລອດມາ. ພ້ອມນີ້, ທ່ານ ນາງ ວັນ ເຈັນຕະ ພູມ ຮອງເຈົ້າເມືອງໆເມິງ ກໍໄດ້ໃຫ້ ຮູ້ວ່າ: ວັນທີ 21 ມີນາ ແມ່ນວັນທີ່ ມີຄວາມໝາຍຄວາມສໍາຄັນທາງ ປະຫວັດສາດຂອງຊາດລາວເຮົາ ເຊິ່ງເປັນວັນທີ່ພວກຈັກກະພັດລ່າ ເມືອງຂຶ້ນ ໄດ້ສ້າງໂສກນາດຕະ ກໍາໃຫ້ແກ່ປະຊາຊົນລາວ ແລະ ພະນັກງານນັກຮົບຂອງລາວເຮົາ ທີ່ເມືອງທ່າແຂກ. ຍ້ອນແນວນັ້ນ, ຕະຫລອດໄລຍະຜ່ານມາ ພັກປະ ຊາຊົນລາວ ແລະ ປະຊາຊົນທຸກ ຊັ້ນຄົນຈຶ່ງໄດ້ຖືເອົາວັນທີ 21 ມີນາ 1946 ເປັນວັນແຫ່ງຄວາມຄຽດ ແຄ້ນຕໍ່ສັດຕູຜູ້ຮຸກຮານນັບແຕ່ ນັ້ນມາ. ໃຫ້ພະນັກງານສ່ວຍສາອາກອນທັງ 14 ຕົວເມືອງ ໃນທົ່ວແຂວງສະຫວັນ ນະເຂດ ໄດ້ແບ່ງຈຸດຝືກອົບຮົບຢູ່ 3 ຈຸດຄື: ຈຸດທີ 1 ເມືອງ ຈຳພອນ, ຈຸດທີ 2 ເມືອງເຊໂປນ ແລະ ຈຸດທີ 3 ແມ່ນສ່ວຍອາກອນແຂວງ. ສຳລັບ ເມືອງຈຳພອນ ຈະມີພະນັກງານ ສ່ວຍສາອາກອນ 5 ຕົວເມືອງຄື: ເມືອງ ຈຳພອນ, ສອງຄອນ, ໄຊ ພູທອງ, ຊົນນະບູລີ ແລະ ເມືອງ ທ່າປາງທອງ ໂດຍຈະໃຊ້ເວລາໃນ ການຝືກອົບຮົມ 4 ວັນ ແຕ່ວັນທີ 26-29 ມີນາ 2024 ເຊິ່ງຫົວຂໍ້ທີ່ ຈະນຳມາເຜີຍແຜ່ ແລະ ຝືກອົບຮົບມີ 6 ຂໍ້ຄື: ວຽກງານຄຸ້ມຄອງສ່ວຍສາ ອາກອນ, ວຽກງານອາກອນລາຍ ໄດ້, ວຽກງານອາກອນມູນຄ່າ ເພີ່ມ, ວຽກງານກວດກາໄລ່ລຽງ, ວຽກງານ ການເງິນ-ບັນຊີ ແລະ ສິ່ງພິມ, ວຽກງານການຫັນເປັນ ທັນສະໄໝ ຫລື ການນຳໃຊ້ເຄື່ອງມື ທັນສະໄໝ.

RkJQdWJsaXNoZXIy MTc3MTYxMQ==