5839

xtgmf]k; 3 26/03/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me dy ogrnj v16j grn j vl5 0trk[mu j fu ບົດສະເໜີ ຂ່າວ-ພາບ: ກະຊວງ ຜທ ໂດຍ: ຄ້ອງໃໝ່ lqj 'glu ,37'dkodtly de grnj v3r-tokdko c]t lh k'7;k,g0A ,c0'.sh -5 ,-q o 16 j 3 c0;'rkd.8h dkolh k'8A 'ra d c,j o0u f\kp dkog8u [.spj 0v'dkoxt8y ;a f]k; ໂດຍ: ພິດສະໄໝ (ຊົມເຊີຍ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ) * ມີຄໍາເວົ້າຂອງລາວເຮົາຄໍາ ໜຶ່ງວ່າ “ຕາໃຫຍ່ກວ່າທ້ອງ”, ຄວາມໝາຍຂອງມັນທຸກຄົນຮູ້ດີ. ເລື່ອງສອນໃຈມາແຕ່ເປີງເຫິງນານ ກໍ່ມີ “ກ່ອງເຂົ້ານ້ອຍຂ້າແມ່ຕາຍ” ແລະ ອື່ນໆ.ທັງໝົດທັງມວນພັວພັນ ກັບການກິນ, ການກິນຂອງຄົນມີ ສ່ວນກ່ຽວຂ້ອງກັບຫລາຍພາກ ສ່ວນອະໄວຍະວະ ກໍ່ຄືບັນດາກາຍະ ອິນຊີທີ່ມີບົດບາດສໍາຄັນໃນການມີ ຊີວິດຂອງຄົນເຮົາ. ກ່ຽວກັບການກິນ, ຍັງມີຄໍາເວົ້າ ທີ່ສັງຄົມໂລກຮູ້ຈັກໃນຄວາມໝາຍ “ກິນເພື່ອຢູ່ ບໍ່ຢູ່ເພື່ອກິນ”. ຄວາມ ໝາຍຂອງຄໍານີ້ ໃນມູມມອງໜຶ່ງ ໝາຍເຖິງ ການກິນໃຫ້ພໍດ້າມພໍດີ ເພື່ອສຸຂະພາບ, ຫາກບໍ່ແມ່ນກິນຖິ້ມ ກິນເສຍ, ເວົ້າໃນໄລຍະໃໝ່ກໍ່ແມ່ນ ກິນຢ່າງມີແບບແຜນ, ທັງບໍ່ໃຫ້ຄຶດ ແຕ່ກິນຢ່າງດຽວ ເພາະລາຍຮັບທີ່ ຫາມາໄດ້, ຄວາມຕ້ອງການຈ່າຍບໍ່ ມີແຕ່ເພື່ອການກິນ-ດື່ມ ເທົ່ານັ້ນ, ມັນ ພົວພັນກ່ຽວຂ້ອງກັບຫລາຍອັນ, ສະນັ້ນ ຈຶ່ງບໍ່ຄວນຖືກິນເປັນໃຫຍ່. ການເຕືອນສະຕິກ່ຽວກັບການກິນດື່ມ, ຄໍາສຸພາສິດລາວເຮົາກໍ່ຍັງມີວ່າ “ກິນມໍາໆ ບໍ່ຄໍາເບິ່ງທ້ອງ”, “ກິນ ຫລາຍທ້ອງແຕກ ແບກຫລາຍຫລັງ ຫັກ”, “ເຮັດຄືໝີກິນເຜິ້ງ”...ແມ່ນ ການປະພຶດທີ່ບໍ່ຄວນ. ໄລຍະມໍ່ໆມານີ້ ມີຂ່າວການລະ ບາດຂອງພະຍາດໄຂ້ເລືອດດໍາໃນ ສັດລາກແກ່ ປະເພດ ງົວ-ຄວາຍ... ເຊິ່ງຕາມຂໍ້ມູນສາທາລະນະສຸກ ແລ້ວ ພະຍາດດັ່ງກ່າວສາມາດຕິດ * ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 22 ມີນາ ປີ 1955, ພັກ ປະຊາຊົນ ປະຕິວັດລາວ ກໍ່ໄດ້ສືບ ທອດອຸດົມການຍິ່ງໃຫຍ່ຂອງພັກ ກອມມູນິດ ອິນດູຈີນ, ພັກໄດ້ກໍານົດ ທາດແທ້,ອຸດົມການແລະແນວທາງ ການເມືອງຂອງຕົນອອກຢ່າງຈະ ແຈ້ງ ເພື່ອນໍາພາທົ່ວປວງຊົນລາວ ຕໍ່ສູ້ກູ້ຊາດ ຕ້ານຈັກກະພັດຕ່າງດ້າວ ຜູ້ຮຸກຮານຍາດເອົາເອກະລາດມາ ໃຫ້ແກ່ປະເທດຊາດ ແລະ ປະຊາຊົນ ໄດ້ຢ່າງສົມບູນໃນວັນທີ 2 ທັນວາ ປີ 1975, ນໍາພາປະຊາຊົນ ປົກປັກ ຮັກສາ ແລະ ພັດທະນາປະເທດຊາດ ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະ ເທດຊາດມັ່ງຄັ່ງ ເຂັ້ມແຂງ, ສັງຄົມ ສາມັກຄີປອງດອງ, ປະຊາທິປະ ໄຕ, ຍຸຕິທໍາ ແລະ ສີວິໄລ; ເຮັດໃຫ້ ອຸດົມການຂອງພັກກອມມູນິດອິນດູ ຈີນ ປະກົດເປັນຈິງຂຶ້ນຢ່າງເດັ່ນຊັດ ໃນແຕ່ລະໄລຍະ. ພັກປະຊາຊົນ ປະຕິວັດລາວ ແມ່ນພັກຂອງຊົນຊັ້ນກຳມະກອນ, ເປັນຕົວແທນທີ່ຈົງຮັກພັກດີຕໍ່ສິດ ຜົນປະໂຫຍດຂອງຊົນຊັ້ນກໍາມະ ກອນ, ຊາວຜູ້ອອກແຮງງານລາວ ທີ່ຮັກຊາດ ແລະ ຂອງຊາດລາວ ທັງໝົດ; ຍຶດໝັ້ນລັດທິມາກ-ເລນິນ ແລະ ມູນເຊື້ອອັນດີງາມຂອງພັກ ເປັນພື້ນຖານແຫ່ງແນວຄິດ, ເປັນ ເຂັມຊີ້ທິດໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກ; ເສີມຂະ ຫຍາຍລັດທິຮັກຊາດອັນແທ້ຈິງ ສົມທົບກັບລັດທິສາກົນອັນຜ່ອງໃສ ຂອງຊົນຊັ້ນກໍາມະກອນ; ຮັບເອົາ ສິ່ງຍອດຍິ່ງທາງດ້ານສະຕິປັນຍາທີ່ ກ້າວໜ້າຂອງມວນມະນຸດ ເພື່ອກໍາ ນົດແນວທາງ, ແຜນນະໂຍບາຍ ຂອງພັກ; ຍົກສູງຄວາມສາມາດ ແລະ ຄຸນນະພາບການນໍາພາ; ຕ້ານ ລະບອບຫລາຍເຄົ້າ, ຫລາຍພັກ, ຕ້ານລັດທິດເອກະຊົນ ແລະ ຕ້ານ ລັດທິສວຍໂອກາດໃນທຸກຮູບແບບ. ນັບແຕ່ມື້ສ້າງຕັ້ງຂຶ້ນ ພັກປະຊາ ຊົນປະຕິວັດລາວ ໄດ້ກໍານົດອຸດົມ ການ ຂອງຕົນຢ່າງຈະແຈ້ງໃນການ ນໍາພາປວງຊົນລາວດໍາເນີນການຕໍ່ ສູ້ພວກຈັກກະພັກລ່າເມືອງຂຶ້ນ ເພື່ອ ນໍາເອົາຄວາມເປັນເອກະລາດມາ ໃຫ້ແກ້ປະເທດຊາດ ແລະ ສິດເປັນ ເຈົ້າມາໃຫ້ປະຊາຊົນ, ສ້າງສາປະ ເທດຊາດ ສູ່ຈຸດໝາຍສັງຄົມນິຍົມ. ຫລັງຈາກນັ້ນຕໍ່ມາຫາປັດຈຸບັນ, ພັກເຮົາໄດ້ເສີມຂະຫຍາຍອຸດົມການ ໃຫ້ສອດຄ່ອງຕື່ມອີກນັ້ນຄືການນໍາ ພາປວງຊົນລາວປົກປັກຮັກສາ ແລະ ພັດທະນາປະເທດຊາດ, ເຮັດໃຫ້ປະ ຊາຊົນຮັ່ງມີຜາສຸກ, ປະເທດຊາດ ມັ່ງຄັ່ງເຂັ້ມແຂງ, ສັງຄົມສາມັກຄີ ປອງດອງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ ເຊິ່ງລວມຄວາມແລ້ວ ກໍ່ແມ່ນຄວາມໝາຍອັນດຽວກັນກັບ ຄຳວ່າ “ສັງຄົມນິຍົມ”. ແປດສູ່ຄົນ. ຄວາມເປັນຫ່ວງຂອງ ຫລາຍຄົນແມ່ນ“ການກິນຊີ້ນດິບ”. ຜ່ານມາດາວກິນທາງຢູທູບ, ຕິກ ຕັອກ...ຈໍານວນໜຶ່ງໂຄສະນາການ ກິນ ຊີ້ນສັດດິບ ໂດຍສະເພາະຊອຍຈຸ ທີ່ຜູ້ດຽວກິນໝົດເປັນພາຖາດໃຫຍ່, ຊີ້ນ-ຕັບ-ເຄື່ອງໃນ ບັນດາຜ້າອ້ອມ- ສາມສິບຫລືບ. . .ມືຢິບຄຸ້ຍແຈ່ວ ເພ້ຍດິບ... ກັບບັນດາຜັກໝີ່ຊີຊອມ (ດິບ). ການກິນລັກສະນະນັ້ນ ຖືກ ຫລັກອະນາໄມສາມສະອາດຄືແນວ ໃດຂໍໃຫ້ຢູ່ໃນດ້ານຂອງສາທາລະ ນະສຸກເພິ່ນມີຄໍາເຫັນຕື່ມກໍ່ດີໄດນໍ. ການສົ່ງເສີມການກິນ, ກໍ່ມີສ່ວນ ຕິດພັນກັບການສົ່ງເສີມວັດທະນະ ທໍາ (ອັນດີງາມ) ຜ່ານພຶດຕິກໍາດໍາ ລົງຊີວິດ ແລະ ຕັ້ງໂຄສະນາຜ່ານ ຊ່ອງທາງ ກໍ່ຄືບັນດາເຄື່ອງມືໂຄສະ ນາທີ່ໄດ້ຜົນດີ ຜ່ານຫູໄດ້ຍິນຍັງບໍ່ພໍ, ຕາໄດ້ເຫັນຕື່ມອີກ ຍິ່ງມີລັກສະນະ ດຶງດູດຊວນເຊື່ອສູງ ແລະ ເກີດຢາກ ທົດລອງສໍາລັບຜູ້ບໍ່ເຄີຍ“ກິນ”ແບບ ນັ້ນ-ອາຫານນັ້ນ...ກໍ່ມີຫລາຍຂຶ້ນ ເຊິ່ງຜົນບວກກໍ່ມີ ແລະ ບໍ່ອາດປາ ສະຈາກຜົນລົບທີ່ບໍ່ສົມຄວນໃນ ບາງເຍື່ອງອາຫານ ເພາະມັນຕິດພັນ ເລື່ອງສຸຂະພາບ, ສຸຂະນາໄມ... “ການກິນເພື່ອຢູ່” ຍັງໝາຍເຖິງ ການກິນເພື່ອໃຫ້ມີຄວາມໝັ້ນຄົງ ທາງດ້ານສະບຽງອາຫານ ເພື່ອອະ ນາຄົດທີ່ຍືນຍົງຂອງມວນມະນຸດ. ກິນຢ່າງພໍດີ, ບໍ່ຫລາຍ ບໍ່ໜ້ອຍເກີນ ໄປເຊິ່ງໃນບາງທັດສະນະກໍ່ວ່າ ເປັນ ການປະຢັດເວລາ, ປະຢັດລາຍຈ່າຍ, ຊື້ໃຫ້ພໍດີ ບໍ່ເພື່ອຈົນເຫລືອຖິ້ມ, ຄໍາ ນຶງເລື່ອງສຸຂະພາບ, ຄຸນຄ່າການ ໂພຊະນາການເປັນກົກ ເຊິ່ງຄວນ ປູກຈິດສໍານຶກນັບແຕ່ໄວເດັກ. ກິນ ເພື່ອຢູ່ມີຜົນດີຫລາຍກວ່າ, ຖ້າຢູ່ເພື່ອ ຕັ້ງຕາ ຕັ້ງໃຈກິນ-ດື່ມ ບໍ່ສະເພາະ ແຕະຕ້ອງເຖິງຖົງເງິນແລ້ວ ຍັງ ກ່ຽວຂ້ອງສຸຂະພາບທີ່ດີ, ເວລາ... ສົມມຸດຄືເຮົາເຮັດງານໃຫຍ່-ນ້ອຍ ຕ່າງໆ ສົມຄວນສໍາເລັດໃນ 1 ຊົ່ວ ໂມງ, ແຕ່ແກ່ຍາວໄປຫລາຍຊົ່ວ ໂມງ ກໍ່ຈະຮູ້ເຖິງຜົນລົບກະທົບຄືນ ເພາະຕິດພັນບັນຫາລາຍຈ່າຍ, ສຸຂະ ພາບ(ກິນ-ດື່ມຫລາຍກາຍຄວາມ ຕ້ອງການອັນພໍດີຂອງຮ່າງກາຍ) ແລະ ເວລາ. ກິນ-ດື່ມແບບຈົນບໍ່ຈື່ ໜ້າກັນຈຶ່ງເລີກ ? ກົງກັນຂ້າມກັບ ກິນເພື່ອຢູ່. ໃນງານລ້ຽງ, ຕາມພິທີ ການສາກົນ ໂດຍມາລະຍາດຄວນ ຕັກອາຫານຢ່າງພໍດີ, ພໍດີກິນສໍາລັບ ຮ່າງກາຍເຮົາ ແລະ ຄິດເຫັນຜູ້ອື່ນໆ, ຕັກມາແລ້ວ ກິນໃຫ້ໝົດບໍ່ກິນຖິ້ມ ກິນເສຍ. ຮ່ວມງານເພື່ອ ຮ່ວມເປັນ ກຽດແກ່ເຈົ້າພາບ, ຫາກບໍ່ແມ່ນ ເພື່ອຕັ້ງໃຈໄປກິນ-ດື່ມ? ໃນຍາມຫຍຸ້ງຍາກທາງເສດຖະ ກິດ ຍິ່ງຕ້ອງຄໍານຶງເຖິງຄໍາ “ຢູ່ເພື່ອ ກິນ” ທີ່ມີຄວາມໝາຍທັງກວ້າງ ແລະ ເລິກ, ມີຜົນດີໃນການດໍາລົງຊີ ວິດ-ທໍາມາຫາກິນ ເຊິ່ງມັນແຝງໄວ້ ດ້ວຍຄວາມໝາຍ“ປະຢັດ”ນໍາອີກ. “ປະຢັດ” ແມ່ນຄົນລະຄວາມໝາຍ ກັບ “ຂີ້ຖີ່”. ປະຢັດກິນ ບໍ່ແມ່ນບໍ່ກິນ ຈັກດີ້, ກິນໃຫ້ພໍດົມ, ສົມຖານະເຮົາ (ບໍ່ສົມທຽບໃສ່ຜູ້ມີກວ່າ, ຄວນເບິ່ງ ໃສ່ຜູ້ທຸກກວ່າເຮົາ). * ໃນລະຫວ່າງວັນທີ 19-22 ມີນາ 2024, ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ພ້ອມດ້ວຍ ທ່ານ ມາກ-ອານເດຣ ໂປຣສ ຜູ້ຕາງໜ້າ ອົງການອາຫານໂລກ ແລະ ຄະນະຜູ້ ຕາງໜ້າ ຈາກກະຊວງການຕ່າງປະ ເທດ, ພະແນກສຶກສາທິການ ແລະ ກິລາແຂວງ, ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ພະແນກ ກະສິກຳ ແລະ ປ່າໄມ້ແຂວງ, ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມແຂວງ ໄດ້ຢ້ຽມຢາມ ແລະ ຕິດຕາມການຈັດຕັ້ງປະຕິບັດ ກິດຈະ ກຳພາກສະໜາມ ໂຄງການກະສິກໍາ ເພື່ອໂພຊະນາການ ແລະ ສ້າງຄວາມ ເຂັ້ມແຂງໃຫ້ຊຸມຊົນ, ແຜນງານອາ ຫານທ່ຽງໃນໂຮງຮຽນ ແລະ ພົບປະ ອໍານາດການປົກຄອງແຂວງ, ເມືອງ ແລະ ບ້ານ ຢູ່ແຂວງເຊກອງ, ສາລະ ວັນ ແລະ ຈໍາປາສັກ ແນໃສ່ລົງຊຸກຍູ້ ຕິດຕາມການຈັດຕັ້ງແຜນພັດທະນາ ເສດຖະກິດ-ສັງຄົມ ແລະ ຊຸກຍູ້ການ ຈັດຕັ້ງປະຕິບັດ ການສົ່ງເສີມການປູກ ຝັງລ້ຽງສັດ ເພື່ອຄໍ້າປະກັນສະບຽງ ອາຫານ, ໂພຊະນາການ ເຊິ່ງສອດ ຄ່ອງກັບເປົ້າໝາຍໃນການເຮັດວຽກ ຮ່ວມກັບອົງການອາຫານໂລກ ໃນຄັ້ງ ນີ້. ໂອກາດນີ້, ທ່ານ ນາງ ພອນວັນ ອຸທະວົງ ແລະ ທ່ານ ມາກ-ອານເດຣ ໂປຣສ ໄດ້ນຳພາຄະນະຂັ້ນສູນກາງ ກົງຕໍ່ການຈັດຕັ້ງປະຕິບັດວຽກງານ ອາຫານທ່ຽງຂອງໂຮງຮຽນ ແລະ ການປະກອບສ່ວນຈາກຊຸມຊົນ ແລະ ໄປຢ້ຽມຢາມສາງຂອງອົງການອາ ຫານໂລກ ທີ່ນະຄອນປາກເຊ, ແຂວງ ຈໍາປາສັກ ອີກດ້ວຍ. ການຢ້ຽມຢາມ ໃນຄັ້ງນີ້, ຄະນະຜູ້ແທນຍັງໄດ້ໄປ ຢ້ຽມຢາມກະສິກອນ ໃນການຈັດຕັ້ງ ປະຕິບັດໂຄງການກະສິກຳ ເພື່ອໂພ ຊະນາການ ໄລຍະທີ 2 ທີ່ເມືອງລະ ມາມ ແຂວງເຊກອງ ເພື່ອຊຸກຍູ້, ຕິດ ຕາມການຈັດຕັ້ງປະຕິບັດກິດຈະກໍາ ສົ່ງເສີມໂພຊະນາການ ແລະ ສ້າງ ຄວາມເຂັ້ມແຂງໃຫ້ແກ່ບັນດາຊຸມຊົນ ໂດຍສະເພາະບັນດາແມ່ຍິງໃນວຽກ ງານການສົ່ງເສີມດ້ານກະສິກໍາ ສຸມ ໃສ່ແກ້ໄຂສິ່ງທ້າທາຍ ໂດຍສະເພາະ ຄວາມປອດໄພດ້ານສະບຽງອາຫານ ແລະ ໂພຊະນາການຢູ່ຂັ້ນຮາກຖານ, ໂດຍເນັ້ນໜັກໃສ່ການມີສ່ວນຮ່ວມຂອງ ຊຸມຊົນ. ພ້ອມກັນນັ້ນ, ຄະນະຜູ້ແທນ ຍັງໄດ້ຕິດຕາມເບິ່ງການດຳເນີນໂຄງ ການຊ່ວຍເຫລືອດ້ານເງິນສົດ ແລະ ການປັບປຸງຊີວິດການເປັນຢູ່ແບບຍືນ ຍົງຢູ່ເມືອງທ່າແຕງ ແຂວງເຊກອງ ເຊິ່ງໂຄງການນີ້ ແມ່ນຄວາມພະຍາ ຍາມຮ່ວມກັນໃນການເສີມສ້າງຊີວິດ ການເປັນຢູ່ແລະປັບປຸງການຄ້ຳປະກັນ ສະບຽງອາຫານ ແລະ ໂພຊະນາການ ພາຍໃຕ້ການຮ່ວມມືກັບກະຊວງກະສິ ກຳ ແລະ ປ່າໄມ້ (MAF) ໃນການ ຍົກລະດັບຊີວິດການເປັນຢູ່ ແລະ ຄ້ຳ ປະກັນສະບຽງອາຫານໃຫ້ແກ່ຊຸມຊົນ. ພ້ອມທັງໄດ້ພົບປະກັບຊຸມຊົນທ້ອງຖິ່ນ ແລະ ແລກປ່ຽນທັດສະນະກັບບັນດາ ແມ່ຍິງພາຍໃນບ້ານ ຕື່ມອີກ. ເຂົ້າພົບແລະສະເໜີລາຍງານຈຸດປະສົງ ໃຫ້ ທ່ານ ດາວວົງ ພອນແກ້ວ ເຈົ້າ ແຂວງສາລະວັນຊາບກ່ຽວກັບການມາ ເຄື່ອນໄຫວວຽກ ທີ່ແຂວງສາລະວັນ, ພ້ອມທັງມີການປຶກສາຫາລື ແລະ ຂໍທິດ ຊີ້ນຳຈາກການນຳຂອງແຂວງສາລະ ວັນ. ຈາກນັ້ນ, ກໍໄດ້ຮ່ວມກັບພະແນກ ແຜນການ ແລະ ການລົງທຶນ ແຂວງ ສາລະວັນ ແລະ ພາກສ່ວນກ່ຽວຂ້ອງ ເດີ່ນທາງໄປຢ້ຽມຢາມກິດຈະກຳໂຄງ ການອາຫານທ່ຽງໃນໂຮງຮຽນ, ພ້ອມ ພົບປະກັບອໍານາດການປົກຄອງຂັ້ນ ບ້ານ, ຄູ-ອາຈານ ຜູ້ຮັບຜິດຊອບໂຄງ ການ ເພື່ອສົນທະນາແລກປ່ຽນການ ຈັດຕັ້ງປະຕິບັດກິດຈະກຳໂຄງການ, ເບິ່ງການປຸງແຕ່ງອາຫານ, ການ ກິນອາຫານຂອງເດັກນັກຮຽນ ແລະ ປູກຕົ້ນໄມ້ກິນໝາກໃນໂຮງຮຽນ ບ້ານ ງິ້ວ ເມືອງເລົ່າງາມ ແຂວງ ສາລະວັນ. ຈາກນັ້ນ, ກໍໄດ້ໄປພົບປະ ທ່ານວິໄລວົງ ບຸດດາຄໍາ ເຈົ້າແຂວງແຂວງຈໍາປາ ສັກ ພ້ອມທັງລາຍງານ ກ່ຽວກັບການ ມາເຄື່ອນໄຫວວຽກທີ່ແຂວງຈໍາປາສັກ ເພື່ອສົນທະນາແລກປ່ຽນການຈັດ ຕັ້ງປະຕິບັດກິດຈະກຳໂຄງການການ ສ້າງນ້ຳລິນ, ທະນາຄານເຂົ້າ ແລະ ຢ້ຽມຢາມຄົວເຮືອນ ທີ່ໄດ້ຮັບທຶນການ ປູກຝັງ-ລ້ຽງສັດ. ພ້ອມກັນນີ້, ຄະນະ ຜູ້ແທນໄດ້ໄປຢ້ຽມຢາມ ໂຮງຮຽນ ພາຍໃຕ້ໂຄງການອາຫານທ່ຽງໃນ ໂຮງຮຽນ ຢູ່ເມືອງບາຈຽງ ແຂວງຈໍາ ປາສັກ ເພື່ອຕິດຕາມ ແລະ ຊຸກຍູ້ການ ຈັດຕັ້ງປະຕິບັດວຽກງານອາຫານ ທ່ຽງ ແລະ ພົບປະແລກປ່ຽນທັດສະນະ ກັບຄະນະກໍາມະການພັດທະນາການ ສຶກສາຂັ້ນບ້ານ (VEDC) ແລະ ບັນ ດາຄູອາຈານໃນໂຮງຮຽນ, ສັງເກດ ເບິ່ງ ການກະກຽມອາຫານທ່ຽງ, ສົນທະນາກັບເດັກນ້ອຍໃນໂຮງຮຽນ ແລະ ແມ່ຄົວທີ່ກຳລັງປຸງແຕ່ງອາຫານ ທ່ຽງ ແລະ ໄດ້ຮັບຟັງການລາຍງານ ຜົນໄດ້ຮັບ ແລະ ຄວາມທ້າທາຍຕ່າງໆ ໂດຍສະເເພາະ ການປ່ຽນແປງຂອງ ດິນຟ້າອາກາດ, ການຂຶ້ນລາຄາຂອງ ອາຫານ ອັນໄດ້ສົ່ງຜົນກະທົບໂດຍ

RkJQdWJsaXNoZXIy MTc3MTYxMQ==