07 xtgmf]k; gsfdko{dkora fmtok a 26/03/2024 ຂ່າວ: ພອນສະຫວັນ ມະນີສີ.່ າັ ນີ ສີ. -P'Ij vo 9a f[5 oot,a fltdkortmkf -P']q , 8y fra oda [gxu fxu mj v'mj P;]k; g9Q kg,n v'xkdmk ,v[g7n j v'-j ;pgs]n v 7v[7q ;z6 h 4n dva d7u wr 16 j [h kosh ;pclf dq 'l6 o.spj s;Pfok, v;prvo g9Q kc0;'g-dv' 3vdkfxu .\j ]k; rl 2567 ຂປລ. ແຫລ່ງຂ່າວຈາກ ແຂວງໄຊ ຍະບູລີ ໃຫ້ຮູ້ວ່າ: ບຸນນະມັດສະການ ພະທາດຊຽງລົມ ຕິດພັນກັບການ ເປີດປີທ່ອງທ່ຽວລາວ ປະຈໍາປີ 2024 ຂອງເມືອງຊຽງຮ່ອນ ຈັດ ຂຶ້ນຢ່າງເປັນທາງການໃນວັນທີ 24 ມີນາ 2024 ຜ່ານມາ ໂດຍມີ, ທ່ານ ດວງຕາ ໄຊວຸດ ຮອງເລຂາ ພັກແຂວງໄຊຍະບູລີ, ມີທ່ານ ແສງ ອາທິດ ລາວເບຼຍຢາທໍ່ ວ່າການເຈົ້າ ເມືອງຊຽງຮ່ອນ, ມີການນໍາຂອງ ແຂວງ, ເມືອງ, ພ້ອມດ້ວຍປະຊາ ຊົນບັນດາເຜົ່າ ແລະ ພຸດທະສາສະ ນິກະຊົນພາຍໃນເມືອງ ເຂົ້າຮ່ວມ ຢ່າງຄຶກຄື້ນ ເຊິ່ງພິທີໄດ້ມີການ ເຕົ້າໂຮມກ້ອນກໍາລັງພາຍໃນເມືອງ, ກ້ອນກໍາລັງຊາວໜຸ່ມ-ເຍົາວະຊົນ ຂປລ. ພິທີມອບ-ຮັບອາຄານ ໂຮງຮຽນປະຖົມສົມບູນ ບ້ານກ້ານ ເມືອງຊໍາເໜືອ ແຂວງຫົວພັນ ຈັດຂຶ້ນ ໃນທ້າຍອາທິດຜ່ານມາ ໂດຍມີທ່ານ ຄຳສວຍ ແກ້ວດາລາວົງ ປະທານສະ ມາຄົມມິດຕະພາບ ລາວ-ສ ເກົາຫລີ (LKFA)ແລະສະມາຄົມມິດຕະພາບ ສ ເກົາຫລີ-ລາວ (KLFA) ນຳໂດຍ ທ່ານ ໂອ ມິງ ຮວັນ ປະທານສະມາ ຄົມມິດຕະພາບ ສ ເກົາຫລີ-ລາວ ພ້ອມດ້ວຍຄະນະ, ມີທ່ານ ບຸນຍອງ ບຸດທະວົງ ຫົວໜ້າກົມການທູດປະຊາ ຊົນ ຄະນະພົວພັນຕ່າງປະເທດສູນ ກາງພັກ, ທ່ານນາງ ຄຳພອນ ສົມບູນ ຮອງເຈົ້າເມືອງຊຳເໜືອ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂຄງການກໍ່ສ້າງອາຄານໂຮງ ຮຽນປະຖົມສົມບູນ ບ້ານກ້ານ ປະ ກອບມີຈຳນວນ5ຫ້ອງຮຽນ,1ຫ້ອງ ການຄູ, ມີໂຕະຕັ່ງ ແລະ ຫ້ອງນ້ຳຍິງ- ຊາຍລວມມູນຄ່າການກໍ່ສ້າງ73.800 ໂດລາສະຫະລັດ ເຊິ່ງເປັນທຶນຊ່ວຍ ເຫລືອລ້າຈາກສະມາຄົມມິດຕະພາບ ສ ເກົາຫລີ-ລາວ ໂດຍໄດ້ເລີ່ມກໍ່ສ້າງ ມາແຕ່ເດືອນຕຸລາ 2023 ແລະ ສຳ ເລັດ 100% ໃນເດືອນມີນາ 2024 ໂດຍແມ່ນ ບໍລິສັດກໍ່ສ້າງ ມິ່ງຄຳແດງ ເປັນຜູ້ຮັບເໝົາກໍ່ສ້າງ. ໃນພິທີດັ່ງກ່າວ, ຍັງມີການມອບ- ຮັບເຄື່ອງຊ່ວຍເຫລືອຈາກສະມາຄົມ ມິດຕະພາບ ສ ເກົາຫລີ-ລາວ ຈຳ ນວນໝຶ່ງ ໃຫ້ແກ່ຜູ້ອຳນວຍການ ແລະ ນັກຮຽນໂຮງຮຽນດັ່ງກ່າວ, ພ້ອມທັງມອບໃບຍ້ອງຍໍຂອງທ່ານ ເຈົ້າແຂວງຫົວພັນ ໃຫ້ແກ່ປະທານ ສະມາຄົມ ສ ເກົາຫລີ-ລາວ ທີ່ໄດ້ ໃຫ້ທຶນກໍ່ສ້າງອາຄານໂຮງຮຽນດັ່ງ ກ່າວຈົນສຳເລັດ ເຊິ່ງເປັນການປະ ກອບສ່ວນເຂົ້າໃນການພັດທະນາ ການສຶກສາຂອງສປປລາວກໍຄືຂອງ ທ້ອງຖິ່ນແຂວງຫົວພັນ ໃຫ້ມີບາດ ກ້າວຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ. ຂປລ. ແຫລ່ງຂ່າວຈາກເມືອງ ປາກທາ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ສຸໄລ ດວງຜາ ຄຳ ເຈົ້າເມືອງປາກທາ ພ້ອມຄະນະ ໄດ້ມອບເຄື່ອງຊ່ວຍເຫລືອຄອບຄົວ ຜູ້ຖືກເຄາະຮ້າຍ ຈາກໄຟໄໝ້ເຮືອນຢູ່ ບ້ານຫ້ວຍແສດ ເມືອງປາກທາ ເຊິ່ງ ປະກອບມີ: ເຄື່ອງນຸ່ງຫົ່ມແລະ ເຄື່ອງ ໃຊ້ພາຍໃນຄົວເຮືອນ ເປັນຕົ້ນຜ້າຫົ່ມ, ເສື່ອນອນ, ເຂົ້າສານ, ເສື້ອນຸ່ງ, ໝໍ້ ໜຶ້ງ-ໝໍ້ແກ່ງ, ຫວດໜຶ້ງເຂົ້າ, ພ້ອມ ດ້ວຍເງິນສົດ 1 ລ້ານກີບ ແລະ ເຄື່ອງ ໃຊ້ຈຳເປັນອື່ນໆອີກຈຳນວນໜຶ່ງ. ຕາມການລາຍງານຂອງອຳນາດ ການປົກຄອງບ້ານຫ້ວຍແສດ ເມືອງ ປາກທາ ໃຫ້ຮູ້ວ່າ: ຕອນບ່າຍວັນທີ 18 ມີນາ 2024 ໄດ້ເກີດໄຟໄໝ້ ເຮືອນທ້າວບຸນເລີດໄຊຍະບານອາຍຸ 64 ປີ, ອາຊີບເຮັດໄຮ່ ຢູ່ບ້ານຫ້ວຍ ຂປລ. ແຫລ່ງຂ່າວຈາກ ແຂວງ ເຊກອງ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ຫງວຽນ ວັນ ຈຸງ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກ ໃຕ້ຂອງລາວ ພ້ອມຄະນະໄດ້ເຂົ້າ ອວຍພອນ ທ່ານ ເຫລັກໄຫລ ສີວິ ໄລ ເຈົ້າແຂວງເຊກອງ ເນື່ອງໃນໂອ ກາດສົ່ງທ້າຍປີເກົ່າ ພສ 2566 ແລະ ຕ້ອນຮັບປີໃໝ່ລາວ ພສ 2567. ໂອກາດນີ້, ທ່ານ ຫງວຽນ ວັນ ຈຸງ ໄດ້ນຳເອົາຄຳອວຍພອນໄຊອັນ ປະເສີດມາຍັງ ທ່ານ ເຫລັກໄຫລ ສີວິໄລ ພ້ອມດ້ວຍບັນດາຄະນະພັກ, ອົງການປົກຄອງແຂວງ ແລະ ປະ ຊາຊົນພາຍໃນແຂວງເຊກອງ ໃນ ໂອກາດຂຶ້ນປີໃໝ່ລາວ ພສ 2567 ທີ່ຈະມາເຖິງນີ້ ຈົ່ງມີສຸຂະພາບແຂງ ແຮງ, ມີພະລານາໄມສົມບູນ ແລະ ມີຜົນສຳເລັດໃນໜ້າທີ່ວຽກງານ ທຸກປະການ. ໃນໄລຍະຜ່ານມາ, ສະ ຖານກົງສູນໃຫຍ່ແຫ່ງ ສສ ຫວຽດ ນາມ ປະຈໍາພາກໃຕ້ລາວ ໄດ້ປະ ສານສົມທົບກັບ 4 ແຂວງພາກໃຕ້ ຂອງລາວ ລວມທັງແຂວງເຊກອງ ຊຶ່ງເປັນການສະແດງອອກເຖິງ ການເອົາໃຈໃສ່ຊຸກຍູ້ສາຍພົວພັນ ມິດຕະພາບທີ່ຍິ່ງໃຫຍ່, ຄວາມສາ ມັກຄີແບບພິເສດ ແລະ ການຮ່ວມມື ຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາວ ຫວຽດນາມ-ລາວ, ລາວ-ຫວຽດ ນາມ ກໍຄື ແຂວງເຊກອງ ກັບສະ ຖານກົງສູນໃຫຍ່ແລະ ບັນດາແຂວງ ຕ່າງໆຂອງ ສສ ຫວຽດນາມ ໃຫ້ pa’lk,kfIv’Ia[oadmjv’mjP;wfh1jk’rP’r= ,v[{Ia [vk7ko3I'IPoxt4q , [h kodh ko g,n v'-= kg|n v ແໜ້ນແຟ້ນຍິ່ງຂຶ້ນ. ໂອກາດດຽວກັນ, ທ່ານເຈົ້າແຂວງ ເຊກອງກໍໄດ້ສະແດງຄວາມຂອບໃຈ ຕໍ່ຄຳອວຍພອນຂອງ ທ່ານ ຫງວຽນ ວັນຈຸງ ຊຶ່ງຍາມໃດກໍເຫັນໄດ້ເຖິງ ຄວາມສໍາຄັນ ແລະ ໃຫ້ການຮ່ວມມື ຢ່າງຮອບດ້ານໃນໄລຍະຜ່ານມາ. ພ້ອມນັ້ນ, ທ່ານໄດ້ຕີລາຄາສູງ ຕໍ່ຜົນງານເປັນໃຈກາງປະສານ ງານຊ່ວຍຮັດແໜ້ນຄວາມສາມັກຄີ ແລະ ຜັນຂະຫຍາຍການຮ່ວມມື ລະຫວ່າງ ບັນດາແຂວງພາກໃຕ້ ຂອງ ສປປ ລາວ ກັບ ບັນດາແຂວງ ຂອງ ສສ ຫວຽດນາມ ໂດຍສະ ເພາະກັບແຂວງເຊກອງ ແລະ ໃນ ໂອກາດປີໃໝ່ລາວ ພສ 2567 ນີ້ ຂໍອວຍພອນແດ່ ທ່ານກົງສູນໃຫຍ່, ການນຳພັກ-ລັດ ແລະ ປະຊາຊົນ ຫວຽດນາມ ຈົ່ງມີສຸຂະພາບແຂງ ແຮງ, ມີພະລານາໄມສົມບູນ ແລະ ມີຜົນສຳເລັດໃນໜ້າທີ່ການງານ ທຸກປະການ, ອວຍພອນແດ່ສາຍ ພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານ ລະຫວ່າງ ສອງ ພັກ-ສອງລັດ ປະຊາຊົນສອງຊາດ ໂດຍສະເພາະແຂວງເຊກອງ ໃຫ້ໝັ້ນ ຄົງຕະຫລອດໄປ. ແລະ ຊົມການສະແດງສິລະປະ ວັນນະຄະດີ. ທ່ານ ແສງອາທິດ ລາວເບຼຍ ຢາທໍ່ ໄດ້ມີຄຳເຫັນໃນພິທີວ່າ: ຈຸດປະສົງ ຂອງການເປີດປີທ່ອງ ທ່ຽວຕິດພັນກັບບຸນນະມັດສະການ ພະທາດຊຽງລົມ ຂອງເມືອງຊຽງ ຮ່ອນ ກໍເພື່ອເປັນການໂຄສະນາ ເຜີຍແຜ່ສະຖານທີ່ທ່ອງທ່ຽວຕິດ ພັນກັບຮີດຄອງປະເພນີອັນດີງາມ ຕະຫລອດເຖິງວິຖີການດຳລົງຊີວິດ ຂອງລາວ ໂດຍສະເພາະແມ່ນຂອງ ເມືອງຊຽງຮ່ອນ ໃຫ້ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດໄດ້ ຮັບຮູ້ຂໍ້ມູນຂ່າວສານແຫລ່ງທ່ອງ ທ່ຽວ ລວມເຖິງສະຖານທີ່ພັກແຮມ, ຮ້ານອາຫານ ເພື່ອດຶງດູດເອົານັກ ທ່ອງທ່ຽວທີ່ໄດ້ເຂົ້າທ່ຽວຊົມເມືອງ ຊຽງຮ່ອນ ໃຫ້ນັບມື້ຫລາຍຂຶ້ນ. ເມືອງຊຽງຮ່ອນ ມີແຫລ່ງທ່ອງ ທ່ຽວທັງໝົດ 14 ແຫ່ງ. ໃນນັ້ນ, ແຫລ່ງທ່ອງທ່ຽວດ້ານວັດທະນະທຳ 3ແຫ່ງ, ແຫລ່ງທ່ອງທ່ຽວທາງດ້ານ ປະຫວັດສາດ 2 ແຫ່ງ ແລະ ແຫລ່ງ ທ່ອງທ່ຽວທາງດ້ານທຳມະຊາດ 9 ແຫ່ງ. ໃນໂອກາດດຽວກັນ, ກໍໄດ້ປະ ກາດຮັບຮອງ ບ້ານພູລ້ານ ແລະ ບ້ານມົກສະຕຸ ເປັນບ້ານວັດທະນະ ທໍາໃໝ່ ບ້ານທີ 34 ແລະ 35. ຂອງ ເມືອງ ຕື່ມອີກ. ແສດ, ເມຍຊື່ ນາງ ຊາ ອາຍຸ 59 ປີ ອາຊີບເຮັດໄຮ່, ໃນຄອບຄົວມີທັງ ໝົດ14ຄົນ, ຍິງ 9ຄົນ, ລວມມູນຄ່າ ການເສຍຫາຍປະມານ 100 ລ້ານ ກວ່າກີບ. ສ່ວນສາເຫດອັກຄີໄພຄັ້ງ ນີ້, ພາກສ່ວນທີ່ກ່ຽວຂ້ອງສັນນິຖານ ວ່າ ເກີດຈາກໄຟຟ້າລັດວົງຈອນ. ຕໍ່ກັບເຫດການດັ່ງກ່າວ, ຈຶ່ງ ຮຽກຮ້ອງພໍ່ແມ່ປະຊາຊົນ ຈົ່ງພ້ອມ ກັນມີສະຕິລະວັງຕົວໃຫ້ຫລາຍຂຶ້ນ ກວ່າເກົ່າ, ກ່ອນຈະອອກຈາກບ້ານ- ຈາກເຮືອນໃຫ້ກວດກາແລະມອດໄຟ ໃນເຮືອນໃຫ້ຮຽບຮ້ອຍເພື່ອຄວາມ ປອດໄພຕໍ່ຊັບຊິນສ່ວນຕົວແລະຄອບ ຄົວຂອງທ່ານເອງ.
RkJQdWJsaXNoZXIy MTc3MTYxMQ==