5840

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 27/03/2024 xtgmf]k; ຜູ້ແທນກອງປະຊຸມ.... ລັດຖະບານລາວ ມອບ... ທະຫານ ນວ ກຽມພ້ອມ... ນາຍົກລັດຖະມົນຕີ... ໄຂກອງປະຊຸມ... ປະທານປະເທດ... ສະພາ 2023) ພ້ອມດ້ວຍປະທານ ແລະ ຮອງປະທານຂອງມູນນິທິກົງ ສຸນ ລາວ-ສະວິດ (Foundation Consulaire Lao-Suisse), ພ້ອມທັງໄດ້ຕາງໜ້າລັດຖະບານ ແຫ່ງສປປລາວມອບໃບຢັ້ງຢືນພົນ ລະເມືອງກິດຕິມະສັກໃຫ້ແກ່ທ່ານ ດຣ. ກິໂດ ກາແປນລີ ໂດຍແມ່ນ ທ່ານ ນາງ ມາເຣຍ ກາແປນລີ ຕາງ ໜ້າຮັບ. ໃນໂອກາດນີ້, ທ່ານຮອງນາ ຍົກລັດຖະມົນຕີ ໄດ້ສະແດງຄວາມ ຂອບໃຈ ແລະ ຮູ້ບຸນຄຸນຢ່າງຈິງໃຈ ຕໍ່ຄຸນງາມຄວາມດີ ແລະ ຜົນງານ ອັນໃຫຍ່ຫລວງຂອງທ່ານດຣ.ກິໂດ ກາແປນລີ ເຊິ່ງທ່ານໄດ້ຮັບການ ແຕ່ງຕັ້ງເປັນກົງສຸນກິດຕິມະສັກ ນັບແຕ່ປີ 2009 ເປັນຕົ້ນມາ, ທ່ານ ໄດ້ປະກອບສ່ວນອັນໃຫຍ່ຫລວງ ເຂົ້າໃນການຮັດແໜ້ນການພົວພັນ ຮ່ວມມືສອງຝ່າຍ, ທັງຍັງເຄື່ອນ ໄຫວຢ່າງຕັ້ງໜ້າໃນການຂົນຂວາຍ ຍາດແຍ່ງການຊ່ວຍເຫລືອປະກອບ ສ່ວນອັນສໍາຄັນເຂົ້າໃນການສ້າງ ສາພັດທະນາ ແລະ ສ້າງບຸກຄະລາ ກອນໃຫ້ແກ່ ສປປ ລາວ, ລວມເຖິງ ການປະກອບສ່ວນໃນການໂຄສະ ນາເຜີຍແຜ່ວັດທະນະທໍາ,ການທ່ອງ ທ່ຽວ, ການຄ້າ ແລະ ການລົງທຶນ ຂອງ ສປປ ລາວ. ທ່ານ ດຣ. ກິໂດ ກາແປນລີ ໄດ້ປະກອບສ່ວນໃນ ຫລາຍໆດ້ານ ໂດຍສະເພາະດ້ານ ວຽກງານການສຶກສາ, ກິລາ ແລະ ສາທາລະນະສຸກ ຢູ່ເຂດຫ່າງໄກ ສອກຫລີກໃນບັນດາແຂວງຕ່າງໆ ຂອງ ສປປ ລາວ ເຊັ່ນ: ໄດ້ປຸກສ້າງ ໂຮງຮຽນ ຈໍານວນ 27 ຫລັງ ໃນ 8 ແຂວງ ພ້ອມທັງໃຫ້ການຊ່ວຍ ເຫລືອດ້ານອຸປະກອນການຮຽນການສອນ ແລະ ນໍ້າດື່ມສະອາດຈໍາ ນວນ 35 ໂຄງການ ລວມມູນຄ່າ ຫລາຍກວ່າ 2.010.000 ໂດລາ ສະຫະລັດ ແລະ ອື່ນໆ. ໃນໂອກາດດຽວກັນນີ້, ທ່ານ ນາງ ມາເຣຍ ກາແປນລີ ໄດ້ສະແດງ ຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ ສຶກເປັນກຽດຢ່າງຍິ່ງ ທີ່ໄດ້ຕາງໜ້າ ໃຫ້ ທ່ານ ດຣ. ກິໂດ ກາແປນລີ ຮັບ ເອົາໃບຢັ້ງຢືນພົນລະເມືອງກິດຕິ ມະສັກອັນມີຄຸນຄ່າ ແລະ ມີຄວາມ ໝາຍສໍາຄັນໃນຄັ້ງນີ້, ພ້ອມທັງໃຫ້ ຮູ້ວ່າ ທ່ານ ດຣ. ກິໂດ ກາແປນລີ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ທັງໝົດ 80 ຄັ້ງ.ໃນນັ້ນ, ຕົນ ເອງກໍໄດ້ມີໂອກາດຕິດຕາມມານໍາ ປະມານ 30 ຄັ້ງ ເຊິ່ງແມ່ນປະສົບ ການທີ່ສວຍງາມ ແລະ ໜ້າປະທັບ ໃຈ. ພ້ອມກັນນີ້, ທ່ານ ນາງ ມາເຣຍ ກາແປນລີ ຍັງໄດ້ຕາງໜ້າໃຫ້ປະ ທານ ແລະ ຮອງປະທານຂອງມູນ ນິທິກົງສຸນ ລາວ-ສະວິດ ສະແດງ ຄວາມໝາຍໝັ້ນໃນການສືບຕໍ່ເປັນ ຂົວຕໍ່ ແລະ ປະກອບສ່ວນໃນການ ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສອງປະເທດ ສະວິດລາວ ໃນຕໍ່ໜ້າ. ຄວາມສົນໃຈ ແລະ ເຂົ້າຮ່ວມໃສ່ ບາດເວລາທີ່ມາທ່ອງທ່ຽວຢູ່ນະ ຄອນຫລວງພະບາງ. ພາຍຫລັງສຳເລັດການໃສ່ບາດ ຄະນະຜູ້ແທນກອງປະຊຸມດັ່ງກ່າວ, ໄດ້ສືບຕໍ່ທ່ຽວຊົມທ່ຽວຊົມຫໍພິພິ ທະພັນແຫ່ງຊາດຫລວງພະບາງ ເຊິ່ງເປັນສະຖານທີ່ທ່ອງທ່ຽວທາງ ດ້ານປະຫວັດສາດ, ເປັນສະຖານ ທີ່ຮັກສາວັດຖຸບູຮານ ທີ່ເກົ່າແກ່ໃນ ສະໄໝອານາຈັກລາວລ້ານຊ້າງ ເພາະເມື່ອກ່ອນຫລວງພະບາງເຄີຍ ເປັນນະຄອນຫລວງ ຂອງອານາ ຈັກລາວລ້ານຊ້າງຫ່າງຈາກນີ້ປະ ມານ1.200ປີ.ຈາກນັ້ນ.ກໍໄປທ່ຽວ ຊົມວັດຊຽງທອງ ເຊິ່ງເປັນສະຖານ ການຈັດຕັ້ງນຳໃຊ້ກຳລັງປ້ອງກັນ ປີທ່ອງທ່ຽວລາວ 2024 ຕາມແຜນ ການປ້ອງກັນ ຂອງກົມສູ້ຮົບກົມ ໃຫຍ່ເສນາທິການ ສະບັບເລກທີ 1528/ກສຮ, ລົງວັນທີ 16/01/ 2023 ວ່າດ້ວຍແຜນການປ້ອງກັນ ປີທ່ອງທ່ຽວລາວ 2024 ເພື່ອເຮັດ ໃຫ້ທົ່ວນະຄອນຫລວງວຽງຈັນ ມີຄວາມສະຫງົບໂດຍພື້ນຖານຮັບ ປະກັນໃຫ້ແກ່ນັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດມີຄວາມ ປອດໄພ. ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນໄຟໄໝ້ລາມປ່າທີ່ອາດ ຈະເກີດຂຶ້ນໃນຂອບເຂດນະຄອນ ຫລວງວຽງຈັນ, ພື້ນທີ່ປ່າສ່ວນ ຫລາຍຈະເປັນປ່າໄມ້ໃຫຍ່, ປ່າເລົ່າ ແກ່-ປ່າໄມ້ປ່ອງ ແລະ ໄມ້ຈິງທີ່ຢູ່ ຕາມເຂດປ່າສະຫງວນພູພະນັງ, ພູ ເຂົາຄວາຍ ເຊິ່ງມີການລັກລອບຕັດ ໄມ້ເພື່ອການຄ້າ ແລະ ການຜະລິດ ເປັນຕົ້ນ ມີນາຍທຶນ ແລະ ປະຊາຊົນ ຈຳນວນໜື່ງຍັງສືບຕໍ່ຕັດໄມ້, ຈັບ ຈອງດິນເພື່ອເຮັດໄຮ່, ເຮັດສວນ, ເຮັດຟາມລ້ຽງສັດ ເຊິ່ງເປັນສາເຫດ ເຮັດໃຫ້ມີການຖາງປ່າຊະຊາຍ, ຈູດປ່າແບບບໍ່ມີການປ້ອງກັນ ແລະ ຄວບຄຸມການແຜ່ລາມຂອງໄຟບໍ່ໄດ້ ຈຶ່ງເປັນສາເຫດຫລັກໆທີ່ພາໃຫ້ ເກີດໄຟໄໝ້ລາມປ່າຢູ່ເປັນປະຈຳ ໃນແຕ່ລະປີ. ດັ່ງນັ້ນ, ຈໍາເປັນຈຶ່ງໄດ້ ມີນໍາໃຊ້ກໍາລັງແຮງຂອງກົມກອງ ເປັນຕົ້ນ ອົງການປົກຄອງທ້ອງຖິ່ນ, ກຳລັງກອງຫລອນ, ປກສ ບ້ານ, ຊາວໜຸ່ມ, ພໍ່ແມ່ປະຊາຊົນສ້າງເປັນ ກຳລັງແຮງທົ່ວປວງຊົນມີສ່ວນ ຮ່ວມແລະ ນໍາໃຊ້ກໍາລັງພົນ, ກຳລັງ ຊັບ, ພາຫະນະເຕັກນິກທີ່ມີເຂົ້າໃນ ການດັບມອດໄຟ ໃນຂອບເຂດຮັບ ຜິດຊອບຂອງຕົນ ໂດຍໄດ້ຈັດຕັ້ງ ກຳລັງອອກເປັນ 4 ພາກສ່ວນຄື: ພາກສ່ວນສັງເກດການ,ພາກສ່ວນ ມອດໄຟໄໝ້ລາມປ່າ, ພາກສ່ວນບັນ ຊາ ແລະ ພາກສ່ວນສໍາຮອງ (ກອງ ກຽມ).ໃນນັ້ນ, ແມ່ນສຸມໃສ່ກອງ ບັນຊາການທະຫານເມືອງສັງທອງ, ກອງບັນຊາການທະຫານເມືອງ ສີໂຄດຕະບອງ, ກອງບັນຊາການ ທະຫານເມືອງນາຊາຍທອງ, ກອງ ບັນຊາການທະຫານເມືອງປາກງື່ມ ແລະ ກອງບັນຊາການທະຫານ ເມືອງໄຊທານີ. ການຈັດຕັ້ງແຜນການຄັ້ງນີ້, ກໍ ເພື່ອຮັບປະກັນໃນການກຽມພ້ອມ ມອດໄຟລາມປ່າ ທີ່ເກີດຈາກທຳມະ ຊາດ ຫລື ຄົນຈູດປ່າ ເຊິ່ງອາດເຮັດ ໃຫ້ມີຄວາມສູນເສຍທາງດ້ານຊັບ ພະຍາກອນທຳມະຊາດ,ໄຮ່ນາ, ຮົ້ວ, ສວນ, ຊີວິດ, ຊັບສິນຂອງສ່ວນ ລວມ ແລະ ສ່ວນບຸກຄົນ, ພ້ອມທັງ ຮັບປະກັນຄວາມປອດໄພ ຂອງພະ ນັກງານ-ນັກຮົບທີ່ເຂົ້າເຮັດໜ້າ ທີ່ມອດໄຟໃຫ້ມີຄວາມປອດໄພ, ຮັບ ປະກັນໄດ້ຕາມລະດັບຄາດໝາຍທີ່ ຂັ້ນເທິງໃດ້ກຳນົດໄວ້. ຂ່າວ: ຮທ ວຽງສີ ແກ້ວກອງສຸດາ ໂດຍຫຍໍ້ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການ ຕ່າງປະເທດ; ການປັບປຸງຮ່າງດຳ ລັດ ວ່າດ້ວຍທ່າບົກ (ສະບັບປັບ ປຸງ); ຮ່າງກົດໝາຍວ່າດ້ວຍສົ່ງ ເສີມການລົງທຶນ (ສະບັບປັບປຸງ); ຮ່າງແຜນແມ່ບົດຜະລິດຕະພາບ ແຫ່ງຊາດ ຮອດປີ 2030; ຮ່າງດຳ ລັດວ່າດ້ວຍການດຳລົງຊີວິດຢູ່ ສປປ ລາວ ຢ່າງຖາວອນຂອງຄົນ ເຊື້ອຊາດລາວ ຢູ່ຕ່າງປະເທດ(ສະ ບັບປັບປຸງ); ຮ່າງດຳລັດວ່າດ້ວຍ ດ່ານຊາຍແດນ ແລະ ສະໜາມບິນ ສາກົນ (ສະບັບປັບປຸງ); ຮ່າງແຜນ ຍຸດທະສາດ ການພັດທະນາຄວາມ ປອດໄພທາງໄຊເບີ ແຫ່ງຊາດ ຮອດປີ 2030. ບັນດາຫົວຂໍ້ ທີ່ນຳມາພິຈາລະ ນາໃນກອງປະຊຸມເດືອນນີ້, ແມ່ນມີ ຄວາມສຳຄັນ ເພາະເປັນການສືບຕໍ່ ຜັນຂະຫຍາຍມະຕິກອງປະຊຸມເທື່ອ ທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ກ່ຽວກັບການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ, ແຜນ ງົບປະມານແຫ່ງລັດ ແລະ ແຜນ ເງິນຕາ ປີ 2024 ກໍຄື ການຜັນຂະ ຫຍາຍແນວທາງປ່ຽນແປງໃໝ່ເຂົ້າ ສູ່ລວງເລິກ, ສ້າງການຫັນປ່ຽນ ຢ່າງແຂງແຮງ, ເລິກເຊິ່ງແລະຮອບ ດ້ານ, ລວມທັງແຜນວຽກບູລິມະ ສິດຕ່າງໆ ປີ 2024. ໃນໂອກາດກ່າວເປີດກອງປະ ຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຍົກ ໃຫ້ເຫັນສະພາບການພົ້ນເດັ່ນທີ່ ເກີດຂຶ້ນຢູ່ສາກົນ ແລະ ພາກພື້ນ ໂດຍສະເພາະຂໍ້ຂັດແຍ້ງຕ່າງໆ, ບັນ ດາຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍທີ່ ສົ່ງຜົນກະທົບຕໍ່ການຟື້ນຕົວ ແລະ ຂະຫຍາຍຕົວ ຂອງເສດຖະກິດໂລກ ເວົ້າລວມ, ເວົ້າສະເພາະຕໍ່ການ ພັດທະນາເສດຖະກິດ-ສັງຄົມຂອງ ປະເທດເຮົາ. ພ້ອມກັນນີ້ໄດ້ຮຽກ ຮ້ອງບັນດາທ່ານທີ່ເຂົ້າຮ່ວມກອງ ປະຊຸມ ຈົ່ງໄດ້ພ້ອມກັນເອົາໃຈໃສ່ ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງ ເລິກເຊິ່ງຕໍ່ບັນດາຫົວຂໍ້ ທີ່ນຳມາພິ ຈາລະນາດ້ວຍການສະເໜີທັດສະ ນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະ ແຈ້ງ ເພື່ອເຮັດໃຫ້ກອງປະຊຸມລັດ ຖະບານຄັ້ງນີ້ ໄດ້ຮັບຜົນສຳເລັດ ຕາມຈຸດປະສົງ ແລະ ຄາດໝາຍທີ່ ກຳນົດໄວ້ ແນໃສ່ເຮັດໃຫ້ຜົນຂອງ ກອງປະຊຸມໄດ້ຮັບການຈັດຕັ້ງປະຕິ ບັດຢ່າງເປັນຮູບປະທໍາ ແລະ ມີປະ ສິດທິຜົນ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ໃນໂອກາດດັ່ງກ່າວ, ທ່ານນາຍົກ ລັດຖະມົນຕີ ໄດ້ສະແດງຄວາມຕ້ອນ ຮັບຊົມເຊີຍ ແລະ ຕີລາຄາສູງຕໍ່ທ່ານ ນາງ ຟ່າມ ທິ ແທັງຈ່າ ພ້ອມຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດ ວຽກຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງ ເປັນການປະກອບສ່ວນເສີມສ້າງ ສາຍພົວພັນທີ່ຍິ່ງໃຫຍ່, ການຮ່ວມ ມືຮອບດ້ານ ແລະ ຄວາມສາມັກຄີ ແບບພິເສດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມູນເຊື້ອມາ ແຕ່ດົນນານແລ້ວນັ້ນ, ໃຫ້ນັບມື້ແຕກ ດອກອອກຜົນຍິ່ງໆຂຶ້ນ, ພ້ອມນີ້ ທ່ານນາຍົກລັດຖະມົນຕີ ຍັງໄດ້ອວຍ ພອນໃຫ້ຄະນະຜູ້ແທນດັ່ງກ່າວ ຈົ່ງ ປະສົບຜົນສຳເລັດໃນການມາຢ້ຽມ ຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້. ທ່ານ ນາງ ຟ່າມ ທິ ແທັງຈ່າ ໄດ້ ສະແດງຄວາມຂອບໃຈຕໍ່ທ່ານນາ ຍົກລັດຖະມົນຕີທີ່ໄດ້ໃຫ້ ການຕ້ອນ ຮັບຢ່າງອົບອຸ່ນ, ພ້ອມທັງໄດ້ແຈ້ງ ຈຸດປະສົງໃນການມາເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານນາຍົກໄດ້ ຮັບຊາບ ໂດຍສະເພາະຜົນຂອງ ການພົບປະສອງຝ່າຍ ລະຫວ່າງ ກະຊວງພາຍໃນ ແຫ່ງ ສປປ ລາວ ແລະ ກະຊວງພາຍໃນ ແຫ່ງ ສສ ຫວຽດນາມ. ຂ່າວ: ສົມຫວັງ ພາບ: ກົມປະຊາສຳພັນ ຫສນຍ ທີ່ທ່ອງທ່ຽວທາງວັດທະນະທຳ ທີ່ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ຄວາມສົນໃຈ, ເຊື່ອ ຖືແລະ ສັດທາ, ພາຍໃນວັດ ໂດຍສະ ເພາະ ພັດທະສິມມາ ໄດ້ມີການປະ ດັບລວດລາຍແບບຫລວງພະບາງ ດັ່ງເດີມທີ່ມີຄວາມງົດງາມ. ພິເສດ ວັດຊຽງທອງ ເປັນສະຖານທີ່ທ່ອງ ທ່ຽວວັດທະນະທຳ ທີ່ໄດ້ຮັບລາງ ວັນມາດຕະຖານການທ່ອງທ່ຽວ ຂອງອາຊຽນ ອີກດ້ວຍ. ພ້ອມນີ້, ຄະນະຜູ້ແທນຍັງໄດ້ ທ່ຽວຊົມສະຖານທີ່ທ່ອງທ່ຽວທາງ ທຳມະຊາດ ຕາດກວາງຊີ ເຊິ່ງເປັນ ສະຖານທີ່ ທີ່ສວຍສົດງົດງາມ, ມີ ນັກທ່ອງທ່ຽວ ເຂົ້າໄປທ່ຽວຊົມ ເປັນຈຳນວນຫລາຍ, ຕັ້ງຢູ່ຫ່າງ ຈາກຕົວເມືອງ 20 ກວ່າກິໂລແມັດ, ມີທິວທັດທຳມະຊາດ ທີ່ສວຍງາມ ອ້ອມຮອບເຕັມໄປດ້ວຍປ່າໄມ້ໃຫຍ່ ປົກຫຸ້ມ ແລະ ມີສາຍນ້ຳໄຫລຜ່ານ ຍາວຫລາຍຮ້ອຍແມັດ ແລະ ຍັງ ເປັນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບ ລາງວັນມາດຕະຖານການທ່ອງ ທ່ຽວຂອງອາຊຽນ ຕື່ມອີກ. ໃນໄລຍະ 3 ເດືອນຕົ້ນປີ 2024 ນີ້, ມີນັກທ່ອງທ່ຽວທັງພາຍໃນແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວ ຢູ່ ນະຄອນຫລວງວພະບາງແຂວງ ຫລວງພະບາງ ທັງໝົດ 444.900 ກວ່າຄົນ. ໃນນັ້ນ, ນັກທ່ອງທ່ຽວ ພາຍໃນ 160.000 ກວ່າຄົນ,ນັກ ທ່ອງທ່ຽວສາກົນ 282.800 ກວ່າ ຄົນ. ທຽບໃສ່ໄລຍະດຽວກັນຂອງ ປີຜ່ານມາ ນັກທ່ອງທ່ຽວ ເຂົ້າມາ ຫລວງພະບາງເພີ່ມຂຶ້ນ 170.800 ກວ່າຄົນ. ຂ່າວ: ທະນູທອງ, ພາບ: ເກດສະໜາ ການເຂົ້າຢ້ຽມຂ່ຳນັບຂອງສົມເດັດ ມະຫາບໍວໍທິບໍດີຮຸນມາແນດນາຍົກ ລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໃນໂອກາດທີ່ເດີນທາງ ມາຢ້ຽມຢາມ ສປປ ລາວ ຢ່າງ ເປັນທາງການ ແຕ່ວັນທີ 25-26 ມີນາ 2024. ໂອກາດດັ່ງກ່າວນີ້ , ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມ ຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຄັ້ງທຳອິດ ຂອງສົມເດັດ ມະຫາບໍວໍ ທິບໍດີ ຮຸນ ມາແນດ ແລະ ຄະນະ ໃນຄັ້ງນີ້ເຊິ່ງ ເປັນການປະກອບສ່ວນສຳຄັນເຂົ້າ ໃນການຮັດແໜ້ນ ແລະ ເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີຖານບ້ານໃກ້ ເຮືອນຄຽງທີ່ມີມາແຕ່ດົນນານລະ ຫວ່າງ ລາວ-ກໍາປູເຈຍ ໃຫ້ແໜ້ນ ແຟ້ນຍິ່ງໆຂຶ້ນແລະຖືໂອກາດນີ້ຝາກ ຄວາມຢື້ຢາມຖາມຂ່າວໄປເຖິງພະ ບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ, ພະມະຫາກະ ສັດແຫ່ງຣາຊະອານາຈັກກຳປູເຈຍ ແລະ ສົມເດັດ ອັກຄະມະຫາເສນາ ບໍດີ ເຕໂຈ ຮຸນແຊນ ປະທານພັກປະ ຊາຊົນກໍາປູເຈຍ, ປະທານທີ່ປຶກສາ ສູງສຸດຂອງ ພະມະຫາກະສັດແຫ່ງ ຣາຊະອານາຈັກ ກຳປູເຈຍ, ພ້ອມ ທັງຝາກຄໍາເຊື້ອເຊີນໄປຍັງພະບາດ ສົມເດັດພະບໍຣົມມະນຽດໂນໂຣດົມ ສີຫາມຸນີ ມາຢ້ຽມຢາມ ສປປ ລາວ ໃນເວລາອັນສະດວກ. ພ້ອມກັນ ນີ້, ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນ ສໍາເລັດ ຂອງການເລືອກຕັ້ງສະມາ ຊິກສະພາສູງ ສະໄໝທີ V ເຊິ່ງພັກ ປະຊາຊົນ ກໍາປູເຈຍ ສາມາດຍາດ ໄດ້ໄຊຊະນະທີ່ນັ່ງໃນສະພາຈໍາ ນວນຫລວງຫລາຍ. ພ້ອມນັ້ນ, ທ່ານປະທານປະເທດ ກໍໄດ້ຊົມເຊີຍ ຕໍ່ຜົນສຳເລັດຂອງການພົບປະປຶກ ສາຫາລືຮ່ວມກັນ ລະຫວ່າງ ສອງ ນາຍົກລັດຖະມົນຕີ ລາວ-ກຳປູເຈຍ ໃນຄັ້ງນີ້ແມ່ນສາມາດຕົກລົງຫລາຍ ບັນຫາຮ່ວມກັນ ເພື່ອຊຸກຍູ້ສົ່ງເສີມ ການຮ່ວມມືສອງຝ່າຍໃນຕໍ່ໜ້າ, ສະ ແດງຄວາມຊົມເຊີຍຕໍ່ຜົນສຳເລັດ ໃນການສຳຫລວດ ແລະ ປັກຫລັກ ໝາຍຊາຍແດນຖາວອນ ລາວກຳປູເຈຍ ທີ່ສາມາດບັນລຸໄດ້ 86% ຂອງເສັ້ນຊາຍແດນທັງໝົດ ແລະ ເຫັນດີຊຸກຍູ້ໃຫ້ສອງຝ່າຍສືບຕໍ່ປຶກ ສາຫາລືຮ່ວມກັນໃນການແກ້ໄຂ ບໍລິເວນຄົງຄ້າງໃຫ້ສຳເລັດບົນຈິດ ໃຈທີ່ເປັນຍາດພີ່ນ້ອງບ້ານໃກ້ເຮືອນ ຄຽງດ້ວຍກັນ ແລະ ເພີ່ມທະວີການ ຮັກສາຄວາມສະຫງົບຮຽບຮ້ອຍ ຕາມບໍລິເວນຊາຍແດນ ແນໃສ່ສ້າງ ຊາຍແດນ ໃຫ້ເປັນເສັ້ນຊາຍແດນ ແຫ່ງສັນຕິພາບ ແລະ ການຮ່ວມມື. ພ້ອມກັນນີ້, ທ່ານປະທານປະເທດ ໄດ້ສະເໜີໃຫ້ສອງຝ່າຍຊຸກຍູ້ການ ຮ່ວມມືໃນການພັດທະນາເສັ້ນທາງ ຄົມມະນາຄົມຂົນສົ່ງ ແລະ ການ ເຊື່ອມໂຍງ ເຊື່ອມຈອດ ໃຫ້ປະກົດ ຜົນເປັນຈິງ, ຊຸກຍູ້ໃຫ້ກະຊວງ, ຂະ ແໜງການກ່ຽວຂ້ອງຂອງສອງ ຝ່າຍເຮັດວຽກຮ່ວມກັນຢ່າງໃກ້ຊິດ ການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ເພື່ອສ້າງ ເງື່ອນໄຂເອື້ອອໍານວຍໃຫ້ແກ່ພາກ ທຸລະກິດຂອງສອງປະເທດ ໃນການ ແລກປ່ຽນບົດຮຽນ ແລະ ຮ່ວມທຸລະ ກິດນໍາກັນຕື່ມໃນຕໍ່ໜ້າ, ເອົາໃຈໃສ່ ຈັດຕັ້ງປະຕິບັດບັນດາເອກະສານ ທີ່ໄດ້ລົງນາມຮ່ວມກັນແລ້ວນັ້ນ ໃຫ້ເປັນຮູບປະທຳ ໂດຍສະເພາະ ການຮ່ວມມືດ້ານພະລັງງານໄຟຟ້າ ແລະ ອື່ນໆ ເພື່ອເພີ່ມທະວີການຮ່ວມ ມືສອງປະເທດ ໃຫ້ມີປະສິດທິຜົນ ຍິ່ງຂຶ້ນ. ໃນຕອນທ້າຍ, ທ່ານປະທານປະ ເທດ ໄດ້ອວຍພອນໃຫ້ສົມເດັດມະ ຫາ ບໍວໍ ທິບໍດີ ຮຸນ ມາແນດ ພ້ອມຄະ ນະຈົ່ງປະສົບຜົນສໍາເລັດໃນການ ມາຢ້ຽມຢາມທາງການ ສປປ ລາວ ໃນຄັ້ງນີ້ ແລະ ອວຍໄຊໃຫ້ພອນຕໍ່ ທ່ານ ແລະ ຄະນະເດີນທາງກັບບ້ານ ດ້ວຍຄວາມສະຫວັດດີພາບ. ໃນຂະນະດຽວກັນ, ສົມເດັດ ມະ ຫາບໍວໍ ທິບໍດີ ຮຸນ ມາແນດ ກໍໄດ້ ສະແດງຄວາມຂອບໃຈຕໍ່ການຕ້ອນ ຮັບອັນອົບອຸ່ນຂອງລັດຖະບານ ແລະ ປະຊາຊົນລາວ ໃນຄັ້ງນີ້, ພ້ອມ ທັງໄດ້ນໍາເອົາຄໍາເຊື້ອເຊີນ ຂອງພະ ບາດ ສົມເດັດ ພະບໍຣົມມະນຽດ ໂນ ໂຣດົມ ສີຫາມຸນີ ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ ເຖິງທ່ານປະທານປະເທດ ໄປຢ້ຽມ ຢາມ ຣາຊະອານາຈັກກໍາປູເຈຍ ໃນ ເວລາອັນເໝາະສົມ. ພ້ອມກັນນີ້, ສົມ ເດັດ ມະຫາບໍວໍ ທິບໍດີ ຮຸນ ມາແນດ ຍັງໄດ້ສະແດງຄວາມໝາຍໝັ້ນຈະ ສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບ ສະໜູນ ສປປ ລາວ ໃນຕໍ່ໜ້າທັງໃນ ຂອບການຮ່ວມມືສອງຝ່າຍ, ຫລາຍ ຝ່າຍ ກໍຄື ໃນເວທີພາກພື້ນ ແລະ ສາ ກົນ, ຈະຊຸກຍູ້ພາກສ່ວນກ່ຽວຂ້ອງ ຂອງຕົນ ສືບຕໍ່ເຮັດວຽກຮ່ວມກັບ ຝ່າຍລາວຢ່າງໃກ້ຊິດ ເພື່ອຮ່ວມກັນ ເສີມຂະຫຍາຍສາຍພົວພັນມິດຕະ ພາບທີ່ເປັນມູນເຊື້ອ, ການພົວພັນ ແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານລະຫວ່າງ ລາວ-ກໍາປູເຈຍ ໃຫ້ນັບມື້ມີຄວາມ ກ້າວໜ້າແລະມີປະສິດທິຜົນສູງສຸດ, ນໍາເອົາຜົນປະໂຫຍດຕົວຈິງມາສູ່ ປະເທດຊາດ ແລະ ປະຊາຊົນສອງ ຊາດກຳປູເຈຍ-ລາວ,ອວຍພອນໃຫ້ ສາຍພົວພັນອັນດີງາມຂອງສອງ ປະເທດ ຈົ່ງໄດ້ຮັບການ ເພີ່ມພູນຄູນ ສ້າງແລະ ນັບມື້ແຕກດອກອອກຜົນ ຍິ່ງຂຶ້ນ. ພາບ: ເກດສະໜາ-ອ່າຍຄຳ ຂປລ. ເມື່ອບໍ່ດົນມານີ້, ສະຖານ ທູດອິນເດຍປະຈໍາລາວຮ່ວມກັບສູນ ສິລະປະແຫ່ງການໃຊ້ຊີວິດໃນລາວ ຈັດປາຖະກະຖາພາຍໃຕ້ຫົວຂໍ້ “ວັດ ທະນະທໍາ, ນັ່ງສະມາທິ ແລະ ພູມ ປັນຍາ” ໂດຍທ່ານກູຣູເດບ ສຣິ ສຣິ ຣາວີ ຊາງກາ ທູດແຫ່ງສັນຕິ ພາບໂລກ, ຜູ້ນຳທາງດ້ານມະນຸດ ສະທຳ ໃນໂອກາດທີ່ມາຢ້ຽມຢາມ ສປປ ລາວ ຄັ້ງທຳອິດ ໂດຍມີທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະ ຊວງຖະແຫລງຂ່າວ, ວັດທະນະ ທຳ ແລະ ການທ່ອງທ່ຽວ, ທ່ານ ປຣາຊານ ອາເກຣີວາຣ ເອກອັກຄະ ລັດຖະທູດອິນເດຍປະຈຳລາວພ້ອມ ດ້ວຍນັກການທູດ, ພະສົງ ແລະ ສະ ມາຄົມປະຊາຊົນອິນເດຍ ທີ່ອາໄສ ຢູ່ ສປປ ລາວເຂົ້າຮ່ວມ. ໂອກາດນີ້, ທ່ານ ກູຣູເດບ ສຣິ ສຣິ ຣາວີ ຊາງກາ ໄດ້ແນະນຳການ ນັ່ງສະມາທິ, ປ່ອຍວ່າງດ້ານຈິດໃຈ ທີ່ບໍ່ເຄີຍປະຕິບັດມາກ່ອນໃຫ້ເຍົາ ວະຊົນ, ໄວໜຸ່ມ ແລະ ຜູ້ທີ່ເຂົ້າຮ່ວມ ງານຄັ້ງນີ້ ເພື່ອສ້າງທັກສະທີ່ດີສໍາ ລັບການໃຊ້ຊີວິດປະຈໍາວັນຢູ່ເຮືອນ ແລະ ບ່ອນເຮັດວຽກ ເນື່ອງຈາກລະ ດັບຄວາມກົດດັນທີ່ມີການເພີ່ມຂຶ້ນ ຂອງມະນຸດ ໂດຍສະເພາະແມ່ນ ການລະບາດຂອງພະຍາດຕ່າງໆ ແລະ ບົດບາດຂອງການປະຕິບັດ ທາງຈິດວິນຍານ ແລະ ການເຮັດສະ ມາທິໃນການແກ້ໄຂບັນຫາທາງຈິດ ໃຈ ໂດຍການນັ່ງສະມາທິ, ໂຍຄະ ແລະ ບົດບາດໃນການບັນເທົາ ຄວາມກົດດັນຂອງນັກຮຽນ ແລະ ຜູ້ຊ່ຽວຊານ ເປັນໜຶ່ງໃນການແກ້ ໄຂບັນຫາດັ່ງກ່າວໄດ້. ການຢ້ຽມຢາມສປປລາວຂອງ ທ່ານ ສຣິ ສຣິ ຣາວີ ຊາງກາ ຍັງ ໄດ້ຍົກໃຫ້ເຫັນປະເທດລາວ ເປັນ ຈຸດໝາຍປາຍທາງທີ່ດຶງດູດຄວາມ ສົນໃຈ ໃນໄລຍະປີທ່ອງທ່ຽວລາວ 2024 ໃຫ້ແກ່ຜູ້ຕິດຕາມຂອງລາວ ນັບລ້ານໆຄົນໃນອິນເດຍ ແລະ ທົ່ວ ໂລກ. oj a j 'lt,kmy grn j vlh k'ma dltmu j fu .odko .-h -u ;y fxt9e;a o16j gIn vo c]t [j vogIa f;Pd ຂປລ. ໃນວັນທີ 26 ມີນາ 2024, ທີ່ຫໍສະພາແຫ່ງຊາດລາວ, ທ່ານ ທອງລຸນ ສີສຸລິດ ປະທານປະ ເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ

RkJQdWJsaXNoZXIy MTc3MTYxMQ==