5840

xtgmf]k; 3 27/03/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me xu oU g,n v'm5 ]t7q , 9tsa odkozt]y fdtly de wxl6j 75 ootrk[.\j ບົດສະເໜີ ໂດຍ: ເຂົ້າຈານນໍ້າ -u ;y fdkogxa o16j fu 0B o ph vo4n gvq kdkox6 dza dgxa oly o7h k ra dgIq k g;]k.fd= pb f\A oco;mk' xj Pocx'.\j Iv[fh ko c]t ,u s]a ddko ຂ່າວ: ຄຳອ້າຍ ທອງວັນ (ຊົມເຊີຍ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ) * ສະຫາຍ ພັນເອກ ຈັນທາ ບຸນ ນະວົງ ກຳມະການຄະນະພັກກົມ ໃຫຍ່, ເລຂາຄະນະພັກ, ຫົວໜ້າ ຫ້ອງການເມືອງ ກົມໃຫຍ່ເສນາທິ ການກອງທັບ ໄດ້ສະແດງຄວາມຮູ້ ສຶກຂອງຕົນຕໍ່ກັບການເຕີບໃຫຍ່ ຂະຫຍາຍຕົວຂອງພັກປະຊາຊົນ ປະຕິວັດລາວ ເນື່ອງໃນໂອກາດ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດ ລາວ ຄົບຮອບ 69 ປີ ວ່າ: ການກໍາ ເນີດຂຶ້ນຂອງພັກປະຊາຊົນປະຕິວັດ ລາວ ໃນວັນທີ 22 ມີນາ 1955 ແມ່ນບາດລ້ຽວປະຫວັດສາດທີ່ສໍາ ຄັນຂອງການປະຕິວັດລາວ ເພາະ ວ່າພັກໄດ້ນໍາພາປວງຊົນລາວທັງ ຊາດຕໍ່ສູ້ກູ້ຊາດ ຕ້ານການຮຸກຮານ ຂອງຕ່າງຊາດຈົນຍາດໄດ້ຜົນສໍາ ເລັດ ແລະ ສະຖາປະນາສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຂຶ້ນໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ. ນັບແຕ່ມື້ກໍາ * ເມືອງທຸລະຄົມ ກໍ່ແມ່ນເມືອງໜຶ່ງ ຂອງແຂວງວຽງຈັນທີ່ມີທ່າແຮງທາງ ດ້ານການຜະລິດ ທັງແມ່ນເມືອງອູ່ ເຂົ້າອູ່ປາກໍ່ວ່າໄດ້ ເຊິ່ງໄລຍະຜ່ານມາ ເມືອງດັ່ງກ່າວໄດ້ເອົາໃຈໃສ່ຫັນພະນັກ ງານລົງໃກ້ຊິດຕິດແທດປະຊາຊົນໃນ ການທຳການຜະລິດປູກ-ລ້ຽງ ເພື່ອສະ ໜອງອາຫານໃຫ້ແກ່ພາຍໃນແລະ ເປັນ ສິນຄ້າສົ່ງອອກໄປຕ່າງເມືອງຕ່າງ ແຂວງບໍ່ໜ້ອຍ. ດ້ວຍຜົນງານ ແລະ ປະ ສົບການຜ່ານມານັ້ນ ປີນີ້ ເຈົ້າໜ້າກ່ຽວ ຂ້ອງຈະສືບຕໍ່ຮັກສາມູນເຊື້ອຕິດພັນກັບ ການພັດທະນາພະນັກງານວິຊາການ ໃຫ້ດີຂຶ້ນກວ່າເກົ່າ ເພື່ອຫັນການຜະລິດ ໄປສູ່ຄຸນນະພາບໃໝ່ ແລະ ມີຄວາມຍືນ ຍົງຕະຫລອດໄປ ເພື່ອເປັນການປະ ກອບສ່ວນແກ້ໄຂຄວາມທຸກຍາກໃຫ້ ນັບມື້ຫລຸດລົງ. ທ່ານ ຄຳສອນ ກຸນນະວົງ ຮັກສາ ການ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງທຸລະຄົມ ໄດ້ຍົກໃຫ້ເຫັນ ວ່າ: ປີຜ່ານມານີ້, ພະນັກງານທຸກຂະ ແໜງການຂອງຫ້ອງການຕົນໄດ້ຕັ້ງ ໜ້າປະຕິບັດໜ້າທີ່ຢ່າງຫ້າວຫັນສາມາດ ຍາດໄດ້ຜົນງານພົ້ນເດັ່ນຫລາຍດ້ານ ດ້ວຍການຜັນຂະຫຍາຍແລະຈັດຕັ້ງປະ ຕິບັດ ແຜນພັດທະນາເສດຖະກິດ-ສັງ ຄົມຂອງເມືອງແລະທິດທາງແຜນການ ເຄື່ອນໄຫວວຽກງານທີ່ວາງອອກ, ເອົາ ໃຈໃສ່ຊີ້ນໍາ-ນໍາພາພະນັກງານ ລົງຊຸກ ຍູ້ການຜະລິດກະສິກໍາດ້ານສະບຽງອາ ຫານ ແລະ ຜະລິດເປັນສິນຄ້າ ໂດຍໄດ້ ຫັນເອົາພະນັກງານວິຊາການ, ສົ່ງເສີມ ດ້ານເຕັກນິກຕ່າງໆເຂົ້າໃສ່ການຜະລິດ ຂອງປະຊາຊົນ ອັນສາມາດຍົກສະມັດ ເນີດເປັນຕົ້ນມາ ພັກປະຊາຊົນປະ ຕິວັດລາວ ຍາມໃດກໍຕັ້ງໜ້າປັບປຸງ ກໍ່ສ້າງຕົນເອງໃຫ້ມີຄວາມປອດໃສ ເຂັ້ມແຂງໜັກແໜ້ນບົນພື້ນຖານຍຶດ ໝັ້ນຢູ່ໃນຫລັກການ, ຈຸດໝາຍຍຸດ ທະສາດ ແລະ ອຸດົມການຂອງພັກ. ພຶດຕິກໍາຂອງການປະຕິວັດຢູ່ປະ ເທດເຮົາ ໄດ້ພິສູດໃຫ້ເຫັນວ່າ ພັກ ເຮົາເວລາໃດກໍຍຶດໝັ້ນແນວທາງ ປ່ຽນແປງໃໝ່ຮອບດ້ານແລະມີຫລັກ ການ, ປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ຕາມທິດຈຸດ ໝາຍສັງຄົມນິຍົມ ຢ່າງໜັກແໜ້ນ. ຕະຫລອດໄລຍະ 69 ປີ ພາຍໃຕ້ ການນໍາພາຂອງພັກ ໄດ້ສະແດງໃຫ້ ເຫັນໂສມໜ້າຂອງປະເທດຊາດ ມີການປ່ຽນແປງຢ່າງຈະແຈ້ງ, ບໍ່ ວ່າຢູ່ຕົວເມືອງ ກໍຄື ຊົນນະບົດລ້ວນ ແຕ່ມີການສ້າງສາພັດທະນາ, ລະ ບົບການເມືອງມີຄວາມເຂັ້ມແຂງ ແລະ ໜັກແໜ້ນ, ສັງຄົມມີຄວາມສາ ມັກຄີປອງດອງ, ມີຄວາມສະຫງົບ ສຸກ ແລະ ເປັນລະບຽບຮຽບຮ້ອຍ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ ເນື່ອງ, ວັດທະນະທໍາ-ສັງຄົມມີ ການຫັນປ່ຽນຢ່າງຕັ້ງໜ້າ, ຊີວິດ ການເປັນຢູ່ທາງດ້ານວັດຖຸແລະຈິດ ໃຈຂອງປະຊາຊົນລາວ ບັນດາເຜົ່າ ໄດ້ຮັບການປົວແປງໃຫ້ດີຂຶ້ນ, ບົດ ບາດອິດທິພົນຂອງປະເທດເຮົາ ໃນ ເວທີພາກພື້ນ ແລະ ສາກົນນັບມື້ນັບ ພົ້ນເດັ່ນຂຶ້ນ. ສະຫາຍ ພັນເອກ ຈັນທາ ບຸນນະ ວົງ ຍັງໃຫ້ຮູ້ອີກວ່າ: ເພື່ອຕ້ອນຮັບ ຕ້ອນວັນສ້າງຕັ້ງພັກປະຊາຊົນລາວ ປະຕິວັດລາວ ຄົບຮອບ 69 ປີ, ໃຫ້ ເຕັມໄປດ້ວຍຄວາມໝາຍສໍາຄັນອັນ ເລິກເຊິ່ງ ເວົ້າສະເພາະສໍາລັບກົມ ໃຫຍ່ເສນາທິການກອງທັບ, ຄະນະ ພັກແຕ່ລະຂັ້ນໄດ້ເອົາໃຈໃສ່ນໍາພາຊີ້ນໍາ ພະນັກງານ-ນັກຮົບຂອງຕົນ, ສຸມໃສ່ສ້າງຂະບວນການດ້ານຕ່າງໆ ເຊັ່ນ: ຂະບວນການແຂ່ງຂັນສິລະປະ ວັນນະຄະດີ, ຂະບວນແຂ່ງຂັນກິລາ ປະເພດຕ່າງໆ ຂະບວນການປະຕິ ບັດໜ້າທີ່ວິຊາສະເພາະ, ຂະບວນ ການກະກຽມ ແລະ ດໍາເນີນກອງປະ ຊຸມໃຫຍ່ຂອງບັນດາຮາກຖານພັກ ສາມາດເຮັດສໍາເລັດໜ້າທີ່ການ ເມືອງທີ່ພັກ-ລັດ ມອບໝາຍຢ່າງ ຈົບງາມ. ຕະພາບຜົນຜະລິດເຂົ້າສູງຂຶ້ນ. ນອກ ຈາກນີ້, ຍັງໄດ້ເອົາໃຈໃສ່ຈັດຕັ້ງ 4 ເປົ້່າ ໝາຍ, 8 ແຜນງານ ແລະ 14 ມາດຕະ ການຂອງກະຊວງກະສິກໍາ ແລະ ປ່າໄມ້ ວາງອອກໄດ້ຮັບຜົນດີຕະຫລອດມາ. ດ້ວຍຄວາມຕັ້ງໜ້າຫ້າວຫັນດັ່ງກ່າວສະ ແດງໃຫ້ເຫັນການຜະລິດເຂົ້ານາແຊງ ປະຕິບັດໄດ້ຕົວຈິງ 5.800 ກວ່າເຮັກ ຕາ, ສະມັດຕະພາບ 4,2 ໂຕນ/ເຮັກຕາ, ຜົນຜະລິດໄດ້ 24.570 ໂຕນ. ໃນນັ້ນ, ນໍາໃຊ້ແນວພັນປັບປຸງ 100% ເຊັ່ນ: ແນວພັນTDK8, TDK11ແລະ ເຊບັ້ງ ໄຟ. ຂະນະທີ່ການຜະລິດ ເຂົ້ານາປີ ປະ ຕິບັດໄດ້ກວ່າ 9.150 ເຮັກຕາ, ສະ ມັດຕະພາບຜົນຜະລິດ ໄດ້ຫລາຍກວ່າ 41.197 ໂຕນ, ນຳໃຊ້ແນວພັນຄືກັບ ນາແຊງ. ຂະນະທີ່ການຜະລິດພືດຜັກ, ໄມ້ໃຫ້ໝາກ ແລະ ອື່ນໆ ເພື່ອບໍລິໂພກ, ເປັນສິນຄ້າສາມາດຈັດຕັ້ງປະຕິບັດໄດ້ ຕາມແຜນການໂດຍສ່ວນໃຫຍ່. ແນວໃດ ກໍ່ດີ ສຳລັບການລ້ຽງສັດກໍ່ມີການຂະ ຫຍາຍຕົວເທື່ອລະກ້າວ ໂດຍໃນປີຜ່ານ ມາໄດ້ມີຄວາຍເພີ່ມຂຶ້ນກວ່າ 3.300 ໂຕ, ງົວກວ່າ 13.950 ໂຕ, ໝູກວ່າ 3.610ໂຕ, ແບ້ແລະແກະກວ່າ1.620 ໂຕ, ສັດປີກ 610.140 ກວ່າໂຕ. ແນວ ໃດກໍ່ຕາມຜົນງານ ແລະ ຜົນຜະລິດທີ່ ໄດ້ຮັບໃນປີຜ່ານມາ, ຍ້ອນຄວາມເອົາ ໃຈໃສ່ຊີ້ນຳ-ນຳພາຂອງຄະນະນຳ ບວກໃສ່ການຕື່ນຕົວ, ມູນເຊື້ອດຸໝັ່ນ ຂອງປະຊາຊົນ ເຮັດໃຫ້ທົ່ວເມືອງ ມີຢູ່ ມີິກິນ, ຊີວິດການເປັນຢູ່ໄດ້ຮັບການປັບ ປຸງດີຂຶ້ນເທື່ອລະກ້າວ. ທ່ານ ຄຳສອນ ກຸນນະວົງ ຍັງຢືນ ຢັນຕື່ມວ່າ: ຜົນງານທີ່ກ່າວມານັ້ນບໍ່ຢຸດ ພຽງແຕ່ເທົ່ານັ້ນ ຍັງຈະສຸມທຸກເຫື່ອ ແຮງ ເງື່ອນໄຂສືບຕໍ່ປັບປຸງບາງດ້ານທີ່ ຍັງຄ້າງຄາໃນປີ 2024 ນີ້, ເຊິ່ງຫລັກໆ ອັນໜຶ່ງແມ່ນສືບຕໍ່ສຶກສາອົບຮົມພະນັກ ງານ-ລັດຖະກອນໃຫ້ມີຄວາມຫ້າວຫັນ ປະຕິບັດໜ້າທີ່ວຽກງານວິຊາສະເພາະ ຄຽງຄູ່ກັບຄວາມຮັບຜິດຊອບທີ່ຖືກ ມອບໝາຍ ທັງສືບຕໍ່ປະຕິບັດ 4 ເປົ້່າ ໝາຍ, 8 ແຜນງານ ແລະ 14 ມາດຕະ ການຕິດພັນກັບການຊຸກຍູ້ໜ່ວຍງານວິ ຊາການ-ວິຊາສະເພາະລົງເຖິງປະຊາ ຊົນຫລາຍກວ່າເກົ່າ, ສົ່ງເສີມກຸ່ມຜະ ລິດເປັນສິນຄ້າໃຫ້ຫລາຍຂຶ້ນ ເພື່ອເຮັດ ໃຫ້ເມືອງທຸລະຄົມ ມີການຜະລິດກະສິ ກໍາທີ່ຫັນປ່ຽນໄປສູ່ຄຸນນະພາບໃໝ່ດີ ກວ່າຜ່ານມາ ທັງຍົກສະມັດຕະພາບ ການຜະລິດສະບຽງອາຫານໃຫ້ຍືນຍົງ ບົນພື້ນຖານວິໄສທັດສ້າງໃຫ້ເມືອງ ທຸລະຄົມເປັນອູ່ເຂົ້າ ອູ່ປາ ແລະ ກາຍ ເປັນເມືອງສໍາຄັນສະໜອງຜົນຜະລິດ ກະສິກໍາທີ່ຫລາກຫລາຍປ້ອນຕະຫລາດ ພາຍໃນເມືອງທັງສົ່ງເຂົ້າຕະຫລາດນະ ຄອນຫລວງວຽງຈັນ ແລະ ເມືອງອ້ອມ ຂ້າງ. ແຜນການດັ່ງກ່າວຫລັກໆກໍ່ ແມ່ນເພື່ອການພັດທະນາເສດຖະກິດ- ສັງຄົມຂອງເມືອງໃຫ້ເຂັ້ມແຂງ, ຊີວິດ ການເປັນຢູ່, ຄວາມທຸກຍາກໄດ້ຮັບການ ແກ້ໄຂໃຫ້ນັບມື້ຫລຸດລົງກ້າວໄປສູ່ ການຫລຸດພົ້ນອອກຈາກຄວາມທຸກ ຍາກຢ່າງສີ້ນເຊີງໃນເວລາອັນໃກ້ນີ້. * ການປູກຝັງ-ລ້ຽງສັດ ແມ່ນ ຕິດພັນກັບການດຳລົງຊີວິດຂອງ ປະຊາຊົນລາວມາແຕ່ດົນແລ້ວ ແຕ່ ເມື່ອກ່ອນສ່ວນຫລາຍແມ່ນເຮັດ ແບບຄອບຄົວພໍກຸ້ມກິນຍ້ອນແນວ ທາງຂອງພັກ-ລັດ ໄດ້ສົ່ງເສີມໃຫ້ ປະຊຸມຊົນສຸມໃສ່ການຜະລິດກະສິ ກຳເປັນສິນຄ້າ ເພື່ອຕອບສະໜອງ ການບໍລິໂພກພາຍໃນ ແລະ ເປັນສິນ ຄ້າສົ່ງອອກ ຈຶ່ງມີຫລາຍຄອບຄົວ ຖືເອົາອາຊີບນີ້ເປັນຫລັກ ເຮັດໃຫ້ ຄອບຄົວມີຢູ່ມີກິນ ແລະ ຫລຸດພົນ ອອກຈາກຄວາມທຸກຍາກໄດ້ເໝືອນ ດັ່ງຄອບຄົວຂອງທ່ານ ບົວຈຸກື ຕົວ 2019 ເຖິງປັດຈຸບັນວິຊາການຂອງ ຫ້ອງການກະສິກຳ ແລະ ປ່າໄມ້ ໄດ້ ຝຶກອົບຮົມດ້ານເຕັກນິກການປູກ ພືດ, ການເຮັດຝຸ່ນບົ່ມ, ການເຮັດ ນໍ້າສະກັດຊີວະພາບ ແລະ ສະໝຸນ ໄພປ້ອງກັນແມງໄມ້ສັດຕູພືດ ຢູ່ ພາຍໃນບ້ານ, ເມື່ອໄດ້ຮັບຄຳແນະ ນຳແລ້ວ ຍິ່ງເຮັດໃຫ້ຕົນເອງຢາກ ມີອາຊີບທີ່ໝັ້ນຄົງ, ທັງເຫັນວ່າ ຄວາມສົນໃຈຜູ້ບໍລິໂພກ ແລະ ຕະ ຫລາດຕ້ອງການຫລາຍຂຶ້ນ ຈຶ່ງໄດ້ ຂະຫຍາຍເນື້ອທີ່ປູກກະລໍາປີ ແລະ ຜັກກາດຫໍ່ເພີ່ມເປັນ ເຄິ່ງເຮັກຕາ, ທັງໄດ້ລົງທຶນ 15 ລ້ານກວ່າກີບຕໍ່ ຊຸດ, ສາມາດເກັບກູ້ຜົນຜະລິດ ໄດ້ ປະມານ 5 ໂຕນຕໍ່ຊຸດ ສະເລ່ຍ ເປັນ ເງິນ 26 ລ້ານກີບຕໍ່ຊຸດ, ລາຄາຂາຍ ກະລໍາປີ ແລະ ຜັກກາດຫໍ່ຕໍ່າສຸດ 3.000 ກີບຕໍ່ກິໂລ ແລະ ສູງສຸດ 9.000 ກີບຕໍ່ກິໂລ, ສະເລ່ຍການປູກ ກະລໍາປີ ແລະ ຜັກກາດຫໍ່ແມ່ນ 3 ຊຸດຕໍ່ປີ, ສ່ວນການຕະຫລາດແມ່ນ ພໍ່ຄ້າມາເກັບຊື້ກັບສວນ ແລະ ຈຳ ນວນໜຶ່ງແມ່ນສົ່ງໄປ ແຂວງວຽງ ຈັນ ແລະ ແຂວງຫລວງພະບາງ. ທ່ານ ບົວຈຸກື ໃຫ້ຮູ້ຕື່ມວ່າ: ການ ປູກກະລໍາປີ ແລະ ຜັກກາດຫໍ່ ສາມ າດເປັນແຫລ່ງລາຍຮັບໜຶ່ງທີ່ໝັ້ນ ຄົງ, ຈຶ່ງຢຶດຖືເປັນອາຊີບຫລັກ ຊຶ່ງ ເຮັດໃຫ້ຄອບຄົວຕົນເອງ ມີລາຍຮັບ ຈາກການຂາຍພືດຜັກເປັນຈຳນວນ 80 ລ້ານກວ່າກີບປີ, ສະເລ່ຍໄດ້ 7 ລ້ານກີບຕໍ່ຄົນຕໍ່ປີ ສາມາດສົ່ງລູກ ເຂົ້າໂຮງຮຽນ, ຕັ້ງເຮືອນຖາວອນ 1 ຫລັງ, ຊື້ລົດຈັກ 3 ຄັນ, ລົດຊິ້ງ 1 ຄັນ, ທັງໄດ້ຊື້ດິນ, ຊື້ສັດມາລ້ຽງ ແລະມີເງິນເກັບໃນຄອບຄົວ. ສຳລັບ ຂໍ້ສະດວກໃນການປູກພືດຜັກ ຍ້ອນ ມີການຊີ້ນຳຢ່າງໃກ້ຊິດຕິດແທດ ຈາກພະນັກງານວິຊາການຫ້ອງ ການກະສິກຳ ແລະ ປ່າໄມ້ເມືອງ ໄດ້ ເອົາໃຈໃສ່ໃນການຕິດຕາມ ແລະ ແນະນໍາວິທີການປູກເປັນປົກກະຕິ, ສ່ວນຂໍ້ຫຍຸ້ງຍາກຂອງການປູກກະ ລຳປີ ແລະ ຜັກກາດຫໍ່ ແມ່ນໃນໄລ ຍະລະດູແລ້ງນໍ້າບໍ່ພຽງພໍ. ແຕ່ເຖິງ ຢ່າງໃດກໍຕາມໃນຕໍ່ໜ້າກໍ່ຈະໄດ້ສືບ ຕໍ່ເຮັດສວນກະລຳປີ ແລະ ຜັກກາດ ຫໍ່ໃຫ້ໄດ້4ຊຸດຕໍ່ປີ, ທັງຈະຂະຫຍາຍ ພື້ນທີ່ປູກໃຫ້ກວ້າງອອກຕື່ມ. ແບບດ້ານການປູກພືດຜັກ ຢູ່ບ້ານ ນ້ຳມ້າດາວ ເມືອງພູຄູນ ຊຶ່ງເປັນ ຄອບຄົວໜຶ່ງທີ່ຫັນຈາກການເຮັດ ໄຮ່ປູກເຂົ້າ ມາປູກພືດຜັກ ເພື່ອສ້າງ ລາຍຮັບໃຫ້ຄົງທີ່ ຕາມແນວທາງ ນະໂຍບາຍຂອງ ພັກ-ລັດ. ທ່ານ ບົວຈຸກື ໃຫ້ຮູ້ວ່າ: ຄອບຄົວ ມີສະມາຊິກທັງໝົດ 11 ຄົນ, ຍິງ 4 ຄົນ, ແຮງງານຕົ້ນຕໍ່ 4 ແຮງງານ, ໃນເມື່ອກ່ອນແມ່ນອາໄສເຮັດໄຮ່, ພໍກຸ້ມຢູ່ກຸ້ມກິນເທົ່ານັ້ນຈຶ່ງບໍ່ສາມາດ ຫລຸດພົ້ນອອກຈາກຄວາມທຸກຍາກ ໄດ້, ມາຮອດປີ 2018 ຈຶ່ງໄດ້ເຊົ່າ ເນື້ອທີ່ດິນນໍາປະຊາຊົນບ້ານລ້ອງ ໂປດ ເພື່ອປູກກະລໍາປີໃນເນື້ອທີ່ 0,3 ເຮັດຕາ, ໃຊ້ທຶນໃນການປູກ ກະລໍາປີປະມານ 10 ລ້ານກວ່າກີບ ຕໍ່ປີ, ສາມາດເກັບກູ້ຜົນຜະລິດໄດ້ 1 ໂຕນເຄິ່ງ, ສະເລ່ຍເປັນເງິນ 13 ລ້ານກວ່າກີບຕໍ່ຊຸດ. ມາຮອດປີ

RkJQdWJsaXNoZXIy MTc3MTYxMQ==