5839

xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** 26/03/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຂປລ. ຕອນເຊົ້າວັນທີ 23 ມີນາ 2023 ນີ້, ຢູ່ແຂວງຫລວງພະບາງ, ເຈົ້າໜ້າທີ່ອາວຸໂສວັດທະນະທຳສັງຄົມ ອາຊຽນ ແລະ ໜ່ວຍງານ ພັດທະນາແຜນຍຸດທະສາດເສົາຄ້ຳ ວັດທະນະທຳ-ສັງຄົມ ອາຊຽນ ຫລັງປີ 2025 ໄດ້ສືບຕໍ່ປຶກສາຫາລື ເພື່ອລະດົມແນວຄວາມຄິດໃນການ ສ້າງແຜນຍຸດທະສາດດັ່ງກ່າວໂດຍ ໄດ້ພິຈາລະນາ ແລະ ຕົກລົງຫລາຍ ບັນຫາສຳຄັນ ເພື່ອຈະນຳເຂົ້າພິຈາ ລະນາໃນກອງປະຊຸມ ເຈົ້າໜ້າທີ່ອາ ວຸໂສວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 36 ທີ່ຈັດຂຶ້ນໃນຕອນບ່າຍ ວັນດຽວກັນນີ້. ທ່ານ ຄຳພູ ເພັຍສັກຂາ ຮອງ ຫົວໜ້າກົມແຜນການ ແລະ ການ ຮ່ວມມືສາກົນ ກະຊວງຖະແຫລງ ຂ່າວ,ວັດທະນະທຳແລະທ່ອງທ່ຽວ, ທັງເປັນເຈົ້າໜ້າທີ່ອາວຸໂສວັດທະນະ ທຳ-ສັງຄົມ ອາຊຽນ ໄດ້ໃຫ້ຮູ້ວ່າ: ຜ່ານການປຶກສາຫາລືຂອງເຈົ້າໜ້າ ທີ່ອາວຸໂສວັດທະນະທຳ-ສັງຄົມ ອາຊຽນ ແລະ ໜ່ວຍງານພັດທະ ນາແຜນຍຸດທະສາດເສົາຄ້ຳວັດທະ ນະທຳ-ສັງຄົມອາຊຽນ ຫລັງປີ 2025 ໃນໄລຍະ 20 ປີຕໍ່ໜ້າ ໄດ້ມີ ຄວາມຄືບໜ້າຫລາຍດ້ານ. ໃນນັ້ນ, ໄດ້ຕົກລົງເປັນເອກະພາບກັນຈະ ສ້າງແຜນຍຸດທະສາດ ໂດຍອີງໃສ່ ແບບຂອງປະຊາຄົມການເມືອງ ຄວາມໜັ້ນຄົງ ເປັນຫລັກ ເຊິ່ງການ ກໍານົດຈຸດປະສົົງ ເປົ້າໝາຍຂອບເຂດ ການເຮັດວຽກຂອງແຕ່ລະຂະແໜງ ການຢູ່ໃນເສົາຄໍ້າປະຊາຄົມລວມມີ 15 ຂະແໜງການຫລັກນອນໃນ ln [8+ ]tfq ,co;7;k,7y flh k'p5 fmtlkfglq k7E ;a fmtotme{la '7q ,vk-Po s]a 'xu 2025 ແຜນຍຸດທະສາດ ທີ່ຈະສ້າງໃນ 20 ປີຂ້າງໜ້ານີ້. ນອກຈາກນັ້ນ, ຍັງມີ ບາງວຽກ, ບາງກິດຈະກໍາໄດ້ພົວພັນ ກັບຂະແໜງການ ຫລື ເສົາຄໍ້າອື່ນໆ ເປັນຕົ້ນ ເສົາຄໍ້າເສດຖະກິດມາຮອດ ປັດຈຸບັນໄດ້ເລີ່ມກໍານົດເອົາບັນດາ ຂະແໜງການ ທີ່ຈະເປັນເຈົ້າການ ຫລັກໃນການຈັດຕັ້ງປະຕິບັດໃນແຕ່ ລະຂະແໜງການ. ພ້ອມນີ້, ຍັງຈະໄດ້ສືບຕໍ່ຈັດກອງ ປະຊຸມປຶກສາຫາລືເພື່ອສ້າງແຜນ ຍຸດທະສາດດັ່ງກ່າວຕື່ມອີກ ເຊິ່ງຄັ້ງ ທີ 3 ຈະຈັດຂຶ້ນ ຢູ່ປະເທດມາເລເຊຍ ປະມານວັນທີ 26-27 ເມສາ 2024 ທີ່ຈະມາເຖິງນີ້. ສຳລັບບຸລິມະສິດຂອງເສົາຄໍ້າ ວັດທະນະທໍາ-ສັງຄົມອາຊຽນ ຢູ່ ສປປ ລາວ ແມ່ນເນັ້ນໃສ່ສົ່ງເສີມບົດ ບາດວັດທະນະທໍາ ແລະ ສິລະປະໃນ ອາຊຽນໃຫ້ກວມລວມ ແລະ ຍືນຍົງ, ການສົ່ງເສີມການຮ່ວມມືດ້ານສິ່ງ ແວດລ້ອມ, ການສົ່ງເສີມບົດບາດ ຂອງແມ່ຍິງ ແລະ ເດັກນ້ອຍ ເພື່ອ ການຫັນປ່ຽນ ພຶດຕິກຳໃນອາຊຽນ, ເສີມຂະຫຍາຍເສດຖະກິດການດູແລ ແລະ ຄວາມເຂັ້ມແຂງ ເພື່ອນໍາໄປ ສູ່ປະຊາຄົມອາຊຽນ ຫລັງປີ 2025 ແລະ ການຫັນປ່ຽນການປັບປຸງສຸຂະ ພາບຂອງອາຊຽນ. ຂ່າວ: ທະນູທອງ,ພາບ: ເກດສະໜາ ສຳເລັດກອງປະຊຸມສະພາ... ການມີສ່ວນຮ່ວມທາງສັງຄົມ ແຫ່ງ ຕີມໍ ເເລັດສະເຕ ແລະ ຄະນະຜູ້ແທນ ຈາກປະເທດສະມາຊິກອາຊຽນ ເຂົ້າຮ່ວມ. ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ຖະແຫລງຜົນສຳເລັດ ຂອງກອງປະຊຸມດັ່ງກ່າວວ່າ: ກອງ ປະຊຸມໄດ້ສະແດງຄວາມຊົມເຊີຍ ແລະ ສະໜັບສະໜູນການເປັນປະ ທານອາຊຽນ ຂອງ ສປປ ລາວ ພາຍ ໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມ ຈອດ ແລະ ຄວາມເຂັ້ມແຂງອາ ຊຽນ” ພາຍໃຕ້ອົງປະກອບ “ການ ເພີ່ມທະວີການເຊື່ອມຈອດອາ ຊຽນ” ໂດຍໄດ້ກໍານົດ 4 ຂົງເຂດບຸ ລິມະສິດ ຄື: ການເຊື່ອມໂຍງ ແລະ ການເຊື່ອມຈອດທາງດ້ານເສດຖະ ກິດ; ການສ້າງອະນາຄົດແບບມີ ສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນ ຍົງ; ການຫັນປ່ຽນເພື່ອກ້າວໄປສູ່ດີ ຈິຕອນໃນອະນາຄົດ ແລະ ວັດທະ ນະທຳ-ສິລະປະ, ສົ່ງເສີມບົດບາດ ຂອງວັດທະນະທຳ-ສິລະປະອາ ຊຽນ ເພື່ອຄວາມກວມລວມ ແລະ ຍືນຍົງ. ສຳລັບອົງປະກອບ“ເພີ່ມທະ ວີຄວາມເຂັ້ມແຂງອາຊຽນ” ໄດ້ ກໍານົດ 5 ຂົງເຂດບຸລິມະສິດຄື: ການສ້າງແຜນຍຸດທະສາດ ເພື່ອ ຈັດຕັ້ງປະຕິບັດວິໄສທັດປະຊາຄົມ ອາຊຽນ 2045; ເພີ່ມທະວີຄວາມ ເປັນແກນກາງຂອງອາຊຽນ; ສົ່ງ ເສີມການຮ່ວມມືທາງດ້ານສິ່ງແວດ ລ້ອມ ກໍຄື ສ້າງຄວາມເຂັ້ມແຂງຕໍ່ ການປ່ຽນແປງດິນຟ້າອາກາດ; ແມ່ຍິງ ແລະ ເດັກນ້ອຍ “ ສົ່ງເສີມ ບົດບາດຂອງແມ່ຍິງ ແລະ ເດັກ ນ້ອຍເພື່ອກ້າວໄປສູ່ການຫັນປ່ຽນ ການປະພຶດຢ່າງເປັນລະບົບໃນ ອາຊຽນ” ແລະ ສາທາລະນະສຸກ “ສ້າງຄວາມເຂັ້ມແຂງທາງດ້ານ ສາທາລະນະສຸກຂອງອາຊຽນໃນ ສະພາບການໃໝ່”. ນອກຈາກນີ້, ຍັງມີແຜນສະເໜີ ອອກຖະແຫລງ ການຈຳນວນໜຶ່ງຕື່ມອີກ ເປັນຕົ້ນ ໃນວຽກງານສົ່ງເສີມ ແລະ ປົກ ປ້ອງແຮງງານເຄື່ອນຍ້າຍ ແລະ ອື່ນໆ. ສຳລັບການຈັດຕັ້ງປະຕິບັດ ແຜນແມ່ບົດປະຊາຄົມວັດທະນະ ທຳ-ສັງຄົມອາຊຽນ 2025 ມາ ຮອດປັດຈຸບັນແຜນແມ່ບົດດັ່ງກ່າວ, ປະຕິບັດໄດ້ 97% ເຊິ່ງກອງປະຊຸມ ໄດ້ຮຽກຮ້ອງໃຫ້ພາກສ່ວນຕ່າງໆ ຂອງເສົາຄ້ຳວັດທະນະທຳ-ສັງຄົມ ອາຊຽນ ຂຸ້ນຂ້ຽວໃນການຈັດຕັ້ງປະ ຕິບັດແຜນວຽກພາຍໃຕ້ຄວາມຮັບ ຜິດຊອບຂອງຕົນ. ພ້ອມນີ້, ກອງປະຊຸມຍັງໄດ້ຊົມ ເຊີຍຕໍ່ຜົນສໍາເລັດຂອງການເປີດ ນຳໃຊ້ລະບົບການຕິດຕາມ ແລະ ປະ ເມີນຜົນຖານຂໍ້ມູນຂອງເສົາຄໍ້າປະ ຊາຄົມວັດທະນະທຳ-ສັງຄົມອາ ຊຽນ (ADME System) ເຊິ່ງ ເປັນແຫລ່ງສະໜອງຂໍ້ມູນທີ່ສຳຄັນ ແລະ ເປັນບ່ອນອີງສຳລັບການຄົ້ນ ຄວ້າວາງນະໂຍບາຍ, ແຜນການ ແລະ ການຈັດຕັ້ງປະຕິບັດບັນດາຂໍ້ ລິເລີ່ມຂອງເສົາຄ້ຳວັດທະນະທຳສັງຄົມອາຊຽນ. ສ່ວນຮ່າງແຜນຍຸດ ທະສາດຫລັງປີ 2025 ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າໃນການ ຮ່າງແຜນຍຸດທະສາດດັ່ງກ່າວ, ທີ່ ກວມເອົາຂົງເຂດວັດທະນະທຳ ແລະ ສິລະປະ, ລັດຖະກອນ, ຖະແຫລງ ຂ່າວ, ການສຶກສາ, ການສົ່ງເສີມ ແລະປົກປ້ອງສິດທິແມ່ຍິງແລະ ເດັກ ນ້ອຍ, ຊາວໜຸ່ມ, ສະຫວັດດີການສັງ ຄົມ ແລະ ການພັດທະນາ, ກິລາ, ການພັດທະນາຊົນນະບົດ ແລະ ລຶບ ລ້າງຄວາມທຸກຍາກ, ສິ່ງແວດລ້ອມ, ການຄຸ້ມຄອງໄພພິບັດ, ແຮງງານ ແລະ ສາທາລະນະສຸກ. ກອງປະຊຸມໄດ້ສະແດງຄວາມ ຊົມເຊີຍຕໍ່ການປະກອບສ່ວນອັນສຳ ຄັນຂອງບັນດາຂະແໜງການທີ່ ໄດ້ເຂົ້າຮ່ວມກອງປະຊຸມຊ້ອງໜ້າ ລະຫວ່າງ ລັດຖະມົນຕີປະຊາຄົມວັດ ທະນະທໍາ-ສັງຄົມອາຊຽນ ແລະ ປະ ທານລັດຖະມົນຕີ ຂະແໜງການໃນ ເສົາຄ້ຳວັດທະນະທໍາ-ສັງຄົມອາ ຊຽນ ທີ່ ສປປ ລາວ ເປັນປະທານ ເພື່ອແລກປ່ຽນທັດສະນະກ່ຽວກັບວິ ໄສທັດປະຊາຄົມອາຊຽນ 2045 ແລະ ໄດ້ຍົກໃຫ້ເຫັນເຖິງຄວາມຈໍາ ເປັນຂອງການປະສານງານລະ ຫວ່າງຂະແໜງການ ແລະ ເສົາຄໍ້າ. ກອງປະຊຸມໄດ້ຮັບຊາບທັດສະນະ ແລະ ຂໍ້ສະເໜີຂອງບັນດາລັດຖະມົນ ຕີ ແລະ ຜູ້ຕາງໜ້າຂອງຂະແໜງ ການ ໃນເສົາຄ້ຳວັດທະນະທໍາ-ສັງ ຄົມ ອາຊຽນ ທີ່ ສປປ ລາວ ເປັນປະ ທານກ່ຽວກັບການພັດທະນາແຜນ ຍຸດທະສາດປະຊາຄົມວັດທະນະ ທຳ-ສັງຄົມອາຊຽນ ຫລັງປີ 2025. ພ້ອມທັງໄດ້ຮຽກຮ້ອງໃຫ້ຂະແໜງ ການຕ່າງໆມີສ່ວນຮ່ວມ ແລະ ປະ ກອບສ່ວນຢ່າງຕັ້ງໜ້າ ເພື່ອຮ່າງ ແຜນຍຸດທະສາດປະຊາຄົມວັດທະ ນະທຳ-ສັງຄົມອາຊຽນຫລັງປີ 2025 ໃຫ້ສໍາເລັດຕາມຄາດໝາຍ. ພ້ອມນີ້, ຍັງໄດ້ເປັນເອກະພາບຮັບ ຮອງຖະແຫລງການວັງວຽງ ວ່າ ດ້ວຍການສົ່ງເສີມຜະລິດຕະພັນວັດ ທະນະທຳຂະໜາດນ້ອຍ ແລະ ກາງ ຄຽງຄູ່ກັບການເຕີບໂຕສີຂຽວ ແລະ ການພັດທະນາແບບຍືນຍົງ (ທີ່ສະ ເໜີໂດຍ ສປປ ລາວ) ເພື່ອສະເໜີ ຜູ້ນຳອາຊຽນຮັບຮອງໃນກອງປະ ຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ເຊິ່ງເປັນການເນັ້ນຢໍ້າໃຫ້ ເຫັນຄວາມສໍາຄັນໃນການສົ່ງເສີມ ບົດບາດວັດທະນະທຳ ແລະ ສິລະ ປະໃນອາຊຽນແບບກວມລວມ, ຍືນຍົງ ແລະ ວິສາຫະກິດວັດທະນະ ທຳຂະໜາດນ້ອຍ-ກາງ ອັນເປັນພື້ນ ຖານທີ່ສຳຄັນ ເພື່ອເສີມຂະຫຍາຍ ຫົວຄິດປະດິດສ້າງ, ແນວຄິດສ້າງ ສັນ ໃນການຊຸກຍູ້ສົ່ງເສີມວັດທະນະ ທຳຂອງທ້ອງຖິ່ນ ແລະ ຜະລິດຕະ ພັນຂອງເຂົາເຈົ້າ ແລະ ໄດ້ເຫັນດີຮັບ ຮອງຂອບວຽກວ່າດ້ວຍລະບົບການ ປະສານງານພາຍໃຕ້ພາວະສຸກ ເສີນສາທາລະນະສຸກອາຊຽນ ເຊິ່ງ ຂອບວຽກດັ່ງກ່າວ, ເນັ້ນຢໍ້າຄືນ ຄວາມໝາຍໝັ້ນຂອງອາຊຽນໃນ ການສ້າງຕັ້ງກົນໄກການປະສານ ງານທີ່ມີປະສິດທິພາບ ສຳລັບພາ ວະສຸກເສີນດ້ານສາທາລະນະສຸກ. ກອງປະຊຸມຮັບຮູ້ບົດບາດອັນ ສຳຄັນຂອງສື່ມວນຊົນ ໃນການເພີ່ມ ທະວີການປູກຈິດສຳນຶກ, ສົ່ງເສີມ ເອກະລັກອາຊຽນ ແລະ ຮັບປະກັນ ການເຜີຍແຜ່ຂໍ້ມູນຂ່າວສານທີ່ເປັນ ຄວາມຈິງ ແລະ ເຊື່ອຖືໄດ້ ແລະ ໄດ້ ຊົມເຊີຍບັນດາຄວາມພະຍາຍາມ ຂອງບັນດາຂະແໜງການຂອງປະ ຊາຄົມວັດທະນະທຳ-ສັງຄົມອາ ຊຽນ ໃນການເພີ່ມທະວີການຄຸ້ມ ຄອງວຽກງານຖະແຫລງຂ່າວ ແລະ ສື່ມວນຊົນຂອງລັດໃນອາຊຽນ, ພ້ອມທັງມີແຜນ ສະເໜີຜູ້ນຳອາຊຽນ ຮັບຊາບຄູ່ມືແນະນຳວ່າດ້ວຍການ ບໍລິຫານຄຸ້ມຄອງຂໍ້ມູນຂ່າວສານ ຂອງລັດຖະບານ ໃນການຕ້ານຂ່າວ ທີ່ບໍ່ມີມູນຄວາມຈິງ ແລະ ຂໍ້ມູນບິດ ເບືອນໃນວຽກງານສື່ມວນຊົນ;ກອງ ປະຊຸມໄດ້ຮັບຮູ້ເຖິງຄວາມສໍາຄັນ ໃນການຍົກລະດັບລະບົບການຄຸ້ມ ຄອງບໍລິຫານຄວາມສ່ຽງທາງ ດ້ານໄພພິບັດ ໂດຍສະເພາະການ ຄາດຄະເນ, ການກະກຽມລ່ວງໜ້າ ແລະ ໄດ້ຮັບຮອງເອົາບົດລາຍງານ ການປະເມີນຄວາມສ່ຽງໄພພິບັດ ຂ້າມຊາຍແດນ, ການວາງແຜນການ ຮັບມືກັບພາຍຸໄຊໂຄລນເຂດຮ້ອນ ແລະ ໄພແຫ້ງແລ້ງໃນພາກພື້ນ ອາຊຽນ ເຊິ່ງມີບັນດາຂໍ້ສະເໜີຕໍ່ປະ ເທດສະມາຊິກອາຊຽນ ໃນການ ເພີ່ມທະວີຄຸ້ມຄອງຄວາມສ່ຽງທາງ ດ້ານໄພພິບັດ ແລະ ການເຊື່ອມສານ ວຽກງານຄຸ້ມຄອງໄພພິບັດ, ພາວະ ສຸກເສີນດ້ານສາທາລະນະສຸກອາ ຊຽນ ເຊິ່ງເນັ້ນໃຫ້ເຫັນເຖິງວິທີການ ຮັບມືກັບໄພອັນຕະລາຍຫລາຍດ້ານ ແລະ ຍົກໃຫ້ເຫັນເຖິງຄວາມສຳຄັນ ໃນການໝູນໃຊ້ທຸກຄວາມສາມາດ ໃນວຽກງານການຄຸ້ມຄອງຄວາມ ສ່ຽງໄພທາງດ້ານໄພພິບັດ ເພື່ອແກ້ ໄຂເຫດການພາວະສຸກເສີນດ້ານສາ ທາລະນະສຸກ ຢ່າງມີປະສິດທິພາບ ເຊິ່ງເອກະສານດັ່ງກ່າວ, ແມ່ນຈະ ນຳສະເໜີຜູ້ນຳອາຊຽນຮັບຊາບ. ພ້ອມກັນນີ້, ກອງປະຊຸມມີແຜນ ສະເໜີຜູ້ນຳອາຊຽນຮັບຊາບບົດສຶກ ສາຄົ້ນຄວ້າ ອາຊຽນ-ອີເຣຍ ກ່ຽວ ກັບການສົ່ງເສີມ ແລະ ປົກປັກຮັກສາ ກິລາພື້້ນເມືອງໃນອາຊຽນ ກໍຄືສິ່ງ ທ້າທ້າຍ, ກາລະໂອກາດ ແລະ ຍຸດ ທະສາດທີ່ເນັ້້ນຢໍ້າເຖິງຄວາມສຳ ຄັນບົດບາດຂອງກິລາພື້້ນເມືອງ ໃນການຊຸກຍູ້ຄວາມຫລາກຫລາຍ ທາງດ້ານວັດທະນະທຳ ແລະ ສະ ແດງໃຫ້ເຫັນເຖິງຄວາມສຳຄັນ ຂອງຄວາມພະຍາຍາມຮ່ວມກັນ ເພື່ອປົກປັກຮັກສາມໍລະດົກວັດທະ ນະທຳຮີດຄອງປະເພນີຂອງອາ ຊຽນ; ກອງປະຊຸມຍັງໄດ້ສະແດງ ຄວາມຊົມເຊີຍຕໍ່ການກະກຽມຂອງ ຕີມໍ ເເລັດສະເຕ ໃນການເຂົ້າເປັນສະ ມາຊິກສົມບູນຂອງອາຊຽນ ແລະ ຍ້ອງຍໍຊົມເຊີຍຄວາມເອົາໃຈໃສ່ໃນ ການປະຕິບັດໂຄງການແລກປ່ຽນ ຍົກລະດັບຊັບພະຍາກອນມະນຸດ ອາຊຽນໃຫ້ແກ່ ຕີມໍ ແລັດສະເຕ ເຊິ່ງ ກວມເອົາ 3 ເສົ້າຄໍ້າປະຊາຄົມອາ ຊຽນ. ພ້ອມທັງສະແດງຄວາມຊົມ ເຊີຍຕໍ່ການປະກອບສ່ວນຂອງເສົາ ຄ້ຳວັດທະນະທຳ-ສັງຄົມອາຊຽນ ຕໍ່ກັບໂຄງການດັ່ງກ່າວ ເຊິ່ງໄດ້ດຳ ເນີນມາແຕ່ເດືອນມັງກອນ ເຖິງ ເດືອນມີນາ 2024, ມັນໄດ້ເສີມສ້າງ ຂີດຄວາມສາມາດໃຫ້ແກ່ ຕີມໍ ເເລັດ ສະເຕ ໃນການປະຕິບັດວຽກງານ ຂອງປະຊາຄົມວັດທະນະທຳ-ສັງ ຄົມອາຊຽນ ແລະ ບັນດາບຸລິມະສິດ ຂະແໜງການ, ຄວາມຮັບຜິດຊອບ ອື່ນໆ, ລວມທັງການກະກຽມສຳລັບ ການເປັນເຈົ້າພາບ ແລະ ເປັນປະ ທານກອງປະຊຸມອາຊຽນ. ຂ່າວ: ທະນູທອງ, ພາບ: ເກດສະໜາ ສະຫລອງວັນສ້າງຕັ້ງ... ສ້າງຄວາມເຂົ້າໃຈ... ຮຽກຮ້ອງໃຫ້ປະຊາຊົນລາວທຸກ ຄົນ ຮ່ວມກັນປະຕິບັດມາດຕະການ ຫລຸດຜ່ອນຄວາມສ່ຽງ ໂດຍການ ໃສ່ຜ້າອັດປາກ-ດັງຍີ່ຫໍ້ສະເພາະ ປ້ອງກັນຝຸ່ນ PM2.5 ເທົ່ານັ້ນ ເນື່ອງຈາກຜ້າປິດປາກ-ດັງທົ່ວໄປ ແມ່ນບໍ່ສາມາດປ້ອງກັນຝຸ່ນທີ່ມາດ ຂະໜາດນ້ອຍໄດ້. ໃນໂອກາດນີ້, ທ່ານ ວັນນະ ພັນພົງສາ ຮອງຫົວໜ້າຫ້ອງທົດ ລອງສິ່ງແວດລ້ອມ ໄດ້ຝາກເຖິງທົ່ວ ສັງຄົມ ໃຫ້ຫລຸດຜ່ອນການປ່ອຍມົນ ລະພິດທາງອາກາດ ໂດຍສະເພາະ ເພື່ອເປັນການສະເ ຫລີມສະຫລອງ ການສ້າງຕັ້ງຂອບການຮ່ວມມືແມ່ ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເຊິ່ງໃນປີ 2024, ສປປ ລາວ ກໍໄດ້ຈັດກິດຈະ ກຳສັບປະດາແມ່ນໍ້າຂອງ-ແມ່ນໍ້າ ລ້ານຊ້າງຮ່ວມກັບສໍານັກງານຜູ້ ຕາງໜ້າຂອງບັນດາປະເທດແມ່ນໍ້າ ຂອງ-ແມ່ນໍ້າລ້ານຊ້າງ ປະຈຳ ສປປ ລາວ ໂດຍປະກອບມີ 2 ກິດຈະກຳ ຄື: ເຜີຍແຜ່ບົດຄວາມ ໂດຍທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ການຕ່າງປະເທດ ເພື່ອເປັນການສະ ແດງຄວາມຊົມເຊີຍ ແລະ ອວຍພອນ ຕໍ່ການສ້າງຕັ້ງຂອບການຮ່ວມມືແມ່ ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄົບຮອບ 8 ປີ, ພ້ອມກັນນັ້ນ, ກະຊວງການ ຕ່າງປະເທດ ກໍໄດ້ຈັດສຳມະນາ ໃນ ຫົວຂໍ້: “ຂອບການຮ່ວມມືແມ່ນໍ້າ ຂອງ-ແມ່ນໍ້າລ້ານຊ້າງ” ໃນວັນທີ 22 ມີນາ 2024 ທີ່ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລ ແຫ່ງຊາດ. ການສໍາມະນາໃນຄັ້ງນີ້, ໄດ້ເປີດໂອກາດອັນດີໃຫ້ແກ່ບັນດາ ຄູອາຈານ ແລະ ນັກສຶກສາ ໄດ້ແລກ ປ່ຽນຄວາມຮູ້ຄວາມເຂົ້າໃຈກ່ຽວ ກັບຂອບການຮ່ວມມືແມ່ນໍ້າຂອງແມ່ນໍ້າລ້ານຊ້າງ ລວມທັງວຽກ ງານການຕ່າງປະເທດ ແລະ ນະໂຍ ບາຍການເຊື່ອມໂຍງພາກພື້ນ ແລະ ສາກົນຫລາຍຂຶ້ນ ເພື່ອສາມາດນໍາ ໄປເປັນຂໍ້ມູນໃນການເຮັດບົດຄົ້ນ ຄວ້າຕ່າງໆແລະ ສືບຕໍ່ປະກອບສ່ວນ ຈັດຕັ້ງຜັນຂະຫຍາຍການຮ່ວມມື ດັ່ງກ່າວໃນຕໍ່ໜ້າ. ຂອບການຮ່ວມມືແມ່ນໍ້າຂອງແມ່ນໍ້າລ້ານຊ້າງໄດ້ຖືກປະກາດສ້າງ ຕັ້ງຂຶ້ນຢ່າງເປັນທາງການໃນໂອ ກາດກອງປະຊຸມຜູ້ນຳແມ່ນໍ້າຂອງແມ່ນໍ້າລ້ານຊ້າງ ຄັ້ງປະຖົມມະລຶກ ໃນວັນທີ 23 ມີນາ 2016 ທີ່ ເມືອງ ຊານປາ ສປ ຈີນ. ໃນນີ້, ປະກອບມີ ປະເທດສະມາຊິກທັງໝົດ6ປະເທດ: ກຳປູເຈຍ, ສປ ຈີນ, ສປປ ລາວ, ກະສິກອນ ຕ້ອງຫລຸດຜ່ອນການເຜົາ ໄໝ້ຈາກການເຮັດກະສິກຳ, ສຳລັບ ຜູ້ທີ່ອາໄສຢູ່ໃນຕົວເມືອງຕ້ອງຢຸດ ການຈູດຂີ້ເຫຍື້ອໃນຄົວເຮືອນ ແລະ ຫົວໜ່ວຍທຸລະກິດ ຕ້ອງຫລຸດຜ່ອນ ສິ່ງເສດເຫລືອນຳໃຊ້ວັດສະດຸທີ່ສາ ມາດນຳໃຊ້ຄືນ,ໝູນໃຊ້ແລະຫັນມາ ໃຊ້ຝຸ່ນບົ່ມ ໂດຍການນໍາໃຊ້ຂີ້ເຫຍື້ອ ທີ່ສາມາດເຮັດຝຸ່ນໄດ້. ໃນນັ້ນ, ການ ຫລຸດຜ່ອນການປ່ອຍມົນລະພິດ ເປັນ ບາດກ້າວທີ່ສໍາຄັນທີ່ສຸດເພື່ອຮັກ ສາສຸຂະພາບຂອງຄົນ, ສິ່ງແວດ *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** ມຽນມາ, ໄທ ແລະ ຫວຽດນາມ. ຈຸດປະສົງຂອງການສ້າງຕັ້ງຂອບ ການຮ່ວມມືດັ່ງກ່າວ ແມ່ນເພື່ອສືບ ຕໍ່ຮັກສາສັນຕິພາບ ແລະ ສະຖຽນ ລະພາບ, ພັດທະນາການເປັນປະ ເທດ ເພື່ອນບ້ານທີ່ດີ, ດໍາເນີນການ ຮ່ວມມືຢ່າງເປັນຮູບປະທຳ ແລະ ສົ່ງເສີມການພັດທະນາແບບຍືນຍົງ ໃຫ້ມີຜົນປະໂຫຍດຮ່ວມກັນ ແລະ ສ່ອງແສງໃຫ້ເຫັນຄວາມມຸ່ງຫວັງ ຂອງບັນດາປະເທດໃນອະນຸພາກພື້ນ ບົນພື້ນຖານ 3 ເສົາຄໍ້າຄື: ການ ເມືອງ-ຄວາມໝັ້ນຄົງ, ເສດຖະກິດ- ການພັດທະນາແບບຍືນຍົງ, ແລະ ສັງຄົມ-ວັດທະນະທຳ ແລະ ການ ແລກປ່ຽນລະຫວ່າງປະຊາຊົນ ແລະ ລົງເລິກ 5 ຂົງເຂດ ຄື: ການເຊື່ອມ ຈອດ, ຄວາມອາດສາມາດດ້ານການ ຜະລິດອຸດສາຫະກຳ, ເສດຖະກິດ ຂ້າມຊາຍແດນ, ການຄຸ້ມຄອງ ແຫລ່ງຊັບພະຍາກອນນໍ້າ ແລະ ກະ ສິກຳ ແລະ ການຫລຸດຜ່ອນຄວາມ ທຸກຍາກ. ຂ່າວ: ຢາຕົ່ງ ລ້ອມ ແລະ ແກ້ໄຂການປ່ຽນແປງ ດິນຟ້າອາກາດ. ສິ່ງທີ່ສຳຄັນປະຊາ ຊົນຕ້ອງມີຄວາມເຂົ້າໃຈ ແລະ ຕິດ ຕາມລະດັບມົນລະພິດທາງອາກາດ ໃນພື້ນທີ່ທີ່ຕົນອາໄສຢູ່, ຕິດຕາມ ເວັບໄຊຂອງກະຊວງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດ ລ້ອມ (www.aqm-monre. gov.la) ເພື່ອກວດເບິ່ງຂໍ້ມູນກ່ຽວ ກັບມົນລະພິດທາງອາກາດ, ແຫລ່ງ ທີ່ມາຂອງມົນລະພິດດັ່ງກ່າວ ແລະ ມາດຕະການໃນການຄວບຄຸມ ຕ່າງໆແລະບອກຕໍ່ໃຫ້ໝູ່ເພື່ອນແລະ ຄອບຄົວຮູ້ນຳ. ເຊິ່ງແຫລ່ງຂໍ້ມູນ ທີ່ ເປັນທາງການຈະເປັນແຫລ່ງທີ່ໃຫ້ ຂໍ້ມູນທີ່ຖືກຕ້ອງ. ຂ່າວ: ກິດຕາ

RkJQdWJsaXNoZXIy MTc3MTYxMQ==