5839

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 26/03/2024 xtgmf]k; ສະຫລອງວັນນ້ຳໂລກ... ກະຊວງປ້ອງກັນປະເທດ... ຫົວໜ້າຄະນະຈັດຕັ້ງ... ລາວ-ກຳປູເຈຍ ສືບຕໍ່... ນາຍົກລັດຖະມົນຕີ... ໃຫ້ກຽດເຂົ້າຮ່ວມພິທີຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ, ມີທ່ານ ພົນເອກ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງປ້ອງ ກັນຄວາມສະຫງົບ, ບັນດາການ ນໍາຂັ້ນສູງອ້ອມຂ້າງສູນກາງ, ຄະ ນະນຳກະຊວງປ້ອງກັນຄວາມສະ ຫງົບ, ພະນັກງານອາວຸໂສບຳນານ, ນາຍ ແລະ ພົນຕຳຫລວດ, ແຂກຮັບ ເຊີນ ແລະ ຄະນະຮັບຜິດຊອບຈັດ ການແຂ່ງຂັນກິລາ ເຂົ້າຮ່ວມ. ໃນໂອກາດກ່າວເປີດພິທີ, ທ່ານ ພົນໂທ ກົງທອງ ພົງວິຈິດ ຮອງລັດ ຖະມົນຕີ ກະຊວງປ້ອງກັນຄວາມ ສະຫງົບໄດ້ໃຫ້ຮູ້ວ່າ: ການແຂ່ງຂັນ ກິລາຍິງປືນຊີງຂັນທ່ານນາຍົກລັດ ຖະມົນຕີຄັ້ງນີ້ ເປັນການສ້າງຂະ ບວນການ ເພື່ອຂ່ຳນັບຮັບຕ້ອນວັນ ສ້າງຕັ້ງກຳລັງປ້ອງກັນຄວາມສະ ຫງົບປະຊາຊົນ ຄົບຮອບ 63 ປີ ແລະ ວັນສໍາຄັນຕ່າງໆຂອງພັກຂອງຊາດ ໃຫ້ມີຄວາມໝາຍສຳຄັນ, ເລິກເຊິ່ງແລະ ໃຫ້ເປັນຂະບວນການ ຟົດຟື້ນ ໂດຍສະເພາະເປັນການຝຶກ ດ້ານເຕັກນິກ ແລະ ທັກສະຕ່າງໆ ກ່ຽວກັບການນຳໃຊ້ປືນໃຫ້ມີຄວາມ ຊຳນິຊຳນານ.ພ້ອມນັ້ນ,ກໍເປັນການ ຮັດແໜ້ນຄວາມສາມັກຄີພາຍໃນ ກຳລັງປ້ອງກັນຄວາມສະຫງົບ, ລວມທັງກຳລັງປ້ອງກັນຄວາມ ສະຫງົບກັບບັນດາອົງການຈັດຕັ້ງ ຂອງພັກ ແລະ ລັດ ອ້ອມຂ້າງສູນ ກາງຕະຫລອດຮອດພາກທຸລະກິດ ທີ່ກ່ຽວຂ້ອງ ໃຫ້ມີຄວາມແໜ້ນແຟ້ນ ຍິ່ງໆຂຶ້ນ. ການແຂ່ງຂັນກິລາຍິງປືນຄັ້ງນີ້, ປະກອບມີ 6 ສາຍ ຄື: ສາຍການນຳ ຂັ້ນສູງພັກ-ລັດອ້ອມຂ້າງສູນກາງ, ສາຍການນຳກະຊວງປ້ອງກັນ ຄວາມສະຫງົບ, ສາຍກົມກອງອ້ອມ ຂ້າງກະຊວງປ້ອງກັນຄວາມສະ ຫງົບ, ສາຍອະດີດການນຳປະຕິວັດ, ສາຍຊາຍທົ່ວໄປ ແລະ ສາຍຍິງທົ່ວ ໄປ. ສຳລັບຜົນຂອງການແຂ່ງຂັນ: ສາຍການນຳຂັ້ນສູງພັກ-ລັດອ້ອມ ຂ້າງສູນກາງ ໄດ້ລາງວັນທີ 1 ແມ່ນ ທ່ານ ໄກ່ສັກສີ ບົວໃບອ່ອນ ທີ່ປຶກ ສາ ບໍລິສັດ IHC, ລາງວັນທີ 2 ແມ່ນ ທ່ານ ພອນສອນ ວິໄລເມັ້ງ ຮອງ ປະທານຄະນະບໍລິຫານສູນກາງກຳ ມະບານລາວ, ລາງວັນທີ 3 ແມ່ນ ທ່ານ ລາວປ່າວຊົງ ນະວົງໄຊ ຮອງ ຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ; ສາຍການນຳກະຊວງ ປ້ອງກັນຄວາມສະຫງົບລາງວັນ ທີ 1 ແມ່ນທ່ານ ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ ການເມືອງ, ລາງວັນທີ2ແມ່ນທ່ານ ພົຈວ ພອນໄຊ ຍົດສົມບັດ ຮອງ ຫົວໜ້າຫ້ອງວ່າການກະຊວງ,ລາງ ວັນທີ 3 ແມ່ນທ່ານ ພົຈວ ກອງສະ ຫວັດ ບຸນລ້ຽງ ຮອງຫົວໜ້າກົມ ໃຫຍ່ 502; ສາຍກົມກອງອ້ອມຂ້າງ ກະຊວງ ປກສ ລາງວັນ ທີ 1 ແມ່ນ ທ່ານ ພັອ ອັດສະຈັນ ວົງສາລາດ ຈາກກົມ 509, ລາງວັນທີ 2 ແມ່ນ ທ່ານ ພັອ ພູພອນ ວົງພະໄຕ ຮອງ ຫົວໜ້າກອງບັນຊາການ ປກສ ນະ ຄອນຫລວງວຽງຈັນ, ລາງວັນທີ 3 ແມ່ນທ່ານພັອລິນທອງແກ້ວປະພັນ ຮອງຜູ້ອຳນວຍການວິທະຍາຄານ ສັນຕິບານປະຊາຊົນ (ວສປ); ສາຍ ອະດີດການນຳປະຕິວັດລາງວັນທີ 1ແມ່ນທ່ານພົຕສົມຫວັງທໍາມະສິດ ອະດີດຮອງລັດຖະມົນຕີກະຊວງ ປກສ, ລາງວັນທີ 2 ແມ່ນທ່ານ ພັອ ລໍາພຽງ ພົມມະກອງ ອະດີດຮອງ ຫົວໜ້າກອງບັນຊາການປ້ອງກັນ ສູນກາງ, ລາງວັນທີ 3 ແມ່ນທ່ານ ພັອ ບຸນພາ ນັນທະວົງ ອະດີດຫົວ ໜ້າຄຸ້ມຄອງທຸລະກິດ, ກົມໃຫຍ່ຕໍາ ຫລວດ; ສາຍຊາຍທົ່ວໄປ ລາງວັນ ທີ 1 ແມ່ນທ່ານ ພັຕ ສົມໄຊ ສົມພູວັນ ຈາກກົມ 504, ລາງວັນທີ 2 ແມ່ນ ທ່ານ ຮອ ໂຍວາທີ ສີສົມບັດ ຈາກ ວສປ, ລາງວັນທີ 3 ແມ່ນ ທ່ານ ອາພາຍະກອນ ແກ້ວໄຊຍະຈັກ ແລະ ສາຍຍິງທົ່ວໄປ ລາງວັນທີ 1 ແມ່ນ ພັຕ ນາງ ສຸກສາຄອນ ລາດຊະວົງ ຈາກກົມ 504, ທີ 2 ແມ່ນ ທ່ານ ວທ ນາງ ສາຍຝົນຈາກ ວສປ, ທີ 3 ແມ່ນທ່ານ ຮທ ນາງ ວຽງສະຫວັນ ພົມມະກອງ ຈາກ ກົມ 501. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ ປວງ ແລະ ລະບົບນິເວດທາງທຳມະ ຊາດ; ນ້ຳເປັນທັງ ແຫລ່ງອາຫານ, ພະລັງງານ ແລະ ເປັນປັດໄຈຕົ້ນ ຕໍຂອງສຸຂະພາບ. ນອກຈາກນັ້ນ, ນ້ຳກໍມີບົດບາດສຳຄັນທີ່ສຸດຕໍ່ການ ພັດທະນາເສດຖະກິດ-ສັງຄົມຂອງ ທຸກໆປະເທດໃນໂລກ. ສປປ ລາວ ມີຄວາມອຸດົມສົມ ບູນທາງດ້ານນ້ຳ ແລະ ຊັບພະຍາ ກອນທີ່ກ່ຽວຂ້ອງກັບນ້ຳທັງເທິງ ໜ້າດິນ ແລະ ໃຕ້ດິນ. ອ່າງແມ່ນໍ້າ ຂອງ, ອ່າງຮັບນໍ້າສາຂາຂອງແມ່ນໍ້າ ຂອງ ແລະ ອ່າງຮັບນໍ້າສາຂາແມ່ນໍ້າ ອື່ນໄຫລຜ່ານແຕ່ເໜືອຮອດໃຕ້ ຫລາຍກວ່າ 40% ຂອງປະລິມານ ນໍ້າໃນແມ່ນໍ້າຂອງທັງໝົດແມ່ນມາ ຈາກ ສປປ ລາວ. ພ້ອມນີ້, ທີ່ດິນບໍລິ ເວນນໍ້າແລະດິນຖ່ານຕົມທີ່ມີຄວາມ ສໍາຄັນຕໍ່ແຫລ່ງນໍ້າໜ້າດິນ, ນໍ້າໃຕ້ ດິນ ເພາະເປັນບ່ອນເກັບກັກນໍ້າຊ່ວຍ ປ້ອງກັນໄພກັນນໍ້າຖ້ວມ ແລະ ໄພ ແຫ້ງແລ້ງ, ເປັນພື້ນທີ່ທີ່ມີຄວາມອຸ ດົມສົມບູນ ມີຄວາມຫລາກຫລາຍ ທາງດ້ານຊີວະນາໆພັນ ແລະ ແຫລ່ງ ທີ່ຢູ່ອາໄສທີ່ສຳຄັນຂອງສັດເຄິ່ງ ບົກເຄິ່ງນ້ຳ, ສັດເລືອຄານລວມທັງ ບັນດາສັດທີ່ໃກ້ຈະສູນພັນ; ເປັນບ່ອນ ເກັບກັກຕະກອນ, ແຫລ່ງອາຫານ, ບ່ອນບໍາບັດນໍ້າເປື້ອນແບບທໍາມະ ຊາດ, ເປັນແຫລ່ງທ່ອງທ່ຽວທາງທໍາ ມະຊາດ ແລະ ວັດທະນາທໍາ, ເປັນ ບ່ອນກັກເກັບຄາບອນທີ່ຊ່ວຍຫລຸດ ຜ່ອນການປ່ຽນແປງດິນຟ້າອາ ກາດ; ນ້ຳໄດ້ກາຍມາເປັນແຫລ່ງ ອາຫານ, ເສັ້ນທາງຄົມມະນາຄົມ, ແຫລ່ງທ່ອງທ່ຽວ ແລະ ປັດໄຈຂອງ ການພັດທະນາເສດຖະກິດສັງຄົມ ຂອງຊາດ. ສໍາລັບກິດຈຳກຳໃນໂອກາດສະ ເຫລີມສະຫລອງວັນນໍ້າໂລກ ວັນທີ 22 ມີນາ ປະຈຳປີ 2024 ນີ້, ປະ ກອບມີ: ຍ່າງເພື່ອສຸຂະພາບ, ການ ປ່ອຍປາ, ປ່ອຍນົກ ແລະ ກິດຈະກຳ ແຂ່ງຂັນການສະແດງລະຄອນກ່ຽວ ກັບ ຫົວຂໍ້: ນ້ຳເພື່ອສັນຕິພາບ, ສ້າງ ແຮງບັນດານໃຈ ເພື່ອອະນາຄົດທີ່ດີ ຂຶ້ນຈາກນັກຮຽນອ້ອມຂ້າງນະຄອນ ຫລວງວຽງຈັນເຂົ້າຮ່ວມແຂ່ງຂັນ. ຂ່າວ-ພາບ: ວຽງສະຫວັນ ແລະ ນັກຮົບແຂ່ງຂັນແຫ່ງຊາດຢູ່ ອ້ອມຂ້າງກະຊວງປ້ອງກັນປະເທດ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ສະຫາຍ ພົນ ເອກ ຈັນສະໝອນ ຈັນຍາລາດ ໄດ້ ສະແດງຄວາມຢື້ຢາມຖາມຂ່າວອັນ ສະໜິດສະໜົມ-ຮັກແພງ ແລະ ອົບ ອຸ່ນຕໍ່ບັນດາສະຫາຍພະນັກງານ ປະຕິວັດອາວຸໂສ-ບຳນານ, ພ້ອມທັງ ຍົກໃຫ້ເຫັນເຖິງຄວາມໝາຍຄວາມ ສຳຄັນຂອງວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດ ເພື່ອປະ ເທດຊາດ ແລະ ວັນສ້າງຕັ້ງພັກປະ ຊາຊົນລາວ. ທັງນີ້, ກໍເພື່ອຫວນຄືນ ບາງເຫດການປະຫວັດສາດ, ທັງ ເປັນການກ່າວສັນລະເສີນບັນດາ ນັກຮົບປະຕິວັດ ປ້ອງກັນຕົວເມືອງ ທ່າແຂກທີ່ກາຍເປັນຕໍານານ ແລະ ຫວນຄືນບັນດາເຫດການຕໍ່ສູ້ບັ້ນ ຮົບຕ່າງໆ ໃນພາລະກິດປະຕິວັດຕໍ່ ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຍ້ອງຍໍສັນລະເສີນບັນດາພະນັກງານ ປະຕິວັດອາວຸໂສ-ບຳນານຜູ້ທີ່ໄດ້ ມີຜົນງານ ຜ່ານຂະບວນການສູ້ຮົບ, ພ້ອມກັນນັ້ນຍັງເປັນການສະແດງ ເຖິງຄວາມເປັນຫ່ວງເປັນໄຍຂອງ ການນໍາພັກ-ລັດ ແລະ ຄວາມກະຕັນ ຍູຮູ້ບຸນຄຸນຂອງບັນດາສະຫາຍ ທີ່ ໄດ້ທຸ້ມເທເຫື່ອແຮງ, ສະຕິປັນຍາ ປະກອບສ່ວນເຂົ້າໃນພາລະກິດ ປະ ຕິວັດປົດປ່ອຍຊາດກໍຄືການປະກອບ ສ່ວນເຂົ້າໃນການປະຕິບັດສອງ ໜ້າທີ່ຍຸດທະສາດຂອງຊາດໃນໄລ ຍະຜ່ານມາ, ທັງເປັນການເສີມຂະ ຫຍາຍມູນເຊື້ອຄວາມສາມັກຄີສະ ໜິດສະໝົມກົມກຽວລະຫວ່າງບັນ ດາສະຫາຍທີ່ເປັນຮຸ່ນອ້າຍ, ຮຸ່ນລຸງ ທີ່ໄດ້ເຮັດສຳເລັດໜ້າທີ່ຈົບງາມແລະ ພວກເຮົາທີ່ຍັງສືບຕໍ່ປະຕິບັດໜ້າທີ່ ອັນໜັກໜ່ວງ ແນໃສ່ສຶກສາອົບຮົມ ໃຫ້ພະນັກງານ-ສະມາຊິກພັກ, ນາຍ ແລະ ພົນທະຫານໃນກອງທັບຮໍ່າ ຮຽນເອົາແບບຢ່າງອັນດີງາມ, ຮັບ ຮູ້-ເຂົ້າໃຈ ເຖິງຄວາມກະຕັນຍູຮູ້ບຸນ ຄຸນຂອງຜູ້ທີ່ມີຜົນງານຕໍ່ປະເທດ ຊາດ ເຊິ່ງສອດຄ່ອງກັບສຸພາສິດ ລາວ ທີ່ເຄີຍກ່າວໄວ້ວ່າ“ໄດ້ກິນເຂົ້າ ໃຫ້ຮູ້ຄຸນນາ, ໄດ້ກິນປາໃຫ້ຮູ້ຄຸນ ຕ້ອນ”. ຂ່າວ: ລີຕ່າ ມາ, ທ່ານນາງ ສີໄສ ລືເດດມູນສອນ ກຳມະການກົມການເມືອງສູນກາງ ພັກ, ເລຂາທິການສູນກາງພັກ, ຫົວ ໜ້າຄະນະຈັດຕັ້ງສູນກາງພັກໄດ້ ໂອ້ລົມພະນັກງານຫລັກແຫລ່ງ ຂອງແຂວງ ນໍາໂດຍ ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຊຽງ ຂວາງ ໂດຍທ່ານໄດ້ເນັ້ນໃຫ້ເອົາໃຈ ໃສ່ພັດທະນາເສດຖະກິດ-ສັງຄົມ, ການສົ່ງເສີມການຜະລິດເປັນສິນ ຄ້າຂອງປະຊາຊົນ, ສຶກສາອົບຮົມ ການເມືອງແນວຄິດ, ບົດບາດຄວາມ ຮັບຜິດຊອບຂອງສະມາຊິກພັກ, ຄົ້ນຄ້ວາບັນດານະໂຍບາຍຕ່າງໆຕໍ່ ສະມາຊິກພັກ, ສູ້ຊົນປະຕິບັດບັນ ດາ ມະຕິທີ່ວາງອອກໃຫ້ສຳເລັດຜົນ, ປະຢັດ ແລະ ຕ້ານການຟຸມເຟືອຍ. ພ້ອມທັງສ້າງແບບແຜນວິທີ ເຮັດວຽກ, ການດຳລົງຊີວິດໃຫ້ການ ປ່ຽນແປງໃໝ່ດີຂຶ້ນ, ຕ້ານປະກົດ ການຫຍໍ້ທໍ້, ຕ້ານການຈຳແນກຄົນ ເຈົ້າຄົນຂ້ອຍໃນສະມາຊິກພັກ, ເກັບ ກຳຂໍ້ມູນລະອຽດຕໍ່ກັບສະມາຊິກ ພັກ, ການຂະຫຍາຍພັກ, ປົກປ້ອງ ພັກ, ຄົ້ນຄວ້າປຶກສາຫາລືໃນການ ປະຕິບັດວິໄນຕໍ່ສະມາຊິກພັກຜູ້ທີ່ ລະເມີດກົດລະບຽບພັກ, ຖືເອົາການ ຕິຊົມຕົນເອງຕິຊົມເຊິ່ງກັນ ແລະ ກັນ ໃນການປັບປຸງພັກ, ປະຕິບັດຕາມ 5 ຫລັກການ 3 ທິດນຳ, ສ້າງແຜນ ກຳນົດພະນັກງານຮຸ່ນສືບທອດ, ການສ້າງໜ່ວຍພັກປອດໃສ ເຂັ້ມ ແຂງໝັກແໜ້ນ ຕິດພັນກັບວຽກ ງານການເມືອງ, ກະກຽມ, ການດຳ ເນີນກອງປະຊຸມໃຫຍ່ 3 ຂັ້ນຂອງ ພັກ ຕ້ອງຮັບປະກັນວຽກງານບຸກຄະ ລາກອນ, ວຽກຂະບວນການ, ວຽກ ເນື້ອໃນ ໃຫ້ແທດເໝາະ, ອາຍຸ, ເພດ, ເຜົ່າ, ຊຸກຍູ້ສົ່ງເສີມການກໍ່ສ້າງພະ ນັກງານ, ເອົາໃຈໃສ່ຕິດຕາມ ແລະ ປະເມີນພະນັກງານ, ສຶກສາຄົ້ນ ຄວ້າຮ່ຳຮຽນ ໃຫ້ເປັນພະນັກງານ ແບບຢ່າງແກ່ມະຫາຊົນ. ຂ່າວ: ບຸນມີ ແສງທຸມມີ ຂປລ. ໂດຍຕອບສະໜອງຕາມ ຄຳເຊື້ອເຊີນຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ນາຍົກລັດຖະມົນ ຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນວັນທີ 2526ມີນາ 2024, ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດ ຕະພາບ, ຄວາມສາມັກຄີອັນເປັນມູນ ເຊື້ອທີ່ມີມາແຕ່ດົນນານ ແລະ ການ ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານລະຫວ່າງ ສປປລາວແລະຣາຊະອານາຈັກກຳ ປູເຈຍ ໃຫ້ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ພິທີຕ້ອນຮັບຢ່າງເປັນທາງການ ຕໍ່ສົມເດັດ ນາຍົກລັດຖະມົນຕີ ມະຫາ ບໍວໍ ທິບໍດີ ຮຸນ ມາແນດພ້ອມດ້ວຍຄະ ນະຜູ້ແທນຂັ້ນສູງ ຂອງຣາຊະອາ ນາຈັກ ກໍາປູເຈຍ ໄດ້ຈັດຂຶ້ນຢ່າງສົມ ກຽດໃນຕອນບ່າຍຂອງວັນທີ 25 ມີນາ 2024, ທີ່ສໍານັກງານນາຍົກ ລັດຖະມົນຕີ ໂດຍການຕ້ອນຮັບຂອງ ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະຜູ້ແທນ ຂັ້ນສູງ ຂອງ ສປປ ລາວ. ຈາກນັ້ນ, ກໍໄດ້ມີການພົບປະ ສອງຝ່າຍຢ່າງເປັນທາງການລະ ຫວ່າງ ສອງນາຍົກລັດຖະມົນຕີລາວ ແລະ ກໍາປູເຈຍ ພ້ອມດ້ວຍຄະນະ ຜູ້ແທນຂັ້ນສູງຂອງທັງສອງຝ່າຍ. ໃນໂອກາດດັ່ງກ່າວນີ້, ທ່ານສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີ ຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາ ສູງຕໍ່ການຢ້ຽມຢາມ ສປປ ລາວ ຂອງ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ແລະ ຄະນະ ໃນຄັ້ງນີ້ເຊິ່ງມີ ຄວາມໝາຍສໍາຄັນຕໍ່ການເສີມຂະ ຫຍາຍການພົວພັນຮ່ວມມືລະຫວ່າງ ລາວ ແລະ ກໍາປູເຈຍ ໃນຖານະເປັນ ເພື່ອນມິດສະໜິດສະໜົມ, ເປັນ ບ້ານໃກ້ເຮືອນຄຽງ ບ້ານອ້າຍເມືອງ ນ້ອງ ບ້ານແກ່ວເມືອງດອງມາແຕ່ ບູຮານນະການ, ທັງຍັງເປັນການ ຢ້ຽມຢາມ ແລະ ພົບປະຢ່າງເປັນທາງ ການຄັ້ງທຳອິດພາຍຫລັງທີ່ສົມ ເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ໄດ້ດໍາລົງຕໍາແໜ່ງນາຍົກລັດຖະ ມົນຕີ ແຫ່ງ ຣາຊະອານາຈັກກໍາປູ ເຈຍ, ເຖິງວ່າຜ່ານມາໄດ້ພົບປະກັນ ໃນໂອກາດເຂົ້າຮ່ວມກອງປະຊຸມ ພາກພື້ນແລະສາກົນມາແລ້ວຫລາຍ ຄັ້ງແລ້ວກໍຕາມ. ພ້ອມນີ້, ທ່ານ ສອນໄຊ ສີພັນດອນ ໄດ້ຢືນຢັນຄືນ ອີກເທື່ອໜຶ່ງເຖິງຄວາມມຸ່ງໝັ້ນ ແລະ ເຈດຈໍານົງ ອັນສະເໝີຕົ້ນສະເໝີ ປາຍຂອງພັກ, ລັດຖະບານ ແລະ ປະຊາຊົນລາວ ທີ່ຈະໄດ້ຮ່ວມເຮັດ ວຽກກັບສົມເດັດ ມະຫາ ບໍວໍທິບໍດີ ຮຸນ ມາແນດ ເພື່ອຮ່ວມກັນເສີມຂະ ຫຍາຍສາຍພົວພັນມິດຕະພາບທີ່ມີ ມູນເຊື້ອ, ການພົວພັນແບບຄູ່ຮ່ວມ ມືຍຸດທະສາດຮອບດ້ານ ແລະ ໝັ້ນ ຄົງຍາວນານ ລະຫວ່າງ ລາວ-ກໍາປູ ເຈຍ ໃຫ້ມີຄວາມກ້າວໜ້າ ແລະ ມີ ປະສິດທິຜົນສູງສຸດ, ພ້ອມທັງໄດ້ຕີ ລາຄາສູງ ແລະ ຊົມເຊີຍຕໍ່ບັນດາ ຜົນສຳ ເລັດອັນໃຫຍ່ຫລວງໃນ ຫລາຍດ້ານທີ່ປະຊາຊົນກໍາປູເຈຍ ຍາດມາໄດ້ພາຍໃຕ້ການນຳພາອັນປີ ຊາສາມາດ ຂອງສົມເດັດມະຫາບໍວໍ ທິບໍດີ ຮຸນ ມາແນດ ໃນໄລຍະຜ່ານ ມາ.ພິເສດ,ທ່ານສອນໄຊສີພັນດອນ ກໍໄດ້ສະແດງຄວາມຊົມເຊີຍ ກໍາປູ ເຈຍ ກໍຄື ພັກປະຊາຊົນ ກໍາປູເຈຍ ທີ່ ສາມາດຍາດເອົາໄຊຊະນະ ໃນການ ເລືອກຕັ້ງສະມາຊິກສະພາສູງສະ ໄໝທີ 5 ໃນວັນທີ 25 ກຸມພາ2024 ທີ່ຜ່ານມາ ຢ່າງຖ້ວມລົ້ນເຖິງ 55 ບ່ອນນັ່ງໃນຈໍານວນ 58 ບ່ອນນັ່ງ ຢູ່ສະພາສູງ. ໃນໂອກາດດຽວກັນ, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ກໍ່ໄດ້ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສົມກຽດ ຈາກລັດຖະບານ ແລະ ປະ ຊາຊົນລາວໃນຄັ້ງນີ້, ພ້ອມທັງໄດ້ ສະແດງຄວາມຊົມເຊີຍ ແລະ ຕີ ລາຄາສູງຕໍ່ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ, ການຮ່ວມມືທີ່ມີ ມາແຕ່ດົນນານຖານບ້ານໃກ້ເຮືອນ ຄຽງ ແລະ ການພົວພັນແບບຄູ່ຮ່ວມ ຍຸດທະສາດຮອບດ້ານ ແລະ ໝັ້ນຄົງ ຍາວນານ ລະຫວ່າງ ສອງປະເທດ ລາວ-ກໍາປູເຈຍ ທີ່ໄດ້ຮັບການເສີມ ຂະຫຍາຍເປັນກ້າວໆຕະຫລອດມາ. ການພົບປະຄັ້ງນີ້, ສອງຝ່າຍ ໄດ້ທົບທວນຄືນການພົວພັນຮ່ວມມື ທັງໃນຂອບສອງຝ່າຍ ແລະ ຫລາຍ ຝ່າຍໃນໄລຍະຜ່ານມາ ໂດຍໄດ້ເປັນ ເອກະພາບກັນຕີລາຄາສູງ ແລະ ມີ ຄວາມເພິ່ງພໍໃຈທີ່ເຫັນວ່າການພົວ ພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອຖານບ້ານໃກ້ເຮືອນ ຄຽງທີ່ມີມາແຕ່ດົນນານ ລະຫວ່າງ ປະຊາຊົນລາວ ແລະ ກໍາປູເຈຍ ນັບ ມື້ນັບໄດ້ຮັບການເສີມຂະຫຍາຍໃຫ້ ແໜ້ນແຟ້ນຍິ່ງໆຂຶ້ນ; ການຍົກລະດັບ ການພົວພັນສອງຝ່າຍຂຶ້ນເປັນຄູ່ ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ໃນປີ 2019 ໄດ້ ຊີ້ໃຫ້ເຫັນເຖິງຄວາມໝາຍໝັ້ນອັນ ແຮງກ້າ ຂອງສອງປະເທດທີ່ຍົກ ລະດັບການພົວພັນອັນດີດັ່ງກ່າວ ໃຫ້ຂຶ້ນສູ່ລະດັບສູງອີກເທື່ອໃໝ່ ແລະ ການລົງນາມໃນແຜນປະຕິບັດງານ ຮ່ວມ(ActionPlan)ໄດ້ເປັນບ່ອນ ອີງໃຫ້ແກ່ການພົວພັນຮ່ວມມືກັນ ຂອງທຸກຂະແໜງການ, ທັງຍັງເປັນ ການສ້າງເງື່ອນໄຂທີ່ເປັນພື້ນຖານ ໃຫ້ແກ່ການພົວພັນຮ່ວມມືລະຫວ່າງ ສອງປະເທດໃຫ້ເປັນຮູບປະທໍາ ຫລາຍຂຶ້ນ, ເຮັດໃຫ້ການພົວພັນ ຮ່ວມມືສອງຝ່າຍໃນຫລາຍດ້ານສືບ ຕໍ່ໄດ້ຮັບການເສີມຂະຫຍາຍຍິ່ງໆ ຂຶ້ນ ເປັນຕົ້ນ ການຮ່ວມມືດ້ານວຽກ ງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ, ດ້ານວຽກງານຊາຍແດນ, ດ້ານເສດຖະກິດ, ດ້ານການຄ້າ ແລະ ການລົງທຶນ, ດ້ານໂຍທາທິການ ແລະ ຂົນສົ່ງ, ດ້ານພະລັງງານໄຟ ຟ້າ, ດ້ານການເງິນ, ດ້ານວັດທະນະ ທໍາ-ສັງຄັມ-ການທ່ອງທ່ຽວ ແລະ ອື່ນໆ. ໃນຂະນະດຽວກັນ, ການພົວ ພັນຮ່ວມມືໃນພາກພື້ນ ແລະ ອະນຸ ພາກພື້ນ ກໍໄດ້ສືບຕໍ່ຮັດແໜ້ນ ແລະ ຍັງໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໂດຍສະເພາະຂອບການ ຮ່ວມມື CLV, CLMV, ແອັກແມັກ (ACMECS) ແລະ ຂອບການ ຮ່ວມມືອາຊຽນ. ພ້ອມນີ້, ສອງຝ່າຍ ຍັງໄດ້ຮ່ວມ ກັນວາງທິດທາງແຜນການຮ່ວມ ມືໃນຕໍ່ໜ້າ ໂດຍໄດ້ເຫັນດີເປັນເອກະ ພາບສືບຕໍ່ປະສານສົມທົບກັນຢ່າງ ໃກ້ຊິດ ເພື່ອຮ່ວມກັນຈັດຕັ້ງປະຕິ ບັດບັນດາການຕົກລົງຂອງການນໍາ ຂັ້ນສູງຂອງສອງປະເທດ ແລະ ບັນ ດາເອກະສານຮ່ວມມືສອງຝ່າຍທີ່ ມີຮ່ວມກັນໃນທຸກລະດັບໃຫ້ມີປະ ສິດທິພາບ ແລະ ປະສິດທິຜົນນໍາ ເອົາຜົນປະໂຫຍດຕົວຈິງມາສູ່ປະ ເທດຊາດ ແລະ ປະຊາຊົນສອງຊາດ ຢ່າງແທ້ຈິງ, ພ້ອມທັງສືບຕໍ່ຮັດ ແໜ້ນການພົວພັນຮ່ວມມືໃນການ ເຄື່ອນໄຫວໃນເວທີພາກພື້ນ ແລະ ສາກົນ.ສອງຝ່າຍຍັງໄດ້ແຈ້ງໃຫ້ກັນ ຊາບກ່ຽວກັບສະພາບການພົ້ນ ເດັ່ນໃນການພັດທະນາເສດຖະກິດສັງຄົມພາຍໃນປະເທດຂອງຕົນ ແລະ ໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບສະພາບການພົ້ນເດັ່ນໃນ ພາກພື້ນ ແລະ ສາກົນ ທີ່ສອງຝ່າຍ ມີຄວາມສົນໃຈຮ່ວມກັນ. ໃນຕອນທ້າຍ, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ກໍໄດ້ເຊື້ອ ເຊີນທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ຣາຊະອານາຈັກ ກໍາປູເຈຍ ຢ່າງເປັນ ທາງການ ໃນໂອກາດທີ່ເໝາະສົມ, ພ້ອມທັງໄດ້ສະແດງຄວາມຢືນຢັນ ຄືນ ໃນການສືບຕໍ່ໃຫ້ການຮ່ວມມື ແລະ ການສະໜັບສະໜູນແກ່ ສປປ ລາວ ໂດຍສະເພາະໃນໂອກາດທີ່ ສປປ ລາວ ເປັນປະທານອາຊຽນປີ 2024 ໃຫ້ໄດ້ຮັບຜົນສໍາເລັດຕາມ ລະດັບຄາດໝາຍສູງ. ທ່ານ ສອນໄຊ ສີພັນດອນ ກໍໄດ້ສະແດງຄວາມຍິນດີຕອບຮັບ ແລະ ຈະຈັດຫາເວລາອັນເໝາະສົມ ໄປຢ້ຽມຢາມ ກໍາປູເຈຍ ຕາມການ ເຊື້ອເຊີນ, ພ້ອມທັງໄດ້ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນລາວບັນ ດາເຜົ່າສະແດງຄວາມຂອບໃຈຕໍ່ ລັດຖະບານ ແລະ ປະຊາຊົນກໍາປູ ເຈຍ ທີ່ໃຫ້ການຊ່ວຍເຫລືອ ແລະ ສະ ໜັບສະໜູນ ສປປ ລາວ ຕະຫລອດ ມາ ແລະ ສະແດງຄວາມເຊື່ອໝັ້ນ ຢ່າງໜັກແໜ້ນວ່າຜົນສໍາເລັດຂອງ ການຢ້ຽມຢາມສປປລາວຢ່າງເປັນ ທາງການຂອງສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ໃນຄັ້ງນີ້ຈະປະ ກອບສ່ວນອັນສໍາຄັນເຂົ້າໃນການ ເພີ່ມທະວີ ແລະ ເສີມຂະຫຍາຍມູນ ເຊື້ອການຮ່ວມມືທີ່ດີງາມ ລະ ຫວ່າງ ສອງປະເທດ ລາວ-ກໍາປູເຈຍ ໃຫ້ມີ ຄວາມແໜ້ນແຟ້ນ, ຈະເລີນງອກ ງາມ ແລະ ເກີດດອກອອກຜົນຍິ່ງໆ ຂຶ້ນ. ພາຍຫລັງສໍາເລັດການພົບປະ ສອງຝ່າຍ, ສອງນາຍົກລັດຖະມົນ ຕີ ໄດ້ເຂົ້າຮ່ວມເປັນສັກຂີພິຍານພິ ທີລົງນາມເອກະສານຮ່ວມມືສອງ ຝ່າຍ ຈໍານວນ 3 ສະບັບ ຄື: ສານສັດ ຕະຍາບັນສົນທິສັນຍາວ່າດ້ວຍ ການກໍານົດຊາຍແດນປະເທດລະ ຫວ່າງ ສປປ ລາວ ແລະ ຣາຊະອາ ນາຈັກກໍາປູເຈຍ; ບົດບັນທຶກການ ແລກປ່ຽນສານສັດຕະຍາບັນສົນທິ ສັນຍາວ່າດ້ວຍ ການກໍານົດຊາຍ ແດນ ປະເທດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກໍາປູເຈຍ ແລະ ສັນຍາວ່າດ້ວຍການຮ່ວມມື ທາງດ້ານພະລັງງານ ໄລຍະ II ລະ ຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງຣາຊະ ອານາຈັກ ກຳປູເຈຍ. ພ້ອມກັນນີ້, ສອງຝ່າຍກໍໄດ້ເປັນສັກຂີພິຍານ ການແລກປ່ຽນບົດບັນທຶກຄວາມ ເຂົ້າໃຈຈໍານວນ 2 ສະບັບລະຫວ່າງ ກະຊວງບໍ່ແຮ່ ແລະ ພະລັງງານ ແຫ່ງ ຣາຊະອານາຈັກກໍາປູເຈຍກັບ 2 ບໍລິສັດ ຕາງໜ້າລັດຖະບານ ສປປ ລາວ ຄື: ບໍລິສັດ ລັດວິສາຫະ ກິດໄຟຟ້າລາວ: ບົດບັນທຶກຄວາມ ເຂົ້າໃຈໂຄງການພະລັງງານສະ ອາດແບບປະສົມປະສານຈາກ ເຂື່ອນໄຟຟ້າ, ໂຄງການຄວາມຮ້ອນ ໃຕ້ດິນ ແລະ ໂຄງການພະລັງງານ ທົດແທນ ແລະ ການສຶກສາຄວາມ ເປັນໄປໄດ້ຂອງໂຄງການເຊກອງ ຕອນລຸ່ມ I ແລະ ໂຄງການເຊກອງ ຕອນລຸ່ມ II ເພື່ອສົ່ງອອກໄປຍັງກໍາ ປູເຈຍ ໂດຍຜ່ານຈຸດເຊື່ອມຕໍ່ທີ່ມີຢູ່ ແລະ ຈຸດໃໝ່ ແລະ ກຸ່ມບໍລິສັດພົງ ຊັບທະວີຈຳກັດ: ບົດບັນທຶກຄວາມ ເຂົ້າໃຈໂຄງການເຂື່ອນໄຟຟ້າເຊຂະ ໝານ 2 ແລະ ໂຄງການພະລັງ ງານລົມ. ໃນໂອກາດດຽວກັນນີ້, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກ ກໍາປູເຈຍ ຍັງໄດ້ມອບ “ຮູບແບບຫລັກໝາຍຊາຍແດນ” ໃຫ້ແກ່ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເພື່ອເປັນຂອງຂວັນທີ່ລະນຶກ. ຫລັງຈາກນັ້ນ, ສອງນາຍົກລັດ ຖະມົນຕີ ລາວ ແລະ ກໍາປູເຈຍ ໄດ້ ຮ່ວມກັນຖະແຫລງຂ່າວຕໍ່ບັນດາ ສື່ມວນຊົນຂອງທັງສອງຝ່າຍ ເພື່ອ ແຈ້ງໃຫ້ຊາບເຖິງຜົນສໍາເລັດຂອງ ການພົບປະສອງຝ່າຍ ແລະ ການ ລົງນາມເອກະສານ ໃນຄັ້ງນີ້. ນອກຈາກນັ້ນ, ໃນວັນດຽວກັນນີ້ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ພ້ອມດ້ວຍຄະນະຍັງໄດ້ ເດີນທາງໄປວາງພວງມາລາ ຢູ່ອາ ນຸສາວະລີນັກຮົບນິລະນາມ ເພື່ອ ສະແດງຄວາມເຄົາລົບ ແລະ ລະນຶກ ເຖິງອ້າຍນ້ອງທະຫານນັກຮົບທີ່ໄດ້ ຕໍ່ສູ້ເສຍສະຫລະເລືອດເນື້ອເພື່ອປະ ເທດຊາດ ແລະ ປະຊາຊົນໃນສະໄໝ ສົງຄາມ.

RkJQdWJsaXNoZXIy MTc3MTYxMQ==