5839

dt-;'xh v'da oxtgmf rq [xtrtoa d'koxt8y ;a f{vk;5 3l [eoko 3vdkf;a ooa dIq [glpvq '7t{glplts]t-u ;y fgrn j v-kf sq ;|h k7tot9a f8A 'l6 odk'ra d 3vh ]q , rtoa d'kos]a dcs]j ' c0;'-P'0;k' ]k;{dex6 g9p ln [8+ Ia fc|h o c]t glu ,0tspkpdkorq ;ra oIj ;,,n ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 26.03.2024 ປີທີ 23 ສະບັບທີ 5.899 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ -q ,g-u poE.9;a omu 21 ,u ok 1j k'l5 f.9 K  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 6  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 lh k'7;k,g0Q k.9dj P;da [ ,q o]try fmk'vkdkf.sh lnj ,;o-q o okpq d]a f4t,q o8u g0Q kIj ;, ry mu c0j '0a ody ]kpy 'xn o leg]a fdv'xt-5 ,ltrkxt-k7q , ;a fmtotme{la '7q ,vk-Po 7A 'mu 31 ຂປລ. ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ຈັດງານສະເຫລີມສະຫລອງວັນ ນໍ້າໂລກ ວັນທີ 22 ມີນາ ປະຈຳປີ 2024 ພາຍໃຕ້ຫົວຂໍ້ “ນໍ້າເພື່ອສັນ ຕິພາບ (Water for peace)” ໃນຕອນເຊົ້າວັນທີ 24 ມີນາ 2024 ຢູ່ບຶງທາດຫລວງໂດຍການເປັນ ປະທານ ແລະ ເປີດງານຂອງທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີທ່ານຮອງລັດ ຖະມົນຕີຈາກກະຊວງອ້ອມຂ້າງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ. ໂອກາດນີ້, ທ່ານ ນາງ ບຸນຄຳ ຂປລ. ພິທີພົບປະພະນັກງານປະ ຕິວັດອາວຸໂສບຳນານເຂດໃຈກາງ ນະຄອນຫລວງວຽງຈັນ ເນື່ອງ ໃນໂອກາດວັນນັກຮົບເສຍອົງຄະຂປລ. ກົມເສດຖະກິດກະຊວງ ການຕ່າງປະເທດ ຈັດກິດຈະກຳ ສັບປະດາແມ່ນ້ຳຂອງ-ແມ່ນ້ຳລ້ານ ຊ້າງ ປະຈຳປີ 2024 ເພື່ອສະເຫລີມ ສະຫລອງວັນສ້າງຕັ້ງຂອບການ ຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານ ຊ້າງ ຄົບຮອບ 8 ປີ (23 ມີນາ 2016-23 ມີນາ2024) ໃນວັນທີ 22 ມີນາ 2024 ທີ່ຄະນະນິຕິສາດ ແລະ ລັດຖະສາດມະຫາວິທະຍາໄລ ແຫ່ງຊາດ(ມຊ)ໂດຍມີທ່ານສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດ, ທ່ານ ສົມເດດ ແກ້ວວົງສັກ ຮອງຄະນະ ຂປລ. ກະຊວງສາທາລະນະສຸກ ຮ່ວມກັບກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຈັດກອງປະຊຸມເຜີຍແຜ່ຂໍ້ ມູນກ່ຽວກັບມົນລະພິດທາງອາ ກາດໃຫ້ສື່ມວນຊົນໃນວັນທີ 22 ມີນາ 2024 ຜ່ານມາເພື່ອສ້າງ ຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບ ຜົນຮ້າຍຂອງມົນລະພິດທີ່ເປັນໄພ ມືດຕໍ່ສຸຂະພາບ, ສິ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ ແນ ໃສ່ເຮັດໃຫ້ຂໍ້ມູນດັ່ງກ່າວໄດ້ຖືກ ເຜີຍແຜ່ໃຫ້ສັງຄົມຮັບຮູ້ຢ່າງກວ້າງ ຂວາງ. ທ່ານ ວິສິດ ຄຳລືຊາ ຫົວໜ້າສູນ ສະຕິຖິ ແລະ ຂ່າວສານສາທາລະ ນະສຸກ ກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ວ່າ: ປັດຈຸບັນ, ມົນລະພິດ ຂປລ. ເພື່ອເປັນການຂໍ່ານັບຮັບ ຕ້ອນ ແລະ ສະເຫລີມສະຫລອງວັນ ສ້າງຕັ້ງກຳລັງປ້ອງກັນຄວາມສະ ຫງົບ ຄົບຮອບ 63 ປີ (5 ເມສາ 1961 ຫາ 5 ເມສາ 2024), ກະ ຊວງປ້ອງກັນຄວາມສະຫງົບໄດ້ຈັດ ຂປລ. ໃນໂອກາດເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ພິທີແຂ່ງຂັນກິລາຍິງປືນ ຊີງຂັນ ທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນຕອນເຊົ້າວັນທີ 23 ມີນາ 2024 ທີ່ສະໜາມກິລາຍິງປືນ 5 ເມສາ, ນະຄອນຫລວງວຽງຈັນ, ທາງອາກາດ ໄດ້ສົ່ງຜົນກະທົບຕໍ່ສຸ ຂະພາບຂອງຄົນຈຳນວນບໍ່ໜ້ອຍ, ໃນແຕ່ລະປີ ລະຫວ່າງເດືອນມີນາ ຫາເດືອນເມສາ ສປປ ລາວ ຈະພົບ ມົນລະພິດຂະໜາດນ້ອຍຈຳນວນ ຫລາຍ (PM2.5) ເນື່ອງຈາກເປັນ ໄລຍະທີ່ພໍ່ແມ່ປະຊາຊົນຈູດປ່າເພື່ອ ຜະລິດກະສິກຳ, ທັງເປັນໄລຍະລະ ດູແລ້ງ ຈຶ່ງເຮັດໃຫ້ເກີດມົນລະພິດ ຫລາຍຂຶ້ນເລື້ອຍໆ, ຄາດວ່າມົນລະ ພິດດັ່ງກ່າວ ຈະສົ່ງຜົນກະທົບຕໍ່ສຸ ຂະພາບ ໂດຍສະເພາະບຸກຄົນທີ່ມີ ຄວາມສ່ຽງຄື: ເດັກນ້ອຍ, ຜູ້ອາຍຸ ສູງ, ແມ່ຍິງຖືພາ ແລະ ຜູ້ທີ່ມີພະຍາດ ລະບົບຫາຍໃຈ (ພະຍາດຫືດ), ຄົນ ທີ່ມີພະຍາດປະຈຳຕົວຈໍາເປັນຕ້ອງ ໄດ້ລະມັດລະວັງເປັນພິເສດ. ສະນັ້ນ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ເສຍສະຫລະຊີວິດ ເພື່ອຊາດ ຄົບ ຮອບ 78 ປີ, ວັນສ້າງຕັ້ງພັກປະຊາ ຊົນປະຕິວັດລາວ ຄົບຮອບ 69 ປີ ຈັດຂຶ້ນໃນວັນທີ 22 ມີນາ 2024 ຢູ່ສະໂມສອນກົມໃຫຍ່ການເມືອງ ທັບ ໂດຍການເປັນປະທານ ຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການ ເມືອງສູນກາງພັກ, ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງປ້ອງ ກັນປະເທດ, ມີຄະນະນຳກະຊວງ ປ້ອງກັນປະເທດ, ຄະນະນຳບັນດາ ກົມໃຫຍ່, ພະນັກງານປະຕິວັດອາ ວຸໂສ-ບຳນານ, ວິລະຊົນແຫ່ງຊາດ, lts]v';a ooE3]dxt9exu 2024 rkp.8h sq ;0= oEgrnj vla o8y rk[ h “ “ lts]v';a olh k'8A '0v[dkoIj ;,,n c,j oE0v'{c,j oE]h ko-h k' 7q [Iv[ 8 xu dkozt]y fdtly degxa oly o7h k 7n mj kcI'le7a o0v'-kf ວໍລະຈິດ ໄດ້ມີຄໍາເຫັນວ່າ: ການສະ ເຫລີມສະຫລອງວັນນໍ້າໂລກ (ວັນ ທີ 22 ມີນາ) ປະຈຳປີ 2024 ພາຍ ໃຕ້ຫົວຂໍ້ດັ່ງກ່າວ ເປັນຂີດໝາຍ ແລະ ບາດກ້າວສຳຄັນອັນໜຶ່ງທີ່ສະແດງ ໃຫ້ເຫັນຄວາມສຳຄັນຂອງນໍ້າ ແລະ ຊັບພະຍາກອນນໍ້າ, ທັງເປັນການ ປຸກລະດົມຈິດສຳນຶກຂອງທຸກພາກ ສ່ວນ ໃຫ້ເຫັນບົດບາດຄວາມສຳ ຄັນຂອງນ້ຳ. ນໍ້າຖືເປັນຊັບພະຍາ ກອນທຳມະຊາດ ທີ່ມີຄວາມສຳຄັນ ແລະ ຈຳເປັນທີ່ສຸດ ສຳລັບການດຳ ລົງຊີວິດຂອງມວນມະນຸດ ລວມທັງ ສັດສາວາສິ່ງ, ຊີວະນາໆພັນທັງ ທ່ານ ນາງ ສີໄສ ລືເດດມູນສອນ ຊຽງຂວາງ ໃນວັນທີ 2 ມີນາຜ່ານ ຂປລ. ກອງປະຊຸມລັດຖະມົນຕີ ສະພາປະຊາຄົມວັດທະນະທຳ-ສັງ ຄົມອາຊຽນ ຄັ້ງທີ 31 ແລະ ກອງ ປະຊຸມອື່ນໆປິ່ນອ້ອມ ທີ່ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 21-26 ມີນາ 2024 ຢູ່ນະຄອນຫລວງພະບາງ ແຂວງຫລວງພະບາງ ໄດ້ປິດລົງ ດ້ວຍຜົນສຳເລັດ ໃນວັນທີ 24 ມີນາ 2024 ນີ້ ໂດຍການເປັນປະທານ ຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີທ່ານ ກາວກິມຮຸນ ເລຂາທິການໃຫຍ່ອາຊຽນ, ບັນດາ ບໍດີຄະນະນິຕິສາດແລະ ລັດຖະ ສາດ ມຊ, ທ່ານ ຕູ້ ສ້າງ ສິ່ງ ຫົວໜ້າພະ ແນກການເມືອງສະຖານເອກອັກ ຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ລາວ, ມີຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ. ທຸກໆປີ ຂອງວັນທີ 23 ມີນາ, ບັນດາປະເທດສະມາຊິກ ຂອບການ ຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານ ຊ້າງ (ກຳປູ ເຈຍ, ສປ ຈີນ, ສປປ ລາວ, ມຽນມາ, ໄທແລະສສຫວຽດ ນາມ) ໄດ້ຈັດກິດຈະກຳສັບປະດາ ແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງຂຶ້ນ ລັດຖະມົນຕີສະພາປະຊາຄົມວັດ ທະນະທຳ-ສັງຄົມອາຊຽນ, ລັດຖະ ມົນຕີກະຊວງກະຊວງສາມັກຄີ ແລະ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 26/03/2024 xtgmf]k; ສະຫລອງວັນນ້ຳໂລກ... ກະຊວງປ້ອງກັນປະເທດ... ຫົວໜ້າຄະນະຈັດຕັ້ງ... ລາວ-ກຳປູເຈຍ ສືບຕໍ່... ນາຍົກລັດຖະມົນຕີ... ໃຫ້ກຽດເຂົ້າຮ່ວມພິທີຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ, ມີທ່ານ ພົນເອກ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງປ້ອງ ກັນຄວາມສະຫງົບ, ບັນດາການ ນໍາຂັ້ນສູງອ້ອມຂ້າງສູນກາງ, ຄະ ນະນຳກະຊວງປ້ອງກັນຄວາມສະ ຫງົບ, ພະນັກງານອາວຸໂສບຳນານ, ນາຍ ແລະ ພົນຕຳຫລວດ, ແຂກຮັບ ເຊີນ ແລະ ຄະນະຮັບຜິດຊອບຈັດ ການແຂ່ງຂັນກິລາ ເຂົ້າຮ່ວມ. ໃນໂອກາດກ່າວເປີດພິທີ, ທ່ານ ພົນໂທ ກົງທອງ ພົງວິຈິດ ຮອງລັດ ຖະມົນຕີ ກະຊວງປ້ອງກັນຄວາມ ສະຫງົບໄດ້ໃຫ້ຮູ້ວ່າ: ການແຂ່ງຂັນ ກິລາຍິງປືນຊີງຂັນທ່ານນາຍົກລັດ ຖະມົນຕີຄັ້ງນີ້ ເປັນການສ້າງຂະ ບວນການ ເພື່ອຂ່ຳນັບຮັບຕ້ອນວັນ ສ້າງຕັ້ງກຳລັງປ້ອງກັນຄວາມສະ ຫງົບປະຊາຊົນ ຄົບຮອບ 63 ປີ ແລະ ວັນສໍາຄັນຕ່າງໆຂອງພັກຂອງຊາດ ໃຫ້ມີຄວາມໝາຍສຳຄັນ, ເລິກເຊິ່ງແລະ ໃຫ້ເປັນຂະບວນການ ຟົດຟື້ນ ໂດຍສະເພາະເປັນການຝຶກ ດ້ານເຕັກນິກ ແລະ ທັກສະຕ່າງໆ ກ່ຽວກັບການນຳໃຊ້ປືນໃຫ້ມີຄວາມ ຊຳນິຊຳນານ.ພ້ອມນັ້ນ,ກໍເປັນການ ຮັດແໜ້ນຄວາມສາມັກຄີພາຍໃນ ກຳລັງປ້ອງກັນຄວາມສະຫງົບ, ລວມທັງກຳລັງປ້ອງກັນຄວາມ ສະຫງົບກັບບັນດາອົງການຈັດຕັ້ງ ຂອງພັກ ແລະ ລັດ ອ້ອມຂ້າງສູນ ກາງຕະຫລອດຮອດພາກທຸລະກິດ ທີ່ກ່ຽວຂ້ອງ ໃຫ້ມີຄວາມແໜ້ນແຟ້ນ ຍິ່ງໆຂຶ້ນ. ການແຂ່ງຂັນກິລາຍິງປືນຄັ້ງນີ້, ປະກອບມີ 6 ສາຍ ຄື: ສາຍການນຳ ຂັ້ນສູງພັກ-ລັດອ້ອມຂ້າງສູນກາງ, ສາຍການນຳກະຊວງປ້ອງກັນ ຄວາມສະຫງົບ, ສາຍກົມກອງອ້ອມ ຂ້າງກະຊວງປ້ອງກັນຄວາມສະ ຫງົບ, ສາຍອະດີດການນຳປະຕິວັດ, ສາຍຊາຍທົ່ວໄປ ແລະ ສາຍຍິງທົ່ວ ໄປ. ສຳລັບຜົນຂອງການແຂ່ງຂັນ: ສາຍການນຳຂັ້ນສູງພັກ-ລັດອ້ອມ ຂ້າງສູນກາງ ໄດ້ລາງວັນທີ 1 ແມ່ນ ທ່ານ ໄກ່ສັກສີ ບົວໃບອ່ອນ ທີ່ປຶກ ສາ ບໍລິສັດ IHC, ລາງວັນທີ 2 ແມ່ນ ທ່ານ ພອນສອນ ວິໄລເມັ້ງ ຮອງ ປະທານຄະນະບໍລິຫານສູນກາງກຳ ມະບານລາວ, ລາງວັນທີ 3 ແມ່ນ ທ່ານ ລາວປ່າວຊົງ ນະວົງໄຊ ຮອງ ຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ; ສາຍການນຳກະຊວງ ປ້ອງກັນຄວາມສະຫງົບລາງວັນ ທີ 1 ແມ່ນທ່ານ ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ ການເມືອງ, ລາງວັນທີ2ແມ່ນທ່ານ ພົຈວ ພອນໄຊ ຍົດສົມບັດ ຮອງ ຫົວໜ້າຫ້ອງວ່າການກະຊວງ,ລາງ ວັນທີ 3 ແມ່ນທ່ານ ພົຈວ ກອງສະ ຫວັດ ບຸນລ້ຽງ ຮອງຫົວໜ້າກົມ ໃຫຍ່ 502; ສາຍກົມກອງອ້ອມຂ້າງ ກະຊວງ ປກສ ລາງວັນ ທີ 1 ແມ່ນ ທ່ານ ພັອ ອັດສະຈັນ ວົງສາລາດ ຈາກກົມ 509, ລາງວັນທີ 2 ແມ່ນ ທ່ານ ພັອ ພູພອນ ວົງພະໄຕ ຮອງ ຫົວໜ້າກອງບັນຊາການ ປກສ ນະ ຄອນຫລວງວຽງຈັນ, ລາງວັນທີ 3 ແມ່ນທ່ານພັອລິນທອງແກ້ວປະພັນ ຮອງຜູ້ອຳນວຍການວິທະຍາຄານ ສັນຕິບານປະຊາຊົນ (ວສປ); ສາຍ ອະດີດການນຳປະຕິວັດລາງວັນທີ 1ແມ່ນທ່ານພົຕສົມຫວັງທໍາມະສິດ ອະດີດຮອງລັດຖະມົນຕີກະຊວງ ປກສ, ລາງວັນທີ 2 ແມ່ນທ່ານ ພັອ ລໍາພຽງ ພົມມະກອງ ອະດີດຮອງ ຫົວໜ້າກອງບັນຊາການປ້ອງກັນ ສູນກາງ, ລາງວັນທີ 3 ແມ່ນທ່ານ ພັອ ບຸນພາ ນັນທະວົງ ອະດີດຫົວ ໜ້າຄຸ້ມຄອງທຸລະກິດ, ກົມໃຫຍ່ຕໍາ ຫລວດ; ສາຍຊາຍທົ່ວໄປ ລາງວັນ ທີ 1 ແມ່ນທ່ານ ພັຕ ສົມໄຊ ສົມພູວັນ ຈາກກົມ 504, ລາງວັນທີ 2 ແມ່ນ ທ່ານ ຮອ ໂຍວາທີ ສີສົມບັດ ຈາກ ວສປ, ລາງວັນທີ 3 ແມ່ນ ທ່ານ ອາພາຍະກອນ ແກ້ວໄຊຍະຈັກ ແລະ ສາຍຍິງທົ່ວໄປ ລາງວັນທີ 1 ແມ່ນ ພັຕ ນາງ ສຸກສາຄອນ ລາດຊະວົງ ຈາກກົມ 504, ທີ 2 ແມ່ນ ທ່ານ ວທ ນາງ ສາຍຝົນຈາກ ວສປ, ທີ 3 ແມ່ນທ່ານ ຮທ ນາງ ວຽງສະຫວັນ ພົມມະກອງ ຈາກ ກົມ 501. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ ປວງ ແລະ ລະບົບນິເວດທາງທຳມະ ຊາດ; ນ້ຳເປັນທັງ ແຫລ່ງອາຫານ, ພະລັງງານ ແລະ ເປັນປັດໄຈຕົ້ນ ຕໍຂອງສຸຂະພາບ. ນອກຈາກນັ້ນ, ນ້ຳກໍມີບົດບາດສຳຄັນທີ່ສຸດຕໍ່ການ ພັດທະນາເສດຖະກິດ-ສັງຄົມຂອງ ທຸກໆປະເທດໃນໂລກ. ສປປ ລາວ ມີຄວາມອຸດົມສົມ ບູນທາງດ້ານນ້ຳ ແລະ ຊັບພະຍາ ກອນທີ່ກ່ຽວຂ້ອງກັບນ້ຳທັງເທິງ ໜ້າດິນ ແລະ ໃຕ້ດິນ. ອ່າງແມ່ນໍ້າ ຂອງ, ອ່າງຮັບນໍ້າສາຂາຂອງແມ່ນໍ້າ ຂອງ ແລະ ອ່າງຮັບນໍ້າສາຂາແມ່ນໍ້າ ອື່ນໄຫລຜ່ານແຕ່ເໜືອຮອດໃຕ້ ຫລາຍກວ່າ 40% ຂອງປະລິມານ ນໍ້າໃນແມ່ນໍ້າຂອງທັງໝົດແມ່ນມາ ຈາກ ສປປ ລາວ. ພ້ອມນີ້, ທີ່ດິນບໍລິ ເວນນໍ້າແລະດິນຖ່ານຕົມທີ່ມີຄວາມ ສໍາຄັນຕໍ່ແຫລ່ງນໍ້າໜ້າດິນ, ນໍ້າໃຕ້ ດິນ ເພາະເປັນບ່ອນເກັບກັກນໍ້າຊ່ວຍ ປ້ອງກັນໄພກັນນໍ້າຖ້ວມ ແລະ ໄພ ແຫ້ງແລ້ງ, ເປັນພື້ນທີ່ທີ່ມີຄວາມອຸ ດົມສົມບູນ ມີຄວາມຫລາກຫລາຍ ທາງດ້ານຊີວະນາໆພັນ ແລະ ແຫລ່ງ ທີ່ຢູ່ອາໄສທີ່ສຳຄັນຂອງສັດເຄິ່ງ ບົກເຄິ່ງນ້ຳ, ສັດເລືອຄານລວມທັງ ບັນດາສັດທີ່ໃກ້ຈະສູນພັນ; ເປັນບ່ອນ ເກັບກັກຕະກອນ, ແຫລ່ງອາຫານ, ບ່ອນບໍາບັດນໍ້າເປື້ອນແບບທໍາມະ ຊາດ, ເປັນແຫລ່ງທ່ອງທ່ຽວທາງທໍາ ມະຊາດ ແລະ ວັດທະນາທໍາ, ເປັນ ບ່ອນກັກເກັບຄາບອນທີ່ຊ່ວຍຫລຸດ ຜ່ອນການປ່ຽນແປງດິນຟ້າອາ ກາດ; ນ້ຳໄດ້ກາຍມາເປັນແຫລ່ງ ອາຫານ, ເສັ້ນທາງຄົມມະນາຄົມ, ແຫລ່ງທ່ອງທ່ຽວ ແລະ ປັດໄຈຂອງ ການພັດທະນາເສດຖະກິດສັງຄົມ ຂອງຊາດ. ສໍາລັບກິດຈຳກຳໃນໂອກາດສະ ເຫລີມສະຫລອງວັນນໍ້າໂລກ ວັນທີ 22 ມີນາ ປະຈຳປີ 2024 ນີ້, ປະ ກອບມີ: ຍ່າງເພື່ອສຸຂະພາບ, ການ ປ່ອຍປາ, ປ່ອຍນົກ ແລະ ກິດຈະກຳ ແຂ່ງຂັນການສະແດງລະຄອນກ່ຽວ ກັບ ຫົວຂໍ້: ນ້ຳເພື່ອສັນຕິພາບ, ສ້າງ ແຮງບັນດານໃຈ ເພື່ອອະນາຄົດທີ່ດີ ຂຶ້ນຈາກນັກຮຽນອ້ອມຂ້າງນະຄອນ ຫລວງວຽງຈັນເຂົ້າຮ່ວມແຂ່ງຂັນ. ຂ່າວ-ພາບ: ວຽງສະຫວັນ ແລະ ນັກຮົບແຂ່ງຂັນແຫ່ງຊາດຢູ່ ອ້ອມຂ້າງກະຊວງປ້ອງກັນປະເທດ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ສະຫາຍ ພົນ ເອກ ຈັນສະໝອນ ຈັນຍາລາດ ໄດ້ ສະແດງຄວາມຢື້ຢາມຖາມຂ່າວອັນ ສະໜິດສະໜົມ-ຮັກແພງ ແລະ ອົບ ອຸ່ນຕໍ່ບັນດາສະຫາຍພະນັກງານ ປະຕິວັດອາວຸໂສ-ບຳນານ, ພ້ອມທັງ ຍົກໃຫ້ເຫັນເຖິງຄວາມໝາຍຄວາມ ສຳຄັນຂອງວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດ ເພື່ອປະ ເທດຊາດ ແລະ ວັນສ້າງຕັ້ງພັກປະ ຊາຊົນລາວ. ທັງນີ້, ກໍເພື່ອຫວນຄືນ ບາງເຫດການປະຫວັດສາດ, ທັງ ເປັນການກ່າວສັນລະເສີນບັນດາ ນັກຮົບປະຕິວັດ ປ້ອງກັນຕົວເມືອງ ທ່າແຂກທີ່ກາຍເປັນຕໍານານ ແລະ ຫວນຄືນບັນດາເຫດການຕໍ່ສູ້ບັ້ນ ຮົບຕ່າງໆ ໃນພາລະກິດປະຕິວັດຕໍ່ ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຍ້ອງຍໍສັນລະເສີນບັນດາພະນັກງານ ປະຕິວັດອາວຸໂສ-ບຳນານຜູ້ທີ່ໄດ້ ມີຜົນງານ ຜ່ານຂະບວນການສູ້ຮົບ, ພ້ອມກັນນັ້ນຍັງເປັນການສະແດງ ເຖິງຄວາມເປັນຫ່ວງເປັນໄຍຂອງ ການນໍາພັກ-ລັດ ແລະ ຄວາມກະຕັນ ຍູຮູ້ບຸນຄຸນຂອງບັນດາສະຫາຍ ທີ່ ໄດ້ທຸ້ມເທເຫື່ອແຮງ, ສະຕິປັນຍາ ປະກອບສ່ວນເຂົ້າໃນພາລະກິດ ປະ ຕິວັດປົດປ່ອຍຊາດກໍຄືການປະກອບ ສ່ວນເຂົ້າໃນການປະຕິບັດສອງ ໜ້າທີ່ຍຸດທະສາດຂອງຊາດໃນໄລ ຍະຜ່ານມາ, ທັງເປັນການເສີມຂະ ຫຍາຍມູນເຊື້ອຄວາມສາມັກຄີສະ ໜິດສະໝົມກົມກຽວລະຫວ່າງບັນ ດາສະຫາຍທີ່ເປັນຮຸ່ນອ້າຍ, ຮຸ່ນລຸງ ທີ່ໄດ້ເຮັດສຳເລັດໜ້າທີ່ຈົບງາມແລະ ພວກເຮົາທີ່ຍັງສືບຕໍ່ປະຕິບັດໜ້າທີ່ ອັນໜັກໜ່ວງ ແນໃສ່ສຶກສາອົບຮົມ ໃຫ້ພະນັກງານ-ສະມາຊິກພັກ, ນາຍ ແລະ ພົນທະຫານໃນກອງທັບຮໍ່າ ຮຽນເອົາແບບຢ່າງອັນດີງາມ, ຮັບ ຮູ້-ເຂົ້າໃຈ ເຖິງຄວາມກະຕັນຍູຮູ້ບຸນ ຄຸນຂອງຜູ້ທີ່ມີຜົນງານຕໍ່ປະເທດ ຊາດ ເຊິ່ງສອດຄ່ອງກັບສຸພາສິດ ລາວ ທີ່ເຄີຍກ່າວໄວ້ວ່າ“ໄດ້ກິນເຂົ້າ ໃຫ້ຮູ້ຄຸນນາ, ໄດ້ກິນປາໃຫ້ຮູ້ຄຸນ ຕ້ອນ”. ຂ່າວ: ລີຕ່າ ມາ, ທ່ານນາງ ສີໄສ ລືເດດມູນສອນ ກຳມະການກົມການເມືອງສູນກາງ ພັກ, ເລຂາທິການສູນກາງພັກ, ຫົວ ໜ້າຄະນະຈັດຕັ້ງສູນກາງພັກໄດ້ ໂອ້ລົມພະນັກງານຫລັກແຫລ່ງ ຂອງແຂວງ ນໍາໂດຍ ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຊຽງ ຂວາງ ໂດຍທ່ານໄດ້ເນັ້ນໃຫ້ເອົາໃຈ ໃສ່ພັດທະນາເສດຖະກິດ-ສັງຄົມ, ການສົ່ງເສີມການຜະລິດເປັນສິນ ຄ້າຂອງປະຊາຊົນ, ສຶກສາອົບຮົມ ການເມືອງແນວຄິດ, ບົດບາດຄວາມ ຮັບຜິດຊອບຂອງສະມາຊິກພັກ, ຄົ້ນຄ້ວາບັນດານະໂຍບາຍຕ່າງໆຕໍ່ ສະມາຊິກພັກ, ສູ້ຊົນປະຕິບັດບັນ ດາ ມະຕິທີ່ວາງອອກໃຫ້ສຳເລັດຜົນ, ປະຢັດ ແລະ ຕ້ານການຟຸມເຟືອຍ. ພ້ອມທັງສ້າງແບບແຜນວິທີ ເຮັດວຽກ, ການດຳລົງຊີວິດໃຫ້ການ ປ່ຽນແປງໃໝ່ດີຂຶ້ນ, ຕ້ານປະກົດ ການຫຍໍ້ທໍ້, ຕ້ານການຈຳແນກຄົນ ເຈົ້າຄົນຂ້ອຍໃນສະມາຊິກພັກ, ເກັບ ກຳຂໍ້ມູນລະອຽດຕໍ່ກັບສະມາຊິກ ພັກ, ການຂະຫຍາຍພັກ, ປົກປ້ອງ ພັກ, ຄົ້ນຄວ້າປຶກສາຫາລືໃນການ ປະຕິບັດວິໄນຕໍ່ສະມາຊິກພັກຜູ້ທີ່ ລະເມີດກົດລະບຽບພັກ, ຖືເອົາການ ຕິຊົມຕົນເອງຕິຊົມເຊິ່ງກັນ ແລະ ກັນ ໃນການປັບປຸງພັກ, ປະຕິບັດຕາມ 5 ຫລັກການ 3 ທິດນຳ, ສ້າງແຜນ ກຳນົດພະນັກງານຮຸ່ນສືບທອດ, ການສ້າງໜ່ວຍພັກປອດໃສ ເຂັ້ມ ແຂງໝັກແໜ້ນ ຕິດພັນກັບວຽກ ງານການເມືອງ, ກະກຽມ, ການດຳ ເນີນກອງປະຊຸມໃຫຍ່ 3 ຂັ້ນຂອງ ພັກ ຕ້ອງຮັບປະກັນວຽກງານບຸກຄະ ລາກອນ, ວຽກຂະບວນການ, ວຽກ ເນື້ອໃນ ໃຫ້ແທດເໝາະ, ອາຍຸ, ເພດ, ເຜົ່າ, ຊຸກຍູ້ສົ່ງເສີມການກໍ່ສ້າງພະ ນັກງານ, ເອົາໃຈໃສ່ຕິດຕາມ ແລະ ປະເມີນພະນັກງານ, ສຶກສາຄົ້ນ ຄວ້າຮ່ຳຮຽນ ໃຫ້ເປັນພະນັກງານ ແບບຢ່າງແກ່ມະຫາຊົນ. ຂ່າວ: ບຸນມີ ແສງທຸມມີ ຂປລ. ໂດຍຕອບສະໜອງຕາມ ຄຳເຊື້ອເຊີນຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ນາຍົກລັດຖະມົນ ຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນວັນທີ 2526ມີນາ 2024, ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດ ຕະພາບ, ຄວາມສາມັກຄີອັນເປັນມູນ ເຊື້ອທີ່ມີມາແຕ່ດົນນານ ແລະ ການ ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານລະຫວ່າງ ສປປລາວແລະຣາຊະອານາຈັກກຳ ປູເຈຍ ໃຫ້ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ພິທີຕ້ອນຮັບຢ່າງເປັນທາງການ ຕໍ່ສົມເດັດ ນາຍົກລັດຖະມົນຕີ ມະຫາ ບໍວໍ ທິບໍດີ ຮຸນ ມາແນດພ້ອມດ້ວຍຄະ ນະຜູ້ແທນຂັ້ນສູງ ຂອງຣາຊະອາ ນາຈັກ ກໍາປູເຈຍ ໄດ້ຈັດຂຶ້ນຢ່າງສົມ ກຽດໃນຕອນບ່າຍຂອງວັນທີ 25 ມີນາ 2024, ທີ່ສໍານັກງານນາຍົກ ລັດຖະມົນຕີ ໂດຍການຕ້ອນຮັບຂອງ ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະຜູ້ແທນ ຂັ້ນສູງ ຂອງ ສປປ ລາວ. ຈາກນັ້ນ, ກໍໄດ້ມີການພົບປະ ສອງຝ່າຍຢ່າງເປັນທາງການລະ ຫວ່າງ ສອງນາຍົກລັດຖະມົນຕີລາວ ແລະ ກໍາປູເຈຍ ພ້ອມດ້ວຍຄະນະ ຜູ້ແທນຂັ້ນສູງຂອງທັງສອງຝ່າຍ. ໃນໂອກາດດັ່ງກ່າວນີ້, ທ່ານສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີ ຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາ ສູງຕໍ່ການຢ້ຽມຢາມ ສປປ ລາວ ຂອງ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ແລະ ຄະນະ ໃນຄັ້ງນີ້ເຊິ່ງມີ ຄວາມໝາຍສໍາຄັນຕໍ່ການເສີມຂະ ຫຍາຍການພົວພັນຮ່ວມມືລະຫວ່າງ ລາວ ແລະ ກໍາປູເຈຍ ໃນຖານະເປັນ ເພື່ອນມິດສະໜິດສະໜົມ, ເປັນ ບ້ານໃກ້ເຮືອນຄຽງ ບ້ານອ້າຍເມືອງ ນ້ອງ ບ້ານແກ່ວເມືອງດອງມາແຕ່ ບູຮານນະການ, ທັງຍັງເປັນການ ຢ້ຽມຢາມ ແລະ ພົບປະຢ່າງເປັນທາງ ການຄັ້ງທຳອິດພາຍຫລັງທີ່ສົມ ເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ໄດ້ດໍາລົງຕໍາແໜ່ງນາຍົກລັດຖະ ມົນຕີ ແຫ່ງ ຣາຊະອານາຈັກກໍາປູ ເຈຍ, ເຖິງວ່າຜ່ານມາໄດ້ພົບປະກັນ ໃນໂອກາດເຂົ້າຮ່ວມກອງປະຊຸມ ພາກພື້ນແລະສາກົນມາແລ້ວຫລາຍ ຄັ້ງແລ້ວກໍຕາມ. ພ້ອມນີ້, ທ່ານ ສອນໄຊ ສີພັນດອນ ໄດ້ຢືນຢັນຄືນ ອີກເທື່ອໜຶ່ງເຖິງຄວາມມຸ່ງໝັ້ນ ແລະ ເຈດຈໍານົງ ອັນສະເໝີຕົ້ນສະເໝີ ປາຍຂອງພັກ, ລັດຖະບານ ແລະ ປະຊາຊົນລາວ ທີ່ຈະໄດ້ຮ່ວມເຮັດ ວຽກກັບສົມເດັດ ມະຫາ ບໍວໍທິບໍດີ ຮຸນ ມາແນດ ເພື່ອຮ່ວມກັນເສີມຂະ ຫຍາຍສາຍພົວພັນມິດຕະພາບທີ່ມີ ມູນເຊື້ອ, ການພົວພັນແບບຄູ່ຮ່ວມ ມືຍຸດທະສາດຮອບດ້ານ ແລະ ໝັ້ນ ຄົງຍາວນານ ລະຫວ່າງ ລາວ-ກໍາປູ ເຈຍ ໃຫ້ມີຄວາມກ້າວໜ້າ ແລະ ມີ ປະສິດທິຜົນສູງສຸດ, ພ້ອມທັງໄດ້ຕີ ລາຄາສູງ ແລະ ຊົມເຊີຍຕໍ່ບັນດາ ຜົນສຳ ເລັດອັນໃຫຍ່ຫລວງໃນ ຫລາຍດ້ານທີ່ປະຊາຊົນກໍາປູເຈຍ ຍາດມາໄດ້ພາຍໃຕ້ການນຳພາອັນປີ ຊາສາມາດ ຂອງສົມເດັດມະຫາບໍວໍ ທິບໍດີ ຮຸນ ມາແນດ ໃນໄລຍະຜ່ານ ມາ.ພິເສດ,ທ່ານສອນໄຊສີພັນດອນ ກໍໄດ້ສະແດງຄວາມຊົມເຊີຍ ກໍາປູ ເຈຍ ກໍຄື ພັກປະຊາຊົນ ກໍາປູເຈຍ ທີ່ ສາມາດຍາດເອົາໄຊຊະນະ ໃນການ ເລືອກຕັ້ງສະມາຊິກສະພາສູງສະ ໄໝທີ 5 ໃນວັນທີ 25 ກຸມພາ2024 ທີ່ຜ່ານມາ ຢ່າງຖ້ວມລົ້ນເຖິງ 55 ບ່ອນນັ່ງໃນຈໍານວນ 58 ບ່ອນນັ່ງ ຢູ່ສະພາສູງ. ໃນໂອກາດດຽວກັນ, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ກໍ່ໄດ້ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສົມກຽດ ຈາກລັດຖະບານ ແລະ ປະ ຊາຊົນລາວໃນຄັ້ງນີ້, ພ້ອມທັງໄດ້ ສະແດງຄວາມຊົມເຊີຍ ແລະ ຕີ ລາຄາສູງຕໍ່ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ, ການຮ່ວມມືທີ່ມີ ມາແຕ່ດົນນານຖານບ້ານໃກ້ເຮືອນ ຄຽງ ແລະ ການພົວພັນແບບຄູ່ຮ່ວມ ຍຸດທະສາດຮອບດ້ານ ແລະ ໝັ້ນຄົງ ຍາວນານ ລະຫວ່າງ ສອງປະເທດ ລາວ-ກໍາປູເຈຍ ທີ່ໄດ້ຮັບການເສີມ ຂະຫຍາຍເປັນກ້າວໆຕະຫລອດມາ. ການພົບປະຄັ້ງນີ້, ສອງຝ່າຍ ໄດ້ທົບທວນຄືນການພົວພັນຮ່ວມມື ທັງໃນຂອບສອງຝ່າຍ ແລະ ຫລາຍ ຝ່າຍໃນໄລຍະຜ່ານມາ ໂດຍໄດ້ເປັນ ເອກະພາບກັນຕີລາຄາສູງ ແລະ ມີ ຄວາມເພິ່ງພໍໃຈທີ່ເຫັນວ່າການພົວ ພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອຖານບ້ານໃກ້ເຮືອນ ຄຽງທີ່ມີມາແຕ່ດົນນານ ລະຫວ່າງ ປະຊາຊົນລາວ ແລະ ກໍາປູເຈຍ ນັບ ມື້ນັບໄດ້ຮັບການເສີມຂະຫຍາຍໃຫ້ ແໜ້ນແຟ້ນຍິ່ງໆຂຶ້ນ; ການຍົກລະດັບ ການພົວພັນສອງຝ່າຍຂຶ້ນເປັນຄູ່ ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ໃນປີ 2019 ໄດ້ ຊີ້ໃຫ້ເຫັນເຖິງຄວາມໝາຍໝັ້ນອັນ ແຮງກ້າ ຂອງສອງປະເທດທີ່ຍົກ ລະດັບການພົວພັນອັນດີດັ່ງກ່າວ ໃຫ້ຂຶ້ນສູ່ລະດັບສູງອີກເທື່ອໃໝ່ ແລະ ການລົງນາມໃນແຜນປະຕິບັດງານ ຮ່ວມ(ActionPlan)ໄດ້ເປັນບ່ອນ ອີງໃຫ້ແກ່ການພົວພັນຮ່ວມມືກັນ ຂອງທຸກຂະແໜງການ, ທັງຍັງເປັນ ການສ້າງເງື່ອນໄຂທີ່ເປັນພື້ນຖານ ໃຫ້ແກ່ການພົວພັນຮ່ວມມືລະຫວ່າງ ສອງປະເທດໃຫ້ເປັນຮູບປະທໍາ ຫລາຍຂຶ້ນ, ເຮັດໃຫ້ການພົວພັນ ຮ່ວມມືສອງຝ່າຍໃນຫລາຍດ້ານສືບ ຕໍ່ໄດ້ຮັບການເສີມຂະຫຍາຍຍິ່ງໆ ຂຶ້ນ ເປັນຕົ້ນ ການຮ່ວມມືດ້ານວຽກ ງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ, ດ້ານວຽກງານຊາຍແດນ, ດ້ານເສດຖະກິດ, ດ້ານການຄ້າ ແລະ ການລົງທຶນ, ດ້ານໂຍທາທິການ ແລະ ຂົນສົ່ງ, ດ້ານພະລັງງານໄຟ ຟ້າ, ດ້ານການເງິນ, ດ້ານວັດທະນະ ທໍາ-ສັງຄັມ-ການທ່ອງທ່ຽວ ແລະ ອື່ນໆ. ໃນຂະນະດຽວກັນ, ການພົວ ພັນຮ່ວມມືໃນພາກພື້ນ ແລະ ອະນຸ ພາກພື້ນ ກໍໄດ້ສືບຕໍ່ຮັດແໜ້ນ ແລະ ຍັງໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໂດຍສະເພາະຂອບການ ຮ່ວມມື CLV, CLMV, ແອັກແມັກ (ACMECS) ແລະ ຂອບການ ຮ່ວມມືອາຊຽນ. ພ້ອມນີ້, ສອງຝ່າຍ ຍັງໄດ້ຮ່ວມ ກັນວາງທິດທາງແຜນການຮ່ວມ ມືໃນຕໍ່ໜ້າ ໂດຍໄດ້ເຫັນດີເປັນເອກະ ພາບສືບຕໍ່ປະສານສົມທົບກັນຢ່າງ ໃກ້ຊິດ ເພື່ອຮ່ວມກັນຈັດຕັ້ງປະຕິ ບັດບັນດາການຕົກລົງຂອງການນໍາ ຂັ້ນສູງຂອງສອງປະເທດ ແລະ ບັນ ດາເອກະສານຮ່ວມມືສອງຝ່າຍທີ່ ມີຮ່ວມກັນໃນທຸກລະດັບໃຫ້ມີປະ ສິດທິພາບ ແລະ ປະສິດທິຜົນນໍາ ເອົາຜົນປະໂຫຍດຕົວຈິງມາສູ່ປະ ເທດຊາດ ແລະ ປະຊາຊົນສອງຊາດ ຢ່າງແທ້ຈິງ, ພ້ອມທັງສືບຕໍ່ຮັດ ແໜ້ນການພົວພັນຮ່ວມມືໃນການ ເຄື່ອນໄຫວໃນເວທີພາກພື້ນ ແລະ ສາກົນ.ສອງຝ່າຍຍັງໄດ້ແຈ້ງໃຫ້ກັນ ຊາບກ່ຽວກັບສະພາບການພົ້ນ ເດັ່ນໃນການພັດທະນາເສດຖະກິດສັງຄົມພາຍໃນປະເທດຂອງຕົນ ແລະ ໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບສະພາບການພົ້ນເດັ່ນໃນ ພາກພື້ນ ແລະ ສາກົນ ທີ່ສອງຝ່າຍ ມີຄວາມສົນໃຈຮ່ວມກັນ. ໃນຕອນທ້າຍ, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ກໍໄດ້ເຊື້ອ ເຊີນທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ຣາຊະອານາຈັກ ກໍາປູເຈຍ ຢ່າງເປັນ ທາງການ ໃນໂອກາດທີ່ເໝາະສົມ, ພ້ອມທັງໄດ້ສະແດງຄວາມຢືນຢັນ ຄືນ ໃນການສືບຕໍ່ໃຫ້ການຮ່ວມມື ແລະ ການສະໜັບສະໜູນແກ່ ສປປ ລາວ ໂດຍສະເພາະໃນໂອກາດທີ່ ສປປ ລາວ ເປັນປະທານອາຊຽນປີ 2024 ໃຫ້ໄດ້ຮັບຜົນສໍາເລັດຕາມ ລະດັບຄາດໝາຍສູງ. ທ່ານ ສອນໄຊ ສີພັນດອນ ກໍໄດ້ສະແດງຄວາມຍິນດີຕອບຮັບ ແລະ ຈະຈັດຫາເວລາອັນເໝາະສົມ ໄປຢ້ຽມຢາມ ກໍາປູເຈຍ ຕາມການ ເຊື້ອເຊີນ, ພ້ອມທັງໄດ້ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນລາວບັນ ດາເຜົ່າສະແດງຄວາມຂອບໃຈຕໍ່ ລັດຖະບານ ແລະ ປະຊາຊົນກໍາປູ ເຈຍ ທີ່ໃຫ້ການຊ່ວຍເຫລືອ ແລະ ສະ ໜັບສະໜູນ ສປປ ລາວ ຕະຫລອດ ມາ ແລະ ສະແດງຄວາມເຊື່ອໝັ້ນ ຢ່າງໜັກແໜ້ນວ່າຜົນສໍາເລັດຂອງ ການຢ້ຽມຢາມສປປລາວຢ່າງເປັນ ທາງການຂອງສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ໃນຄັ້ງນີ້ຈະປະ ກອບສ່ວນອັນສໍາຄັນເຂົ້າໃນການ ເພີ່ມທະວີ ແລະ ເສີມຂະຫຍາຍມູນ ເຊື້ອການຮ່ວມມືທີ່ດີງາມ ລະ ຫວ່າງ ສອງປະເທດ ລາວ-ກໍາປູເຈຍ ໃຫ້ມີ ຄວາມແໜ້ນແຟ້ນ, ຈະເລີນງອກ ງາມ ແລະ ເກີດດອກອອກຜົນຍິ່ງໆ ຂຶ້ນ. ພາຍຫລັງສໍາເລັດການພົບປະ ສອງຝ່າຍ, ສອງນາຍົກລັດຖະມົນ ຕີ ໄດ້ເຂົ້າຮ່ວມເປັນສັກຂີພິຍານພິ ທີລົງນາມເອກະສານຮ່ວມມືສອງ ຝ່າຍ ຈໍານວນ 3 ສະບັບ ຄື: ສານສັດ ຕະຍາບັນສົນທິສັນຍາວ່າດ້ວຍ ການກໍານົດຊາຍແດນປະເທດລະ ຫວ່າງ ສປປ ລາວ ແລະ ຣາຊະອາ ນາຈັກກໍາປູເຈຍ; ບົດບັນທຶກການ ແລກປ່ຽນສານສັດຕະຍາບັນສົນທິ ສັນຍາວ່າດ້ວຍ ການກໍານົດຊາຍ ແດນ ປະເທດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກໍາປູເຈຍ ແລະ ສັນຍາວ່າດ້ວຍການຮ່ວມມື ທາງດ້ານພະລັງງານ ໄລຍະ II ລະ ຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງຣາຊະ ອານາຈັກ ກຳປູເຈຍ. ພ້ອມກັນນີ້, ສອງຝ່າຍກໍໄດ້ເປັນສັກຂີພິຍານ ການແລກປ່ຽນບົດບັນທຶກຄວາມ ເຂົ້າໃຈຈໍານວນ 2 ສະບັບລະຫວ່າງ ກະຊວງບໍ່ແຮ່ ແລະ ພະລັງງານ ແຫ່ງ ຣາຊະອານາຈັກກໍາປູເຈຍກັບ 2 ບໍລິສັດ ຕາງໜ້າລັດຖະບານ ສປປ ລາວ ຄື: ບໍລິສັດ ລັດວິສາຫະ ກິດໄຟຟ້າລາວ: ບົດບັນທຶກຄວາມ ເຂົ້າໃຈໂຄງການພະລັງງານສະ ອາດແບບປະສົມປະສານຈາກ ເຂື່ອນໄຟຟ້າ, ໂຄງການຄວາມຮ້ອນ ໃຕ້ດິນ ແລະ ໂຄງການພະລັງງານ ທົດແທນ ແລະ ການສຶກສາຄວາມ ເປັນໄປໄດ້ຂອງໂຄງການເຊກອງ ຕອນລຸ່ມ I ແລະ ໂຄງການເຊກອງ ຕອນລຸ່ມ II ເພື່ອສົ່ງອອກໄປຍັງກໍາ ປູເຈຍ ໂດຍຜ່ານຈຸດເຊື່ອມຕໍ່ທີ່ມີຢູ່ ແລະ ຈຸດໃໝ່ ແລະ ກຸ່ມບໍລິສັດພົງ ຊັບທະວີຈຳກັດ: ບົດບັນທຶກຄວາມ ເຂົ້າໃຈໂຄງການເຂື່ອນໄຟຟ້າເຊຂະ ໝານ 2 ແລະ ໂຄງການພະລັງ ງານລົມ. ໃນໂອກາດດຽວກັນນີ້, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກ ກໍາປູເຈຍ ຍັງໄດ້ມອບ “ຮູບແບບຫລັກໝາຍຊາຍແດນ” ໃຫ້ແກ່ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເພື່ອເປັນຂອງຂວັນທີ່ລະນຶກ. ຫລັງຈາກນັ້ນ, ສອງນາຍົກລັດ ຖະມົນຕີ ລາວ ແລະ ກໍາປູເຈຍ ໄດ້ ຮ່ວມກັນຖະແຫລງຂ່າວຕໍ່ບັນດາ ສື່ມວນຊົນຂອງທັງສອງຝ່າຍ ເພື່ອ ແຈ້ງໃຫ້ຊາບເຖິງຜົນສໍາເລັດຂອງ ການພົບປະສອງຝ່າຍ ແລະ ການ ລົງນາມເອກະສານ ໃນຄັ້ງນີ້. ນອກຈາກນັ້ນ, ໃນວັນດຽວກັນນີ້ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ພ້ອມດ້ວຍຄະນະຍັງໄດ້ ເດີນທາງໄປວາງພວງມາລາ ຢູ່ອາ ນຸສາວະລີນັກຮົບນິລະນາມ ເພື່ອ ສະແດງຄວາມເຄົາລົບ ແລະ ລະນຶກ ເຖິງອ້າຍນ້ອງທະຫານນັກຮົບທີ່ໄດ້ ຕໍ່ສູ້ເສຍສະຫລະເລືອດເນື້ອເພື່ອປະ ເທດຊາດ ແລະ ປະຊາຊົນໃນສະໄໝ ສົງຄາມ.

xtgmf]k; 3 26/03/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me dy ogrnj v16j grn j vl5 0trk[mu j fu ບົດສະເໜີ ຂ່າວ-ພາບ: ກະຊວງ ຜທ ໂດຍ: ຄ້ອງໃໝ່ lqj 'glu ,37'dkodtly de grnj v3r-tokdko c]t lh k'7;k,g0A ,c0'.sh -5 ,-q o 16 j 3 c0;'rkd.8h dkolh k'8A 'ra d c,j o0u f\kp dkog8u [.spj 0v'dkoxt8y ;a f]k; ໂດຍ: ພິດສະໄໝ (ຊົມເຊີຍ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ) * ມີຄໍາເວົ້າຂອງລາວເຮົາຄໍາ ໜຶ່ງວ່າ “ຕາໃຫຍ່ກວ່າທ້ອງ”, ຄວາມໝາຍຂອງມັນທຸກຄົນຮູ້ດີ. ເລື່ອງສອນໃຈມາແຕ່ເປີງເຫິງນານ ກໍ່ມີ “ກ່ອງເຂົ້ານ້ອຍຂ້າແມ່ຕາຍ” ແລະ ອື່ນໆ.ທັງໝົດທັງມວນພັວພັນ ກັບການກິນ, ການກິນຂອງຄົນມີ ສ່ວນກ່ຽວຂ້ອງກັບຫລາຍພາກ ສ່ວນອະໄວຍະວະ ກໍ່ຄືບັນດາກາຍະ ອິນຊີທີ່ມີບົດບາດສໍາຄັນໃນການມີ ຊີວິດຂອງຄົນເຮົາ. ກ່ຽວກັບການກິນ, ຍັງມີຄໍາເວົ້າ ທີ່ສັງຄົມໂລກຮູ້ຈັກໃນຄວາມໝາຍ “ກິນເພື່ອຢູ່ ບໍ່ຢູ່ເພື່ອກິນ”. ຄວາມ ໝາຍຂອງຄໍານີ້ ໃນມູມມອງໜຶ່ງ ໝາຍເຖິງ ການກິນໃຫ້ພໍດ້າມພໍດີ ເພື່ອສຸຂະພາບ, ຫາກບໍ່ແມ່ນກິນຖິ້ມ ກິນເສຍ, ເວົ້າໃນໄລຍະໃໝ່ກໍ່ແມ່ນ ກິນຢ່າງມີແບບແຜນ, ທັງບໍ່ໃຫ້ຄຶດ ແຕ່ກິນຢ່າງດຽວ ເພາະລາຍຮັບທີ່ ຫາມາໄດ້, ຄວາມຕ້ອງການຈ່າຍບໍ່ ມີແຕ່ເພື່ອການກິນ-ດື່ມ ເທົ່ານັ້ນ, ມັນ ພົວພັນກ່ຽວຂ້ອງກັບຫລາຍອັນ, ສະນັ້ນ ຈຶ່ງບໍ່ຄວນຖືກິນເປັນໃຫຍ່. ການເຕືອນສະຕິກ່ຽວກັບການກິນດື່ມ, ຄໍາສຸພາສິດລາວເຮົາກໍ່ຍັງມີວ່າ “ກິນມໍາໆ ບໍ່ຄໍາເບິ່ງທ້ອງ”, “ກິນ ຫລາຍທ້ອງແຕກ ແບກຫລາຍຫລັງ ຫັກ”, “ເຮັດຄືໝີກິນເຜິ້ງ”...ແມ່ນ ການປະພຶດທີ່ບໍ່ຄວນ. ໄລຍະມໍ່ໆມານີ້ ມີຂ່າວການລະ ບາດຂອງພະຍາດໄຂ້ເລືອດດໍາໃນ ສັດລາກແກ່ ປະເພດ ງົວ-ຄວາຍ... ເຊິ່ງຕາມຂໍ້ມູນສາທາລະນະສຸກ ແລ້ວ ພະຍາດດັ່ງກ່າວສາມາດຕິດ * ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 22 ມີນາ ປີ 1955, ພັກ ປະຊາຊົນ ປະຕິວັດລາວ ກໍ່ໄດ້ສືບ ທອດອຸດົມການຍິ່ງໃຫຍ່ຂອງພັກ ກອມມູນິດ ອິນດູຈີນ, ພັກໄດ້ກໍານົດ ທາດແທ້,ອຸດົມການແລະແນວທາງ ການເມືອງຂອງຕົນອອກຢ່າງຈະ ແຈ້ງ ເພື່ອນໍາພາທົ່ວປວງຊົນລາວ ຕໍ່ສູ້ກູ້ຊາດ ຕ້ານຈັກກະພັດຕ່າງດ້າວ ຜູ້ຮຸກຮານຍາດເອົາເອກະລາດມາ ໃຫ້ແກ່ປະເທດຊາດ ແລະ ປະຊາຊົນ ໄດ້ຢ່າງສົມບູນໃນວັນທີ 2 ທັນວາ ປີ 1975, ນໍາພາປະຊາຊົນ ປົກປັກ ຮັກສາ ແລະ ພັດທະນາປະເທດຊາດ ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະ ເທດຊາດມັ່ງຄັ່ງ ເຂັ້ມແຂງ, ສັງຄົມ ສາມັກຄີປອງດອງ, ປະຊາທິປະ ໄຕ, ຍຸຕິທໍາ ແລະ ສີວິໄລ; ເຮັດໃຫ້ ອຸດົມການຂອງພັກກອມມູນິດອິນດູ ຈີນ ປະກົດເປັນຈິງຂຶ້ນຢ່າງເດັ່ນຊັດ ໃນແຕ່ລະໄລຍະ. ພັກປະຊາຊົນ ປະຕິວັດລາວ ແມ່ນພັກຂອງຊົນຊັ້ນກຳມະກອນ, ເປັນຕົວແທນທີ່ຈົງຮັກພັກດີຕໍ່ສິດ ຜົນປະໂຫຍດຂອງຊົນຊັ້ນກໍາມະ ກອນ, ຊາວຜູ້ອອກແຮງງານລາວ ທີ່ຮັກຊາດ ແລະ ຂອງຊາດລາວ ທັງໝົດ; ຍຶດໝັ້ນລັດທິມາກ-ເລນິນ ແລະ ມູນເຊື້ອອັນດີງາມຂອງພັກ ເປັນພື້ນຖານແຫ່ງແນວຄິດ, ເປັນ ເຂັມຊີ້ທິດໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກ; ເສີມຂະ ຫຍາຍລັດທິຮັກຊາດອັນແທ້ຈິງ ສົມທົບກັບລັດທິສາກົນອັນຜ່ອງໃສ ຂອງຊົນຊັ້ນກໍາມະກອນ; ຮັບເອົາ ສິ່ງຍອດຍິ່ງທາງດ້ານສະຕິປັນຍາທີ່ ກ້າວໜ້າຂອງມວນມະນຸດ ເພື່ອກໍາ ນົດແນວທາງ, ແຜນນະໂຍບາຍ ຂອງພັກ; ຍົກສູງຄວາມສາມາດ ແລະ ຄຸນນະພາບການນໍາພາ; ຕ້ານ ລະບອບຫລາຍເຄົ້າ, ຫລາຍພັກ, ຕ້ານລັດທິດເອກະຊົນ ແລະ ຕ້ານ ລັດທິສວຍໂອກາດໃນທຸກຮູບແບບ. ນັບແຕ່ມື້ສ້າງຕັ້ງຂຶ້ນ ພັກປະຊາ ຊົນປະຕິວັດລາວ ໄດ້ກໍານົດອຸດົມ ການ ຂອງຕົນຢ່າງຈະແຈ້ງໃນການ ນໍາພາປວງຊົນລາວດໍາເນີນການຕໍ່ ສູ້ພວກຈັກກະພັກລ່າເມືອງຂຶ້ນ ເພື່ອ ນໍາເອົາຄວາມເປັນເອກະລາດມາ ໃຫ້ແກ້ປະເທດຊາດ ແລະ ສິດເປັນ ເຈົ້າມາໃຫ້ປະຊາຊົນ, ສ້າງສາປະ ເທດຊາດ ສູ່ຈຸດໝາຍສັງຄົມນິຍົມ. ຫລັງຈາກນັ້ນຕໍ່ມາຫາປັດຈຸບັນ, ພັກເຮົາໄດ້ເສີມຂະຫຍາຍອຸດົມການ ໃຫ້ສອດຄ່ອງຕື່ມອີກນັ້ນຄືການນໍາ ພາປວງຊົນລາວປົກປັກຮັກສາ ແລະ ພັດທະນາປະເທດຊາດ, ເຮັດໃຫ້ປະ ຊາຊົນຮັ່ງມີຜາສຸກ, ປະເທດຊາດ ມັ່ງຄັ່ງເຂັ້ມແຂງ, ສັງຄົມສາມັກຄີ ປອງດອງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ ເຊິ່ງລວມຄວາມແລ້ວ ກໍ່ແມ່ນຄວາມໝາຍອັນດຽວກັນກັບ ຄຳວ່າ “ສັງຄົມນິຍົມ”. ແປດສູ່ຄົນ. ຄວາມເປັນຫ່ວງຂອງ ຫລາຍຄົນແມ່ນ“ການກິນຊີ້ນດິບ”. ຜ່ານມາດາວກິນທາງຢູທູບ, ຕິກ ຕັອກ...ຈໍານວນໜຶ່ງໂຄສະນາການ ກິນ ຊີ້ນສັດດິບ ໂດຍສະເພາະຊອຍຈຸ ທີ່ຜູ້ດຽວກິນໝົດເປັນພາຖາດໃຫຍ່, ຊີ້ນ-ຕັບ-ເຄື່ອງໃນ ບັນດາຜ້າອ້ອມ- ສາມສິບຫລືບ. . .ມືຢິບຄຸ້ຍແຈ່ວ ເພ້ຍດິບ... ກັບບັນດາຜັກໝີ່ຊີຊອມ (ດິບ). ການກິນລັກສະນະນັ້ນ ຖືກ ຫລັກອະນາໄມສາມສະອາດຄືແນວ ໃດຂໍໃຫ້ຢູ່ໃນດ້ານຂອງສາທາລະ ນະສຸກເພິ່ນມີຄໍາເຫັນຕື່ມກໍ່ດີໄດນໍ. ການສົ່ງເສີມການກິນ, ກໍ່ມີສ່ວນ ຕິດພັນກັບການສົ່ງເສີມວັດທະນະ ທໍາ (ອັນດີງາມ) ຜ່ານພຶດຕິກໍາດໍາ ລົງຊີວິດ ແລະ ຕັ້ງໂຄສະນາຜ່ານ ຊ່ອງທາງ ກໍ່ຄືບັນດາເຄື່ອງມືໂຄສະ ນາທີ່ໄດ້ຜົນດີ ຜ່ານຫູໄດ້ຍິນຍັງບໍ່ພໍ, ຕາໄດ້ເຫັນຕື່ມອີກ ຍິ່ງມີລັກສະນະ ດຶງດູດຊວນເຊື່ອສູງ ແລະ ເກີດຢາກ ທົດລອງສໍາລັບຜູ້ບໍ່ເຄີຍ“ກິນ”ແບບ ນັ້ນ-ອາຫານນັ້ນ...ກໍ່ມີຫລາຍຂຶ້ນ ເຊິ່ງຜົນບວກກໍ່ມີ ແລະ ບໍ່ອາດປາ ສະຈາກຜົນລົບທີ່ບໍ່ສົມຄວນໃນ ບາງເຍື່ອງອາຫານ ເພາະມັນຕິດພັນ ເລື່ອງສຸຂະພາບ, ສຸຂະນາໄມ... “ການກິນເພື່ອຢູ່” ຍັງໝາຍເຖິງ ການກິນເພື່ອໃຫ້ມີຄວາມໝັ້ນຄົງ ທາງດ້ານສະບຽງອາຫານ ເພື່ອອະ ນາຄົດທີ່ຍືນຍົງຂອງມວນມະນຸດ. ກິນຢ່າງພໍດີ, ບໍ່ຫລາຍ ບໍ່ໜ້ອຍເກີນ ໄປເຊິ່ງໃນບາງທັດສະນະກໍ່ວ່າ ເປັນ ການປະຢັດເວລາ, ປະຢັດລາຍຈ່າຍ, ຊື້ໃຫ້ພໍດີ ບໍ່ເພື່ອຈົນເຫລືອຖິ້ມ, ຄໍາ ນຶງເລື່ອງສຸຂະພາບ, ຄຸນຄ່າການ ໂພຊະນາການເປັນກົກ ເຊິ່ງຄວນ ປູກຈິດສໍານຶກນັບແຕ່ໄວເດັກ. ກິນ ເພື່ອຢູ່ມີຜົນດີຫລາຍກວ່າ, ຖ້າຢູ່ເພື່ອ ຕັ້ງຕາ ຕັ້ງໃຈກິນ-ດື່ມ ບໍ່ສະເພາະ ແຕະຕ້ອງເຖິງຖົງເງິນແລ້ວ ຍັງ ກ່ຽວຂ້ອງສຸຂະພາບທີ່ດີ, ເວລາ... ສົມມຸດຄືເຮົາເຮັດງານໃຫຍ່-ນ້ອຍ ຕ່າງໆ ສົມຄວນສໍາເລັດໃນ 1 ຊົ່ວ ໂມງ, ແຕ່ແກ່ຍາວໄປຫລາຍຊົ່ວ ໂມງ ກໍ່ຈະຮູ້ເຖິງຜົນລົບກະທົບຄືນ ເພາະຕິດພັນບັນຫາລາຍຈ່າຍ, ສຸຂະ ພາບ(ກິນ-ດື່ມຫລາຍກາຍຄວາມ ຕ້ອງການອັນພໍດີຂອງຮ່າງກາຍ) ແລະ ເວລາ. ກິນ-ດື່ມແບບຈົນບໍ່ຈື່ ໜ້າກັນຈຶ່ງເລີກ ? ກົງກັນຂ້າມກັບ ກິນເພື່ອຢູ່. ໃນງານລ້ຽງ, ຕາມພິທີ ການສາກົນ ໂດຍມາລະຍາດຄວນ ຕັກອາຫານຢ່າງພໍດີ, ພໍດີກິນສໍາລັບ ຮ່າງກາຍເຮົາ ແລະ ຄິດເຫັນຜູ້ອື່ນໆ, ຕັກມາແລ້ວ ກິນໃຫ້ໝົດບໍ່ກິນຖິ້ມ ກິນເສຍ. ຮ່ວມງານເພື່ອ ຮ່ວມເປັນ ກຽດແກ່ເຈົ້າພາບ, ຫາກບໍ່ແມ່ນ ເພື່ອຕັ້ງໃຈໄປກິນ-ດື່ມ? ໃນຍາມຫຍຸ້ງຍາກທາງເສດຖະ ກິດ ຍິ່ງຕ້ອງຄໍານຶງເຖິງຄໍາ “ຢູ່ເພື່ອ ກິນ” ທີ່ມີຄວາມໝາຍທັງກວ້າງ ແລະ ເລິກ, ມີຜົນດີໃນການດໍາລົງຊີ ວິດ-ທໍາມາຫາກິນ ເຊິ່ງມັນແຝງໄວ້ ດ້ວຍຄວາມໝາຍ“ປະຢັດ”ນໍາອີກ. “ປະຢັດ” ແມ່ນຄົນລະຄວາມໝາຍ ກັບ “ຂີ້ຖີ່”. ປະຢັດກິນ ບໍ່ແມ່ນບໍ່ກິນ ຈັກດີ້, ກິນໃຫ້ພໍດົມ, ສົມຖານະເຮົາ (ບໍ່ສົມທຽບໃສ່ຜູ້ມີກວ່າ, ຄວນເບິ່ງ ໃສ່ຜູ້ທຸກກວ່າເຮົາ). * ໃນລະຫວ່າງວັນທີ 19-22 ມີນາ 2024, ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ພ້ອມດ້ວຍ ທ່ານ ມາກ-ອານເດຣ ໂປຣສ ຜູ້ຕາງໜ້າ ອົງການອາຫານໂລກ ແລະ ຄະນະຜູ້ ຕາງໜ້າ ຈາກກະຊວງການຕ່າງປະ ເທດ, ພະແນກສຶກສາທິການ ແລະ ກິລາແຂວງ, ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ພະແນກ ກະສິກຳ ແລະ ປ່າໄມ້ແຂວງ, ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມແຂວງ ໄດ້ຢ້ຽມຢາມ ແລະ ຕິດຕາມການຈັດຕັ້ງປະຕິບັດ ກິດຈະ ກຳພາກສະໜາມ ໂຄງການກະສິກໍາ ເພື່ອໂພຊະນາການ ແລະ ສ້າງຄວາມ ເຂັ້ມແຂງໃຫ້ຊຸມຊົນ, ແຜນງານອາ ຫານທ່ຽງໃນໂຮງຮຽນ ແລະ ພົບປະ ອໍານາດການປົກຄອງແຂວງ, ເມືອງ ແລະ ບ້ານ ຢູ່ແຂວງເຊກອງ, ສາລະ ວັນ ແລະ ຈໍາປາສັກ ແນໃສ່ລົງຊຸກຍູ້ ຕິດຕາມການຈັດຕັ້ງແຜນພັດທະນາ ເສດຖະກິດ-ສັງຄົມ ແລະ ຊຸກຍູ້ການ ຈັດຕັ້ງປະຕິບັດ ການສົ່ງເສີມການປູກ ຝັງລ້ຽງສັດ ເພື່ອຄໍ້າປະກັນສະບຽງ ອາຫານ, ໂພຊະນາການ ເຊິ່ງສອດ ຄ່ອງກັບເປົ້າໝາຍໃນການເຮັດວຽກ ຮ່ວມກັບອົງການອາຫານໂລກ ໃນຄັ້ງ ນີ້. ໂອກາດນີ້, ທ່ານ ນາງ ພອນວັນ ອຸທະວົງ ແລະ ທ່ານ ມາກ-ອານເດຣ ໂປຣສ ໄດ້ນຳພາຄະນະຂັ້ນສູນກາງ ກົງຕໍ່ການຈັດຕັ້ງປະຕິບັດວຽກງານ ອາຫານທ່ຽງຂອງໂຮງຮຽນ ແລະ ການປະກອບສ່ວນຈາກຊຸມຊົນ ແລະ ໄປຢ້ຽມຢາມສາງຂອງອົງການອາ ຫານໂລກ ທີ່ນະຄອນປາກເຊ, ແຂວງ ຈໍາປາສັກ ອີກດ້ວຍ. ການຢ້ຽມຢາມ ໃນຄັ້ງນີ້, ຄະນະຜູ້ແທນຍັງໄດ້ໄປ ຢ້ຽມຢາມກະສິກອນ ໃນການຈັດຕັ້ງ ປະຕິບັດໂຄງການກະສິກຳ ເພື່ອໂພ ຊະນາການ ໄລຍະທີ 2 ທີ່ເມືອງລະ ມາມ ແຂວງເຊກອງ ເພື່ອຊຸກຍູ້, ຕິດ ຕາມການຈັດຕັ້ງປະຕິບັດກິດຈະກໍາ ສົ່ງເສີມໂພຊະນາການ ແລະ ສ້າງ ຄວາມເຂັ້ມແຂງໃຫ້ແກ່ບັນດາຊຸມຊົນ ໂດຍສະເພາະບັນດາແມ່ຍິງໃນວຽກ ງານການສົ່ງເສີມດ້ານກະສິກໍາ ສຸມ ໃສ່ແກ້ໄຂສິ່ງທ້າທາຍ ໂດຍສະເພາະ ຄວາມປອດໄພດ້ານສະບຽງອາຫານ ແລະ ໂພຊະນາການຢູ່ຂັ້ນຮາກຖານ, ໂດຍເນັ້ນໜັກໃສ່ການມີສ່ວນຮ່ວມຂອງ ຊຸມຊົນ. ພ້ອມກັນນັ້ນ, ຄະນະຜູ້ແທນ ຍັງໄດ້ຕິດຕາມເບິ່ງການດຳເນີນໂຄງ ການຊ່ວຍເຫລືອດ້ານເງິນສົດ ແລະ ການປັບປຸງຊີວິດການເປັນຢູ່ແບບຍືນ ຍົງຢູ່ເມືອງທ່າແຕງ ແຂວງເຊກອງ ເຊິ່ງໂຄງການນີ້ ແມ່ນຄວາມພະຍາ ຍາມຮ່ວມກັນໃນການເສີມສ້າງຊີວິດ ການເປັນຢູ່ແລະປັບປຸງການຄ້ຳປະກັນ ສະບຽງອາຫານ ແລະ ໂພຊະນາການ ພາຍໃຕ້ການຮ່ວມມືກັບກະຊວງກະສິ ກຳ ແລະ ປ່າໄມ້ (MAF) ໃນການ ຍົກລະດັບຊີວິດການເປັນຢູ່ ແລະ ຄ້ຳ ປະກັນສະບຽງອາຫານໃຫ້ແກ່ຊຸມຊົນ. ພ້ອມທັງໄດ້ພົບປະກັບຊຸມຊົນທ້ອງຖິ່ນ ແລະ ແລກປ່ຽນທັດສະນະກັບບັນດາ ແມ່ຍິງພາຍໃນບ້ານ ຕື່ມອີກ. ເຂົ້າພົບແລະສະເໜີລາຍງານຈຸດປະສົງ ໃຫ້ ທ່ານ ດາວວົງ ພອນແກ້ວ ເຈົ້າ ແຂວງສາລະວັນຊາບກ່ຽວກັບການມາ ເຄື່ອນໄຫວວຽກ ທີ່ແຂວງສາລະວັນ, ພ້ອມທັງມີການປຶກສາຫາລື ແລະ ຂໍທິດ ຊີ້ນຳຈາກການນຳຂອງແຂວງສາລະ ວັນ. ຈາກນັ້ນ, ກໍໄດ້ຮ່ວມກັບພະແນກ ແຜນການ ແລະ ການລົງທຶນ ແຂວງ ສາລະວັນ ແລະ ພາກສ່ວນກ່ຽວຂ້ອງ ເດີ່ນທາງໄປຢ້ຽມຢາມກິດຈະກຳໂຄງ ການອາຫານທ່ຽງໃນໂຮງຮຽນ, ພ້ອມ ພົບປະກັບອໍານາດການປົກຄອງຂັ້ນ ບ້ານ, ຄູ-ອາຈານ ຜູ້ຮັບຜິດຊອບໂຄງ ການ ເພື່ອສົນທະນາແລກປ່ຽນການ ຈັດຕັ້ງປະຕິບັດກິດຈະກຳໂຄງການ, ເບິ່ງການປຸງແຕ່ງອາຫານ, ການ ກິນອາຫານຂອງເດັກນັກຮຽນ ແລະ ປູກຕົ້ນໄມ້ກິນໝາກໃນໂຮງຮຽນ ບ້ານ ງິ້ວ ເມືອງເລົ່າງາມ ແຂວງ ສາລະວັນ. ຈາກນັ້ນ, ກໍໄດ້ໄປພົບປະ ທ່ານວິໄລວົງ ບຸດດາຄໍາ ເຈົ້າແຂວງແຂວງຈໍາປາ ສັກ ພ້ອມທັງລາຍງານ ກ່ຽວກັບການ ມາເຄື່ອນໄຫວວຽກທີ່ແຂວງຈໍາປາສັກ ເພື່ອສົນທະນາແລກປ່ຽນການຈັດ ຕັ້ງປະຕິບັດກິດຈະກຳໂຄງການການ ສ້າງນ້ຳລິນ, ທະນາຄານເຂົ້າ ແລະ ຢ້ຽມຢາມຄົວເຮືອນ ທີ່ໄດ້ຮັບທຶນການ ປູກຝັງ-ລ້ຽງສັດ. ພ້ອມກັນນີ້, ຄະນະ ຜູ້ແທນໄດ້ໄປຢ້ຽມຢາມ ໂຮງຮຽນ ພາຍໃຕ້ໂຄງການອາຫານທ່ຽງໃນ ໂຮງຮຽນ ຢູ່ເມືອງບາຈຽງ ແຂວງຈໍາ ປາສັກ ເພື່ອຕິດຕາມ ແລະ ຊຸກຍູ້ການ ຈັດຕັ້ງປະຕິບັດວຽກງານອາຫານ ທ່ຽງ ແລະ ພົບປະແລກປ່ຽນທັດສະນະ ກັບຄະນະກໍາມະການພັດທະນາການ ສຶກສາຂັ້ນບ້ານ (VEDC) ແລະ ບັນ ດາຄູອາຈານໃນໂຮງຮຽນ, ສັງເກດ ເບິ່ງ ການກະກຽມອາຫານທ່ຽງ, ສົນທະນາກັບເດັກນ້ອຍໃນໂຮງຮຽນ ແລະ ແມ່ຄົວທີ່ກຳລັງປຸງແຕ່ງອາຫານ ທ່ຽງ ແລະ ໄດ້ຮັບຟັງການລາຍງານ ຜົນໄດ້ຮັບ ແລະ ຄວາມທ້າທາຍຕ່າງໆ ໂດຍສະເເພາະ ການປ່ຽນແປງຂອງ ດິນຟ້າອາກາດ, ການຂຶ້ນລາຄາຂອງ ອາຫານ ອັນໄດ້ສົ່ງຜົນກະທົບໂດຍ

RkJQdWJsaXNoZXIy MTc3MTYxMQ==