xtgmf]k; 6 26/03/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາ dkozt]y fdtly degxa oly o7h k 7n mj kcI'le7a o0v'-kf ໂດຍ: ເກີດຂວັນໃຈ ມາລີຈັນສີ zQ 'lk]u 9tfb 'f6 foa dmj v'mj P; .sh wfh 1 clod;j k7q o rkp.oxu 2024 * ແຂວງຜົ້ງສາລີ ເປັນແຂວງ ເໜືອສຸດຂອງ ສປປ ລາວ, ມີຊາຍ ແດນຕິດກັບ ສສ ຫວຽດ ແລະ ສປ ຈີນ ເຊິ່ງເປັນແຂວງທີ່ມີຄວາມບົ່ມ ຊ້ອນດ້ານການຜະລິດກະສິກໍາ ເປັນ ສິນຄ້າ ແລະ ການທ່ອງທ່ຽວໄປ ຄວບຄູ່ກັນ. ຫວ່າງບໍ່ດົນມານີ້, ຕາມ ການລາຍງານຂອງ ພະແນກຖະ ແຫລງຂ່າວວັດທະນະທໍາ ແລະທ່ອງ ທ່ຽວຂອງແຂວງຜົ້ງສາລີວ່າ: ໃນ ປີ 2023, ມີນັກທ່ອງທ່ຽວເຂົ້າມາ ທ່ຽວຊົມແຂວງຜົ້ງສາລີ 143.000 ກວ່າຄົນໃນນີ້, ມີນັກທ່ອງທ່ຽວພາຍ ໃນ66.800ກວ່າຄົນ ແລະນັກທ່ອງ * ສປປ ລາວ ເປັນປະເທດທີ່ມີ ຄວາມອຸດົມຮັ່ງມີດ້ານຊັບພະຍາ ກອນທຳມະຊາດ ມີຈຸດເດັ່ນດ້ານ ການຜະລິດກະສິກຳເປັນສິນຄ້າ ຂອງລາວປະກອບສ່ວນເຂົ້າໃນ ການ ພັດທະນາເສດຖະກິດ-ສັງຄົມ ແລະ ແກ້ໄຂຄວາມທຸກຍາກ. ແຕ່ ແນວໃດກໍ່ດີ ເຖິງວ່າປະເທດລາວ ເຮົາຈະມີທ່າແຮງ ແລະ ເງື່ອນໄຂ ແຕ່ສິນດ້ານກະສິກໍາພາຍໃນປະ ເທດ ຍັງບໍ່ຫລາຍເທົ່າທີ່ຄວນແລະ ຄາດວ່າໃນອະນາຄົດປະເທດລາວ ເຮົາຈະມີສິນຄ້າ ກະສິກໍາທີ່ຫລາກ ຫລາຍເພື່ອຈໍາໜ່າຍທັງພາຍໃນ ແລະ ຕ່າງປະເທດ ເໝືອນກັບຜະ ລິດຕະພັນເຫລົ້າລາວດີ ຈາກຜູ້ປະ ກອບການລາວ ທີ່ປະສົບຜົນສໍາ ເລັດໃນການໝູນໃຊ້ກະສິກໍາເປັນ ສິນຄ້າ ນັ້ນກໍຄື ເຫລົ້າລາວດີ ທີ່ປັດ ຈຸບັນສົ່ງອອກ ໄປປະເທດຍີ່ປຸ່ນ, ຝຣັ່ງ, ເຂດປົກຄອງພິເສດ ໄຕ້ຫວັນ ແລະ ອື່ນໆ ໂດຍປະເທດທີ່ສັ່ງນຳເຂົ້າ ຫລາຍທີ່ສຸດແມ່ນຕະຫລາດ ຍີ່ປຸ່ນ ແລະ ໄຕ້ຫວັນ. ທ່ານ ສີຫັດຖະ ຣາຊະພົນ ເຈົ້າ ຂອງໂຮງງານຜະລິດເຫລົ້າລາວດີ ໃຫ້ສຳພາດກ່ຽວກັບທ່າແຮງຂອງ ປະເທດລາວ ຕໍ່ການເຮັດທຸລະກິດ ວ່າ: ປັດຈຸບັນຕະຫລາດຕ່າງປະ ເທດ ເປັນໂອກາດທີ່ດີຂອງຜູ້ຜະລິດ ລາວ ເພາະເປັນຕະຫລາດທີ່ໃຫຍ່ ໜ້າສົນໃຈມີມູນຄ່າສູງ ແຕ່ໃນຂະ ນະດຽວກັນກໍມີການແຂ່ງຂັນທີ່ສູງ ກວ່າ ຕະຫລາດພາຍໃນຫລາຍເທົ່າ ມີຄ່າໃຊ້ຈ່າຍທີ່ສູງ ເຊິ່ງເປັນສິ່ງທ້າ ທາຍອັນດັບໜຶ່ງ. ສະນັ້ ນ, ຜູ້ຜະລິດ ລາວ ຕ້ອງໄ ດ້ໝູນໃຊ້ທ່າແຮງທີ່ໄດ້ ປຽບຂອງປະເທດຕົນເອງໃນການ ແຂ່ງຂັນກັບພາຍນອກນັ້ນກໍຄື: ຂະ ແໜງການກະສິກຳ ທີ່ ສປປ ລາວ ມີຄວາມໄດ້ປຽບເລື່ອງຊັບພະຍາ ກອນທຳມະຊາດທີ່ອຸດົມສົມບູນ ທີ່ສາມາດນຳມາປຸງແຕ່ງເປັນຜະ ລິດຕ ະພັນຕ່ າງໆ ເພື່ອຕ ອບສ ະໜ ອງ ຄວາມຕ້ ອງການຂອງຜູ້ ບໍ ລິໂ ພກ ທັງ ພາຍໃນ ແລະ ຕ່າງປະເທດ ໄດ້ແຕ່ ກໍ່ບໍ່ແມ່ນເລື່ອງງ່າຍການທີ່ຜະລິດ ສິນຄ້າໃດໜຶ່ງແລ້ວໄດ້ຮັບຄວາມ ສົນໃຈ ຕ້ອງໃຊ້ທັງຄວາມພະຍາ ຍາມໃນການເຮັດຕະຫລາດສິນຄ້າ ຂອງເຮົາ ຕ້ອງໝັ້ນໃຈວ່າໄດ້ຄຸນ ນະພາບແທ້, ການປຸງແຕ່ງຕ້ອງໄດ້ ຮັບປະກັນ, ການຫຸ້ມຫໍ່ ກໍໜ້າສົນ ໃຈ ແລະ ໄດ້ມາດຕະຖານ ຈຶ່ງຈະມີ ໂອກາດເຂົ້າໄປໃນຕະຫລາດຕ່າງ ປະເທດໄດ້. ປັດຈຸບັນຜູ້ປະກອບ ການລາວ ຍັງຕ້ອງໄດ້ປັບປຸງຂັ້ນ ຕອນຂອງການປຸງແຕ່ງ, ການຫຸ້ມ ຫໍ່ໃ ຫ້ໄ ດ້ມາດຕະຖານ ເພື່ອເຮັດໃຫ້ ສິນຄ້າເປັນທີ່ຕ້ອງການຂອງຜູ້ບໍລິ ໂພກ ທັງພ າຍໃ ນແ ລະ ພາຍນ ອກໄ ດ້. ທ່ານ ສີຫັດຖະ ເວົ້າຕື່ມວ່າ: ຖ້າ ຢາກໃ ຫ້ສິ ນຄ້າເປັນທີ່ ຕ້ ອການຂອງ ຜູ້ບໍ ລິໂ ພກ ຕ້ອງສຶກສາເບິ່ງຕ່າງປະ ເທດວ່າເຂົາເຮັດແນວໃດ ປະເທດ ເຂົາມີຫຍັງ ແລະ ບໍ່ມີຫຍັງແດ່ ຕະ ຫລາດເຂົາຕ້ອງການຫຍັງແລ້ວຫັນ ມາເບິ່ງວ່າລາວເຮົາ ມີຫຍັງເຮັດໄດ້ ເພື່ອນຳໄປປັບໃຊ້ໃນຜະລິດຕະພັນ ລາວ ແລ້ວສົ່ງອອກໄປຂາຍຢູ່ຕ່າງ ປະ ເທດ ເປັນຕົ້ ນຜະລິດຕະພັນເລື່ອງ ກະສິກຳ ເລື່ອງອາຫານທີ່ສະອາດ ພືດຜັກໝາກໄມ້ ຊີ້ນສັດ ທີ່ຕ້ອງເນັ້ນ ໄປໃນທາງທີ່ບໍລິສຸດປອດສານເຄມີ ເພື່ອສ້າງຄວາມແຕກຕ່າງ ໃຫ້ສາ ມາດແຂ່ງຂັນ ແລະ ສູ້ກັບສິນຄ້າ ຈາກປະເທດອື່ນໆໄດ້. ການຜະລິດ ກະສິກຳຖືເປັນໂຄງລ່າງພື້ນຖານ ສຳຄັນໃນລະບົບເສດຖະກິດຂອງ ຫລາຍປະເທດໃນທົ່ວໂລກ ເຊັ່ນ ດຽວກັບ ສປປ ລາວ ເຮົາທີ່ມີທ່າ ແຮງ ແລະ ເປັນອີກ 1 ບູລິມະສິດ ທີ່ ລັດຖະບານຂອງ ສປປ ລາວ ເຮົາ ສົ່ງເສີມໃຫ້ປະຊາຊົນມີການເຮັດ ກະສິກຳແປຮູບ ເຮັດເປັນສິນຄ້າເພື່ອ ສົ່ງອອກ. ປັດຈຸບັນ ເຫລົ້າ LAODI ມີຂາຍທັງພາຍໃນປະເທດ ແລະ ສົ່ງ ອອກປີລະ 10 – 15 ພັນແກ້ວ ໄປ ຂາຍຢູ່ ຍີ່ປຸ່ນ, ຝຣັ່ງ, ເຂດປົກຄອງ ພິເສດ ໄຕ້ຫວັນ ແລະ ອື່ນໆ ໂດຍປະ ເທດທີ່ນຳເຂົ້າຫລາຍທີ່ສຸດແມ່ນ ຕະຫລາດຍີ່ປຸ່ນ ແລະ ໄຕ້ຫວັນ. ທ່ຽວຕ່າງປະເທດ 76.500 ກວ່າ ຄົນ, ລາຍຮັບຈາກນັກທ່ອງທ່ຽວ 15.389.990 ໂດລາສະຫະລັດ ທຽບໃສ່ແຜນການປະຕິບັດໄດ້ 68,26% ທຽບໃສ່ 1 ປີຜ່ານມາ ເພີ່ມຂຶ້ນ359,26%ໃນນີ້, ນັກທ່ອງ ທ່ຽວທີ່ເຂົ້າມາຜ່ານດ່ານສາກົນ ລານຕຸ້ຍມີ 15.678 ເທື່ອຄົນ; ນັກ ທ່ອງທ່ຽວທີ່ເຂົ້າມາຜ່ານດ່ານສາ ກົນປາງຫົກມີ 34.530 ເທື່ອຄົນ. ໃນທົ່ວແຂວງມີໂຮງແຮມ 10 ແຫ່ງ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 1 ແຫ່ງ; ເຮືອນພັກ 60 ແຫ່ງ ທຽບໃສ່ປີຜ່ານ ມາເພີ່ມຂຶ້ນ 4 ແຫ່ງ; ພັດທະຄານມີ 3 ແຫ່ງທຽບໃສປີຜ່ານມາຫລຸດລົງ 2 ແຫ່ງ; ຮ້ານອາຫານມີ 62 ຮ້ານ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 1 ຮ້ານ, ຮ້ານກິນດື່ມ 64 ຮ້ານ ທຽບໃສ່ປີ ຜ່ານມາເພີ່ມຂຶ້ນ 8 ຮ້ານ ແລະ ຮ້ານ ບັນເທີງ 3 ຮ້ານ. ສຳລັບທິດທາງ ຄາດໝາຍປີ 2024, ຈະດຶງດູດນັກ ທ່ອງທ່ຽວເຂົ້າມາທ່ຽວພາຍໃນ ແຂວງໃຫ້ໄດ້ 128.775 ເທື່ອຄົນ, ສ້າງລາຍຮັບໃຫ້ໄດ້ 17.242.190 ໂດລາສະຫະລັດ. ໃນປີທ່ອງທ່ຽວ 2024 ນີ້, ແຜນ ການແມ່ນຈະຈັດຂຶ້ນໃນເດືອນ ພະ ຈິກ 2024, ເຊິ່ງຈະມີຫລາຍກິດຈະ ກໍາທີ່ຈະຈັດຂຶ້ນໃນເທສະການອາ ຫານເຜົ່າ ແລະ ດື່ມນ້ໍາຊາເປັນຕົ້ນ ແມ່ນ ກິດຈະກຳປະກວດອາຫານ ເຜົ່າ, ປະກວດການຊົງຊາ, ການປະ ກວດນາງງາມຊົນເຜົ່າ, ການວາງ ສະແດງອາຫານ ຂອງບັນດາເຜົ່າ, ວາງສະແດງສິນຄ້າຜະລິດຕະພັນ ຊາແລະສິນຄ້າໂອດ໋ອບຂອງແຂວງ, ການສະແດງສີລະປະວັນນະຄະດີ ແລະ ອື່ນໆ.
RkJQdWJsaXNoZXIy MTc3MTYxMQ==