5840

xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** 27/03/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຂປລ. ອົງຄະນະພັກ ຫ້ອງວ່າ ການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ດຳເນີນກອງປະຊຸມຄົບ ຄະນະບໍລິຫານງານພັກ ຄັ້ງທີ 6 ສະ ໄໝທີ V ໃນວັນທີ 20 ມີນາ 2024 ພາຍໃຕ້ການເປັນປະທານຂອງສະ ຫາຍ ອາລຸນໄຊ ສູນນະລາດ, ກຳ ມະການສູນກາງພັກ, ເລຂາຄະນະ ບໍລິຫານງານພັກ, ລັດຖະມົນຕີ, ຫົວ ໜ້າ ຫສນຍ; ມີສະຫາຍ ສີນາວາ ສຸພານຸວົງ ລັດຖະມົນຕີປະຈຳ ສນຍ, ພ້ອມດ້ວຍສະຫາຍ ຮອງເລຂາຄະ ນະພັກ, ສະຫາຍ ປະທານກວດກາ ຄະນະພັກ, ບັນດາສະຫາຍຄະນະບໍ ລິຫານງານພັກ, ເລຂາ-ຮັກສາການ ເລຂາຄະນະພັກຮາກຖານ, ໜ່ວຍ ພັກຮາກຖານ ແລະ ປະທານ-ເລຂາ ອົງການຈັດຕັ້ງມະຫາຊົນ ຫສນຍ ເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມ ເພື່ອ ຕີລາຄາຜົນການຈັດຕັ້ງປະຕິບັດ ມະຕິກອງປະຊຸມຄົບຄະນະບໍລິຫານ ງານພັກ ຫສນຍ ຄັ້ງທີ 5 ສະໄໝທີ V; ຜ່ານຮ່າງບົດສະຫລຸບຕີລາຄາ ການນໍາພາ-ຊີ້ນຳວຽກງານປະຈຳ ໄຕມາດ I ປີ 2024 ແລະ ກຳນົດ ທິດທາງແຜນການປະຈໍາໄຕມາດ II ປີ 2024 ຂອງຄະນະບໍລິຫານ ງານພັກ ຫສນຍ. ພ້ອມກັນນີ້ ເພື່ອ ເຜີຍແຜ່ເຊື່ອມຊຶມບັນດາເອກະສານ ສຳຄັນຂອງພັກ ເປັນຕົ້ນບົດໂອ້ລົມ ຂອງສະຫາຍເລຂາທິການໃຫຍ່, ປະ ທານປະເທດຕໍ່ກອງປະຊຸມສະຫລຸບ ວຽກງານການເງິນປະຈຳປີ 2023 ແລະ ທິດທາງ ປີ 2024; ບົດໂອ້ ລົມຂອງສະຫາຍຜູ້ປະຈໍາການຄະ ນະເລຂາທິການສູນກາງພັກ, ຮອງ ປະທານປະເທດ ຕໍ່ກອງປະຊຸມສະ ຫລຸບວຽກງານກໍ່ສ້າງພັກ-ພະນັກ ງານ ແລະ ປັບປຸງກົງຈັກການຈັດ ຕັ້ງທົ່ວປະເທດ ປະຈຳປີ 2023; ຄໍາ ແນະນໍາຂອງຄະນະຈັດຕັ້ງສູນກາງ ພັກ ສະບັບເລກທີ 13/ຄຈສພ, ລົງວັນທີ 11 ມັງກອນ 2024 ກ່ຽວ ກັບການຈັດຕັ້ງປະຕິບັດມະຕິຂອງ ກົມການເມືອງສູນກາງພັກ ວ່າດ້ວຍ ການເລືອກເຟັ້ນແຕ່ງຕັ້ງ, ສັບປ່ຽນ ໜ້າທີ່ຂອງພະນັກງານນຳພາ-ຄຸ້ມ ຄອງ; ຄຳແນະນຳຂອງຄະນະຈັດ ຕັ້ງສູນກາງພັກ ສະບັບເລກທີ 14/ ຄຈສພ,ລົງວັນທີ11ມັງກອນ2024 ກ່ຽວກັບການຈັດຕັ້ງປະຕິບັດມະຕິ ຂອງກົມການເມືອງສູນກາງພັກ ວ່າດ້ວຍການຕີລາຄາພະນັກງານ; ຮັບຟັງລາຍງານຜົນການຈັດຕັ້ງຜັນ ຂະຫຍາຍຂອງລັດຖະບານກ່ຽວກັບ ເສດຖະກິດ ເອກະລາດ ເປັນເຈົ້າຕົນ ເອງ (ສອຈ); ລາຍງານຜົນການ ຈັດຕັ້ງຜັນຂະຫຍາຍ ຂອງ ຫສນຍ ກ່ຽວກັບເສດຖະກິດເອກະລາດເປັນ ເຈົ້າຕົນເອງ(ສອຈ)ແລະ ລາຍງານ ກ່ຽວກັບການປັບປຸງການຈັດຕັ້ງ ພັກພາຍໃນອົງຄະນະພັກ ຫສນຍ. ໃນຕອນທ້າຍ, ສະຫາຍປະທານ ກອງປະຊຸມໄດ້ໃຫ້ກຽດມີຄຳເຫັນ ໂອ້ລົມ ແລະ ຍົກໃຫ້ເຫັນຜົນສຳ ເລັດອັນພົ້ນເດັ່ນ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ຕໍ່ການນຳພາ-ຊີ້ ນຳຂອງຄະນະບໍລິຫານງານພັກໃນ ໄລຍະຜ່ານມາ, ລວມທັງໜ້າວຽກ ຈຸດສຸມຈຳນວນໜຶ່ງ ທີ່ອົງຄະນະ ພັກ ຫສນຍ ຈະຕ້ອງໄດ້ສືບຕໍ່ເອົາໃຈ ໃສ່ປັບປຸງແກ້ໄຂ ເພື່ອພ້ອມກັນຫັນ ປ່ຽນ ແລະ ຈັດຕັ້ງປະຕິບັດໃຫ້ປະ ກົດຜົນເປັນຈິງຕາມແຜນການທີ່ໄດ້ ກຳນົດໄວ້ ເຊິ່ງຜົນງານອັນພົ້ນເດັ່ນ ແມ່ນອົງຄະນະພັກ ຫສນຍ ໄດ້ລົງ ເລິກເອົາໃສ່ໃຈສ້າງພະນັກງານ *** ອ່ານຕໍ່ສະບັບໜ້າ *** *** ຕໍ່ຈາກສະບັບກ່ອນ*** *** ອ່ານຕໍ່ສະບັບໜ້າ *** ສາມາຄົມໂຮງແຮມ... vq '7totra d slop fegou odv'xt-5 , 7q [7tot[= ]y sko'kora d 7A 'mu 6 ltw\mu V ກັບທີ່ໄດ້ 100% ແລະ ສ້າງພະນັກ ງານເພດຍິງໃຫ້ຢູ່ໃນຂັ້ນຕຳແໜ່ງ ພະນັກງານນຳພາຄຸ້ມຄອງ ຈຳນວນ ເພີ່ມຂຶ້ນລື່ນຄາດໝາຍທີ່ກຳນົດໄວ້ ເກືອບທຸກຕຳແໜ່ງ; ໄດ້ລົງເລິກເອົາ ໃຈໃສ່ວຽກງານຫັນເປັນທັນສະໄໝ ເພື່ອຜັນຂະຫຍາຍ 3 ເສົາຄໍ້າ ຂອງ ວຽກງານຫັນເປັນດີຈິຕອນຂອງ ສປປ ລາວ. ໃນນີ້, ໄດ້ຕິດຕັ້ງລະບົບ ສະແກນຄົນເຂົ້າ-ອອກສຳນັກງານ, ຕິດຕັ້ງລະບົບ QR-code ຕິດຕາມ ລົດເຂົ້າ-ອອກແບບອັດຕະໂນມັດ, ຈັດສັນອຸປະກອນໄອທີ (ໂນດບຸກ) ໃຫ້ພະນັກງານນຳໃຊ້ເຂົ້າໃນການ ຫັນເປັນທັນສະໄໝ ແລະ ອື່ນໆ ທັງເປັນການປະກອບສ່ວນຜັນຂະ ຫຍາຍຄຳຂວັນ 3 ດີ ແລະ ທິດ 3 ຫັນ ຂອງ ຫສນຍ ໃຫ້ປະກົດຜົນເປັນຈິງ. ອັນສໍາຄັນ, ສະຫາຍເລຂາຄະນະບໍ ລິຫານງານພັກ ຫສນຍ ໄດ້ເນັ້ນໃຫ້ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ບັນດາຄະນະບໍລິຫານງານພັກ, ຄະນະພັກຮາກຖານ, ໜ່ວຍພັກຮາກ ຖານ ເພີ່ມທະວີຄວາມເປັນແບບ ຢ່າງ, ມູນເຊື້ອການນໍາພາທີ່ເຮັດໄດ້ ດີ; ສຸມໃສ່ການສ້າງຄວາມສາມັກ ຄີເປັນເອກະພາບພາຍໃນໃຫ້ໜັກ ແໜ້ນກວ່າເກົ່າ; ເພີ່ມທະວີການນໍາ ພາ, ສຶກສາອົບຮົມການເມືອງແນວ ຄິດຂອງສະມາຊິກພັກ-ພະນັກງານ ເພື່ອໃຫ້ມີການຫັນປ່ຽນຕາມທິດ 3 ຫັນ ຄື ຫັນປ່ຽນທາງດ້ານ ແນວຄິດ, ນຳພາໃນການປັບປຸງແບບແຜນວິທີ ເຮັດວຽກ ໂດຍໃຫ້ມີແຜນການຄັກ ແນ່, ຫັນປ່ຽນດ້ານຂອດຂັ້ນ ໂດຍ ການຫລຸດຜ່ອນຂັ້ນຂອດດ້ານການ ແກ້ໄຂວຽກງານ; ໃຫ້ຄະນະພັກແຕ່ ລະຂັ້ນນຳເອົາເນື້ອໃນເອກະສານ ແລະ ຜົນກອງປະຊຸມຄັ້ງນີ້ໄປເຜີຍ ແຜ່; ສືບຕໍ່ສຸມໃສ່ກະກຽມກອງປະ ຊຸມໃຫຍ່ 3 ຂັ້ນ ແລະ ກອງປະຊຸມ ໃຫຍ່ຂອງຕົນ ຕາມຄຳແນະນຳ ແລະ ລະບຽບການຢ່າງເຂັ້ມງວດ ແນໃສ່ ໃຫ້ສຳເລັດຕາມແຜນທີ່ກຳນົດໄວ້. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. g-g;a ovu g]g;a o 0tspkplk0k16j ot7voxkdg- *ຮ້ານເຊເວັນອີເລເວັນ (7- Eleven) ສາຂາບ້ານສະໜາມ ໄຊ ໃນນະຄອນປາກເຊ ແຂວງຈຳ ປາສັກ ເປີດໃຫ້ບໍລິການແລ້ວ ຖືເປັນ ສາຂາທີ່ຕັ້ງຢູ່ຕ່າງແຂວງສາຂາທຳ ອິດໃນ ສປປ ລາວ ກ່ອນໜ້ານີ້ ບໍລິ ສັດ ຊີພີອໍລາວ ຈຳກັດ. ໃນກຸ່ມຊີພີ ອໍ ໄດ້ເປີດດຳເນີນການຮ້ານຄ້າ ເຊ ເວັາອີເລເວັນມາແລ້ວ 3 ສາຂາ ໃນນະຄອນຫລວວງວຽງຈັນ. ນະຄອນປາກເຊ ເປັນເມືອງທີ່ມີ ຄວາມສຳຄັນທາງເສດຖະກິດຂອງ ແຂວງຈຳປາສັກ ແລະ ຖືເປັນສູນ ກາງທາງເສດຖະກິດໃນພາກໃຕ້ ຂອງລາວ, ມີສັກກາຍະພາບສູງ ໂດຍສະເພາະດ້ານການທ່ອງທ່ຽວ. ການທີ່ເຊເວັນ ອີເລເວັນ ເຊິ່ງເປັນທຸ ລະກິດບໍລິການສ່ວນໜຶ່ງໃນພາກ ການທ່ອງທ່ຽວເຂົ້າໄປເປີດດຳເນີນ ການ ເພື່ອເປັນອີກໜຶ່ງທາງເລືອກ ໃຫ້ຜູ້ບໍລິໂພກໄດ້ມີໂອກາດເຂົ້າເຖິງ ສິນຄ້າ ແລະ ການບໍລິການທີ່ມີຄຸນ ນະພາບ ໂດຍສະເພາະໃນປີທ່ອງ ທ່ຽວລາວ ຫລື Visit Laos Year 2024 ຈະເປັນການຊ່ວຍສ້າງຄວາມ ຈະເລີນທາງເສດຖະກິດຂອງປະ ເທດ ຍົກລະດັບຄຸນນະພາບຊີວິດ ຂອງປະຊາຊົນ. ເຊເວັນ ອີເລເວັນ ສາຂາບ້ານ ສະໜາມໄຊ ຍັງມີຈຸດເດັ່ນດ້ວຍສິນ ຄ້າອຸປະໂພກບໍລິໂພກທີ່ໄດ້ມາດຕະ ຖານ ໂດຍສະເພາະສິນຄ້າຍອດນິ ຍົມມີຈຳໜ່າຍສະເພາະທີ່ຮ້ານເທົ່າ ນັ້ນເຊັ່ນ Slurpee ເຄື່ອງດື່ມຊົງສົດ All Café ສິນຄ້າອົບສົດ ແລະ ອາ ຫານພ້ອມຮັບປະທານ ເພື່ອຕອບ ສະໜອງຄວາມຕ້ອງການໃຫ້ຜູ້ບໍລິ ໂພກທຸກເພດທຸກໄວ. ພ້ອມກັນນີ້, ຍັງ ເປັນອີກໜຶ່ງຊ່ອງທາງໃນການສະ ໜັບສະໜູນສິນຄ້າທ້ອງຖິ່ນຂອງຜູ້ ປະກອບການລາວ ເພື່ອສ້າງວຽກ ງານ, ສ້າງອາຊີບ ມອບໂອກາດໃນ ການເຕີບໃຫຍ່ຢ່າງຢືນຍົງຮ່ວມກັນ ຕາມແນວທາງ 3 ປະໂຫຍດຂອງ ເຄືອຈະເລີນໂພກກະພັນ ຄື: ເພື່ອ ປະໂຫຍດແກ່ປະເທດຊາດປະຊາຊົນ ແລະ ອົງກອນ ທີ່ຍຶດຖືໃນການດຳ ເນີນທຸລະກິດຕະຫລອດມາ. ກະຊວງພາຍໃນລາວ... ສະຫລອງວັນສຸຂະພາບໂລກ... ຂປລ. ກອງປະຊຸມພົບປະສອງ ຝ່າຍ ລະຫວ່າງ ກະຊວງພາຍໃນ ແຫ່ງ ສປປ ລາວ ແລະ ກະຊວງພາຍ ໃນ ແຫ່ງ ສສ ຫວຽດນາມ ໂດຍ ການເປັນປະທານຮ່ວມຂອງທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະ ຊວງພາຍໃນ ແຫ່ງ ສປປ ລາວ ແລະ ທ່ານ ນາງ ຟ່າມ ທິ ແທັງຈ່າ ລັດຖະມົນຕີກະຊວງພາຍໃນ ແຫ່ງ ສສ ຫວຽດນາມ, ມີເອກອັກຄະລັດ ຖະທູດ ສສ ຫວຽດນາມ ປະຈຳ ລາວ, ຮອງລັດຖະມົນຕີ, ຄະນະຜູ້ ແທນທັງສອງກະຊວງເຂົ້າຮ່ວມ. ໂອກາດນີ້, ທ່ານ ທອງຈັນ ມະນີໄຊ ໄດ້ຕ້ອນຮັບຢ່າງອົບອຸ່ນ ແລະ ສະໜິດສະໜົມບົນຈິດໃຈຖານ ມິດສະຫາຍອ້າຍນ້ອງຕໍ່ທ່ານລັດຖະ ມົນຕີກະຊວງພາຍໃນ ສສ ຫວຽດ ນາມ ພ້ອມດ້ວຍຄະນະທີ່ມາເຄື່ອນ ໄຫວຢ້ຽມຢາມແລະຮ່ວມເຮັດວຽກ ກັບກະຊວງພາຍໃນຄັ້ງນີ້, ພ້ອມທັງ ໄດ້ລາຍງານການຈັດຕັ້ງປະຕິບັດ ວຽກງານທີ່ເປັນວຽກບຸລິມະສິດ ຈຸດສຸມຂອງ ກະຊວງພາຍໃນ ສປປ ລາວ ເປັນຕົ້ນ ວຽກງານວຽກງານ ປັບປຸງກົງຈັກ ໄດ້ຄົ້ນຄວ້າປັບປຸງ ກົງຈັກການຈັດຕັ້ງບັນດາກະຊວງ, ອົງການ ແລະ ທ້ອງຖິ່ນ ຕິດພັນກັບ ການກໍານົດຕໍາແໜ່ງງານຕາມທິດ ກະທັດຮັດ, ແທດເໝາະກັບຕົວຈິງ ເຮັດໃຫ້ການປັບປຸງກົງຈັກແຕ່ສູນ ກາງລົງຮອດທ້ອງຖິ່ນໄປຕາມທິດ ທີ່ວ່າ: ການຈັດຕັ້ງໜຶ່ງ ແລະ ພະນັກ ງານຜູ້ໜຶ່ງ ຕ້ອງຮັບຜິດຊອບຫລາຍ ວຽກ. ບົນພື້ນຖານທິດນຳດັ່ງກ່າວ ນີ້, ຈຶ່ງໄດ້ປັບປຸງພາລະບົດບາດສັບຊ້ອນບາງວຽກງານຂອງບັນດາ ກະຊວງ, ອົງການການຈັດຕັ້ງລັດ ຂັ້ນສູນກາງ ແລະ ທ້ອງຖິ່ນຄືນໃໝ່ ໂດຍໄດ້ໂຮມກົງຈັກການຈັດຕັ້ງທີ່ ມີພາລະບົດບາດໃກ້ຄຽງກັນເຂົ້າ, ເຮັດໃຫ້ກົງຈັກການຈັດຕັ້ງຂອງ ລັດຖະບານຫລຸດລົງຈາກ 21 ພາກ ສ່ວນໃນເມື່ອກ່ອນມາເປັນ 19 ພາກ ສ່ວນ, ກົງຈັກການຈັດຕັ້ງຂັ້ນກົມ ສາມາດຫລຸດລົງໄດ້ 43 ກົມ, ຂັ້ນ ພະແນກຫລຸດລົງ 136 ພະແນກ, ກົງຈັກຂັ້ນພະແນກການຂັ້ນ ແຂວງ ຫລຸດລົງ 308 ຂະແໜງ ແລະ ກົງຈັກການຈັດຕັ້ງຂັ້ນເມືອງຫລຸດ ລົງ 2.253 ໜ່ວຍງານ. ພ້ອມດຽວ ນັ້ນ, ໄດ້ປັບປຸງວຽກງານບໍລິການ ຜ່ານປະຕູດຽວໃຫ້ມີຄຸນະພາບກວ່າ ເກົ່າ ເພື່ອໃຫ້ປະຊາຊົນໄດ້ເຂົ້າເຖິງ ການບໍລິການໄດ້ວ່ອງໄວ ແລະ ສະດວກງ່າຍດາຍ ຊຶ່ງສາມາດຂະ ຫຍາຍສູນບໍລິການຜ່ານປະຕູດຽວ ເພີ່ມຕື່ມ 9 ແຫ່ງ, ຈາກ 43 ສູນ ໃນ ປີ 2020 ມາເປັນ 55 ສູນ ໃນປີ 2023 ໃນນັ້ນຢູ່ຂັ້ນແຂວງມີ 20 ແຫ່ງ ແລະ ຂັ້ນເມືອງມີ 35 ແຫ່ງ, ສາມາດປະຕິບັດໄດ້ລື່ນຄາດໝາຍ ຕາມທີ່ໄດ້ກຳນົດໃນວາລະແຫ່ງ ຊາດ (ຄາດໝາຍ ແຜນການ 5 ປີ ແຕ່ປີ 2021-2025 ແມ່ນ 58 ແຫ່ງ); ວຽກງານຄຸ້ມຄອງພະນັກ ງານ-ລັດຖະກອນ ໄດ້ຄົ້ນຄວ້ານະ ໂຍບາຍຫລຸດຜ່ອນຈຳນວນພະ ນັກງານ-ລັດຖະກອນ ຢູ່ໃນບັນດາ ກົງຈັກການຈັດຕັ້ງຂອງພັກ-ລັດ ໃຫ້ມີຄວາມກະທັດຮັດ, ຄ່ອງຕົວ ໂດຍການເປັນປະທານຮ່ວມຂອງ ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະ ສຸກ, ທ່ານ ດຣ ທິມ ອາມສະຕຣອງ ຮັກສາການຜູ້ຕາງໜ້າອົງການອະ ນາໄມໂລກ ປະຈໍາ ສປປ ລາວ, ມີ ຕາງໜ້າຈາກບັນດາກະຊວງອົງ ການຈັດຕັ້ງສາກົນ ປະຈໍາ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນພິທີ, ໄດ້ເຜີຍແຜ່ກົດໝາຍວ່າ ດ້ວຍສາທາລະນະສຸກ ສະບັບສ້າງ ໃໝ່ ເຊິ່ງເປັນຂີດໝາຍຄວາມສໍາ ເລັດອັນໜຶ່ງ ເຊິ່ງການສະເຫລີມ ສະຫລອງໄດ້ເນັ້ນຢໍ້າເຖິງບົດບາດ ຂອງບັນດານິຕິກໍາໃນການຮັບ ປະກັນສິດໃນການເຂົ້າເຖິງການ ບໍລິການສຸຂະພາບຂອງປະຊາຊົນ ທຸກຄົນ. ທ່ານດຣບຸນແຝງພູມມະໄລສິດ ໄດ້ກ່າວວ່າ: ມື້ນີ້ຖືເປັນໂອກາດສໍາ ຄັນໃຫ້ແກ່ລະບົບສາທາລະນະສຸກ ຂອງ ສປປ ລາວ ເນື່ອງຈາກເປັນມື້ ທີ່ພວກເຮົາມາຮ່ວມກັນສະເຫລີມ ສະຫລອງຜົນສໍາເລັດໃນການພັດ ທະນາກົດໝາຍວ່າດ້ວຍສາທາລະ ນະສຸກ ໃນປີ 2023, ກົດໝາຍສະ ບັບນີ້ ໄດ້ກໍານົດຢ່າງຈະແຈ້ງກ່ຽວ ກັບຂອບການຈັດຕັ້ງປະຕິບັດວຽກ ງານຂອງແຕ່ລະພາກສ່ວນທີ່ນອນ ໃນຂະແໜງສາທາລະນະສຸກ, ພ້ອມ ທັງສ້າງຕັ້ງຫົວໜ່ວຍຮັບຜິດຊອບ ໃນການປະສານງານ ແລະ ໃຫ້ບໍລິ ການດ້ານສາທາລະນະສຸກຕ່າງໆ ແລະ ກົດໝາຍສະບັບນີ້ ຍັງໄດ້ເປັນ ພື້ນຖານໃຫ້ແກ່ການເສີມຂະຫຍາຍ ວຽກງານນິຕິກໍາໃນຂົງເຂດສາທາ ລະນະສຸກໃນອະນາຄົດ ອີກດ້ວຍ. ທ່ານ ດຣ ທິມ ອາມສະຕຣອງ ໄດ້ກ່າວວ່າ: ເປັນເວລາ 75 ປີແລ້ວ ທີ່ອົງການອະນາໄມໂລກໄດ້ຍົກໃຫ້ ເຫັນສິດໃນການເຂົ້າເຖິງການບໍລິ ການສຸຂະພາບເປັນດັ່ງໝາກຫົວໃຈ ຂອງວຽກງານຂອງອົງການອະນາ ໄມໂລກການຈະສ້າງໃຫ້ທຸກຄົນສຸ ຂະພາບດີ ແມ່ນຕິດພັນກັບສິດໃນ ການເຂົ້າເຖິງການບໍລິການສຸຂະ ພາບ, ໝາຍຄວາມວ່າ ເຮົ າຈະບໍ່ສາ ມາດບັນລຸເປົ້າໝາຍທາງສຸຂະພາບ ນັ້ນໆໄດ້ ຖ້າເຮົາບໍ່ມີນິຕິກໍາຮອງ ຮັບ. ພ້ອມນີ້, ທ່ານຍັງໄດ້ສະແດງ ຄວາມຊົມເຊີຍມາຍັງກະຊວງສາ ທາລະນະສຸກ ຕໍ່ກັບຜົນສໍາເລັດໃນ ວຽກງານນີ້ ໂດຍສະເພາະການຮັບ ຮອງເອົາກົດໝາຍວ່າດ້ວຍສາທາ ລະນະສຸກ ສະບັບໃໝ່ນີ້. ແລະ ມີປະສິດທິພາບສູງກວ່າເກົ່າ ຕາມທິດຊີ້ນໍາຂອງລັດຖະບານ ດ້ວຍການຈຳກັດໂກຕາລັດຖະກອນ ໃນແຕ່ລະປີໃຫ້ໜ້ອຍລົງຖ້າທຽບ ໃສ່ຈຳນວນ ໂກຕາລັດຖະກອນໃນ ປີ 2021 ຈໍານວນ 1.600 ຄົນ, ປີ 2022 ຈໍານວນ 1.300 ຄົນ, ປີ 2023 ຈໍານວນ 800 ຄົນ. ສາມາດ ຫລຸດຜ່ອນຈໍານວນລັດຖະກອນ ທົ່ວປະເທດໄດ້ຈາກ176.151 ຄົນ ໃນປີ 2021 ມາເປັນຈໍານວນ 172.341 ຄົນ ແລ ະ ໃນປີ 2023 ຫລຸດລົງ 3.810 ຄົນ ເມື່ອທຽບກັບ ຈໍານວນປະຊາກອນແມ່ນຫລຸດ ຈາກ 2.40% ເຫລືອພຽງ 2.28% ໃນໄລຍະ 3 ປີ. ພ້ອມດຽວກັນນັ້ນ, ກໍໄດ້ຄົ້ນຄວ້າການປ່ຽນຊື່ຕໍາແໜ່ງ ບໍລິຫານ-ການປົກຄອງ, ຊື່ເອີ້ນຕໍາ ແໜ່ງວິຊາການຢູ່ຂົງເຂດຕ່າງໆ ພ້ອມທັງກົນໄກ ແລະ ລະບອບການ ເຄື່ອນຍ້າຍ, ຫັນພະນັກງານຈາກ ສູນກາງລົງສູ່ທ້ອງຖິ່ນ ແລະ ທ້ອງ ຖິ່ນມາຢູ່ສູນກາງ; ຄົ້ນຄວ້າລະບຽບ ການ, ນະໂຍບາຍເງິນເດືອນ, ເງິນ ອຸດໜູນໃຫ້ແກ່ພະນັກງານ-ລັດຖະ ກອນ ແລະ ປະຕິບັດນະໂຍບາຍສົ່ງ ເສີມວິຊາການຕໍ່ພະນັກງານທີ່ມີຜົນ ງານໃນການປະຕິບັດໜ້າທີ່ໄດ້ມີປະ ສິດທິພາບ; ໄດ້ສົມທົບກັບບັນດາ ແຂວງ, ນະຄອນຫລວງວຽງຈັນ ແກ້ໄຂບັນຫາເຂດແດນເຊື່ອມຕໍ່ລະ ຫວ່າງ ນະຄອນຫລວງວຽງຈັນ ກັບແຂວງ, ແຂວງກັບແຂວງ ໃນ ຂອບເຂດທົ່ວປະເທດ, ມາເຖິງປັດ ຈຸບັນສາມາດແກ້ໄຂບັນຫາເຂດ ແດນເຊື່ອມຕໍ່ໃນທົ່ວປະເທດສຳເລັດ 100%; ໄດ້ລົງເກັບກໍາຂໍ້ມູນຢູ່ ທ້ອງຖິ່ນ ເພື່ອເປັນບ່ອນອີງໃຫ້ແກ່ ການສຶກສາຄວາມເປັນໄປໄດ້ໃນ ການຄົ້ນຄວ້າສ້າງຕັ້ງກົງຈັກການ ປົກຄອງຕ່ຳສຸດຢູ່ຂັ້ນຮາກຖານ ດ້ວຍການສ້າງຕັ້ງຕາແສງຄືນໃໝ່ ໃຫ້ສອດຄ່ອງກັບສະພາບການ ໃໝ່ເປັນຂອດລະຫວ່າງກາງຂອງ ຂັ້ນບ້ານກັບເມືອງໝາຍວ່າລະບົບ ການປົກຄອງຂອງ ສປປ ລາວ ມີ 3 ຂັ້ນຄື: ຂັ້ນແຂວງ, ເມືອງ ແລະ ຕາ ແສງ, ສ່ວນບ້ານແມ່ນການ ຈັດຕັ້ງ ຊຸມຊົນ; ພ້ອມນີ້,ໄດ້ຄົ້ນຄວ້າສ້າງ ຮ່າງດໍາລັດວ່າດ້ວຍການຫັນຫົວ ໜ່ວຍວິຊາການກຸ້ມຕົນເອງດ້ານງົບ ປະມານ ແລະ ຮ່າງດໍາລັດວ່າດ້ວຍ ພາລະກອນ. ພ້ອມກັນນັ້ນ ກໍໄດ້ລົງ ເກັບກໍາຂໍ້ມູນຫົວໜ່ວຍວິຊາການ ຈໍານວນ 5 ຫົວໜ່ວຍວິຊາການ ທີ່ມີລາຍຮັບຕາມລັດຖະບານຕົກ ລົງທົດລອງຫັນໄປກຸ້ມຕົນເອງທາງ ດ້ານງົບປະມານຂອງ 2 ກະຊວງ ຄື: ກະຊວງສຶກສາທິການ ແລະ ກິ ລາ, ມີ 2 ຫົວໜ່ວຍຄື: ມະຫາວິທະ ຍາໄລແຫ່ງຊາດ ແລະ ວິທະຍາໄລ ເຕັກນິກປາກປ່າສັກ; ກະຊວງສາ ທາລະນະສຸກມີ 3 ຫົວໜ່ວຍຄື: ໂຮງໝໍມະໂຫສົດ; ໂຮງໝໍມິດຕະ ພາບ ແລະ ໂຮງໝໍເສດຖາ ແລະ ໄດ້ລົງເກັບກໍາຂໍ້ມູນຫົວໜ່ວຍວິຊາ ການທີ່ມີລາຍຮັບ ຢູ່ບັນດາກະຊວງອົງການ ຈໍານວນ 17 ພາກສ່ວນ ມີ 105 ຫົວໜ່ວຍ. ຜ່ານການຄົ້ນຄວ້າ ມີ 53 ຫົວໜ່ວຍທີ່ສາມາດຫັນໄປ ກຸ້ມຕົນເອງທາງດ້ານງົບປະມານ. ນອກຈາກນີ້, ກະຊວງພາຍໃນ ສປປ ລາວ ແລະ ກະຊວງພາຍໃນ ສສ ຫວຽດນາມ ຍັງມີການຮ່ວມມື ສອງຝ່າຍຕາມເນື້ອໃນບົດບັນທຶກ ການຮ່ວມມື ຄື: ວຽກງານຄຸ້ມຄອງ ຫົວໜ້າໜ່ວຍວິຊາການ ແລະ ພາ ລະກອນ, ວຽກງານຄຸ້ມຄອງເອກະ ສານ, ວຽກງານແຂ່ງຂັນ-ຍ້ອງຍໍ, ການຈັດຕັ້ງປະຕິບັດໂຄງການຫັນ ການຄຸ້ມຄອງບໍລິການລັດໄປສູ່ທັນ ສະໄໝ (e-Government) ໃຫ້ ແກ່ກະຊວງພາຍໃນ ສປປ ລາວ ແລະ ທຶນຝຶກອົບຮົມ 15 ທຶນ ໄປຝຶກ ອົບຮົມໄລຍະສັ້ນກ່ຽວກັບວຽກ ງານສາສະໜາ ຢູ່ ສສ ຫວຽດນາມ.

RkJQdWJsaXNoZXIy MTc3MTYxMQ==